公务文书管理工作协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ
Official Document Management Agreement
简介
该法规调整老挝公务文书管理,核心是规范官方公报的登载、管理及公文书工作机构的职责。
Summary
This regulation governs the management of official documents in Laos, focusing on the publication and management of the Official Gazette and the duties of document working bodies.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການຄຸ້ມຄອງເອກະສານທາງການ ຂອງ ສປປ ລາວ, ເນື້ອໃນຫຼັກແມ່ນການຄຸ້ມຄອງການລົງພິມ ແລະ ການຈັດການ ຈົດໝາຍເຫດສະບັບລັດຖະບານ ແລະ ໜ້າທີ່ຂອງອົງກອນງານເອກະສານທາງການ.
条文
第ມາດຕາ 1条
第2条 官方公报工作的管理
官方公报工作的管理是推动将具有普遍约束力的规范性文件登载于官方公报、管理、服务、维护和保存规范性文件原件的过程。
官方公报是政府的正式文件,是登载已通过并颁布的规范性文件的载体,以便公众知晓并执行,可以以电子形式或打印成纸质版本制作。
负责官方公报的机构有责任将已通过或已颁布的规范性文件登载于官方公报。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ
ການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ ແມ່ນ ຂະບວນການເຄື່ອນໄຫວ ຊຸກຍູ້ ການເອົານິຕິກຳ ທີ່ມີຜົນບັງຄັບທົ່ວໄປ ລົງຈົດໝາຍເຫດທາງລັດຖະການ, ຄຸ້ມຄອງ, ບໍລິການ, ບຳລຸງຮັກສາ ແລະ ເກັບຮັກສານິຕິກຳຕົ້ນສະບັບ.
ຈົດໝາຍເຫດທາງລັດຖະການ ແມ່ນ ເອກະສານທາງການຂອງລັດຖະບານ ທີ່ເປັນບ່ອນລົງນິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ເພື່ອໃຫ້ສາທາລະນະຊົນ ຮັບຮູ້ ແລະ ປະຕິບັດ ຊຶ່ງສາມາດເຮັດດ້ວຍຮູບແບບເອເລັກໂຕຣນິກ ຫຼື ພິມເປັນສະບັບເຈ້ຍ.
ອົງການທີ່ຮັບຜິດຊອບຈົດໝາຍເຫດທາງລັດຖະການ ມີໜ້າທີ່ເອົານິຕິກຳທີ່ຖືກຮັບຮອງ ຫຼື ປະກາດໃຊ້ແລ້ວ ລົງຈົດໝາຍເຫດທາງລັດຖະການ.
第ມາດຕາ 2条
第2条 词语解释
本协议中使用的词语含义如下:
1. 具有普遍约束力的规范性文件 指为管理国家、经济和社会而制定,在全国范围或特定区域内具有约束力,不针对特定组织或个人的规范性文件;
2. 负责制定和修改规范性文件的机关 指有权提出制定和修改法律草案的组织,如老挝人民民主共和国宪法第59条规定;
3. 网站 指由一个或多个网页组成的信息系统;
4. 电子形式 指与使用电流、数字、电磁波、无线系统、光纤、电磁或类似技术相关的形式。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ນິຕິກຳທີ່ມີຜົນບັງຄັບທົ່ວໄປ ໝາຍເຖິງ ນິຕິກຳທີ່ວາງອອກ ເພື່ອຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມ, ມີຜົນບັງຄັບໃນຂອບເຂດທົ່ວປະເທດ ຫຼື ໃນຂົງເຂດໃດໜຶ່ງທີ່ແນ່ນອນ ໂດຍບໍ່ໄດ້ເຈາະຈົງສະເພາະໃສ່ການຈັດຕັ້ງ ຫຼື ບຸກຄົນໃດໜຶ່ງ;
2. ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ໝາຍເຖິງ ການຈັດຕັ້ງທີ່ມີສິດສະເໜີສ້າງ ແລະ ປັບປຸງຮ່າງກົດໝາຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 59 ຂອງລັດຖະທຳມະນູນ ແຫ່ງ ສປປ ລາວ;
3. ເວັບໄຊ ໝາຍເຖິງ ລະບົບຂໍ້ມູນ ຂ່າວສານ ທີ່ສ້າງຂຶ້ນເປັນໜຶ່ງ ຫຼື ຫຼາຍໜ້າເວັບ;
4. ຮູບແບບເອເລັກໂຕຣນິກ ໝາຍເຖິງ ສິ່ງທີ່ພົວພັນກັບເຕັກໂນໂລຊີທີ່ນຳໃຊ້ກະແສໄຟຟ້າ, ດີຈີຕອນ, ລະບົບຄື້ນແມ່ເຫຼັກ, ລະບົບບໍ່ມີສາຍ, ສາຍໄຍແກ້ວ, ແມ່ເຫຼັກໄຟຟ້າ ຫຼື ສິ່ງທີ່ຄ້າຍຄືກັນ.
第ມາດຕາ 3条
第4条 法规
经批准并颁布的法规应在官方公报上刊登,以具有效力。法规是具有普遍约束力的规范性文件,包括:
1. 宪法;
2. 法律,包括法典;
3. 国会决议;
4. 国会常务委员会决议;
5. 国家主席法令;
6. 政府政令;
7. 政府会议决议;
8. 总理的决定、命令;
9. 部长、政府直属机构负责人的决定、命令、指示;
10. 省级人民议会决议;
11. 省级人民议会常务委员会决议;
12. 省长、首都市长的决定、命令、指示。
ພາສາລາວ (老挝语原文)
ມາດຕາ 4 ນິຕິກຳ
ນິຕິກຳທີ່ຖືກຮັບຮອງ ແລະ ປະກາດໃຊ້ ຈະເອົາລົງໃນຈົດໝາຍເຫດທາງລັດຖະການ ເພື່ອໃຫ້ມີຜົນສັກສິດ ແມ່ນນິຕິກຳທີ່ມີຜົນບັງຄັບທົ່ວໄປ ຊຶ່ງປະກອບດ້ວຍ:
1. ລັດຖະທຳມະນູນ;
2. ກົດໝາຍ ລວມທັງປະມວນກົດໝາຍ;
3. ມະຕິຂອງກອງປະຊຸມສະພາແຫ່ງຊາດ;
4. ມະຕິຂອງຄະນະປະຈຳສະພາແຫ່ງຊາດ;
5. ລັດຖະບັນຍັດ ຂອງປະທານປະເທດ;
6. ດຳລັດຂອງລັດຖະບານ;
7. ມະຕິຂອງກອງປະຊຸມລັດຖະບານ;
8. ຂໍ້ຕົກລົງ, ຄຳສັ່ງ ຂອງນາຍົກລັດຖະມົນຕີ;
9. ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຂອງລັດຖະມົນຕີ, ຫົວໜ້າອົງການທີ່ຂຶ້ນກັບລັດຖະບານ;
10. ມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ;
11. ມະຕິຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງ;
12. ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ.
第ມາດຕາ 4条
第4条 公文书管理工作机构
司法部是政府管理公文书工作的参谋机构,委托法律宣传普及司、省和首都司法厅作为中心,与中央和省级公文书工作负责机构的协调委员会协调,组织实施公文书工作。
公文书管理工作机构包括:
1. 法律宣传普及司;
2. 省和首都司法厅。
ພາສາລາວ (老挝语原文)
ມາດຕາ 4 ອົງການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ
ກະຊວງຍຸຕິທຳ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການ ໂດຍມອບໃຫ້ ກົມໂຄສະນາເຜີຍແຜ່ກົດໝາຍ, ພະແນກຍຸຕິທຳແຂວງ, ນະຄອນຫຼວງ ເປັນໃຈກາງປະສານສົມທົບກັບ ຄະນະປະສານງານຂອງອົງການຮັບຜິດຊອບວຽກງານຈົດໝາຍເຫດທາງລັດຖະການຂັ້ນສູນກາງ ແລະ ຂັ້ນແຂວງ ໃນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ.
ອົງການຄຸ້ມຄອງວຽກງານຈົດໝາຍເຫດທາງລັດຖະການປະກອບດ້ວຍ:
1. ກົມໂຄສະນາເຜີຍແຜ່ກົດໝາຍ;
2. ພະແນກຍຸຕິທຳແຂວງ, ນະຄອນຫຼວງ.
第ມາດຕາ 5条
第5条 法律宣传司的权利和义务
法律宣传司具有以下权利和义务:
1. 研究、规划、设计、管理和发展官方公报工作,使其现代化;
2. 研究、制定和完善服务于官方公报工作的法规;
3. 检查已批准和颁布的法规,以确保在印刷到官方公报之前的准确性;
4. 将已批准和颁布的各项法规刊登到官方公报,以便公众知晓和执行;
5. 从各级协调委员会索取各项法规,以便刊登到官方公报;
6. 根据负责制定和完善法规的机构的提议,将法规草案刊登到官方公报,以征求国内外的公众和所有部门的意见;
7. 建立、管理和开发编码系统,以在官方公报的电子系统中保存各项法规的原件副本;
8. 直接与各级协调委员会协调;
9. 汇总和保存已印刷到官方公报的各项法规原件;
10. 提升各级协调委员会关于组织实施官方公报工作的知识和能力;
11. 向国内外的公众、国家组织和私营部门提供法律信息和资讯;
12. 在全国范围内宣传官方公报工作;
13. 定期总结和向上级报告其工作组织实施结果;
14. 行使法律和法规规定的其他权利和履行其他义务。
ພາສາລາວ (老挝语原文)
ມາດຕາ 5 ສິດ ແລະ ໜ້າທີ່ ຂອງກົມໂຄສະນາເຜີຍແຜ່ກົດໝາຍ
ກົມໂຄສະນາເຜີຍແຜ່ກົດໝາຍ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ຄົ້ນຄວ້າ, ສ້າງແຜນ, ອອກແບບ, ຄຸ້ມຄອງ ແລະ ພັດທະນາ ວຽກງານຈົດໝາຍເຫດທາງລັດຖະການ ໃຫ້ທັນສະໄໝ;
2. ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກຳ ທີ່ຮັບໃຊ້ວຽກງານຈົດໝາຍເຫດທາງລັດຖະການ;
3. ກວດການິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ເພື່ອຮັບປະກັນຄວາມຖືກຕ້ອງ ກ່ອນພິມລົງຈົດໝາຍເຫດທາງລັດຖະການ;
4. ນຳເອົາບັນດານິຕິກຳ ທີ່ຖືກຮັບຮອງ ແລະ ປະກາດໃຊ້ ລົງຈົດໝາຍເຫດທາງລັດຖະການ ເພື່ອໃຫ້ສາທາລະນະຊົນຮັບຮູ້ ແລະ ປະຕິບັດ;
5. ທວງເອົາບັນດານິຕິກຳຈາກຄະນະປະສານງານແຕ່ລະຂັ້ນ ເພື່ອລົງຈົດໝາຍເຫດທາງລັດຖະການ;
6. ພິມຮ່າງນິຕິກຳ ລົງຈົດໝາຍເຫດທາງລັດຖະການ ຕາມການສະເໜີ ຂອງອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ເພື່ອຖາບຖາມຄຳເຫັນ ຈາກປະຊາຊົນ ແລະ ທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ;
7. ສ້າງ, ຄຸ້ມຄອງ ແລະ ພັດທະນາ ລະບົບການໃສ່ລະຫັດ ເພື່ອເກັບຮັກສາສຳເນົາບັນດານິຕິກຳຕົ້ນສະບັບ ໃນລະບົບເອເລັກໂຕຣນິກ ຂອງຈົດໝາຍເຫດທາງລັດຖະການ;
8. ປະສານສົມທົບໂດຍກົງກັບຄະນະປະສານງານແຕ່ລະຂັ້ນ;
9. ສັງລວມ ແລະ ເກັບຮັກສາ ບັນດານິຕິກຳຕົ້ນສະບັບ ທີ່ພິມລົງຈົດໝາຍເຫດທາງລັດຖະການ;
10. ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຄະນະປະສານງານແຕ່ລະຂັ້ນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ;
11. ສະໜອງຂໍ້ມູນ ຂ່າວສານທາງດ້ານກົດໝາຍໃຫ້ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ;
12. ໂຄສະນາເຜີຍແຜ່ ວຽກງານຈົດໝາຍເຫດທາງລັດຖະການ ໃນຂອບເຂດທົ່ວປະເທດ;
13. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂອງຕົນຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
14. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
第ມາດຕາ 6条
第6条 省、首都司法厅的权利和义务
省、首都司法厅有下列权利和义务:
1. 作为与省级行政公文协调委员会协调的中心;
2. 推动、监督将省级法规或法规草案及时送交行政公文登记;
3. 接受关于行政公文工作组织实施的知识和能力提升;
4. 向国内外人民、国家机关和私营组织提供法律信息;
5. 在其省内宣传普及行政公文工作;
6. 定期总结和向上级报告其工作组织实施结果;
7. 按照法律和规章行使权利和履行义务。
ພາສາລາວ (老挝语原文)
ມາດຕາ 6 ສິດ ແລະ ໜ້າທີ່ ຂອງພະແນກຍຸຕິທຳແຂວງ, ນະຄອນຫຼວງ
ພະແນກຍຸຕິທຳແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ເປັນໃຈກາງໃນການປະສານສົມທົບກັບ ຄະນະປະສານງານວຽກງານຈົດໝາຍເຫດທາງລັດຖະການຂັ້ນແຂວງ;
2. ຊຸກຍູ້, ຕິດຕາມ ການສົ່ງນິຕິກຳ ຫຼື ຮ່າງນິຕິກຳຂຶ້ນແຂວງ ລົງຈົດໝາຍເຫດທາງລັດຖະການ ໃຫ້ທັນຕາມກຳນົດເວລາ;
3. ໄດ້ຮັບການຍົກລະດັບ ຄວາມຮູ້, ຄວາມສາມາດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ;
4. ສະໜອງຂໍ້ມູນ ຂ່າວສານທາງດ້ານກົດໝາຍໃຫ້ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ;
5. ໂຄສະນາເຜີຍແຜ່ ວຽກງານຈົດໝາຍເຫດທາງລັດຖະການ ພາຍໃນແຂວງຂອງຕົນ;
6. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
7. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
第ມາດຕາ 7条
第7条 负责司法协助工作的机关的权利和义务
负责司法协助工作的机关有以下权利和义务:
1. 任命其协调委员会由3至5人组成,以组织实施其部门的司法协助工作;
2. 指导其协调委员会通过各种形式宣传普及司法协助工作,使公众知晓并接触到上述工作;
3. 指导、促进、监督、提供预算、服务设备及各种便利条件给其协调委员会,以有效和高效地组织实施司法协助工作。
ພາສາລາວ (老挝语原文)
ມາດຕາ 7 ສິດ ແລະ ໜ້າທີ່ ຂອງອົງການຮັບຜິດຊອບວຽກງານຈົດໝາຍເຫດທາງລັດຖະການ
ອົງການຮັບຜິດຊອບວຽກງານຈົດໝາຍເຫດທາງລັດຖະການ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ແຕ່ງຕັ້ງຄະນະປະສານງານຂອງຕົນແຕ່ 3 ຫາ 5 ທ່ານ ເພື່ອຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການຂອງຂະແໜງການຕົນ;
2. ຊີ້ນຳຄະນະປະສານງານຂອງຕົນ ໂຄສະນາເຜີຍແຜ່ວຽກງານຈົດໝາຍເຫດທາງລັດຖະການ ຜ່ານຮູບການຕ່າງໆ ເພື່ອໃຫ້ສາທາລະນະຊົນໄດ້ຮັບຮູ້ ແລະ ເຂົ້າເຖິງວຽກງານດັ່ງກ່າວ;
3. ການຊີ້ນຳ, ຊຸກຍູ້, ຕິດຕາມກວດກາ, ສະໜອງງົບປະມານ, ອຸປະກອນຮັບໃຊ້ ແລະ ສິ່ງອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ຄະນະປະສານງານຂອງຕົນ ໃນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
第ມາດຕາ 8条
第8条 公文协调委员会
中央级公文协调委员会由办公厅、司或同等机构的主任或副主任一名担任主任,处长或副处长或同等职务担任副主任,以及若干实际工作人员担任委员,由本级负责公文工作的机关首长任命。
省级、首都级公文协调委员会由省、首都办公厅副主任一名担任主任,省、首都司法厅法律和普法处处长担任副主任,以及若干实际工作人员担任委员,由省长、首都市长任命。
省、首都人民议会公文协调委员会由省、首都人民议会副秘书长一名担任主任,研究综合处处长担任副主任,以及若干实际工作人员担任委员,由省、首都人民议会主席任命。
若协调委员会的任何成员因调任、轮换、退休或其他形式离职,则任命他人接替。
ພາສາລາວ (老挝语原文)
ມາດຕາ 8 ຄະນະປະສານງານວຽກງານຈົດໝາຍເຫດທາງລັດຖະການ
ຄະນະປະສານງານວຽກງານຈົດໝາຍເຫດທາງລັດຖະການ ຂັ້ນສູນກາງ ປະກອບດ້ວຍ ຫົວໜ້າ ຫຼື ຮອງຫົວໜ້າ ຫ້ອງການ, ກົມ ຫຼື ທຽບເທົ່າ ໜຶ່ງທ່ານ ເປັນຫົວໜ້າ, ຫົວໜ້າ ຫຼື ຮອງຫົວໜ້າພະແນກ ຫຼື ທຽບເທົ່າ ເປັນຮອງ ແລະ ພະນັກງານທີ່ເຮັດວຽກຕົວຈິງຈຳນວນໜຶ່ງ ເປັນຄະນະ ຊຶ່ງໄດ້ຮັບການແຕ່ງຕັ້ງໂດຍຫົວໜ້າອົງການຮັບຜິດຊອບວຽກງານຈົດໝາຍເຫດທາງລັດຖະການ ຂັ້ນຂອງຕົນ.
ຄະນະປະສານງານວຽກງານຈົດໝາຍເຫດທາງລັດຖະການຂັ້ນແຂວງ, ນະຄອນຫຼວງ ປະກອບດ້ວຍ ຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ນະຄອນຫຼວງ ໜຶ່ງທ່ານ ເປັນຫົວໜ້າ, ຫົວໜ້າຂະແໜງ ກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ ພະແນກຍຸຕິທຳແຂວງ, ນະຄອນຫຼວງ ເປັນຮອງ ພ້ອມດ້ວຍພະນັກງານທີ່ເຮັດວຽກຕົວຈິງຈຳນວນໜຶ່ງ ເປັນຄະນະ ຊຶ່ງໄດ້ຮັບການແຕ່ງຕັ້ງໂດຍທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ.
ຄະນະປະສານງານວຽກງານຈົດໝາຍເຫດທາງລັດຖະການຂອງສະພາປະຊາຊົນແຂວງ, ນະຄອນຫຼວງ ປະກອບດ້ວຍຮອງເລຂາທິການສະພາປະຊາຊົນແຂວງ, ນະຄອນຫຼວງ ໜຶ່ງທ່ານ ເປັນຫົວໜ້າ, ຫົວໜ້າຂະແໜງ ຄົ້ນຄວ້າ-ສັງລວມ ເປັນຮອງ, ພະນັກງານທີ່ເຮັດວຽກຕົວຈິງຈຳນວນໜຶ່ງ ເປັນຄະນະ ຊຶ່ງໄດ້ຮັບການແຕ່ງຕັ້ງ ໂດຍປະທານສະພາປະຊາຊົນແຂວງ, ນະຄອນຫຼວງ.
ໃນກໍລະນີຄະນະປະສານງານທ່ານໃດໜຶ່ງ ຫາກຖືກຍົກຍ້າຍສັບປ່ຽນປອນປະຈຳການໄປຮັບໜ້າທີ່ອື່ນ, ຮັບບຳນານ ຫຼື ດ້ວຍຮູບການຕ່າງໆ ແມ່ນໃຫ້ແຕ່ງຕັ້ງທ່ານອື່ນປ່ຽນແທນ.
第ມາດຕາ 9条
第9条 政府公报工作协调委员会的职权
政府公报工作协调委员会具有以下职权:
1. 汇总、检查、追索和分类具有普遍约束力并已通过和颁布的规范性文件,提交司法部法律宣传普及司,以便在政府公报上刊登;
2. 提出拟在政府公报上刊登的规范性文件草案,以征求意见;
3. 中央级协调委员会向其所属组织各组成部分宣传普及政府公报工作,包括与政府公报工作的组织、运行、权利、义务、作用、含义和重要性相关的规范性文件,使其全面理解和认识;
4. 省级协调委员会与省、市司法厅主动协调,向全社会各组成部分宣传普及与政府公报工作的组织、运行、权利、义务、作用、含义和重要性相关的规范性文件,使其全面知晓;
5. 接受关于政府公报工作组织实施的知识和能力提升;
6. 中央级和省级协调委员会主动与司法部法律宣传普及司定期协调;
7. 定期总结和向上级报告其工作组织实施结果;
8. 行使法律和法规规定的其他权利和履行其他义务。
ພາສາລາວ (老挝语原文)
ມາດຕາ 9 ສິດ ແລະ ໜ້າທີ່ ຂອງຄະນະປະສານງານວຽກງານຈົດໝາຍເຫດທາງລັດຖະການ
ຄະນະປະສານງານວຽກງານຈົດໝາຍເຫດທາງລັດຖະການ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ສັງລວມ, ກວດກາ, ທວງເອົາ ແລະ ໄຈ້ແຍກບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ຖືກຮັບຮອງ ແລະ ປະກາດໃຊ້ ສະເໜີໄປຫາກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ເພື່ອລົງຈົດໝາຍເຫດທາງລັດຖະການ;
2. ສະເໜີຮ່າງນິຕິກຳ ລົງຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ;
3. ຄະນະປະສານງານຂັ້ນສູນກາງ ໂຄສະນາເຜີຍແຜ່ ວຽກງານຈົດໝາຍເຫດທາງລັດຖະການ ລວມທັງບັນດານິຕິກຳທີ່ພົວພັນເຖິງການຈັດຕັ້ງ ແລະ ການເຄື່ອນໄຫວ, ສິດ, ໜ້າທີ່ ແລະ ພາລະບົດບາດ, ຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານຈົດໝາຍເຫດທາງລັດຖະການ ໃຫ້ບັນດາພາກສ່ວນທີ່ຂຶ້ນກັບອົງການຈັດຕັ້ງຂອງຕົນ ໃຫ້ມີຄວາມເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ;
4. ຄະນະປະສານງານຂັ້ນແຂວງ ປະສານສົມທົບກັບ ພະແນກຍຸຕິທຳແຂວງ, ນະຄອນຫຼວງ ເປັນເຈົ້າການຈັດຕັ້ງໂຄສະນາເຜີຍແຜ່ບັນດານິຕິກຳທີ່ພົວພັນເຖິງ ການຈັດຕັ້ງ ແລະ ການເຄື່ອນໄຫວ, ສິດ, ໜ້າທີ່ ແລະ ພາລະບົດບາດ, ຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານຈົດໝາຍເຫດທາງລັດຖະການ ໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ;
5. ໄດ້ຮັບການຍົກລະດັບ ຄວາມຮູ້, ຄວາມສາມາດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ;
6. ຄະນະປະສານງານຂັ້ນສູນກາງ ແລະ ຂັ້ນແຂວງ ເປັນເຈົ້າການປະສານສົມທົບກັບ ກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ຢ່າງເປັນປົກກະຕິ;
7. ສະຫຼຸບ ແລະ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂອງຕົນຕໍ່ຂັ້ນເທິງ ຢ່າງເປັນປົກກະຕິ;
8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍ ແລະ ລະບຽບການ.
第ມາດຕາ 10条
第12条 法规的送交
已获批准并颁布的法规,由协调委员会将法规正本在五个工作日内送交司法部法律宣传司,以便在政府公报上刊登。
对于按紧急程序制定的法规,自批准和颁布之日起可能立即生效,协调委员会必须在三个工作日内将该法规送交司法部法律宣传司,以便在政府公报上印刷刊登。
对于在本法生效前已生效的法规,协调委员会应尽快汇总其负责范围内具有普遍约束力的法规,然后送交司法部法律宣传司,以便在政府公报上刊登。
ພາສາລາວ (老挝语原文)
ມາດຕາ 12 ການສົ່ງນິຕິກຳ
ນິຕິກຳທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ໃຫ້ຄະນະປະສານງານ ສົ່ງນິຕິກຳຕົ້ນສະບັບ ໄປຍັງກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ພາຍໃນກຳນົດເວລາ ຫ້າ ວັນ ລັດຖະການ ເພື່ອລົງໃນຈົດໝາຍເຫດທາງລັດຖະການ.
ກໍລະນີນິຕິກຳທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດທັນທີນັບແຕ່ວັນທີຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄະນະປະສານງານຕ້ອງສົ່ງນິຕິກຳດັ່ງກ່າວ ໄປຍັງກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ພາຍໃນກຳນົດເວລາ ສາມ ວັນ ເພື່ອພິມລົງຈົດໝາຍເຫດທາງລັດຖະການ.
ສຳລັບນິຕິກຳທີ່ມີຜົນສັກສິດກ່ອນ ກົດໝາຍວ່າດ້ວຍການສ້າງນິຕິກຳ ໃຫ້ຄະນະປະສານງານຮີບຮ້ອນ ສັງລວມຄືນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ແລ້ວນຳສົ່ງໄປຍັງກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ເພື່ອລົງໃນຈົດໝາຍເຫດທາງລັດຖະການ.
第ມາດຕາ 11条
第11条 送交法规的方式
协调委员会必须按照司法部普法司规定的表格填写信息,并附上法规原件和微软Word版本,送交普法司,以便在官方公报上刊登。
ພາສາລາວ (老挝语原文)
ມາດຕາ 11 ວິທີສົ່ງນິຕິກຳ
ຄະນະປະສານງານ ຕ້ອງປະກອບຂໍ້ມູນຕາມແບບພິມທີ່ກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ກຳນົດໄວ້ ພ້ອມທັງຄັດຕິດນິຕິກຳຕົ້ນສະບັບ ແລະ ສະບັບໄມໂຄຣຊອບເວີດ ໄປຍັງກົມໂຄສະນາເຜີຍແຜ່ກົດໝາຍ ເພື່ອລົງໃນຈົດໝາຍເຫດທາງລັດຖະການ.
第ມາດຕາ 12条
第12条 将法规刊登在政府公报
司法部委托法制宣传司负责将收到的法规在收到之日起十日内刊登在政府公报上。将法规刊登在政府公报必须确保内容完整、齐全并准确无误地按照法规原件。
ພາສາລາວ (老挝语原文)
ມາດຕາ 12 ການເອົານິຕິກຳລົງໃນຈົດໝາຍເຫດທາງລັດຖະການ
ກະຊວງຍຸຕິທຳ ມອບໃຫ້ກົມໂຄສະນາເຜີຍແຜ່ກົດໝາຍ ເປັນຜູ້ເອົານິຕິກຳທີ່ໄດ້ຮັບ ລົງໃນຈົດໝາຍເຫດທາງລັດຖະການ ພາຍໃນກຳນົດເວລາ ສິບ ວັນ ນັບແຕ່ວັນໄດ້ຮັບນິຕິກຳນັ້ນເປັນຕົ້ນໄປ. ການເອົານິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຕ້ອງຮັບປະກັນໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ຖືກຕ້ອງຕາມນິຕິກຳຕົ້ນສະບັບ.
本页展示前 12 条,全文共 30 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读