ຂໍ້ຕົກລົງວ່າດ້ວຍ ກາໝາຍຄຸນນະພາບ ຜະລິດຕະພັນສັດ ແລະ ສັດນ້ຳ
畜禽及水产品质量标志协议
Livestock, Poultry, and Aquatic Product Quality Mark Agreement
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງຂັ້ນຕອນການຂໍ, ການກວດກາ ແລະ ການອອກໃບອະນຸຍາດການຮັບຮອງຄຸນນະພາບສິນຄ້າກະສິກຳ (GAP) ສຳລັບສັດປີກ ແລະ ສິນໃນນ້ຳຂອງ ສປປ ລາວ, ເພື່ອແນໃສ່ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນ, ສະດວກໃຫ້ຜູ້ບໍລິໂພກສາມາດຮັບຮູ້ໄດ້.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຮັບຮອງຄຸນນະພາບຜະລິດຕະພັນສັດ ແລະ ສັດນ້ຳ ແມ່ນການຮັບຮອງຄຸນນະພາບ ທີ່ອອກໃຫ້ໂດຍອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ເພື່ອບົ່ງບອກໃຫ້ຜູ້ບໍລິໂພກສາມາດຈຳແນກໄດ້ວ່າ ຜະລິດຕະພັນສັດ ແລະ ສັດນ້ຳນັ້ນ ມີຄຸນນະພາບ ແລະ ປອດໄພກວ່າ ຜະລິດຕະພັນສັດ ແລະ ສັດນ້ຳທົ່ວໄປ.
ມາດຕາ ມາດຕາ 2
ມາດຕາ 2
ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
ຜະລິດຕະພັນສັດ ໝາຍເຖິງ ຜົນຜະລິດທີ່ໄດ້ມາຈາກອະໄວຍະວະຂອງສັດ ເປັນຕົ້ນ ຊາກສັດ, ຊີ້ນ, ນົມ, ໄຂ່, ເຄື່ອງໃນ, ນ້ຳເຜີ້ງ ແລະ ຜະລິດຕະພັນສັດທີ່ປຸງແຕ່ງຂັ້ນຕົ້ນ;
ຜະລິດຕະພັນສັດນ້ຳ ໝາຍເຖິງ ຜົນຜະລິດ ທີ່ໄດ້ມາຈາກ ສັດນ້ຳ ເປັນຕົ້ນ ຊາກສັດນ້ຳ, ຊີ້ນ, ໄຂ່ປາສົດ ແລະ ຜະລິດຕະພັນສັດນ້ຳ ທີ່ປຸງແຕ່ງຂັ້ນຕົ້ນ;
ຕ່ອງໂສ້ການຜະລິດອາຫານ ໝາຍເຖິງຂະບວນການການຜະລິດອາຫານ ໂດຍເລີ່ມຈາກ ການຜະລິດ ຫຼື ຈັດຫາວັດຖຸດິບ, ການຂົນສົ່ງ, ການປຸງແຕ່ງຂັ້ນຕົ້ນ, ການເກັບຮັກສາ, ການຈຳໜ່າຍ ຈົນເຖິງການປຸງແຕ່ງເປັນອາຫານພ້ອມທີ່ຈະບໍລິໂພກ;
ການວິເຄາະສິ່ງເປັນອັນຕະລາຍ ແລະ ຄວບຄຸມຈຸດວິກິດ (HACCP) ໝາຍເຖິງ ມາດຕະຖານການຜະລິດ ທີ່ມີລະບົບ ການກຳນົດ, ປະເມີນຜົນ ແລະ ຄວບຄຸມ ຈຸດອັນຕະລາຍ ຕໍ່ຄວາມປອດໄພຂອງອາຫານ ເພື່ອຮັບປະກັນສຸຂະພາບຂອງຜູ້ບໍລິໂພກ;
ການສືບຍ້ອນຫຼັງ (Traceability) ໝາຍເຖິງ ລະບົບການບັນທຶກ ແລະ ຕິດຕາມຂໍ້ມູນຂອງຜະລິດຕະພັນໃດໜຶ່ງ ເລີ່ມຈາກຂອດການຜະລິດ, ປຸງແຕ່ງ, ເກັບຮັກສາ ແລະ ຈຳໜ່າຍ ຈົນເຖິງຜູ້ບໍລິໂພກ ເພື່ອຄວາມສະດວກ ໃນການສືບຍ້ອນຫຼັງປະຫວັດຂອງຜະລິດຕະພັນ;
ຜະລິດຕະພັນທີ່ໄດ້ຮັບການຢັ້ງຢືນ ໝາຍເຖິງ ຜະລິດຕະພັນສັດ ແລະ ສັດນ້ຳ ທີ່ໄດ້ຜ່ານການກວດກາທາງດ້ານວິຊາການແລ້ວ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 24 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ