畜禽及水产品质量标志协议
ຂໍ້ຕົກລົງວ່າດ້ວຍ ກາໝາຍຄຸນນະພາບ ຜະລິດຕະພັນສັດ ແລະ ສັດນ້ຳ
Livestock, Poultry, and Aquatic Product Quality Mark Agreement
简介
该协议规范老挝畜禽及水产品品质认证(GAP)的申请、检查与许可颁发流程,旨在确保产品品质与安全性,便于消费者识别。
Summary
This agreement regulates the application, inspection, and licensing process for quality certification (GAP) of livestock and aquatic products in Laos, aiming to ensure product quality and safety for consumer identification.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງຂັ້ນຕອນການຂໍ, ການກວດກາ ແລະ ການອອກໃບອະນຸຍາດການຮັບຮອງຄຸນນະພາບສິນຄ້າກະສິກຳ (GAP) ສຳລັບສັດປີກ ແລະ ສິນໃນນ້ຳຂອງ ສປປ ລາວ, ເພື່ອແນໃສ່ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນ, ສະດວກໃຫ້ຜູ້ບໍລິໂພກສາມາດຮັບຮູ້ໄດ້.
条文
第ມາດຕາ 1条
第2条 动物及水产品品质认证是由畜牧兽医管理机构颁发的品质认证,旨在告知消费者能够区分该动物及水产品比普通动物及水产品具有更优的品质和安全性。
ພາສາລາວ (老挝语原文)
ມາດຕາ 2 ການຮັບຮອງຄຸນນະພາບຜະລິດຕະພັນສັດ ແລະ ສັດນ້ຳ ແມ່ນການຮັບຮອງຄຸນນະພາບ ທີ່ອອກໃຫ້ໂດຍອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ເພື່ອບົ່ງບອກໃຫ້ຜູ້ບໍລິໂພກສາມາດຈຳແນກໄດ້ວ່າ ຜະລິດຕະພັນສັດ ແລະ ສັດນ້ຳນັ້ນ ມີຄຸນນະພາບ ແລະ ປອດໄພກວ່າ ຜະລິດຕະພັນສັດ ແລະ ສັດນ້ຳທົ່ວໄປ.
第ມາດຕາ 2条
第2条
术语解释
本协议中使用的术语定义如下:
动物产品:指从动物器官获得的产品,包括屠体、肉、奶、蛋、内脏、蜂蜜以及经过初步加工的动物产品;
水产品:指从水生动物获得的产品,包括水生动物的屠体、肉、鲜鱼卵以及经过初步加工的水产品;
食品生产链:指食品生产过程,从生产或采购原料、运输、初步加工、储存、分销直至加工成即食食品;
危害分析与关键控制点(HACCP):指一种生产标准,具有确定、评估和控制食品安全危害点的系统,以确保消费者健康;
可追溯性:指记录和跟踪某一产品从生产、加工、储存到分销直至消费者的信息系统,以便于追溯产品历史;
经认证的产品:指已经过技术检查的动物和水产品。
ພາສາລາວ (老挝语原文)
ມາດຕາ 2
ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
ຜະລິດຕະພັນສັດ ໝາຍເຖິງ ຜົນຜະລິດທີ່ໄດ້ມາຈາກອະໄວຍະວະຂອງສັດ ເປັນຕົ້ນ ຊາກສັດ, ຊີ້ນ, ນົມ, ໄຂ່, ເຄື່ອງໃນ, ນ້ຳເຜີ້ງ ແລະ ຜະລິດຕະພັນສັດທີ່ປຸງແຕ່ງຂັ້ນຕົ້ນ;
ຜະລິດຕະພັນສັດນ້ຳ ໝາຍເຖິງ ຜົນຜະລິດ ທີ່ໄດ້ມາຈາກ ສັດນ້ຳ ເປັນຕົ້ນ ຊາກສັດນ້ຳ, ຊີ້ນ, ໄຂ່ປາສົດ ແລະ ຜະລິດຕະພັນສັດນ້ຳ ທີ່ປຸງແຕ່ງຂັ້ນຕົ້ນ;
ຕ່ອງໂສ້ການຜະລິດອາຫານ ໝາຍເຖິງຂະບວນການການຜະລິດອາຫານ ໂດຍເລີ່ມຈາກ ການຜະລິດ ຫຼື ຈັດຫາວັດຖຸດິບ, ການຂົນສົ່ງ, ການປຸງແຕ່ງຂັ້ນຕົ້ນ, ການເກັບຮັກສາ, ການຈຳໜ່າຍ ຈົນເຖິງການປຸງແຕ່ງເປັນອາຫານພ້ອມທີ່ຈະບໍລິໂພກ;
ການວິເຄາະສິ່ງເປັນອັນຕະລາຍ ແລະ ຄວບຄຸມຈຸດວິກິດ (HACCP) ໝາຍເຖິງ ມາດຕະຖານການຜະລິດ ທີ່ມີລະບົບ ການກຳນົດ, ປະເມີນຜົນ ແລະ ຄວບຄຸມ ຈຸດອັນຕະລາຍ ຕໍ່ຄວາມປອດໄພຂອງອາຫານ ເພື່ອຮັບປະກັນສຸຂະພາບຂອງຜູ້ບໍລິໂພກ;
ການສືບຍ້ອນຫຼັງ (Traceability) ໝາຍເຖິງ ລະບົບການບັນທຶກ ແລະ ຕິດຕາມຂໍ້ມູນຂອງຜະລິດຕະພັນໃດໜຶ່ງ ເລີ່ມຈາກຂອດການຜະລິດ, ປຸງແຕ່ງ, ເກັບຮັກສາ ແລະ ຈຳໜ່າຍ ຈົນເຖິງຜູ້ບໍລິໂພກ ເພື່ອຄວາມສະດວກ ໃນການສືບຍ້ອນຫຼັງປະຫວັດຂອງຜະລິດຕະພັນ;
ຜະລິດຕະພັນທີ່ໄດ້ຮັບການຢັ້ງຢືນ ໝາຍເຖິງ ຜະລິດຕະພັນສັດ ແລະ ສັດນ້ຳ ທີ່ໄດ້ຜ່ານການກວດກາທາງດ້ານວິຊາການແລ້ວ.
第ມາດຕາ 3条
第3条
建立、检查和颁发使用许可证
动物饲料生产许可证由畜牧渔业司建立,经农林部部长批准并颁布
ພາສາລາວ (老挝语原文)
ມາດຕາ 3
ການສ້າງ, ການກວດກາ ແລະ ອອກໃບອະນຸຍາດການນຳໃຊ້
ໃບອະນຸຍາດຜະລິດອາຫານສັດ ສ້າງຂຶ້ນໂດຍ ກົມລ້ຽງສັດ ແລະ ການປະມົງ ຊຶ່ງ ຮັບຮອງ ແລະ ປະກາດໃຊ້ ໂດຍລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້
第ມາດຕາ 4条
第4条
申请使用GAP的条件
个人、法人或组织有意申请使用GAP,必须具备以下条件:
1. 在老挝人民民主共和国注册的企业;
2. 已获得农林部门关于动物产品或水产品经营的许可;
3. 拥有畜牧与渔业局规定的动物产品或水产品清单;
4. 生产场所的位置已录入畜牧与渔业局的食品安全电子信息系统;
5. 产品来源于符合畜牧与渔业局标准的养殖场;
6. 畜牧与渔业局规定的其他必要条件。
申请使用GAP
有意申请使用GAP的个人、法人必须向畜牧与渔业局提交完整的申请书及文件。
ພາສາລາວ (老挝语原文)
ມາດຕາ 4
ເງື່ອນໄຂຜູ້ສະເໜີຂໍນຳໃຊ້ ກຄຜສ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສະເໜີຂໍນຳໃຊ້ ກຄຜສ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ເປັນຜູ້ທີ່ໄດ້ຂຶ້ນທະບຽນວິສາຫະກິດ ຢູ່ ສປປ ລາວ;
2. ໄດ້ຮັບອະນຸຍາດ ດຳເນີນທຸລະກິດ ກ່ຽວກັບ ຜະລິດຕະພັນສັດ ຫຼື ສັດນ້ຳ ຈາກ ຂະແໜງການກະສິກຳ ແລະ ປ່າໄມ້;
3. ມີລາຍການຜະລິດຕະພັນສັດ ຫຼື ສັດນ້ຳ ທີ່ ກົມລ້ຽງສັດ ແລະ ການປະມົງ ກຳນົດ;
4. ໄດ້ຮັບລະທັດທີ່ຕັ້ງຂອງສະຖານທີ່ການຜະລິດ ຢູ່ໃນລະບົບຂໍ້ມູນເອເລັກໂຕຣນິກດ້ານຄວາມປອດໄພອາຫານ ຂອງກົມລ້ຽງສັດ ແລະ ການປະມົງ;
5. ຜະລິດຕະພັນ ມີແຫຼ່ງກຳເນີດມາຈາກຟາມທີ່ໄດ້ມາດຕະຖານ ຂອງ ກົມລ້ຽງສັດ ແລະ ການປະມົງ;
6. ເງື່ອນໄຂອື່ນ ທີ່ຈຳເປັນ ຕາມການກຳນົດ ຂອງກົມລ້ຽງສັດ ແລະ ການປະມົງ.
ການຂໍນຳໃຊ້ ກຄຜສ
ບຸກຄົນ, ນິຕິບຸກຄົນທີ່ມີຈຸດປະສົງ ສະເໜີຂໍນຳໃຊ້ ກຄຜສ ຕ້ອງຍື່ນຄຳຮ້ອງ ແລະ ເອກະສານຄົບຊຸດ ຕໍ່ ກົມລ້ຽງສັດ ແລະ ການປະມົງ.
第ມາດຕາ 5条
第5条 申请使用GAPFS的文件包括:
1. 按照畜牧与渔业局规定的表格填写的GAPFS使用申请表;
2. 企业登记证副本;
3. 农业和林业经营许可证副本;
4. 申请使用的动物和水生动物产品技术规格说明文件;
5. 畜牧与渔业局规定的其他相关文件。
ພາສາລາວ (老挝语原文)
ມາດຕາ 5 ເອກະສານປະກອບຂໍນຳໃຊ້ ກຄຜສ ມີດັ່ງນີ້:
1. ໃບຄຳຮ້ອງຂໍນຳໃຊ້ ກຄຜສ ຕາມແບບພິມທີ່ກົມລ້ຽງສັດ ແລະ ການປະມົງກຳນົດ;
2. ສຳເນົາໃບທະບຽນວິສາຫະກິດ;
3. ສຳເນົາໃບອະນຸຍາດດຳເນີນທຸລະກິດດ້ານກະສິກຳ ແລະ ປ່າໄມ້;
4. ເອກະສານແຈ້ງຄຸນລັກສະນະສະເພາະທາງດ້ານເຕັກນິກຂອງຜະລິດຕະພັນສັດ ແລະ ສັດນ້ຳທີ່ສະເໜີຂໍນຳໃຊ້;
5. ເອກະສານອື່ນທີ່ກ່ຽວຂ້ອງຕາມການກຳນົດຂອງກົມລ້ຽງສັດ ແລະ ການປະມົງ.
第ມາດຕາ 6条
第6条 颁发使用GAP证书前的检查
在畜牧与渔业局收到使用GAP的申请文件齐全后,应进行如下检查:
1. 检查相关文件的正确性;
2. 按照畜牧与渔业局规定的检查表格检查生产场所;
3. 取样并按照技术原则进行研究;
4. 书面总结检查结果。
ພາສາລາວ (老挝语原文)
ມາດຕາ 6 ການກວດກາກ່ອນອອກໃບຢັ້ງຢືນການນຳໃຊ້ ກຄຜສ
ພາຍຫຼັງກົມລ້ຽງສັດ ແລະ ການປະມົງ ໄດ້ຮັບສຳນວນເອກະສານຂໍນຳໃຊ້ ກຄຜສ ຄົບຖ້ວນແລ້ວ ໃຫ້ດຳເນີນການກວດກາ ດັ່ງນີ້:
1. ກວດກາຄວາມຖືກຕ້ອງ ຂອງເອກະສານທີ່ກ່ຽວຂ້ອງ;
2. ກວດກາສະຖານທີ່ຜະລິດ ຕາມແບບພິມການກວດກາ ທີ່ ກົມລ້ຽງສັດ ແລະ ການປະມົງ ກຳນົດ;
3. ເກັບຕົວຢ່າງ ແລະ ດຳເນີນການວິໄຈຕາມຫຼັກວິຊາການ;
4. ສະຫຼຸບ ຜົນການກວດກາ ຢ່າງເປັນລາຍລັກອັກສອນ.
第ມາດຕາ 7条
第7条 审议颁发GAP使用证书
根据检查结果,如果所有信息正确,畜牧与渔业局必须按照畜牧与渔业局规定的格式以书面形式颁发GAP使用证书,同时向申请人提供电子版格式,在五个工作日内。
在无法颁发GAP使用证书的情况下,必须以书面形式向申请人说明理由。
ພາສາລາວ (老挝语原文)
ມາດຕາ 7 ການພິຈາລະນາອອກໃບຢັ້ງຢືນການນຳໃຊ້ ກຄຜສ
ໂດຍອີງໃສ່ຜົນຂອງການກວດກາ ຖ້າຫາກຂໍ້ມູນທັງໝົດຖືກຕ້ອງ ກົມລ້ຽງສັດ ແລະ ການປະມົງ ຕ້ອງອອກໃບຢັ້ງຢືນການນຳໃຊ້ ກຄຜສ ເປັນລາຍລັກອັກສອນ ຕາມແບບພິມທີ່ ກົມລ້ຽງສັດ ແລະ ການປະມົງ ກຳນົດ ພ້ອມທັງມອບແບບພິມ ກາບນາຍເອເລັກໂຕຣນິກ ໃຫ້ແກ່ຜູ້ສະເໜີ ໃນ ຫ້າວັນ ລັດຖະການ.
ໃນກໍລະນີ ທີ່ບໍ່ສາມາດອອກ ໃບຢັ້ງຢືນການນຳໃຊ້ ກຄຜສ ໄດ້ ຕ້ອງແຈ້ງເຫດຜົນຢ່າງເປັນລາຍລັກອັກສອນ ໃຫ້ແກ່ຜູ້ສະເໜີຮັບຊາບ.
第ມາດຕາ 8条
第8条 地理标志的使用
地理标志使用证书的有效期为两年,自批准之日起计算,且不得续期。如有意继续使用,必须按照申请使用地理标志的程序重新办理。
获得地理标志使用证书的人可以将地理标志贴附于包装物、盒子、容器、随附单证、营销工具,包括通过媒体和在线销售的广告。
在下列情况下不得使用地理标志:
1. 地理标志使用证书已过期;
2. 地理标志使用证书持有人被暂停或撤销地理标志使用权或被责令停止活动;
3. 地理标志使用证书持有人申请放弃使用权。
ພາສາລາວ (老挝语原文)
ມາດຕາ 8 ການນຳໃຊ້ ກຄຜສ
ໃບຢັ້ງຢືນການນຳໃຊ້ ກຄຜສ ມີອາຍຸການນຳໃຊ້ ສອງປີ ນັບແຕ່ວັນທີ່ໄດ້ຮັບການອະນຸຍາດ ແລະ ບໍ່ສາມາດຕໍ່ອາຍຸໄດ້. ຖ້າມີຈຸດປະສົງຈະນຳໃຊ້ຕໍ່ໄປອີກ ຕ້ອງໄດ້ດຳເນີນຕາມຂັ້ນຕອນ ການຂໍນຳໃຊ້ ກຄຜສ ໃໝ່.
ຜູ້ທີ່ໄດ້ຮັບ ໃບຢັ້ງຢືນການນຳໃຊ້ ກຄຜສ ສາມາດຕິດ ກຄຜສ ໃສ່ສິ່ງຫຸ້ມທໍ່, ກ່ອງ, ພາຊະນະບັນຈຸ, ເອກະສານກຳກັບສິນຄ້າ, ເຄື່ອງມືອຸປະກອນ ກ່ຽວກັບ ການຕະຫຼາດ ລວມທັງ ການໂຄສະນາ ຜ່ານສື່ຕ່າງໆ ແລະ ຂາຍອອນລາຍ.
ກຄຜສ ບໍ່ສາມາດນຳໃຊ້ໄດ້ ໃນກໍລະນີ ດັ່ງນີ້:
1. ໃບຢັ້ງຢືນ ການນຳໃຊ້ ກຄຜສ ໝົດອາຍຸ;
2. ຜູ້ໄດ້ຮັບໃບຢັ້ງຢືນການນຳໃຊ້ ກຄຜສ ຖືກສັ່ງໂຈະ ຫຼື ຍົກເລີກ ການນຳໃຊ້ ກຄຜສ ຫຼື ໃຫ້ຢຸດເຊົາດຳເນີນການ;
3. ຜູ້ໄດ້ຮັບໃບຢັ້ງຢືນການນຳໃຊ້ ກຄຜສ ຂໍຍົກເລີກສິດນຳໃຊ້.
第ມາດຕາ 9条
第9条 手续费和服务费
申请使用KPS的申请人必须支付与现场检查、样品检验以及表格费用等相关的手续费和服务费,按规定执行。
手续费和服务费应按照总统在不同时期颁布的法令执行。
ພາສາລາວ (老挝语原文)
ມາດຕາ 9 ຄ່າທຳນຽມ ແລະ ຄ່າບໍລິການ
ຜູ້ຂໍນຳໃຊ້ ກຄຜສ ຕ້ອງຈ່າຍ ຄ່າທຳນຽມ ແລະ ຄ່າບໍລິການ ທີ່ກ່ຽວຂ້ອງກັບ ການກວດກາສະຖານທີ່ ການວິໄຈຕົວຢ່າງ ລວມທັງ ຄ່າແບບພິມ ຕາມລະບຽບການ.
ຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ປະຕິບັດຕາມ ລັດຖະບັນຍັດ ຂອງປະທານປະເທດ ທີ່ປະກາດໃຊ້ ໃນແຕ່ລະໄລຍະ.
第ມາດຕາ 10条
第10条 优质农产品标志的形式和含义
优质农产品标志有两种形式如下:
1. 优质标志是用于粘贴在符合畜牧与渔业局规定的基本必要要求的畜产品或水产品上的符号;
2. 特优标志是用于粘贴在符合畜牧与渔业局规定的基本必要要求和附加指南的畜产品或水产品上的符号。
每种或每类优质农产品标志的设计和含义由畜牧与渔业局确定,并经农林部正式批准公布使用。
ພາສາລາວ (老挝语原文)
ມາດຕາ 10 ຮູບແບບ ແລະ ຄວາມໝາຍຂອງ ກຄຜສ
ກຄຜສ ມີ ສອງ ຮູບແບບ ດັ່ງນີ້:
1. ກາບນາຍຄຸນນະພາບດີ ແມ່ນສັນຍາລັກ ໃຊ້ສຳລັບຕິດໃສ່ ຜະລິດຕະພັນສັດ ຫຼື ສັດນ້ຳ ທີ່ມີຄຸນນະພາບ ໄດ້ຕາມຂໍ້ຮຽກຮ້ອງ ທີ່ຈຳເປັນພື້ນຖານ ທີ່ ກົມລ້ຽງສັດ ແລະ ການປະມົງ ກຳນົດ;
2. ກາບນາຍຄຸນນະພາບດີເລີດ ແມ່ນສັນຍາລັກ ໃຊ້ສຳລັບຕິດໃສ່ ຜະລິດຕະພັນສັດ ຫຼື ສັດນ້ຳ ທີ່ມີຄຸນນະພາບ ໄດ້ຕາມຂໍ້ຮຽກຮ້ອງ ທີ່ຈຳເປັນພື້ນຖານ ແລະ ຂໍ້ແນະນຳເພີ່ມເຕີມ ທີ່ ກົມລ້ຽງສັດ ແລະ ການປະມົງ ກຳນົດ.
ກຄຜສ ແຕ່ລະຊະນິດ ຫຼື ປະເພດ ຕ້ອງອອກແບບ ແລະ ກຳນົດຄວາມໝາຍ ຂອງສັນຍາລັກ ໂດຍ ກົມລ້ຽງສັດ ແລະ ການປະມົງ ແລະ ຮັບຮອງປະກາດໃຊ້ ຢ່າງເປັນທາງການ ຈາກກະຊວງກະສິກຳ ແລະ ປ່າໄມ້.
第ມາດຕາ 11条
第11条 申请重新使用GMP证书
已获得GMP使用证书的人可以在以下情况下申请重新使用GMP证书:
1. GMP使用证书在使用期限届满前至少三个月;
2. 证书损坏或撕裂;
3. 生产工艺有改进变更。
ພາສາລາວ (老挝语原文)
ມາດຕາ 11 ການຂໍໃບຢັ້ງຢືນການນຳໃຊ້ GMP ຄືນໃໝ່
ຜູ້ທີ່ໄດ້ຮັບໃບຢັ້ງຢືນການນຳໃຊ້ GMP ສາມາດຂໍໃບຢັ້ງຢືນການນຳໃຊ້ GMP ຄືນໃໝ່ ໃນກໍລະນີດັ່ງນີ້:
1. ໃບຢັ້ງຢືນການນຳໃຊ້ GMP ກ່ອນຈະໝົດອາຍຸການນຳໃຊ້ ຢ່າງໜ້ອຍ ສາມເດືອນ;
2. ໃບຢັ້ງຢືນ ເສຍຫາຍ ຫຼື ຈີກຂາດ;
3. ມີການປັບປຸງປ່ຽນແປງ ຂະບວນການການຜະລິດ.
第ມາດຕາ 12条
第12条 暂停使用GAP证书
GAP使用证书在下列任一情况下将被暂停:
1. GAP使用证书持有者主动申请暂停使用;
2. 发现GAP用于未经批准的其他目的;
3. 发现贴标产品不符合标准,但未对消费者造成严重影响。
畜牧渔业局须书面通知经营者有关暂停使用GAP的情况、缺陷及整改期限。
在暂停使用GAP期间,经营者可以生产产品,但不得贴GAP标签,直至完成整改并收到畜牧渔业局的书面解除暂停通知。
ພາສາລາວ (老挝语原文)
ມາດຕາ 12 ການໂຈະໃບຢັ້ງຢືນການນຳໃຊ້ ກຄຜສ
ໃບຢັ້ງຢືນການນຳໃຊ້ ກຄຜສ ຈະຖືກໂຈະ ໃນກໍລະນີໃດໜຶ່ງ ດັ່ງນີ້:
1. ຜູ້ທີ່ໄດ້ຮັບໃບຢັ້ງຢືນການນຳໃຊ້ ກຄຜສ ສະເໜີຂໍໂຈະການນຳໃຊ້ດ້ວຍຕົນເອງ;
2. ກວດພົບການນຳໃຊ້ ກຄຜສ ໃນຈຸດປະສົງອື່ນ ທີ່ບໍ່ຖືກຕ້ອງຕາມການອະນຸມັດ;
3. ກວດພົບຜະລິດຕະພັນທີ່ຕິດສະຫຼາກ ບໍ່ໄດ້ຕາມມາດຕະຖານ ແຕ່ບໍ່ມີຜົນກະທົບຮ້າຍແຮງ ຕໍ່ຜູ້ບໍລິໂພກ.
ກົມລ້ຽງສັດ ແລະ ການປະມົງ ຕ້ອງແຈ້ງເປັນລາຍລັກອັກສອນ ກ່ຽວກັບ ການໂຈະການນຳໃຊ້ ກຄຜສ, ຂໍ້ບົກຜ່ອງ ແລະ ກຳນົດໄລຍະເວລາ ເພື່ອປັບປຸງແກ້ໄຂ ໃຫ້ຜູ້ປະກອບການ ຊາບ.
ໃນໄລຍະເວລາ ການໂຈະການນຳໃຊ້ ກຄຜສ ຜູ້ປະກອບການ ສາມາດຜະລິດ ຜະລິດຕະພັນໄດ້ ແຕ່ບໍ່ອະນຸຍາດຕິດ ກຄຜສ ຈົນກວ່າຈະໄດ້ມີການປັບປຸງແກ້ໄຂ ແລະ ໄດ້ຮັບແຈ້ງການຍົກເລີກການໂຈະ ຈາກກົມລ້ຽງສັດ ແລະ ການປະມົງ ຢ່າງເປັນລາຍລັກອັກສອນ.
本页展示前 12 条,全文共 24 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读