土地信息系统协议
ຂໍ້ຕົກລົງວ່າດ້ວຍ ລະບົບຂໍ້ມູນ ຂ່າວສານທີ່ດິນ
Land Information System Agreement
简介
该协议规范老挝土地信息系统的建立、管理与使用,适用于境内所有个人及组织,核心是确保土地数据准确、高效,并支持财政征收与部门协调。
Summary
This agreement regulates the establishment, management, and use of the land information system in Laos, applicable to all individuals and organizations, aiming to ensure accurate and efficient land data and support fiscal collection and inter-agency coordination.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການສ້າງຕັ້ງ, ການຄຸ້ມຄອງ ແລະ ການນຳໃຊ້ລະບົບຂໍ້ມູນທີ່ດິນໃນ ສປປ ລາວ, ນຳໃຊ້ກັບບຸກຄົນ ແລະ ອົງການຈັດຕັ້ງທັງໝົດໃນປະເທດ, ເນື້ອໃນຫຼັກແມ່ນການຮັບປະກັນຄວາມຖືກຕ້ອງ ແລະ ປະສິດທິພາບຂອງຂໍ້ມູນທີ່ດິນ, ສະໜັບສະໜູນການເກັບລາຍຮັບງົບປະມານ ແລະ ການປະສານງານລະຫວ່າງຂະແໜງການ.
条文
第ມາດຕາ 1条
第2条 土地信息系统
土地信息系统是运用现代技术为土地管理和行政服务的基本必要工具,以确保土地信息在土地工作中的使用具有质量、便利、及时、快速和准确,并具有效率和效益。
土地信息系统包括国家土地信息系统、地方级土地信息数据库和部门土地信息数据库。
ພາສາລາວ (老挝语原文)
ມາດຕາ 2 ລະບົບຂໍ້ມູນ ຂ່າວສານທີ່ດິນ
ລະບົບຂໍ້ມູນ ຂ່າວສານທີ່ດິນ ແມ່ນ ເຄື່ອງມືພື້ນຖານອັນຈຳເປັນທີ່ນຳໃຊ້ເຕັກໂນໂລຊີທັນສະໄໝ ຮັບໃຊ້ໃຫ້ແກ່ການຄຸ້ມຄອງ ແລະ ບໍລິຫານທີ່ດິນ ເພື່ອຮັບປະກັນຄຸນນະພາບ, ຄວາມສະດວກ, ທັນການ, ວ່ອງໄວ ແລະ ຊັດເຈນ ໃນການນຳໃຊ້ຂໍ້ມູນ ຂ່າວສານທີ່ດິນ ເຂົ້າໃນວຽກງານທີ່ດິນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ລະບົບຂໍ້ມູນ ຂ່າວສານທີ່ດິນ ປະກອບມີລະບົບຂໍ້ມູນ ຂ່າວສານທີ່ດິນແຫ່ງຊາດ, ຖານຂໍ້ມູນ ຂ່າວສານທີ່ດິນຂັ້ນທ້ອງຖິ່ນ ແລະ ຖານຂໍ້ມູນ ຂ່າວສານທີ່ດິນ ຕາມຂະແໜງການ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 服务器系统 指具有高处理能力、通过网络连接并提供软件和程序服务给其他计算机的计算机系统;
2. 主服务器 指在中央层面集中存储土地信息和数据的系统,使自然资源和环境部门、相关部门、个人、法人及组织能够根据其权限范围访问和使用土地信息系统;
3. 备份服务器 指为在中央层面集中备份土地信息和数据而建立的服务器,以防止数据丢失,并在主服务器出现故障或无法使用时使用该数据;
4. 省级服务器 指为备份省级土地信息和数据而建立的服务器,以防止数据丢失,并在主服务器出现故障或无法使用时使用该数据;
5. 网络系统 指通过有线或无线传输系统连接计算机和/或其他电子设备的系统;
6. 应用程序编程接口(API) 指使两个程序系统能够相互通信的机制;
7. 土地数据库系统防护措施 指使用专用工具或计算机程序来防御和阻止未经授权访问土地信息数据库系统;
8. 网络应用程序 指为在网站上运行而编写的程序,称为互联网在线系统和内联网,用户可通过浏览器(如Google Chrome、Mozilla Firefox、Microsoft Edge)在计算机、平板电脑、手机等设备上使用;
9. 在线 指显示与某个网络连接的状态,例如连接到互联网;
10. 实时 指通过互联网网络连接,服务器与计算机之间同时进行数据交换。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ລະບົບເຊີເວີ ໝາຍເຖິງ ລະບົບຄອມພິວເຕີ ທີ່ມີຄວາມສາມາດສູງໃນການຈັດການວຽກງານ ໂດຍມີການເຊື່ອມຕໍ່ເຄືອຂ່າຍ ແລະ ບັນດາຊອບແວ, ໂປຣແກຣມຕ່າງໆ ເພື່ອໃຫ້ບໍລິການແກ່ຄອມພິວເຕີບ່ອນອື່ນ;
2. ເຊີເວີຫຼັກ ໝາຍເຖິງ ລະບົບເກັບຮັກສາຂໍ້ມູນ ຂ່າວສານທີ່ດິນ ຢ່າງລວມສູນຢູ່ໃນຂັ້ນສູນກາງ ເພື່ອໃຫ້ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການທີ່ກ່ຽວຂ້ອງ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດເຂົ້າເຖິງ ແລະ ນຳໃຊ້ລະບົບຂໍ້ມູນ ຂ່າວສານທີ່ດິນ ຕາມຂອບເຂດສິດຂອງຕົນ;
3. ເຊີເວີສຳຮອງ ໝາຍເຖິງ ເຊີເວີທີ່ສ້າງຂຶ້ນ ເພື່ອສຳຮອງຂໍ້ມູນ ຂ່າວສານທີ່ດິນ ຢ່າງລວມສູນຢູ່ໃນຂັ້ນສູນກາງ ເພື່ອປ້ອງກັນການສູນເສຍ ແລະ ນຳໃຊ້ຂໍ້ມູນ ຂ່າວສານດັ່ງກ່າວ ໃນເວລາເຊີເວີຫຼັກມີບັນຫາ ຫຼື ໃຊ້ການບໍ່ໄດ້;
4. ເຊີເວີຂັ້ນແຂວງ ໝາຍເຖິງ ເຊີເວີທີ່ສ້າງຂຶ້ນ ເພື່ອສຳຮອງຂໍ້ມູນ ຂ່າວສານທີ່ດິນ ຂອງຂັ້ນແຂວງ ເພື່ອປ້ອງກັນການສູນເສຍ ແລະ ນຳໃຊ້ຂໍ້ມູນ ຂ່າວສານດັ່ງກ່າວ ໃນເວລາເຊີເວີຫຼັກມີບັນຫາ ຫຼື ໃຊ້ການບໍ່ໄດ້;
5. ລະບົບເຄືອຂ່າຍ ໝາຍເຖິງ ລະບົບເຊື່ອມຕໍ່ຄອມພິວເຕີ ແລະ/ຫຼື ອຸປະກອນເອເລັກໂຕຣນິກອື່ນ ຜ່ານລະບົບສາຍສົ່ງແບບມີສາຍ ແລະ ບໍ່ມີສາຍ;
6. ລະບົບການເຊື່ອມຕໍ່ໂປຣແກຣມ (Application Programming Interface - API) ໝາຍເຖິງ ກົນໄກທີ່ໃຫ້ລະບົບໂປຣແກຣມສອງລະບົບສາມາດສື່ສານກັນໄດ້;
7. ມາດຕະການປ້ອງກັນລະບົບຖານຂໍ້ມູນທີ່ດິນ ໝາຍເຖິງ ການນຳໃຊ້ເຄື່ອງມື ຫຼື ໂປຣແກຣມຄອມພິວເຕີພິເສດ ເພື່ອຕ້ານ ແລະ ສະກັດກັ້ນການເຂົ້າເຖິງລະບົບຖານຂໍ້ມູນ ຂ່າວສານທີ່ດິນ ໂດຍບໍ່ໄດ້ຮັບອະນຸຍາດ;
8. ເວບແອັບພລິເຄຊັນ (Web Application) ໝາຍເຖິງ ໂປຣແກຣມທີ່ຂຽນຂຶ້ນມາເພື່ອເຮັດວຽກຢູ່ໃນເວບໄຊ ໂດຍເອີ້ນວ່າລະບົບອອນລາຍອິນເຕີເນັດ (Internet) ແລະ ອິນທຣາເນັດ (Intranet) ຜູ້ໃຊ້ສາມາດໃຊ້ງານຜ່ານບຣາວເຊີ (Browser) ເຊັ່ນ Google Chrome, Mozilla Firefox, Microsoft Edge ເທິງອຸປະກອນຕ່າງໆ ເຊັ່ນ ຄອມພິວເຕີ, ແທັບເລັດ, ມືຖື ແລະ ອື່ນໆ;
9. ອອນລາຍ (Online) ໝາຍເຖິງ ການສະແດງເຖິງສະຖານະການເຊື່ອມຕໍ່ກັບເຄືອຂ່າຍໃດໜຶ່ງ ຍົກຕົວຢ່າງ ການເຊື່ອມຕໍ່ກັບອິນເຕີເນັດເປັນຕົ້ນ;
10. ຣີອວທາມ (Realtime) ໝາຍເຖິງ ການແລກປ່ຽນຂໍ້ມູນລະຫວ່າງເຄື່ອງເຊີເວີ ແລະ ເຄື່ອງຄອມພິວເຕີ ໃນໄລຍະເວລາດຽວກັນ ໂດຍຜ່ານການເຊື່ອມຕໍ່ດ້ວຍລະບົບເຄືອຂ່າຍອິນເຕີເນັດ.
第ມາດຕາ 3条
第3条 适用范围
本协议适用于个人、法人及组织,包括无国籍人、外国人、外籍老挝裔人以及上述个人和组织在老挝人民民主共和国境内居住和活动的情况。
ພາສາລາວ (老挝语原文)
ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ແລະ ການຈັດຕັ້ງຂອງບຸກຄົນດັງກ່າວ ທີ່ດຳລົງ ແລະ ເຄື່ອນໄຫວຢູ່ໃນດິນແດນ ສປປ ລາວ.
第ມາດຕາ 4条
第4条 国家土地信息系统
土地司负责建立、更新、管理和使用国家土地信息系统,作为财政部门土地收入征收的依据,并与国家统计信息系统连接,协调相关部委、其他机构和地方政府。
国家土地信息系统必须与自然资源和环境信息系统集中连接,设在自然资源和环境部办公室。
国家土地信息数据库系统包括以下数据库:
1. 土地登记数据库;
2. 土地估价数据库;
3. 土地勘测、测量和制图数据库;
4. 国有土地租赁和特许数据库;
5. 土地分配规划和土地利用规划数据库。
上述数据库可通过制定应用程序编程接口(API)标准相互连接。
土地司可聘请国内外公司或专家参与国家土地信息系统的建立、更新、管理和使用,须经自然资源和环境部部长同意。
自然资源和环境部部长根据土地司的提议,审议批准国家土地信息系统。
ພາສາລາວ (老挝语原文)
ມາດຕາ 4 ລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ
ກົມທີ່ດິນຮັບຜິດຊອບໃນການສ້າງ, ປັບປຸງ, ຄຸ້ມຄອງ ແລະ ນຳໃຊ້ລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ແກ່ການເກັບລາຍຮັບທີ່ດິນຂອງຂະແໜງການເງິນ ແລະ ໃຫ້ເຊື່ອມຕໍ່ກັບລະບົບຂໍ້ມູນສະຖິຕິແຫ່ງຊາດ ໂດຍປະສານສົມທົບກັບກະຊວງ, ອົງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
ລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ຕ້ອງເຊື່ອມຕໍ່ກັບລະບົບຂໍ້ມູນຂ່າວສານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງລວມສູນຢູ່ຫ້ອງການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ລະບົບຖານຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ປະກອບມີຖານຂໍ້ມູນດັ່ງນີ້:
1. ຖານຂໍ້ມູນທະບຽນທີ່ດິນ;
2. ຖານຂໍ້ມູນປະເມີນລາຄາທີ່ດິນ;
3. ຖານຂໍ້ມູນສຳຫຼວດ ວັດແທກ ແລະ ສ້າງແຜນທີ່ທີ່ດິນ;
4. ຖານຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນຂອງລັດ;
5. ຖານຂໍ້ມູນແຜນຈັດສັນທີ່ດິນ ແລະ ແຜນການນຳໃຊ້ທີ່ດິນ.
ບັນດາຖານຂໍ້ມູນຂ້າງເທິງນີ້ ສາມາດເຊື່ອມໂຍງຫາກັນໄດ້ດ້ວຍການກຳນົດມາດຕະຖານໃນການສ້າງລະບົບການເຊື່ອມຕໍ່ໂປຣແກຣມ (Application Programming Interface).
ກົມທີ່ດິນ ສາມາດວ່າຈ້າງບໍລິສັດ ຫຼື ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ເຂົ້າມາພັດທະນາກ່ຽວກັບການສ້າງ, ປັບປຸງ, ຄຸ້ມຄອງ ແລະ ນຳໃຊ້ລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ໂດຍການຕົກລົງເຫັນດີຂອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພິຈາລະນາ ຕົກລົງຮັບຮອງລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດ ຕາມການສະເໜີຂອງກົມທີ່ດິນ.
第ມາດຕາ 5条
第5条 土地登记数据库
土地登记数据库是用于土地统计、土地证登记发放、土地使用证、土地使用权活动与变更登记以及土地估价工作的数据库,通过记录相互关联并集中存储的文字数据、地理数据和图像数据,该数据库可以计算土地手续费和服务费,并与财政和银行部门的土地税收或土地使用费征收程序相连接。
土地统计数据是指根据各村土地统计簿收集各类地块的统计数据,以跟踪活动状况、土地使用目标的变化,并作为发放土地证和依法缴纳土地使用费的基础数据。
土地证登记发放数据是指收集已依法向个人、法人或组织登记发放土地证的地块的统计数据。
土地使用权活动登记数据是指收集已登记土地使用权活动的地块的统计数据,包括租赁、抵押、寄售、合同质押、地役权及其他活动。
土地使用权变更登记数据是指收集已变更土地使用权的地块的统计数据,包括继承、买卖、入股、赠与或转让土地使用权、交换、收回或返还土地使用权、依法质押、法院判决。
ພາສາລາວ (老挝语原文)
ມາດຕາ 5 ຖານຂໍ້ມູນທະບຽນທີ່ດິນ
ຖານຂໍ້ມູນທະບຽນທີ່ດິນ ແມ່ນ ຖານຂໍ້ມູນທີ່ນຳໃຊ້ເຂົ້າໃນວຽກງານຂຶ້ນສຳມະໂນທີ່ດິນ, ຂຶ້ນທະບຽນອອກໃບຕາດິນ, ໃບປັ້ງຍືນການນຳໃຊ້ທີ່ດິນ, ການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊ້ທີ່ດິນ ແລະ ປະເມີນລາຄາທີ່ດິນ ດ້ວຍການບັນທຶກບັນດາຂໍ້ມູນຕົວອັກສອນ, ຂໍ້ມູນທາງດ້ານພູມີສາດ ແລະ ຂໍ້ມູນຮູບພາບ ທີ່ມີການເຊື່ອມໂຍງກັນ ແລະ ເກັບຮັກສາໄວ້ຢ່າງລວມສູນ ຊຶ່ງຖານຂໍ້ມູນທະບຽນທີ່ດິນ ສາມາດຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການທີ່ດິນ ລວມທັງເຊື່ອມໂຍງກັບໂປຣແກຣມການເກັບອາກອນທີ່ດິນ ຫຼື ຄ່າທຳນຽມການນຳໃຊ້ທີ່ດິນ ຂອງຂະແບນງການເງິນ ແລະ ການທະນາຄານ.
ຂໍ້ມູນສຳມະໂນທີ່ດິນ ແມ່ນ ການເກັບກຳຂໍ້ມູນສະຖິຕິຕອນດິນປະເພດຕ່າງໆ ຕາມປຶ້ມສຳມະໂນທີ່ດິນຢູ່ແຕ່ລະບ້ານ ເພື່ອຕິດຕາມສະພາບການເຄື່ອນໄຫວ, ປ່ຽນແປງເປົ້າໝາຍການນຳໃຊ້ທີ່ດິນ ແລະ ເປັນຂໍ້ມູນພື້ນຖານໃນການອອກໃບຕາດິນ ແລະ ເສຍຄ່າທຳນຽມການນຳໃຊ້ທີ່ດິນ ຕາມກົດໝາຍ.
ຂໍ້ມູນຂຶ້ນທະບຽນອອກໃບຕາດິນ ແມ່ນ ການເກັບກຳຂໍ້ມູນສະຖິຕິຕອນດິນປະເພດຕ່າງໆ ສະເພາະຕອນດິນທີ່ໄດ້ຂຶ້ນທະບຽນອອກໃບຕາດິນ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕາມກົດໝາຍ.
ຂໍ້ມູນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ແມ່ນ ການເກັບກຳຂໍ້ມູນສະຖິຕິກ່ຽວກັບຕອນດິນ ທີ່ໄດ້ຮັບການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ເປັນຕົ້ນ ການເຊົ່າ, ເປັນຫຼັກຊັບຄ້ຳປະກັນ, ຂາຍຝາກ, ທາດສະພາບຕາມສັນຍາ, ສິດເຫືອທີ່ດິນ ແລະ ການເຄື່ອນໄຫວອື່ນ.
ຂໍ້ມູນການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ແມ່ນ ການເກັບກຳຂໍ້ມູນສະຖິຕິກ່ຽວກັບຕອນດິນ ທີ່ໄດ້ຮັບການປ່ຽນແປງສິດນຳໃຊ້ທີ່ດິນ ເປັນຕົ້ນ ການສືບທອດມູນມໍລະດົກ, ຊື້ ຂາຍ, ເອົາເຂົ້າເປັນຮຸ້ນ, ມອບ ຫຼື ຍົກສິດນຳໃຊ້ທີ່ດິນ, ແລກປ່ຽນ, ຖອນ ຫຼື ໂອນສິດນຳໃຊ້ທີ່ດິນຄືນ, ທາດສະພາບຕາມກົດໝາຍ, ຄຳຕັດສິນຂອງສານ.
第ມາດຕາ 6条
第6条 土地估价数据库
土地估价数据库是指收集关于各地区、各地方土地价格的统计数据,依据经省级人民议会批准的估价区域图和土地估价表,并由省长、万象市市长根据法律发布关于土地估价的决议。
ພາສາລາວ (老挝语原文)
ມາດຕາ 6 ຖານຂໍ້ມູນປະເມີນລາຄາທີ່ດິນ
ຖານຂໍ້ມູນປະເມີນລາຄາທີ່ດິນ ແມ່ນ ການເກັບກຳຂໍ້ມູນສະຖິຕິກ່ຽວກັບລາຄາທີ່ດິນ ແຕ່ລະເຂດຢູ່ໃນແຕ່ລະທ້ອງຖິ່ນ ຕາມແຜນທີ່ເຂດປະເມີນລາຄາ ແລະ ຕາຕະລາງລາຄາປະເມີນທີ່ດິນ ທີ່ໄດ້ຮັບຮອງຈາກສະພາປະຊາຊົນຂັ້ນແຂວງ ແລະ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ ຕາມກົດໝາຍ.
第ມາດຕາ 7条
第7条 土地调查、测量和制图数据库
土地调查测量数据库是指关于土地调查测量的数据库,包括地块的位置、边界、地块周长、形状、面积、道路、河流、其他数据。
土地制图数据库是指为制作地籍图而进行测量调查的数据库,该地籍图显示多个地块在同一张图上。所述地籍图包含地籍图编号、各地块编号、地块边界位置、道路和水沟,以及确定地图的比例尺和比例,使用地理信息系统程序,该系统采用MIPATH P114、FI(75 84 2018 47和48作为参考点。
ພາສາລາວ (老挝语原文)
ມາດຕາ 7 ຖານຂໍ້ມູນສຳຫຼວດ ວັດແທກ ແລະ ສ້າງແຜນທີ່ຕາດິນ
ຖານຂໍ້ມູນສຳຫຼວດ ວັດແທກທີ່ດິນ ແມ່ນ ຖານຂໍ້ມູນກ່ຽວກັບການສຳຫຼວດ ວັດແທກທີ່ດິນ ເປັນຕົ້ນ ຕຳແໜ່ງທີ່ຕັ້ງຂອງຕອນດິນ, ຂອບເຂດ, ໄລຍະຮອບຕອນດິນ, ຮູບຮ່າງ, ເນື້ອທີ່, ເສັ້ນທາງ, ແມ່ນ້ຳ, ຂໍ້ມູນອື່ນ.
ຖານຂໍ້ມູນການສ້າງແຜນທີ່ຕາດິນ ແມ່ນ ຖານຂໍ້ມູນກ່ຽວກັບການສຳຫຼວດ ວັດແທກ ເພື່ອສ້າງແຜນທີ່ຕາດິນ ຊຶ່ງສະແດງໃຫ້ເຫັນຕອນດິນຫຼາຍຕອນຢູ່ໃນແຜ່ນດຽວ. ແຜນທີ່ຕາດິນດັ່ງກ່າວ ປະກອບມີຂໍ້ມູນກ່ຽວກັບເລກທີແຜນທີ່ຕາດິນ, ເລກທີຕອນດິນແຕ່ລະຕອນ, ທີ່ຕັ້ງຂອງເຂດແດນຕອນດິນ, ເສັ້ນທາງ ແລະ ຮ່ອງນ້ຳ ພ້ອມທັງກຳນົດຂະໜາດ ແລະ ມາດຕາສ່ວນຂອງແຜນທີ່ ໂດຍນຳໃຊ້ໂປຣແກຣມລະບົບຂໍ້ມູນຂ່າວສານທາງດ້ານພູມສາດ ຊຶ່ງນຳໃຊ້ລະບົບ ມືໄພທ ປ114, ໄຟ(75 84 2018 47 ແລະ 48 ເປັນຈຸດອ້າງອີງ.
第ມາດຕາ 8条
第8条 国家土地租赁和特许数据库
国家土地租赁和特许数据库是关于国家土地租赁和特许项目登记、投资运营和各种活动的数据库,该数据库可以与相关部委和地方部门连接,用于监测、检查和评估投资项目和各种活动按照合同和法律的执行情况。国家土地租赁和特许数据库是电子形式,在线输入数据,可以记录文字、图片和地理数据。
ພາສາລາວ (老挝语原文)
ມາດຕາ 8 ຖານຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນຂອງລັດ
ຖານຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ແມ່ນ ຖານຂໍ້ມູນກ່ຽວກັບການຂຶ້ນບັນຊີ ໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ໃນການດຳເນີນໂຄງການລົງທຶນ ແລະ ກິດຈະການຕ່າງໆ ຊຶ່ງຖານຂໍ້ມູນດັ່ງກ່າວສາມາດເຊື່ອມໂຍງກັບບັນດາກະຊວງ ແລະ ພະແນກການທີ່ກ່ຽວຂ້ອງ ຢູ່ຂັ້ນທ້ອງຖິ່ນ ເພື່ອນຳໃຊ້ເຂົ້າໃນການຕິດຕາມ ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ ຕາມສັນຍາ ແລະ ກົດໝາຍ.
ຖານຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ເປັນຮູບແບບເອເລັກໂຕຣນິກ ແລະ ປ້ອນຂໍ້ມູນແບບອອນລາຍ ສາມາດບັນທຶກຂໍ້ມູນເປັນແບບຕົວອັກສອນ, ຮູບພາບ ແລະ ຂໍ້ມູນທາງພູມສາດ.
第ມາດຕາ 9条
第9条 土地分配规划数据库
土地分配规划数据库是关于国家土地分配总体规划、土地分配规划、省级自然资源和环境综合管理、县级和村级土地分配规划以及部门土地使用规划的数据库。该数据库包含地图信息、各区域和各土地使用类型的土地统计数据。
土地分配规划数据库可以链接到各部委和地方行政机构的各类土地使用管理数据库,以监测各类土地使用管理的进展,按照国家土地分配总体规划和地方土地分配规划中确定的保护目标和发展目标进行。如果发生土地类型转变或各类土地使用目标变更的情况,必须依法获得批准,并相应调整该数据库,使其符合实际情况。
ພາສາລາວ (老挝语原文)
ມາດຕາ 9 ຖານຂໍ້ມູນແຜນຈັດສັນທີ່ດິນ
ຖານຂໍ້ມູນແຜນຈັດສັນທີ່ດິນ ແມ່ນ ຖານຂໍ້ມູນກ່ຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນຈັດສັນທີ່ດິນ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂັ້ນແຂວງ, ແຜນຈັດສັນທີ່ດິນຂັ້ນເມືອງ ແລະ ຂັ້ນບ້ານ ລວມທັງແຜນການນຳໃຊ້ທີ່ດິນຕາມຂະແໜງການ. ຖານຂໍ້ມູນດັ່ງກ່າວ ມີຂໍ້ມູນກ່ຽວກັບແຜນທີ່, ສະຖິຕິທີ່ດິນແຕ່ລະເຂດ ແລະ ແຕ່ລະປະເພດການນຳໃຊ້ທີ່ດິນ.
ຖານຂໍ້ມູນແຜນຈັດສັນທີ່ດິນ ສາມາດເຊື່ອມໂຍງຫາຖານຂໍ້ມູນການຄຸ້ມຄອງນຳໃຊ້ທີ່ດິນແຕ່ລະປະເພດ ຂອງບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຕິດຕາມຄວາມຄືບໜ້າໃນການຄຸ້ມຄອງນຳໃຊ້ທີ່ດິນແຕ່ລະປະເພດຕາມເປົ້າໝາຍການອະນຸລັກ ແລະ ເປົ້າໝາຍການພັດທະນາ ຕາມທີ່ໄດ້ກຳນົດໄວ້ໃນແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນທ້ອງຖິ່ນ. ຖ້າກໍລະນີມີການຫັນປ່ຽນປະເພດທີ່ດິນ ຫຼື ປ່ຽນເປົ້າໝາຍການນຳໃຊ້ທີ່ດິນແຕ່ລະປະເພດ ຕ້ອງໄດ້ຮັບອະນຸຍາດຕາມກົດໝາຍ ພ້ອມທັງດັດປັບຖານຂໍ້ມູນດັ່ງກ່າວ ໃຫ້ຖືກຕ້ອງຕາມຄວາມເປັນຈິງ.
第ມາດຕາ 10条
第10条 地方土地信息和数据库
地方自然资源与环境部门负责建立土地信息和数据库,或可与私营部门合作建立其职责范围内的土地信息和数据库,使其与国家土地信息和数据库系统相一致并相连接,该系统包括土地登记数据库、土地测量和制图数据库、国有土地租赁和买卖数据库、土地分配和土地利用规划数据库,作为财政部门征收土地收入的依据,并与地方相关部门协调。
对于土地信息和数据库系统的分级管理和使用,应按照本协议第15条的规定执行。
ພາສາລາວ (老挝语原文)
ມາດຕາ 10 ຖານຂໍ້ມູນ ຂ່າວສານທີ່ດິນ ຂັ້ນທ້ອງຖິ່ນ
ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ຮັບຜິດຊອບສ້າງຖານຂໍ້ມູນຂ່າວສານທີ່ດິນ ຫຼື ສາມາດຮ່ວມມືກັບພາກເອກະຊົນໃນການສ້າງຖານຂໍ້ມູນ ຂ່າວສານທີ່ດິນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ສອດຄ່ອງ ແລະ ເຊື່ອມຕໍ່ກັບລະບົບຂໍ້ມູນ ຂ່າວສານທີ່ດິນ ແຫ່ງຊາດ ຊຶ່ງປະກອບມີ ຖານຂໍ້ມູນທະບຽນທີ່ດິນ, ຖານຂໍ້ມູນສຳຫຼວດ ວັດແທກ ແລະ ສ້າງແຜນທີ່ຕາດິນ, ຖານຂໍ້ມູນການເຊົ່າ ແລະ ຊື້ຂາຍທີ່ດິນຂອງລັດ, ຖານຂໍ້ມູນແຜນຈັດສັນທີ່ດິນ ແລະ ແຜນການນຳໃຊ້ທີ່ດິນ ເພື່ອເປັນບ່ອນອີງໃຫ້ແກ່ການເກັບລາຍຮັບຈາກທີ່ດິນ ຂອງຂະແໜງການການເງິນ ແລະ ມີການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ.
ສຳລັບການແບ່ງຂັ້ນຄຸ້ມຄອງ ແລະ ນຳໃຊ້ລະບົບຂໍ້ມູນ ຂ່າວສານທີ່ດິນ ໃຫ້ປະຕິບັດຕາມມາດຕາ 15 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 11条
第11条 按土地使用部门划分的土地信息数据库
按土地使用部门划分的土地信息数据库是指由各类土地管理部门负责的土地信息数据库,包括财政和银行部门,在其职责范围内按照法律规定创建、更新、管理和使用土地信息数据库。
土地局制定建立程序连接系统的标准,以便各类土地使用管理部门能够依据土地局规定的条件与国家土地信息系统连接。
ພາສາລາວ (老挝语原文)
ມາດຕາ 11 ຖານຂໍ້ມູນ ຂ່າວສານທີ່ດິນ ຕາມຂະແໜງການນຳໃຊ້ທີ່ດິນ
ຖານຂໍ້ມູນ ຂ່າວສານທີ່ດິນ ຕາມຂະແໜງການນຳໃຊ້ທີ່ດິນ ແມ່ນ ຖານຂໍ້ມູນ ຂ່າວສານທີ່ດິນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຄຸ້ມຄອງທີ່ດິນແຕ່ລະປະເພດ ລວມທັງຂະແໜງການເງິນ ແລະ ທະນາຄານ ໃນການສ້າງ, ປັບປຸງ, ຄຸ້ມຄອງ ແລະ ນຳໃຊ້ຖານຂໍ້ມູນ ຂ່າວສານທີ່ດິນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ກົມທີ່ດິນ ກຳນົດມາດຕະຖານໃນການສ້າງລະບົບການເຊື່ອມຕໍ່ໂປຣແກຣມ ເພື່ອໃຫ້ຂະແໜງການຄຸ້ມຄອງການນຳໃຊ້ທີ່ດິນແຕ່ລະປະເພດ ສາມາດເຊື່ອມຕໍ່ກັບລະບົບຂໍ້ມູນ ຂ່າວສານທີ່ດິນແຫ່ງຊາດ ໂດຍອີງໃສ່ເງື່ອນໄຂທີ່ກົມທີ່ດິນກຳນົດໄວ້.
第ມາດຕາ 12条
第12条 土地信息系统管理
土地信息系统管理是指对土地信息系统的程序、服务器和用户进行全国范围内的集中管理,实行从中央到地方的分级管理,以确保安全、准确、清晰、现代、快速和可核查,同时管理与相关部门土地信息系统的连接,如各类数据库、通过电子方式提供服务、征收土地使用权买卖税、手续费、土地服务费和土地税,通过银行系统进行。
ພາສາລາວ (老挝语原文)
ມາດຕາ 12 ການຄຸ້ມຄອງລະບົບຂໍ້ມູນ ຂ່າວສານທີ່ດິນ
ການຄຸ້ມຄອງລະບົບຂໍ້ມູນ ຂ່າວສານທີ່ດິນ ແມ່ນ ການຄຸ້ມຄອງລະບົບໂປຣແກຣມຂໍ້ມູນ ຂ່າວສານທີ່ດິນ, ລະບົບເຊີເວີ ແລະ ຜູ້ນຳໃຊ້ລະບົບຂໍ້ມູນ ຂ່າວສານທີ່ດິນ ຢ່າງລວມສູນໃນຂອບເຂດທົ່ວປະເທດ ໂດຍມີການແບ່ງຂັ້ນຄຸ້ມຄອງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອຮັບປະກັນຄວາມປອດໄພ, ຖືກຕ້ອງ, ຊັດເຈນ, ທັນສະໄໝ, ວ່ອງໄວ ແລະ ສາມາດກວດສອບໄດ້ ພ້ອມທັງຄຸ້ມຄອງລະບົບການເຊື່ອມໂຍງກັບລະບົບຂໍ້ມູນ ຂ່າວສານທີ່ດິນ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ ຖານຂໍ້ມູນແຕ່ລະປະເພດ, ການໃຫ້ບໍລິການຜ່ານເອເລັກໂຕຣນິກ, ການເກັບອາກອນຊື້ ຂາຍ ສິດນຳໃຊ້ທີ່ດິນ, ຄ່າທຳນຽມ, ຄ່າບໍລິການທີ່ດິນ ແລະ ອາກອນທີ່ດິນ ໂດຍຜ່ານລະບົບທະນາຄານ.
本页展示前 12 条,全文共 33 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读