木制品协议

ຂໍ້ຕົກລົງວ່າດ້ວຍ ຜະລິດຕະພັນໄມ້

Wood Products Agreement

简介

该法规对锯材、半成品及成品木制品进行分类定义,明确尺寸标准,并要求经营者每三个月向省级农林部门登记产品信息。

Summary

This regulation classifies and defines sawn timber, semi-finished and finished wood products, specifies size standards, and requires operators to register product information with provincial agriculture and forestry departments every three months.

ບົດສະຫຼຸບ

ກົດໝາຍນີ້ກຳນົດການຈັດປະເພດ ແລະ ນິຍາມຂອງໄມ້ແປຮູບ, ຜະລິດຕະພັນໄມ້ກຶ່ງສຳເລັດຮູບ ແລະ ສຳເລັດຮູບ, ກຳນົດມາດຕະຖານຂະໜາດ, ແລະ ຮຽກຮ້ອງໃຫ້ຜູ້ປະກອບການລົງທະບຽນຂໍ້ມູນຜະລິດຕະພັນຕໍ່ພະແນກກະສິກຳ ແລະ ປ່າໄມ້ແຂວງທຸກໆ 3 ເດືອນ.

条文

第ມາດຕາ 1条

第3条 锯材产品
锯材产品是指经过生产或初步加工过程的木材产品,即:方木、板材和薄板,其厚度、宽度和长度根据不同的使用需求而定,包括以下三种类型:
1. 方木是指从原木锯得的锯材,可加工成半成品和成品;
2. 板材是指将方木锯成尺寸小于方木的各种规格的锯材;
3. 薄板是指尺寸较小的锯材,由板材、板皮和树枝切片而成。
每种锯材产品包括HS编码、老挝语名称、英语名称和具体尺寸如下:
HS编码 锯材产品清单 尺寸(厘米)
44.07 1. 方木(大尺寸锯材) 厚/宽/长
1.1 各种尺寸方木 厚≥8 宽≥8 长<800
2. 板材
2.1 4 x 8 板材 4 8 <800
2.2 5 x 10 板材 5 10 <800
2.3 5 x 12 板材 5 12 <800
2.4 5 x 15 板材 5 15 <800
2.5 6 x 12 板材 6 12 <800
2.6 6 x 18 板材 6 18 <800
2.7 6 x 20 板材 6 20 <800
2.8 2 x 30 板材 2 30 <800
2.9 3 x 30 板材 3 30 <800
2.10 用于加工房屋的木材 15-30 15-30 <800
2.11 用于加工各种模板的板材 1-5 35-100 <800
44.08 3. 薄板
3.1 各种尺寸的装饰木皮 <5 <7 <800
3.2 3 x 3 薄板 3 3 <800
3.3 4 x 4 薄板 4 4 <800
3.4 3 x 5 薄板 3 5 <800
3.5 3 x 6 薄板 3 6 <800
3.6 3 x 7 薄板 3 7 <800
3.7 3 x 8 薄板 3 8 <800
3.8 各种小线条 <2 <4 <800
锯材产品清单附有图片,见本决定附件1。

ພາສາລາວ (老挝语原文)

ມາດຕາ 3 ຜະລິດຕະພັນໄມ້ເລື່ອຍແປຮູບ
ຜະລິດຕະພັນໄມ້ເລື່ອຍແປຮູບ ແມ່ນ ຜະລິດຕະພັນໄມ້ ທີ່ຜ່ານຂະບວນການຜະລິດ ຫຼື ປຸງແຕ່ງຂັ້ນຕົ້ນ ຄື: ໄມ້ຕີຕັບ, ໄມ້ແປຮູບ ແລະ ໄມ້ຊອຍ ທີ່ມີຂະໜາດ ຄວາມໜາ, ກວ້າງ ແລະ ຄວາມຍາວ ຕາມຄວາມຕ້ອງການຂອງການຊົມໃຊ້ ທີ່ແຕກຕ່າງກັນ ຊຶ່ງປະກອບມີ ສາມ (3) ຊະນິດ ດັ່ງນີ້:
1. ໄມ້ຕີຕັບ ແມ່ນໄມ້ເລື່ອຍ ທີ່ໄດ້ມາຈາກໄມ້ທ່ອນ ສາມາດນຳໄປປຸງແຕ່ງ ເປັນຜະລິດຕະພັນ ເຄິ່ງສຳເລັດຮູບ ແລະ ສຳເລັດຮູບໄດ້;
2. ໄມ້ແປຮູບ ແມ່ນໄມ້ເລື່ອຍ ທີ່ເອົາໄມ້ຕີຕັບມາເລື່ອຍ ໃຫ້ມີຂະໜາດຕ່າງໆ ທີ່ນ້ອຍກວ່າຂະໜາດໄມ້ຕີຕັບ;
3. ໄມ້ຊອຍ ແມ່ນໄມ້ເລື່ອຍ ທີ່ມີຂະໜາດນ້ອຍ ທີ່ໄດ້ຈາກການຊອຍໄມ້ແປຮູບ, ປີກໄມ້ ແລະ ງ່າໄມ້.
ຜະລິດຕະພັນໄມ້ເລື່ອຍແປຮູບ ແຕ່ລະຊະນິດ ປະກອບມີລະຫັດເຄົ້າ, ຊື່ເປັນພາສາລາວ, ຊື່ເປັນພາສາອັງກິດ ແລະ ຂະໜາດສະເພາະ ດັ່ງນີ້:
ລະຫັດເຄົ້າ ລາຍການຜະລິດຕະພັນໄມ້ເລື່ອຍແປຮູບ (ລະຫັດ HS) ຂະໜາດ (ຊມ)
44.07 1. ໄມ້ຕີຕັບ (ໄມ້ເລື່ອຍຂະໜາດໃຫຍ່) ໜາ/ກວ້າງ/ຍາວ
1.1 ໄມ້ຕີຕັບທຸກຂະໜາດ ໜາ ≥ 8 ກວ້າງ ≥ 8 ຍາວ < 800
2. ໄມ້ແປຮູບ
2.1 ໄມ້ 4 x 8 4 8 < 800
2.2 ໄມ້ 5 x 10 5 10 < 800
2.3 ໄມ້ 5 x 12 5 12 < 800
2.4 ໄມ້ 5 x 15 5 15 < 800
2.5 ໄມ້ 6 x 12 6 12 < 800
2.6 ໄມ້ 6 x 18 6 18 < 800
2.7 ໄມ້ 6 x 20 6 20 < 800
2.8 ໄມ້ 2 x 30 2 30 < 800
2.9 ໄມ້ 3 x 30 3 30 < 800
2.10 ໄມ້ທີ່ຈະປຸງແຕ່ງເຊົາເຮືອນ 15-30 15-30 < 800
2.11 ໄມ້ແປຮູບທີ່ຈະປຸງແຕ່ງແປ້ນທຸກຊະນິດ 1-5 35-100 < 800
44.08 3. ໄມ້ຊອຍ
3.1 ໄມ້ຮູບປະພັນທຸກຂະໜາດ < 5 < 7 < 800
3.2 ໄມ້ 3 x 3 3 3 < 800
3.3 ໄມ້ 4 x 4 4 4 < 800
3.4 ໄມ້ 3 x 5 3 5 < 800
3.5 ໄມ້ 3 x 6 3 6 < 800
3.6 ໄມ້ 3 x 7 3 7 < 800
3.7 ໄມ້ 3 x 8 3 8 < 800
3.8 ໄມ້ເສັ້ນນ້ອຍທຸກຊະນິດ < 2 < 4 < 800
ລາຍການຜະລິດຕະພັນໄມ້ເລື່ອຍແປຮູບ ໄດ້ມີຮູບພາບຄັດຕິດຢູ່ໃນເອກະສານຊ້ອນທ້າຍ ທີ 1 ຂອງຂໍ້ຕົກລົງສະບັບນີ້.

第ມາດຕາ 2条

第2条 半成品木制品

半成品木制品是指经过生产或加工第二阶段(继第一阶段之后)的木制品,经过烘干或晒干、切割尺寸、成型、弯曲、刨平、打磨等工序,但不能立即拆开或组装成一个整体或一套,尚不能直接使用。

半成品木制品包括:单板或薄木、建筑用材、建筑构件以及其他尺寸和形状类似于任何成品木制品的半成品木制品,例如尺寸和形状类似于成品家具的半成品木制品,但此类木制品不能立即拆开或组装成一个整体或一套,需要进一步加工才能成为成品木制品或组装成成品,例如:家具部件(沙发、桌子、椅子、床、柜子)、车厢板、拼花地板和地板。

半成品木制品有两种形式如下:

1. 成套或成组半成品形式,不能直接使用,不能立即组装成成套或成组,例如:柜子、桌子、椅子、床等。

2. 部件形式,不能直接使用,例如:车厢板部件、拼花地板、指接材、腿、横档、面板、柜门把手、桌子、椅子、床等。

每种半成品木制品均有代码、老挝语名称、英语名称和具体尺寸如下:

(半成品木制品清单表,包括代码、老挝语名称、英语名称和尺寸)

半成品木制品清单附在本协议附件2中。

ພາສາລາວ (老挝语原文)

ມາດຕາ 2 ຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ

ຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ ແມ່ນ ຜະລິດຕະພັນໄມ້ ທີ່ຜ່ານຂະບວນການຜະລິດ ຫຼື ປຸງແຕ່ງຂັ້ນສອງ ຕໍ່ຈາກຂັ້ນທີໜຶ່ງ ທີ່ຜ່ານຂະບວນການ ອົບ ຫຼື ຕາກແດດ, ຕັດຂະໜາດ, ຂຶ້ນຮູບ, ປາດໂຄ້ງ, ກົບ, ຂັດ ແລະ ອື່ນໆ ແຕ່ບໍ່ສາມາດ ແຍກອອກ ຫຼື ປະກອບເຂົ້າກັນໄດ້ທັນທີ ຕາມການອອກແບບເປັນໜຶ່ງຊຸດ ຫຼື ໜຶ່ງຫຼັງ, ບໍ່ທັນນຳໃຊ້ໄດ້ເລີຍ.

ຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ ປະກອບດ້ວຍໄມ້ປອກ ຫຼື ໄມ້ຝານ, ໄມ້ສຳລັບການກໍ່ສ້າງ, ໄມ້ປະກອບໃນອາຄານ ແລະ ຜະລິດຕະພັນໄມ້ ເຄິ່ງສຳເລັດຮູບອື່ນໆ ທີ່ມີຂະໜາດ ແລະ ຮູບແບບຄ້າຍຄືກັບຜະລິດຕະພັນໄມ້ ສຳເລັດຮູບໃດໜຶ່ງ ເຊັ່ນ ຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ ທີ່ມີຂະໜາດ ແລະ ຮູບແບບຄ້າຍຄືກັບ ເຄື່ອງເຟີນີເຈີສຳເລັດຮູບ ແຕ່ຜະລິດຕະພັນໄມ້ດັ່ງກ່າວ ບໍ່ສາມາດແຍກອອກ ຫຼື ປະກອບເຂົ້າກັນໄດ້ທັນທີ ຕາມການອອກແບບເປັນ ໜຶ່ງຊຸດ ຫຼື ໜຶ່ງຫຼັງ, ຕ້ອງໄດ້ປຸງແຕ່ງຕື່ມ ຈຶ່ງຈະເປັນຜະລິດຕະພັນໄມ້ສຳເລັດຮູບ ຫຼື ປະກອບເຂົ້າກັນ ເປັນຜະລິດຕະພັນສຳເລັດຮູບ ເຊັ່ນ: ຊັ້ນສ່ວນ ປະກອບຂອງເຄື່ອງເຟີນີເຈີ (ສະໂລ່ງ/ໂຊຟາ, ໂຕະ, ຕັ່ງ, ຕຽງ, ຕູ້), ຖັງລົດ, ໄມ້ປັກເກ ແລະ ໄມ້ປູພື້ນ.

ຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ ປະກອບມີ ສອງ (2) ຮູບແບບ ດັ່ງນີ້:

1. ຮູບແບບເປັນຫວຍ ຫຼື ເປັນຊຸດເຄິ່ງສຳເລັດຮູບ ທີ່ບໍ່ສາມາດນຳໃຊ້ໄດ້ເລີຍ, ບໍ່ສາມາດປະກອບເຂົ້າກັນເປັນຫວຍ ຫຼື ເປັນຊຸດໄດ້ເລີຍ ເຊັ່ນ: ຕູ້, ໂຕະ, ຕັ່ງ, ຕຽງ ແລະ ອື່ນໆ.

2. ຮູບແບບເປັນຊັ້ນສ່ວນ ທີ່ບໍ່ສາມາດນຳໃຊ້ໄດ້ເລີຍ ເຊັ່ນ: ເຄື່ອງປະກອບຖັງລົດ, ໄມ້ປັກເກ, ໄມ້ເຊື່ອມຕໍ່ປະສານ, ຂາ, ຂາງ, ແປ້ນໜ້າ, ມືຈັບຂອງຕູ້, ໂຕະ, ຕັ່ງ, ຕຽງ ແລະ ອື່ນໆ.

ຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ ແຕ່ລະຊະນິດ ປະກອບມີລະຫັດເຄົ້າ, ຊື່ເປັນພາສາລາວ, ຊື່ເປັນພາສາອັງກິດ ແລະ ຂະໜາດສະເພາະ ດັ່ງນີ້:

(ຕາຕະລາງລາຍການຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ ພ້ອມລະຫັດ, ຊື່ພາສາລາວ, ຊື່ພາສາອັງກິດ ແລະ ຂະໜາດ)

ລາຍການຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ ໄດ້ມີຮູບພາບຄັດຕິດຢູ່ໃນເອກະສານຊ້ອນທ້າຍ ທີ 2 ຂອງ ຂໍ້ຕົກລົງສະບັບນີ້.

第ມາດຕາ 3条

第3条 木制成品

木制成品是指经过第三阶段生产或加工(从第二阶段继续生产)的木制品,例如:刨、钻、雕刻、开槽、榫接、拼接、打磨、上漆或未上漆、钻孔、组装等,可以直接使用或很好地组装在一起,无需进一步加工。

木制成品包括:胶合板、建筑用木材、建筑构件、拼花地板或地板、车厢板、指接材、木制容器、木制餐具、家具、木制工艺品、锯末制品和木炭制品。

木制成品有两种形式如下:

1. 单元或成套成品形式,可直接使用,可组装成单元或成套,例如:柜子、桌子、椅子、床等。
2. 零件形式,可直接使用,例如:车厢构件、拼花地板、指接材、桌腿、椅腿、柜腿、侧板、面板、抽屉把手等。

每种木制成品均包含代码、老挝语名称、英语名称和具体尺寸如下:

(木制成品清单表,包括代码、老挝语名称、英语名称和尺寸,详见本协议附件3)

ພາສາລາວ (老挝语原文)

ມາດຕາ 3 ຜະລິດຕະພັນໄມ້ສຳເລັດຮູບ

ຜະລິດຕະພັນໄມ້ສຳເລັດຮູບ ແມ່ນ ຜະລິດຕະພັນໄມ້ ທີ່ຜ່ານຂະບວນການຜະລິດ ຫຼື ປຸງແຕ່ງຂັ້ນສາມ (ຜະລິດຕໍ່ຈາກຂັ້ນສອງ) ເຊັ່ນ: ບາກ, ເຈາະ, ສິວ, ແລນຮອງ, ແລນລື້ນ, ປາດເດືອຍ, ເຊື່ອມຕໍ່, ຂັດເງົາ, ລົງສີ ຫຼື ຍັງບໍ່ລົງສີ, ເຈາະຮູ, ຈັບມອດ ແລະ ອື່ນໆ ຊຶ່ງສາມາດນຳໃຊ້ໄດ້ເລີຍ ຫຼື ປະກອບເຂົ້າກັນໄດ້ດີ ໂດຍບໍ່ຕ້ອງປຸງແຕ່ງເພີ່ມເຕີມ.

ຜະລິດຕະພັນໄມ້ສຳເລັດຮູບ ປະກອບມີ ໄມ້ອັດ, ໄມ້ສຳລັບການກໍ່ສ້າງ, ໄມ້ປະກອບໃນອາຄານ, ໄມ້ປັກເກ້ ຫຼື ໄມ້ປູພື້ນ ຫຼື ໄມ້ປະກອບຖັງລົດ, ໄມ້ເຊື່ອມຕໍ່ປະສານ, ພາຊະນະບັນຈຸທີ່ເຮັດດ້ວຍໄມ້, ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້, ເຄື່ອງເຟີນີເຈີ, ເຄື່ອງຫັດຖະກຳໄມ້, ຜະລິດຕະພັນຈາກຂີ້ເລືອຍ ແລະ ຜະລິດຕະພັນຖ່ານໄມ້.

ຜະລິດຕະພັນໄມ້ສຳເລັດຮູບ ປະກອບມີ ສອງ (2) ຮູບແບບ ດັ່ງນີ້:

1. ຮູບແບບທີ່ເປັນໜ່ວຍ ຫຼື ເປັນຊຸດສຳເລັດຮູບ ທີ່ສາມາດນຳໃຊ້ໄດ້ເລີຍ, ສາມາດປະກອບເຂົ້າກັນເປັນໜ່ວຍ ຫຼື ເປັນຊຸດໄດ້ເລີຍ ເຊັ່ນ: ຕູ້, ໂຕະ, ຕັ່ງ, ຕຽງ ແລະ ອື່ນໆ.
2. ຮູບແບບທີ່ເປັນຊິ້ນສ່ວນ ທີ່ສາມາດນຳໃຊ້ໄດ້ເລີຍ ເຊັ່ນ: ເຄື່ອງປະກອບໃນຖັງລົດ, ໄມ້ປັກເກ້, ໄມ້ເຊື່ອມຕໍ່ປະສານ, ຂາໂຕະ, ຂາຕັ່ງ, ຂາຕູ້, ແປ້ນຂ້າງ, ແປ້ນໜ້າ, ຢວງຈັບຂອງເງິ ແລະ ອື່ນໆ.

ຜະລິດຕະພັນໄມ້ສຳເລັດຮູບ ແຕ່ລະຊະນິດ ປະກອບມີລະຫັດເຄົ້າ, ຊື່ເປັນພາສາລາວ, ຊື່ເປັນພາສາອັງກິດ ແລະ ຂະໜາດສະເພາະ ດັ່ງນີ້:

(ຕາຕະລາງລາຍການຜະລິດຕະພັນໄມ້ສຳເລັດຮູບ ພ້ອມລະຫັດ, ຊື່ລາວ, ຊື່ອັງກິດ ແລະ ຂະໜາດ ຕາມທີ່ກຳນົດໄວ້ໃນເອກະສານຊ້ອນທ້າຍ ທີ 3 ຂອງຂໍ້ຕົກລົງສະບັບນີ້)

第ມາດຕາ 4条

第4条 木材产品尺寸的确定
木材产品尺寸的确定是指确定每种木材产品的厚度、宽度和长度,以便加工、使用和销售符合本协议第3条、第4条和第5条规定的标准。
对于本协议第3条、第4条和第5条未规定的木材产品尺寸,木材加工经营者必须向农林部门提出申请,以供审议。

ພາສາລາວ (老挝语原文)

ມາດຕາ 4 ການກຳນົດຂະໜາດຜະລິດຕະພັນໄມ້
ການກຳນົດຂະໜາດຜະລິດຕະພັນໄມ້ ແມ່ນການກຳນົດຄວາມໜາ, ກວ້າງ ແລະ ຄວາມຍາວ ຂອງຜະລິດຕະພັນໄມ້ ແຕ່ລະປະເພດ ເພື່ອໃຫ້ການປຸງແຕ່ງ, ການນຳໃຊ້ ແລະ ການຈຳໜ່າຍ ຖືກຕ້ອງຕາມມາດຕະຖານ ທີ່ໄດ້ກຳນົດໄວ້ໃນ ມາດຕາ 3, 4 ແລະ ມາດຕາ 5 ຂອງຂໍ້ຕົກລົງສະບັບນີ້.
ນອກຈາກຂະໜາດຜະລິດຕະພັນໄມ້ ທີ່ບໍ່ໄດ້ກຳນົດໄວ້ໃນ ມາດຕາ 3, 4 ແລະ ມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ຜູ້ດຳເນີນທຸລະກິດ ກ່ຽວກັບ ການປຸງແຕ່ງໄມ້ ຕ້ອງສະເໜີຕໍ່ ຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອພິຈາລະນາ.

第ມາດຕາ 5条

第7条 木材产品登记
从事木材加工业务的经营者必须根据木材产品的种类、类型、形式、尺寸、价值和特征,如实登记其木材产品,并每三(3)个月向省级农林部门提交上述登记册。

ພາສາລາວ (老挝语原文)

ມາດຕາ 7 ການຂຶ້ນບັນຊີຜະລິດຕະພັນໄມ້
ຜູ້ດຳເນີນທຸລະກິດກ່ຽວກັບການປຸງແຕ່ງໄມ້ ຕ້ອງຂຶ້ນບັນຊີຜະລິດຕະພັນໄມ້ຂອງຕົນ ໃຫ້ຖືກຕ້ອງຕາມຄວາມເປັນຈິງ ຂອງປະເພດ, ຊະນິດ, ຮູບແບບ, ຂະໜາດ, ມູນຄ່າ ແລະ ລັກສະນະ ຂອງຜະລິດຕະພັນໄມ້ ພ້ອມທັງສົ່ງບັນຊີດັ່ງກ່າວໃຫ້ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ທຸກໆ ສາມ (3) ເດືອນ.

第ມາດຕາ 6条

第6条 木材产品标准认证

从事木材加工业务的经营者,如有需要按照市场需求供应木材产品,应向县级农林办公室申请木材产品标准认证,按照表格HLP 06,根据木材产品的具体条件如下:

1. 天然木材产品标准认证必须具有天然木材来源证明(表格HLS 01)、木材采伐许可证(表格BLM 02)和天然木材产品证明(表格PMS 03);

2. 种植木材产品标准认证必须具有种植木材来源证明(表格HLP 04)和种植木材产品证明(表格PMP 05)。

ພາສາລາວ (老挝语原文)

ມາດຕາ 6 ການຢັ້ງຢືນມາດຕະຖານຜະລິດຕະພັນໄມ້

ຜູ້ດຳເນີນທຸລະກິດ ກ່ຽວກັບ ການປຸງແຕ່ງໄມ້ ຫາກມີຄວາມຕ້ອງການ ຈະຕອບສະໜອງຜະລິດຕະພັນໄມ້ ຕາມຄວາມຕ້ອງການຂອງຕະຫຼາດ ໃຫ້ສະເໜີຫາ ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເພື່ອຂໍການຢັ້ງຢືນ ມາດຕະຖານຜະລິດຕະພັນໄມ້ ຕາມແບບຟອມ ຫຼມປ 06 ຕາມເງື່ອນໄຂສະເພາະຂອງຜະລິດຕະພັນໄມ້ ດັ່ງນີ້:

1. ໃບຢັ້ງຢືນ ມາດຕະຖານຜະລິດຕະພັນໄມ້ທຳມະຊາດ ຕ້ອງມີໃບຢັ້ງຢືນແຫຼ່ງທີ່ມາຂອງໄມ້ທຳມະຊາດ ຕາມແບບຟອມ ຫຼມຊ 01, ໃບອະນຸຍາດເລື່ອຍໄມ້ ຕາມແບບຟອມ ບລມ 02 ແລະ ໃບຢັ້ງຢືນຜະລິດຕະພັນໄມ້ທຳມະຊາດ ຕາມແບບຟອມ ຜມຊ 03;

2. ໃບຢັ້ງຢືນ ມາດຕະຖານຜະລິດຕະພັນໄມ້ປູກ ຕ້ອງມີໃບຢັ້ງຢືນແຫຼ່ງທີ່ມາຂອງໄມ້ປູກ ຕາມແບບຟອມ ຫຼມປ 04 ແລະ ໃບຢັ້ງຢືນຜະລິດຕະພັນໄມ້ປູກ ຕາມແບບຟອມ ຜມປ 05.

第ມາດຕາ 7条

第7条 组织实施
交由林业司、省级农林厅、县级农林办公室负责,主动与相关部门协调,宣传、指导并严格执行本协议。

ພາສາລາວ (老挝语原文)

ມາດຕາ 7 ການຈັດຕັ້ງປະຕິບັດ
ມອບໃຫ້ ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເປັນເຈົ້າການ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່, ແນະນຳ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

第ມາດຕາ 8条

第8条 效力
本协议自2024年10月29日起生效。

ພາສາລາວ (老挝语原文)

ມາດຕາ 8 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 29 ຕຸລາ 2024 ເປັນຕົ້ນໄປ

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译