ຂໍ້ຕົກລົງວ່າດ້ວຍ ການຫັນປ່ຽນປະເພດທີ່ດິນ

土地类型转换协议

Land Type Conversion Agreement

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການປ່ຽນແປງຈຸດປະສົງການນຳໃຊ້ທີ່ດິນ, ກຳນົດວ່າການປ່ຽນແປງຕ້ອງສອດຄ່ອງກັບຜົນປະໂຫຍດແຫ່ງຊາດ, ຮັກສາປ່າໄມ້ 70%, ແລະ ກຳນົດເອກະສານຄຳຮ້ອງ, ຂັ້ນຕອນ ແລະ ກົດລະບຽບການຄິດໄລ່ຄ່າທຳນຽມ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຫັນປ່ຽນປະເພດທີ່ດິນ
ການຫັນປ່ຽນປະເພດທີ່ດິນ ແມ່ນ ການຫັນປ່ຽນທີ່ດິນຈາກປະເພດໜຶ່ງ ໄປເປັນທີ່ດິນປະເພດອື່ນ ຊຶ່ງຈະດຳເນີນໄດ້ກໍຕໍ່ເມື່ອຫາກເຫັນວ່າມີຄວາມຈຳເປັນນຳໃຊ້ເຂົ້າໃນເປົ້າໝາຍອື່ນ ເພື່ອຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນ, ແຜນຍຸດທະສາດ ແລະ ແຜນການນຳໃຊ້ທີ່ດິນຂອງຂະແໜງການ ແລະ ທ້ອງຖິ່ນ ຊຶ່ງເປັນສ່ວນໜຶ່ງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ໃຫ້ມີຜົນກະທົບທາງລົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ.
ການຫັນປ່ຽນປະເພດທີ່ດິນ ຕ້ອງຮັບປະກັນຮັກສາເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າໄມ້ປົກຫຸ້ມ ເຈັດສິບ ເປີເຊັນ ລວມທັງທີ່ດິນບໍລິເວນນ້ຳ ທີ່ນອນຢູ່ເຂດພື້ນທີ່ດັ່ງກ່າວຂອງເນື້ອທີ່ທົ່ວປະເທດ ແລະ ເນື້ອທີ່ດິນທີ່ນຳໃຊ້ ແລະ ພັດທະນາ ສາມສິບ ເປີເຊັນ ລວມທັງທີ່ດິນບໍລິເວນນ້ຳ ທີ່ນອນຢູ່ເຂດພື້ນທີ່ດັ່ງກ່າວຂອງເນື້ອທີ່ທົ່ວປະເທດ ຕາມທີ່ໄດ້ກຳນົດໄວ້ໃນແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນຂັ້ນທ້ອງຖິ່ນ. ຖ້າມີຄວາມຈຳເປັນຫັນປ່ຽນປະເພດທີ່ດິນໃດໜຶ່ງ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ, ຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຕ້ອງມີດິນແຮໄວ້ ເພື່ອປ່ຽນແທນທີ່ດິນປະເພດດັ່ງກ່າວ.

ມາດຕາ ມາດຕາ 2

ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ລວມທັງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ແລະ ການຈັດຕັ້ງບຸກຄົນດັ່ງກ່າວ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວຢູ່ໃນດິນແດນ ສປປ ລາວ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 19 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ