沙湾拿吉省灾害基金管理协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງກອງທຶນໄພພິບັດແຂວງ ສະຫວັນນະເຂດ
Savannakhet Province Disaster Fund Management Agreement
简介
该法规调整沙湾拿吉省灾害基金的设立、管理与使用,核心是确保资金透明、高效用于自然灾害和人为灾害的救助与应对。
Summary
This regulation governs the establishment, management, and use of the disaster fund in Savannakhet Province, with the core objective of ensuring transparent and efficient use of funds for relief and response to natural and man-made disasters.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການສ້າງຕັ້ງ, ການຄຸ້ມຄອງ ແລະ ການນຳໃຊ້ ກອງທຶນໄພພິບັດ ແຂວງສະຫວັນນະເຂດ, ເນື້ອໃນຫຼັກແມ່ນຮັບປະກັນຄວາມໂປ່ງໃສ ແລະ ປະສິດທິພາບ ໃນການນຳໃຊ້ເງິນ ເພື່ອຊ່ວຍເຫຼືອ ແລະ ຮັບມືກັບໄພພິບັດທຳມະຊາດ ແລະ ໄພພິບັດທີ່ເກີດຈາກມະນຸດ.
条文
第ມາດຕາ 1条
第2条 灾害基金管理
灾害基金是国家设立的基金,旨在确保有充足和可持续的预算,用于有效救助遭受各种灾害的受害者,例如:自然灾害和人为灾害。
灾害基金管理是对来自援助的收入和支出的管理,以确保透明、可核查并符合其他相关法律。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງກອງທຶນໄພພິບັດ
ກອງທຶນໄພພິບັດ ແມ່ນກອງທຶນຂອງລັດ ທີ່ສ້າງຕັ້ງຂຶ້ນ ແນໃສ່ຮັບປະກັນໃຫ້ມີງົບປະມານພຽງພໍ ແລະ ຍືນຍົງ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກຜູ້ທີ່ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ ເຊັ່ນ: ໄພພິບັດທາງທຳມະຊາດ ແລະ ໄພພິບັດທີ່ມະນຸດສ້າງຂຶ້ນຢ່າງມີປະສິດທິຜົນ.
ການຄຸ້ມຄອງກອງທຶນໄພພິບັດ ແມ່ນການຄຸ້ມຄອງລາຍຮັບ-ລາຍຈ່າຍ ທີ່ໄດ້ຮັບຈາກການຊ່ວຍເຫຼືອ ເພື່ອຮັບປະກັນໃຫ້ມີຄວາມໂປ່ງໃສ ສາມາດກວດສອບໄດ້ ແລະ ສອດຄ່ອງກັບກົດໝາຍອື່ນໆທີ່ກ່ຽວຂ້ອງ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 自然灾害是指:自然事件、现象和变化,例如:洪水、干旱、风暴、地震、山体滑坡、虫害、流行病;
2. 人为灾害是指:由于人类行为导致的紧急事件和环境危害,例如:火灾、森林火灾、辐射尘、放射性、化学品泄漏、未爆炸弹药、事故;
3. 火灾是指:因失控的火源引起的危险事件,蔓延造成生命和财产损失;
4. 危险事件是指:任何造成严重破坏或损失的现象或情况;
5. 严重灾害是指:发生在某一区域,对健康、生命、财产、经济-社会和环境造成超出各级行政机构应对能力的灾害;
6. 灾害风险是指:自然和人为事件可能发生的可能性,将导致损失;
7. 应对是指:准备、制定计划和确定措施的过程,以预防和应对灾害事件,通过监测、预警、指挥、调度、搜索、救援和初步援助来减轻各种损失;
8. 原始数据是指:来自调查和报告的数据和数据库或数字,尚未经过分析、研究和验证;
9. 省级灾害基金缩写为:“กพข”;
10. 省级灾害管理委员会是指:由省长任命负责灾害工作的人员,由副省长担任主席,省劳动和社会福利厅厅长担任常务副主席,社会救济处处长担任秘书处。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ໄພພິບັດທຳມະຊາດ ໝາຍເຖິງ: ເຫດການ, ປາກົດການ ແລະ ການປ່ຽນແປງທາງທຳມະຊາດ ເປັນຕົ້ນ: ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ພາຍຸ, ແຜ່ນດິນໄຫວ, ດິນເຈື່ອນ, ສັດຕູພືດທຳລາຍ, ພະຍາດລະບາດ;
2. ໄພພິບັດທີ່ມະນຸດສ້າງຂຶ້ນ ໝາຍເຖິງ: ເຫດການສຸກເສີນ ແລະ ອັນຕະລາຍທາງດ້ານສິ່ງແວດລ້ອມ ເນື່ອງຈາກການກະທຳຂອງມະນຸດ ເປັນຕົ້ນ: ອັກຄີໄພ, ໄຟໄໝ້ລາມປ່າ, ຝຸ່ນລະອອງ, ກຳມັນຕະພາບລັງສີ, ສານເຄມີຮົ່ວໄຫຼ, ລະເບີດຕົກຄ້າງບໍ່ທັນແຕກ, ອຸບປະຕິເຫດ;
3. ອັກຄີໄພ ຫຼື ໄຟໄໝ້ ໝາຍເຖິງ: ເຫດການອັນຕະລາຍທີ່ເກີດຈາກໄຟທີ່ຂາດການຄວບຄຸມ ແລະ ເກີດການລຸກລາມກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ;
4. ເຫດການທີ່ເປັນອັນຕະລາຍ ໝາຍເຖິງ: ປະກົດການ ຫຼື ສະຖານະການໃດໜຶ່ງ ທີ່ມີການທຳລາຍ ຫຼື ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ;
5. ໄພພິບັດຮ້າຍແຮງ ໝາຍເຖິງ: ໄພພິບັດທີ່ເກີດຂຶ້ນໃນພື້ນທີ່ໃດໜຶ່ງ ທີ່ສ້າງຄວາມເສຍຫາຍຕໍ່ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເກີນຄວາມສາມາດຮັບມືຂອງອົງການປົກຄອງຂັ້ນຕ່າງໆ;
6. ຄວາມສ່ຽງໄພພິບັດ ໝາຍເຖິງ: ຄວາມເປັນໄປໄດ້ຂອງເຫດການທີ່ອາດເກີດຂຶ້ນ ຈາກທຳມະຊາດ ແລະ ມະນຸດສ້າງຂຶ້ນ ທີ່ຈະພາໃຫ້ເກີດຄວາມເສຍຫາຍ;
7. ການຕອບໂຕ້ ໝາຍເຖິງ: ຂະບວນການກະກຽມ, ສ້າງແຜນການ ແລະ ກຳນົດມາດຕະການ ໃນການສະກັດກັ້ນ, ຕອບໂຕ້ເຫດການໄພພິບັດ ເພື່ອຫຼຸດຜ່ອນຄວາມເສຍຫາຍຕ່າງໆ ດ້ວຍການເຝົ້າລະວັງ, ແຈ້ງເຕືອນໄພ, ຄຸ້ມຄອງບັນຊາ, ສັ່ງການ, ຊອກຄົ້ນ, ກູ້ໄພ ແລະ ການຊ່ວຍເຫຼືອເບື້ອງຕົ້ນ;
8. ຂໍ້ມູນດິບ ໝາຍເຖິງ: ຂໍ້ມູນ ແລະ ຖານຂໍ້ມູນ ຫຼື ຕົວເລກ ທີ່ໄດ້ມາຈາກການສຳຫຼວດ ແລະ ການລາຍງານທີ່ຍັງບໍ່ທັນຜ່ານການວິເຄາະ, ວິໄຈ ແລະ ພິສູດ;
9. ກອງທຶນໄພພິບັດແຂວງ ຂຽນຫຍໍ້ວ່າ: “ກພຂ”;
10. ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແມ່ນບຸກຄົນທີ່ຖືກຕົກລົງແຕ່ງຕັ້ງຈາກທ່ານເຈົ້າແຂວງ ເພື່ອຮັບຜິດຊອບວຽກງານໄພພິບັດ ໂດຍທ່ານຮອງເຈົ້າແຂວງ ເປັນປະທານ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເປັນຮອງປະທານຜູ້ປະຈຳການ, ຫົວໜ້າຂະແໜງສັງຄົມສົງເຄາະ ເປັນກອງເລຂາ.
第ມາດຕາ 3条
第4条 国家政策
省级、县级-市级行政机关根据能力提供人员、预算、车辆、服务设备,并提供必要信息用于灾害基金管理事务。
鼓励、促进个人、法人、国内外组织参与贡献资金、智力及自身一切力量投入灾害基金。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດ
ອົງການປົກຄອງແຂວງ, ເມືອງ-ນະຄອນ ສະໜອງບຸກຄະລາກອນ, ງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ຕາມຄວາມສາມາດ ແລະ ສະໜອງຂໍ້ມູນຂ່າວສານທີ່ຈຳເປັນເຂົ້າໃນວຽກງານການຄຸ້ມຄອງກອງທຶນໄພພິບັດ.
ຊຸກຍູ້, ສົ່ງເສີມບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ມີສ່ວນຮ່ວມໃນການປະກອບສ່ວນທາງດ້ານທຶນຮອນ, ສະຕິປັນຍາ ແລະ ທຸກກຳລັງແຮງຂອງຕົນເຂົ້າໃນກອງທຶນໄພພິບັດ.
第ມາດຕາ 4条
第4条 管理和使用原则
灾害基金的管理和使用应遵循以下原则:
1. 符合各时期出台的方针政策、法律和经济社会发展计划;
2. 集中、统一、公开;
3. 提供紧急灾害应对援助;
4. 正确符合目标、节约和有效;
5. 灵活、迅速、公正、透明;
6. 收支账目符合会计法规定;
7. 依法定期进行检查和审计。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການຄຸ້ມຄອງ ແລະ ນຳໃຊ້
ການຄຸ້ມຄອງ ແລະ ນຳໃຊ້ກອງທຶນໄພພິບັດ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:
1. ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ວາງອອກໃນແຕ່ລະໄລຍະ;
2. ລວມສູນ, ມີຄວາມເປັນເອກະພາບ, ເປີດເຜີຍ;
3. ໃຫ້ການຊ່ວຍເຫຼືອຕອບໂຕ້ໄພພິບັດສຸກເສີນ;
4. ຖືກຕ້ອງຕາມເປົ້າໝາຍ, ປະຢັດ ແລະ ມີປະສິດທິຜົນ;
5. ມີຄວາມຄ່ອງຕົວ, ວ່ອງໄວ, ຍຸຕິທຳ, ໂປ່ງໃສ;
6. ຖືບັນຊີລາຍຮັບ-ລາຍຈ່າຍ ຖືກຕ້ອງຕາມກົດໝາຍ ວ່າດ້ວຍການບັນຊີ;
7. ມີການກວດກາ ແລະ ກວດສອບຢ່າງເປັນປະຈຳ ຕາມກົດໝາຍ.
第ມາດຕາ 5条
第5条 协议适用范围
本协议适用于与管理和使用沙湾拿吉省灾害基金相关的个人、法人及组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້ຂໍ້ຕົກລົງ
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທີ່ກ່ຽວຂ້ອງກັບການຄຸ້ມຄອງ ແລະ ນຳໃຊ້ ກອງທຶນໄພພິບັດແຂວງສະຫວັນນະເຂດ.
第ມາດຕາ 6条
第6条 灾害基金的资金来源
灾害基金的资金来源如下:
1. 根据年度预算分配的国家预算;
2. 投资项目、商业部门及普通个人的捐款;
3. 国内外组织的援助;
4. 筹资收入;
5. 基金存款利息;
6. 其他合法收入。
ພາສາລາວ (老挝语原文)
ມາດຕາ 6 ແຫຼ່ງລາຍຮັບຂອງກອງທຶນໄພພິບັດ
ແຫຼ່ງລາຍຮັບຂອງກອງທຶນໄພພິບັດ ປະກອບມີດັ່ງນີ້:
1. ງົບປະມານຂອງລັດຕາມການຈັດສັນງົບປະມານປະຈຳປີ;
2. ການປະກອບສ່ວນຂອງໂຄງການລົງທຶນ, ພາກສ່ວນທຸລະກິດ ແລະ ບຸກຄົນທົ່ວໄປ;
3. ການຊ່ວຍເຫຼືອຂອງອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ;
4. ລາຍຮັບຈາກການລະດົມທຶນ;
5. ດອກເບັ້ຍເງິນຝາກຂອງກອງທຶນ;
6. ລາຍຮັບອື່ນໆ ທີ່ຖືກຕ້ອງຕາມກົດໝາຍ.
第ມາດຕາ 7条
第7条 灾害基金的使用目标
灾害基金用于应对灾害,主要包括紧急救助、必要基础设施修复、搜救和救援,具体如下:
1. 紧急救助,包括:临时住所、食物、大米、饮用水、生活用水、紧急医疗服务、传染病隔离中心、药品、医疗器械、衣物、补贴、应急指挥中心用品、运输、仓储和分发紧急救援物资;
2. 修复必要基础设施以便用于应急响应,包括:道路、桥梁、电力、灌溉、电信、清洁水、卫生设施、学校、医院、卫生所、村公所和寺庙;
3. 初步损失评估和紧急需求评估,采购用于应急工作和紧急灾害应对促进工作所需的必要设备;
4. 基金管理委员会的必要行政工作,由基金管理委员会秘书处根据职责执行,以便纳入灾害工作会议,每年召开两次扩大会议。
ພາສາລາວ (老挝语原文)
ມາດຕາ 7 ເປົ້າໝາຍການນຳໃຊ້ກອງທຶນໄພພິບັດ
ກອງທຶນໄພພິບັດນຳໃຊ້ເຂົ້າໃນການຕອບໂຕ້ໄພພິບັດ ເປັນຕົ້ນແມ່ນການຊ່ວຍເຫຼືອສຸກເສີນ, ການສ້ອມແປງໂຄງລ່າງພື້ນຖານທີ່ຈຳເປັນ, ການຊອກຄົນ, ຄົ້ນຫາ ແລະ ກູ້ໄພ ຄື:
1. ການຊ່ວຍເຫຼືອສຸກເສີນ ເປັນຕົ້ນ: ບ່ອນຢູ່ອາໄສຊົ່ວຄາວ, ອາຫານ, ເຂົ້າ, ນ້ຳດື່ມ, ນ້ຳໃຊ້, ການບໍລິການແພດສຸກເສີນ, ສູນກັກກັນພະຍາດລະບາດ, ຢາປົວພະຍາດ, ເຄື່ອງມືການແພດ, ເຄື່ອງນຸ່ງຫົ່ມ, ເງິນອຸດໜູນ, ເຄື່ອງໃຊ້ໃນສູນບັນຊາການສຸກເສີນ, ການຈັດສົ່ງ, ສາງເກັບມ້ຽນ ແລະ ແຈກຢາຍເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນ;
2. ສ້ອມແປງໂຄງລ່າງພື້ນຖານທີ່ຈຳເປັນ ເພື່ອສາມາດນຳໃຊ້ໃນການຕອບໂຕ້ສຸກເສີນ ເປັນຕົ້ນ: ເສັ້ນທາງ, ຂົວ, ໄຟຟ້າ, ຊົນລະປະທານ, ໂທລະຄົມມະນາຄົມ, ນ້ຳສະອາດ, ສຸຂະອານາໄມ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ຫ້ອງການບ້ານ ແລະ ວັດວາອາຮາມ;
3. ການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການຮີບດ່ວນເບື້ອງຕົ້ນ, ຈັດຊື້ອຸປະກອນນຳໃຊ້ທີ່ຈຳເປັນໃນການຮັບໃຊ້ວຽກງານສຸກເສີນ ແລະ ວຽກງານຊຸກຍູ້ແກ້ໄຂໃນເວລາເກີດໄພພິບັດສຸກເສີນ;
4. ການບໍລິຫານວຽກງານຈຳເປັນ ຂອງສະພາບໍລິຫານກອງທຶນ ໂດຍມີກອງເລຂາຂອງສະພາບໍລິຫານກອງທຶນ ເຮັດໜ້າທີ່ຕາມພາລະບົດບາດ ເພື່ອຈັດເຂົ້າໃນການຈັດກອງປະຊຸມວຽກງານໄພພິບັດ, ເປີດກວ້າງ ປີລະ 2 ຄັ້ງ.
第ມາດຕາ 8条
第8条 紧急灾害应对支出的计算方法
1. 临时设施服务支出的计算:
建筑物、隔离中心、临时住所分配、仓库、安全临时住所的支出计算,应依据相关行业部门确定的建筑平均价格或当地市场价格,由省级灾害管理委员会秘书处汇总报告,报请省级灾害管理委员会主席批准,并提交基金管理委员会报销或按实际价值将基金资金划转给服务提供者或承包商。
1.1 紧急灾害应对期间对个人或家庭提供援助的计算:
被疏散到临时安全区或滞留在灾区的人员,除获得大米、干粮、饮用水、必要生活用水等援助外,每人每天还可获得15,000基普(一万五千基普),直至情况恢复正常,具体根据各阶段基金预算的实际条件而定;
因自然灾害死亡的个人,将从基金中获得丧葬补助金1,500,000基普(一百五十万基普)每人。
1.2 必要基础设施修复支出的计算,以便在紧急应对中使用,包括:道路、桥梁、电力、水利、电信、清洁水、卫生、学校、医院和寺庙,应制定计算计划,依据相关行业部门确定的建筑平均价格或当地市场价格,由省级灾害管理委员会秘书处汇总报告,报请省级灾害管理委员会主席批准,并提交基金管理委员会报销或按实际价值将基金资金划转给服务提供者或承包商;
1.3 紧急灾害应对期间采购、损失评估和紧急需求支出的计算,以及紧急工作和灾害发生时的促进解决工作中所需的药品和必要设备采购支出的计算,应制定基于当地市场实际询价的计算计划,由省级灾害管理委员会秘书处汇总报告,报请省级灾害管理委员会主席批准,并提交基金管理委员会报销或按实际价值将基金资金划转给服务提供者或承包商;
2. 对遭受灾害且正在居住但无法居住的住房受损的个人或家庭提供恢复援助的计算:
2.1 1-4人的家庭将获得锌板(8英尺)40张和铁钉10公斤,或按各阶段实际价格报销为现金;
2.2 5-7人的家庭将获得锌板(8英尺)50张和铁钉15公斤,或按各阶段实际价格报销为现金;
2.3 8人及以上的家庭将获得锌板(8英尺)60张和铁钉20公斤,或按各阶段实际价格报销为现金。
ພາສາລາວ (老挝语原文)
ມາດຕາ 8 ວິທີການຄິດໄລ່ ລາຍຈ່າຍ ການຕອບໂຕ້ໄພພິບັດສຸກເສີນ
1. ການຄິດໄລ່ລາຍຈ່າຍຮັບໃຊ້ສິ່ງກໍ່ສ້າງຊົ່ວຄາວ:
ການຄິດໄລ່ລາຍຈ່າຍສິ່ງກໍ່ສ້າງ, ສູນກັກກັນພະຍາດລະບາດ, ຈັດສັນທີ່ພັກຊົ່ວຄາວ, ສາງເກັບມ້ຽນເຄື່ອງ, ຈັດຫາສະຖານທີ່ພັກຊົ່ວຄາວທີ່ປອດໄພ ໃຫ້ມີການຄິດໄລ່ ໂດຍອີງໃສ່ລາຄາກາງຂອງການກໍ່ສ້າງທີ່ຂະແບນງການກ່ຽວຂ້ອງກຳນົດ ຫຼື ລາຄາຕົວຈິງຂອງທ້ອງຕະຫຼາດ ໂດຍແມ່ນກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ເປັນຜູ້ສັງລວມລາຍງານຂໍອະນຸມັດຈາກ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ນຳສະເໜີຕໍ່ສະພາບໍລິຫານກອງທຶນເບີກຈ່າຍ ຫຼື ໂອນເງິນກອງທຶນໄປໃຫ້ຜູ້ບໍລິການ ຫຼື ຜູ້ຮັບເໝົາຕາມມູນຄ່າຕົວຈິງ.
1.1 ການຄິດໄລ່ໃຫ້ການຊ່ວຍເຫຼືອ ບຸກຄົນ ຫຼື ຄອບຄົວ ໃນໄລຍະຕອບໂຕ້ໄພພິບັດສຸກເສີນ:
- ຜູ້ທີ່ຖືກຍົກຍ້າຍໄປຢູ່ເຂດປອດໄພຊົ່ວຄາວ ຫຼື ຕົກຄ້າງຢູ່ເຂດພື້ນທີ່ໄພພິບັດ ນອກຈາກຈະໄດ້ຮັບການຊ່ວຍເຫຼືອ ເປັນເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ, ນໍ້າໃຊ້ທີ່ຈຳເປັນແລ້ວ ຍັງໄດ້ຮັບເງິນ 15.000 ກີບ (ສິບຫ້າພັນກີບ) ຕໍ່ຄົນຕໍ່ມື້ ຈົນກວ່າສະພາບກັບຄືນປົກກະຕິ ຕາມເງື່ອນໄຂຕົວຈິງຂອງງົບປະມານຂອງກອງທຶນໃນແຕ່ລະໄລຍະ;
- ບຸກຄົນທີ່ເສຍຊີວິດຍ້ອນໄພພິບັດທາງທຳມະຊາດ ຈະໄດ້ຮັບການຊ່ວຍເຫຼືອເງິນຊ່ວຍເຫຼືອງານສົບ ຈາກກອງທຶນ ຈຳນວນ 1.500.000 ກີບ (ໜຶ່ງລ້ານຫ້າແສນກີບ) ຕໍ່ຄົນ.
1.2 ການຄິດໄລ່ລາຍຈ່າຍ ການສ້ອມແປງໂຄງລ່າງພື້ນຖານທີ່ຈຳເປັນ ເພື່ອສາມາດນຳໃຊ້ ໄດ້ ໃນການຕອບໂຕ້ສຸກເສີນ ເປັນຕົ້ນ: ເສັ້ນທາງ, ຂົວ, ໄຟຟ້າ, ຊົນລະປະທານ, ໂທລະຄົມມະນາຄົມ, ນໍ້າສະອາດ, ສຸຂະອານາໄມ, ໂຮງຮຽນ, ໂຮງໝໍ ແລະ ວັດວາອາຮາມ ໃຫ້ມີແຜນຄິດໄລ່ ໂດຍອີງໃສ່ລາຄາກາງຂອງການກໍ່ສ້າງທີ່ຂະແບນງການກ່ຽວຂ້ອງກຳນົດ ຫຼື ລາຄາຕົວຈິງຂອງທ້ອງຕະຫຼາດ ໂດຍແມ່ນກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ເປັນຜູ້ສັງລວມລາຍງານຂໍອະນຸມັດຈາກ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ນຳສະເໜີຕໍ່ສະພາບໍລິຫານກອງທຶນເບີກຈ່າຍ ຫຼື ໂອນເງິນກອງທຶນໄປໃຫ້ຜູ້ບໍລິການ ຫຼື ຜູ້ຮັບເໝົາຕາມມູນຄ່າຕົວຈິງ;
1.3 ການຄິດໄລ່ລາຍຈ່າຍ ການຈັດຊື້, ລົງປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການຮີບດ່ວນ ໃນໄລຍະຕອບໂຕ້ໄພພິບັດສຸກເສີນ, ການຄິດໄລ່ລາຍຈ່າຍການຈັດຊື້ຢາປົວພະຍາດ ແລະ ອຸປະກອນຮັບໃຊ້ທີ່ຈຳເປັນໃນການຮັບໃຊ້ວຽກງານສຸກເສີນ ແລະ ວຽກງານຊຸກຍູ້ແກ້ໄຂໃນເວລາເກີດໄພພິບັດສຸກເສີນໃຫ້ມີແຜນການຄິດໄລ່ ທີ່ອີງໃສ່ການສອບຖາມລາຄາຕົວຈິງຂອງທ້ອງຕະຫຼາດ ໂດຍແມ່ນກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ເປັນຜູ້ສັງລວມລາຍງານ ຂໍອະນຸມັດຈາກ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ນຳສະເໜີຕໍ່ສະພາບໍລິຫານກອງທຶນ ເບີກຈ່າຍ ຫຼື ໂອນເງິນກອງທຶນ ໄປໃຫ້ຜູ້ບໍລິການ ຫຼື ຜູ້ຮັບເໝົາຕາມມູນຄ່າຕົວຈິງ;
2. ການຄິດໄລ່ ໃຫ້ການຊ່ວຍເຫຼືອ ເພື່ອການຟື້ນຟູ ບຸກຄົນ ຫຼື ຄອບຄົວ ທີ່ປະສົບໄພພິບັດ ແລະ ໄດ້ຮັບຜົນເສຍຫາຍດ້ານທີ່ຢູ່ອາໄສ ທີ່ກຳລັງອາໄສຢູ່ ແຕ່ບໍ່ສາມາດອາໄສຢູ່ໄດ້ຈະໄດ້ຮັບການຊ່ວຍເຫຼືອວັດຖຸສົມທົບປູກສ້າງຄື:
2.1 ຄອບຄົວທີ່ມີຈຳນວນແຕ່ 1-4 ຄົນ ຈະໄດ້ຮັບສັງກະສີ (8 ຟຸດ) 40 ແຜ່ນ ແລະ ເຫຼັກຕະປູ 10 ກິໂລກຣາມ ຫຼື ເບີກຈ່າຍເປັນເງິນຕາມລາຄາຕົວຈິງໃນແຕ່ລະໄລຍະ;
2.2 ຄອບຄົວທີ່ມີຈຳນວນແຕ່ 5-7 ຄົນ ຈະໄດ້ຮັບສັງກະສີ (8 ຟຸດ) 50 ແຜ່ນ ແລະ ເຫຼັກຕະປູ 15 ກິໂລກຣາມ ຫຼື ເບີກຈ່າຍເປັນເງິນຕາມລາຄາຕົວຈິງໃນແຕ່ລະໄລຍະ;
2.3 ຄອບຄົວທີ່ມີຈຳນວນແຕ່ 8 ຄົນ ຂຶ້ນໄປຈະໄດ້ຮັບສັງກະສີ (8 ຟຸດ) 60 ແຜ່ນ ແລະ ເຫຼັກຕະປູ 20 ກິໂລກຣາມ ຫຼື ເບີກຈ່າຍເປັນເງິນຕາມລາຄາຕົວຈິງໃນແຕ່ລະໄລຍະ.
第ມາດຕາ 9条
第9条 基金提款
从基金存款账户中提款,必须使用银行支票,且需有两名在银行预留签名的人员中的两人签名方可提款。从基金存款账户中提款,不得超过基金每年总收入的70%(百分之七十),且必须保留基金30%(百分之三十)的余额。
ພາສາລາວ (老挝语原文)
ມາດຕາ 9 ການຖອນເງິນກອງທຶນ
ການຖອນເງິນອອກຈາກບັນຊີເງິນຝາກຂອງກອງທຶນ ຕ້ອງຖອນດ້ວຍແຊັກທະນາຄານທີ່ມີສອງໃນສາມລາຍເຊັນ ທີ່ໄດ້ມີລາຍເຊັນໄວ້ກັບທະນາຄານ ຈຶ່ງສາມາດຖອນເງິນອອກໄດ້, ການຖອນເງິນອອກຈາກບັນຊີເງິນຝາກຂອງກອງທຶນ ບໍ່ໃຫ້ເກີນ 70% (ເຈັດສິບສ່ວນຮ້ອຍ) ຂອງລາຍຮັບທັງໝົດຂອງກອງທຶນ ໃນແຕ່ລະປີ ແລະ ຕ້ອງໃຫ້ມີເງິນເຫຼືອໄວ້ 30% (ສາມສິບສ່ວນຮ້ອຍ) ຂອງກອງທຶນ.
第ມາດຕາ 10条
第10条 支付权
有权支付灾害基金款项的人员如下:
是省级灾害管理委员会主席或受委托人,在紧急情况下
灾害管理委员会可以直接支付基金款项用于紧急救灾援助,但必须在24小时内以书面形式向省级灾害管理委员会主席报告。
ພາສາລາວ (老挝语原文)
ມາດຕາ 10 ສິດໃນການສັ່ງຈ່າຍ
ຜູ້ມີສິດສັ່ງຈ່າຍເງິນກອງທຶນໄພພິບັດມີດັ່ງນີ້:
ແມ່ນປະທານຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ຫຼື ຜູ້ຖືກມອບສິດ, ໃນກໍລະນີສຸກເສີນ
ຄະນະກຳມະການຄຸ້ມຄອງໄພພິບັດ ສາມາດສັ່ງຈ່າຍເງິນກອງທຶນໂດຍກົງເຂົ້າໃນການຊ່ວຍເຫຼືອບັນເທົາທຸກ
ສຸກເສີນໃນເວລາເກີດໄພພິບັດ ແຕ່ຕ້ອງລາຍງານຄືນເປັນລາຍລັກອັກສອນໃຫ້ປະທານຄະນະກຳມະການຄຸ້ມ
ຄອງໄພພິບັດຂັ້ນແຂວງ ພາຍໃນ 24 ຊົ່ວໂມງ.
第ມາດຕາ 11条
第11条 基金所在地
沙湾拿吉省灾害基金设在省劳动和社会福利厅。
基金设有基金管理委员会和基金秘书处。
ພາສາລາວ (老挝语原文)
ມາດຕາ 11 ທີ່ຕັ້ງຂອງກອງທຶນ
ກອງທຶນໄພພິບັດແຂວງສະຫວັນນະເຂດ ຕັ້ງຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ
ມີສະພາບໍລິຫານກອງທຶນ ແລະ ກອງເລຂາຂອງກອງທຶນ.
第ມາດຕາ 12条
第12条 基金管理委员会
基金管理委员会是基金的最高组织,负责基金的运作。基金管理委员会由主席、副主席和若干来自相关部门的委员组成,由省级灾害管理委员会主席任命。
ພາສາລາວ (老挝语原文)
ມາດຕາ 12 ສະພາບໍລິຫານກອງທຶນ
ສະພາບໍລິຫານກອງທຶນ ແມ່ນການຈັດຕັ້ງສູງສຸດຂອງກອງທຶນ ຮັບຜິດຊອບເຄືອນໄຫວວຽກງານຂອງກອງທຶນ, ສະພາບໍລິຫານກອງທຶນປະກອບດ້ວຍປະທານ, ຮອງປະທານ ແລະ ກຳມະການຈຳນວນໜຶ່ງທີ່ມາຈາກຂະແໜງການກ່ຽວຂ້ອງ ທີ່ຖືກແຕ່ງຕັ້ງໂດຍປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
本页展示前 12 条,全文共 33 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读