移动通信基站电磁场安全管理协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າ ຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່
Mobile Communication Base Station Electromagnetic Field Safety Management Agreement
简介
该法规调整老挝境内移动通信基站的电磁场安全管理,核心是规定基站电磁场强度检查、术语定义及高风险基站范围。
Summary
This regulation governs the safety management of electromagnetic fields from mobile communication base stations in Laos, focusing on inspection of electromagnetic field strength, term definitions, and scope of high-risk base stations.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຄຸ້ມຄອງຄວາມປອດໄພທາງສະໜາມແມ່ເຫຼັກໄຟຟ້າຂອງສະຖານີຖ່າຍທອດສັນຍານໂທລະຄົມມະນາຄົມເຄື່ອນທີ່ພາຍໃນ ສປປ ລາວ, ເນັ້ນໃສ່ການກຳນົດການກວດກາຄວາມແຮງຂອງສະໜາມແມ່ເຫຼັກໄຟຟ້າ, ນິຍາມຄຳສັບ ແລະ ຂອບເຂດຂອງສະຖານີທີ່ມີຄວາມສ່ຽງສູງ.
条文
第ມາດຕາ 1条
第2条 移动电话信号收发站电磁场强度安全技术规范的管理 是对移动电话信号收发站电磁场强度技术规范的检查和认证,依据各阶段规定的安全技术规范进行。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງລະບຽບການເຕັກນິກກ່ຽວກັບຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ ແມ່ນການກວດກາ ແລະ ການຢັ້ງຢືນລະບຽບການເຕັກນິກກ່ຽວກັບຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ຕາມລະບຽບການເຕັກນິກກ່ຽວກັບຄວາມປອດໄພທີ່ກຳນົດໃນແຕ່ລະໄລຍະ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 移动电话信号收发站 以下简称“基站”,指在地面移动通信中,固定安装并发射无线电通信频率覆盖广阔区域,用于与移动电话单元(2G、3G、4G、5G等)进行语音、数据和信号收发的地面站,由天线杆、天线、信号传输线等设备组成。移动电话信号收发站包括BTS(2G)、NodeB(3G)、eNodeB(4G)、gNodeB(5G)等;
2. 技术规范 指对设备或通信系统的技术特性、工作条件、方法、流程的规定,是某一组织、国家或国家集团的官方文件,并在该区域范围内具有约束力;
3. 无线电通信频率 指在空气、太空和水中传播的电磁波,用于通信工作,频率范围为8.3千赫至3000吉赫;
4. 波长 指电磁波的长度,与无线电通信频率(f)和电磁波速度(v)的关系为 λ = v/f;
5. 电场强度 指电场中某一点对正电荷施加的力,单位为伏特/米(V/m);
6. 磁场强度 指沿Z轴的矢量大小,表示自由空间中某一点磁场的大小,单位为安培/米(A/m);
7. 功率密度 指在频率传播方向上单位面积的功率,单位为瓦特/平方米(W/m²);
8. 平面波 指电场和磁场矢量位于垂直于传播方向的平面上的电磁波。平面波中功率密度与电场和磁场的关系为 S = E × H;
9. 近场 指靠近天线处产生的电场和磁场区域,其中电场和磁场不具有平面波特性;
10. 远场 指远离天线处产生的电场和磁场区域,其中电场和磁场具有平面波特性;
11. 高风险基站 指:
- 安装在人口密集区域的固定基站,如医院、工厂、学校、商店、城市大型市场、火车站、公交站、机场等,距离基站100米半径范围内;
- 安装在居民超过500人的区域的固定基站,距离基站100米半径范围内。
ພາສາລາວ (老挝语原文)
ມາດຕາ 2. ການອະທິບາຍຄຳສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ ຕໍ່ໄປນີ້ເອີ້ນວ່າ “ສະຖານີ” ໝາຍເຖິງ ສະຖານີທາງບົກ ໃນການສື່ສານເຄື່ອນທີ່ທາງບົກ ທີ່ຕິດຕັ້ງຢູ່ຄົງທີ່ ແລະ ມີການກະຈາຍຄື້ນຄວາມຖີ່ວິທະຍຸສື່ສານຄອບຄຸມເປັນບໍລິເວນກວ້າງ ເພື່ອເຮັດໜ້າທີ່ໃນການ ຮັບ-ສົ່ງ ສຽງ, ຂໍ້ມູນ ແລະ ສັນຍານ ກັບໜ່ວຍໂທລະສັບເຄື່ອນທີ່ 2G, 3G, 4G, 5G ແລະ ອື່ນໆ ໂດຍນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ, ຊຶ່ງເປັນຊຸດອຸປະກອນທີ່ອາດປະກອບດ້ວຍ ເສົາສະຖານີ, ສາຍອາກາດ, ສາຍນຳສົ່ງສັນຍານ, ແລະ ອື່ນໆ. ສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ ເປັນຕົ້ນ ສະຖານີ BTS (2G), NodeB (3G), eNodeB (4G), gNodeB (5G), ແລະ ອື່ນໆ;
2. ລະບຽບການເຕັກນິກ ໝາຍເຖິງ ການກຳນົດຄຸນລັກສະນະສະເພາະທາງດ້ານເຕັກນິກ ຫຼື ເງື່ອນໄຂການເຮັດວຽກ, ວິທີການ, ຂະບວນການເຮັດວຽກ ຂອງ ອຸປະກອນ ຫຼື ລະບົບການສື່ສານ ຊຶ່ງເປັນເອກະສານທາງການຂອງອົງການ, ປະເທດ ຫຼື ກຸ່ມປະເທດໃດໜຶ່ງ ແລະ ມີຜົນບັງຄັບໃຊ້ໃນຂອບເຂດພື້ນທີ່ນັ້ນ;
3. ຄື້ນຄວາມຖີ່ວິທະຍຸສື່ສານ ໝາຍເຖິງ ຄື້ນແມ່ເຫຼັກໄຟຟ້າທີ່ແຜ່ກະຈາຍໃນອາກາດ, ອາວະກາດ ແລະ ໃຕ້ນ້ຳ ນຳໃຊ້ເຂົ້າໃນວຽກງານການສື່ສານ ທີ່ມີຄວາມຖີ່ແຕ່ 8.3 ກິໂລເຮີດ ເຖິງ 3,000 ຈິກາເຮີດ;
4. ຄວາມຍາວຄື້ນ ໝາຍເຖິງ ຄວາມຍາວຂອງຄື້ນແມ່ເຫຼັກໄຟຟ້າ ມີຄວາມສຳພັນກັບຄື້ນຄວາມຖີ່ວິທະຍຸສື່ສານ (f) ແລະ ຄວາມໄວ (v) ຂອງຄື້ນແມ່ເຫຼັກໄຟຟ້າ ຊຶ່ງມີສູດຄິດໄລ່ ຄື λ = v/f;
5. ຄວາມແຮງທົ່ງໄຟຟ້າ ໝາຍເຖິງ ແຮງທີ່ກະທົບຕໍ່ໄຟຟ້າບັນຈຸບວກທີ່ຢູ່ຕຳແໜ່ງໃດໜຶ່ງໃນທົ່ງໄຟຟ້າ ມີຫົວໜ່ວຍເປັນ (V/m);
6. ຄວາມແຮງທົ່ງແມ່ເຫຼັກ ໝາຍເຖິງ ຂະໜາດເວັກເຕີຕາມແກນ Z ຊຶ່ງເປັນຄ່າທີ່ສະແດງໃຫ້ເຫັນປະລິມານຂອງທົ່ງແມ່ເຫຼັກທີ່ຢູ່ຕຳແໜ່ງໃດໜຶ່ງໃນພື້ນທີ່ເປົ່າຫວ່າງ ມີຫົວໜ່ວຍເປັນ (A/m);
7. ຄວາມໜາແໜ້ນກຳລັງສົ່ງ ໝາຍເຖິງ ກຳລັງຕໍ່ເນື້ອທີ່ໃນທິດຂອງການແຜ່ກະຈາຍຄື້ນຄວາມຖີ່ ມີຫົວໜ່ວຍເປັນ (W/m²);
8. ຄື້ນລະນາບ ໝາຍເຖິງ ຄື້ນແມ່ເຫຼັກໄຟຟ້າທີ່ ເວັກເຕີ ຂອງທົ່ງໄຟຟ້າ ແລະ ທົ່ງແມ່ເຫຼັກ ຢູ່ເທິງລະນາບໃນແນວຕັ້ງສາກກັບທິດທາງຂອງການກະຈາຍຄື້ນ. ຄວາມສຳພັນລະຫວ່າງ ຄວາມໜາແໜ້ນກຳລັງສົ່ງ ກັບ ທົ່ງໄຟຟ້າ ແລະ ທົ່ງແມ່ເຫຼັກ ໃນຄື້ນລະນາບ ແມ່ນມີສູດຄິດໄລ່ດັ່ງນີ້: S = E × H;
9. ສະໜາມໃກ້ ໝາຍເຖິງ ບໍລິເວນທົ່ງໄຟຟ້າ ແລະ ທົ່ງແມ່ເຫຼັກເກີດຂຶ້ນໃນໄລຍະໃກ້ກັບສາຍອາກາດ ເຊິ່ງທົ່ງໄຟຟ້າ ແລະ ທົ່ງແມ່ເຫຼັກບໍ່ມີລັກສະນະເປັນຄື້ນລະນາບ;
10. ສະໜາມໄກ ໝາຍເຖິງ ບໍລິເວນທົ່ງໄຟຟ້າ ແລະ ທົ່ງແມ່ເຫຼັກທີ່ເກີດຂຶ້ນ ຫ່າງຈາກສາຍອາກາດ ເຊິ່ງທົ່ງໄຟຟ້າ ແລະ ທົ່ງແມ່ເຫຼັກມີລັກສະນະເປັນຄື້ນລະນາບ;
11. ສະຖານີທີ່ມີຄວາມສ່ຽງ ໝາຍເຖິງ:
- ສະຖານີຖາວອນ ທີ່ຕິດຕັ້ງຢູ່ເຂດຊຸມຊົນໜາແໜ້ນເຊັ່ນ: ບໍລິເວນ ໂຮງໝໍ, ໂຮງງານ, ໂຮງຮຽນ, ຫ້າງຮ້ານ, ຕະຫຼາດໃຫຍ່ໃນຕົວເມືອງ, ສະຖານີລົດໄຟ, ສະຖານີລົດເມ, ສະໜາມບິນ ຊຶ່ງຢູ່ໃນລັດສະໝີ 100 ມ ຫ່າງຈາກສະຖານີ;
- ສະຖານີຖາວອນ ທີ່ຕິດຕັ້ງຢູ່ເຂດປະຊາຊົນອາໄສຢູ່ຫຼາຍກວ່າ 500 ຄົນ, ຊຶ່ງຢູ່ໃນລັດສະໝີ 100 ມ ຫ່າງຈາກສະຖານີ.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内的电信和通信服务提供商的移动电话信号收发站的电磁场安全管理。
ພາສາລາວ (老挝语原文)
ມາດຕາ 4. ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບການຄຸ້ມຄອງຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ ຂອງຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ການສື່ສານ ຢູ່ ສປປ ລາວ.
第ມາດຕາ 4条
第5条 基站电磁场强度检查
检查是对移动通信基站的工程技术指标进行测量,包括电场强度、磁场强度、功率密度(以下简称“检查”)。
ພາສາລາວ (老挝语原文)
ມາດຕາ 5 ການກວດກາຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີ
ການກວດກາ ແມ່ນການວັດແທກຄ່າຕົວຊີ້ວັດທາງດ້ານເຕັກນິກຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ (ຕໍ່ໄປນີ້ເອີ້ນວ່າ “ການກວດກາ”) ເປັນຕົ້ນ ຄວາມແຮງທົ່ງໄຟຟ້າ (E-field), ຄວາມແຮງທົ່ງແມ່ເຫຼັກ (H-field), ຄວາມໜາແໜ້ນກຳລັງສົ່ງ (Power density).
第ມາດຕາ 5条
第5条 检查单位
检查单位是隶属于无线电通信频率司的一个单位,负责检查、测量移动电话信号收发站电磁场强度的技术指标,并编制检查结果报告(见附件2)。
ພາສາລາວ (老挝语原文)
ມາດຕາ 5. ໜ່ວຍງານກວດກາ
ໜ່ວຍງານກວດກາ ແມ່ນໜ່ວຍງານໜຶ່ງທີ່ຂຶ້ນກັບ ກົມຄື້ນຄວາມຖີ່ວິທະຍຸສື່ສານ ມີໜ້າທີ່ໃນການກວດກາ, ວັດແທກ ຄ່າຕົວຊີ້ວັດທາງດ້ານເຕັກນິກກ່ຽວກັບຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ ແລະ ສ້າງບົດລາຍງານຜົນການກວດກາ (ຕາມເອກະສານຊ້ອນທ້າຍ 2).
第ມາດຕາ 6条
第6条 应当接受检查的主体
应当接受检查的主体是使用2G、3G、4G、5G移动电话基站及其他通信技术标准的企业。
ພາສາລາວ (老挝语原文)
ມາດຕາ 6. ຜູ້ທີ່ຕ້ອງໄດ້ຮັບການກວດກາ
ຜູ້ທີ່ຕ້ອງໄດ້ຮັບການກວດກາ ແມ່ນ ບໍລິສັດທີ່ນຳໃຊ້ສະຖານີໂທລະສັບເຄື່ອນທີ່ 2G, 3G, 4G, 5G ແລະ ເຕັກໂນໂລຊີການສື່ສານອື່ນໃນມາດຕະຖານ.
第ມາດຕາ 7条
第7条 须报告之基站
移动电话服务提供商必须向无线电通信频率司报告其在全境内提供服务的所有基站。须报告的信息包括:服务提供商名称、基站编号(ID)、位置(坐标)、天线尺寸(塔)、方位角、俯仰角(倾斜)、坐标(纬度和经度)、天线高度(高度)、使用频率、发射功率、使用技术、中心频率(带宽)等。
ພາສາລາວ (老挝语原文)
ມາດຕາ 7. ສະຖານີທີ່ຕ້ອງລາຍງານ
ບໍລິສັດຜູ້ໃຫ້ບໍລິການໂທລະສັບເຄື່ອນທີ່ ຕ້ອງລາຍງານທຸກສະຖານີຂອງຕົນທີ່ໃຫ້ບໍລິການໃນທົ່ວປະເທດທຸກບ່ອນໃຫ້ກັບກົມຄື້ນຄວາມຖີ່ວິທະຍຸສື່ສານ. ຂໍ້ມູນທີ່ຕ້ອງລາຍງານ ເປັນຕົ້ນ: ຊື່ບໍລິສັດຜູ້ໃຫ້ບໍລິການ, ເລກທີ່ສະຖານີ (ID), ຕຳແໜ່ງທີ່ຕັ້ງ (ພິກັດ), ຂະໜາດຂອງສາຍອາກາດ (ເສົາ), ມຸມກວາດ (ແອສິມຸດ), ມຸມກົ້ມເງີຍ (ຕິລະຕິ), ຈຸດພິກັດ (ລະຕິຈູດ ແລະ ລອງຈິຈູດ), ຄວາມສູງຂອງສາຍອາກາດ (ຄວາມສູງ), ຄື້ນຄວາມຖີ່ທີ່ນຳໃຊ້, ກຳລັງສົ່ງ, ເຕັກໂນໂລຊີທີ່ນຳໃຊ້, ຄື້ນຄວາມຖີ່ກາງ (ແບນວິດ), ແລະ ອື່ນໆ.
第ມາດຕາ 8条
第8条 需要接受检查的站点
需要接受检查的站点包括:
1. 存在风险的站点;
2. 收到民众投诉的站点。
ພາສາລາວ (老挝语原文)
ມາດຕາ 8. ສະຖານີທີ່ຕ້ອງໄດ້ຮັບການກວດກາ
ສະຖານີທີ່ຕ້ອງໄດ້ຮັບການກວດກາ ໄດ້ແກ່:
1. ສະຖານີທີ່ມີຄວາມສ່ຽງ;
2. ສະຖານີທີ່ໄດ້ຮັບການຮ້ອງຮຽນຈາກປະຊາຊົນ.
第ມາດຕາ 9条
第9条 免于检查的电台
免于检查的电台是指发射功率不超过2瓦的电台。
ພາສາລາວ (老挝语原文)
ມາດຕາ 9. ສະຖານີທີ່ໄດ້ຮັບການຍົກເວັ້ນການກວດກາ
ສະຖານີທີ່ໄດ້ຮັບການຍົກເວັ້ນການກວດກາ ແມ່ນສະຖານີທີ່ໃຊ້ກຳລັງສົ່ງບໍ່ເກີນ 2 ວັດ
第ມາດຕາ 10条
第10条 电站电磁场强度安全技术规程的认证
电站电磁场强度安全技术规程的认证是指根据电磁场强度安全技术规程,对检查结果报告中的技术指标进行评估,并颁发符合性证书(如附件3所示)(以下简称“认证”)。
ພາສາລາວ (老挝语原文)
ມາດຕາ 10. ການຢັ້ງຢືນລະບຽບການເຕັກນິກກ່ຽວກັບຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີ
ການຢັ້ງຢືນລະບຽບການເຕັກນິກກ່ຽວກັບຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີ ແມ່ນການປະເມີນຄ່າຕົວຊີ້ວັດທາງດ້ານເຕັກນິກຈາກບົດລາຍງານຜົນການກວດກາ ແລະ ອອກໃບຢັ້ງຢືນຄວາມສອດຄ່ອງ (ດັ່ງເອກະສານຊ້ອນທ້າຍ 3) (ຕໍ່ໄປນີ້ເອີ້ນວ່າ “ການຢັ້ງຢືນ”) ຕາມລະບຽບການເຕັກນິກກ່ຽວກັບຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າ.
第ມາດຕາ 11条
第11条 认证单位
认证单位是隶属于无线电通信管理局的单位,其职责是:依据检查单位的检查结果,对移动电话信号收发站的技术规范符合性进行评估和颁发认证证书;收集全国各站点的数据;向公众宣传关于站点电磁场安全的技术规范以及已获认证的站点;并制定尚未获得认证的站点的检查行动计划。
ພາສາລາວ (老挝语原文)
ມາດຕາ 11. ໜ່ວຍງານຢັ້ງຢືນ
ໜ່ວຍງານຢັ້ງຢືນ ແມ່ນໜ່ວຍງານທີ່ຂຶ້ນກັບກົມຄຸ້ມຄອງວິທະຍຸສື່ສານ ມີໜ້າທີ່ໃນການປະເມີນ ແລະ ອອກໃບຢັ້ງຢືນ ຄວາມສອດຄ່ອງລະບຽບການເຕັກນິກຂອງສະຖານີຮັບສົ່ງສັນຍານໂທລະສັບເຄື່ອນທີ່ໂດຍອີງໃສ່ຜົນຂອງການກວດກາຂອງໜ່ວຍງານກວດກາ, ເກັບກຳຂໍ້ມູນສະຖານີໃນທົ່ວປະເທດ, ເຜີຍແຜ່ໃຫ້ປະຊາຊົນຮັບຊາບກ່ຽວກັບລະບຽບການເຕັກນິກກ່ຽວກັບຄວາມປອດໄພດ້ານຄວາມແຮງທົ່ງແມ່ເຫຼັກໄຟຟ້າຂອງສະຖານີ ແລະ ສະຖານີທີ່ໄດ້ຮັບການຢັ້ງຢືນແລ້ວ, ແລະ ສ້າງແຜນການເຄື່ອນໄຫວການກວດກາສະຖານີທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນ.
第ມາດຕາ 12条
第12条 检测和认证的技术规程
电磁场安全检测和认证的技术规程依据国际电信联盟的技术规程 ITU-T K.52、ITU-T K.61、ITU-T K.100、IEC 62232 或其他类似的技术规程。
ພາສາລາວ (老挝语原文)
ມາດຕາ 12. ລະບຽບການເຕັກນິກໃນການກວດກາ ແລະ ການຢັ້ງຢືນ
ລະບຽບການເຕັກນິກໃນການກວດກາ ແລະ ການຢັ້ງຢືນ ຄວາມປອດໄພດ້ານຄວາມແຮງທົ່ງແມເຫຼັກໄຟຟ້າ ແມ່ນອີງຕາມລະບຽບການເຕັກນິກຂອງສະຫະພາບໂທລະຄົມມະນາຄົມສາກົນ ITU-T K.52, ITU-T K.61, ITU-T K.100, IEC 62232 ຫຼື ລະບຽບການເຕັກນິກອື່ນທີ່ຄ້າຍຄື.
本页展示前 12 条,全文共 29 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读