森林调查协议

ຂໍ້ຕົກລົງວ່າດ້ວຍ ການສຳຫຼວດປ່າໄມ້

Forest Survey Agreement

简介

该协议规范森林调查活动,明确调查类型、术语定义及原则,适用于从事森林调查的个人、法人或组织。

Summary

This agreement regulates forest survey activities, specifying survey types, term definitions, and principles, applicable to individuals, legal entities, or organizations engaged in forest surveys.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງກິດຈະກຳການສຳຫຼວດປ່າໄມ້, ກຳນົດປະເພດການສຳຫຼວດ, ຄຳສັບ ແລະ ຫຼັກການ, ນຳໃຊ້ກັບບຸກຄົນ, ນິຕິບຸກຄົນ ຫຼື ອົງກອນ ທີ່ດຳເນີນການສຳຫຼວດປ່າໄມ້.

条文

第ມາດຕາ 1条

第2条 森林调查
森林调查是指收集数据、评估森林状况、评估森林覆盖率、森林利用变化、林地及森林资源、树种、木材蓄积量、生物量、森林碳汇量、林木更新及林副产品。

ພາສາລາວ (老挝语原文)

ມາດຕາ 2 ການສຳຫຼວດປ່າໄມ້
ການສຳຫຼວດປ່າໄມ້ ແມ່ນ ການເກັບກຳຂໍ້ມູນ, ຕີລາຄາສະພາບປ່າໄມ້, ການປະເມີນຄວາມປົກຫຸ້ມປ່າໄມ້, ການປ່ຽນແປງການນຳໃຊ້ ປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ຊະນິດພັນໄມ້, ບໍລິມາດໄມ້, ຊີວະມວນສານ, ປະລິມານ ການສະສົມກາກບອນໃນປ່າໄມ້, ໄມ້ສືບພັນ ແລະ ເຄື່ອງປ່າຂອງດົງ.

第ມາດຕາ 2条

第2条 术语解释

本协议中使用的术语定义如下:

1. 抽样 指确定调查收集数据的区域,以代表整个面积;

2. 采伐区 指根据轮伐期确定的一个区域,作为生产林区内的采伐作业区,其木材蓄积量在六十(60)立方米以上;

3. 林地 指所有有森林覆盖或无森林覆盖的地块,由国家确定为林地;

4. 森林生长 指人工林中所有树种木材蓄积量的增加。

ພາສາລາວ (老挝语原文)

ມາດຕາ 2 ອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ການສຸ່ມຕົວຢ່າງ ໝາຍເຖິງ ການກຳນົດພື້ນທີ່ສຳຫຼວດເກັບກຳຂໍ້ມູນ ເພື່ອເປັນຕົວແທນເນື້ອທີ່ທັງໝົດ;

2. ຄຸ້ມທີ່ຈະຂຸດຄົ້ນໄມ້ ໝາຍເຖິງ ພື້ນທີ່ໜຶ່ງ ທີ່ໄດ້ກຳນົດຕາມຮອບວຽນຕັດຟັນ ໃຫ້ເປັນເຂດຊຸດຄົນໄມ້ ໃນເຂດປ່າຜະລິດ ທີ່ມີບໍລິມາດໄມ້ ຫົກສິບ (60) ແມັດກ້ອນ ຂຶ້ນໄປ;

3. ທີ່ດິນປ່າໄມ້ ໝາຍເຖິງ ເນື້ອທີ່ດິນທຸກຕອນ ທີ່ມີປ່າໄມ້ ຫຼື ບໍ່ມີປ່າໄມ້ປົກຄຸມຢູ່ ຊຶ່ງລັດໄດ້ກຳນົດໃຫ້ເປັນທີ່ດິນປ່າໄມ້;

4. ການຈະເລີນເຕີບໂຕຂອງປ່າໄມ້ ໝາຍເຖິງ ການເພີ່ມຂຶ້ນຂອງບໍລິມາດໄມ້ ຂອງຕົ້ນໄມ້ທຸກຊະນິດໃນພື້ນທີ່ປ່າໄມ້ ມະນຸດສ້າງ.

第ມາດຕາ 3条

第4条 原则
森林调查应遵循以下原则:
1. 符合政策、法律、国家土地分配总体规划、森林战略规划及规定;
2. 保障国家、个人、法人或组织依法保护、开发森林和林地的利益;
3. 保障与部门、机构、地方行政机关及其他相关方的参与;
4. 保障森林调查的技术标准在全国范围内统一;
5. 有效提供森林和林地信息。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການ
ການສຳຫຼວດປ່າໄມ້ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ນະໂຍບາຍ, ກົດໝາຍ, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນຍຸດທະສາດປ່າໄມ້ ແລະ ລະບຽບການ;
2. ຮັບປະກັນຜົນປະໂຫຍດຂອງ ລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ປົກປັກຮັກສາ, ພັດທະນາປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມກົດໝາຍ;
3. ຮັບປະກັນການມີສ່ວນຮ່ວມ ກັບຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ;
4. ຮັບປະກັນມາດຕະຖານທາງດ້ານເຕັກນິກວິຊາການ ກ່ຽວກັບການສຳຫຼວດປ່າໄມ້ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ;
5. ສະໜອງຂໍ້ມູນ ປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ມີປະສິດທິຜົນ.

第ມາດຕາ 4条

第4条 适用范围
本协议适用于根据法律和法规规定的权利范围,从事森林调查工作的个人、法人或组织。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວ ກ່ຽວກັບວຽກງານ ການສຳຫຼວດປ່າໄມ້ ຕາມຂອບເຂດສິດ ທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

第ມາດຕາ 5条

第5条 森林调查类型

森林调查包括以下十(10)种类型:
1. 森林覆盖调查;
2. 国家森林调查;
3. 防护林调查;
4. 保护区森林调查;
5. 生产林调查;
6. 确定森林恢复、植树及林副产品区域的调查;
7. 林地转换区域及基础设施建设区域的森林调查;
8. 为开发林副产品进行的调查;
9. 为能源用材进行的调查;
10. 森林生长调查。

ພາສາລາວ (老挝语原文)

ມາດຕາ 5 ປະເພດການສຳຫຼວດປ່າໄມ້

ການສຳຫຼວດປ່າໄມ້ ປະກອບມີ ສິບ (10) ປະເພດ ດັ່ງນີ້:

1. ການສຳຫຼວດຄວາມປົກຫຸ້ມປ່າໄມ້;
2. ການສຳຫຼວດປ່າໄມ້ແຫ່ງຊາດ;
3. ການສຳຫຼວດປ່າປ້ອງກັນ;
4. ການສຳຫຼວດປ່າສະຫງວນ;
5. ການສຳຫຼວດປ່າຜະລິດ;
6. ການສຳຫຼວດກຳນົດເຂດພື້ນຟູປ່າ, ປູກໄມ້ ແລະ ເຄື່ອງປ່າຂອງດົງ;
7. ການສຳຫຼວດປ່າໄມ້ເຂດຫັນປ່ຽນທີ່ດິນປ່າໄມ້ ແລະ ເຂດກໍ່ສ້າງພື້ນຖານໂຄງລ່າງ;
8. ການສຳຫຼວດ ເພື່ອຊຸກຄົ້ນເຄື່ອງປ່າຂອງດົງ;
9. ການສຳຫຼວດໄມ້ ເພື່ອເປັນພະລັງງານ;
10. ການສຳຫຼວດການຈະເລີນເຕີບໂຕຂອງປ່າໄມ້.

第ມາດຕາ 6条

第6条 森林覆盖率调查

森林覆盖率调查旨在综合评价国家及地区层面森林资源管理和利用、森林变化及森林面积的情况,具体实施如下:

1. 利用影像区分当前土地利用和森林类型;
2. 比较当前与过去时期的土地利用和森林类型数据;
3. 采用分层随机抽样,在变化区域进行数据采集,抽样比例不超过10%;
4. 调查、收集和分析当前土地利用和森林类型数据;
5. 森林覆盖率调查每五年进行一次,不得超过五年。

ພາສາລາວ (老挝语原文)

ມາດຕາ 6 ການສຳຫຼວດຄວາມປົກຫຸ້ມປ່າໄມ້

ການສຳຫຼວດຄວາມປົກຫຸ້ມປ່າໄມ້ ແມ່ນ ແນໃສ່ຕີລາຄາ ທຳອຽງລວມ ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນປ່າໄມ້, ການປ່ຽນແປງ ຂອງປ່າໄມ້ ແລະ ເນື້ອທີ່ປ່າໄມ້ ໃນ ລະດັບຊາດ ແລະ ລະດັບພາກ ໂດຍປະຕິບັດ ດັ່ງນີ້:

1. ນຳໃຊ້ພາບຖ່າຍ ເພື່ອຈຳແນກ ປະເພດການນຳໃຊ້ທີ່ດິນ ແລະ ປ່າໄມ້ ປະຈຸບັນ;
2. ປຽບທຽບຂໍ້ມູນ ປະເພດການນຳໃຊ້ທີ່ດິນ ແລະ ປ່າໄມ້ ໃນປະຈຸບັນ ແລະ ໄລຍະຜ່ານມາ;
3. ສຸ່ມຕົວຢ່າງແບບຈຳແນກຊັ້ນ ເພື່ອສຳຫຼວດເກັບກຳຂໍ້ມູນ ບໍ່ໃຫ້ເກີນ ສິບສ່ວນຮ້ອຍ (10%) ໃນເຂດທີ່ມີການປ່ຽນແປງ;
4. ສຳຫຼວດເກັບກຳ ແລະ ວິເຄາະ ຂໍ້ມູນ ປະເພດການນຳໃຊ້ທີ່ດິນ ແລະ ປ່າໄມ້ ໃນປະຈຸບັນ;
5. ການສຳຫຼວດຄວາມປົກຫຸ້ມປ່າໄມ້ ຕ້ອງດຳເນີນບໍ່ເກີນ ຫ້າ (5) ປີຕໍ່ຄັ້ງ.

第ມາດຕາ 7条

第7条 保护林调查

保护林调查是指为确定范围和分配而进行的调查收集数据,基于与相关部门和地方行政机构达成共识的基础上进行,具体如下:

1. 利用影像来区分当前土地利用和森林的类型;

2. 抽样调查收集数据,至少占总面积的百分之一(1%);

3. 划定边界的调查必须进行关于地理、历史、文化和自然特征、森林状况、水源、集水区、水库以及村庄经济社会的调查收集数据,以确定保护林的等级,按照2024年1月4日第01/ລບ号关于保护林的政令第6、7、8和9条的规定,不包括已分配给人民管理和使用的区域;

4. 保护林分配的调查必须进行收集和分析关于区域状况、生物多样性、生态系统、森林覆盖率、碳储量、水生动物物种、野生动物和林产品、水源、河岸林、路旁林、土地利用和经济社会的数据,以及历史、文化的重要性,以便将区域划分为绝对禁区和管控使用区,与相关部门、地方行政机构和人民达成一致。

ພາສາລາວ (老挝语原文)

ມາດຕາ 7 ການສຳຫຼວດປ່າປ້ອງກັນ

ການສຳຫຼວດປ່າປ້ອງກັນ ແມ່ນການສຳຫຼວດເກັບກຳຂໍ້ມູນ ເພື່ອກຳນົດຂອບເຂດ ແລະ ຈັດສັນ ບົນພື້ນຖານການເຫັນດີເປັນເອກະພາບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໂດຍປະຕິບັດດັ່ງນີ້:

1. ນຳໃຊ້ພາບຖ່າຍ ເພື່ອຈຳແນກ ປະເພດການນຳໃຊ້ທີ່ດິນ ແລະ ປ່າໄມ້ ໃນປະຈຸບັນ;

2. ສຸ່ມຕົວຢ່າງ ເພື່ອສຳຫຼວດເກັບກຳຂໍ້ມູນຢ່າງໜ້ອຍ ໜຶ່ງສ່ວນຮ້ອຍ (1%) ຂອງຈຳນວນເນື້ອທີ່ທັງໝົດ;

3. ການສຳຫຼວດກຳນົດໝາຍຂອບເຂດ ຕ້ອງດຳເນີນການສຳຫຼວດເກັບກຳຂໍ້ມູນ ກ່ຽວກັບ ຄຸນລັກສະນະທາງດ້ານ ພູມສາດ, ປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ, ສະພາບປ່າໄມ້, ແຫຼ່ງນ້ຳ, ອ່າງຮັບນ້ຳ, ອ່າງເກັບນ້ຳ ແລະ ເສດຖະກິດ-ສັງຄົມຂອງບ້ານ ເພື່ອກຳນົດລະດັບປ່າປ້ອງກັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 6, 7, 8 ແລະ 9 ຂອງດຳລັດ ວ່າດ້ວຍປ່າປ້ອງກັນ ສະບັບເລກທີ 01/ລບ, ລົງວັນທີ 04 ມັງກອນ 2024 ໂດຍບໍ່ລວມເອົາເນື້ອທີ່ທີ່ໄດ້ຈັດສັນໃຫ້ປະຊາຊົນຄຸ້ມຄອງ ແລະ ນຳໃຊ້;

4. ການສຳຫຼວດຈັດສັນປ່າປ້ອງກັນ ຕ້ອງດຳເນີນການ ເກັບກຳ ແລະ ວິເຄາະ ຂໍ້ມູນ ກ່ຽວກັບ ສະພາບພື້ນທີ່, ຊີວະນາໆພັນ, ລະບົບນິເວດ, ເນື້ອທີ່ປົກຫຸ້ມປ່າໄມ້, ມວນສານທາດອາຍກາກໂບນິກ, ຊະນິດພັນສັດນ້ຳ, ສັດປ່າ ແລະ ເຄື່ອງປ່າຂອງດົງ, ແຫຼ່ງນ້ຳ, ປ່າແຄມນ້ຳ, ປ່າແຄມທາງ, ການນຳໃຊ້ທີ່ດິນ ແລະ ເສດຖະກິດ-ສັງຄົມ, ຄວາມສຳຄັນທາງດ້ານປະຫວັດສາດ, ວັດທະນະທຳ ເພື່ອຈັດສັນພື້ນທີ່ເປັນ ເຂດຫ້າມເດັດຂາດ ແລະ ເຂດຄຸ້ມຄອງນຳໃຊ້ ໂດຍເປັນເອກະພາບກັບ ຂະແໜງການ, ອົງການປົກຄອງຂັ້ນທ້ອງຖິ່ນ ແລະ ປະຊາຊົນ.

第ມາດຕາ 8条

第10条 保护区调查

保护区调查是指为确定边界、分配和设立标志而进行的资料收集,基于与相关部门和地方行政机构的共识,具体实施如下:

1. 利用航拍照片区分当前土地利用和森林类型;

2. 抽样调查收集资料,不少于总量的百分之一(1%)以上;

3. 确定边界前,必须对区域特征、生物多样性和村庄经济社会情况进行资料收集,然后按照规定的保护区等级进行划定。

ພາສາລາວ (老挝语原文)

ມາດຕາ 10 ການສຳຫຼວດປ່າສະຫງວນ

ການສຳຫຼວດປ່າສະຫງວນ ແມ່ນການສຳຫຼວດເກັບກຳຂໍ້ມູນ ເພື່ອກຳນົດຂອບເຂດ, ຈັດສັນ ແລະ ປັກຫຼັກໝາຍ ບົນພື້ນຖານການເຫັນດີເປັນເອກະພາບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໂດຍປະຕິບັດ ດັ່ງນີ້:

1. ນຳໃຊ້ພາບຖ່າຍ ເພື່ອຈຳແນກ ປະເພດການນຳໃຊ້ທີ່ດິນ ແລະ ປ່າໄມ້ ໃນປະຈຸບັນ;

2. ສຸ່ມຕົວຢ່າງສຳຫຼວດເກັບກຳຂໍ້ມູນ ຢ່າງບໍ່ຕໍ່າ ກວ່າສ່ວນຮ້ອຍ (1%) ຂຶ້ນໄປ ຂອງຈຳນວນທັງໝົດ;

3. ການກຳນົດຂອບເຂດ ຕ້ອງດຳເນີນການສຳຫຼວດເກັບກຳຂໍ້ມູນ ກ່ຽວກັບ ຄຸນລັກສະນະຂອງພື້ນທີ່, ຊີວະນາໆພັນ ແລະ ເສດຖະກິດ-ສັງຄົມຂອງບ້ານ ກ່ອນການກຳນົດລະດັບປ່າສະຫງວນ ຕາມທີ່ໄດ້ກຳນົດໄວ້ໃນ

第ມາດຕາ 9条

第9条 保护区的划分必须进行调查、收集和分析有关森林状况、生物多样性、生态系统、森林覆盖率、碳储量、水生动物物种、野生动物、植物和藤本植物、水源、土地利用、人与野生动物冲突、社会经济、历史和文化重要性的数据,以确定严格保护区、管理利用区和缓冲区;

ພາສາລາວ (老挝语原文)

ມາດຕາ 9 ການຈັດສັນປາສະຫງວນ ຕ້ອງດຳເນີນການສຳຫຼວດເກັບກຳ ແລະ ວິເຄາະ ຂໍ້ມູນກ່ຽວກັບ ສະພາບປ່າໄມ້, ຊີວະນາໆພັນ, ລະບົບນິເວດ, ເນື້ອທີ່ປົກຫຸ້ມປ່າໄມ້, ມວນສານທາດອາຍກາກໂບນິກ, ຊະນິດພັນສັດນ້ຳ, ສັດປ່າ, ພືດພັນ ແລະ ເຄືອໄມ້ປ່າຂອງດົງ, ແຫຼ່ງນ້ຳ, ການນຳໃຊ້ທີ່ດິນ, ຂໍ້ຂັດແຍ່ງລະຫວ່າງຄົນກັບສັດປ່າ, ເສດຖະກິດ-ສັງຄົມ, ຄວາມສຳຄັນທາງດ້ານປະຫວັດສາດ ແລະ ວັດທະນະທຳ ເພື່ອກຳນົດເປັນ ເຂດຫ້າມເດັດຂາດ, ເຂດຄຸ້ມຄອງນຳໃຊ້ ແລະ ເຂດກັນຊົນ;

第ມາດຕາ 10条

第10条 生产林调查
生产林调查是指收集和分析关于区域特征、森林状况、土地利用和森林利用、树种和林产品、村庄社会经济以及其他必要数据的活动,包括以下五项调查:
1. 边界划定调查
- 利用影像区分当前土地利用和森林利用类型;
- 收集关于区域特征、森林状况、土地利用和森林资源以及地方社会经济发展的数据;
- 不在防护林、保护区范围内,距离国际边界至少五(5)公里;
- 面积至少五千(5,000)公顷;
- 不包括已分配给人民管理和使用的区域;
- 与相关部门、地方行政机构和人民达成一致。
2. 生产林分配调查
- 利用影像区分当前土地利用和森林利用类型;
- 对原始林、混交落叶林、针叶林、针阔混交林面积进行分层抽样三百分比(3%),对疏林、灌丛和次生林面积进行一百分比(1%)抽样;
- 收集和分析关于森林状况、土地利用和森林利用、木材蓄积量、树种和林产品、社会经济、野生动物痕迹、野生动物栖息地以及其他必要数据;
- 划分为:可采伐区,胸径二十(20)厘米以上木材蓄积量超过六十(60)立方米/公顷;森林恢复区,木材蓄积量在二十至六十(20-60)立方米/公顷之间;商品林木和林产品种植区,位于退化和荒芜林地,树冠覆盖度不超过十百分比(10%),木材蓄积量低于二十(20)立方米/公顷;环境保护和保育区,包括河岸林地、水源地、水源区、坡度三十五(35)度以上区域以及珍稀濒危野生动物栖息地;
- 每十五(15)年或采伐结束后更新分配计划。
3. 采伐前调查
- 对胸径低于允许采伐标准的树木进行六百分比(6%)以上抽样,以评估选伐木材蓄积量;
- 收集和分析所有胸径五十(50)厘米以上树木的数据,包括允许采伐胸径的树木及其位置;
- 制定采伐计划。
4. 标记采伐木调查
- 通过编号、标记采伐点、打号并确定树木倒向来选择采伐树木;
- 制作标记树木位置图;
- 确定集材道。
5. 采伐后调查
- 在采伐完成后六(6)个月内进行调查;
- 至少五百分比(5%)抽样;
- 收集和分析关于采伐木材、剩余物和其他物品的数据;
- 评估对森林资源和环境的影响。

ພາສາລາວ (老挝语原文)

ມາດຕາ 10 ການສຳຫຼວດປ່າຜະລິດ
ການສຳຫຼວດປ່າຜະລິດ ແມ່ນການເກັບກຳ ແລະ ວິເຄາະຂໍ້ມູນ ກ່ຽວກັບ ຄຸນລັກສະນະຂອງພື້ນທີ່, ສະພາບປ່າໄມ້, ການນຳໃຊ້ທີ່ດິນ ແລະ ປ່າໄມ້, ຊະນິດພັນໄມ້ ແລະ ເຄື່ອງປ່າຂອງດົງ, ເສດຖະກິດ-ສັງຄົມຂອງບ້ານ ແລະ ຂໍ້ມູນອື່ນທີ່ຈຳເປັນ ຊຶ່ງປະກອບມີ ຫ້າ (5) ການສຳຫຼວດ ດັ່ງນີ້:
1. ການສຳຫຼວດກຳນົດໝາຍຂອບເຂດ
- ນຳໃຊ້ພາບຖ່າຍ ເພື່ອຈຳແນກ ປະເພດການນຳໃຊ້ທີ່ດິນ ແລະ ປ່າໄມ້ ໃນປະຈຸບັນ;
- ເກັບກຳຂໍ້ມູນ ກ່ຽວກັບ ຄຸນລັກສະນະຂອງພື້ນທີ່, ສະພາບປ່າໄມ້, ການນຳໃຊ້ທີ່ດິນ ແລະ ຊັບພະຍາກອນປ່າໄມ້ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ;
- ບໍ່ຢູ່ໃນເຂດປ່າປ້ອງກັນ, ປ່າສະຫງວນ, ຫ່າງຈາກຊາຍແດນ ລະຫວ່າງຊາດ ຢ່າງໜ້ອຍ ຫ້າ (5) ກິໂລແມັດ;
- ມີເນື້ອທີ່ ຢ່າງໜ້ອຍ ຫ້າພັນ (5.000) ເຮັກຕາ;
- ບໍ່ລວມເອົາເນື້ອທີ່ທີ່ໄດ້ຈັດສັນໃຫ້ປະຊາຊົນຄຸ້ມຄອງ ແລະ ນຳໃຊ້;
- ເອກະພາບກັບ ຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງຂັ້ນທ້ອງຖິ່ນ ແລະ ປະຊາຊົນ.
2. ການສຳຫຼວດຈັດສັນປ່າຜະລິດ
- ນຳໃຊ້ພາບຖ່າຍ ເພື່ອຈຳແນກ ປະເພດການນຳໃຊ້ທີ່ດິນ ແລະ ປ່າໄມ້ ໃນປະຈຸບັນ;
- ສຸ່ມຕົວຢ່າງ ແບບຈຳແນກຊັ້ນ ສາມສ່ວນຮ້ອຍ (3%) ຂອງເນື້ອທີ່ ປ່າດົງດິບ, ປ່າຜັດໃບປະສົມ, ປ່າໄມ້ໃບເຂັມ, ປ່າໄມ້ໃບເຂັມປະສົມໃບກວ້າງ ແລະ ໜຶ່ງສ່ວນຮ້ອຍ (1%) ຂອງເນື້ອທີ່ປ່າໂຄກ, ປ່າໄມ້ປ່ອງ ແລະ ປ່າເຫຼົ່າ;
- ດຳເນີນການ ເກັບກຳ ແລະ ວິເຄາະ ຂໍ້ມູນ ກ່ຽວກັບ ສະພາບປ່າໄມ້, ການນຳໃຊ້ທີ່ດິນ ແລະ ປ່າໄມ້, ບໍລິມາດໄມ້, ຊະນິດພັນໄມ້ ແລະ ເຄື່ອງປ່າຂອງດົງ, ເສດຖະກິດ-ສັງຄົມ, ຮ່ອງຮອຍຂອງສັດປ່າ, ແຫຼ່ງທີ່ຢູ່ອາໄສຂອງສັດປ່າ ແລະ ຂໍ້ມູນທີ່ຈຳເປັນ;
- ກຳນົດເປັນ ເຂດທີ່ສາມາດຂຸດຄົ້ນໄມ້ ທີ່ມີບໍລິມາດໄມ້ຂັ້ນຫ້າຕ້າງ ຊາວ (20) ຊັງຕີແມັດຂຶ້ນໄປ ເກີນ ຫົກສິບ (60) ແມັດກ້ອນຕໍ່ເຮັກຕາ, ເຂດຟື້ນຟູປ່າໄມ້ ທີ່ມີບໍລິມາດໄມ້ ລະຫວ່າງ ຊາວ ຫາ ຫົກສິບ (20-60) ແມັດກ້ອນຕໍ່ເຮັກຕາ, ເຂດປູກໄມ້ ແລະ ເຄື່ອງປ່າຂອງດົງ ເປັນສິນຄ້າ ໃນເຂດທີ່ດິນປ່າຊຸດໂຊມ ແລະ ເປົ່າຫວ່າງ ທີ່ມີຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ ບໍ່ເກີນ ສິບ ສ່ວນຮ້ອຍ (10%) ແລະ ບໍລິມາດໄມ້ຕໍ່າກວ່າ ຊາວ (20) ແມັດກ້ອນຕໍ່ເຮັກຕາ, ເຂດອະນຸລັກ ແລະ ປົກປັກຮັກສາສິ່ງແວດລ້ອມ ທີ່ເປັນທີ່ດິນປ່າໄມ້ແຄມນໍ້າ, ເຂດຍອດນໍ້າ, ແຫຼ່ງນໍ້າ, ເຂດທີ່ມີຄວາມຄ້ອຍຊັນສູງ ສາມສິບຫ້າ (35) ອົງສາຂຶ້ນໄປ ແລະ ແຫຼ່ງທີ່ຢູ່ອາໄສຂອງສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ;
- ປັບປຸງແຜນຈັດສັນ ໃນຮອບວຽນ ສິບຫ້າ (15) ປີ ຫຼື ສິ້ນສຸດການຂຸດຄົ້ນໄມ້.
3. ການສຳຫຼວດກ່ອນການຂຸດຄົ້ນ
- ສຸ່ມຕົວຢ່າງ ຫົກ ສ່ວນຮ້ອຍ (6%) ຂຶ້ນໄປ ສຳລັບຕົ້ນໄມ້ ທີ່ມີຂະໜາດວັດຮອບຕໍ່າກວ່າອະນຸຍາດຕັດຟັນຂຶ້ນໄປ ເພື່ອປະເມີນບໍລິມາດໄມ້ໃນການຄັດເລືອກຕົ້ນຕັດ;
- ເກັບກຳ ແລະ ວິເຄາະ ຂໍ້ມູນ ກ່ຽວກັບ ຕົ້ນໄມ້ທັງໝົດ ທີ່ມີຫ້າຕ້າງ ຫ້າສິບ (50) ຊັງຕີແມັດ ຂຶ້ນໄປ ລວມທັງໄມ້ຂະໜາດວັດຮອບອະນຸຍາດຕັດຟັນ ແລະ ຈຸດທີ່ຕັ້ງຂອງຕົ້ນໄມ້;
- ສ້າງແຜນການຂຸດຄົ້ນໄມ້.
4. ການສຳຫຼວດໝາຍຕົ້ນຕັດ
- ຫຼາຍຕົ້ນໄມ້ຖືກຄັດເລືອກທີ່ຈະຕັດ ໂດຍການແຕ້ມເບີຕົ້ນ, ແຕ້ມຈຸດຕັດໄມ້, ຕີກາຕົ້ນໄມ້ ແລະ ກຳນົດທິດລົ້ມຂອງຕົ້ນໄມ້;
- ສ້າງແຜນທີ່ຈຸດທີ່ຕັ້ງຂອງຕົ້ນໄມ້ທີ່ໄດ້ໝາຍ;
- ກຳນົດເສັ້ນທາງລາກແກ່ໄມ້.
5. ການສຳຫຼວດຫຼັງການຂຸດຄົ້ນໄມ້
- ສຳຫຼວດພາຍໃນ ຫົກ (6) ເດືອນ ຫຼັງຈາກສຳເລັດການຂຸດຄົ້ນໄມ້;
- ສຸ່ມຕົວຢ່າງ ຢ່າງໜ້ອຍ ຫ້າສ່ວນຮ້ອຍ (5%);
- ເກັບກຳ ແລະ ວິເຄາະ ຂໍ້ມູນ ກ່ຽວກັບ ໄມ້ທີ່ຖືກຕັດ, ສິ່ງເສດເຫຼືອ ແລະ ສິ່ງອື່ນ;
- ປະເມີນຜົນກະທົບດ້ານຊັບພະຍາກອນປ່າໄມ້ ແລະ ສິ່ງແວດລ້ອມ.

第ມາດຕາ 11条

第11条 恢复森林、种植林木和非木材林产品的区域调查

可以恢复森林、种植林木和非木材林产品的区域必须是退化林地或空旷林地,其面积每块至少三(3)公顷,地块之间的距离不超过五百(500)米,胸径十(10)厘米以上的木材蓄积量不超过二十(20)立方米每公顷每块,胸径小于十(10)厘米的树木数量不超过一千(1,000)株每公顷每块,并按以下规定执行:

1. 利用影像初步确定退化林地或空旷林地的区域;

2. 抽取至少百分之一(1%)的总面积样本;

3. 调查收集所有林地使用范围的资料;

4. 调查收集树木、经济-社会资料,并确认可以恢复森林、种植林木和非木材林产品的区域;

5. 分析并确认资料,以确定恢复森林、种植林木和非木材林产品的区域,并与地方行政机构协商一致。

ພາສາລາວ (老挝语原文)

ມາດຕາ 11 ການສຳຫຼວດກຳນົດເຂດຟື້ນຟູປ່າ, ປູກໄມ້ ແລະ ເຄື່ອງປ່າຂອງດົງ

ເຂດທີ່ສາມາດຟື້ນຟູປ່າ, ປູກໄມ້ ແລະ ເຄື່ອງປ່າຂອງດົງ ຕ້ອງແມ່ນທີ່ດິນປ່າຊຸດໂຊມ ຫຼື ທີ່ດິນປ່າເປົ່າຫວ່າງ ທີ່ມີເນື້ອທີ່ ຢ່າງໜ້ອຍ ສາມ (3) ເຮັກຕາ ຕໍ່ຕອນ, ໄລຍະຫ່າງ ລະຫວ່າງຕອນ ຫາ ຕອນ ບໍ່ເກີນ ຫ້າຮ້ອຍ (500) ແມັດ, ມີບໍລິມາດໄມ້ ທີ່ມີຂະໜາດຫ້າຕ້າງ ສິບ (10) ຊັງຕີແມັດ ຂຶ້ນໄປ ບໍ່ເກີນ ຊາວ (20) ແມັດກ້ອນ ຕໍ່ເຮັກຕາຕໍ່ຕອນ ແລະ ຈຳນວນຕົ້ນໄມ້ ທີ່ມີຫ້າຕ້າງ ນ້ອຍກວ່າ ສິບ (10) ຊັງຕີແມັດ ບໍ່ເກີນ ໜຶ່ງພັນ (1.000) ຕົ້ນຕໍ່ເຮັກຕາຕໍ່ຕອນ ໂດຍປະຕິບັດ ດັ່ງນີ້:

1. ນຳໃຊ້ພາບຖ່າຍ ເພື່ອກຳນົດພື້ນທີ່ ທີ່ດິນປ່າຊຸດໂຊມ ຫຼື ທີ່ດິນປ່າເປົ່າຫວ່າງ ເບື້ອງຕົ້ນ;

2. ສຸ່ມຕົວຢ່າງ ຢ່າງໜ້ອຍ ໜຶ່ງສ່ວນຮ້ອຍ (1%) ຂອງເນື້ອທີ່ທັງໝົດ;

3. ສຳຫຼວດເກັບກຳຂໍ້ມູນຂອບເຂດການນຳໃຊ້ທີ່ດິນປ່າໄມ້ທັງໝົດ;

4. ສຳຫຼວດເກັບກຳຂໍ້ມູນ ຕົ້ນໄມ້, ເສດຖະກິດ-ສັງຄົມ ແລະ ຢັ້ງຢືນ ພື້ນທີ່ເຂດທີ່ສາມາດຟື້ນຟູປ່າ, ປູກໄມ້ ແລະ ເຄື່ອງປ່າຂອງດົງ;

5. ວິເຄາະ ແລະ ຢັ້ງຢືນ ຂໍ້ມູນ ເພື່ອກຳນົດພື້ນທີ່ ຟື້ນຟູປ່າ, ປູກໄມ້ ແລະ ເຄື່ອງປ່າຂອງດົງ ໂດຍການເຫັນດີເອກະພາບກັບອົງການປົກຄອງທ້ອງຖິ່ນ.

第ມາດຕາ 12条

第12条 森林调查、林地转换区和基础设施建设区
为采伐木材而对林地转换区和基础设施建设区进行的调查,是对所有树木进行登记并评估其数量、木材体积和森林碳汇量,具体实施如下:

1. 利用影像确定当前实际森林面积,以进行调查数据收集;

2. 在道路走廊、输电线路、矿区、居民点分配区、灌溉区、风能区、太阳能区及其他区域进行树木数据调查,通过调查收集所有胸径在二十(20)厘米及以上的树木数据,以及胸径在二十至五(20-5)厘米之间的树木数据,采用抽样调查方式,抽样比例为实际森林面积的百分之一(1%);

3. 在集水区和蓄水区进行树木数据调查,采用抽样调查方式,抽样比例不超过实际森林面积的百分之十(10%),以收集胸径在五(5)厘米及以上的树木数据。

ພາສາລາວ (老挝语原文)

ມາດຕາ 12 ການສຳຫຼວດປ່າໄມ້ ເຂດຫັນປ່ຽນທີ່ດິນປ່າໄມ້ ແລະ ເຂດກໍ່ສ້າງໂຄງລ່າງພື້ນຖານ
ການສຳຫຼວດ ເພື່ອຊຸດຄົ້ນໄມ້ ເຂດຫັນປ່ຽນທີ່ດິນປ່າໄມ້ ແລະ ເຂດກໍ່ສ້າງໂຄງລ່າງພື້ນຖານ ແມ່ນການຂຶ້ນບັນຊີຕົ້ນໄມ້ທັງໝົດ ແລະ ປະເມີນ ທາງດ້ານ ຈຳນວນ, ບໍລິມາດໄມ້ ແລະ ປະລິມານການສະສົມກາກບອນປ່າໄມ້ ໂດຍປະຕິບັດ ດັ່ງນີ້:

1. ກຳນົດພື້ນທີ່ປ່າໄມ້ຕົວຈິງ ໃນປະຈຸບັນ ໂດຍນຳໃຊ້ພາບຖ່າຍ ເພື່ອສຳຫຼວດເກັບກຳຂໍ້ມູນ;

2. ສຳຫຼວດເກັບກຳຂໍ້ມູນຕົ້ນໄມ້ ໃນຂອບເຂດ ແລວທາງ, ແລວສາຍສົ່ງ, ບໍ່ແຮ່, ຈັດສັນພູມລຳເນົາ, ຊົນລະປະທານ, ພະລັງງານລົມ, ພະລັງງານແສງຕາເວັນ ແລະ ເຂດອື່ນ ໂດຍການສຳຫຼວດເກັບກຳຂໍ້ມູນ ຕົ້ນໄມ້ທັງໝົດທີ່ມີເສັ້ນຜ່າສູນກາງຕັ້ງແຕ່ ຊາວ (20) ຊັງຕີແມັດ ຂຶ້ນໄປ ແລະ ຕົ້ນໄມ້ ທີ່ມີເສັ້ນຜ່າສູນກາງນ້ອຍກວ່າ ຊາວ ຫາ ຫ້າ (20-5) ຊັງຕີແມັດ ໂດຍສຸ່ມຕົວຢ່າງສຳຫຼວດເກັບກຳຂໍ້ມູນ ໜຶ່ງສ່ວນຮ້ອຍ (1%) ຂອງເນື້ອທີ່ປ່າໄມ້ຕົວຈິງ;

3. ສຳຫຼວດເກັບກຳຂໍ້ມູນຕົ້ນໄມ້ ໃນຂອບເຂດອ່າງຮັບນ້ຳ ແລະ ອ່າງເກັບນ້ຳ ໂດຍການສຸ່ມຕົວຢ່າງສຳຫຼວດເກັບກຳຂໍ້ມູນ ບໍ່ເກີນ ສິບສ່ວນຮ້ອຍ (10%) ຂອງເນື້ອທີ່ປ່າໄມ້ຕົວຈິງ ເພື່ອເກັບກຳຂໍ້ມູນຕົ້ນໄມ້ ທີ່ມີເສັ້ນຜ່າສູນກາງ ຫ້າ (5) ຊັງຕີແມັດ ຂຶ້ນໄປ.

本页展示前 12 条,全文共 31 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译