国际濒危水生、野生动物及植物贸易管理政令
ດຳລັດວ່າດ້ວຍ ການຄຸ້ມຄອງການຄ້າຂາຍ ສັດນ້ຳ, ສັດປ່າ ແລະ ພຶດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ
Decree on Management of International Trade in Endangered Aquatic, Wild Animals, and Plants
简介
该政令调整老挝境内国际濒危水生、野生动物及植物的贸易管理,依据CITES公约设立三类保护名录,规范进出口核查、科学评估及可持续利用。
Summary
This decree governs trade in internationally endangered aquatic, wild animals, and plants in Laos, establishing three categories of protection lists under CITES, and regulating import-export verification, scientific assessment, and sustainable use.
ບົດສະຫຼຸບ
ດຳລັດນີ້ຄຸ້ມຄອງການຄ້າສັດນ້ຳ, ສັດປ່າ ແລະ ພືດທີ່ໃກ້ຈະສູນພັນສາກົນ ໃນ ສປປ ລາວ, ໂດຍອີງໃສ່ສົນທິສັນຍາ CITES ກຳນົດບັນຊີປົກປ້ອງ 3 ປະເພດ, ຄຸ້ມຄອງການກວດສອບການນຳເຂົ້າ-ສົ່ງອອກ, ການປະເມີນທາງວິທະຍາສາດ ແລະ ການນຳໃຊ້ແບບຍືນຍົງ.
条文
第ມາດຕາ 1条
第2条 国际濒危水生动物、野生动物和野生植物的贸易管理
国际濒危水生动物、野生动物和野生植物的贸易管理是指按照清单和CITES的惯例,正确、有效并确保可持续地组织实施有关国际濒危水生动物、野生动物和野生植物贸易的原则、规章和措施。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງການຄ້າຂາຍສັດນ້ຳ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ
ການຄຸ້ມຄອງການຄ້າຂາຍສັດນ້ຳ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ ແມ່ນການຈັດຕັ້ງປະຕິບັດບັນດາຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄ້າຂາຍສັດນ້ຳ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ ຕາມບັນຊີ ແລະ ນິໄສຂອງໄຊເຕັດ ໃຫ້ຖືກຕ້ອງຕາມກົດໝາຍ, ມີປະສິດທິຜົນ ແລະ ຮັບປະກັນຄວາມຍືນຍົງ.
第ມາດຕາ 2条
第2条 术语解释
本法令中使用的术语定义如下:
CITES 指1973年3月3日在华盛顿特区通过、老挝人民民主共和国于2004年3月1日加入的《濒危野生动植物种国际贸易公约》;
CITES秘书处 指作为中心收集和汇总信息、新闻和报告,便利会议组织及所有缔约方活动,并通过网站通报所有相关缔约方活动的秘书处,总部设在瑞士日内瓦;
缔约国 指已签署并批准CITES的国家;
缔约方大会 指至少每两年举行一次、根据CITES规定就CITES相关重要问题作出决定的会议;
CITES管理机构 指农林部林业局下属的一个单位,由农林部部长设立,负责执行CITES工作;
CITES科学机构 指国立大学林学科学院下属的一个单位,由教育体育部部长设立,负责科学研究和认证;
商业目的 指以金钱或其他形式为经济利益而进行的涉及濒危野生动植物种国际贸易的活动,包括其标本、部分和产品;
非商业目的 指为科学研究、培训或教育、调查、老挝人民民主共和国CITES管理机构与外国CITES管理机构之间返还水生动物、野生动物和植物而进行的涉及濒危野生动植物种的活动,包括其标本、部分和产品;
水生动物 指所有在水中出生和生长或生命周期某一阶段在水中自然生活或从自然中捕获饲养和繁殖的动物,包括其卵、精子和幼体;
野生动物 指所有在森林、野生动物栖息地出生、生活和生长或被捕获饲养和繁殖的动物,包括哺乳动物、爬行动物、鸟类和其他野生动物;
野生植物 指所有在森林和水中生长的树木和植物,包括从森林和水中采集用于种植或人工繁殖的植物和树木;
标本 指死亡的完整动物和植物;
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
ໄຊເຕັດ ໝາຍເຖິງ ສົນທິສັນຍາ ວ່າດ້ວຍການຄ້າຂາຍ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ຊຶ່ງຖືກຮັບຮອງ ຢູ່ ນະຄອນວໍຊິງຕັນດີຊີ ໃນວັນທີ 03 ມີນາ 1973 ແລະ ສປປ ລາວ ເຂົ້າເປັນພາຄີ ໃນວັນທີ 01 ມີນາ 2004;
ກອງເລຂາໄຊເຕັດ ໝາຍເຖິງ ກອງເລຂາ ທີ່ເຮັດໜ້າທີ່ເປັນໃຈກາງລວບລວມ ແລະ ສັງລວມບັນດາຂໍ້ມູນ ຂ່າວສານ ແລະ ບົດລາຍງານ, ອຳນວຍຄວາມສະດວກ ໃນການຈັດກອງປະຊຸມ ແລະ ໃນທຸກການເຄື່ອນໄຫວຂອງບັນດາປະເທດພາຄີ, ພ້ອມທັງແຈ້ງທຸກການເຄື່ອນໄຫວທີ່ກ່ຽວຂ້ອງ ຂອງບັນດາປະເທດພາຄີ ໂດຍຜ່ານເວັບໄຊ, ມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນເຊີແນວ, ປະເທດສະວິດເຊີແລນ;
ປະເທດພາຄີ ໝາຍເຖິງ ປະເທດທີ່ໄດ້ ເຂົ້າຮ່ວມລົງນາມ ແລະ ໃຫ້ສັດຕະຍາບັນຕໍ່ໄຊເຕັດ;
ກອງປະຊຸມບັນດາປະເທດພາຄີ ໝາຍເຖິງ ກອງປະຊຸມທີ່ຈັດຂຶ້ນຢ່າງໜ້ອຍທຸກ ສອງປີ ເພື່ອຕັດສິນບັນຫາສຳຄັນຕ່າງໆ ກ່ຽວກັບໄຊເຕັດ ຕາມທີ່ກຳນົດໄວ້ໃນໄຊເຕັດ;
ໜ່ວຍງານຄຸ້ມຄອງໄຊເຕັດ ໝາຍເຖິງ ໜ່ວຍງານໜຶ່ງທີ່ຂຶ້ນກັບ ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຊຶ່ງໄດ້ຮັບການສ້າງຕັ້ງໂດຍ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເຮັດໜ້າທີ່ໃນການຈັດຕັ້ງປະຕິບັດວຽກງານໄຊເຕັດ;
ໜ່ວຍງານວິທະຍາສາດໄຊເຕັດ ໝາຍເຖິງ ໜ່ວຍງານໜຶ່ງ ທີ່ຂຶ້ນກັບ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ ຊຶ່ງໄດ້ຮັບການສ້າງຕັ້ງໂດຍ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເຮັດໜ້າທີ່ຄົ້ນຄວ້າ ແລະ ຢັ້ງຢືນທາງດ້ານວິທະຍາສາດ;
ຈຸດປະສົງທາງການຄ້າ ໝາຍເຖິງ ການດຳເນີນກິດຈະກຳທີ່ກ່ຽວຂ້ອງກັບ ການຄ້າຂາຍສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ດ້ວຍເງິນ ແລະ ຮູບແບບອື່ນ ເພື່ອຜົນປະໂຫຍດທາງເສດຖະກິດ;
ຈຸດປະສົງທີ່ບໍ່ແມ່ນທາງການຄ້າ ໝາຍເຖິງ ການດຳເນີນກິດຈະກຳທີ່ກ່ຽວຂ້ອງກັບ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ເພື່ອການສຶກສາຄົ້ນຄວ້າດ້ານວິທະຍາສາດ, ການຝຶກອົບຮົມ ຫຼື ການສຶກສາ, ການສືບສວນ-ສອບສວນ, ການຈັດສົ່ງຄືນ ສັດນ້ຳ, ສັດປ່າ ແລະ ພືດປ່າ ລະຫວ່າງ ໜ່ວຍງານຄຸ້ມຄອງໄຊເຕັດ ຂອງ ສປປ ລາວ ກັບ ໜ່ວຍງານຄຸ້ມຄອງໄຊເຕັດ ຂອງຕ່າງປະເທດ;
ສັດນ້ຳ ໝາຍເຖິງ ສັດທຸກຊະນິດທີ່ເກີດ ແລະ ຂະຫຍາຍຕົວຢູ່ໃນນ້ຳ ຫຼື ວົງຈອນຊີວິດໄລຍະໃດໜຶ່ງ ຢູ່ໃນນ້ຳ ຕາມທຳມະຊາດ ຫຼື ນຳເອົາຈາກທຳມະຊາດມາລ້ຽງ ແລະ ຂະຫຍາຍພັນ ລວມທັງ ໄຂ່, ນ້ຳເຊື້ອ, ຕົວອ່ອນ ຂອງສັດນ້ຳ;
ສັດປ່າ ໝາຍເຖິງ ສັດທຸກຊະນິດ ທີ່ເກີດ, ດຳລົງຊີວິດ ແລະ ຂະຫຍາຍຕົວ ຢູ່ໃນປ່າ, ຖິ່ນທີ່ຢູ່ອາໄສຂອງສັດປ່າ ຫຼື ຖືກນຳເອົາມາລ້ຽງ ແລະ ຂະຫຍາຍພັນ ຊຶ່ງປະກອບດ້ວຍ ສັດລ້ຽງລູກດ້ວຍນໍ້ານົມ, ສັດເລື້ອຍຄານ, ສັດປີກ ແລະ ສັດປ່າ ຊະນິດອື່ນ;
ພືດປ່າ ໝາຍເຖິງ ຕົ້ນໄມ້ ແລະ ພືດ ທຸກຊະນິດ ທີ່ເກີດຂຶ້ນໃນປ່າ ແລະ ໃນນ້ຳ ລວມທັງພືດ ແລະ ຕົ້ນໄມ້ທີ່ໄດ້ນຳມາຈາກປ່າ ແລະ ນ້ຳ ເພື່ອປູກ ຫຼື ຂະຫຍາຍພັນທຽມ;
ຊາກ ໝາຍເຖິງ ສັດທັງໂຕ ແລະ ພືດ ທີ່ຕາຍແລ້ວ;
第ມາດຕາ 3条
第4条
“部分”是指水生动物、野生动物和野生植物的任何一部分,例如头、爪、角、象牙、骨、胆汁、油、幼体、毛、鳞、牙、血、皮、叶、花、籽、藤、根、块茎及其他部分;
“产品”是指将水生动物、野生动物和野生植物的标本、部分加工成成品或半成品,例如食品、药品、装饰品、家用器具、乐器、教育用品及其他;
“野生植物人工繁殖”是指在受控环境下生长的所有植物,来源于种子、嫁接或接穗、芽接、组织或其他植物细胞、孢子或其他形式的人工繁殖,或来自引种栽培的亲本;
“水生动物和野生动物繁殖”是指在受控环境下,通过自然、半自然或人工方式将亲本进行交配,以获得卵或幼体;
“受控环境”是指非自然栖息地,由人类建造用于繁殖水生动物、野生动物和野生植物,并划定设计用于饲养生长和安全的区域;
“合法来源核查”是指由CITES管理机构对濒危水生动物、野生动物和野生植物及其标本、部分和产品的获取是否符合法律进行核查;
“非致危性判定”是指由CITES科学机构进行的科学研究,以确保濒危水生动物、野生动物和野生植物及其标本、部分和产品的国际贸易不会对其生存产生负面影响。
ພາສາລາວ (老挝语原文)
ມາດຕາ 4
ຊິ້ນສ່ວນ ໝາຍເຖິງ ພາກສ່ວນໃດໜຶ່ງ ຂອງ ສັດນ້ຳ, ສັດປ່າ ແລະ ພືດປ່າ ເຊັ່ນ ຫົວ, ເລັບ, ເຂົາ, ງາ, ກະດູກ, ບີ, ນ້ຳມັນ, ອ່ອນ, ຂົນ, ເກັດ, ແຂ້ວ, ເລືອດ, ຫັງ, ໃບ, ດອກ, ແກ່ນ, ເຄືອ, ຮາກ, ຫົວ ແລະ ພາກສ່ວນອື່ນ;
ຜະລິດຕະພັນ ໝາຍເຖິງ ການນຳເອົາຊາກ, ຊິ້ນສ່ວນ ຂອງ ສັດນ້ຳ, ສັດປ່າ ແລະ ພືດປ່າ ນຳມາປຸງແຕ່ງ ເປັນຜະລິດຕະພັນສຳເລັດຮູບ ຫຼື ເຄິ່ງສຳເລັດຮູບ ເຊັ່ນ ອາຫານ, ຢາປົວພະຍາດ, ເຄື່ອງປະດັບ, ເຄື່ອງໃຊ້ ໃນຄົວເຮືອນ, ເຄື່ອງດົນຕີ, ເຄື່ອງໃຊ້ເຂົ້າໃນການສຶກສາ ແລະ ອື່ນໆ;
ການຂະຫຍາຍພັນທຽມພືດປ່າ ໝາຍເຖິງ ພືດທຸກຊະນິດທີ່ເຕີບໃຫຍ່ ຢູ່ພາຍໃຕ້ສະພາບແວດລ້ອມທີ່ຖືກ ຄວບຄຸມ ຊຶ່ງເກີດມາຈາກ ເມັດພັນພືດ, ການຕໍ່ກິ່ງ ຫຼື ງ່າ, ການສຽບຍອດ, ເນື້ອເຍື່ອຈຸລັງ ຫຼື ຈຸລັງພືດອື່ນ, ສະປໍ ຫຼື ການຂະຫຍາຍພັນທຽມຮູບແບບອື່ນ ຫຼື ເກີດຈາກພໍ່ແມ່ພັນທີ່ຖືກນຳມາເພາະປູກ;
ການຂະຫຍາຍພັນສັດນ້ຳ ແລະ ສັດປ່າ ໝາຍເຖິງ ການນຳເອົາພໍ່ແມ່ພັນ ມາປະສົມພັນແບບທຳມະຊາດ, ເຄິ່ງທຳມະຊາດ ຫຼື ປະສົມພັນທຽມ ພາຍໃຕ້ສະພາບແວດລ້ອມທີ່ຖືກຄວບຄຸມ ເພື່ອໃຫ້ໄດ້ໄຂ່ ຫຼື ລູກ;
ສະພາບແວດລ້ອມທີ່ຖືກຄວບຄຸມ ໝາຍເຖິງ ສະພາບແວດລ້ອມທີ່ບໍ່ແມ່ນຖິ່ນທີ່ຢູ່ອາໄສທຳມະຊາດ ຊຶ່ງ ຖືກສ້າງຂຶ້ນມາໂດຍມະນຸດ ເພື່ອຂະຫຍາຍພັນ ສັດນ້ຳ, ສັດປ່າ ແລະ ພືດປ່າ ໂດຍມີການກຳນົດຂອບເຂດ ພື້ນທີ່ ທີ່ຖືກອອກແບບມາເພື່ອລ້ຽງໃຫ້ເຕີບໃຫຍ່ ແລະ ປອດໄພ;
ການກວດກາຄວາມຖືກຕ້ອງທາງດ້ານກົດໝາຍ (Legal Acquisition Finding) ໝາຍເຖິງ ການດຳເນີນການກວດກາການໄດ້ມາຂອງສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ຢ່າງຖືກຕ້ອງຕາມກົດໝາຍ ໂດຍໜ່ວຍງານຄຸ້ມຄອງໄຊເຕັດ;
ການສຶກສາຄວາມຢູ່ລອດ (Non-Detriment Finding) ໝາຍເຖິງ ການຄົ້ນຄວ້າທາງດ້ານ ວິທະຍາສາດ ເພື່ອຮັບປະກັນວ່າ ການຄ້າຂາຍ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງ ຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ຈະບໍ່ສົ່ງຜົນກະທົບທາງລົບຕໍ່ຄວາມຢູ່ລອດຂອງ ສັດນ້ຳ, ສັດປ່າ ແລະ ພືດປ່າ ໂດຍໜ່ວຍງານວິທະຍາສາດໄຊເຕັດ.
第ມາດຕາ 4条
第4条 符合国家经济社会发展方针、法律和规划,老挝人民民主共和国作为缔约方的公约及相关国际条约;保护国家、个人、法人和组织的利益,这些利益已被管理、保护、开发和利用;有效管理、保护、开发和利用水生动物、野生动物和野生植物,并确保可持续性。
ພາສາລາວ (老挝语原文)
ມາດຕາ 4 ສອດຄອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ; ປົກປ້ອງຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້; ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ສັດນ້ຳ, ສັດປ່າ ແລະ ພືດປ່າ ຢ່າງມີປະສິດທິຜົນ ແລະ ຮັບປະກັນຄວາມຍືນຍົງ.
第ມາດຕາ 5条
第5条 国际濒危水生动物、野生动物和野生植物名录
国际濒危水生动物、野生动物和野生植物名录,包括其尸体、部分和产品,共有3个名录如下:
1. 名录1是指受到威胁并有灭绝危险的水生动物、野生动物和野生植物,受到狩猎、采集、贸易和毁灭性利用的影响;
2. 名录2是指目前尚未受到灭绝威胁,但未来若管理不善可能灭绝的水生动物、野生动物和野生植物;
3. 名录3是指能够在自然界广泛繁殖,但未来可能受到负面影响,由某一缔约国提议保护,并要求其他缔约国合作控制贸易的水生动物、野生动物和野生植物。
上述名录将在CITES网站上正式公布。
ພາສາລາວ (老挝语原文)
ມາດຕາ 5 ບັນຊີສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ
ບັນຊີສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ມີ 3 ບັນຊີ ດັ່ງນີ້:
1. ບັນຊີ 1 ແມ່ນ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ຖືກໄພຂົ່ມຂູ່ ແລະ ມີຄວາມສ່ຽງຕໍ່ການສູນພັນ, ໄດ້ຮັບຜົນກະທົບຈາກ ການລ່າ, ຊຸດຄົ້ນ, ຄ້າຂາຍ ແລະ ການນຳໃຊ້ແບບດັບສູນ;
2. ບັນຊີ 2 ແມ່ນ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ຍັງບໍ່ຖືກໄພຂົ່ມຂູ່ຕໍ່ການສູນພັນໃນປັດຈຸບັນ ແຕ່ໃນຕໍ່ໜ້າ ອາດຈະສູນພັນ ຖ້າບໍ່ມີການຄຸ້ມຄອງທີ່ດີ;
3. ບັນຊີ 3 ແມ່ນ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ສາມາດຂະຫຍາຍພັນໄດ້ຕາມທຳມະຊາດຢ່າງກວ້າງຂວາງ ແຕ່ອາດມີຄວາມສ່ຽງໄດ້ຮັບຜົນກະທົບທາງລົບໃນຕໍ່ໜ້າ ຊຶ່ງປະເທດພາຄີໃດໜຶ່ງ ໄດ້ສະເໜີໃຫ້ມີການປົກປ້ອງ ໂດຍຂໍຮ້ອງໃຫ້ປະເທດພາຄີອື່ນ ຮ່ວມມືໃນການຄວບຄຸມການຄ້າຂາຍ.
ບັນຊີດັ່ງກ່າວ ຈະຖືກເຜີຍແຜ່ຢ່າງເປັນທາງການ ໃນເວັບໄຊຂອງໄຊເຕັດ.
第ມາດຕາ 6条
第6条 国际濒危水生动物、野生动物和野生植物的名录修订
在需要修订国际濒危水生动物、野生动物和野生植物名录的情况下,CITES管理机构与CITES科学机构协调进行研究,以准备文件、信息、必要理由、状况、水生动物、野生动物和野生植物的威胁,涉及增加、升级、降级或从CITES名录中删除,提交农林部批准,然后提交缔约方大会按照CITES程序审议。
CITES秘书处将召开缔约方大会,审查CITES公约的实施情况,并审议、修改和批准附录1和附录2,由出席会议的缔约方多数同意通过。对于附录3,则根据任一缔约方的提议予以通过。当附录1和附录2被缔约方大会修订后,各缔约方必须修订其本国的水生动物、野生动物和野生植物名录,并在缔约方大会批准后九十天内公布。
ພາສາລາວ (老挝语原文)
ມາດຕາ 6 ການປັບປຸງບັນຊີສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ
ໃນກໍລະນີຈຳເປັນຕ້ອງປັບປຸງບັນຊີສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ, ຫ້ອງວ່າການຄຸ້ມຄອງໄຊເຕັດປະສານສົມທົບກັບຫ້ອງວ່າການວິທະຍາສາດໄຊເຕັດດຳເນີນການສຶກສາເພື່ອກະກຽມເອກະສານຂໍ້ມູນ, ເຫດຜົນທີ່ຈຳເປັນ, ສະຖານະພາບ, ໄພຂົ່ມຂູ່ຂອງສັດນ້ຳ, ສັດປ່າ ແລະ ພືດປ່າ ກ່ຽວກັບການເພີ່ມເຂົ້າ, ເລື່ອນຂຶ້ນ, ຫຼຸດລົງ ຫຼື ຕັດອອກຈາກບັນຊີໄຊເຕັດ ເພື່ອສະເໜີກະຊວງກະສິກຳ ແລະ ປ່າໄມ້ຮັບຮອງ ແລ້ວນຳສະເໜີຕໍ່ກອງປະຊຸມບັນດາປະເທດພາຄີພິຈາລະນາຕາມຂັ້ນຕອນຂອງໄຊເຕັດ.
ກອງເລຂາໄຊເຕັດຈະເປີດກອງປະຊຸມບັນດາປະເທດພາຄີເພື່ອທົບທວນຄືນການຈັດຕັ້ງປະຕິບັດສົນທິສັນຍາໄຊເຕັດ ພ້ອມທັງພິຈາລະນາ, ດັດແກ້ ແລະ ຮັບຮອງບັນຊີ 1 ແລະ ບັນຊີ 2 ຕາມການເຫັນດີຂອງສຽງສ່ວນຫຼາຍຈາກບັນດາປະເທດພາຄີທີ່ເຂົ້າຮ່ວມກອງປະຊຸມ. ສຳລັບບັນຊີ 3 ແມ່ນຮັບຮອງເອົາຕາມການສະເໜີຂອງປະເທດພາຄີໃດໜຶ່ງ. ເມື່ອບັນຊີ 1 ແລະ ບັນຊີ 2 ຖືກປັບປຸງໂດຍກອງປະຊຸມຂອງບັນດາປະເທດພາຄີ, ບັນດາປະເທດພາຄີກໍຕ້ອງໄດ້ນຳໄປປັບປຸງບັນຊີສັດນ້ຳ, ສັດປ່າ ແລະ ພືດປ່າຂອງຕົນ ແລະ ເຜີຍແຜ່ພາຍໃນເວລາເກົ້າສິບວັນຫຼັງການຮັບຮອງໂດຍກອງປະຊຸມຂອງບັນດາປະເທດພາຄີ.
第ມາດຕາ 7条
第7条 登记和申报
个人、法人及组织拥有、养殖水生动物和野生动物、人工繁殖濒危野生动植物种国际贸易公约附录所列的野生植物,包括其标本、部分和产品,若以国际贸易为目的,必须向CITES管理机构登记并申报所有权,并保存关于水生动物、野生动物和野生植物,包括其标本、部分和产品的数量以及所有交易信息。CITES管理机构有权检查场所、濒危野生动植物种国际贸易公约附录所列的水生动物、野生动物和野生植物,包括其标本、部分和产品的合法来源,以及已登记的个人、法人及组织的信息。
ພາສາລາວ (老挝语原文)
ມາດຕາ 7 ການຂຶ້ນທະບຽນ ແລະ ແຈ້ງບັນຊີ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີການຄອບຄອງ, ການຂະຫຍາຍພັນສັດນ້ຳ ແລະ ສັດປ່າ, ການຂະຫຍາຍພັນທຽມພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ທີ່ນອນໃນບັນຊີໄຊເຕັດ ຫາກມີຈຸດປະສົງ ເພື່ອການຄ້າຂາຍລະຫວ່າງຊາດ ຕ້ອງຂຶ້ນທະບຽນ ແລະ ແຈ້ງບັນຊີ ການຄອບຄອງ ນຳຫ້ອງການຄຸ້ມຄອງໄຊເຕັດ ແລະ ຕ້ອງເກັບຮັກສາຂໍ້ມູນ ກ່ຽວກັບຈຳນວນ ສັດນ້ຳ, ສັດປ່າ ແລະ ພືດປ່າ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ແລະ ຂໍ້ມູນທຸກທຸລະກຳການຄ້າຂາຍ. ຫ້ອງການຄຸ້ມຄອງໄຊເຕັດ ມີສິດດຳເນີນການກວດກາ ສະຖານທີ່, ການໄດ້ມາຢ່າງຖືກຕ້ອງຕາມກົດໝາຍຂອງ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ແລະ ຂໍ້ມູນຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຂຶ້ນທະບຽນ.
第ມາດຕາ 8条
第8条
申请登记和申报的文件包括:
按照老挝人民民主共和国CITES管理机构规定的表格提交的登记申请;
本人占有的水生动物、野生动物和野生植物包括其尸体、部分和产品的清单。
登记和申报的审议
在收到登记申请和占有申报后,CITES管理机构应在三十天内研究审议登记和占有申报,并出具登记证给申请人。如不能登记和申报占有,须书面答复并说明理由告知申请人。
ພາສາລາວ (老挝语原文)
ມາດຕາ 8
ເອກະສານຂໍຂຶ້ນທະບຽນ ແລະ ແຈ້ງບັນຊີ ປະກອບດ້ວຍ:
ຄຳຮ້ອງຂໍຂຶ້ນທະບຽນ ຕາມແບບພິມທີ່ ໜ່ວຍງານຄຸ້ມຄອງໄຊເຕັດ ຂອງ ສປປ ລາວ ກຳນົດ;
ບັນຊີ ສັດນຳ, ສັດປ່າ ແລະ ພືດປ່າ ລວມທັງ ຊາກ, ຊັ້ນສ່ວນ ແລະ ຜະລິດຕະພັນ ທີ່ຢູ່ໃນການຄອບຄອງ ຂອງຕົນ.
ການພິຈາລະນາຂຶ້ນທະບຽນ ແລະ ແຈ້ງບັນຊີ
ພາຍຫຼັງ ໄດ້ຮັບຄຳຮ້ອງຂໍຂຶ້ນທະບຽນ ແລະ ແຈ້ງບັນຊີການຄອບຄອງແລ້ວ ໜ່ວຍງານຄຸ້ມຄອງໄຊເຕັດ ຄົ້ນຄວ້າພິຈາລະນາ ຂຶ້ນທະບຽນ ແລະ ແຈ້ງບັນຊີການຄອບຄອງ ພ້ອມທັງອອກໃບທະບຽນຂຶ້ນບັນຊີ ໃຫ້ຜູ້ຮ້ອງຂໍ ພາຍໃນເວລາ ສາມສິບວັນ. ໃນກໍລະນີບໍ່ສາມາດຂຶ້ນທະບຽນ ແລະ ແຈ້ງບັນຊີການຄອບຄອງ ຕ້ອງແຈ້ງຕອບເປັນ ລາຍລັກອັກສອນ ພ້ອມທັງເຫດຜົນ ໃຫ້ຜູ້ຮ້ອງຂໍຊາບ.
第ມາດຕາ 9条
第9条 濒危水生动物、野生动物和野生植物的国际贸易
水生动物、野生动物和野生植物按照CITES附录进行的贸易,包括其标本、部分和产品,应遵守以下规定:
1. 附录1中的濒危水生动物和野生动物,包括其标本、部分和产品,严禁贸易,除非用于非商业目的,但必须进行生存研究、法律合规检查,并取得CITES管理机构颁发的许可证;
2. 附录1中的濒危野生植物,包括其标本、部分和产品,如来自野生,严禁贸易,除非用于非商业目的,但必须进行生存研究、法律合规检查,并取得CITES管理机构颁发的许可证。对于来自人工繁殖的附录1野生植物,包括其标本、部分和产品,允许进行商业和非商业目的的活动,如同水生动物、野生动物和野生植物的附录2贸易。附录1野生植物种植园必须在CITES管理机构登记,并与CITES科学机构协调,且必须向CITES秘书处申报种植园登记。来自人工繁殖的附录1野生植物的贸易,必须进行包装、加贴特殊标签,并持有CITES管理机构颁发的许可证,同时由农林部批准设定年度贸易配额;
3. 附录2中的濒危水生动物、野生动物和野生植物,包括其标本、部分和产品,允许进行商业和非商业目的的活动,但必须进行生存研究、法律合规检查,并持有CITES管理机构颁发的许可证;
4. 附录3中的濒危水生动物、野生动物和野生植物,包括其标本、部分和产品,允许贸易,但必须进行法律合规检查,并持有CITES管理机构颁发的许可证。
老挝人民民主共和国与非CITES缔约国之间按照CITES附录进行的水生动物、野生动物和野生植物贸易,包括其标本、部分和产品,可认可贸易伙伴国主管机构颁发的许可证。
ພາສາລາວ (老挝语原文)
ມາດຕາ 9 ການຄ້າຂາຍ ສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ
ການຄ້າຂາຍ ສັດນໍ້າ, ສັດປ່າ ແລະ ພືດປ່າ ຕາມບັນຊີຂອງໄຊເຕັດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ໃຫ້ປະຕິບັດ ດັ່ງນີ້:
1. ບັນຊີ 1 ຂອງ ສັດນໍ້າ ແລະ ສັດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ບໍ່ອະນຸຍາດໃຫ້ຄ້າຂາຍຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີ ຈຸດປະສົງທີ່ບໍ່ແມ່ນທາງການຄ້າ ແຕ່ຕ້ອງດຳເນີນການສຶກສາຄວາມຢູ່ລອດ, ການກວດກາຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ຕ້ອງໄດ້ຮັບໃບອະນຸຍາດ ຈາກໜ່ວຍງານຄຸ້ມຄອງໄຊເຕັດ;
2. ບັນຊີ 1 ຂອງ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ທີ່ໄດ້ມາຈາກທຳມະຊາດ ບໍ່ອະນຸຍາດໃຫ້ຄ້າຂາຍຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີ ຈຸດປະສົງທີ່ບໍ່ແມ່ນທາງການຄ້າ, ແຕ່ຕ້ອງດຳເນີນການສຶກສາຄວາມຢູ່ລອດ, ການກວດກາຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ຕ້ອງໄດ້ຮັບໃບອະນຸຍາດ ຈາກໜ່ວຍງານຄຸ້ມຄອງໄຊເຕັດ. ສຳລັບ ບັນຊີ 1 ຂອງພືດປ່າ ທີ່ໄດ້ມາຈາກການຂະຫຍາຍພັນທຽມ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ອະນຸຍາດໃຫ້ດຳເນີນກິດຈະການ ເພື່ອຈຸດປະສົງທາງການຄ້າ ແລະ ທີ່ບໍ່ແມ່ນທາງການຄ້າ ຄືກັບການຄ້າຂາຍ ບັນຊີ 2 ຂອງສັດນໍ້າ, ສັດປ່າ ແລະ ພືດປ່າ. ສວນປູກພືດປ່າ ບັນຊີ 1 ນັ້ນ ຕ້ອງໄດ້ຂຶ້ນທະບຽນສວນປູກພືດປ່າ ກັບ ໜ່ວຍງານຄຸ້ມຄອງໄຊເຕັດ ໂດຍປະສານສົມທົບກັບ ໜ່ວຍງານວິທະຍາສາດໄຊເຕັດ ແລະ ຕ້ອງໄດ້ແຈ້ງຂຶ້ນທະບຽນສວນປູກພືດປ່າໃຫ້ກອງເລຂາໄຊເຕັດ. ການຄ້າຂາຍ ບັນຊີ 1 ຂອງພືດປ່າ ທີ່ໄດ້ມາຈາກການຂະຫຍາຍພັນທຽມພືດປ່ານັ້ນ ຕ້ອງມີການຫຸ້ມຫໍ່, ໃສ່ກາໜາຍສະເພາະ ແລະ ຕ້ອງມີໃບອະນຸຍາດ ຈາກໜ່ວຍງານຄຸ້ມຄອງໄຊເຕັດ ພ້ອມທັງ ກຳນົດໂກຕ້າການຄ້າຂາຍປະຈຳປີ ຕາມການອະນຸມັດຈາກ ກະຊວງກະສິກຳ ແລະ ປ່າໄມ້;
3. ບັນຊີ 2 ຂອງສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ອະນຸຍາດໃຫ້ດຳເນີນກິດຈະການ ເພື່ອຈຸດປະສົງທາງການຄ້າ ແລະ ທີ່ບໍ່ແມ່ນທາງການຄ້າ ແຕ່ຕ້ອງດຳເນີນການສຶກສາຄວາມຢູ່ລອດ, ການກວດກາຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ມີໃບອະນຸຍາດ ຈາກໜ່ວຍງານຄຸ້ມຄອງໄຊເຕັດ;
4. ບັນຊີ 3 ຂອງສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ອະນຸຍາດໃຫ້ຄ້າຂາຍໄດ້ ແຕ່ຕ້ອງມີ ການກວດກາຄວາມຖືກຕ້ອງທາງດ້ານກົດໝາຍ ແລະ ໃບອະນຸຍາດຈາກໜ່ວຍງານຄຸ້ມຄອງໄຊເຕັດ.
ການຄ້າຂາຍ ສັດນໍ້າ, ສັດປ່າ ແລະ ພືດປ່າ ຕາມບັນຊີຂອງໄຊເຕັດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ລະຫວ່າງ ສປປ ລາວ ແລະ ປະເທດທີ່ບໍ່ແມ່ນພາຄີຂອງໄຊເຕັດ ສາມາດຮັບຮູ້ໃບອະນຸຍາດ ຈາກ ອົງການທີ່ມີສິດອຳນາດຂອງປະເທດຄູ່ຄ້າ.
第ມາດຕາ 10条
第10条 进口
进口是指将国际濒危水生动物、野生动物和野生植物及其标本、部分和产品带入老挝人民民主共和国。
有意进口附录一、附录二和附录三所列物种者,必须提交以下进口许可文件:
1. 原产国相关机构签发的出口许可证或再出口许可证;
2. 原产地证书;
3. 动物健康证书、植物卫生证书或产品卫生证书;
4. 进口商与出口商之间的合同;
5. 进口物种清单和数量;
6. 安全的运输方式和适当的接收场所。
对于进口国际濒危水生动物、野生动物和野生植物及其标本、部分和产品的附录一、附录二和附录三所列物种,必须确保不会对国内水生动物、野生动物和野生植物的生存造成负面影响。
ພາສາລາວ (老挝语原文)
ມາດຕາ 10 ການນຳເຂົ້າ
ການນຳເຂົ້າ ແມ່ນ ການນຳເອົາ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ເຂົ້າມາ ສປປ ລາວ.
ຜູ້ທີ່ມີຈຸດປະສົງນຳເຂົ້າ ບັນຊີ 1, ບັນຊີ 2 ແລະ ບັນຊີ 3 ຕ້ອງປະກອບເອກະສານ ຂໍອະນຸຍາດນຳເຂົ້າ ດັ່ງນີ້:
1. ໃບອະນຸຍາດສົ່ງອອກ ຫຼື ໃບອະນຸຍາດສົ່ງອອກຄືນ ຈາກອົງການທີ່ກ່ຽວຂ້ອງ ຂອງປະເທດຕົ້ນທາງ;
2. ໃບຢັ້ງຢືນຖິ່ນກຳເນີດ;
3. ໃບຢັ້ງຢືນສຸຂະພາບສັດ, ໃບຢັ້ງຢືນສຸຂານາໄມພືດ ຫຼື ໃບຢັ້ງຢືນສຸຂານາໄມຜະລິດຕະພັນ;
4. ສັນຍາລະຫວ່າງ ຜູ້ນຳເຂົ້າ ກັບ ຜູ້ສົ່ງອອກ;
5. ລາຍການບັນຊີປະເພດ, ຈຳນວນທີ່ຈະນຳເຂົ້າ;
6. ມີການຂົນສົ່ງທີ່ປອດໄພ ແລະ ສະຖານທີ່ຮອງຮັບຢ່າງເໝາະສົມ.
ສຳລັບການນຳເຂົ້າ ບັນຊີ 1, ບັນຊີ 2 ແລະ ບັນຊີ 3 ຂອງສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ, ຕ້ອງຮັບປະກັນວ່າ ຈະບໍ່ສົ່ງຜົນກະທົບທາງລົບຕໍ່ຄວາມຢູ່ລອດ ຂອງ ສັດນ້ຳ, ສັດປ່າ ແລະ ພືດປ່າ ຢູ່ພາຍໃນປະເທດ.
第ມາດຕາ 11条
第11条 出口
出口是指将国际濒危水生动物、野生动物和野生植物,包括其尸体、部分和产品,从老挝人民民主共和国运往国外。
有意出口附录一、附录二和附录三所列物种者,必须提交以下出口许可文件:
1. 原产地证明书;
2. 生存研究证明书,但附录一物种除外;
3. 动物健康证明书、植物卫生证明书或产品卫生证明书;
4. 进口商与出口商之间的合同;
5. 待出口物种的清单、种类和数量;
6. 安全的运输方式和适当的接收地点。
对于来自人工繁殖的野生植物的附录一物种,包括其尸体、部分和产品,还须有人工繁殖证明书。
对于来自繁殖的水生动物和野生动物且用于非商业目的的附录一物种,须有繁殖证明书。
ພາສາລາວ (老挝语原文)
ມາດຕາ 11 ການສົ່ງອອກ
ການສົ່ງອອກ ແມ່ນ ການນຳເອົາ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ອອກຈາກ ສປປ ລາວ ໄປຕ່າງປະເທດ.
ຜູ້ທີ່ມີຈຸດປະສົງ ສົ່ງອອກ ບັນຊີ 1, ບັນຊີ 2, ແລະ ບັນຊີ 3 ຕ້ອງປະກອບເອກະສານ ຂໍອະນຸຍາດ ສົ່ງອອກ ດັ່ງນີ້:
1. ໃບຢັ້ງຢືນຖິ່ນກຳເນີດ;
2. ໃບຢັ້ງຢືນການສຶກສາຄວາມຢູ່ລອດ ຍົກເວັ້ນ ບັນຊີ 1;
3. ໃບຢັ້ງຢືນສຸຂະພາບສັດ, ໃບຢັ້ງຢືນສຸຂານາໄມພືດ ຫຼື ໃບຢັ້ງຢືນສຸຂານາໄມຜະລິດຕະພັນ;
4. ສັນຍາລະຫວ່າງ ຜູ້ນຳເຂົ້າ ແລະ ຜູ້ສົ່ງອອກ;
5. ລາຍການບັນຊີປະເພດ, ຈຳນວນທີ່ຈະສົ່ງອອກ;
6. ມີການຂົນສົ່ງທີ່ປອດໄພ ແລະ ສະຖານທີ່ຮອງຮັບຢ່າງເໝາະສົມ.
ສຳລັບ ບັນຊີ 1 ຂອງພືດປ່າ ທີ່ໄດ້ມາຈາກການຂະຫຍາຍພັນທຽມພືດປ່າ ລວມທັງ ຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນ ຍັງຕ້ອງມີໃບຢັ້ງຢືນກ່ຽວກັບການຂະຫຍາຍພັນທຽມ.
ສຳລັບ ບັນຊີ 1 ຂອງສັດນ້ຳ ແລະ ສັດປ່າ ທີ່ໄດ້ມາຈາກການຂະຫຍາຍພັນ ເພື່ອຈຸດປະສົງທີ່ບໍ່ແມ່ນການຄ້າ ຕ້ອງມີໃບຢັ້ງຢືນກ່ຽວກັບການຂະຫຍາຍພັນ.
第ມາດຕາ 12条
第12条 再出口
再出口是指将先前进口到老挝人民民主共和国的国际濒危水生动物、野生动物和野生植物,包括其尸体、部分和产品,按照法规重新运回原产国或第三国。
再出口除了需要提交本法令第11条规定的文件外,还需提交以下补充文件:
1. 登记证书;
2. 拟出口的野生植物人工繁殖或水生动物和野生动物繁殖的证明;
3. 目的地国相关机构的进口许可证或其他文件(视具体情况而定)。
ພາສາລາວ (老挝语原文)
ມາດຕາ 12 ການສົ່ງອອກຄືນ
ການສົ່ງອອກຄືນ ແມ່ນ ການນຳເອົາ ສັດນ້ຳ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ ລວມທັງ ຊາກ, ຊັ້ນສ່ວນ ແລະ ຜະລິດຕະພັນ ທີ່ຖືກນຳເຂົ້າມາໃນເມື່ອກ່ອນ ອອກຈາກ ສປປ ລາວ ຄືນປະເທດຕົ້ນທາງ ຫຼື ປະເທດທີສາມ ຕາມລະບຽບການ.
ການສົ່ງອອກຄືນ ນອກຈາກການປະກອບເອກະສານທີ່ໄດ້ກຳນົດໄວ້ໃນ ມາດຕາ 11 ຂອງດຳລັດສະບັບນີ້ແລ້ວ ຍັງຕ້ອງປະກອບເອກະສານເພີ່ມເຕີມ ດັ່ງນີ້:
1. ໃບທະບຽນຂຶ້ນບັນຊີ;
2. ໃບຢັ້ງຢືນການຂະຫຍາຍພັນທຽມພືດປ່າ ຫຼື ການຂະຫຍາຍພັນ ສັດນ້ຳ ແລະ ສັດປ່າ ທີ່ຈະສົ່ງອອກ;
3. ໃບອະນຸຍາດນຳເຂົ້າ ຂອງອົງການທີ່ກ່ຽວຂ້ອງ ຂອງປະເທດປາຍທາງ ຫຼື ເອກະສານອື່ນ ຕາມແຕ່ລະກໍລະນີ.
本页展示前 12 条,全文共 30 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读