ຂໍ້ຕົກລົງວ່າດ້ວຍ ການສຳຫຼວດປ່າໄມ້

森林调查协议

Forest Survey Agreement

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງກິດຈະກຳການສຳຫຼວດປ່າໄມ້, ກຳນົດປະເພດການສຳຫຼວດ, ຄຳສັບ ແລະ ຫຼັກການ, ນຳໃຊ້ກັບບຸກຄົນ, ນິຕິບຸກຄົນ ຫຼື ອົງກອນ ທີ່ດຳເນີນການສຳຫຼວດປ່າໄມ້.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການສຳຫຼວດປ່າໄມ້
ການສຳຫຼວດປ່າໄມ້ ແມ່ນ ການເກັບກຳຂໍ້ມູນ, ຕີລາຄາສະພາບປ່າໄມ້, ການປະເມີນຄວາມປົກຫຸ້ມປ່າໄມ້, ການປ່ຽນແປງການນຳໃຊ້ ປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ຊະນິດພັນໄມ້, ບໍລິມາດໄມ້, ຊີວະມວນສານ, ປະລິມານ ການສະສົມກາກບອນໃນປ່າໄມ້, ໄມ້ສືບພັນ ແລະ ເຄື່ອງປ່າຂອງດົງ.

ມາດຕາ ມາດຕາ 2

ມາດຕາ 2 ອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ການສຸ່ມຕົວຢ່າງ ໝາຍເຖິງ ການກຳນົດພື້ນທີ່ສຳຫຼວດເກັບກຳຂໍ້ມູນ ເພື່ອເປັນຕົວແທນເນື້ອທີ່ທັງໝົດ;

2. ຄຸ້ມທີ່ຈະຂຸດຄົ້ນໄມ້ ໝາຍເຖິງ ພື້ນທີ່ໜຶ່ງ ທີ່ໄດ້ກຳນົດຕາມຮອບວຽນຕັດຟັນ ໃຫ້ເປັນເຂດຊຸດຄົນໄມ້ ໃນເຂດປ່າຜະລິດ ທີ່ມີບໍລິມາດໄມ້ ຫົກສິບ (60) ແມັດກ້ອນ ຂຶ້ນໄປ;

3. ທີ່ດິນປ່າໄມ້ ໝາຍເຖິງ ເນື້ອທີ່ດິນທຸກຕອນ ທີ່ມີປ່າໄມ້ ຫຼື ບໍ່ມີປ່າໄມ້ປົກຄຸມຢູ່ ຊຶ່ງລັດໄດ້ກຳນົດໃຫ້ເປັນທີ່ດິນປ່າໄມ້;

4. ການຈະເລີນເຕີບໂຕຂອງປ່າໄມ້ ໝາຍເຖິງ ການເພີ່ມຂຶ້ນຂອງບໍລິມາດໄມ້ ຂອງຕົ້ນໄມ້ທຸກຊະນິດໃນພື້ນທີ່ປ່າໄມ້ ມະນຸດສ້າງ.

ມາດຕາ ມາດຕາ 3

ມາດຕາ 4 ຫຼັກການ
ການສຳຫຼວດປ່າໄມ້ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ນະໂຍບາຍ, ກົດໝາຍ, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນຍຸດທະສາດປ່າໄມ້ ແລະ ລະບຽບການ;
2. ຮັບປະກັນຜົນປະໂຫຍດຂອງ ລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ປົກປັກຮັກສາ, ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມກົດໝາຍ;
3. ຮັບປະກັນການມີສ່ວນຮ່ວມ ກັບຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ;
4. ຮັບປະກັນມາດຕະຖານທາງດ້ານເຕັກນິກວິຊາການ ກ່ຽວກັບການສຳຫຼວດປ່າໄມ້ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ;
5. ສະໜອງຂໍ້ມູນ ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ມີປະສິດທິຜົນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 31 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ