ຄຳແນະນຳ ກ່ຽວກັບການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ນິຕິກຳ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້
关于制定、完善与宣传农林部职责范围内法规的指导意见
Instruction on the Formulation, Improvement, and Dissemination of Legislation within the Responsibilities of the Ministry of Agriculture and Forestry
ບົດສະຫຼຸບ
ຄຳແນະນຳນີ້ຄຸ້ມຄອງຂັ້ນຕອນການສ້າງ, ການປັບປຸງ ແລະ ການເຜີຍແຜ່ກົດໝາຍພາຍໃນຂອບເຂດວຽກງານຂອງກະຊວງກະສິກຳ ແລະ ປ່າໄມ້, ເພື່ອແນໃສ່ເຮັດໃຫ້ໂຄງສ້າງ ແລະ ເນື້ອໃນຂອງກົດໝາຍເປັນເອກະພາບ, ຮັບປະກັນຄວາມສອດຄ່ອງກັບຫຼັກການທາງກົດໝາຍ ແລະ ເພີ່ມປະສິດທິພາບໃນການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງກະສິກຳ ແລະ ປ່າໄມ້ ເລກທີ /ກປ
ນະຄອນຫຼວງວຽງຈັນ, ວັນທີ 9 ກໍລະກົດ 2024
ຄຳແນະນຳ
ກ່ຽວກັບ ການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ ນິຕິກຳ
ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້
- ອີງຕາມ ກົດໝາຍ ວ່າດ້ວຍການສ້າງນິຕິກຳ (ສະບັບປັບປຸງ) ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021;
- ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
- ອີງຕາມ ຫັງສືສະເຫຼີ ຂອງຫ້ອງການກະຊວງ ສະບັບເລກທີ 225/ຫກ, ລົງວັນທີ 02 ກໍລະກົດ 2024.
ໃນໄລຍະຜ່ານມາ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບກະ
ຊວງກະສິກຳ ແລະ ປ່າໄມ້ ໄດ້ມີຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການຄົ້ນຄວ້າຜັນຂະຫຍາຍແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ມາເປັນນິຕິກຳສະເພາະ ກ່ຽວກັບ ວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໄດ້ດີສົມຄວນ, ເຮັດໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ມີນິຕິກຳທີ່ມີຜົນບັງຄັບທົ່ວໄປ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການແລ້ວ 100 ກວ່າສະບັບ ຊຶ່ງໄດ້ເປັນບ່ອນອີງສຳຄັນໃນການຄຸ້ມຄອງຂະແໜງການ ຕາມທິດການສ້າງລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ. ແຕ່ຢ່າງໃດກໍຕາມ, ຄຽງຄູ່ກັນນັ້ນ ຍັງສັງເກດເຫັນວ່າ ການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ນິຕິກຳ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້ ຍັງບໍ່ທັນມີຄວາມເປັນເອກະພາບ ແລະ ລະອຽດຊັດເຈນ ຕາມຫຼັກການ, ຂັ້ນຕອນ ແລະ ເຕັກນິກ ຂອງການສ້າງນິຕິກຳ ໂດຍສະເພາະ ການກຳນົດໂຄງປະກອບ
ແລະ ເນື້ອໃນ ກໍຍັງບໍ່ແພະສົມ ເຮັດໃຫ້ການອອກນິຕິກຳບາງສະບັບ ບໍ່ທັນຕາມກຳນົດເວລາທີ່ວາງໄວ້ ແລະ ນິຕິກຳບາງສະບັບ ກໍບໍ່ສອດຄ່ອງກັບສະພາບຕົວຈິງຂອງປະເທດ.
ເພື່ອເຮັດໃຫ້ການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ ນິຕິກຳທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້ ຖືກຕ້ອງຕາມຫຼັກການ, ຂັ້ນຕອນ ແລະ ສອດຄ່ອງກັບກົດໝາຍ ທັງຮັບປະກັນຄວາມເປັນເອກະພາບທາງດ້ານໂຄງປະກອບ ແລະ ເນື້ອໃນ ນັ້ນ,
ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳແນະນຳ:
[]. ຈຸດປະສົງ, ຄວາມໝາຍ ແລະ ຄວາມສຳຄັນ
1. ຈຸດປະສົງ
- ເພື່ອເຮັດໃຫ້ການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ນິຕິກຳ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້ ຖືກຕ້ອງຕາມຫຼັກການ ແລະ ຂັ້ນຕອນ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ເຕັກນິກການສ້າງນິຕິກຳ;
ເພື່ອແນະນຳ, ອະທິບາຍ ຂັ້ນຕອນ ແລະ ວິທີການ ຂອງການສ້າງ, ປັບປຸງແລະ ໂຄສະນາເຜີຍແຜ່ນິຕິກຳ ທັງການຈັດພິມປຶ້ມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳແລະ ປ່າໄມ້ ໃຫ້ລະອຽດ, ຈະແຈ້ງແລະ ຮັດກຸມ;
- ເພື່ອເປັນບ່ອນອີງໃຫ້ແກ່ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວຫງ່ວຍວິຊາການລະດັບສອງ ທີ່ຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ມີຄວາມເປັນເອກະພາບ ກ່ຽວກັບ ການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ ນິຕິກຳລວມທັງການຈັດພິມນິຕິກຳທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້;
- ເພື່ອເຮັດໃຫ້ເນື້ອໃນຂອງນິຕິກຳທີ່ຮັບຮອງແລະ ປະກາດໃຊ້ນັ້ນ ຖືກຕ້ອງຕາມຫຼັກການ, ມີຄຸນນະພາບ, ຮັດກຸມ, ເຂົ້າໃຈງ່າຍ, ເປັນເອກະພາບກັນ ແລະ ສາມາດ ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ.
2. ຄວາມໝາຍ ແລະ ຄວາມສຳຄັນ
ການສ້າງ, ປັບປຸງ ແລະ ໂຄສະນາເຜີຍແຜ່ ນິຕິກຳ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້ ແມ່ນ ຂະບວນການເຄື່ອນໄຫວຮ່າງນິຕິກຳຕ່າງໆ ລວມທັງການໂຄສະນາເຜີຍແຜ່ ແລະ ປະເມີນຜົນການຈັດຕັ້ງປະຕິບັດນິຕິກຳທີ່ກົດໝາຍກຳນົດໃຫ້ເປັນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ເປັນນິຕິກຳທີ່ມີຜົນບັງຄັບທົ່ວໄປ ນັບແຕ່ຂັ້ນຕອນການກະກຽມ, ການເກັບກຳຂໍ້ມູນ, ການຂຽນ ຈົນຮອດການພິຈາລະນາຮັບຮອງ, ປະກາດໃຊ້ ແລະ ການນຳເອົານິຕິກຳລົງຈົດໝາຍເຫດທາງລັດຖະການ, ການໂຄສະນາເຜີຍແຜ່ ແລະ ການປະເມີນຜົນການຈັດຕັ້ງປະຕິບັດນິຕິກຳ ກ່ຽວກັບ ວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຊຶ່ງມີຄວາມສຳຄັນຕໍ່ການຍົກສູງປະສິດທິພາບການຄຸ້ມຄອງຂະແໜງການກະສິກຳ ແລະ ປ່າໄມ້ ດ້ວຍກົດໝາຍ ປະກອບສ່ວນເຂົ້າໃນການພັດທະນາວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃຫ້ເຂັ້ມແຂງ.
11. ການສ້າງ ແລະ ປັບປຸງນິຕິກຳ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້
ການສ້າງ ແລະ ປັບປຸງນິຕິກຳ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້ ປະກອບດ້ວຍ:
- ນິຕິກຳ ທີ່ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຄົ້ນຄວ້າສ້າງຮ່າງ ແລະ ສະເໜີຂັ້ນເທິງ ພິຈາລະນາຮັບຮອງ ແລະ ປະກາດໃຊ້ ເປັນຕົ້ນ ກົດໝາຍ, ລັດຖະບັນຍັດຂອງປະທານປະເທດ, ດຳລັດຂອງລັດຖະບານ, ຄຳສັ່ງ ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ;
- ນິຕິກຳທີ່ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບ ສອງ ເປັນຜູ້ຄົ້ນຄວ້າສ້າງຮ່າງ ແລະ ສະເໜີກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາ (ໂດຍຜ່ານຫ້ອງການ) ເປັນຕົ້ນ ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ຂອງລັດຖະມົນຕີ.
1. ການສ້າງ ແລະ ປັບປຸງ ກົດໝາຍ
ບັນດາຂັ້ນຕອນ ແລະ ບາດກ້າວຂອງການສ້າງ ຫຼື ປັບປຸງກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງ
ະສິກຳ ແລະ ປ່າໄມ້ (ຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ) ຕ້ອງໄດ້ເອົາໃຈໃສ່ດຳເນີນການ ດ້ວຍຄວາມຮັບຜິດຊອບສູງ ລວມທັງເປັນເຈົ້າການຕິດຕາມ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ຕາມ 09 ບາດກ້າວ ສຳຄັນ ດັ່ງນີ້:
1.1. ການສະເໜີແຜນການສ້າງ ແລະ ປັບປຸງກົດໝາຍ
ຫ້ອງການ. ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ທີ່ມີຈຸດປະສົງສ້າງ ຫຼື ປັບປຸງກົດໝາຍ ຕ້ອງເປັນເຈົ້າການສົມທົບກັບ ຫ້ອງການກະຊວງ (ພະແນກນິຕິກຳ) ເພື່ອຄົ້ນຄວ້າສ້າງແຜນການສ້າງ ແລະ ປັບປຸງກົດໝາຍດັ່ງກ່າວ ພ້ອມດ້ວຍນະໂຍບາຍໃນການສ້າງກົດໝາຍ ແລະ ບົດປະເມີນຜົນກະທົບຂອງນະໂຍບາຍໃນການສ້າງກົດໝາຍ ກ່ອນສະເໜີ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໂດຍຜ່ານຫ້ອງການກະຊວງ ພິຈາລະນາ ເພື່ອນຳສະເໜີໄປຍັງກະຊວງຍຸຕິທຳ ກ່ອນວັນທີ 01 ກັນຍາ ຂອງປີທີສີ່ ຂອງອາຍຸການ
ສະພາແຫ່ງຊາດແຕ່ລະຊຸດ ແລະ ລັດຖະບານ ເປັນຜູ້ພິຈາລະນາ ສະເໜີແຜນການສ້າງ ແລະ ປັບປຸງກົດໝາຍ ຕໍ່ຄະນະປະຈຳສະພາແຫ່ງຊາດ ພາຍໃນເດືອນມັງກອນ ຂອງປີຖັດໄປ.
1.2. ການແຕ່ງຕັ້ງຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ
ພາຍຫຼັງແຜນການສ້າງ ແລະ ປັບປຸງກົດໝາຍ 05 ປີ ໄດ້ຖືກຮັບຮອງ ແລະ ຄະນະປະຈຳສະພາແຫ່ງຊາດ ໄດ້ກຳນົດແຜນປະຈຳປີ ແລ້ວ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ທີ່ສະເໜີສ້າງ ແລະ ປັບປຸງກົດໝາຍດັ່ງກ່າວ ຕ້ອງເປັນເຈົ້າການສົມທົບກັບ ຫ້ອງການກະຊວງ (ພະແນກນິຕິກຳ) ເພື່ອຄົ້ນຄວ້າ ແລະ ສະເໜີແຕ່ງຕັ້ງຄະນະຮັບຜິດຊອບ ສ້າງ ແລະ ປັບປຸງກົດໝາຍດັ່ງກ່າວ ຊຶ່ງປະກອບມີ ຄະນະຊີ້ນຳລວມ ແລະ ກອງເລຂາ ດັ່ງນີ້:
1) ຄະນະຊີ້ນຳລວມ
> ລັດຖະມົນຕີ ຫຼື ຮອງລັດຖະມົນຕີ (ຜູ້ຊີ້ນຳກົມ, ສະຖາບັນ ຫຼື ຫົວໜ່ວຍວິຊາການລະດັບສອງ) ເປັນຫົວໜ້າຄະນະ;
ຫົວໜ້າ ກົມ, ສະຖາບັນ ຫຼື ຫົວໜ່ວຍວິຊາການລະດັບສອງ (ຜູ້ຮັບຜິດຊອບວຽກງານດັ່ງກ່າວ) ເປັນຮອງ;
- ຫົວໜ້າ, ຮອງຫົວໜ້າ ຫ້ອງການ (ຜູ້ຊີ້ນຳວຽກງານນິຕິກຳ) ເປັນຮອງ;
- ຜູ້ຕາງໜ້າ ຂັ້ນກົມຂອງກຳມາທິການກົດໝາຍ ແລະ ກຳມາທິການອື່ນທີ່ກ່ຽວຂ້ອງ ສະພາແຫ່ງຊາດ ເປັນຄະນະ;
> ຜູ້ຕາງໜ້າ ກົມນິຕິກຳ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນຄະນະ;
- ຜູ້ຕາງໜ້າ ກົມກົດໝາຍ, ກະຊວງຍຸຕິທຳ ເປັນຄະນະ;
- ຜູ້ຕາງໜ້າ ກົມ, ສະຖາບັນ ຫຼື ກະຊວງອື່ນ ທີ່ກ່ຽວຂ້ອງດ້ານວິຊາການ ເປັນຄະນະ.
2) ກອງເລຂາ
- ຫົວໜ້າ ຫຼື ຮອງຫົວໜ້າ ກົມ, ສະຖາບັນ ຫຼື ຫົວໜ່ວຍວິຊາການລະດັບສອງ (ຜູ້ຮັບຜິດຊອບວຽກງານດັ່ງກ່າວ) ເປັນຫົວໜ້າ;
- ຫົວໜ້າພະແນກ ທີ່ຮັບຜິດຊອບວຽກງານດັ່ງກ່າວ ຂອງ ກົມ, ສະຖາບັນ ຫຼື ຫົວໜ່ວຍວິຊາການລະດັບສອງ ເປັນຮອງ;
ຫົວຫ້າ ຫຼື ຮອງຫົວຫ້າ ພະແນກທີ່ກ່ຽວຂ້ອງກັບການສ້າງ ແລະ ປັບປຸງນິຕິກຳ ຂອງ ກົມ, ສະຖາບັນ ຫຼື ຫົວໜ່ວຍວິຊາການລະດັບສອງ ເປັນຄະນະ;
- ຫົວຫ້າ ຫຼື ຮອງຫົວຫ້າ ພະແນກນິຕິກຳ, ຫ້ອງການກະຊວງ ເປັນຄະນະ;
- ວິຊາການ ຂອງກຳມາທິການກົດໝາຍ ແລະ ກຳມາທິການອື່ນທີ່ກ່ຽວຂ້ອງ ສະພາແຫ່ງຊາດ ເປັນຄະນະ;
> ວິຊາການ ຂອງກົມນິຕິກຳ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນຄະນະ;
- ວິຊາການ ຂອງກົມກົດໝາຍ, ກະຊວງຍຸຕິທຳ ເປັນຄະນະ;
- ວິຊາການຈຳນວນໜຶ່ງ ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ ເປັນຄະນະ.
ສຳລັບ ສິດ ແລະ ໜ້າທີ່ ຂອງຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ໂດຍພື້ນຖານ ມີ ດັ່ງນີ້:
- ສ້າງແຜນການ ແລະ ແຜນງົບປະມານ ສຳລັບການເຄື່ອນໄຫວຂອງຄະນະ ເພື່ອສະເໜີຕໍ່ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍ ພິຈາລະນາຕົກລົງ;
ເກັບກຳ, ຄົ້ນຄວ້າ ວິໄຈຂໍ້ມູນ, ສັງລວມນະໂຍບາຍ ແລະ ບັນຫາອື່ນ ກ່ຽວກັບ ເນື້ອໃນຂອງຮ່າງກົດໝາຍ;
- ກຳນົດໂຄງປະກອບ, ຂຽນເນື້ອໃນຮ່າງກົດໝາຍ ແລະ ຂຽນບົດສະເໜີຮ່າງກົດໝາຍ;
- ຈັດກອງປະຊຸມປຶກສາຫາລື ແລະ ນຳເອົາຮ່າງກົດໝາຍ ລົງໃນເວັບໄຊ ຫຼື ສື່ສິ່ງພິມອື່ນ ເພື່ອລະດົມຄຳເຫັນຕໍ່ຮ່າງກົດໝາຍ;
- ສົ່ງຮ່າງກົດໝາຍໃຫ້ຂະແໜງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອປະກອບຄຳເຫັນ;
- ຍາດແຍ່ງຄຳເຫັນຈາກຜູ້ຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດທີ່ມີຄວາມຮູ້, ປະສົບການ ທີ່ພົວພັນກັບເນື້ອໃນຂອງຮ່າງກົດໝາຍ;
- ລວບລວມ ແລະ ພິຈາລະນາ ຄຳເຫັນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕໍ່ຮ່າງກົດໝາຍ;
- ລາຍງານການເຄື່ອນໄຫວ ແລະ ຄວາມຄືບໜ້າໃນການຮ່າງກົດໝາຍຕໍ່ອົງການທີ່ຮັບຜິດຊອບສ້າງຮ່າງກົດໝາຍຂອງຕົນ ຢ່າງເປັນປົກກະຕິ;
- ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ.
1.3. ການກຳນົດໂຄງປະກອບ ແລະ ເນື້ອໃນ ຂອງຮ່າງກົດໝາຍ
ຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ສົມທົບກັບ ກົມກົດໝາຍ ກະຊວງຍຸຕິທຳ, ກົມນິຕິກຳ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກົມກົດໝາຍ ກຳມາທິການກົດໝາຍ ແລະ ກຳມາທິການກ່ຽວຂ້ອງ ຂອງສະພາແຫ່ງຊາດ ເພື່ອຄົ້ນຄວ້າ ແລະ ກຳນົດດ້ານໂຄງປະກອບ ແລະ ເນື້ອໃນເບື້ອງຕົ້ນ ແລ້ວຈຶ່ງດຳເນີນການຂຽນເນື້ອໃນຂອງຮ່າງກົດໝາຍ.
ຄວາມໝາຍແນ່ນອນ, ເຂົ້າໃຈງ່າຍ ແລະ ສາມາດຈັດຕັ້ງປະຕິບັດໄດ້. ໃນກໍລະນີທີ່ມີການນຳໃຊ້ຄຳສັບດ້ານວິຊາການ ຕ້ອງມີການອະທິບາຍຄຳສັບຢູ່ໃນຮ່າງກົດໝາຍນັ້ນ.
ພາຍຫຼັງໄດ້ຂຽນເນື້ອໃນຂອງຮ່າງກົດໝາຍເບື້ອງຕົ້ນສຳເລັດແລ້ວ ຄະນະຮັບຜິດຊອບ ຕ້ອງນຳສະເໜີຮ່າງ
ກົດໝາຍ ຕໍ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເພື່ອພິຈາລະນາ ແລະ ໃຫ້ການຊີ້ນຳ ໂດຍຜ່ານກອງປະຊຸມ
ຄະນະລັດຖະມົນຕີ, ພ້ອມທັງຄົ້ນຄວ້າປັບປຸງຮ່າງກົດໝາຍ ຕາມຄຳເຫັນຂອງກອງປະຊຸມຄະນະລັດຖະມົນຕີ ກ່ອນ
ນຳລົງທາບທາມຄຳເຫັນ.
1.4. ການທາບທາມຄຳເຫັນຕໍ່ຮ່າງກົດໝາຍ
ພາຍຫຼັງໄດ້ຮັບການເຫັນດີຈາກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລ້ວ, ຄະນະຮັບຜິດຊອບສ້າງ
ຫຼື ປັບປຸງກົດໝາຍ ຕ້ອງນຳຮ່າງກົດໝາຍ ພ້ອມດ້ວຍຄຳຖາມເຈາະຈື້ມ ໄປທາບທາມຄຳເຫັນນຳ ຂະແໜງການ,
ອົງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບຄຳເຫັນ ຕໍ່ບັນຫາທີ່ພົວພັນກັບ
ຄວາມຮັບຜິດຊອບຂອງອົງການຕົນ ພ້ອມທັງປະສານສົມທົບກັບ ຜູ້ປະສານງານວຽກງານກົດໝາຍເຫດທາງລັດຖະ
ການ ຂອງຫ້ອງການກະຊວງ (ພະແນກນິຕິກຳ) ເພື່ອເອົາເນື້ອໃນຂອງຮ່າງກົດໝາຍທັງໝົດ ລວມທັງບົດສະເໜີຮ່າງ
ກົດໝາຍ ລົງໃນເວັບໄຊຈົດໝາຍເຫດທາງລັດຖະການ ຫຼື ເວັບໄຊຂອງກະຊວງກະສິກຳ ແລະ ປ່າໄມ້ ຢ່າງໜ້ອຍ ຫົກສິບ ວັນ ເພື່ອໃຫ້ປະຊາຊົນ ແລະ ທຸກພາກສ່ວນ ສາມາດປະກອບຄຳເຫັນຕໍ່ເນື້ອໃນຮ່າງກົດໝາຍ. ໃນການທາບທາມຄຳເຫັນແຕ່ລະຄັ້ງ, ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ຕ້ອງບັນທຶກບັນຫາທີ່ສຳຄັນ ຊຶ່ງໄດ້ຄົ້ນຄວ້າ ແລະ ປຶກສາຫາລື ໃນກອງປະຊຸມແຕ່ລະຄັ້ງ ເປັນຕົ້ນ ບັນຫານະໂຍບາຍ, ຫຼັກການ, ຄຳສັບ, ກຳນົດເວລາ ແລະ ບັນຫາອື່ນ ທີ່ສຳຄັນ ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າປັບປຸງຮ່າງກົດໝາຍ ໃຫ້ມີເນື້ອໃນຈະແຈ້ງ, ຊັດເຈນ, ຮັດກຸມ ແລະ ຄົບຖ້ວນກວ່າເກົ່າ. 1.5. ການກວດກາຄວາມສອດຄ່ອງ ຂອງຮ່າງກົດໝາຍ ໂດຍກະຊວງຍຸຕິທຳ ພາຍຫຼັງໄດ້ຜ່ານຂັ້ນຕອນການທາບທາມ ແລະ ຮຽບຮຽງຮ່າງກົດໝາຍຕາມຄຳເຫັນທາບທາມແລ້ວ, ຄະນະຮັບ
ຜິດຊອບສ້າງຮ່າງກົດໝາຍ ຕ້ອງກະກຽມຮ່າງກົດໝາຍນັ້ນ ພ້ອມດ້ວຍບົດສະເໜີຮ່າງກົດໝາຍ, ນະໂຍບາຍໃນການສ້າງກົດໝາຍ ແລະ ບົດປະເມີນຜົນກະທົບຂອງນະໂຍບາຍໃນການສ້າງກົດໝາຍ ໃຫ້ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໂດຍຜ່ານຫ້ອງການກະຊວງ ເພື່ອພິຈາລະນາ ແລະ ສະເໜີໄປຍັງ ກະຊວງຍຸຕິທຳ ຢ່າງຊ້າ ຮ້ອຍຊາວ ວັນ ກ່ອນວັນເປີດກອງປະຊຸມສະພາແຫ່ງຊາດ ເພື່ອກວດກາຄວາມສອດຄ່ອງ ແລະ ເຕັກນິກການຮ່າງກົດໝາຍ. ໃນກໍລະນີເຫັນວ່າ ຍັງມີບັນຫາໃດບໍ່ຈະແຈ້ງ ກະຊວງຍຸຕິທຳ ຈະມີຄຳເຫັນເປັນລາຍລັກອັກສອນ ສົ່ງໄປຍັງ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອພິຈາລະນາຄົ້ນຄວ້າຄືນ ຊຶ່ງຄະນະຮັບຜິດຊອບສ້າງຮ່າງກົດໝາຍ ຕ້ອງຄົ້ນຄວ້າ ແຈ້ງຕອບໃນນາມກະຊວງ ແລະ ສົ່ງຮ່າງກົດໝາຍດັ່ງກ່າວກັບຄືນມາຍັງ ກະຊວງຍຸຕິທຳ ພາຍໃນ ສິບຫ້າ ວັນ ນັບແຕ່ວັນໄດ້ຮັບຄຳເຫັນເປັນຕົ້ນໄປ.
ໃນກໍລະນີເຫັນວ່າ ຮ່າງກົດໝາຍມີເນື້ອໃນຄົບຖ້ວນໂດຍພື້ນຖານແລ້ວ ກະຊວງຍຸຕິທຳ ກໍຈະສົມທົບກັບ ກະຊວງກະສິກຳ ແລະ ປ່າໄມ້ (ຄະນະຮັບຜິດຊອບສ້າງ ຫຼື ປັບປຸງຮ່າງກົດໝາຍ) ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຈາກ ກຳມາທິການກົດໝາຍ ແລະ ກຳມາທິການອື່ນທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເພື່ອໃຫ້ມີຄວາມເປັນເອກະພາບ ກ່ອນຈະສະເໜີຮ່າງກົດໝາຍດັ່ງກ່າວ ໄປຍັງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈັດເຂົ້າໃນວາລະກອງປະຊຸມລັດຖະບານ.
1.6. ການພິຈາລະນາຮ່າງກົດໝາຍໃນກອງປະຊຸມລັດຖະບານ
ລັດຖະມົນຕີ ຫຼື ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ສະເໜີຮ່າງກົດໝາຍ ຕໍ່ກອງປະຊຸມ
ລັດຖະບານ ເພື່ອພິຈາລະນາ ໂດຍສະເພາະບັນຫາທີ່ບໍ່ທັນເປັນເອກະພາບ, ນະໂຍບາຍໃໝ່ ແລະ ຫຼັກການ ເພື່ອຂໍຄຳເຫັນຊີ້ນຳຈາກກອງປະຊຸມລັດຖະບານ ຊຶ່ງກອງປະຊຸມຈະກຳນົດແຈ້ງເຖິງຄຳເຫັນຊີ້ນຳຕໍ່ຮ່າງກົດໝາຍໃນມະຕິກອງປະຊຸມລັດຖະບານ.
ພາຍຫຼັງຮ່າງກົດໝາຍ ໄດ້ຜ່ານການພິຈາລະນາໃນກອງປະຊຸມລັດຖະບານແລ້ວ,
ລັດຖະມົນຕີ ຈະປະສານສົມທົບກັບ ກະຊວງກະສິກຳ ແລະ ປ່າໄມ້ (ຄະນະຮັບຜິດຊອບສ້າງ ຫຼື ປັບປຸງຮ່າງກົດໝາຍ), ກະຊວງຍຸຕິທຳ, ກຳມາທິການກົດໝາຍ ແລະ ກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຄົ້ນຄວ້າປັບປຸງ ຕາມຄຳເຫັນຂອງສະມາຊິກລັດຖະບານ ແລ້ວສະເໜີນາຍົກລັດຖະມົນຕີ ເພື່ອພິຈາລະນາ ແລະ ນຳສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ກວດກາເນື້ອໃນຮອບດ້ານ ຢ່າງໜ້ອຍ ຫົກສິບ ວັນ ກ່ອນວັນເປີດກອງປະຊຸມສະພາແຫ່ງຊາດ.
1.7. ການພິຈາລະນາຮ່າງກົດໝາຍຢູ່ກອງປະຊຸມສະພາແຫ່ງຊາດ
ຄະນະປະຈຳສະພາແຫ່ງຊາດຈະມອບໃຫ້ກຳມາທິການກົດໝາຍ ແລະ ກຳມາທິການອື່ນທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ເພື່ອສົມທົບກັບ ກະຊວງກະສິກຳ ແລະ ປ່າໄມ້ (ຄະນະຮັບຜິດຊອບສ້າງ ຫຼື ປັບປຸງຮ່າງກົດໝາຍ) ດຳເນີນການກວດກາເນື້ອໃນຮອບດ້ານ ແລ້ວນຳສະເໜີຕໍ່ ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ ຊຶ່ງອາດຕົກລົງຈັດກອງປະຊຸມສຳມະນາເປີດກວ້າງ ສຳລັບສະມາຊິກສະພາແຫ່ງຊາດ ເພື່ອປະກອບຄຳເຫັນ ຫຼື ຕົກລົງໃຫ້ເອົາຮ່າງກົດໝາຍ ໄປປຶກສາຫາລືກັບປະຊາຊົນ ເພື່ອຜົນປະໂຫຍດລວມຂອງປະຊາຊົນ ກ່ອນຈະນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ.
ສະພາແຫ່ງຊາດ ອາດຈະນຳເອົາຮ່າງກົດໝາຍມາພິຈາລະນາຢູ່ກອງປະຊຸມເທື່ອດຽວ ຫຼື ສອງເທື່ອ, ເວັ້ນເສຍແຕ່ຮ່າງກົດໝາຍບໍ່ໄດ້ຖືກຮັບຮອງ ຈາກກອງປະຊຸມສະພາແຫ່ງຊາດ ຫຼື ຮ່າງກົດໝາຍຖືກນຳສະເໜີ ເພື່ອຂໍຄຳເຫັນ
ເບື້ອງຕົ້ນ ຊຶ່ງກະຊວງກະສິກຳແລະ ປ່າໄມ້ (ຄະນະຮັບຜິດຊອບສ້າງ ຫຼື ປັບປຸງຮ່າງກົດໝາຍ) ຕ້ອງປັບປຸງກົດໝາຍດັ່ງກ່າວ ຕາມຄຳເຫັນຂອງກອງປະຊຸມສະພາແຫ່ງຊາດ ເພື່ອນຳສະເໜີເຂົ້າກອງປະຊຸມສະພາແຫ່ງຊາດ ໃນວາລະຕໍ່ໄປ.
ສຳລັບ ການພິຈາລະນາຮັບຮອງເອົາຮ່າງກົດໝາຍນັ້ນ, ກອງປະຊຸມສະພາແຫ່ງຊາດ ຈະດຳເນີນໄປດ້ວຍການລົງຄະແນນສຽງແບບປິດລັບ ຫຼື ເປີດເຜີຍ ດ້ວຍຄະແນນສຽງເຫັນດີຫຼາຍກວ່າເຄິ່ງໜຶ່ງ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ ຈຶ່ງຖືວ່າໄດ້ຮັບການຮັບຮອງຈາກກອງປະຊຸມສະພາແຫ່ງຊາດ.
ພາຍຫຼັງກອງປະຊຸມສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍແລ້ວ, ຄະນະຮັບຜິດຊອບສ້າງ ຫຼື ປັບປຸງຮ່າງກົດໝາຍ ຕ້ອງເປັນເຈົ້າການປະສານສົມທົບກັບ ກຳມາທິການກົດໝາຍ ແລະ ກຳມາທິການອື່ນທີ່ກ່ຽວຂ້ອງຂອງ
ສະພາແຫ່ງຊາດ ຄົ້ນຄວ້າປັບປຸງຮ່າງກົດໝາຍຕາມຄຳເຫັນຂອງສະມາຊິກສະພາແຫ່ງຊາດ ກ່ອນນຳສະເໜີຄະນະປະຈຳ
ສະພາແຫ່ງຊາດ ພິຈາລະນາ ແລະ ສະເໜີຕໍ່ປະທານປະເທດ ພາຍໃນ ຊາວ ວັນ ນັບແຕ່ວັນກອງປະຊຸມສະພາແຫ່ງຊາດ
ໄດ້ພິຈາລະນາຮັບຮອງເອົາຮ່າງກົດໝາຍເປັນຕົ້ນໄປ.
1.8. ການປະກາດໃຊ້ກົດໝາຍໂດຍປະທານປະເທດ
ປະທານປະເທດ ຈະພິຈາລະນາອອກ ລັດຖະດຳລັດປະກາດໃຊ້ກົດໝາຍ ຢ່າງຊ້າ ສິບ ວັນ ນັບແຕ່ວັນໄດ້
ຮັບກົດໝາຍຈາກສະພາແຫ່ງຊາດ ເປັນຕົ້ນໄປ. ໃນໄລຍະເວລາດັ່ງກ່າວ ປະທານປະເທດ ມີສິດສະເໜີໃຫ້ຄະນະປະ
ຈຳສະພາແຫ່ງຊາດ ພິຈາລະນາຄືນໃໝ່, ຖ້າສະພາແຫ່ງຊາດ ຫາກຕົກລົງຢັ້ງຢືນເອົາຕາມເດີມແລ້ວ ປະທານປະເທດ
ກໍຈະປະກາດໃຊ້ ພາຍໃນ ສິບຫ້າ ວັນ ນັບແຕ່ວັນໄດ້ຮັບຫັງສືຢັ້ງຢືນ ຈາກຄະນະປະຈຳສະພາແຫ່ງຊາດເປັນຕົ້ນໄປ.
ຊຶ່ງຄະນະຮັບຜິດຊອບສ້າງ ຫຼື ປັບປຸງຮ່າງກົດໝາຍ ຕ້ອງໄດ້ຕິດຕາມ ເພື່ອນຳເອົາກົດໝາຍດັ່ງກ່າວ ໄປລົງຈົດໝາຍເຫດທາງລັດຖະການ ແລະ ລົງເວັບໄຊຂອງກະຊວງກະສິກຳ ແລະ ປ່າໄມ້.
1.9. ການເອົາກົດໝາຍໄປລົງ ຈົດໝາຍເຫດທາງລັດຖະການ ແລະ ເວັບໄຊຂອງກະຊວງກະສິກຳ ແລະ ປ່າໄມ້
ພາຍຫຼັງປະທານປະເທດ ພິຈາລະນາອອກລັດຖະດຳລັດປະກາດໃຊ້ກົດໝາຍແລ້ວ, ຄະນະຮັບຜິດຊອບສ້າງ ຫຼື ປັບປຸງຮ່າງກົດໝາຍ ຕ້ອງເປັນເຈົ້າການສົມທົບກັບ ສະພາແຫ່ງຊາດ ແລະ ຫ້ອງການກະຊວງ ຊຶ່ງແມ່ນພະແນກນິຕິກຳ ເປັນຈຸດປະສານງານ ໃນການນຳເອົານິຕິກຳຕົ້ນສະບັບ ໄປລົງຈົດໝາຍເຫດທາງລັດຖະການ ພາຍໃນ ຫ້າວັນ ລັດຖະການ ນັບແຕ່ວັນຖືກປະກາດໃຊ້ເປັນຕົ້ນໄປ ເພື່ອໃຫ້ມີຜົນສັກສິດຕາມກົດໝາຍ ພ້ອມທັງລົງເວັບໄຊຂອງກະຊວງກະສິກຳ ແລະ ປ່າໄມ້ ເພື່ອໃຫ້ສັງຄົມໄດ້ຮັບຊາບຢ່າງກວ້າງຂວາງ ແລະ ທົ່ວເຖິງ.
2. ການສ້າງ ແລະ ປັບປຸງ ລັດຖະບັນຍັດ ຂອງປະທານປະເທດ
ລັດຖະບັນຍັດ ແມ່ນ ນິຕິກຳ ທີ່ຖັດຈາກກົດໝາຍລົງມາ ຊຶ່ງກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ແນໃສ່ດັດປັບສາຍພົວພັນສັງຄົມ ຫຼື ດັດແກ້ບາງມາດຕາຂອງກົດໝາຍ ໂດຍແມ່ນ ປະທານປະເທດ ເປັນຜູ້ວາງອອກ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ.
ໃນການສ້າງ ແລະ ປັບປຸງ ລັດຖະບັນຍັດ ແມ່ນດຳເນີນການຄ້າຍຄືກັນກັບ ການສ້າງ ແລະ ປັບປຸງກົດໝາຍ ໂດຍມີແຜນການສ້າງ ຫຼື ປັບປຸງ ພ້ອມດ້ວຍເຫດຜົນ ເພື່ອສະເໜີບັນຈຸເຂົ້າໃນວາລະກອງປະຊຸມລັດຖະບານ ປະຈຳປີ ແລະ ມີຄະນະຮັບຜິດຊອບ ຕາມການແຕ່ງຕັ້ງຂອງລັດຖະມົນຕີ ເພື່ອເປັນໃຈກາງປະສານສົມທົບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດໂດຍກົງ ແລະ ດຳເນີນການຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ.
ຄື: ການຂຽນຮ່າງລັດຖະບັນຍັດ, ສ້າງນະໂຍບາຍ ແລະ ປະເມີນຜົນກະທົບຂອງນະໂຍບາຍດັ່ງກ່າວ ລວມທັງການກວດກາຄວາມສອດຄ່ອງໂດຍກະຊວງຍຸຕິທຳ ແລະ ພິຈາລະນາໂດຍກອງປະຊຸມລັດຖະບານກ່ອນສະເໜີໄປຍັງຄະນະປະຈຳສະພາແຫ່ງຊາດ ເພື່ອຄົ້ນຄວ້າ, ພິຈາລະນາຕົກລົງ ແລະ ນຳສະເໜີຮ່າງລັດຖະບັນຍັດ ຕໍ່ປະທານປະເທດ ພິຈາລະນາ ຕາມກົດໝາຍ.
3. ການສ້າງ ແລະ ປັບປຸງ ດຳລັດ ຂອງລັດຖະບານ
ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ທີ່ມີຈຸດປະສົງ ສ້າງ ຫຼື ປັບປຸງ ດຳລັດຂອງລັດຖະບານ ຕ້ອງສະເໜີແຜນການສ້າງ ແລະ ປັບປຸງ ດຳລັດຂອງລັດຖະບານ ຫາລັດຖະມົນຕີ (ໂດຍຜ່ານຫ້ອງການກະຊວງ) ກ່ອນວັນທີ 20 ສິງຫາ ຂອງແຕ່ລະປີ ເພື່ອພິຈາລະນາ ກ່ອນນຳສະເໜີໄປຍັງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່ອນວັນທີ 01 ກັນຍາ ຂອງແຕ່ລະປີ ໂດຍກຳນົດແຈ້ງ ກ່ຽວກັບ ເຫດຜົນ,
ຄວາມຈຳເປັນ ແລະ ກຳນົດເວລາ ໃນການສ້າງ ຫຼື ປັບປຸງດຳລັດດັ່ງກ່າວ.
ຂັ້ນຕອນລະອຽດ ກ່ຽວກັບ ການສ້າງແລະ ປັບປຸງ ດຳລັດ, ການກວດກາຄວາມສອດຄ່ອງໂດຍກະຊວງຍຸຕິທຳ ແລະ ການພິຈາລະນາຮ່າງດຳລັດໂດຍລັດຖະບານ ແມ່ນປະຕິບັດຄ້າຍຄືກັນກັບຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍ ເປັນຕົ້ນ ການຂຽນຮ່າງດຳລັດ, ການທາບທາມຄຳເຫັນ, ການກວດກາຄວາມສອດຄ່ອງ ໂດຍກະຊວງຍຸຕິທຳ, ການພິຈາລະນາຮ່າງດຳລັດ ໂດຍລັດຖະບານ. ລາຍລະອຽດ ແມ່ນໃຫ້ປະຕິບັດຕາມ ຄູ່ມື ການສ້າງເອກະສານທາງລັດຖະການ ແລະ ການສ້າງນິຕິກຳທີ່ຢູ່ໃນຄວາມຮັບຜິດຊອບຂອງ ກະຊວງກະສິກຳ ແລະ ປາໄມ້ ທີ່ປະກາດໃຊ້ ໃນແຕ່ລະໄລຍະ.
4. ການສ້າງ ຂໍ້ຕົກລົງ ແລະ ຄຳສັ່ງ ຂອງນາຍົກລັດຖະມົນຕີ
ບັນດາກົມ, ສະຖາບັນ ແລະ ຫົວຫ່ວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງກະສິກຳແລະ ປາໄມ້ ທີ່ມີຈຸດ
ປະສົງສ້າງຂໍ້ຕົກລົງ, ຄຳສັ່ງຂອງນາຍົກລັດຖະມົນຕີ ຕ້ອງປະສານສົມທົບກັບ ຫ້ອງການກະຊວງ (ພະແນກນິຕິກຳ) ຄົ້ນຄວ້າທາງດ້ານໂຄງຮ່າງ ແລະ ເນື້ອໃນ ກ່ອນສະເໜີໃຫ້ລັດຖະມົນຕີ ເພື່ອສະເໜີ ຕໍ່ນາຍົກລັດຖະມົນຕີ ໂດຍຜ່ານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພິຈາລະນາຕາມກົດໝາຍ.
ສຳລັບໂຄງປະກອບຂອງຮ່າງຂໍ້ຕົກລົງ, ຄຳສັ່ງຂອງນາຍົກລັດຖະມົນຕີ ໃຫ້ປະຕິບັດຕາມ ຄູ່ມື ການສ້າງເອກະສານທາງລັດຖະການ ແລະ ການສ້າງນິຕິກຳທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປ່າໄມ້ ທີ່ປະກາດໃຊ້ ໃນແຕ່ລະໄລຍະ.
ການສ້າງຂໍ້ຕົກລົງຂອງນາຍົກລັດຖະມົນຕີ ຕ້ອງມີບົດປະເມີນຜົນກະທົບຂອງຮ່າງຂໍ້ຕົກລົງ ແລະ ນຳເອົາຮ່າງຂໍ້ຕົກລົງດັ່ງກ່າວ ລົງເວັບໄຊ, ສື່ສິ່ງພິມ ຫຼື ໃຊ້ວິທີອື່ນ ເພື່ອໃຫ້ປະຊາຊົນປະກອບຄຳເຫັນ ຢ່າງໜ້ອຍ ຫົກສິບ ວັນ ຕາມທີ່
ກຳນົດໄວ້ໃນມາດຕາ 75 ຂອງກົດໝາຍ ວ່າດ້ວຍການສ້າງນິຕິກຳ (ສະບັບປັບປຸງ) ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021.
5. ການສ້າງ ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ຂອງລັດຖະມົນຕີ
ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້ ທີ່ມີຈຸດປະສົງສ້າງ ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ຂອງລັດຖະມົນຕີ ຕ້ອງປະສານສົມທົບກັບ ຫ້ອງການກະຊວງ (ພະແນກນິຕິກຳ) ຄົ້ນຄວ້າທາງດ້ານໂຄງຮ່າງ ແລະ ເນື້ອໃນ ເພື່ອສະເໜີ ລັດຖະມົນຕີ ພິຈາລະນາ.
ການສ້າງຂໍ້ຕົກລົງ ຕ້ອງມີບົດປະເມີນຜົນກະທົບຂອງຮ່າງຂໍ້ຕົກລົງດັ່ງກ່າວ ຕາມທີ່ກຳນົດໄວ້ໃນ ມາດຕາ 77 ຂອງກົດໝາຍ ວ່າດ້ວຍການສ້າງນິຕິກຳ (ສະບັບປັບປຸງ) ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021 ແລະ
ການເຂົ້າຮ່ວມຂອງ ພະແນກ, ໜ່ວຍງານ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ ແລະ ເອົາຮ່າງຂໍ້ຕົກລົງດັງກ່າວ ລົງໃນເວັບໄຊ, ສື່ສິ່ງພິມ ຫຼື ໃຊ້ວິທີອື່ນ ເພື່ອໃຫ້ປະຊາຊົນສາມາດປະກອບຄຳເຫັນ ຢ່າງໜ້ອຍ ຫົກສິບ ວັນ ກ່ອນສະເຫີ ລັດຖະມົນຕີ ພິຈາລະນາ.
ສຳລັບ ການສ້າງຮ່າງ ຄຳສັ່ງ ແລະ ຄຳແນະນຳ ຂອງລັດຖະມົນຕີ ຕ້ອງມີການເຂົ້າຮ່ວມຂອງ ພະແນກ, ໜ່ວຍງານ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ ແລ້ວນຳສະເຫີຕໍ່ລັດຖະມົນຕີ ພິຈາລະນາ.
ລາຍລະອຽດການສ້າງຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ຂອງລັດຖະມົນຕີ ໃຫ້ປະຕິບັດຕາມ ຄູ່ມື ການສ້າງເອກະສານທາງລັດຖະການ ແລະ ການສ້າງນິຕິກຳ ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງກະສິກຳ ແລະ ປາໄມ້ ທີ່ປະກາດໃຊ້ໃນແຕ່ລະໄລຍະ.
11. ການໂຄສະນາເຜີຍແຜ່ນິຕິກຳ ແລະ ການປະເມີນຜົນການຈັດຕັ້ງປະຕິບັດນິຕິກຳ
1. ການໂຄສະນາເຜີຍແຜ່ນິຕິກຳ
1.1. ການໂຄສະນາເຜີຍແຜ່ ໃນເວັບໄຊຈົດໝາຍເຫດທາງລັດຖະການ ແລະ ເວັບໄຊກະຊວງກະສິກຳ ແລະ ປ່າໄມ້
ພາຍຫຼັງ ກົດໝາຍ, ລັດຖະບັນຍັດ, ດຳລັດຂອງລັດຖະບານ, ຂໍ້ຕົກລົງ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ລວມທັງ ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຖືກຮັບຮອງ ຫຼື ປະກາດໃຊ້ແລ້ວ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບ ກະຊວງກະສິກຳ ແລະ ປ່າໄມ້ ທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ຕ້ອງເປັນເຈົ້າການປະສານສົມທົບກັບ ຫ້ອງການກະຊວງ (ພະແນກນິຕິກຳ) ເພື່ອນຳເອົາບັນດານິຕິກຳທີ່ເປັນຕົ້ນສະບັບ ໄປລົງຈົດໝາຍເຫດທາງລັດຖະການ ພາຍໃນ ຫ້າ ວັນ ນັບແຕ່ວັນໄດ້ຖືກຮັບຮອງ ແລະ ປະກາດໃຊ້ເປັນຕົ້ນໄປ ເພື່ອໃຫ້ສາທາລະນະຊົນຮັບຮູ້ ແລະ ປະຕິບັດ.
ຄຽງຄູ່ກັບການນຳເອົານິຕິກຳທີ່ມີຜົນບັງຄັບທົ່ວໄປ ລົງຈົດໝາຍເຫດທາງລັດຖະການແລ້ວ, ຫ້ອງການກະຊວງ (ພະແນກນິຕິກຳ) ຕ້ອງເປັນເຈົ້າການສົມທົບກັບ ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ເພື່ອນຳເອົານິຕິກຳດັ່ງກ່າວ ລົງເຜີຍແຜ່ໃນເວັບໄຊຂອງກະຊວງກະສິກຳ ແລະ ປ່າໄມ້ (ໄຽ: //1#1#ພ/.ກາລໄົຕ01.12) ໃຫ້ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
1.2 ການຈັດພິມ ແລະ ການໂຄສະນາເຜີຍແຜ່ນິຕິກຳ
ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ທີ່ມີຈຸດປະສົງຈັດພິມປຶ້ມກົດໝາຍ, ປຶ້ມນິຕິກຳໃຕ້ກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ ຕ້ອງສະເໜີເຖິງ ຫ້ອງການກະຊວງ (ພະແນກນິຕິກຳ) ເພື່ອປະສານສົມທົບກັບ ກົມໂຄສະນາເຜີຍແຜ່ກົດໝາຍ, ກະ
ຊວງຍຸຕິທຳ ອອກໃບອະນຸຍາດຈັດພິມ ບົນພື້ນຖານການກຳນົດ ຮູບແບບ, ຂະໜາດ, ສີ, ເນື້ອໃນ ແລະ ຂັ້ນຕອນການຂໍອະນຸຍາດຈັດພິມປຶ້ມກົດໝາຍ ແລະ ນິຕິກຳໃຕ້ກົດບນາຍ ທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການຈັດພິມປຶ້ມກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ສະບັບເລກທີ 518/ກຍ, ລົງວັນທີ 25 ເມສາ 2019 ເພື່ອດຳເນີນການຈັດພິມ ແລະ ສົ່ງໃຫ້ບັນດາຂະແບນງການ, ອົງການຈັດຕັ້ງຂັ້ນສູນກາງ, ແຂວງ ແລະ ຂະແບນງການກະສິກຳ ແລະ ປ່າໄມ້ ທີ່ເປັນສາຍຕັ້ງດ້ານວິຊາການຂອງຕົນຢູ່ຂັ້ນທ້ອງຖິ່ນ ຕາມທີ່ໄດ້ກຳນົດໄວ້ໃນ ດຳລັດວ່າດ້ວຍການໂຄສະນາເຜີຍແຜ່ນິຕິກຳ ສະບັບເລກທີ 562/ລບ, ລົງວັນທີ 06 ພະຈິກ 2020. ຄຽງຄູ່ກັບການຈັດພິມປຶ້ມກົດໝາຍ ແລະ ນິຕິກຳໃຕ້ກົດບນາຍ, ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວ
ຫຼວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປາໄມ້ ທີ່ຮັບຜິດຊອບສ້າງ ຫຼື ປັບປຸງນິຕິກຳດັງກ່າວ ມີຫ້າ
ທີ່ສຶກສາອົບຮົມ, ໂຄສະນາເຜີຍແຜ່ດ້ວຍຫຼາຍຮູບການ ແລະ ວິທີການ ລວມທັງການໂຄສະນາເຜີຍແຜ່ເປັນພາສາເຜົາ
ຕ່າງໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດນິຕິກຳດັ່ງກ່າວ ໄດ້ຮັບຜົນດີ ໂດຍມີການເກັບກຳຂໍ້ມູນກ່ຽວກັບເນື້ອໃນ ແລະ
ຮູບການເຜີຍແຜ່, ສະຖານທີ່ເຜີຍແຜ່, ຈຳນວນຜູ້ເຂົ້າຮ່ວມ ແລະ ຂໍ້ມູນອື່ນທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການລາຍ
ງານຂັ້ນເທິງ ແລະ ຕິດຕາມ, ປະເມີນຜົນການຈັດຕັງປະຕິບັດນິຕິກຳດັງກ່າວ .
2. ການປະເມີນຜົນການຈັດຕັ້ງປະຕິບັດນິຕິກຳ
ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້
ມີຫ້າທີ່ ແລະ ຄວາມຮັບຜິດຊອບໃນການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດນິຕິກຳ ທີ່ຢູ່ໃນ
ຄວາມຮັບຜິດຊອບໂດຍກົງຂອງຕົນ ໂດຍຜ່ານຮູບການຕ່າງໆ ເປັນຕົ້ນ ການຈັດກອງປະຊຸມປຶກສາຫາລືຫົວຂໍ້ສະເພາະ ທີ່ຕິດພັນ ຫຼື ກອງປະຊຸມສຳມະນາ, ການກວດກາການຈັດຕັ້ງປະຕິບັດຫ້າທີ່ຂອງການຈັດຕັ້ງກ່ຽວຂ້ອງ. ໃນກໍລະນີ ເຫັນວ່າ ນິຕິກຳດັງກ່າວ ຫາກຂັດກັບລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳອື່ນ ລວມທັງບໍ່ສອດຄ່ອງກັບສະພາບ ເສດຖະກິດ-ສັງຄົມ ຫຼື ຂັດກັບສົນທິສັນຍາທີ່ ສປປ ລາວ ເປັນພາຄີ ຕ້ອງສະເຫີການນຳກະຊວງພິຈາລະນາ ເພື່ອສະເຫີ ປັບປຸງ, ໂຈະ ຫຼື ຍົກເລີກນິຕິກຳນັ້ນ ຕາມທີ່ ໄດ້ກຳນົດໄວ້ໃນກົດບນາຍ. ກ່ອນການສ້າງແລະ ປັບປຸງ ກົດໝາຍ, ລັດຖະບັນຍັດ, ດຳລັດ, ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກ ລົງຂອງລັດຖະມົນຕີ, ຫ້ອງການ,ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງທີ ຂຶ້ນກັບກະຊວງ
ກະສິກຳ ແລະ ປ່າໄມ້ ຕ້ອງດຳເນີນການປະເມີນຜົນການຈັດຕັ້ງປະຕິບັດນິຕິກຳດັ່ງກ່າວ ຫຼື ວຽກງານດັ່ງກ່າວໃນໄລຍະຜ່ານມາ ໂດຍມີການປະສານສົມທົບກັບຫ້ອງການກະຊວງ (ພະແນກນິຕິກຳ) ສ້າງແຜນການ ແລະ ດຳເນີນການປະເມີນຜົນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອເປັນຂໍ້ມູນສຳຄັນໃຫ້ແກ່ການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງປະເທດ ແລະ ມີປະສິດທິພາບ, ທັງຮັບປະກັນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
1. ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ
1. ໃຫ້ ຫ້ອງການກະຊວງເປັນໃຈກາງໃນການປະສານສົມທົບກັບ ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ,
ແນະນຳ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ໃຫ້ໄດ້ຮັບຜົນດີ;
2. ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ມີໜ້າທີ່ເຊື່ອມຊຶມ ແລະ ເປັນເຈົ້າການ ຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ຢ່າງເຂັ້ມງວດ;
3. ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ລາຍງານຫ້ອງການ ແລະ ກະຊວງກະສິກຳ ແລະ ປ່າໄມ້ ຕາມຂັ້ນຕອນ ເພື່ອພິຈາລະນາແກ້ໄຂຢ່າງທັນການ.
ຄຳແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ.
ຄຳແນະນຳສະບັບນີ້ ປ່ຽນແທນ ຄຳແນະນຳ ກ່ຽວກັບແຜນການ ສ້າງ ແລະ ປັບປຸງ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂະແໜງການກະສິກຳ ແລະ ປ່າໄມ້ ສະບັບເລກທີ 03 17/ກປ, ລົງວັນທີ 24 ກຸມພາ 2015
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ