关于违反森林法律法规的罚款及其他措施法令

ດຳລັດວ່າດ້ວຍ ການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້

Decree on Fines and Other Measures for Violations of Forest Laws and Regulations

简介

该法令针对违反森林法规但不构成刑事犯罪的行为,规定了按损失价值倍数计算的罚款,并可附加没收工具、车辆或吊销执照等措施。

Summary

This decree imposes fines based on multiples of the loss value for violations of forest regulations that do not constitute criminal offenses, and may include additional measures such as confiscation of tools, vehicles, or license revocation.

ບົດສະຫຼຸບ

ດຳລັດນີ້ກຳນົດການປັບໃໝ ຕາມມູນຄ່າຄວາມເສຍຫາຍ ສຳລັບການກະທຳຜິດກົດໝາຍວ່າດ້ວຍປ່າໄມ້ ທີ່ບໍ່ເປັນຄະດີອາຍາ, ແລະ ອາດມີມາດຕະການເພີ່ມເຕີມ ເຊັ່ນ: ການຍຶດເຄື່ອງມື, ພາຫະນະ ຫຼື ການຍົກເລີກໃບອະນຸຍາດ.

条文

第ມາດຕາ 1条

第2条 罚款和其他措施
罚款是针对违反森林法律和法规但不构成刑事犯罪的行为,按照本法令规定的罚款金额所采取的经济措施。
其他措施是指在对违反森林法律和法规但不构成刑事犯罪的行为处以罚款措施之外,额外采取的措施,例如:教育、没收工具、设备、车辆、暂停或吊销营业执照。

ພາສາລາວ (老挝语原文)

ມາດຕາ 2 ການປັບໃໝ ແລະ ມາດຕະການອື່ນ
ການປັບໃໝ ແມ່ນ ມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຕາມອັດຕາຄ່າປັບໃໝທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
ມາດຕະການອື່ນ ແມ່ນ ການນຳໃຊ້ມາດຕະການເພີ່ມຈາກມາດຕະການປັບໃໝ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ເປັນຕົ້ນ ການສຶກສາອົບຮົມ, ການຍຶດ ເຄື່ອງມື, ອຸປະກອນ, ພາຫະນະ, ໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ.

第ມາດຕາ 2条

第2条 词语解释
本法令中使用的词语具有以下含义:
1. 工具、设备是指锯、斧、砍刀、刀、通讯设备及其他工具;
2. 车辆是指手推车、自行车、摩托车、手扶拖拉机、大型拖拉机、推土机、三轮车、四轮车、六轮车、十轮及以上车辆、拖车、客船、长尾船及其他交通工具;
3. 市场价格是指在某一区域或地方普遍买卖的价格;
4. 木材和林产品加工是指使用设备、机械、技术或劳动力进行生产的任何过程;
5. 损失价值是指因违法行为对森林资源造成的损失,包括树木、林产品、生物多样性及其他资源,以货币计算。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ເຄື່ອງມື, ອຸປະກອນ ໝາຍເຖິງ ເລື່ອຍ, ຂວານ, ພ້າ, ມີດ, ອຸປະກອນສື່ສານ ແລະ ເຄື່ອງມືອື່ນ;
2. ພາຫະນະ ໝາຍເຖິງ ລໍ້ຍູ້, ລົດຖີບ, ລົດຈັກ, ລົດໄຖນາເດີນ, ລົດໄຖໃຫຍ່, ລົດຊິງ, ລົດສາມລໍ, ສີ່ລໍ, ຫົກລໍ້, ສິບລໍ້ຂຶ້ນໄປ, ລົດພ່ວງ, ເຮືອໂດຍສານ, ເຮືອຫາງຍາວ ແລະ ຍານພາຫະນະອື່ນ;
3. ລາຄາຕະຫຼາດ ໝາຍເຖິງ ລາຄາທີ່ຊື້-ຂາຍທົ່ວໄປ ຢູ່ໃນເຂດ ຫຼື ທ້ອງຖິ່ນໃດໜຶ່ງ;
4. ການປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໝາຍເຖິງ ຂະບວນການຜະລິດໃດໜຶ່ງ ຊຶ່ງນຳໃຊ້ອຸປະກອນ, ເຄື່ອງຈັກ, ເຕັກໂນໂລຊີ ຫຼື ແຮງງານຄົນ ເຂົ້າໃນຂະບວນການຜະລິດ;
5. ມູນຄ່າຄວາມເສຍຫາຍ ໝາຍເຖິງ ຄວາມເສຍຫາຍທາງດ້ານຊັບພະຍາກອນປ່າໄມ້ ເປັນຕົ້ນ ໄມ້, ເຄື່ອງປ່າຂອງດົງ, ຊີວະນານາພັນ ແລະ ຊັບພະຍາກອນອື່ນ ທີ່ເກີດຈາກການລະເມີດ ໂດຍຄິດໄລ່ເປັນເງິນ.

第ມາດຕາ 3条

第4条 关于罚款和其他措施的原则

对违反森林法律和法规者进行的罚款和其他措施必须遵循以下原则:

1. 符合法律和法规;
2. 集中统一管理,在全国范围内统一;
3. 确保有序、迅速、高效和高效力;
4. 确保罚款率的执行统一、正确、透明、公正且可核查。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບການປັບໃໝ ແລະ ມາດຕະການອື່ນ

ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບ ກົດໝາຍ ແລະ ລະບຽບການ;
2. ຄຸ້ມຄອງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນຄວາມ ເປັນລະບຽບຮຽບຮ້ອຍ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນສູງ;
4. ຮັບປະກັນການປະຕິບັດອັດຕາຄ່າປັບໃໝ ເປັນເອກະພາບ, ຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້.

第ມາດຕາ 4条

第4条 适用范围
本令适用于在老挝人民民主共和国境内违反森林法律和法规的个人、法人及组织,无论是国内还是国外的。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບປ່າໄມ້ ຢູ່ ສປປ ລາວ.

第ມາດຕາ 5条

第5条 木材和林产品的开采
个人、法人或组织未按照农业和林业部门的正确、完整程序和规定开采木材和林产品的,将被处以以下罚款:
1. 第一次违法,按市场价格损失价值的三倍;
2. 第二次违法,按市场价格损失价值的四倍;
3. 第三次及以上违法,按市场价格损失价值的五倍。
个人、法人或组织将木材和林产品开采许可证提供给他人使用的,将被处以损失价值三倍的罚款。
个人、法人或组织未经许可开采木材和林产品,造成损失低于5,000,000基普的,将被处以以下罚款:
1. 第一次违法,按市场价格损失价值的三倍;
2. 第二次违法,按市场价格损失价值的四倍;
3. 第三次及以上违法,按市场价格损失价值的五倍。

ພາສາລາວ (老挝语原文)

ມາດຕາ 5 ການຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ໂດຍບໍ່ປະຕິບັດຕາມຂັ້ນຕອນ ແລະ ລະບຽບການ ອັນຖືກຕ້ອງ, ຄົບຖ້ວນ ຈາກຂະແໜງການກະສິກຳ ແລະ ປ່າໄມ້ ຈະຖືກປັບໃໝ ດັ່ງນີ້:
1. ສາມເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີໜຶ່ງ;
2. ສີ່ເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີສອງ;
3. ຫ້າເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີສາມ ຂຶ້ນໄປ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເອົາໃບອະນຸຍາດຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ຜູ້ອື່ນນຳໃຊ້ ຈະຖືກປັບໃໝ ສາມເທົ່າ ຂອງມູນຄ່າຄວາມເສຍຫາຍ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ໂດຍບໍ່ໄດ້ຮັບອະນຸຍາດ ຊຶ່ງສ້າງຜົນເສຍຫາຍ ຕ່ຳກວ່າ 5.000.000 ກີບ ຈະຖືກປັບໃໝ ດັ່ງນີ້:
1. ສາມເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີໜຶ່ງ;
2. ສີ່ເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີສອງ;
3. ຫ້າເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີສາມ ຂຶ້ນໄປ.

第ມາດຕາ 6条

第6条 砍伐、焚烧或毁坏森林
个人、法人或组织未经许可砍伐、焚烧或以其他方式毁坏森林,造成损失低于5,000,000基普的,将被处以如下罚款:
1. 损失价值的三倍,对于第一次违规;
2. 损失价值的四倍,对于第二次违规;
3. 损失价值的五倍,对于第三次及以上的违规。

ພາສາລາວ (老挝语原文)

ມາດຕາ 6 ການຖາງປ່າ, ຈູດປ່າ ຫຼື ທຳລາຍປ່າໄມ້
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຖາງປ່າ, ຈູດປ່າ ຫຼື ທຳລາຍປ່າໄມ້ດ້ວຍວິທີການອື່ນ ໂດຍບໍ່ໄດ້ຮັບອະນຸຍາດ ຊຶ່ງສ້າງຜົນເສຍຫາຍ ຕ່ຳກວ່າ 5.000.000 ກີບ ຈະຖືກປັບໃໝ ດັ່ງນີ້:
1. ສາມເທົ່າ ຂອງມູນຄ່າຄວາມເສຍຫາຍ ສຳລັບການລະເມີດຄັ້ງທີໜຶ່ງ;
2. ສີ່ເທົ່າ ຂອງມູນຄ່າຄວາມເສຍຫາຍ ສຳລັບການລະເມີດຄັ້ງທີສອງ;
3. ຫ້າເທົ່າ ຂອງມູນຄ່າຄວາມເສຍຫາຍ ສຳລັບການລະເມີດຄັ້ງທີສາມ ຂຶ້ນໄປ.

第ມາດຕາ 7条

第7条 砍伐、买卖或运输木材、竹木和林产品
个人、法人或组织,若未经许可砍伐、买卖或运输木材、竹木和林产品,将被处以如下罚款:
1. 按市场价格损失的三倍,用于第一次违规;
2. 按市场价格损失的四倍,用于第二次违规;
3. 按市场价格损失的五倍,用于第三次及以上违规。
对于未经许可砍伐、买卖或运输木材、竹木和林产品,造成损失低于5,000,000基普的,将被处以如下罚款:
1. 按市场价格损失的三倍,用于第一次违规;
2. 按市场价格损失的四倍,用于第二次违规;
3. 按市场价格损失的五倍,用于第三次及以上违规。

ພາສາລາວ (老挝语原文)

ມາດຕາ 7 ການຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້, ຕໍ່ໄມ້ ແລະ ເຄື່ອງປ່າຂອງດົງ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກໄດ້ ຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້, ຕໍ່ໄມ້ ແລະ ເຄື່ອງປ່າຂອງດົງ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. ສາມເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີໜຶ່ງ;
2. ສີ່ເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີສອງ;
3. ຫ້າເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີສາມ ຂຶ້ນໄປ.
ສຳລັບ ການຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້, ຕໍ່ໄມ້ ແລະ ເຄື່ອງປ່າຂອງດົງ ໂດຍບໍ່ໄດ້ຮັບອະນຸຍາດ ຊຶ່ງສ້າງຜົນເສຍຫາຍ ຕໍ່າກວ່າ 5.000.000 ກີບ ຈະຖືກປັບໃໝ ດັ່ງນີ້:
1. ສາມເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີໜຶ່ງ;
2. ສີ່ເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີສອງ;
3. ຫ້າເທົ່າ ຂອງມູນຄ່າຄວາມເສຍຫາຍຕາມລາຄາຕະຫຼາດ ສຳລັບການລະເມີດຄັ້ງທີສາມ ຂຶ້ນໄປ.

第ມາດຕາ 8条

第8条 木材、木制品和林产品的进口、出口、再出口、过境
个人、法人或组织未经许可进口、出口、再出口、过境木材、木制品和林产品的,将被处以如下罚款:
1. 第一次违法,处以损失价值的三倍罚款;
2. 第二次违法,处以损失价值的四倍罚款;
3. 第三次及以上违法,处以损失价值的五倍罚款。

已获许可进口、出口、再出口、过境木材、木制品和林产品但未遵守条件的个人、法人或组织,将被处以如下罚款:
1. 第一次违法,罚款10,000,000基普;
2. 第二次违法,罚款20,000,000基普;
3. 第三次及以上违法,罚款30,000,000基普。

ພາສາລາວ (老挝语原文)

ມາດຕາ 8 ການນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ສົ່ງຜ່ານ ໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກໄດ້ ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ສົ່ງຜ່ານໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. ສາມເທົ່າ ຂອງມູນຄ່າຄວາມເສຍຫາຍ ສຳລັບການລະເມີດຄັ້ງທີໜຶ່ງ;
2. ສີ່ເທົ່າ ຂອງມູນຄ່າຄວາມເສຍຫາຍ ສຳລັບການລະເມີດຄັ້ງທີສອງ;
3. ຫ້າເທົ່າ ຂອງມູນຄ່າຄວາມເສຍຫາຍ ສຳລັບການລະເມີດຄັ້ງທີສາມ ຂຶ້ນໄປ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດ ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ສົ່ງຜ່ານໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ແຕ່ບໍ່ປະຕິບັດຕາມເງື່ອນໄຂ ຈະຖືກປັບໃໝ ດັ່ງນີ້:
1. 10.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
2. 20.000.000 ກີບ ສຳລັບການລະເມີດຄັ້ງທີສອງ;
3. 30.000.000 ກີບ ສຳລັບການລະເມີດຄັ້ງທີສາມ ຂຶ້ນໄປ.

第ມາດຕາ 9条

第9条 加工、持有木材和林产品
个人、法人或组织若未经许可加工、持有木材和林产品,将被处以以下罚款:
1. 对于第一次违规,处以损失价值的三倍罚款;
2. 对于第二次违规,处以损失价值的四倍罚款;
3. 对于第三次及以上违规,处以损失价值的五倍罚款。

ພາສາລາວ (老挝语原文)

ມາດຕາ 9 ການປຸງແຕ່ງ, ມີໄວ້ຄອບຄອງໄມ້ ແລະ ເຄື່ອງປ່າຂອງດົງ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກນຳເອົາ ໄມ້ ແລະ ເຄື່ອງປ່າຂອງດົງມາ ປຸງແຕ່ງ, ມີໄວ້ຄອບຄອງ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. ສາມເທົ່າ ຂອງມູນຄ່າຄວາມເສຍຫາຍ ສຳລັບການລະເມີດຄັ້ງທີໜຶ່ງ;
2. ສີ່ເທົ່າ ຂອງມູນຄ່າຄວາມເສຍຫາຍ ສຳລັບການລະເມີດຄັ້ງທີສອງ;
3. ຫ້າເທົ່າ ຂອງມູນຄ່າຄວາມເສຍຫາຍ ສຳລັບການລະເມີດຄັ້ງທີສາມ ຂຶ້ນໄປ.

第ມາດຕາ 10条

第10条 木材加工厂的设立
个人、法人或组织未经许可设立锯木厂、木材加工厂、家具厂和家庭式家具厂的,将被处以以下罚款:
1. 家庭式家具厂:10,000,000基普;
2. 小型工厂:20,000,000基普;
3. 中型工厂:40,000,000基普;
4. 大型工厂:100,000,000基普。
个人、法人或组织获得许可设立锯木厂、木材加工厂、家具厂和家庭式家具厂,但经营活动或运作不符合许可规定的,将被处以以下罚款:
1. 家庭式家具厂:
- 第一次违规:2,000,000基普;
- 第二次及以上违规:5,000,000基普。
2. 小型工厂:
- 第一次违规:5,000,000基普;
- 第二次及以上违规:10,000,000基普。
3. 中型工厂:
- 第一次违规:10,000,000基普;
- 第二次及以上违规:20,000,000基普。
4. 大型工厂:
- 第一次违规:20,000,000基普;
- 第二次及以上违规:50,000,000基普。

ພາສາລາວ (老挝语原文)

ມາດຕາ 10 ການສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງໄມ້
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສ້າງຕັ້ງໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ ແລະ ໂຮງເຟີນີເຈີແບບຄອບຄົວ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. 10.000.000 ກີບ ສຳລັບໂຮງເຟີນີເຈີແບບຄອບຄົວ;
2. 20.000.000 ກີບ ສຳລັບໂຮງງານຂະໜາດນ້ອຍ;
3. 40.000.000 ກີບ ສຳລັບໂຮງງານຂະໜາດກາງ;
4. 100.000.000 ກີບ ສຳລັບໂຮງງານຂະໜາດໃຫຍ່.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ ແລະ ໂຮງເຟີນີເຈີແບບຄອບຄົວ ແຕ່ດຳເນີນກິດຈະການ ຫຼື ເຄື່ອນໄຫວບໍ່ຖືກຕ້ອງຕາມການອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. ໂຮງເຟີນີເຈີແບບຄອບຄົວ:
- 2.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 5.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.
2. ໂຮງງານຂະໜາດນ້ອຍ:
- 5.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 10.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.
3. ໂຮງງານຂະໜາດກາງ:
- 10.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 20.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.
4. ໂຮງງານຂະໜາດໃຫຍ່:
- 20.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 50.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.

第ມາດຕາ 11条

第11条 设立林产品加工厂
个人、法人或组织未经许可设立林产品加工厂的,将被处以罚款如下:
1. 家庭式工厂:5,000,000基普;
2. 小型工厂:20,000,000基普;
3. 中型工厂:40,000,000基普;
4. 大型工厂:100,000,000基普。
个人、法人或组织获得许可设立林产品加工厂,但经营或活动不符合许可规定的,将被处以罚款如下:
1. 家庭式工厂:
- 第一次违规:2,000,000基普;
- 第二次及以上违规:5,000,000基普。
2. 小型工厂:
- 第一次违规:5,000,000基普;
- 第二次及以上违规:10,000,000基普。
3. 中型工厂:
- 第一次违规:10,000,000基普;
- 第二次及以上违规:20,000,000基普。
4. 大型工厂:
- 第一次违规:20,000,000基普;
- 第二次及以上违规:40,000,000基普。

ພາສາລາວ (老挝语原文)

ມາດຕາ 11 ການສ້າງຕັ້ງໂຮງງານປຸງແຕ່ງເຄື່ອງປ່າຂອງດົງ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສ້າງຕັ້ງໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. 5.000.000 ກີບ ສຳລັບໂຮງງານແບບຄອບຄົວ;
2. 20.000.000 ກີບ ສຳລັບໂຮງງານຂະໜາດນ້ອຍ;
3. 40.000.000 ກີບ ສຳລັບໂຮງງານຂະໜາດກາງ;
4. 100.000.000 ກີບ ສຳລັບໂຮງງານຂະໜາດໃຫຍ່.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ແຕ່ດຳເນີນກິດຈະການ ຫຼື ເຄື່ອນໄຫວບໍ່ຖືກຕ້ອງຕາມການອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. ໂຮງງານແບບຄອບຄົວ:
- 2.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 5.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.
2. ໂຮງງານຂະໜາດນ້ອຍ:
- 5.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 10.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.
3. ໂຮງງານຂະໜາດກາງ:
- 10.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 20.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.
4. ໂຮງງານຂະໜາດໃຫຍ່:
- 20.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 40.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.

第ມາດຕາ 12条

第12条 设立木炭生产厂
个人、法人或组织未经许可设立木炭生产厂的,将被处以罚款如下:
1. 家庭式炭窑:5,000,000基普;
2. 小型工厂:20,000,000基普;
3. 中型工厂:40,000,000基普;
4. 大型工厂:100,000,000基普。
已获许可设立木炭生产厂但经营活动或运作不符合许可条件的个人、法人或组织,将被处以罚款如下:
家庭式炭窑:
- 第一次违规:2,000,000基普;
- 第二次及以上违规:5,000,000基普。
小型工厂:
- 第一次违规:5,000,000基普;
- 第二次及以上违规:10,000,000基普。
中型工厂:
- 第一次违规:10,000,000基普;
- 第二次及以上违规:20,000,000基普。
大型工厂:
- 第一次违规:20,000,000基普;
- 第二次及以上违规:50,000,000基普。

ພາສາລາວ (老挝语原文)

ມາດຕາ 12 ການສ້າງຕັ້ງໂຮງງານຜະລິດຖ່ານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສ້າງຕັ້ງໂຮງງານຜະລິດຖ່ານ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
1. 5.000.000 ກີບ ສຳລັບເຕົາເຜົາຖ່ານແບບຄອບຄົວ;
2. 20.000.000 ກີບ ສຳລັບໂຮງງານຂະໜາດນ້ອຍ;
3. 40.000.000 ກີບ ສຳລັບໂຮງງານຂະໜາດກາງ;
4. 100.000.000 ກີບ ສຳລັບໂຮງງານຂະໜາດໃຫຍ່.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດ ໃຫ້ສ້າງຕັ້ງ ໂຮງງານຜະລິດຖ່ານ ແຕ່ດຳເນີນກິດຈະການ ຫຼື ເຄື່ອນໄຫວບໍ່ຖືກຕ້ອງຕາມການອະນຸຍາດ ຈະຖືກປັບໃໝ ດັ່ງນີ້:
ເຕົາເຜົາຖ່ານ ແບບຄອບຄົວ:
- 2.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 5.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.
ໂຮງງານຂະໜາດນ້ອຍ:
- 5.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 10.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.
ໂຮງງານຂະໜາດກາງ:
- 10.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 20.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.
ໂຮງງານຂະໜາດໃຫຍ່:
- 20.000.000 ກີບ ສຳລັບການລະເມີດຄັ້ງທີໜຶ່ງ;
- 50.000.000 ກີບ ສຳລັບການລະເມີດຄັ້ງທີສອງ ຂຶ້ນໄປ.

本页展示前 12 条,全文共 22 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译