森林碳汇管理协议

ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງກາກບອນປ່າໄມ້

Forest Carbon Sink Management Agreement

简介

该法规调整老挝境内森林碳汇管理活动,核心是规范碳信用开发、认证、交易及利益分享,要求符合国际标准并确保国家、企业与社区参与。

Summary

This regulation governs forest carbon sink management activities in Laos, focusing on carbon credit development, certification, trading, and benefit sharing, requiring compliance with international standards and ensuring participation of the state, enterprises, and communities.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງກິດຈະກຳການຄຸ້ມຄອງກາກບອນໃນປ່າໄມ້ ພາຍໃນ ສປປ ລາວ, ເນື້ອໃນຫຼັກແມ່ນການຄຸ້ມຄອງການພັດທະນາ, ການຢັ້ງຢືນ, ການຊື້ຂາຍ ແລະ ການແບ່ງປັນຜົນປະໂຫຍດ ຂອງສິນເຊື່ອກາກບອນ, ຮຽກຮ້ອງໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ຮັບປະກັນການມີສ່ວນຮ່ວມຂອງລັດ, ວິສາຫະກິດ ແລະ ຊຸມຊົນ.

条文

第ມາດຕາ 1条

第2条 森林碳管理
森林碳管理是指对森林碳相关活动、项目开发和实施、市场、社会和环境保护政策、参与、利益分享的管理,按照国际标准,并符合老挝人民民主共和国的法律和法规。

ພາສາລາວ (老挝语原文)

ມາດຕາ 2 ການຄຸ້ມຄອງກາກບອນປ່າໄມ້
ການຄຸ້ມຄອງກາກບອນປ່າໄມ້ ແມ່ນການຄຸ້ມຄອງບັນດາກິດຈະການ ກ່ຽວກັບກາກບອນປ່າໄມ້, ການພັດທະນາ ແລະ ຈັດຕັ້ງປະຕິບັດໂຄງການ, ການຕະຫຼາດ, ນະໂຍບາຍປົກປ້ອງສັງຄົມ ແລະ ສິ່ງແວດລ້ອມ, ການມີສ່ວນຮ່ວມ, ການແບ່ງປັນຜົນປະໂຫຍດ ຕາມມາດຕະຖານສາກົນ ພ້ອມທັງໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

第ມາດຕາ 2条

第2条 术语解释
本协议中使用的术语含义如下:
1. 政府合作型森林碳项目区域 指投资者获得政府许可开展森林碳业务但非森林土地特许权的林地,与租赁-特许投资区域、矿产开采或水电开发不同;
2. 承认他人在项目区域的权利 指承认在项目区域内通过恢复森林和植树产生碳信用的个人、法人或组织的权利,并确保从森林碳销售中向该权利人分享利益;
3. 减少毁林和森林退化导致的温室气体排放 指减少毁林和森林退化导致的温室气体排放。加号(+)指森林和林地活动,即对森林和林地进行可持续管理、保护、开发和利用,以实现森林碳封存目标;
4. 森林碳 指森林能够吸收的二氧化碳(CO2),以吨/公顷为单位计算;
5. 森林碳信用 指从各项目或活动中减少排放、吸收和封存的二氧化碳(CO2)量,以二氧化碳当量吨(CO2e)为单位计算,并经过减排、吸收和封存量的认证,用于温室气体减排、交易和买卖森林碳信用,符合温室气体减排标准;
6. 森林碳认证 指经过国际组织检查和认证的森林碳;
7. 森林碳所有权 指对通过投资、参与实施森林碳项目产生的碳信用的法律权利,通过购买或从他人转让获得;
8. 二氧化碳(CO2)吸收 指通过树木、植物和森林吸收和封存二氧化碳来减少温室气体;
9. 二氧化碳当量吨(CO2e) 指用于测量温室气体量的标准单位,可通过比较适用于所有温室气体;
10. 独立森林碳认证机构 指在计算和认证减排、吸收和封存温室气体量方面具有专业知识的机构,得到国际认可和认证;
11. 森林碳项目证书 指证明森林碳项目所有者权利的主要文件,森林碳项目证书的有效期贯穿项目期或按合同约定;
12. 相应调整(Corresponding Adjustment) 指一方合同方有意将森林碳转让给其合同方的合同调整的认可和认证机制,符合国际标准。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ພື້ນທີ່ໂຄງການກາກບອນປ່າໄມ້ ແບບຄູ່ຮ່ວມງານກັບລັດຖະບານ ໝາຍເຖິງ ທີ່ດິນປ່າໄມ້ ທີ່ຜູ້ລົງທຶນໄດ້ຮັບອະນຸຍາດຈາກ ລັດຖະບານ ໃຫ້ດຳເນີນທຸລະກິດ ປ່າໄມ້ ດ້ານກາກບອນ ແຕ່ບໍ່ແມ່ນການສຳປະທານທີ່ດິນປ່າໄມ້ ຊຶ່ງມີຄວາມແຕກຕ່າງຈາກພື້ນທີ່ການລົງທຶນເຊົ່າ-ສຳປະທານທີ່ດິນ, ການຂຸດຄົ້ນແຮ່ທາດ ຫຼື ການພັດທະນາໄຟຟ້າພະລັງນໍ້າ;
2. ການຮັບຮູ້ສິດຂອງຜູ້ອື່ນໃນພື້ນທີ່ໂຄງການ ໝາຍເຖິງ ການຮັບຮູ້ສິດຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີການປະກອບສ່ວນໃນການຟື້ນຟູປ່າ ແລະ ປູກໄມ້ ເກີດສິນເຊື່ອກາກບອນໃນພື້ນທີ່ ຂອງໂຄງການ ແລະ ຮັບປະກັນການແບ່ງປັນຜົນປະໂຫຍດ ຈາກການຂາຍກາກບອນປ່າໄມ້ ຕໍ່ຜູ້ມີສິດດັ່ງກ່າວ;
3. ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ ໝາຍເຖິງ ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມ. ສຳລັບເຄື່ອງໝາຍບວກ (+) ໝາຍເຖິງ ກິດຈະການປ່າໄມ້ ແລະ ທີ່ດິນປ່າໄມ້ ຊຶ່ງແມ່ນການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ແບບຍືນຍົງ ເພື່ອເປົ້າໝາຍການເກັບກັກທາດກາກບອນປ່າໄມ້;
4. ກາກບອນປ່າໄມ້ ໝາຍເຖິງ ທາດອາຍກາກໂບນິກ (CO2) ທີ່ປ່າໄມ້ສາມາດດູດຊັບໂດຍໃຊ້ຫົວໜ່ວຍຄິດໄລ່ ເປັນໂຕນ ຕໍ່ ເຮັກຕາ;
5. ສິນເຊື່ອກາກບອນປ່າໄມ້ ໝາຍເຖິງ ປະລິມານການຫຼຸດຜ່ອນການປ່ອຍ, ການດູດຊັບ ແລະ ການເກັບກັກ ທາດອາຍກາກໂບນິກ (CO2) ຊຶ່ງຄິດໄລ່ເປັນຫົວໜ່ວຍ ໂຕນກາກໂບນິກທຽບເທົ່າ (CO2e) ຈາກບັນດາໂຄງການ ຫຼື ກິດຈະການຕ່າງໆ ແລະ ໄດ້ຜ່ານການຮັບຮອງປະລິມານການຫຼຸດຜ່ອນການປ່ອຍ, ການດູດຊັບ ແລະ ການເກັບກັກ ເພື່ອປະກອບສ່ວນການຫຼຸດຜ່ອນທາດອາຍເຮືອນແກ້ວ, ການແລກປ່ຽນ ແລະ ການຄ້າຂາຍ ສິນເຊື່ອກາກບອນປ່າໄມ້ ໂດຍສອດຄ່ອງກັບມາດຕະຖານຫຼຸດຜ່ອນທາດອາຍເຮືອນແກ້ວ;
6. ການຢັ້ງຢືນກາກບອນປ່າໄມ້ ໝາຍເຖິງ ກາກບອນປ່າໄມ້ ທີ່ຜ່ານການກວດສອບ ແລະ ຢັ້ງຢືນ ຈາກອົງການຈັດຕັ້ງສາກົນ;
7. ສິດໃນການຖືຄອງກາກບອນປ່າໄມ້ ໝາຍເຖິງ ສິດ ທາງດ້ານກົດໝາຍ ຕໍ່ສິນເຊື່ອກາກບອນ ທີ່ຜະລິດຂຶ້ນຈາກການລົງທຶນ, ການປະກອບສ່ວນ ໃນການຈັດຕັ້ງປະຕິບັດ ໂຄງການກາກບອນປ່າໄມ້, ໄດ້ຮັບສິດຜ່ານການຊື້ ຫຼື ໄດ້ຮັບການມອບໂອນ ຈາກຜູ້ອື່ນ;
8. ການດູດຊັບທາດອາຍກາກໂບນິກ (CO2) ໝາຍເຖິງ ການຫຼຸດຜ່ອນທາດອາຍເຮືອນແກ້ວ ຜ່ານການດູດຊັບ ແລະ ການເກັບກັກ ທາດອາຍກາກໂບນິກ ຂອງຕົ້ນໄມ້, ພືດ ແລະ ປ່າໄມ້;
9. ໂຕນກາກໂບນິກທຽບເທົ່າ (CO2e) ໝາຍເຖິງ ຫົວໜ່ວຍມາດຕະຖານ ທີ່ຖືກນຳໃຊ້ເພື່ອ ວັດແທກ ປະລິມານທາດອາຍເຮືອນແກ້ວ ແລະ ສາມາດນຳໃຊ້ ໃນທຸກຊະນິດຂອງທາດອາຍເຮືອນແກ້ວ ໂດຍການສົມທຽບ;
10. ໜ່ວຍງານຢັ້ງຢືນກາກບອນປ່າໄມ້ເອກະລາດ ໝາຍເຖິງ ໜ່ວຍງານທີ່ມີ ຄວາມຊຳນານ ກ່ຽວກັບ ການຄິດໄລ່ ແລະ ການຢັ້ງຢືນ ປະລິມານການຫຼຸດຜ່ອນການປ່ອຍ, ການດູດຊັບ ແລະ ການເກັບກັກທາດອາຍເຮືອນແກ້ວ ຊຶ່ງເປັນທີ່ຍອມຮັບ ແລະ ຢັ້ງຢືນຈາກສາກົນ;
11. ໃບຢັ້ງຢືນໂຄງການກາກບອນປ່າໄມ້ ໝາຍເຖິງ ເອກະສານ ທີ່ເປັນຫຼັກຖານຕົ້ນຕໍ ທີ່ຢັ້ງຢືນສິດໃຫ້ແກ່ຜູ້ທີ່ເປັນເຈົ້າຂອງໂຄງການ ກາກບອນປ່າໄມ້ ແລະ ໃບຢັ້ງຢືນ ໂຄງການ ກາກບອນປ່າໄມ້ ມີອາຍຸການນຳໃຊ້ຕະຫຼອດໄລຍະໂຄງການ ຫຼື ຕາມການຕົກລົງໃນສັນຍາ;
12. ຄໍເລດສະປອນດິງແອັດຈັດສະເມັນ (Corresponding Adjustment) ໝາຍເຖິງ ກົນໄກການຮັບຮອງ ແລະ ຢັ້ງຢືນການດັດປັບສັນຍາ ທີ່ຄູ່ສັນຍາ ຝ່າຍໃດໜຶ່ງ ໄດ້ເຈດຕະນາໂອນກາກບອນປ່າໄມ້ ໃຫ້ຄູ່ສັນຍາຂອງຕົນ ຕາມມາດຕະຖານສາກົນ.

第ມາດຕາ 3条

第4条 关于森林碳汇管理工作的原则
森林碳汇管理工作必须确保以下原则:
1. 符合法律、国家经济社会发展计划以及老挝农林部门的战略;
2. 在全国范围内实行集中统一管理;
3. 确保透明、公正、可核查;
4. 确保国家、企业和人民在项目开发的各个阶段的参与,包括个人、法人和组织对项目区域内森林碳汇的权利;
5. 确保利用项目区域内的森林从事其他非毁林活动,如保护性旅游和其他不影响森林碳信用开发的投资形式;
6. 符合技术标准以及老挝人民民主共和国对其作为缔约方的公约和国际条约的义务。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການ ກ່ຽວກັບການຄຸ້ມຄອງວຽກງານກາກບອນປ່າໄມ້
ການຄຸ້ມຄອງ ວຽກງານກາກບອນປ່າໄມ້ ຕ້ອງຮັບປະກັນຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ຍຸດທະສາດ ຂອງພະແນກການກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ;
3. ຮັບປະກັນ ຄວາມໂປ່ງໃສ, ຍຸຕິທຳ, ສາມາດກວດສອບໄດ້;
4. ຮັບປະກັນການມີສ່ວນຮ່ວມຂອງພາກ ລັດ, ບໍລິສັດ ແລະ ປະຊາຊົນ ໃນທຸກບາດກ້າວຂອງການພັດທະນາໂຄງການ ລວມທັງສິດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕໍ່ກາກບອນປ່າໄມ້ ໃນພື້ນທີ່ໂຄງການ;
5. ຮັບປະກັນ ການນຳໃຊ້ປະໂຫຍດຈາກປ່າໄມ້ ໃນພື້ນທີ່ໂຄງການ ເພື່ອກິດຈະກຳອື່ນທີ່ບໍ່ເປັນການທຳລາຍປ່າໄມ້ ເຊັ່ນ ການທ່ອງທ່ຽວອະນຸລັກ ແລະ ຮູບແບບລົງທຶນອື່ນ ທີ່ບໍ່ກະທົບຕໍ່ການພັດທະນາສິນເຊື່ອກາກບອນປ່າໄມ້;
6. ສອດຄ່ອງກັບມາດຕະຖານດ້ານເຕັກນິກ ແລະ ພັນທະຂອງ ສປປ ລາວ ຕໍ່ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

第ມາດຕາ 4条

第4条 适用范围
本协议适用于在老挝人民民主共和国境内从事森林碳汇工作的个人、法人和其他组织。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ກ່ຽວກັບວຽກງານກາກບອນປ່າໄມ້ ໃນ ສປປ ລາວ.

第ມາດຕາ 5条

第5条 标准
森林碳交易必须遵循适合森林管理状况且符合老挝人民民主共和国法律的国际标准,包括:规定的标准、自愿森林碳标准以及国际森林碳基金定期制定的原则和规则。

ພາສາລາວ (老挝语原文)

ມາດຕາ 5 ມາດຕະຖານ
ການຄ້າຂາຍ ກາກບອນປ່າໄມ້ ຕ້ອງປະຕິບັດຕາມ ມາດຕະຖານ ສາກົນ ທີ່ແທດເໝາະກັບສະພາບ
ການຄຸ້ມຄອງປ່າໄມ້ ແລະ ສອດຄ່ອງ ກັບກົດໝາຍຂອງ ສປປ ລາວ ເປັນຕົ້ນ ມາດຕະຖານ ຂອງ ຜບ
ກຳນົດ, ມາດຕະຖານສຳລັບກາກບອນປ່າໄມ້ ແບບສະໝັກໃຈ ແລະ ລະບຽບຫຼັກການ ຂອງກອງທຶນກາກ
ບອນປ່າໄມ້ ສາກົນ ທີ່ກຳນົດ ເປັນແຕ່ລະໄລຍະ.

第ມາດຕາ 6条

第6条 社会与环境保护政策
投资者在林业碳汇工作中必须制定社会与环境保护计划,通过编制社会与环境影响评估报告,制定社会与环境管理计划,以减少和减轻对社会与环境的影响,并让国家和人民组织参与;提升性别平等、各族裔人民的作用以及申诉机制,使其符合各时期国际标准所规定的条件,且为买方所接受。

ພາສາລາວ (老挝语原文)

ມາດຕາ 6 ນະໂຍບາຍການປົກປ້ອງ ສັງຄົມ ແລະ ສິ່ງແວດລ້ອມ
ຜູ້ລົງທຶນ ວຽກງານກາກບອນປາໄມ້ ຕ້ອງພັດທະນາແຜນງານປົກປ້ອງ ສັງຄົມ ແລະ ສິ່ງແວດລ້ອມ ດ້ວຍການ ສ້າງບົດລາຍງານປະເມີນຜົນກະທົບ ສັງຄົມ ແລະ ສິ່ງແວດລ້ອມ, ສ້າງແຜນການຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ເພື່ອຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ໂດຍການມີສ່ວນຮ່ວມ ຂອງອົງການຈັດຕັ້ງ ລັດ ແລະ ປະຊາຊົນ; ຍົກສູງ ບົດບາດ ຍິງ ຊາຍ, ປະຊາຊົນບັນດາເຜົ່າ ແລະ ກົນໄກການຮ້ອງທຸກ ໃຫ້ໄດ້ຕາມເງື່ອນໄຂ ຂອງແຕ່ລະມາດຕະຖານສາກົນ ທີ່ກຳນົດເປັນແຕ່ລະໄລຍະ ຊຶ່ງແມ່ນຜູ້ຊື້ສາມາດຍອມຮັບໄດ້.

第ມາດຕາ 7条

第7条 国际森林碳基金

国际森林碳基金用于对森林碳项目开发者的绩效支付,这些开发者可以是以政府或组织名义,具有特定规则且不遵循碳市场机制,这些基金既有短期也有长期,例如:森林碳伙伴基金(Forest Carbon Partnership Facility)、绿色气候基金(Green Climate Fund)用于绩效支付、世界银行的生物碳基金倡议可持续森林景观(World Bank's BioCarbon Fund Initiative for Sustainable Forest Landscapes);

获取这些基金必须有特定的项目开发原则,预先确定森林碳信用价格而不基于市场原则,对使用和财务利益分享有严格的原则。

ພາສາລາວ (老挝语原文)

ມາດຕາ 7 ກອງທຶນກາກບອນປ່າໄມ້ສາກົນ

ກອງທຶນກາກບອນປ່າໄມ້ສາກົນ ສຳລັບການຈ່າຍຕອບແທນຕາມຜົນງານ ຂອງຜູ້ພັດທະນາໂຄງການກາກບອນປ່າໄມ້ ຊຶ່ງຈະເປັນໃນນາມ ລັດຖະບານ ຫຼື ອົງການຈັດຕັ້ງ ມີລະບຽບການສະເພາະ ແລະ ບໍ່ເປັນໄປຕາມກົນໄກຕະຫຼາດກາກບອນ, ກອງທຶນເຫຼົ່ານັ້ນມີທັງໄລຍະສັ້ນ ແລະ ໄລຍະຍາວ ເຊັ່ນ: ກອງທຶນຄູ່ຮ່ວມກາກບອນປ່າໄມ້ (Forest Carbon Partnership Facility), ກອງທຶນດິນຟ້າອາກາດສີຂຽວ (Green Climate Fund) ສຳລັບການຈ່າຍຕອບແທນຕາມຜົນງານ, ກອງທຶນປະຕິບັດການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຂອງທະນາຄານໂລກ (World Bank's BioCarbon Fund Initiative for Sustainable Forest Landscapes);

ການເຂົ້າເຖິງ ກອງທຶນເຫຼົ່ານັ້ນ ຕ້ອງມີຫຼັກການສະເພາະ ສຳລັບການພັດທະນາໂຄງການ, ກຳນົດລາຄາສິນເຊື່ອກາກບອນປ່າໄມ້ລ່ວງໜ້າ ໂດຍບໍ່ໄດ້ອີງໃສ່ຫຼັກການຕະຫຼາດ, ມີຫຼັກການເຂັ້ມງວດ ສຳລັບການນຳໃຊ້ ແລະ ການແບ່ງປັນຜົນປະໂຫຍດທາງດ້ານການເງິນ.

第ມາດຕາ 8条

第8条 森林碳市场
森林碳可以通过强制性市场和自愿性市场机制进行交易。
强制性市场是指买方和卖方之间通过森林碳信用交易市场进行的森林碳交易,该交易必须符合森林碳信用市场的条件和规定以及温室气体减排义务。目前,进入强制性市场的潜力仍然有限,且尚未有详细规定。
自愿性市场是指买方和卖方之间根据国际温室气体减排标准直接进行碳信用交易,该市场不通过P 066规定的标准。

ພາສາລາວ (老挝语原文)

ມາດຕາ 8 ຕະຫຼາດກາກບອນປ່າໄມ້
ກາກບອນປ່າໄມ້ ສາມາດຄ້າຂາຍ ຜ່ານກົນໄກ ຕະຫຼາດແບບບັງຄັບ ແລະ ຕະຫຼາດແບບສະໝັກໃຈ.
ຕະຫຼາດແບບບັງຄັບ ແມ່ນ ການຕົກລົງ ຄ້າຂາຍ ກາກບອນປ່າໄມ້ ລະຫວ່າງ ຜູ້ຊື້ ກັບຜູ້ຂາຍ ໂດຍຜ່ານຕະຫຼາດຄ້າຂາຍ ສິນເຊື່ອກາກບອນປ່າໄມ້ ຊຶ່ງການຄ້າຂາຍດັ່ງກ່າວ ຕ້ອງເປັນໄປຕາມເງື່ອນໄຂ, ລະບຽບການ ຂອງຕະຫຼາດສິນເຊື່ອກາກບອນປ່າໄມ້ ແລະ ພັນທະການຫຼຸດຜ່ອນທາດອາຍເຮືອນແກ້ວ. ປັດຈຸບັນ ທ່າແຮງການເຂົ້າເຖິງຕະຫຼາດແບບບັງຄັບ ຍັງຈຳກັດ ແລະ ຍັງບໍ່ທັນມີການກຳນົດລະອຽດ.
ຕະຫຼາດແບບສະໝັກໃຈ ແມ່ນ ການຕົກລົງຄ້າຂາຍ ສິນເຊື່ອກາກບອນ ກັນໂດຍກົງ ລະຫວ່າງ ຜູ້ຊື້ ກັບຜູ້ຂາຍ ຕາມມາດຕະຖານ ການຫຼຸດຜ່ອນທາດອາຍເຮືອນແກ້ວຂອງສາກົນ ຊຶ່ງຕະຫຼາດດັ່ງກ່າວ ແມ່ນບໍ່ໄດ້ຜ່ານມາດຕະຖານ ຂອງ ປ 066 ກຳນົດ.

第ມາດຕາ 9条

第9条 森林碳汇活动
森林碳汇活动是指以各种形式投资合作开发森林碳汇项目,以获得森林碳信用并减少林业部门的温室气体排放,以实现经济或环境效益。
在老挝人民民主共和国的森林碳汇活动包括:
1. 政府与发展伙伴之间的合作;
2. 森林碳汇投资。

ພາສາລາວ (老挝语原文)

ມາດຕາ 9 ກິດຈະການ ກາກບອນປ່າໄມ້
ກິດຈະການ ກາກບອນປ່າໄມ້ ແມ່ນການລົງທຶນໃນການຮ່ວມມື ການພັດທະນາໂຄງການ ກາກບອນປ່າໄມ້ ໃນຮູບແບບຕ່າງໆ ເພື່ອສິນເຊື່ອກາກບອນປ່າໄມ້ ແລະ ຫຼຸດຜ່ອນທາດອາຍເຮືອນແກ້ວ ໃນຂະແໜງການປ່າໄມ້ ເພື່ອຜົນປະໂຫຍດ ທາງດ້ານເສດຖະກິດ ຫຼື ສິ່ງແວດລ້ອມ.
ກິດຈະການ ກາກບອນປ່າໄມ້ ຢູ່ ສປປ ລາວ ປະກອບດ້ວຍ:
1. ການຮ່ວມມື ລະຫວ່າງ ລັດຖະບານ ກັບ ຄູ່ຮ່ວມພັດທະນາ;
2. ການລົງທຶນກາກບອນປ່າໄມ້.

第ມາດຕາ 10条

第10条 政府与发展伙伴之间的合作

政府与发展伙伴之间的合作包括双边和多边合作,这两种类型均基于国际碳基金的条件和原则以及老挝人民民主共和国作为缔约方的国际条约/公约。

来自政府与发展伙伴之间合作的碳信用的使用不遵循市场机制,而是取决于双方共同签署的协议,并作为基础,为执行国家计划、为自身国家应对气候变化问题做出贡献,如《巴黎协定》第6.2条所规定。

政府与发展伙伴之间的合作可设立合资企业,以根据老挝人民民主共和国相关法律法规执行森林碳活动的各项活动。

ພາສາລາວ (老挝语原文)

ມາດຕາ 10 ການຮ່ວມມື ລະຫວ່າງ ລັດຖະບານ ກັບຄູ່ຮ່ວມພັດທະນາ

ການຮ່ວມມື ລະຫວ່າງ ລັດຖະບານ ກັບ ຄູ່ຮ່ວມພັດທະນາ ປະກອບມີ ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ຊຶ່ງທັງສອງປະເພດນີ້ ແມ່ນອີງໃສ່ເງື່ອນໄຂ ແລະ ຫຼັກການກອງທຶນກາກບອນສາກົນ ແລະ ສັນຍາ/ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ການນຳໃຊ້ສິນເຊື່ອກາກບອນ ຈາກການຮ່ວມມື ລະຫວ່າງ ລັດຖະບານ ກັບ ຄູ່ຮ່ວມພັດທະນາ ບໍ່ ເປັນໄປຕາມກົນໄກການຕະຫຼາດ ແຕ່ຂຶ້ນກັບສັນຍາ ທີ່ສອງຝ່າຍເຊັນຮ່ວມກັນ ແລະ ເປັນພື້ນຖານ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດ ຂອງປະເທດຕົນເອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 6.2 ຂອງ ສັນຍາ ປາຣີ.

ການຮ່ວມມື ລະຫວ່າງ ລັດຖະບານ ກັບ ຄູ່ຮ່ວມພັດທະນາ ອາດສ້າງບໍລິສັດຮ່ວມທຶນ ເພື່ອຈັດຕັ້ງ ປະຕິບັດບັນດາກິດຈະກຳຂອງກິດຈະການກາກບອນປ່າໄມ້ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ຂອງ ສປປ ລາວ.

第ມາດຕາ 11条

第11条 森林碳投资

森林碳投资是国家直接投资以及政府与私营部门、政府与国际组织或政府与社区或社区自身之间的联合投资,旨在在三种森林类型内外创造森林碳信用。

森林碳投资不是投资者对森林、林地和其它森林资源的垄断权;林业部门可以将项目区域用于不破坏森林碳信用创造的其他活动,例如:保护性旅游和其它形式。

至于政府与其他方之间的联合投资,以合作伙伴形式进行,而不是土地特许形式,这不同于与土地使用相关的其他部门的投资,例如:农业、采矿和建设水电站。

ພາສາລາວ (老挝语原文)

ມາດຕາ 11 ການລົງທຶນກາກບອນປ່າໄມ້

ການລົງທຶນກາກບອນປ່າໄມ້ ແມ່ນການລົງທຶນຂອງລັດ ໂດຍກົງ ແລະ ການລົງທຶນຮ່ວມ ລະຫວ່າງລັດຖະບານ ກັບ ເອກະຊົນ, ລັດຖະບານ ກັບ ອົງການຈັດຕັ້ງສາກົນ ຫຼື ລັດຖະບານ ກັບ ຊຸມຊົນ ຫຼື ຊຸມຊົນເອງ ເພື່ອສ້າງສິນເຊື່ອກາກບອນປ່າໄມ້ ຢູ່ ໃນ ແລະ ນອກ ສາມປະເພດປ່າ.

ການລົງທຶນກາກບອນປ່າໄມ້ ບໍ່ແມ່ນການຜູກຂາດສິດ ຂອງຜູ້ລົງທຶນຕໍ່ປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ອື່ນ ຊຶ່ງຂະແໜງການປ່າໄມ້ ສາມາດນຳເອົາພື້ນທີ່ ຂອງໂຄງການເຂົ້າໃນກິດຈະການອື່ນ ທີ່ບໍ່ເປັນການທຳລາຍ ການສ້າງສິນເຊື່ອ ກາກບອນປ່າໄມ້ ເຊັ່ນ: ການທ່ອງທ່ຽວອະນຸລັກ ແລະ ຮູບແບບອື່ນໆ.

ສ່ວນການລົງທຶນຮ່ວມ ລະຫວ່າງ ລັດຖະບານ ແລະ ພາກສ່ວນອື່ນ ແມ່ນດຳເນີນໃນຮູບແບບເປັນຄູ່ຮ່ວມງານ ແລະ ບໍ່ແມ່ນຮູບແບບການສຳປະທານທີ່ດິນ ຊຶ່ງແຕກຕ່າງກັບການລົງທຶນຂະແໜງການອື່ນ ທີ່ຕິດພັນກັບການນຳໃຊ້ທີ່ດິນ ເຊັ່ນ: ກະສິກຳ, ການຂຸດຄົ້ນບໍ່ແຮ່ ແລະ ການສ້າງເຂື່ອນໄຟຟ້າ.

第ມາດຕາ 12条

第12条 投资者条件
能够提出森林碳汇投资的投资者,必须符合相关法律法规规定的一般投资条件,并具备以下森林碳汇投资的特定条件:
1. 是依法注册成立的公司;
2. 持有农林部颁发的森林碳汇交易营业执照;
3. 咨询公司必须在老挝人民民主共和国持有咨询营业执照;
4. 投资申请人必须具备与森林资源、生物多样性相关的经验或活动,并了解与社区合作开展森林碳汇投资的工作;
5. 投资者必须预先投资于森林管理工作;
6. 投资者必须具备技术专业能力,能够进入森林碳汇交易市场,并在老挝人民民主共和国的一家商业银行开立专用账户,依法规定;
7. 投资者必须财务稳健,拥有适当的资金投资于森林碳汇工作,并能够按照法规为森林管理提供资金;
8. 对于投资于植树造林的公司,必须持有自己长期的土地使用证(地契),用于项目及/或村庄森林土地租赁特许合同,该合同须经林业司或农林部认可;
9. 申请投资的地块不得与其他项目(包括政府间项目)重叠,若与国家或地方项目重叠,须在国际组织机制或国际倡议机制下采用按绩效付费模式,该机制的所有规则和原则必须得到严格执行;
10. 申请投资的地块必须是林业司或农林部批准开展森林碳汇工作的林地。

ພາສາລາວ (老挝语原文)

ມາດຕາ 12 ເງື່ອນໄຂຂອງຜູ້ລົງທຶນ
ຜູ້ລົງທຶນ ທີ່ສາມາດສະເໜີ ການລົງທຶນກາກບອນປ່າໄມ້ ຕ້ອງຜ່ານບັນດາເງື່ອນໄຂດ້ານການລົງທຶນທົ່ວໄປ ຕາມທີ່ກຳນົດໄວ້ໃນກົດໝາຍ, ລະບຽບການ ກ່ຽວຂ້ອງ ແລະ ມີເງື່ອນໄຂການລົງທຶນສະເພາະຂອງກາກບອນປ່າໄມ້ ດັ່ງນີ້:
1. ເປັນບໍລິສັດ ທີ່ໄດ້ຈົດທະບຽນວິສະຫະກິດ ຢ່າງຖືກຕ້ອງ;
2. ມີໃບທະບຽນດຳເນີນທຸລະກິດ ສຳລັບການຄ້າຂາຍກາກບອນປ່າໄມ້ ຈາກກະຊວງກະສິກຳ ແລະ ປ່າໄມ້;
3. ສຳລັບບໍລິສັດທີ່ປຶກສາ ຕ້ອງມີໃບທະບຽນດຳເນີນທຸລະກິດທີ່ປຶກສາ ຢູ່ ສປປ ລາວ;
4. ຜູ້ສະເໜີລົງທຶນ ຕ້ອງມີປະສົບການ ຫຼື ໄດ້ເຄື່ອນໄຫວຕິດພັນກັບຊັບພະຍາກອນປ່າໄມ້, ຊີວະນາໆພັນ ແລະ ເຂົ້າໃຈການເຮັດວຽກກັບຊຸມຊົນ ດ້ານການລົງທຶນກາກບອນປ່າໄມ້;
5. ຜູ້ລົງທຶນ ຕ້ອງລົງທຶນລ່ວງໜ້າໃສ່ວຽກງານຄຸ້ມຄອງປ່າໄມ້;
6. ຜູ້ລົງທຶນ ຕ້ອງມີຄວາມພ້ອມທາງດ້ານເຕັກນິກວິຊາການ ແລະ ສາມາດເຂົ້າເຖິງຕະຫຼາດ ຄ້າຂາຍກາກບອນປ່າໄມ້ ໄດ້ເປີດບັນຊີສະເພາະ ຢູ່ທະນາຄານທຸລະກິດໃດໜຶ່ງ ໃນ ສປປ ລາວ ຕາມກົດໝາຍກຳນົດ;
7. ຜູ້ລົງທຶນ ຕ້ອງມີຄວາມໝັ້ນຄົງທາງດ້ານການເງິນ ແລະ ມີທຶນເໝາະສົມໃນການລົງທຶນໃສ່ວຽກງານກາກບອນປ່າໄມ້ ແລະ ສາມາດປະກອບສ່ວນເງິນທຶນໃນການຄຸ້ມຄອງປ່າໄມ້ ຕາມລະບຽບການ;
8. ສຳລັບບໍລິສັດທີ່ຈະລົງທຶນໃນການປູກໄມ້ ຕ້ອງມີໃບຢັ້ງຢືນການນຳໃຊ້ທີ່ດິນ (ໃບຕາດິນ) ໄລຍະຍາວທີ່ເປັນຂອງຕົນເອງ, ສຳລັບໂຄງການ ແລະ/ຫຼື ສັນຍາການເຊົ່າສຳປະທານທີ່ດິນປ່າໄມ້ຂອງບ້ານ ທີ່ເຊັນຮັບຮູ້ໂດຍກົມປ່າໄມ້ ຫຼື ກະຊວງກະສິກຳ ແລະ ປ່າໄມ້;
9. ພື້ນທີ່ ທີ່ຂໍອະນຸຍາດລົງທຶນ ຕ້ອງບໍ່ທັບຊ້ອນກັບພື້ນທີ່ຂອງໂຄງການອື່ນໆ ລວມທັງໂຄງການລະຫວ່າງ ລັດຖະບານ ຕໍ່ກັບລັດຖະບານ ຖ້າຫາກມີການຊ້ຳຊ້ອນກັບໂຄງການລະດັບຊາດ ຫຼື ລະດັບທ້ອງຖິ່ນ ມີຮູບແບບການຈ່າຍຕາມຜົນງານ ພາຍໃຕ້ກົນໄກ ຂອງອົງການຈັດຕັ້ງສາກົນ ຫຼື ກົນໄກລິເລີ່ມສາກົນ, ທຸກໆລະບຽບຫຼັກການຂອງກົນໄກດັ່ງກ່າວຕ້ອງໄດ້ຖືກປະຕິບັດຢ່າງເດັ່ງຊັດ;
10. ພື້ນທີ່ ທີ່ຂໍອະນຸຍາດລົງທຶນ ຕ້ອງເປັນພື້ນທີ່ປ່າໄມ້ ຊຶ່ງກົມປ່າໄມ້ ຫຼື ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອະນຸມັດໃຫ້ດຳເນີນວຽກງານກາກບອນປ່າໄມ້.

本页展示前 12 条,全文共 41 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译