土地类型转换协议
ຂໍ້ຕົກລົງວ່າດ້ວຍ ການຫັນປ່ຽນປະເພດທີ່ດິນ
Land Type Conversion Agreement
简介
该法规调整土地用途变更行为,规定变更须符合国家利益、保持70%森林覆盖率,并明确申请文件、程序及手续费计算规则。
Summary
This regulation governs land use changes, requiring that changes align with national interests, maintain 70% forest cover, and specifies application documents, procedures, and fee calculation rules.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການປ່ຽນແປງຈຸດປະສົງການນຳໃຊ້ທີ່ດິນ, ກຳນົດວ່າການປ່ຽນແປງຕ້ອງສອດຄ່ອງກັບຜົນປະໂຫຍດແຫ່ງຊາດ, ຮັກສາປ່າໄມ້ 70%, ແລະ ກຳນົດເອກະສານຄຳຮ້ອງ, ຂັ້ນຕອນ ແລະ ກົດລະບຽບການຄິດໄລ່ຄ່າທຳນຽມ.
条文
第ມາດຕາ 1条
第2条 土地用途变更
土地用途变更是指将土地从一种类型变更为另一种类型,只有在认为有必要用于其他目的,以服务于国家和人民生活的最高利益时,方可进行,且须符合土地分配总体规划、战略计划以及部门和地方的土地利用规划,这些规划是国家经济社会发展计划的一部分,并对社会环境和自然环境造成最小负面影响。
土地用途变更必须确保保留和保护土地面积,以维持70%的森林覆盖率,包括位于该区域内的水域面积,占全国总面积的70%,以及用于开发和利用的土地面积占30%,包括位于该区域内的水域面积,占全国总面积的30%,按照全国土地分配总体规划和地方土地分配计划的规定。如有必要变更某一土地用途,以用于其他目的,服务于国家和人民生活的最高利益,必须预留土地以替代该类型土地。
ພາສາລາວ (老挝语原文)
ມາດຕາ 2 ການຫັນປ່ຽນປະເພດທີ່ດິນ
ການຫັນປ່ຽນປະເພດທີ່ດິນ ແມ່ນ ການຫັນປ່ຽນທີ່ດິນຈາກປະເພດໜຶ່ງ ໄປເປັນທີ່ດິນປະເພດອື່ນ ຊຶ່ງຈະດຳເນີນໄດ້ກໍຕໍ່ເມື່ອຫາກເຫັນວ່າມີຄວາມຈຳເປັນນຳໃຊ້ເຂົ້າໃນເປົ້າໝາຍອື່ນ ເພື່ອຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນ, ແຜນຍຸດທະສາດ ແລະ ແຜນການນຳໃຊ້ທີ່ດິນຂອງຂະແໜງການ ແລະ ທ້ອງຖິ່ນ ຊຶ່ງເປັນສ່ວນໜຶ່ງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ໃຫ້ມີຜົນກະທົບທາງລົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ.
ການຫັນປ່ຽນປະເພດທີ່ດິນ ຕ້ອງຮັບປະກັນຮັກສາເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າໄມ້ປົກຫຸ້ມ ເຈັດສິບ ເປີເຊັນ ລວມທັງທີ່ດິນບໍລິເວນນ້ຳ ທີ່ນອນຢູ່ເຂດພື້ນທີ່ດັ່ງກ່າວຂອງເນື້ອທີ່ທົ່ວປະເທດ ແລະ ເນື້ອທີ່ດິນທີ່ນຳໃຊ້ ແລະ ພັດທະນາ ສາມສິບ ເປີເຊັນ ລວມທັງທີ່ດິນບໍລິເວນນ້ຳ ທີ່ນອນຢູ່ເຂດພື້ນທີ່ດັ່ງກ່າວຂອງເນື້ອທີ່ທົ່ວປະເທດ ຕາມທີ່ໄດ້ກຳນົດໄວ້ໃນແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນຂັ້ນທ້ອງຖິ່ນ. ຖ້າມີຄວາມຈຳເປັນຫັນປ່ຽນປະເພດທີ່ດິນໃດໜຶ່ງ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ, ຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຕ້ອງມີດິນແຮໄວ້ ເພື່ອປ່ຽນແທນທີ່ດິນປະເພດດັ່ງກ່າວ.
第ມາດຕາ 2条
第2条 适用范围
本协议适用于个人、法人或组织,包括无国籍人、无国籍人、外国人、老挝裔外国人以及上述个人和组织在老挝人民民主共和国境内生活和活动。
ພາສາລາວ (老挝语原文)
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ລວມທັງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ແລະ ການຈັດຕັ້ງບຸກຄົນດັ່ງກ່າວ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວຢູ່ໃນດິນແດນ ສປປ ລາວ.
第ມາດຕາ 3条
第4条 为实施投资项目和各种活动而变更土地用途
为实施投资项目和各种活动而变更土地用途,是指将一种土地类型变更为另一种土地类型,根据已获准租赁或特许经营国有土地的规定,按照法律和法规所确定的内容进行。上述土地用途变更分为两种形式:临时形式和永久形式。
临时形式的土地用途变更,是指将土地从一种类型变更为另一种类型以实施某项活动,在该活动结束后,该土地必须恢复为原土地类型,例如将林地变更为工业用地以开采矿产。
永久形式的土地用途变更,是指将土地从一种类型变更为另一种类型以服务于具有长期性质的某一目的,例如将农业用地变更为交通用地以修建道路。
土地用途变更的计算,由土地局、省级自然资源与环境厅负责计算有关土地用途变更的手续费和服务费,并与相关土地类型的使用管理部门统一进行。对于林地变更为其他土地类型,由农业与林业部门负责计算手续费和服务费,并与自然资源与环境部门统一进行。
ພາສາລາວ (老挝语原文)
ມາດຕາ 4 ການຫັນປ່ຽນປະເພດທີ່ດິນ ເພື່ອດຳເນີນໂຄງການລົງທຶນ ແລະ ກິດຈະການຕ່າງໆ
ການຫັນປ່ຽນປະເພດທີ່ດິນ ເພື່ອດຳເນີນໂຄງການລົງທຶນ ແລະ ກິດຈະການຕ່າງໆ ແມ່ນ ການຫັນປ່ຽນປະເພດທີ່ດິນຫນຶ່ງໄປເປັນທີ່ດິນປະເພດອື່ນ ຕາມທີ່ໄດ້ຮັບອານຸຍາດໃຫ້ເຊົາ ຫຼື ສຳປະທານທີ່ດິນຂອງລັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ການຫັນປ່ຽນປະເພດທີ່ດິນດັ່ງກ່າວ ມີສອງລັກສະນະ ຄື ລັກສະນະຊົ່ວຄາວ ແລະ ລັກສະນະຖາວອນ.
ການຫັນປ່ຽນປະເພດທີ່ດິນລັກສະນະຊົ່ວຄາວ ແມ່ນ ການຫັນປ່ຽນທີ່ດິນຈາກປະເພດຫນຶ່ງໄປເປັນທີ່ດິນປະເພດອື່ນ ເພື່ອດຳເນີນກິດຈະການໃດຫນຶ່ງ ພາຍຫຼັງກິດຈະການດັ່ງກ່າວສິ້ນສຸດແລ້ວ ທີ່ດິນດັ່ງກ່າວນັ້ນກໍຕ້ອງກັບຄືນມາເປັນທີ່ດິນປະເພດເດີມ ເຊັ່ນ ການຫັນປ່ຽນທີ່ດິນປ່າໄມ້ໄປເປັນທີ່ດິນອຸດສາຫະກຳ ເພື່ອຂຸດຄົ້ນແຮ່ທາດ.
ການຫັນປ່ຽນປະເພດທີ່ດິນລັກສະນະຖາວອນ ແມ່ນ ການຫັນປ່ຽນທີ່ດິນຈາກປະເພດຫນຶ່ງໄປເປັນທີ່ດິນປະເພດອື່ນ ເພື່ອຮັບໃຊ້ຈຸດປະສົງໃດຫນຶ່ງທີ່ມີລັກສະນະຍາວນານ ເຊັ່ນ ການຫັນປ່ຽນທີ່ດິນກະສິກຳໄປເປັນທີ່ດິນຄົມມະນາຄົມ ເພື່ອສ້າງຖະໜົນຫົນທາງ.
ການຄິດໄລ່ການຫັນປ່ຽນປະເພດທີ່ດິນມອບໃຫ້ກົມທີ່ດິນ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ດຳເນີນການຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບການຫັນປ່ຽນປະເພດທີ່ດິນ ໂດຍເປັນເອກະພາບກັບຂະແໜງການຄຸ້ມຄອງນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ. ສຳລັບການຫັນປ່ຽນປະເພດທີ່ດິນປ່າໄມ້ ໄປເປັນທີ່ດິນປະເພດອື່ນ ແມ່ນຂະແໜງການກະສິກຳ ແລະ ປ່າໄມ້ ເປັນຜູ້ຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການ ໂດຍເປັນເອກະພາບກັບຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
第ມາດຕາ 4条
第5条 申请变更土地用途以实施投资项目和各项活动的文件
申请变更土地用途以实施投资项目和各项活动,必须提交以下文件:
1. 变更土地用途申请书;
2. 土地勘测测量证明书;
3. 来自各类土地使用管理部门和相关地方行政机关的证明文件;
4. 项目开发合同;
5. 经济技术可行性研究报告批准证明书;
6. 环境证明书;
7. 其他相关文件。
ພາສາລາວ (老挝语原文)
ມາດຕາ 5 ເອກະສານປະກອບຂໍຫັນປ່ຽນປະເພດທີ່ດິນ ເພື່ອດຳເນີນໂຄງການລົງທຶນ ແລະ ກິດຈະການຕ່າງໆ
ການຂໍຫັນປ່ຽນປະເພດທີ່ດິນ ເພື່ອດຳເນີນໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕ້ອງປະກອບເອກະສານ ດັ່ງນີ້:
1. ໃບຄຳຮ້ອງຂໍຫັນປ່ຽນປະເພດທີ່ດິນ;
2. ໃບຢັ້ງຢືນການສຳຫຼວດວັດແທກທີ່ດິນ;
3. ເອກະສານຢັ້ງຢືນຈາກຂະແບນງການຄຸ້ມຄອງການນຳໃຊ້ທີ່ດິນແຕ່ລະປະເພດ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
4. ສັນຍາພັດທະນາໂຄງການ;
5. ໃບຢັ້ງຢືນຮັບຮອງບົດວິພາກເສດຖະກິດ-ເຕັກນິກ;
6. ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ;
7. ເອກະສານອື່ນ ທີ່ກ່ຽວຂ້ອງ.
第ມາດຕາ 5条
第5条 根据国会决议的土地用途变更程序
将一种土地用途变更为另一种土地用途,根据国会决议,应按以下程序进行:
1. 旨在租赁或特许国有土地的投资项目和各种活动,在完成经济技术可行性研究后,在进入签署特许合同之前,公司必须向自然资源与环境部提交意向书,请求审议土地用途变更事宜,并由自然资源与环境部办公厅向省级自然资源与环境厅发出通知,进行实地检查和测量,根据土地用途变更申请,与相关土地用途管理部门和地方行政机关协调,与土地用途变更申请人共同进行;
2. 省级自然资源与环境厅报告调查测量结果,与相关土地用途管理部门、县级行政机关和相关村级行政机关达成一致,向省长、首都市长报告并请求确认。对于各类土地用途管理部门,应按照其垂直系统向主管土地用途的部委报告,以便主管土地用途的部长确认该土地用途变更为其他用途,并报自然资源与环境部作为上级审议的依据。在尚未获得地方和主管土地用途部委确认的情况下,自然资源与环境部办公厅应以自然资源与环境部部长的名义起草文件,征求省级行政机关和相关土地用途主管部长的同意确认;
3. 在获得省级行政机关和相关土地用途主管部委的同意后,自然资源与环境部办公厅与部内相关司局协调,由土地司进行技术检查和认证。之后,土地司向自然资源与环境部办公厅报告,以便向自然资源与环境部部长报告,由部长审议后向政府报告,继续提交国会审议决定土地用途变更,依法进行。
ພາສາລາວ (老挝语原文)
ມາດຕາ 5 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງສະພາແຫ່ງຊາດ
ການຫັນປ່ຽນປະເພດທີ່ດິນຫຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງສະພາແຫ່ງຊາດ ໃຫ້ປະຕິບັດຕາມຂັ້ນຕອນ ດັງນີ້:
1. ໂຄງການລົງທືນ ແລະ ກິດຈະການຕ່າງໆ ທີ່ມີຈຸດປະສົງເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ພາຍຫຼັງສຳເລັດບົດວິພາກເສດຖະກິດ-ເຕັກນິກ ກ່ອນຈະກ້າວໄປສູ່ການເຊັນສັນຍາສຳປະທານ ບໍລິສັດ ຕ້ອງເຮັດຫັງສືສະແດງເຈດຈຳນົງສະເຫີຫາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາກ່ຽວກັບການຫັນປ່ຽນປະເພດທີ່ດິນກ່ອນ ແລະ ໃຫ້ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການຫາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ດຳເນີນການລົງກວດກາ ແລະ ສຳຫຼວດວັດແທກພື້ນທີ່ດິນ ຕາມການສະເຫີຂໍຫັນປ່ຽນປະເພດທີ່ດິນ ໂດຍການປະສານສົມທົບກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດດັ່ງກ່າວ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຮ່ວມກັບຜູ້ສະເຫຼີຂໍຫັນປ່ຽນປະເພດທີ່ດິນ;
2. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ລາຍງານຜົນການສຳຫຼວດ ວັດແທກ ໂດຍເປັນເອກະພາບກັບພະແນກຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ອົງການປົກຄອງຂຶ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ ເພື່ອລາຍງານ ແລະ ຢັ້ງຢືນຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ. ສຳລັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນແຕ່ລະປະເພດ ໃຫ້ລາຍງານຫາກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ຕາມສາຍຕັ້ງຂອງຕົນ ເພື່ອໃຫ້ລັດຖະມົນຕີກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ຢັ້ງຢືນການຫັນປ່ຽນປະເພດທີ່ດິນດັ່ງກ່າວ ໄປເປັນທີ່ດິນປະເພດອື່ນ ຫາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອເປັນບ່ອນອີງລາຍງານໃຫ້ຂັ້ນເທີ່ງພິຈາລະນາ, ໃນກໍລະນີຍັງບໍ່ທັນໄດ້ຮັບການຢັ້ງຢືນຈາກທ້ອງຖີ່ນ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ໃຫ້ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່າງຫັງສືໃນນາມລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຂໍການຢັ້ງຢືນເຫັນດີ ຈາກອົງການປົກຄອງຂັ້ນແຂວງ ແລະ ລັດຖະມົນຕີ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ;
3. ພາຍຫຼັງໄດ້ຮັບການເຫັນດີຈາກອົງການປົກຄອງຂັ້ນແຂວງ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບກົມກ່ຽວຂ້ອງ ພາຍໃນກະຊວງ ໂດຍແມ່ນກົມທີ່ດິນ ເປັນຜູ້ກວດກາ ແລະ ຢັ້ງຢືນທາງດ້ານວິຊາການ, ຫຼັງຈາກນັ້ນ, ກົມທີ່ດິນ ລາຍງານມາຍັງຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອລາຍງານຫາລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາ ລາຍງານຕໍ່ລັດຖະບານ ເພື່ອສືບຕໍ່ນຳສະເຫີສະພາແຫ່ງຊາດ ພິຈາລະນາຕົກລົງການຫັນປ່ຽນປະເພດທີ່ດິນ ຕາມກົດບນາຍ.
第ມາດຕາ 6条
第6条 根据政府决定变更土地类别的程序
根据政府决定将土地从一种类别变更为另一种类别的,应按照本决定第6条第1款和第2款规定的相同程序进行。对于第3步,在获得省级行政机关和相关土地使用管理部门的同意后,自然资源与环境部办公厅与部内相关司局协调,由土地司负责技术检查和认证。之后,土地司向自然资源与环境部办公厅报告,以便向自然资源与环境部部长报告,由部长审议并起草官方文件提交政府审议,依法决定土地类别的变更。
ພາສາລາວ (老挝语原文)
ມາດຕາ 6 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງລັດຖະບານ
ການຫັນປ່ຽນປະເພດທີ່ດິນຈາກປະເພດໜຶ່ງໄປເປັນປະເພດອື່ນ ຕາມການຕົກລົງຂອງລັດຖະບານ ໃຫ້ປະຕິບັດຕາມຂັ້ນຕອນຄືກັນກັບຂໍ້ 1 ແລະ ຂໍ້ 2 ຂອງມາດຕາ 6 ຂອງຂໍ້ຕົກລົງສະບັບນີ້. ສຳລັບຂັ້ນຕອນທີ 3 ພາຍຫຼັງໄດ້ຮັບການເຫັນດີຈາກອົງການປົກຄອງຂັ້ນແຂວງ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບກົມກ່ຽວຂ້ອງພາຍໃນກະຊວງ ໂດຍແມ່ນກົມທີ່ດິນ ເປັນຜູ້ກວດກາ ແລະ ຢັ້ງຢືນທາງດ້ານວິຊາການ, ຫຼັງຈາກນັ້ນ, ກົມທີ່ດິນ ລາຍງານມາຍັງຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອລາຍງານຫາລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາ ແລະ ຮ່າງເອກະສານທາງລັດຖະການ ສະເໜີລັດຖະບານ ພິຈາລະນາ ຕົກລົງການຫັນປ່ຽນປະເພດທີ່ດິນ ຕາມກົດໝາຍ.
第ມາດຕາ 7条
第7条 根据省级人民议会决定变更土地类别的程序
将一类土地变更为另一类土地,根据省级人民议会的决定,应按照以下程序进行:
1. 旨在租赁或特许国有土地的投资项目和各种活动,在完成经济技术可行性研究后,在进入根据省级人民议会决定的责任范围签署特许合同之前,公司必须向自然资源和环境厅提交意向书,由其协调相关土地使用管理部门、县级自然资源和环境办公室、县级行政组织和相关村级行政组织,与申请变更土地类别的人一起,进行实地检查和勘察测量申请变更类别的土地面积;
2. 在与相关土地使用管理部门、县级自然资源和环境办公室、县级行政组织和相关村级行政组织达成一致后,省级自然资源和环境厅必须向省长、首都市长报告,由其审议并提交省级人民议会审议决定依法变更土地类别。
ພາສາລາວ (老挝语原文)
ມາດຕາ 7 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງສະພາປະຊາຊົນຂັ້ນແຂວງ
ການຫັນປ່ຽນປະເພດທີ່ດິນຫຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງສະພາປະຊາຊົນຂັ້ນແຂວງ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ໂຄງການລົງທຶນ ແລະ ກິດຈະການຕ່າງໆ ທີ່ມີຈຸດປະສົງ ເຊົາ ຫຼື ສຳປະທານທີ່ດິນຂອງລັດ ພາຍຫຼັງສຳເລັດບົດວິພາກເສດຖະກິດ-ເຕັກນິກ ກ່ອນຈະກ້າວໄປສູ່ການເຊັນສັນຍາສຳປະທານຕາມຂອບເຂດຄວາມຮັບຜິດຊອບ ການຕົກລົງຂອງສະພາປະຊາຊົນຂັ້ນແຂວງ ບໍລິສັດ ຕ້ອງເຮັດຫັງສືສະແດງເຈດຈຳນົງ ສະເຫີຫາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດຳເນີນການລົງກວດກາ ແລະ ສຳຫຼວດ ວັດແທກພື້ນທີ່ດິນ ທີ່ສະເຫີຂໍຫັ້ນປ່ຽນປະເພດທີ່ດິນ ໂດຍການປະສານສົມທົບກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດດັງກ່າວ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ ຮ່ວມກັບຜູ້ສະເຫີຂໍຫັນປ່ຽນປະເພດທີ່ດິນ;
2. ພາຍຫຼັງມີຄວາມເອກະພາບ ກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຕ້ອງໄດ້ລາຍງານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພິຈາລະນາ ແລະ ນຳສະເຫື ສະພາປະຊາຊົນຂັ້ນແຂວງ ພິຈາລະນາ ຕົກລົງຫັນປ່ຽນປະເພດທີ່ດິນ ຕາມກົດໝາຍ.
第ມາດຕາ 8条
第8条 土地用途变更
土地用途变更是指根据土地使用权人的申请,将一种土地类型变更为另一种土地类型,该变更由法律规定,且该土地不属于投资项目和各类活动的土地。
ພາສາລາວ (老挝语原文)
ມາດຕາ 8 ການຫັນປ່ຽນປະເພດທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ
ການຫັນປ່ຽນປະເພດທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ ແມ່ນ ການຫັນປ່ຽນປະເພດທີ່ດິນໜຶ່ງໄປເປັນປະເພດທີ່ດິນອື່ນ ຕາມການຮ້ອງຂໍຂອງເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ໄດ້ກຳນົດໄວ້ໃນກົດໝາຍ ຊຶ່ງທີ່ດິນດັ່ງກ່າວບໍ່ແມ່ນທີ່ດິນຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ.
第ມາດຕາ 9条
第9条 申请变更土地用途的文件
申请变更土地用于其他目的,必须提交以下文件:
土地用途变更申请表;
土地证或土地平面图复印件;
土地使用费(土地税)缴纳通知复印件;
身份证或居住证明及户口簿复印件;
其他相关文件。
对于法人或组织,必须提供营业执照、企业登记证或社会组织设立许可证的复印件。
ພາສາລາວ (老挝语原文)
ມາດຕາ 9 ການປະກອບເອກະສານ ຂໍຫັນປ່ຽນປະເພດທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ
ການຂໍຫັນປ່ຽນປະເພດທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ ຕ້ອງປະກອບມີເອກະສານ ດັ່ງນີ້:
ໃບຄຳຮ້ອງຂໍຫັນປ່ຽນປະເພດທີ່ດິນ;
ສຳເນົາໃບຕາດິນ ຫຼື ໃບແຜນທີ່ຕາດິນ;
ສຳເນົາໃບແຈ້ງເສຍຄ່າທຳນຽມການນຳໃຊ້ທີ່ດິນ (ອາກອນທີ່ດິນ);
ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳມະໂນຄົວ;
ເອກະສານອື່ນ ທີ່ກ່ຽວຂ້ອງ.
ສຳລັບນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງມີສຳເນົາໃບອານຸຍາດດຳເນີນທຸລະກິດ, ໃບທະບຽນວິສາຫະກິດ ຫຼື ໃບອານຸຍາດສ້າງຕັ້ງອົງການຈັດຕັ້ງສັງຄົມ.
第ມາດຕາ 10条
第10条 土地类别变更程序(根据国会决定)
将一类土地变更为另一类土地,根据国会的决定,应按以下程序进行:
1. 有意变更土地类别以用于其他目的者,须先向自然资源与环境部提交意向书,由其审议土地类别变更事宜,并由自然资源与环境部办公厅向省级自然资源与环境厅发出通知,由其会同相关土地类别使用管理部门及地方政府,与土地类别变更申请人一起,对土地进行实地检查和勘测测量;
2. 省级自然资源与环境厅将勘测测量结果与相关土地类别使用管理部门、县级政府和相关村委会达成一致后,报告并由省长、首都市长确认。对于各类土地类别使用管理部门,应按照其垂直系统向主管土地使用的部委报告,以便主管土地使用部委的部长确认将该土地变更为其他类别,并报自然资源与环境部作为上级审议的依据。若尚未获得地方和主管土地使用部委的确认,自然资源与环境部办公厅应以自然资源与环境部部长的名义起草文件,征求省级政府和相关土地类别使用管理部委部长的同意;
3. 在获得省级政府和相关土地类别使用管理部委的同意后,自然资源与环境部办公厅与部内相关司局协调,由土地司进行技术检查和认证。之后,土地司向自然资源与环境部办公厅报告,以便向自然资源与环境部部长报告,由部长审议后向政府报告,以便继续提交国会审议决定土地类别变更,依法进行。
ພາສາລາວ (老挝语原文)
ມາດຕາ 10 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງສະພາແຫ່ງຊາດ
ການຫັນປ່ຽນປະເພດທີ່ດິນໜຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງສະພາແຫ່ງຊາດ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ຜູ້ທີ່ມີຈຸດປະສົງຫັນປ່ຽນປະເພດທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນ ຕ້ອງເຮັດໜັງສືສະແດງເຈດຈຳນົງສະເໜີຕໍ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາກ່ຽວກັບການຫັນປ່ຽນປະເພດທີ່ດິນກ່ອນ ແລະ ໃຫ້ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ດຳເນີນການລົງກວດກາ ແລະ ສຳຫຼວດວັດແທກພື້ນທີ່ດິນ ຕາມການສະເໜີຂໍຫັນປ່ຽນປະເພດທີ່ດິນ ໂດຍການປະສານສົມທົບກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດດັ່ງກ່າວ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຮ່ວມກັບຜູ້ສະເໜີຂໍຫັນປ່ຽນປະເພດທີ່ດິນ;
2. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ລາຍງານຜົນການສຳຫຼວດວັດແທກ ໂດຍເປັນເອກະພາບກັບພະແນກຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ ເພື່ອລາຍງານ ແລະ ຢັ້ງຢືນຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ. ສຳລັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນແຕ່ລະປະເພດ ໃຫ້ລາຍງານຫາກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ຕາມສາຍຕັ້ງຂອງຕົນ ເພື່ອໃຫ້ລັດຖະມົນຕີກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ຢັ້ງຢືນການຫັນປ່ຽນປະເພດທີ່ດິນດັ່ງກ່າວ ໄປເປັນທີ່ດິນປະເພດອື່ນ ຫາກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອເປັນບ່ອນອີງລາຍງານໃຫ້ຂັ້ນເທິງພິຈາລະນາ, ໃນກໍລະນີຍັງບໍ່ທັນໄດ້ຮັບການຢັ້ງຢືນຈາກທ້ອງຖິ່ນ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນ ໃຫ້ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່າງໜັງສືໃນນາມລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຂໍການຢັ້ງຢືນເຫັນດີ ຈາກອົງການປົກຄອງຂັ້ນແຂວງ ແລະ ລັດຖະມົນຕີ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ;
3. ພາຍຫຼັງໄດ້ຮັບການເຫັນດີຈາກອົງການປົກຄອງຂັ້ນແຂວງ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບກົມກ່ຽວຂ້ອງ ພາຍໃນກະຊວງ ໂດຍແມ່ນກົມທີ່ດິນ ເປັນຜູ້ກວດກາ ແລະ ຢັ້ງຢືນທາງດ້ານວິຊາການ, ຫຼັງຈາກນັ້ນ, ກົມທີ່ດິນ ລາຍງານມາຍັງຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອລາຍງານຫາລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາ ລາຍງານຕໍ່ລັດຖະບານ ເພື່ອສືບຕໍ່ນຳສະເໜີສະພາແຫ່ງຊາດ ພິຈາລະນາຕົກລົງການຫັນປ່ຽນປະເພດທີ່ດິນ ຕາມກົດໝາຍ.
第ມາດຕາ 11条
第11条 根据政府决定转换土地类别的程序
将一类土地转换为另一类土地,根据政府决定,应按照本决定第11条第1款和第2款相同的程序执行。对于第3步,在获得省级管理机关和相关土地使用类别主管部门的同意后,自然资源与环境部办公厅与部内相关司局协调,由土地司负责技术检查和认证,之后,土地司向自然资源与环境部办公厅报告,以便向自然资源与环境部部长报告,供其审议并起草政府公文提交政府审议决定土地类别转换,依法进行。
ພາສາລາວ (老挝语原文)
ມາດຕາ 11 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງລັດຖະບານ
ການຫັນປ່ຽນປະເພດທີ່ດິນຫຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງລັດຖະບານ ໃຫ້ປະຕິບັດຕາມຂັ້ນຕອນຄືກັນກັບຂໍ້ 1 ແລະ ຂໍ້ 2 ມາດຕາ 11 ຂອງຂໍ້ຕົກລົງສະບັບນີ້. ສຳລັບຂັ້ນຕອນທີ 3 ພາຍຫຼັງໄດ້ຮັບການເຫັນດີຈາກອົງການປົກຄອງຂັ້ນແຂວງ ແລະ ກະຊວງທີ່ຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບກັບກົມກ່ຽວຂ້ອງພາຍໃນກະຊວງ ໂດຍແມ່ນກົມທີ່ດິນ ເປັນຜູ້ກວດກາ ແລະ ຢັ້ງຢືນທາງດ້ານວິຊາການ, ຫຼັງຈາກນັ້ນ, ກົມທີ່ດິນລາຍງານມາຍັງຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອລາຍງານຫາລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອພິຈາລະນາ ແລະ ຮ່າງຫັງສືທາງລັດຖະການສະເຫີລັດຖະບານ ພິຈາລະນາຕົກລົງການຫັນປ່ຽນປະເພດທີ່ດິນ ຕາມກົດໝາຍ.
第ມາດຕາ 12条
第12条 根据省级人民议会决定变更土地类别的程序
根据省级人民议会的决定,将一种土地类别变更为另一种土地类别,应按照以下程序进行:
1. 有意变更土地类别用于其他目的者,必须向省级自然资源与环境厅厅长提交变更土地类别的申请书,以供审议并指导土地部门进行研究、实地检查和勘测测量申请变更土地类别的土地面积,并与该类土地使用管理部门、县级自然资源与环境办公室、县级行政机关及相关村级行政机关协调,与申请变更土地类别者共同进行。
2. 在与相关土地使用管理部门、县级自然资源与环境办公室、县级行政机关及相关村级行政机关达成一致后,省级自然资源与环境厅必须向省长、首都市长报告,以供审议并提交省级人民议会审议决定依法变更土地类别。
ພາສາລາວ (老挝语原文)
ມາດຕາ 12 ຂັ້ນຕອນການຫັນປ່ຽນປະເພດທີ່ດິນ ຕາມການຕົກລົງຂອງສະພາປະຊາຊົນຂັ້ນແຂວງ
ການຫັນປ່ຽນປະເພດທີ່ດິນຫຶ່ງໄປເປັນທີ່ດິນປະເພດອື່ນ ຕາມການຕົກລົງຂອງສະພາປະຊາຊົນຂັ້ນແຂວງ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
1. ຜູ້ທີ່ມີຈຸດປະສົງຫັນປ່ຽນປະເພດທີ່ດິນ ເພື່ອເປົ້າໝາຍອື່ນ ຕ້ອງໄດ້ຢືນໜັງສືສະເໜີຂໍຫັນປ່ຽນປະເພດທີ່ດິນ ຫາຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເພື່ອພິຈາລະນາ ແລະ ໃຫ້ທິດຊີ້ນຳຂະແໜງທີ່ດິນ ຄົ້ນຄ້ວາ, ດຳເນີນການລົງກວດກາ ແລະ ສຳຫຼວດ ວັດແທກພື້ນທີ່ດິນ ທີ່ສະເໜີຂໍຫັນປ່ຽນປະເພດທີ່ດິນ ໂດຍການປະສານສົມທົບກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດດັ່ງກ່າວ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ ຮ່ວມກັບຜູ້ສະເໜີຂໍຫັນປ່ຽນປະເພດທີ່ດິນ.
2. ພາຍຫຼັງມີຄວາມເອກະພາບ ກັບພະແນກການຄຸ້ມຄອງການນຳໃຊ້ທີ່ດິນປະເພດທີ່ກ່ຽວຂ້ອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ, ອົງການປົກຄອງຂັ້ນເມືອງ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຕ້ອງໄດ້ລາຍງານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພິຈາລະນາ ແລະ ນຳສະເໜີສະພາປະຊາຊົນຂັ້ນແຂວງ ພິຈາລະນາຕົກລົງຫັນປ່ຽນປະເພດທີ່ດິນ ຕາມກົດໝາຍ.
本页展示前 12 条,全文共 19 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读