沙湾拿吉省农业用地管理与使用协议

ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ ຢູ່ແຂວງ ສະຫວັນນະເຂດ

Savannakhet Province Agricultural Land Management and Use Agreement

简介

该协议调整沙湾拿吉省农业用地的管理与使用,核心内容包括农业用地定义、分类、管理原则、国家政策及适用范围,旨在保障粮食安全和促进商品化生产。

Summary

This agreement governs the management and use of agricultural land in Savannakhet Province, with core contents including agricultural land definitions, classification, management principles, national policies, and scope of application, aiming to ensure food security and promote commercial production.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳໃນແຂວງສະຫວັນນະເຂດ, ເນັ້ນໃສ່ການກຳນົດນິຍາມ, ການຈັດປະເພດ, ຫຼັກການຄຸ້ມຄອງ, ນະໂຍບາຍແຫ່ງຊາດ ແລະ ຂອບເຂດການນຳໃຊ້ທີ່ດິນກະສິກຳ, ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງເສີມການຜະລິດແບບສິນຄ້າ.

条文

第ມາດຕາ 1条

第2条 关于农业用地管理和使用的含义

指确定和标定粮食生产区、商品生产区的农业用地,规划和管理使用,使其符合地理位置、符合农业生产和省级土地分配总体规划,在与各有关部门和地方行政机构统一的基础上,确保农业用地的管理和使用能够满足粮食生产和商品化农业生产的需要。

ພາສາລາວ (老挝语原文)

ມາດຕາ 2 ຄວາມໝາຍ ກ່ຽວກັບ ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ

ໝາຍເຖິງການກຳນົດ ແລະ ປັກຫຼັກໝາຍທີ່ດິນກະສິກຳເຂດຜະລິດສະບຽງອາຫານ, ເຂດຜະລິດເປັນສິນຄ້າ ວາງແຜນ ແລະ ຄຸ້ມຄອງການນຳໃຊ້ ໃຫ້ສອດຄ່ອງກັບທີ່ຕັ້ງ, ສອດຄ່ອງກັບການຜະລິດກະສິກຳ ແລະ ແຜນແມ່ບົດຈັດສັນທີ່ດິນຂອງແຂວງ ບົນພື້ນຖານຄວາມເປັນເອກະພາບ ກັບບັນດາພະແນກການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ ສາມາດຕອບສະໜອງ ໃຫ້ແກ່ການຜະລິດສະບຽງອາຫານ ແລະ ການຜະລິດກະສິກຳເປັນສິນຄ້າ.

第ມາດຕາ 2条

第2条 术语解释

1. 农业用地是指为用于种植、养殖、渔业、灌溉和农业科研实验而确定的土地;

- 种植用地是指用于种植水稻、粮食作物-商品作物、工业原料作物、用材林、工业用材林等的土地;

- 养殖用地是指用作牧场、养殖场、鱼塘-水产养殖等的土地;

- 农业科研实验用地是指在农业技术服务中心-站内用于农业科研实验的土地;

- 灌溉用地是指用于灌溉系统的土地,包括:灌溉渠道、各类抽水站-电力抽水服务于生产、沼泽、池塘、水库、溢流坝和水坝用于农业。

2. 农业用地管理是指通过收集土地信息、制定规章、确定管理措施、检查、评估自然灾害、环境和社会影响,使农业用地得到合理分配和保护,符合目标的过程;

3. 农业用地使用是指个人、法人或组织对农业用地的利用,包括从经批准的各类农业用地中获得的开发收益,按照农业用地分配和使用计划,在法律规章和技术规范内正确实现目标;

4. 农业用地开发是指通过投资基础设施建设、劳动力、物资、资金、技术,改善农业用地,使土地质量良好,适合农业生产,能够提高产量和质量;

5. 农业用地登记簿是指将各类农业用地统计数据收集到登记簿和土地登记数据库中,以跟踪动态变化、农业用地使用目标变更,并作为登记、依法缴纳土地使用费、颁发农业用地使用证书的基础信息;

6. 农业用地使用证书是指证明农业用地使用正确性、履行纳税义务、保护和开发农业用地的文件,颁发给个人、法人或组织,由县、市农业和林业办公室出具;

7. 农业用地开发证书是指跟踪、检查农业用地使用是否符合目标、高效和有效的文件,主要包括按照清洁、绿色、可持续农业方向进行农业生产投资;

8. 粮食生产是指为家庭消费而生产,并有剩余储存、出售,以改善各族人民的日常生活;

9. 商品化生产是指为销售而生产,采用先进技术,有生产计划,与市场挂钩,按标准生产,有明确合同,有保障的资金来源;

10. 肥沃土壤是指具有足够的化学、物理和生物性质,适合植物生长的土壤;

11. 退化土壤是指由于土壤各种性质不适合植物生长,处于不利于农业生产状态的土壤;

12. 农业土壤改良是指通过使用各种肥料,如:厩肥、堆肥、绿肥、草木灰、塘泥、泥炭和石灰,使土壤肥沃,能够长期有效用于种植和养殖。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ

1. ທີ່ດິນກະສິກຳ ໝາຍເຖິງ ທີ່ດິນກຳນົດໄວ້ ເພື່ອນຳໃຊ້ເຂົ້າໃນການປູກຝັງ, ລ້ຽງສັດ, ປະມົງ, ຊົນລະປະທານ ແລະ ການຄົ້ນຄວ້າທົດລອງດ້ານກະສິກຳ;

- ທີ່ດິນສຳລັບການປູກຝັງ ໝາຍເຖິງ ດິນທີ່ນຳໃຊ້ເຂົ້າໃນການປູກເຂົ້າ, ປູກພືດສະບຽງອາຫານ-ສິນຄ້າ, ປູກພືດອຸດສາຫະກຳ, ປູກໄມ້ໃຫ້ບນາກ, ປູກໄມ້ອຸດສາຫະກຳ ແລະ ອື່ນໆ;

- ທີ່ດິນສຳລັບການລ້ຽງສັດ ໝາຍເຖິງ ດິນທີ່ນຳໃຊ້ເປັນ ທົ່ງຫຍ້າລ້ຽງສັດ, ຟາມລ້ຽງສັດ, ໜອງເພື່ອລ້ຽງປາ-ສັດນ້ຳ ແລະ ອື່ນໆ;

- ທີ່ດິນສຳລັບການຄົ້ນຄວ້າທົດລອງດ້ານກະສິກຳ ໝາຍເຖິງ ດິນທີ່ນຳໃຊ້ໃນ ການຄົ້ນຄວ້າທົດລອງດ້ານກະສິກຳ ຢູ່ພາຍໃນສູນ-ສະຖານີບໍລິການເຕັກນິກກະສິກຳ;

- ທີ່ດິນສຳລັບການຊົນລະປະທານ ໝາຍເຖິງ ດິນທີ່ນຳໃຊ້ໃນລະບົບຊົນລະປະທານມີ: ຄອງຊົນລະປະທານ, ຫົວງານປະເພດໃດບັນໄຟຟ້າ-ການສູບນ້ຳຮັບໃຊ້ການຜະລິດ, ບຶງ, ໜອງ, ອ່າງເກັບນ້ຳ, ຝາຍນ້ຳລົ້ນ ແລະ ເຂື່ອນ ສຳລັບການກະສິກຳ.

2. ການຄຸ້ມຄອງທີ່ດິນກະສິກຳ ໝາຍເຖິງ ຂະບວນການທີ່ເຮັດໃຫ້ ທີ່ດິນກະສິກຳໄດ້ມີການຈັດສັນ ແລະ ຮັບການປົກປັກຮັກສາ ໃຫ້ຖືກຕ້ອງຕາມເປົ້າໝາຍ ດ້ວຍການເກັບກຳຂໍ້ມູນທີ່ດິນ, ວາງລະບຽບການ, ກຳນົດມາດຕະການ ໃນການຄຸ້ມຄອງ, ກວດກາ, ປະເມີນຜົນກະທົບຕ້ານທຳມະຊາດ, ສິ່ງແວດລ້ອມ ແລະ ສັງຄົມ ຢ່າງມີປະສິດທິຜົນ;

3. ການນຳໃຊ້ທີ່ດິນກະສິກຳ ໝາຍເຖິງ ການຊົມໃຊ້ ທີ່ດິນກະສິກຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ເຊິ່ງໃນນັ້ນແມ່ນລວມທັງການພັດທະນາ ທີ່ໄດ້ຮັບຜົນປະໂຫຍດຈາກທີ່ດິນກະສິກຳແຕ່ລະປະເພດທີ່ໄດ້ຮັບອະນຸຍາດ ຕາມການຈັດສັນ ແລະ ວາງແຜນການນຳໃຊ້ທີ່ດິນກະສິກຳ ເຂົ້າໃນເປົ້າໝາຍໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ເຕັກນິກວິຊາການ;

4. ການພັດທະນາທີ່ດິນກະສິກຳ ໝາຍເຖິງ ການປັບປຸງທີ່ດິນກະສິກຳ ດ້ວຍການລົງທຶນການກໍ່ສ້າງພື້ນຖານໂຄງລ່າງ, ແຮງງານ, ວັດຖຸ, ທຶນຮອນ, ເຕັກນິກວິຊາການ, ເພື່ອເຮັດໃຫ້ດິນມີຄຸນນະພາບດີ, ແທດເໝາະກັບການຜະລິດກະສິກຳ ສາມາດເພີ່ມປະລິມານ ແລະ ຄຸນນະພາບຂອງຜົນຜະລິດໃຫ້ສູງຂຶ້ນ;

5. ປຶ້ມສຳມະໂນທີ່ດິນກະສິກຳ ໝາຍເຖິງ ເອກະສານເກັບກຳສະຖິຕິຕອນດິນກະສິກຳປະເພດຕ່າງໆ ເຂົ້າໃນປຶ້ມສຳມະໂນຄົວ ແລະ ຖານຂໍ້ມູນສຳມະໂນທີ່ດິນ ເພື່ອຕິດຕາມສະພາບການເຄື່ອນໄຫວ, ປ່ຽນແປງເປົ້າໝາຍການນຳໃຊ້ທີ່ດິນກະສິກຳ ແລະ ເປັນຂໍ້ມູນພື້ນຖານໃນການຂຶ້ນທະບຽນ, ເສຍຄ່າທຳນຽມນຳໃຊ້ທີ່ດິນ ຕາມກົດໝາຍ ແລະ ອອກໃບຢັ້ງຢືນການນຳໃຊ້ທີ່ດິນກະສິກຳ;

6. ໃບຢັ້ງຢືນນຳໃຊ້ທີ່ດິນກະສິກຳ ໝາຍເຖິງ ເອກະສານຢັ້ງຢືນຄວາມຖືກຕ້ອງ ຂອງການນຳໃຊ້ທີ່ດິນກະສິກຳ, ການປະຕິບັດພັນທະອາກອນ, ການປົກປັກຮັກສາ ແລະ ພັດທະນາ ທີ່ດິນກະສິກຳ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ໂດຍແມ່ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະຄອນ ເປັນຜູ້ອອກໃຫ້;

7. ໃບຢັ້ງຢືນການພັດທະນາທີ່ດິນກະສິກຳ ໝາຍເຖິງ ເອກະສານຕິດຕາມ, ກວດກາການນຳໃຊ້ທີ່ດິນກະສິກຳ ຢ່າງຖືກຕ້ອງຕາມເປົ້າໝາຍ, ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີ ເປັນຕົ້ນແມ່ນການລົງທຶນໃນການຜະລິດກະສິກຳ ຕາມທິດກະສິກຳສະອາດ, ສີຂຽວ ຍືນຍົງ;

8. ການຜະລິດສະບຽງອາຫານ ໝາຍເຖິງ ການຜະລິດເພື່ອບໍລິໂພກ ພາຍໃນຄອບຄົວ ແລະ ມີສ່ວນເຫຼືອແຮໄວ້, ນຳໄປຂາຍ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ້າປະຈຳວັນ;

9. ການຜະລິດເປັນສິນຄ້າ ໝາຍເຖິງ ການຜະລິດເພື່ອຂາຍ ໂດຍນຳໃຊ້ເຕັກນິກວິຊາການໃຫທີ່ທັນສະໄໝ, ມີການວາງແຜນການຜະລິດ, ຕິດພັນກັບການຕະຫຼາດ ຜະລິດຕາມມາດຖານກຳນົດ, ມີສັນຍາແນ່ນອນ, ມີແຫຼ່ງທຶນທີ່ຮັບປະກັນ;

10. ດິນທີ່ມີຄວາມອຸດົມສົມບູນ ໝາຍເຖິງ ດິນທີ່ມີຄຸນສົມບັດທາງດ້ານເຄມີ, ຟິຊີກ ແລະ ຊີວະວິທະຍາ ທີ່ພຽງພໍ ສຳລັບການຈະເລີນເຕີບໂຕຂອງພືດ;

11. ດິນເຊື່ອມໂຊມ ໝາຍເຖິງ ດິນທີ່ຢູ່ໃນສະພາບທີ່ບໍ່ເອື້ອອຳນວຍຕໍ່ການຜະລິດກະສິກຳ ເນື່ອງຈາກຄຸນສົມບັດຕ່າງໆຂອງດິນບໍ່ເໝາະສົມຕໍ່ການຈະເລີນເຕີບໂຕຂອງພືດ;

12. ການປັບປຸງດິນກະສິກຳ ໝາຍເຖິງ ເຮັດໃຫ້ດິນມີຄວາມອຸດົມສົມບູນ ສາມາດນຳໃຊ້ຢ່າງຍາວນານ ແລະ ມີປະສິດທິຜົນ ໃນການປູກຝັງ, ລ້ຽງສັດ ດ້ວຍການນຳໃຊ້ຝຸ່ນຕ່າງໆ ເຊັ່ນ: ຝຸ່ນຄອກ, ຝຸ່ນບົມ, ຝຸ່ນພືດສົດ, ຂີ້ເຈຍ, ດິນກົນໜອງ, ຖ່ານຕົມ ແລະ ຫີນກາວ.

第ມາດຕາ 3条

第4条 国家管理和使用农业用地的政策

1. 国家鼓励个人、法人以及国内外的公共和私营部门通过制定政策、方法和各种措施,如教育、资金、劳动力、物资、技术、基础设施建设及良好治理,为保护、开发和使用土地做出有效贡献;

2. 国家对贫困家庭和农业优先区域(包括已宣布为灾区的区域)减免农业用地使用登记、颁发使用证及水田使用费方面的费用和服务费;

3. 国家推动和促进人力资源开发、环境友好型科学技术研究以及各民族人民智慧的发展,以更好地管理、保护、使用、开发和恢复农业用地质量;

4. 国家鼓励老挝建国阵线、群众组织、社会组织、媒体和人民参与监督和实施与农业用地相关的政策、法律和法规。

ພາສາລາວ (老挝语原文)

ມາດຕາ 4 ນະໂຍບາຍຂອງລັດ ໃນການຄຸ້ມຄອງ ແລະ ນຳໃຊ້ ທີ່ດິນກະສິກຳ

1. ລັດ ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາກລັດ ແລະ ເອກະຊົນ ພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນການປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ທີ່ດິນ ໃຫ້ມີປະສິດທິຜົນ ດ້ວຍການວາງນະໂຍບາຍ, ວິທີການ ແລະ ມາດຕະການຕ່າງໆ ເຊັ່ນ: ການສຶກສາອົບຮົມ, ການສົ່ງເສີມດ້ານທຶນຮອນ, ແຮງງານ, ວັດຖຸ, ເຕັກນິກ-ເຕັກໂນໂລຊີ, ການກໍ່ສ້າງໂຄງລ່າງພື້ນຖານ ແລະ ການຄຸ້ມຄອງບໍລິຫານທີ່ດີ;

2. ລັດ ຫຼຸດຜ່ອນ ຫຼື ຍົກເວັ້ນຄ່າທຳນຽມ ແລະ ຄ່າບໍລິການສຳຫຼວດ-ວັດແທກ ຂຶ້ນທະບຽນອອກໃບຢັ້ງຢືນນຳໃຊ້ທີ່ດິນກະສິກຳ ແລະ ການເສຍຄ່າທຳນຽມນຳໃຊ້ທີ່ດິນນາ ໃຫ້ແກ່ຄອບຄົວທຸກຍາກ ແລະ ໃນເຂດບູລິມະສິດກະສິກຳ ລວມທັງເຂດທີ່ໄດ້ປະກາດເປັນໄພພິບັດ;

3. ລັດ ຊຸກຍູ້, ສົ່ງເສີມ ໃຫ້ມີການພັດທະນາຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ພັດທະນາ ພູມປັນຍາຂອງປະຊາຊົນບັນດາເຜົ່າ ເຂົ້າໃນການຄຸ້ມຄອງບໍລິຫານ, ປົກປັກຮັກສາ, ນຳໃຊ້, ພັດທະນາ ແລະ ຟື້ນຟູທີ່ດິນກະສິກຳໃຫ້ມີຄຸນນະພາບດີຂຶ້ນ;

4. ລັດ ສົ່ງເສີມສິດ ແລະ ພາລະບົດບາດຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນ ແລະ ປະຊາຊົນ ເຂົ້າຮ່ວມໃນການຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດ ນະໂຍບາຍ, ກົດໝາຍ ແລະ ລະບຽບການທີ່ພົວພັນກັບທີ່ດິນກະສິກຳ.

第ມາດຕາ 4条

第4条 农业用地管理和使用原则
农业用地的管理和使用必须遵循以下原则:

1. 符合宪法、法律、战略规划、土地利用规划、经济社会发展规划、国家土地分配总体规划、省级土地分配总体规划,以及省级国防和安全工作;

2. 在全省范围内统一和集中管理;

3. 确保按照土地分配区划总体规划保持农业用地面积,以保障粮食安全,用于开发和利用的土地面积占全省总面积的百分之三十不得减少;

4. 确保土地管理和行政机构适应各时期情况,明确划分省、县、市和村各级部门的管理层级;

5. 确保老挝建国阵线、群众组织、社会组织、人民、媒体以及从事农业用地工作的国际组织参与农业用地的管理、监督和政策、法律及法规的实施。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ
ວຽກງານຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບ ລັດຖະທຳມະນູນ, ກົດໝາຍ, ແຜນຍຸດທະສາດ ແລະ ແຜນນຳໃຊ້ທີ່ດິນ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນແມ່ບົດຈັດສັນທີ່ດິນຂອງແຂວງ, ລວມທັງ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ;

2. ຄຸ້ມຄອງຢ່າງເປັນເອກະພາບ ແລະ ລວມສູນ ໃນຂອບເຂດທົ່ວແຂວງ;

3. ຮັບປະກັນການຮັກສາເນື້ອທີ່ດິນກະສິກຳ ຕາມແຜນແມ່ບົດກຳນົດແບ່ງເຂດຈັດສັນທີ່ດິນ ເພື່ອຄໍ້າປະກັນຄວາມພຽງພໍ ດ້ານສະບຽງອາຫານ, ເນື້ອທີ່ດິນ ທີ່ຈະນຳໃຊ້ ແລະ ພັດທະນາ ໃນສາມສິບສ່ວນຮ້ອຍ ບໍ່ໃຫ້ຫຼຸດ ຂອງເນື້ອທີ່ທົ່ວແຂວງ;

4. ຮັບປະກັນກົງຈັກການຈັດຕັ້ງ ແລະ ການຄຸ້ມຄອງ-ບໍລິຫານທີ່ດິນ ໃຫ້ສອດຄ່ອງກັບ ສະພາບໃນ ແຕ່ລະໄລຍະ, ມີການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ຂະແໜງການຂັ້ນແຂວງ, ເມືອງ, ນະຄອນ ແລະ ບ້ານ ໃຫ້ຈະແຈ້ງ;

5. ຮັບປະກັນການມີສ່ວນຮ່ວມຂອງ ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ປະຊາຊົນ, ສື່ມວນຊົນ ແລະ ອົງການຈັດຕັ້ງສາກົນ ທີ່ເຄື່ອນໄຫວກ່ຽວກັບວຽກງານທີ່ດິນກະສິກຳ, ໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການ ທີ່ພົວພັນກັບທີ່ດິນກະສິກຳ.

第ມາດຕາ 5条

第5条 适用范围
本协议适用于与沙湾拿吉省农业用地的管理和使用相关的个人、法人和组织,包括国内和国外的。

ພາສາລາວ (老挝语原文)

ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ມີຂອບເຂດການນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ ຂອງແຂວງສະຫວັນນະເຂດ.

第ມາດຕາ 6条

第6条 农业用地面积的确定
省级农林部门牵头协调各相关部门、单位、县、市、村,进行勘察、分配、划定区域并明确标记农业用地,以便按照省级农业用地分配总体规划合理规划管理和使用,具体分为以下4类:

1. 水稻种植区:面积212,000公顷,占比32%
2. 一年生作物/短期作物种植区:面积263,385公顷,占比40%
3. 果树/多年生作物种植区:面积80,500公顷,占比13%
4. 大型牲畜放牧草场区:面积95,500公顷,占比15%
总计651,385公顷,占比100%

ພາສາລາວ (老挝语原文)

ມາດຕາ 6 ການກຳນົດຂອບເຂດເນື້ອທີ່ດິນກະສິກຳ
ພະແນກກະສິກຳ ແລະ ປ່າໄມ້ແຂວງ ເປັນໃຈກາງໃນການປະສານສົບທົບກັບບັນດາພະແນກການ, ກົມກອງ, ເມືອງ, ນະຄອນ, ບ້ານທີ່ກ່ຽວຂ້ອງ ເພື່ອສຳຫຼວດ, ຈັດສັນ, ກຳນົດແບ່ງເຂດ ແລະ ປັກຫຼັກໝາຍທີ່ດິນກະສິກຳ ໃຫ້ຊັດເຈນ ເພື່ອວາງແຜນຄຸ້ມຄອງ ແລະ ນຳໃຊ້ຢ່າງເໝາະສົມ ຕາມແຜນແມ່ບົດຈັດສັນທີ່ດິນກະສິກຳຂອງແຂວງ ໃນ 4 ປະເພດ ດັ່ງນີ້:

1. ກຳນົດເຂດທີ່ປູກເຂົ້ານາ ເນື້ອທີ່ 212.000 ເຮັກຕາ ສ່ວນຮ້ອຍ 32
2. ກຳນົດເຂດປູກພືດລົ້ມລຸກ/ພືດອາຍຸສັ້ນ ເນື້ອທີ່ 263.385 ເຮັກຕາ ສ່ວນຮ້ອຍ 40
3. ກຳນົດເຂດປູກໄມ້ໃຫ້ໝາກ/ພືດອາຍຸຍາວ ເນື້ອທີ່ 80.500 ເຮັກຕາ ສ່ວນຮ້ອຍ 13
4. ກຳນົດເຂດທົ່ງຫຍ້າເພື່ອການລ້ຽງສັດໃຫຍ່ ເນື້ອທີ່ 95.500 ເຮັກຕາ ສ່ວນຮ້ອຍ 15
ລວມ 651.385 ເຮັກຕາ ສ່ວນຮ້ອຍ 100

第ມາດຕາ 7条

第7条 保留农业用地范围
保留的4类农业用地,特别是位于灌溉系统区域、粮食生产重点区域和省级商品生产区域的面积共计393,885公顷,具体如下:

| 土地类型 | 总面积(公顷) | 保留面积(公顷) |
|----------|----------------|------------------|
| 1. 水稻种植面积 | 212,000 | 50,000 |
| 2. 短期作物种植面积 | 263,385 | 43,385 |
| 3. 长期作物种植面积 | 80,500 | 45,000 |
| 4. 天然牧场 | 95,500 | 55,500 |
| 合计 | 651,385 | 393,885 |

禁止转变的农业用地是指具有特殊重要性质的土地,主要包括:灌溉系统基础设施区域的土地、专门用于种植水稻和作物的土地、专门用于畜牧和水产养殖的土地、农业科研试验用地以及相关法律禁止条款中规定的三类林区内的水田。

ພາສາລາວ (老挝语原文)

ມາດຕາ 7 ຂອບເຂດເນື້ອທີ່ດິນກະສິກຳທີ່ສະຫງວນໄວ້
ເນື້ອທີ່ດິນກະສິກຳໃນ 4 ປະເພດທີ່ສະຫງວນໄວ້ ໂດຍສະເພາະເນື້ອທີ່ນອນໃນເຂດມີລະບົບຊົນລະປະທານ, ເຂດຈຸດສຸມຜະລິດສະບຽງອາຫານ ແລະ ເຂດຜະລິດເປັນສິນຄ້າຂອງແຂວງມີທັງໝົດ 393,885 ເຮັກຕາ ດັ່ງນີ້:

| ປະເພດທີ່ດິນ | ທັງໝົດ (ເຮັກຕາ) | ສະຫງວນ (ເຮັກຕາ) |
|----------------|------------------|------------------|
| 1. ເນື້ອທີ່ປູກເຂົ້າ | 212,000 | 50,000 |
| 2. ເນື້ອທີ່ປູກພືດອາຍຸສັ້ນ | 263,385 | 43,385 |
| 3. ເນື້ອທີ່ປູກພືດອາຍຸຍາວ | 80,500 | 45,000 |
| 4. ທົ່ງຫຍ້າທຳມະຊາດລ້ຽງສັດ | 95,500 | 55,500 |
| ລວມ | 651,385 | 393,885 |

ທີ່ດິນກະສິກຳທີ່ບໍ່ອະນຸຍາດໃຫ້ຫັນປ່ຽນ ແມ່ນທີ່ດິນໃນຂອບເຂດທີ່ມີລັກສະນະພິເສດສຳຄັນ ເປັນຕົ້ນ: ທີ່ດິນເຂດມີໂຄງລ່າງລະບົບຊົນລະປະທານ, ທີ່ດິນທີ່ມີລັກສະນະສະເພາະສຳລັບການປູກເຂົ້າ ແລະ ພືດ, ທີ່ດິນທີ່ມີລັກສະນະສະເພາະສຳລັບການລ້ຽງສັດ ແລະ ປະມົງ, ທີ່ດິນສຳລັບການຄົ້ນຄວ້າທົດລອງກະສິກຳ ແລະ ດິນນາໃນສາມປະເພດປ່າ ທີ່ໄດ້ກຳນົດໄວ້ໃນຂໍ້ຫ້າມຂອງກົດໝາຍທີ່ກ່ຽວຂ້ອງ.

第ມາດຕາ 8条

第8条 农业用地转换
农业用地转换为其他类型用地,只有在认为有必要用于其他目的,以服务于国家和人民生活的最高利益时方可进行,且须符合土地分配总体规划、部门和地方土地利用规划、经济社会发展规划,并且不得对环境、社会和自然造成影响;获得许可转换土地类型的人,负责支付技术服务费、恢复整治费、转换费,依照法律规定。

ພາສາລາວ (老挝语原文)

ມາດຕາ 8 ການຫັນປ່ຽນທີ່ດິນກະສິກຳ
ການຫັນປ່ຽນທີ່ດິນກະສິກຳ ໄປເປັນທີ່ດິນປະເພດອື່ນ ຈະດຳເນີນໄດ້ກໍ່ຕໍ່ເມື່ອ ຫາກເຫັນວ່າມີຄວາມຈຳເປັນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ ເພື່ອຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນ, ແຜນການນຳໃຊ້ທີ່ດິນຂອງຂະແໜງການ ແລະ ທ້ອງຖິ່ນ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ; ຜູ້ທີ່ໄດ້ຮັບອະນຸຍາດຫັນປ່ຽນປະເພດທີ່ດິນ ຮັບຜິດຊອບຈ່າຍຄ່າບໍລິການທາງດ້ານວິຊາການ, ຄ່າບູລະນະພື້ນຟູ, ຄ່າທຳນຽມການຫັນປ່ຽນຕາມລະບຽບກົດໝາຍ.

第ມາດຕາ 9条

第9条 农业用地用途变更的责任机构
1. 省农业和林业厅是直接负责机构,在收到个人、法人、省级党政组织、部门、县市、村、各类企业单位等有意将农业用地变更为其他地类的申请后,必须与相关部门协调研究变更事宜,以便按相关法律规定报上级审议;
2. 农业用地管理和开发部门主动与相关地方行政机构协调,进行实地检查,收集地块信息和变更目标,以便提出技术意见,由省农业和林业厅提交给自然资源和环境厅进行修正。

ພາສາລາວ (老挝语原文)

ມາດຕາ 9 ອົງການຮັບຜິດຊອບ ໃນການຫັນປ່ຽນປະເພດທີ່ດິນກະສິກຳ
1. ພະແນກກະສິກຳ ແລະ ປ່າໄມ້ແຂວງ ເປັນຜູ້ຮັບຜິດຊອບໂດຍກົງ ພາຍຫຼັງທີ່ໄດ້ຮັບຄຳຮ້ອງຈາກບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພັກ-ລັດ ຂັ້ນແຂວງ, ກົມກອງ, ເມືອງ-ນະຄອນ, ບ້ານ, ບັນດາຫົວໜ່ວຍທຸລະກິດຕ່າງໆ ທີ່ມີຈຸດປະສົງໃນການຫັນປ່ຽນປະເພດດິນກະສິກຳ ໄປເປັນປະເພດດິນອື່ນ, ຕ້ອງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າກ່ຽວກັບການຫັນປ່ຽນ ເພື່ອສະເໜີຂັ້ນເທິງພິຈາລະນາ ຕາມກົດໝາຍທີ່ກ່ຽວຂ້ອງກຳນົດໄວ້;
2. ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເປັນເຈົ້າການປະສານສົມທົບ ກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງລົງກວດກາ ເກັບກຳຂໍ້ມູນຕອນດິນ, ເປົ້າໝາຍການຫັນປ່ຽນເພື່ອມີຄຳເຫັນທາງດ້ານວິຊາການ ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ສະເໜີຕໍ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອປັບປຸງຄວາມຖືກຕ້ອງ.

第ມາດຕາ 10条

第10条 农业地块认证的步骤和方法

1. 参与式村级农业用地调查、分配和规划;
2. 建立农业用地登记册,收集各类农业地块统计数据,录入农业用地登记簿,以监测农业用地的动态和用途变化;
3. 农业用地使用证书,用于证明个人、法人及其他组织在农业用地上进行农业生产的使用,由县和市农业与林业办公室颁发;
4. 农业用地开发证书,是对农业用地使用进行跟踪、检查,确保其符合目标,按照清洁、绿色、可持续农业方向进行农业生产投资,对经济、社会和环境产生积极影响,依据农业与林业部门各时期规定的条件和规章,由省农业与林业厅颁发;
5. 对于农业用地使用证书的颁发,办理文件的时间限定为二十个工作日。

ພາສາລາວ (老挝语原文)

ມາດຕາ 10 ຂັ້ນຕອນ ແລະ ວິທີການຢັ້ງຢືນຕອນດິນກະສິກຳ

1. ການສຳຫຼວດ-ຈັດສັນ ແລະ ວາງແຜນການນຳໃຊ້ທີ່ດິນກະສິກຳ ແບບມີສ່ວນຮ່ວມຂັ້ນບ້ານ;
2. ຂຶ້ນສຳມະໂນທີ່ດິນກະສິກຳ ເກັບກຳສະຖິຕິຕອນດິນກະສິກຳປະເພດຕ່າງໆ ເຂົ້າໃນປື້ມສຳມະໂນທີ່ດິນກະສິກຳ ເພື່ອຕິດຕາມການເຄື່ອນໄຫວ ແລະ ປ່ຽນແປງເປົ້າໝາຍການນຳໃຊ້ທີ່ດິນກະສິກຳ;
3. ໃບຢັ້ງຢືນນຳໃຊ້ທີ່ດິນກະສິກຳ ເພື່ອຢັ້ງຢືນການນຳໃຊ້ດິນໃນການຜະລິດກະສິກຳ ໃນພື້ນທີ່ດິນກະສິກຳ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ໂດຍແມ່ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ນະຄອນ ອອກໃຫ້;
4. ໃບຢັ້ງຢືນການພັດທະນາທີ່ດິນກະສິກຳ ແມ່ນການຕິດຕາມ, ກວດກາການນຳໃຊ້ທີ່ດິນກະສິກຳ ຢ່າງຖືກຕ້ອງຕາມເປົ້າໝາຍ ການລົງທຶນໃນການຜະລິດກະສິກຳ ຕາມທິດ ກະສິກຳສະອາດ, ສີຂຽວ ຍືນຍົງ ມີຜົນກະທົບທາງບວກຕໍ່ດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ຕາມເງື່ອນໄຂ ແລະ ລະບຽບການ ຂອງຂະແໜງກະສິກຳ ແລະ ປ່າໄມ້ ກຳນົດໄວ້ ແຕ່ລະໄລຍະ ໂດຍແມ່ນພະແນກກະສິກຳ ແລະ ປ່າໄມ້ແຂວງອອກໃຫ້;
5. ສຳລັບການອອກໃບຢັ້ງຢືນການນຳໃຊ້ທີ່ດິນກະສິກຳ ມີກຳນົດເວລາໃນການດຳເນີນເອກະສານ ຊາວວັນ ທາງລັດຖະການ.

第ມາດຕາ 11条

第11条 服务费收取
服务费及相关文件的收取规定如下:

序号 文件内容 单价
1 | 发放农业用地使用跟踪簿 100,000基普/本
2 | 发放农业用地使用证明 50,000基普/份/地块
3 | 发放农业用地开发证明 50,000基普/份/地块
4 | 发放农业用地转为住宅建设用地许可证 200基普/平方米
5 | 发放农业用地转为商业、服务业、旅游业、工业厂房、采矿等用地许可证,如下:
5.1 | 城区 500基普/平方米
5.2 | 郊区 400基普/平方米
5.3 | 农村 300基普/平方米
6 | 农业用地测量费,如下:
6.1 | 农业用地面积不超过5公顷 100,000基普/地块
6.2 | 农业用地面积5至10公顷 200,000基普/地块
6.3 | 农业用地面积10公顷以上 400,000基普/地块

2. 规费应按照各时期颁布的国家主席令执行。

3. 全部规费收入上缴预算。服务费收入则用于上述工作的开展,依据财政部第0200/ກງ号协议,2023年1月25日颁布。

ພາສາລາວ (老挝语原文)

ມາດຕາ 11 ການເກັບຄ່າບໍລິການ
ການເກັບຄ່າບໍລິການ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງໃຫ້ປະຕິບັດດັ່ງນີ້:

ລດ ເນື້ອໃນເອກະສານ ລາຄາຕໍ່ຫົວໜ່ວຍ
1 | ອອກປື້ມຕິດຕາມການນຳໃຊ້ທີ່ດິນກະສິກຳ 100,000 ກີບຕໍ່ຫົວ
2 | ອອກໃບຢັ້ງຢືນການນຳໃຊ້ທີ່ດິນກະສິກຳ 50,000 ກີບຕໍ່ໃບຕໍ່ຕອນດິນ
3 | ອອກໃບຢັ້ງຢືນການພັດທະນາທີ່ດິນກະສິກຳ 50,000 ກີບຕໍ່ໃບຕໍ່ຕອນດິນ
4 | ອອກໃບອະນຸຍາດການຫັນປ່ຽນທີ່ດິນກະສິກຳເປັນດິນປຸກສ້າງບ່ອນຢູ່ອາໄສສຳລັບຄອບຄົວ 200 ກີບຕໍ່ຕາແມັດ
5 | ອອກໃບອະນຸຍາດການຫັນປ່ຽນທີ່ດິນກະສິກຳເປັນດິນປຸກສ້າງເພື່ອການຄ້າ, ການບໍລິການ, ການທ່ອງທ່ຽວ, ໂຮງງານອຸດສາຫະກຳ, ການຂຸດຄົ້ນບໍ່ແຮ່... ມີດັ່ງນີ້:
5.1 | ເຂດຕົວເມືອງ 500 ກີບຕໍ່ຕາແມັດ
5.2 | ເຂດຊານເມືອງ 400 ກີບຕໍ່ຕາແມັດ
5.3 | ເຂດຊົນນະບົດ 300 ກີບຕໍ່ຕາແມັດ
6 | ຄ່າວັດແທກດິນກະສິກຳ ມີດັ່ງນີ້:
6.1 | ເນື້ອທີ່ດິນກະສິກຳບໍ່ເກີນ 5 ເຮັກຕາ 100,000 ກີບຕໍ່ຕອນ
6.2 | ເນື້ອທີ່ດິນກະສິກຳແຕ່ 5 ຫາ 10 ເຮັກຕາ 200,000 ກີບຕໍ່ຕອນ
6.3 | ເນື້ອທີ່ດິນກະສິກຳແຕ່ 10 ເຮັກຕາຂຶ້ນໄປ 400,000 ກີບຕໍ່ຕອນ

2. ຄ່າທຳນຽມ ແມ່ນໃຫ້ປະຕິບັດຕາມ ລັດຖະບັນຍັດປະທານປະເທດ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

3. ເງິນບ້ວງລາຍຮັບ ຄ່າທຳນຽມທັງໝົດ ແມ່ນມອບເຂົ້າງົບປະມານ. ສ່ວນບ້ວງລາຍຮັບຄ່າບໍລິການ ແມ່ນໃຫ້ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານດັ່ງກ່າວ ຕາມການກຳນົດໃນຂໍ້ຕົກລົງຂອງກະຊວງການເງິນ ເລກທີ 0200/ກງ ລົງວັນທີ 25 ມັງກອນ 2023 ວາງອອກ.

第ມາດຕາ 12条

第12条 农业用地使用者的权利
1. 使用属于自己土地使用权或依法获得许可的农业用地;
2. 获得依法正确的农业用地管理和使用证书;
3. 行使法律和法规规定的其他权利。

ພາສາລາວ (老挝语原文)

ມາດຕາ 12 ສິດຂອງຜູ້ນຳໃຊ້ທີ່ດິນກະສິກຳ
1. ນຳໃຊ້ທີ່ດິນກະສິກຳ ທີ່ເປັນສິດນຳໃຊ້ທີ່ດິນຂອງຕົນ ຫຼື ໄດ້ຮັບອະນຸຍາດໃຫ້ນຳໃຊ້ຕາມກົດໝາຍ;
2. ໄດ້ຮັບໃບຢັ້ງຢືນການຄຸ້ມຄອງ ແລະ ນຳໃຊ້ ທີ່ດິນກະສິກຳ ຖືກຕ້ອງຕາມກົດໝາຍ;
3. ນຳໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

本页展示前 12 条,全文共 24 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译