关于仓库及加油站加油枪登记、校准与核查的协议

ຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນ, ສອບທຽບ ແລະ ກວດຄືນຫົວຈ່າຍຢູ່ໃນສາງ ແລະ ປ້ຳນ້ຳມັນເຊື້ອໄຟ

(Pending OCR)

简介

该协议规范老挝境内仓库及加油站加油枪的登记、校准与核查,明确术语定义、适用范围及燃油泵误差标准。

Summary

This agreement regulates the registration, calibration, and verification of fuel dispensers at warehouses and gas stations in Laos, defining terms, scope, and fuel pump error standards.

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການຈົດທະບຽນ, ການສອບທຽບ ແລະ ການກວດສອບ ຫົວຈ່າຍນ້ຳມັນຂອງສາງ ແລະ ສະຖານີບໍລິການນ້ຳມັນ ພາຍໃນ ສປປ ລາວ, ກຳນົດຄຳສັບ, ຂອບເຂດການນຳໃຊ້ ແລະ ມາດຕະຖານຄວາມຜິດພາດຂອງປ້ຳນ້ຳມັນ.

条文

第ມາດຕາ 1条

第2条 仓库和加油站中加油枪的登记、校准和核查
仓库和加油站中加油枪的登记、校准和核查是指对仓库和加油站中的加油枪进行跟踪、检查和记录数据,以确认其准确、清晰并符合地区和国家的规定。

ພາສາລາວ (老挝语原文)

ມາດຕາ 2 ການຂຶ້ນທະບຽນ, ສອບທຽບ ແລະ ກວດຄືນຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟ
ການຂຶ້ນທະບຽນ, ສອບທຽບ ແລະ ກວດຄືນຫົວຈ່າຍ ຢູ່ໃນສາງ ແລະ ນ້ຳມັນເຊື້ອໄຟ ແມ່ນການຕິດຕາມ, ກວດກາ ແລະ ບັນທຶກຂໍ້ມູນຫົວຈ່າຍ ຢູ່ໃນສາງ ແລະ ນ້ຳມັນເຊື້ອໄຟ ເພື່ອຢັ້ງຢືນໃຫ້ມີຄວາມຖືກຕ້ອງ, ຊັດເຈນ ສອດຄ່ອງຕາມລະບຽບການຂອງພາກພື້ນ ແລະ ສາກົນ.

第ມາດຕາ 2条

第2条 术语解释
本协议中使用的术语定义如下:
1. “加油机”指在仓库和加油站中,专门设计用于计量流经加油系统的燃油量,以升(L)为单位的计量设备,用于在经营者、生产者、进出口商、分销商和消费者之间进行买卖计算;
2. “校准”指调整加油机的读数或燃油水平,使其符合规定标准;
3. “流量”指每次操作期间流经加油机的燃油总量,单位为升/分钟(L/min);
4. “封缄装置”指通过铅封、塑料封、压封等方式,用于证明加油机准确性的装置;
5. “加油机注册证书”指证明该仓库和加油站的加油机已注册的文件;
6. “加油机检定证书”指证明该仓库和加油站的加油机已通过准确性和精密度检定的文件;
7. “加油机复检结果认证”指对仓库和加油站加油机复检结果的准确性认证,或在仓库和加油站粘贴复检结果认证标签;
8. “复检”指对生产和使用的计量器具进行重新检定,以验证其是否符合计量基准的准确性;
9. “官员”指被任命并授权执行职责的标准与计量司或省、首都工业与商业厅、县、市工业与商业办公室的工作人员。

ພາສາລາວ (老挝语原文)

ມາດຕາ 2 ອະທິບາຍສັບ
ຄຳສັບ ທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟ ໝາຍເຖິງ ອຸປະກອນວັດແທກ ທີ່ໄດ້ອອກແບບສະເພາະ ເພື່ອໃຊ້ເປັນເຄື່ອງມືນັບປະລິມານ ນ້ຳມັນເຊື້ອໄຟທີ່ໄຫຼຜ່ານລະບົບຫົວຈ່າຍ ມີຫົວໜ່ວຍເປັນລິດ (L) ເພື່ອໃຊ້ເປັນຫົວໜ່ວຍຄິດໄລ່ ໃນການຊື້-ຂາຍ ລະຫວ່າງ ຜູ້ດຳເນີນທຸລະກິດ, ຜູ້ຜະລິດ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ແລະ ຜູ້ຊົມໃຊ້ ຢູ່ ສປປ ລາວ;
2. ການປັບຄ່າ ໝາຍເຖິງ ການດັດປັບຄ່າອ່ານ ຫຼື ລະດັບນ້ຳມັນເຊື້ອໄຟຂອງຫົວຈ່າຍນ້ຳມັນໃຫ້ຖືກຕ້ອງ ຕາມມາດຕະຖານທີ່ກຳນົດໄວ້;
3. ອັດຕາການໄຫຼ ໝາຍເຖິງ ປະລິມານນ້ຳມັນທັງໝົດທີ່ໄຫຼຜ່ານຫົວຈ່າຍນ້ຳມັນເຊື້ອໄຟ ໃນຊ່ວງເວລາທີ່ໃຊ້ງານແຕ່ລະຄັ້ງ ລິດ/ນາທີ (L/min);
4. ອຸປະກອນລັອກ ໝາຍເຖິງ ອຸປະກອນທີ່ມີສັນຍາລັກດ້ວຍການຫີບກົວ, ຫີບຢາງ, ບີບຄັ້ງ ແລະ ອື່ນໆ ເພື່ອໃຊ້ເປັນຫຼັກຖານຢັ້ງຢືນຄວາມຖືກຕ້ອງຂອງຫົວຈ່າຍນ້ຳມັນ;
5. ໃບຢັ້ງຢືນການຂຶ້ນທະບຽນຫົວຈ່າຍນ້ຳມັນເຊື້ອໄຟ ໝາຍເຖິງ ການບົ່ງບອກຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟດັ່ງກ່າວ ໄດ້ຂຶ້ນທະບຽນແລ້ວ;
6. ໃບຢັ້ງຢືນການສອບທຽບຫົວຈ່າຍນ້ຳມັນເຊື້ອໄຟ ໝາຍເຖິງ ການບົ່ງບອກຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟດັ່ງກ່າວ ໄດ້ຜ່ານການສອບທຽບຄວາມຖືກຕ້ອງ ແລະ ຊັດເຈນແລ້ວ;
7. ການຢັ້ງຢືນຜົນການກວດຄືນຫົວຈ່າຍນ້ຳມັນເຊື້ອໄຟ ໝາຍເຖິງ ການຢັ້ງຢືນຄວາມຖືກຕ້ອງ ຜົນການກວດຄືນຂອງຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟ ຫຼື ການຕິດສະຕິກເກີຢັ້ງຢືນຜົນການກວດຄືນ ຂອງຫົວຈ່າຍ ຢູ່ໃນສາງ ແລະ ສະຖານີຈຳໜ່າຍນ້ຳມັນເຊື້ອໄຟ;
8. ການກວດຄືນ ໝາຍເຖິງ ການດຳເນີນການສອບທຽບຄືນໃໝ່ ຂອງເຄື່ອງມື ແລະ ອຸປະກອນວັດແທກທີ່ຜະລິດ ແລະ ນຳໃຊ້ເພື່ອຢັ້ງຢືນຄວາມຖືກຕ້ອງ ຕາມແມ່ແບບວັດແທກ;
9. ເຈົ້າໜ້າທີ່ ໝາຍເຖິງ ພະນັກງານຂອງກົມມາດຕະຖານ ແລະ ວັດແທກ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຖືກມອບໝາຍໃນການປະຕິບັດໜ້າທີ່.

第ມາດຕາ 3条

第3条 适用范围
本协议适用于在老挝人民民主共和国境内从事燃油业务的个人、法人及组织,包括国内和国外的。

ພາສາລາວ (老挝语原文)

ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດນ້ຳມັນເຊື້ອໄຟ ຢູ່ ສປປ ລາວ.

第ມາດຕາ 4条

第5条 容量标准罐
容量标准罐是用于比对和检定燃油加油机的标准母罐,包括:
1. 用于比对、检定油库燃油加油机的标准母罐,容量为3,000升;
2. 用于比对、检定燃油加油机的标准母罐,容量为5升和20升。

ພາສາລາວ (老挝语原文)

ມາດຕາ 5 ຖັງຜອງບໍລິມາດ
ຖັງຜອງບໍລິມາດ ແມ່ນ ຖັງຜອງແມ່ແບບມາດຕະຖານໃນການສອບທຽບ ແລະ ກວດຄືນ ບັນດາຫົວຈ່າຍນ້ຳມັນເຊື້ອໄຟ ປະກອບມີຄື:
1. ຖັງຜອງແມ່ແບບມາດຕະຖານທີ່ໃຊ້ໃນການສອບທຽບ, ກວດຄືນຫົວຈ່າຍສາງນ້ຳມັນເຊື້ອໄຟ ມີຂະໜາດ 3,000 ລິດ;
2. ຖັງຜອງແມ່ແບບມາດຕະຖານທີ່ໃຊ້ໃນການສອບທຽບ, ກວດຄືນຫົວຈ່າຍນ້ຳມັນເຊື້ອໄຟ ມີຂະໜາດ 5 ລິດ ແລະ 20 ລິດ.

第ມາດຕາ 5条

第5条 燃油泵的类型
目前在老挝人民民主共和国使用的燃油泵有三种类型:
1. 数字式燃油泵;
2. 模拟式燃油泵;
3. 手动摇臂式燃油泵(非电动式)。

ພາສາລາວ (老挝语原文)

ມາດຕາ 5 ປະເພດຂອງຫົວຈ່າຍນ້ຳມັນເຊື້ອໄຟ
ຫົວຈ່າຍນ້ຳມັນເຊື້ອໄຟທີ່ນຳໃຊ້ປະຈຸບັນ ຢູ່ ສປປ ລາວ ມີ ສາມ ປະເພດ ຄື:
1. ຫົວຈ່າຍນ້ຳມັນເຊື້ອໄຟ ແບບດີຈິຕອນ;
2. ຫົວຈ່າຍນ້ຳມັນເຊື້ອໄຟ ແບບອານາລັອກ;
3. ຫົວຈ່າຍນ້ຳມັນເຊື້ອໄຟ ແບບປ້າປັ້ນອິ້ວ (ແບບບໍ່ໄດ້ໃຊ້ໄຟຟ້າ).

第ມາດຕາ 6条

第6条 各等级燃油泵的误差值
各等级燃油泵的误差值如下:

- 仓库燃油泵:+0.2%;
- 加油站数字式燃油泵:+0.5%;
- 加油站模拟式燃油泵:+0.5%;
- 手动泵式燃油泵(非电动式):+0.5%。

ພາສາລາວ (老挝语原文)

ມາດຕາ 6 ຄ່າຜິດດ່ຽງສຳລັບຫົວຈ່າຍນໍ້າມັນເຊື້ອໄຟແຕ່ລະຂັນ
ຄ່າຜິດດ່ຽງສຳລັບຫົວຈ່າຍນໍ້າມັນເຊື້ອໄຟ ແຕ່ລະຂັນມີດັ່ງນີ້:

- ຫົວຈ່າຍນໍ້າມັນເຊື້ອໄຟຢູ່ສາງ ແມ່ນ +0.2%;
- ຫົວຈ່າຍນໍ້າມັນເຊື້ອໄຟຢູ່ປ້ຳ ແບບດີຈິຕອນ ແມ່ນ +0.5%;
- ຫົວຈ່າຍນໍ້າມັນເຊື້ອໄຟຢູ່ປ້ຳ ແບບອານາລັອກ ແມ່ນ +0.5%;
- ຫົວຈ່າຍນໍ້າມັນເຊື້ອໄຟ ແບບປ້ຳປັ່ນມື (ແບບບໍ່ໄດ້ໃຊ້ໄຟຟ້າ) ແມ່ນ +0.5%.

第ມາດຕາ 7条

第7条 燃油加油枪的组成部分
燃油加油枪的组成部分如下:
1. 加油机、燃油加油软管和燃油加油枪;
2. 发动机、驱动器或马达以及油量调节装置和计量器;
3. 轴、皮带、显示屏、自动传感器系统和各种电气系统;
4. 加油机上部机械部件和下部机械部件;
5. 计数器、总金额/基普、容量/升和单价/基普;
6. 随附的出厂标牌和注册认证标志。

ພາສາລາວ (老挝语原文)

ມາດຕາ 7 ສ່ວນປະກອບຂອງຫົວຈ່າຍນ້ຳມັນເຊື້ອໄຟ
ສ່ວນປະກອບຂອງຫົວຈ່າຍນ້ຳມັນເຊື້ອໄຟ ປະກອບມີດັ່ງນີ້:
1. ຕູ້ຈ່າຍນ້ຳມັນ, ສາຍຈ່າຍນ້ຳມັນເຊື້ອໄຟ ແລະ ຫົວຈ່າຍນ້ຳມັນເຊື້ອໄຟ;
2. ເຄື່ອງຈັກ, ໄດ ຫຼື ມໍເຕີ ແລະ ບ່ອນປັບບໍລິມາດນ້ຳມັນ ແລະ ບ່ອນຫີບເມັດກົ່ວ;
3. ເພົາ, ສາຍພານ, ຈໍສະແດງຜົນ, ລະບົບເຊັນເຊີແບບອັດຕະໂນມັດ ແລະ ລະບົບໄຟຕ່າງໆ;
4. ຊິ້ນສ່ວນເຄື່ອງຈັກເບື້ອງເທິງ ແລະ ເຄື່ອງຈັກເບື້ອງລຸ່ມຂອງຕູ້ຈ່າຍນ້ຳມັນ;
5. ເຄື່ອງຂຶ້ນເລກ, ຈຳນວນເງິນທັງໝົດ/ກີບ, ບໍລິມາດບັນຈຸ/ລິດ ແລະ ຈຳນວນລາຄາລິດ/ກີບ;
6. ແຜ່ນປ້າຍແນະນຳທີ່ຕິດມາແຕ່ໂຮງງານຜະລິດ ແລະ ປະລັກຢັ້ງຢືນການຂຶ້ນທະບຽນ.

第ມາດຕາ 8条

第8条 加油站和燃油泵的标识标签
所有类型的加油站和燃油泵必须带有标识标签,以清晰、明确地标明燃油泵的信息,主要内容如下:
. 生产商的名称或商标;
生产厂或公司、进口商或经销商的名称和地址;
燃油泵的类型;
. 燃油泵的计量等级;
. 规定的正常流量;
. 指示可测量油量的读数点;
. 使用方法说明;
. 燃油泵的生产年份和代码;
. 储存说明;
. 用于确认燃油泵准确性的贴纸。

ພາສາລາວ (老挝语原文)

ມາດຕາ 8 ສະຫຼາກເພື່ອແຈ້ງຂໍ້ມູນຂອງຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟ
ຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟ ທຸກປະເພດຕ້ອງມີສະຫຼາກ ເພື່ອແຈ້ງຂໍ້ມູນຂອງຫົວຈ່າຍ
ນ້ຳມັນເຊື້ອໄຟ ຕ້ອງລະບຸເນື້ອໃນທີ່ຊັດເຈນ ແລະ ຈະແຈ້ງດີ ໂດຍມີເນື້ອໃນຕົ້ນຕໍ ດັ່ງນີ້:
. ຊື່ ຫຼື ເຄື່ອງໝາຍການຄ້າຂອງຜູ້ຜະລິດ;
ຊື່ ແລະ ທີ່ຢູ່ຂອງໂຮງງານຜະລິດ ຫຼື ບໍລິສັດ, ຜູ້ນຳເຂົ້າ ຫຼື ຜູ້ຈຳໜ່າຍ;
ປະເພດຂອງຫົວຈ່າຍນ້ຳມັນເຊື້ອໄຟ;
. ຂັ້ນວັດແທກຂອງຫົວຈ່າຍນ້ຳມັນເຊື້ອໄຟ;
. ອັດຕາການໄຫຼປົກກະຕິທີ່ກຳນົດ;
. ຈຸດອ່ານຊີ້ບອກປະລິມານນ້ຳມັນທີ່ວັດແທກໄດ້;
. ຂໍ້ແນະນຳວິທີການນຳໃຊ້;
. ປີຜະລິດ ແລະ ລະຫັດຂອງຫົວຈ່າຍນ້ຳມັນເຊື້ອໄຟ;
. ຄຳແນະນຳການເກັບຮັກສາ;
. ສະຕິກເກີ ເພື່ອຢັ້ງຢືນເຖິງຄວາມຖືກຕ້ອງຂອງຫົວຈ່າຍນ້ຳມັນເຊື້ອໄຟ.

第ມາດຕາ 9条

第9条 油库和加油站加油枪校验原则
油库和加油站加油枪的校验操作应遵循以下原则:
1. 校验操作由工作人员进行,每次检查时必须持有工作人员证件;
2. 如果校验结果符合规定,工作人员必须在锁定装置上粘贴标签,以确认加油枪的准确性;
3. 如果校验结果偏差超出设备技术范围,必须进行调整,使其符合规定的区域和国际标准;
4. 如果校验结果偏差超出允许范围,且已进行调整但仍未达到规定标准,必须暂停使用,进行修理或更换新的加油枪。

ພາສາລາວ (老挝语原文)

ມາດຕາ 9 ຫຼັກການປະຕິບັດການກວດຄືນຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟ
ການດຳເນີນການກວດຄືນຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ການດຳເນີນການກວດຄືນ ໂດຍເຈົ້າໜ້າທີ່ ຊຶ່ງຕ້ອງມີບັດເຈົ້າໜ້າທີ່ທຸກຄັ້ງ ໃນການລົງກວດກາ;
2. ຫາກຜົນຂອງການກວດຄືນຖືກຕ້ອງຕາມລະບຽບການແລ້ວ ເຈົ້າໜ້າທີ່ຕ້ອງໄດ້ຕິດສະຕິກເກີໃສ່ ອຸປະກອນລັອກ ເພື່ອຢັ້ງຢືນຄວາມຖືກຕ້ອງຂອງຫົວຈ່າຍນ້ຳມັນເຊື້ອໄຟ;
3. ຫາກຜົນຂອງການກວດຄືນມີຄ່າຜິດດ່ຽງ ເກີນຂອບເຂດໂດຍເຕັກນິກຂອງເຄື່ອງ ຕ້ອງໄດ້ມີການປັບຄ່າ ໃຫ້ຖືກຕ້ອງຕາມມາດຕະຖານຂອງພາກພື້ນ ແລະ ສາກົນ ທີ່ກຳນົດໄວ້;
4. ຫາກຜົນຂອງການກວດຄືນມີຄ່າຜິດດ່ຽງ ເກີນຂອບເຂດອະນຸຍາດ ແລະ ໄດ້ມີການປັບຄ່າແລ້ວ ແຕ່ບໍ່ ໄດ້ຕາມມາດຕະຖານທີ່ກຳນົດໄວ້ ຕ້ອງໄດ້ຢຸດການນຳໃຊ້ຊົ່ວຄາວ ເພື່ອສ້ອມແປງ ຫຼື ປ່ຽນຫົວຈ່າຍໃໝ່ແທນ.

第ມາດຕາ 10条

第10条 燃油加油机检定和复查的形式
燃油加油机的检定和复查形式如下:
1. 对仓库和加油站中所有生产或进口的加油机,在使用前必须进行准确性检定;
2. 加油站的加油机常规复查为每两年一次;
3. 仓库的加油机常规复查为每六个月一次;
4. 根据投诉或突击复查,无需事先通知被复查方。

ພາສາລາວ (老挝语原文)

ມາດຕາ 10 ຮູບການສອບທຽບ ແລະ ການກວດຄືນຫົວຈ່າຍນ້ຳມັນເຊື້ອໄຟ
ການສອບທຽບ ແລະ ການກວດຄືນຫົວຈ່າຍນ້ຳມັນເຊື້ອໄຟ ມີຮູບການ ດັ່ງນີ້:
1. ການສອບທຽບຫົວຈ່າຍ ຢູ່ໃນສາງ ແລະ ປ້ຳນ້ຳມັນເຊື້ອໄຟທຸກໆໜ່ວຍທີ່ຜະລິດ ຫຼື ນຳເຂົ້າມາ ກ່ອນນຳໃຊ້ຕ້ອງໄດ້ສອບທຽບຄວາມຖືກຕ້ອງ;
2. ການກວດຄືນປົກກະຕິ ສຳລັບຫົວຈ່າຍ ຢູ່ໃນປ້ຳນ້ຳມັນເຊື້ອໄຟ ແມ່ນ ສອງ ປີ/ຄັ້ງ;
3. ການກວດຄືນປົກກະຕິ ສຳລັບຫົວຈ່າຍ ຢູ່ໃນສາງນ້ຳມັນເຊື້ອໄຟ ແມ່ນ ຫົກ ເດືອນ/ຄັ້ງ;
4. ການກວດຄືນຕາມການຮ້ອງຮຽນ ຫຼື ກະທັນຫັນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດຄືນຮັບຊາບລ່ວງໜ້າ.

第ມາດຕາ 11条

第11条 仓库和加油站燃油泵的维修和更换认证
已经过复核并出具证书、且证书仍在有效期内的燃油泵,如果仓库或加油站业主需要维修燃油泵,必须在维修前通知标准与计量司或省、首都工业与贸易厅或县、市工业与贸易办公室(根据授权)的复核服务单位。仓库或加油站业主完成维修后,必须通知负责官员在使用前进行复核。

ພາສາລາວ (老挝语原文)

ມາດຕາ 11 ການຢັ້ງຢືນການສ້ອມແປງ ແລະ ປ່ຽນຖ່າຍຫົວຈ່າຍ ຢູ່ໃນສາງ ແລະ ປ້ານຳມັນເຊື້ອໄຟ
ຫົວຈ່າຍນ້ຳມັນເຊື້ອໄຟທີ່ໄດ້ຮັບການກວດຄືນຄວາມຖືກຕ້ອງ ແລະ ອອກໃບຢັ້ງຢືນໃຫ້ແລ້ວຍັງຢູ່ໃນຊ່ວງໄລຍະເວລາທີ່ໃບຢັ້ງຢືນຍັງບໍ່ທັນຫົດອາຍຸການນຳໃຊ້ ຫາກເຈົ້າຂອງສາງ ຫຼື ປ້ານຳມັນເຊື້ອໄຟ ມີຄວາມຈຳເປັນສ້ອມແປງຫົວຈ່າຍນ້ຳມັນເຊື້ອໄຟ ຕ້ອງໄດ້ແຈ້ງໃຫ້ໜ່ວຍງານບໍລິການກວດຄືນ ຂອງກົມມາດຕະຖານ ແລະ ວັດແທກ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຫຼື ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ຕາມການມອບໜາຍ ກ່ອນການສ້ອມແປງ. ຫຼັງຈາກ ເຈົ້າຂອງສາງ ຫຼື ປ້ານຳມັນເຊື້ອໄຟ ໄດ້ດຳເນີນການສ້ອມແປງສຳເລັດແລ້ວ ຕ້ອງໄດ້ແຈ້ງໃຫ້ເຈົ້າໜ້າທີ່ຮັບຜິດຊອບ ກວດກາຄືນກ່ອນການນຳໃຊ້.

第ມາດຕາ 12条

第12条 申请登记、检定和复查仓库和加油站的计量器
个人、法人和组织有意申请登记、检定和复查仓库和加油站的计量器,应当按照以下分级管理执行:
1. 申请登记、检定、复查仓库的计量器以及申请登记加油站的计量器,应向标准计量局提交申请;
2. 检定加油站的计量器,应向省、首都的工业与商业厅提交申请;
3. 复查加油站的计量器,应向县、市的工业与商业办公室提交申请。

ພາສາລາວ (老挝语原文)

ມາດຕາ 12 ການສະເໜີຂໍຂຶ້ນທະບຽນ, ສອບທຽບ ແລະ ກວດຄືນຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງສະເໜີຂໍຂຶ້ນທະບຽນ, ສອບທຽບ ແລະ ກວດຄືນຫົວຈ່າຍ ຢູ່ໃນສາງ ແລະ ປ້ານ້ຳມັນເຊື້ອໄຟ ໃຫ້ປະຕິບັດຕາມການແບ່ງຂັ້ນຄຸ້ມຄອງ ດັ່ງນີ້:
1. ການສະເໜີຂໍຂຶ້ນທະບຽນ, ສອບທຽບ, ກວດຄືນຫົວຈ່າຍ ຢູ່ໃນສາງ ແລະ ການຂໍຂຶ້ນທະບຽນ ຢູ່ໃນປ້ານ້ຳມັນເຊື້ອໄຟ ໃຫ້ຍື່ນຄຳຮ້ອງຕໍ່ ກົມມາດຕະຖານ ແລະ ວັດແທກ;
2. ການສອບທຽບຫົວຈ່າຍ ຢູ່ໃນປ້ານ້ຳມັນເຊື້ອໄຟ ໃຫ້ຍື່ນຄຳຮ້ອງຕໍ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
3. ການກວດຄືນຫົວຈ່າຍ ຢູ່ໃນປ້ານ້ຳມັນເຊື້ອໄຟ ໃຫ້ຍື່ນຄຳຮ້ອງຕໍ່ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ.

本页展示前 12 条,全文共 26 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译