ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ

公务文书管理工作协议

Official Document Management Agreement

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການຄຸ້ມຄອງເອກະສານທາງການ ຂອງ ສປປ ລາວ, ເນື້ອໃນຫຼັກແມ່ນການຄຸ້ມຄອງການລົງພິມ ແລະ ການຈັດການ ຈົດໝາຍເຫດສະບັບລັດຖະບານ ແລະ ໜ້າທີ່ຂອງອົງກອນງານເອກະສານທາງການ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ
ການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ ແມ່ນ ຂະບວນການເຄື່ອນໄຫວ ຊຸກຍູ້ ການເອົານິຕິກຳ ທີ່ມີຜົນບັງຄັບທົ່ວໄປ ລົງຈົດໝາຍເຫດທາງລັດຖະການ, ຄຸ້ມຄອງ, ບໍລິການ, ບຳລຸງຮັກສາ ແລະ ເກັບຮັກສານິຕິກຳຕົ້ນສະບັບ.
ຈົດໝາຍເຫດທາງລັດຖະການ ແມ່ນ ເອກະສານທາງການຂອງລັດຖະບານ ທີ່ເປັນບ່ອນລົງນິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ເພື່ອໃຫ້ສາທາລະນະຊົນ ຮັບຮູ້ ແລະ ປະຕິບັດ ຊຶ່ງສາມາດເຮັດດ້ວຍຮູບແບບເອເລັກໂຕຣນິກ ຫຼື ພິມເປັນສະບັບເຈ້ຍ.
ອົງການທີ່ຮັບຜິດຊອບຈົດໝາຍເຫດທາງລັດຖະການ ມີໜ້າທີ່ເອົານິຕິກຳທີ່ຖືກຮັບຮອງ ຫຼື ປະກາດໃຊ້ແລ້ວ ລົງຈົດໝາຍເຫດທາງລັດຖະການ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ນິຕິກຳທີ່ມີຜົນບັງຄັບທົ່ວໄປ ໝາຍເຖິງ ນິຕິກຳທີ່ວາງອອກ ເພື່ອຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ, ມີຜົນບັງຄັບໃນຂອບເຂດທົ່ວປະເທດ ຫຼື ໃນຂົງເຂດໃດໜຶ່ງທີ່ແນ່ນອນ ໂດຍບໍ່ໄດ້ເຈາະຈົງສະເພາະໃສ່ການຈັດຕັ້ງ ຫຼື ບຸກຄົນໃດໜຶ່ງ;

2. ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ໝາຍເຖິງ ການຈັດຕັ້ງທີ່ມີສິດສະເໜີສ້າງ ແລະ ປັບປຸງຮ່າງກົດໝາຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 59 ຂອງລັດຖະທຳມະນູນ ແຫ່ງ ສປປ ລາວ;

3. ເວັບໄຊ ໝາຍເຖິງ ລະບົບຂໍ້ມູນ ຂ່າວສານ ທີ່ສ້າງຂຶ້ນເປັນໜຶ່ງ ຫຼື ຫຼາຍໜ້າເວັບ;

4. ຮູບແບບເອເລັກໂຕຣນິກ ໝາຍເຖິງ ສິ່ງທີ່ພົວພັນກັບເຕັກໂນໂລຊີທີ່ນຳໃຊ້ກະແສໄຟຟ້າ, ດີຈີຕອນ, ລະບົບຄື້ນແມ່ເຫຼັກ, ລະບົບບໍ່ມີສາຍ, ສາຍໄຍແກ້ວ, ແມ່ເຫຼັກໄຟຟ້າ ຫຼື ສິ່ງທີ່ຄ້າຍຄືກັນ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ