ຄຳສັ່ງກ່ຽວກັບ ການຊຸກຍູ້, ສົ່ງເສີມ ຂະບວນການລ້ຽງງົວ ແລະ ຄວາຍ ເພື່ອສົ່ງອອກໄປ ສປ ຈີນ

关于促进牛和水牛养殖出口至中华人民共和国的指令

Directive on Promoting the Export of Cattle and Water Buffalo to the People's Republic of China

ບົດສະຫຼຸບ

ຄຳສັ່ງນີ້ຄຸ້ມຄອງການສົ່ງອອກງົວ ແລະ ຄວາຍທີ່ລ້ຽງຢູ່ ສປປ ລາວ ໄປຍັງຈີນ, ເນັ້ນໃສ່ການກຳນົດມາດຕະຖານການສົ່ງອອກ (ນ້ຳໜັກຫຼາຍກວ່າ 350 ກິໂລກຣາມ, ອາຍຸບໍ່ເກີນ 4 ປີ), ສົ່ງເສີມການລ້ຽງແບບລວມສູນ, ສ້າງເຂດປອດພະຍາດ ແລະ ຫຼຸດໄລຍະກັກກັນເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ.

ມາດຕາ

ມາດຕາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງກະສິກຳ ແລະ ປ່າໄມ້
ເລກທີ: ກປ

ນະຄອນຫຼວງວຽງຈັນ, ວັນທີ: ງ 89 ປປ! 20?

ຄຳສັ່ງ
ກ່ຽວກັບ ການຊຸກຍູ້, ສົງເສີມ ຂະບວນການລ້ຽງງົວ ແລະ ຄວາຍ ເພື່ອສົ່ງອອກໄປ ສປ ຈີນ

ເຖິງ: ທ່ານ ຫົວຫ້າຫ້ອງການ, ບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້;
ທ່ານ ຫົວຫ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ.

- ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບປັບປຸງ ເລກທີ 08/ ສພຊ, ລົງວັນທີ 11 ພະຈິກ 2016;
- ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ ນຍ, ລົງວັນທີ 15 ຕຸລາ 2021;
ອີງຕາມ ຫັງສຶສະເຫີ ຂອງກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 2469/ກລປ ລົງວັທີ 25 ມິຖຸນາ 2024. -

ເພື່ອສຶບຕໍ່ຈັດຕັ້ງປະຕິບັດ ສັນຍາ ກ່ຽວກັບ ການກັກກັນ ແລະ ມາດຕະຖານດ້ານສູຂະພາບ ສຳລັບສັດໃຫ່ຍ ຈາກ ສປປ ລາວ ທີ່ຈະສິ່ງອອກໄປ ສປ ຈີນ (ສະບັບປັບປຸງ) ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການບໍລິຫານພາສີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ສະບັບລົງວັນທີ 290 ພະຈິກ 2022 ແລະ ເພື່ອເປັນການຊຸກຍູ້ ສົ່ງເສີມ ຂະບວນການລ້ຽງສັດໃຫຍ່ ປະເພດ ງົວ ແລະ ດວາຍ ເປັນສິນຄ້າ ໃນຂອບເຂດທົ່ວປະເທດ ໃຫ້ເປັນຂະບວນພົດພື້ນ, ກວ້າງຂວາງ ແລະ ສາມາດຮັບປະກັນດ້ານ ປະລິມານ ແລະ ຄຸນນະພາບ ຕາມມາດຕະຖານການສົ່ງອອກສັດໃຫຍ່ ປະເພດ ງົວ-ດຄວາຍ ໄປ ສປ ຈີນ.

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງ:
1. ໃຫ້ຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງກະສິກຳ ແລະ ໄມ້ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ປະສານ ສົມທົບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງໂຄສະນາເຜີຍແຜ່ ໃຫ້ການຈັດຕັ້ງພາກລັດ, ເອກະຊົນ, ຊາວກະສິກອນ ແລະ ຜູ້ປະກອບການ ໃນຂອບເຂດທົ່ວປະເທດຮັບຮູ້ຢ່າງຈະແຈ້ງ ແລະ ເລິກເຊິ່ງ ກ່ຽວກັບ ມາດຕະຖານສິນຄ້າງົວ-ຄວາຍ ທີ່ຈະສົ່ງອອກໄປ ສປ ຈີນ ຄື: ງົວ-ຄວາຍ ຕ້ອງມີນ້ຳໜັກ 350 ກິໂລກຣາມ/ໂຕ ຂຶ້ນໄປ, ອາຍຸ ບໍ່ເກີນ 4 ປີ ໂດຍບໍ່ຈຳກັດສາຍພັນ.

2. ໃຫ້ບັນດາພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການໃນການວາງແຜນ ແລະ ກະຕຸ້ນສົ່ງເສີມ ປະຊາຊົນ ແລະ ຜູ້ປະກອບການລ້ຽງສັດ ໃຫ້ສຸມໃສ່ການລ້ຽງງົວ-ຄວາຍ ເພື່ອເປັນສິນຄ້າໃນທຸກຂົງເຂດ.
ແບບຢູ່ພາຍໃນແຂວງຂອງຕົນ ໂດຍມີການກຳນົດເຂດລ້ຽງງົວ, ຄວາຍ ຕາມຄວາມເໝາະສົມ ຂອງແຕ່ລະທ້ອງຖິ່ນ ພ້ອມທັງ ລົງເສີມການລ້ຽງສັດແບບເປັນຟາມທີ່ໄດ້ມາດຕະຖານ ໃຫ້ນັບມື້ນັບເພີ່ມຂຶ້ນ ໄລຍະຊານແມ່ (ງົວ-ຄວາຍ) ຢູ່ແຕ່ລະທ້ອງຖິ່ນ ແລະ ນຳໃຊ້ເຕັກນິກວິຊາການ ຕິດພັນກັບການສ້າງເຂດປອດພະຍາດ ທຸກທຳແຮງຂອງຕົນທີ່ມີ; ໃຫ້ກົມລ້ຽງສັດ ແລະ ການປະມົງ ປະສານສົມທົບກັບ ບັນດາພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ສຸມໃສ່ການສົ່ງເສີມປູກພືດອາຫານສັດ ຊະນິດພັນຕ່າງໆ ເປັນຕົ້ນຫຍ້າຣູຊີ, ກິນິ, ມູລາໂຕ, ເນເປຍ, ຈຸນຊາວ, ຖົ່ວສະຕາຍໄລ ແລະ ພືດອາຫານສັດອື່ນໆ ເພື່ອໃຫ້ເປັນອາຫານສັດທີ່ມີຄຸນນະພາບ. ໄປດຽງດູ່ກັນນັ້ນ ກໍໃຫ້ມີການຊຸກຍູ້ສົ່ງເສີມການປູກ ແລະ ນຳໃຊ້ມັນຕົ້ນ, ສາລີ, ຖົ່ວເຫຼືອງ ແລະ ພືດທີ່ມີທາດໂປຣຕີນ
ສູງ ເພື່ອຜະລິດອາຫານປະສົມ ແລະ ຜະລິດອາຫານເສີມ ໃຫ້ງົວ-ຄວາຍ. ຊຸກຍູ້ສົ່ງເສີມປະຊາຊົນ ໃຫ້ນຳໃຊ້ສິ່ງເສດເຫຼືອຈາກການປູກຝັງ ແລະ ປຸງແຕ່ງກະສິກຳ ເຊັ່ນ: ໃບມັນຕົ້ນ, ສິ່ງເສດເຫຼືອຈາກການເກັບກ່ຽວສາລີ ແລະ ຖົ່ວເຫຼືອງ, ຍອດອ້ອຍ, ກາກນ້ຳຕານ, ກາກເຫຼົ້າ, ກາກເບຍ ເພື່ອມາເປັນວັດຖຸດິບປະສົມໃສ່ສູດອາຫານໃຫ້ສັດກິນ. ພ້ອມດຽວກັນນັ້ນ, ກໍຕ້ອງໄດ້ຊຸກຍູ້ສົ່ງເສີມ ແລະ ຖ່າຍທອດເຕັກນິກການເກັບຮັກສາອາຫານສັດ ໄວ້ໃຫ້ສັດກິນໃນຍາມທີ່ຂາດແຄນອາຫານ ດ້ວຍວິທີການເຮັດຫຍ້າແຫ້ງ, ຫຍ້າບັກ, ເຟືອງບັນຈຸ, ກ້ອນແຮ່ທາດ ແລະ ອາຫານເສີມທີ່ຈຳເປັນອື່ນໆ;

ມອບໃຫ້ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສຶກສາຄົ້ນຄວ້າກ່ຽວກັບການປັບປຸງ ແລະ ຂະຫຍາຍພັນງົວ, ຄວາຍ ທີ່ມີຄຸນນະພາບ ສາມາດຕອບສະໜອງຕາມ ມາດຕະຖານຄວາມຕ້ອງການ
ຂອງປະເທດຄູ່ຄ້າ ເພື່ອສະຫງວນແນວພັນງົວ, ຄວາຍ ໃຫ້ແກ່ຜູ້ປະກອບການ ເອົາໄປລ້ຽງເປັນສິນຄ້າສົ່ງອອກ;
ໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບບັນດາ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ສືບຕໍ່ສ້າງ ແລະ ຂະຫຍາຍຕາໜ່າງສັດຕະວະແພດ ຢູ່ຂັ້ນບ້ານໃນທົ່ວປະເທດໃຫ້ຫຼາຍຂຶ້ນ ເພື່ອຍົກລະດັບການເຝົ້າລະວັງ, ຕິດຕາມສະພາບການລະບາດຂອງພະຍາດສັດ ແລະ ສັກຢາກັນພະຍາດສັດ ຕາມລະດູການ ໃຫ້ສັດລ້ຽງຂອງປະຊາຊົນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ພ້ອມກັນນັ້ນ, ກໍໃຫ້ສຸມໃສ່ປັບປຸງ, ກໍ່ສ້າງໂຄງລ່າງພື້ນຖານ ແລະ ບຸກຄະລາກອນ ໃນດ້ານການວິເຄາະວິໄຈພະຍາດສັດ ໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິຜົນ;

ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ຈຳແຫຼວເກັບກຳຂໍ້ມູນສະຖິຕິ ຜູ້ລ້ຽງງົວ, ຄວາຍ ແລະ ຈຳນວນປະຊາກອນ ງົວ, ຄວາຍ ທີ່ມີຢູ່ໃນແຂວງຂອງຕົນ ໃນແຕ່ລະໄລຍະ ເພື່ອດຸນດ່ຽງຄວາມ
ສາມາດໃນການຜະລິດ ແລະ ການສະໜອງ ເພື່ອການບໍລິໂພກ ຢູ່ພາຍໃນທ້ອງຖິ່ນຂອງຕົນ ແລະ ວາງແຜນພັດທະນາການລ້ຽງສັດດັ່ງກ່າວ ເພື່ອເປັນສິນຄ້າສົ່ງອອກ ຢ່າງເປັນລະບົບ;

ມອບໃຫ້ກົມລ້ຽງສັດ ແລະ ການປະມົງ ສ້າງຖານຂໍ້ມູນ ກ່ຽວກັບຟາມລ້ຽງສັດ ເປັນຕົ້ນແມ່ນຊື່ຟາມ, ຈຸດທີ່ຕັ້ງຂອງຟາມ, ຊະນິດສັດ ແລະ ແນວພັນສັດທີ່ລ້ຽງ, ຈຳນວນສັດລ້ຽງ ແລະ ອື່ນໆ ທີ່ຈຳເປັນ ພ້ອມທັງລົງກວດກາ ແລະ ຢັ້ງຢືນມາດຕະຖານຟາມ ຕາມມາດຕະຖານການປະຕິບັດງານທີ່ດີ ສຳລັບຟາມລ້ຽງງົວ ແລະ ຄວາຍ ຂອງ ສປປ ລາວ (ຕາມລະຫັດມາດຕະຖານ: ມກປ-ລປ-2022-000017) ສະບັບລົງວັນທີ 06 ພຶດສະພາ 2022.

ພ້ອມນັ້ນ, ກໍໃຫ້ດຳເນີນການຂຶ້ນທະບຽນພິມສັດໃຫ້ແກ່ສັດລ້ຽງຢູ່ໃນຟາມ ເພື່ອຄວາມສະດວກໃນການຄຸ້ມຄອງ ແລະ ໃຫ້ສາມາດກວດຄືນປະຫວັດຂອງສັດ ໃນເວລາເດືອນຍ້າຍ ແລະ ສົ່ງອອກຂາຍໄປຕ່າງປະເທດ;
ມອບໃຫ້ກົມແຜນການ ແລະ ການຮ່ວມມື ປະສານສົມທົບກັບ ກົມລ້ຽງສັດ ແລະ ການປະມົງ ແລະ ພາກສ່ວນກ່ຽວຂ້ອງ ຂັ້ນຂ້ຽວປະສານງານກັບ ອົງການບໍລິຫານພາສີ ແຫ່ງສາທາລະນະລັດ ປະຊາຊົນຈີນ ເພື່ອເຈລະຈາ ແລະ ກຳນົດເອົາ ຟາມລ້ຽງງົວ-ຄວາຍ ທີ່ໄດ້ມາດຕະຖານປະຕິບັດງານທີ່ດີ ສຳລັບຟາມລ້ຽງງົວ-ຄວາຍ ຂອງ ສປປ ລາວ ໃຫ້ຖືເປັນຟາມລ້ຽງທອມສັດ (ເຂດທ້ອນໂຮມ 45 ວັນ) ແລະ ປັບໄລຍະເວລາໃນການກັກກັນສັດຢູ່ ສູນກັກກັນ ຈາກ 30 ວັນ ໃຫ້ຢູ່ໃນລະຫວ່າງ 7-14 ວັນ ເພື່ອໃຫ້ສອດຄ່ອງກັບລະບຽບຂອງອົງການສຸຂະພາບສັດສາກົນ (OIE). ຫ້າມບໍ່ໃຫ້ກົມລ້ຽງສັດ ແລະ ການປະມົງ ອະນຸຍາດນຳເຂົ້າ ງົວ, ຄວາຍ ເພື່ອສິ່ງອອກໄປຕ່າງປະເທດ ໂດຍທີ່ບໍ່ໄດ້ຜ່ານການລ້ຽງ ຢູ່ ສປປ ລາວ. ນຍາ.ໃຫ້ນຳຂົ້າ ງົວ-ຄວາຍ ສຳລັບເປັນພໍ່ພັນ-ແມ່ພັນ ແລະ ງົວ, ຄວາຍ
ອາຍຸ 18-24 ເດືອນທີ່ມີໂຄງຮ່າງເໝາະສົມມາລ້ຽງທອມ ເພື່ອເພີ່ມມູນຄ່າໃຫ້ໄດ້ຢ່າງຕໍ່າ 40% ຂຶ້ນໄປ ເທົ່ານັ້ນ
ແລະ ກ່ອນຈະສົ່ງອອກງົວ-ຄວາຍທີ່ລ້ຽງທອມດັ່ງກ່າວ ໄປ ສປ ຈີນ ຕ້ອງໄດ້ຮັບໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ
ຫຼື ເປັນສັດຂອງ ສປປ ລາວ ຕາມລະບຽບຫຼັກການເສບກ່ອນ;

10. ໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບບັນດາໂດງການ ແລະ ຜູ້ປະກອບການ ກະກຽມສ້າງເງື່ອນໄຂໃຫ້
ແກ່ການປຸງແຕ່ງຜະລິດຕະພັນສັດ ດ້ວຍການຊຸກຍູ້ສິ່ງເສີມ ການສ້າງໂຮງງານຂ້າສັດ ທີ່ໄດ້ມາດຕະຖານສາກົນ
ເພື່ອແປຮູບຜະລິດຕະພັນສັດເປັນຊີ້ນສ່ວນ ແລະ ຊິນແຊ່ແຂງ ເພື່ອສະໜອງພາຍໃນ ແລະ ສົ່ງອອກ
ຕ່າງປະເທດ;

11. ໃຫ້ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ ປະສານ
ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງພັນຂະຫຍາຍ ຄຳສັ່ງສະບັບນີ້ ໃຫ້ໄດ້ຮັບຜົນດີ ພ້ອມທັງມີການ
ສະຫຼຸບລາຍງານ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ເປັນແຕ່ລະໄລຍະ;

12. ຄຳສັ່ງສະບັບນີ້ ປ່ຽນແທນ ຄຳສັ່ງສະບັບເລກທີ 0799/ກປ ລົງວັນທີ 23 ມິຖຸນາ 2021 ແລະ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ, /,

ບ່ອນນຳສົ່ງ

1. ຄະນະລັດຖະມົນຕີ ກປ ທ່ານລະ 01 ສະບັບ; (ເພື່ອຊີ້ນຳ)
2. ຫ້ອງການ 01 ສະບັບ; ຄນຄາ ດວງສະຫວນ
3. ບັນດາກົມ, ສະຖາບັນ ແລະ ຫົວຫ່ວຍລະດັບ 2 01 ສະບັບ; (ເພື່ອຈັດຕັ້ງປະຕິບັດ)
4. ພະແນກ ກປ ແຂວງ, ນະຄອນຫຼວງວຽງຈັນ 01 ສະບັບ (ເພື່ອຈັດຕັ້ງປະຕິບັດ)
5. ພະແນກຄົ້ນຄວ້າ ແລະ ສັງລວມ 01 ສະບັບ; (ເພື່ອຕິດຕາມ)
6. ພະແນກເລຂານຸການ ແລະ ພິທີການ 01 ສະບັບ. (ເກັບມ້ຽນ)

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ