ດຳລັດວ່າດ້ວຍ ການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້
关于违反森林法律法规的罚款及其他措施法令
Decree on Fines and Other Measures for Violations of Forest Laws and Regulations
ບົດສະຫຼຸບ
ດຳລັດນີ້ກຳນົດການປັບໃໝ ຕາມມູນຄ່າຄວາມເສຍຫາຍ ສຳລັບການກະທຳຜິດກົດໝາຍວ່າດ້ວຍປ່າໄມ້ ທີ່ບໍ່ເປັນຄະດີອາຍາ, ແລະ ອາດມີມາດຕະການເພີ່ມເຕີມ ເຊັ່ນ: ການຍຶດເຄື່ອງມື, ພາຫະນະ ຫຼື ການຍົກເລີກໃບອະນຸຍາດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການປັບໃໝ ແລະ ມາດຕະການອື່ນ
ການປັບໃໝ ແມ່ນ ມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຕາມອັດຕາຄ່າປັບໃໝທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
ມາດຕະການອື່ນ ແມ່ນ ການນຳໃຊ້ມາດຕະການເພີ່ມຈາກມາດຕະການປັບໃໝ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ເປັນຕົ້ນ ການສຶກສາອົບຮົມ, ການຍຶດ ເຄື່ອງມື, ອຸປະກອນ, ພາຫະນະ, ໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ເຄື່ອງມື, ອຸປະກອນ ໝາຍເຖິງ ເລື່ອຍ, ຂວານ, ພ້າ, ມີດ, ອຸປະກອນສື່ສານ ແລະ ເຄື່ອງມືອື່ນ;
2. ພາຫະນະ ໝາຍເຖິງ ລໍ້ຍູ້, ລົດຖີບ, ລົດຈັກ, ລົດໄຖນາເດີນ, ລົດໄຖໃຫຍ່, ລົດຊິງ, ລົດສາມລໍ, ສີ່ລໍ, ຫົກລໍ້, ສິບລໍ້ຂຶ້ນໄປ, ລົດພ່ວງ, ເຮືອໂດຍສານ, ເຮືອຫາງຍາວ ແລະ ຍານພາຫະນະອື່ນ;
3. ລາຄາຕະຫຼາດ ໝາຍເຖິງ ລາຄາທີ່ຊື້-ຂາຍທົ່ວໄປ ຢູ່ໃນເຂດ ຫຼື ທ້ອງຖິ່ນໃດໜຶ່ງ;
4. ການປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໝາຍເຖິງ ຂະບວນການຜະລິດໃດໜຶ່ງ ຊຶ່ງນຳໃຊ້ອຸປະກອນ, ເຄື່ອງຈັກ, ເຕັກໂນໂລຊີ ຫຼື ແຮງງານຄົນ ເຂົ້າໃນຂະບວນການຜະລິດ;
5. ມູນຄ່າຄວາມເສຍຫາຍ ໝາຍເຖິງ ຄວາມເສຍຫາຍທາງດ້ານຊັບພະຍາກອນປ່າໄມ້ ເປັນຕົ້ນ ໄມ້, ເຄື່ອງປ່າຂອງດົງ, ຊີວະນານາພັນ ແລະ ຊັບພະຍາກອນອື່ນ ທີ່ເກີດຈາກການລະເມີດ ໂດຍຄິດໄລ່ເປັນເງິນ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 22 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ