ດຳລັດວ່າດ້ວຍ ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບງົບປະມານແຫ່ງລັດ
国家预算绩效人员激励及防范违法违纪行为政令
Decree on Incentives for State Budget Performance Personnel and Prevention of Violations and Misconduct
ບົດສະຫຼຸບ
ດຳລັດນີ້ກຳນົດນະໂຍບາຍການໃຫ້ລາງວັນ ແລະ ເງິນອຸດໜູນພິເສດ ແກ່ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານໃນການຕ້ານ ແລະ ປ້ອງກັນການກະທຳຜິດຕໍ່ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ພ້ອມທັງກຳນົດແຫຼ່ງທຶນ ແລະ ລາຍການຫັກອອກ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ນະໂຍບາຍຕໍ່ຜູ້ມີຜົນງານຕ້ານ ແລະ ສະກັດກັ້ນ ການລະເມີດກົດໝາຍ ແລະ ລະບຽບການ
ນະໂຍບາຍຕໍ່ຜູ້ມີຜົນງານຕ້ານ ແລະ ສະກັດກັ້ນ ການລະເມີດກົດໝາຍ ແລະ ລະບຽບການ ແມ່ນການຊຸກຍູ້, ສົ່ງເສີມຂອງລັດ ຕໍ່ຜູ້ມີຜົນງານໃນການຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບງົບປະມານແຫ່ງລັດ ດ້ວຍການປະຕິບັດນະໂຍບາຍ ເປັນເງິນບຳເນັດ ແລະ ຄ່າແຮງງານພິເສດ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ເງິນບຳເນັດ ໝາຍເຖິງ ຄ່າຕອບແທນສຳລັບ ອົງການທີ່ດຳເນີນການກວດກາ, ກວດສອບ, ຄະນະກວດກາ, ຄະນະກວດສອບ ຫຼື ຄະນະສະເພາະກິດ ທີ່ມີຜົນງານ ໃນການເຄື່ອນໄຫວຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ;
2. ຄ່າແຮງງານພິເສດ ໝາຍເຖິງ ຄ່າຕອບແທນເປັນເງິນ ສຳລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ທີ່ມີຜົນງານ ໃນການສະໜອງຂໍ້ມູນຂ່າວສານ, ບອກຂ່າວ ທີ່ສາມາດແກ້ໄຂການລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ;
3. ຜູ້ທີ່ມີຜົນງານ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ປະກອບສ່ວນເຂົ້າໃນການຕິດຕາມ, ກວດກາ, ກວດສອບ, ຊອກຫາ ແລະ ສະໜອງຂໍ້ມູນຂ່າວສານຕ່າງໆ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຊຶ່ງສາມາດເກັບພັນທະ ຫຼື ຊັບສິນຂອງລັດກັບຄືນມາໄດ້;
4. ອົງການທີ່ດຳເນີນການກວດກາ, ກວດສອບ ໝາຍເຖິງ ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ຂະແໜງການ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ດຳເນີນການກວດກາ, ກວດສອບ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບ ງົບປະມານແຫ່ງລັດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 25 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ