国家预算绩效人员激励及防范违法违纪行为政令

ດຳລັດວ່າດ້ວຍ ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບງົບປະມານແຫ່ງລັດ

Decree on Incentives for State Budget Performance Personnel and Prevention of Violations and Misconduct

简介

该政令规定了对在打击和预防违反国家预算法行为中有功的个人、法人或组织给予奖金和特别津贴的激励政策,并明确了资金来源和扣除项目。

Summary

This decree provides incentive policies of bonuses and special allowances for individuals, legal entities, or organizations with merit in combating and preventing violations of the State Budget Law, and specifies funding sources and deductible items.

ບົດສະຫຼຸບ

ດຳລັດນີ້ກຳນົດນະໂຍບາຍການໃຫ້ລາງວັນ ແລະ ເງິນອຸດໜູນພິເສດ ແກ່ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານໃນການຕ້ານ ແລະ ປ້ອງກັນການກະທຳຜິດຕໍ່ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ພ້ອມທັງກຳນົດແຫຼ່ງທຶນ ແລະ ລາຍການຫັກອອກ.

条文

第ມາດຕາ 1条

第2条 对打击和预防违反法律法规行为有功人员的政策
对打击和预防违反法律法规行为有功人员的政策,是国家对在打击和预防违反国家预算法法律法规行为中有功人员,通过实施奖金和特殊津贴政策进行的鼓励和促进,并符合相关法律法规。

ພາສາລາວ (老挝语原文)

ມາດຕາ 2 ນະໂຍບາຍຕໍ່ຜູ້ມີຜົນງານຕ້ານ ແລະ ສະກັດກັ້ນ ການລະເມີດກົດໝາຍ ແລະ ລະບຽບການ
ນະໂຍບາຍຕໍ່ຜູ້ມີຜົນງານຕ້ານ ແລະ ສະກັດກັ້ນ ການລະເມີດກົດໝາຍ ແລະ ລະບຽບການ ແມ່ນການຊຸກຍູ້, ສົ່ງເສີມຂອງລັດ ຕໍ່ຜູ້ມີຜົນງານໃນການຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບງົບປະມານແຫ່ງລັດ ດ້ວຍການປະຕິບັດນະໂຍບາຍ ເປັນເງິນບຳເນັດ ແລະ ຄ່າແຮງງານພິເສດ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

第ມາດຕາ 2条

第2条 词语解释
本政令中使用的词语具有以下含义:
1. “奖金”是指对在检查和审计活动中取得成果的检查、审计机构、检查委员会、审计委员会或特别工作组,在打击和预防违反国家预算法和法规方面的报酬;
2. “特别报酬”是指对在提供信息、举报方面取得成果的个人、法人、组织和其他相关方,能够纠正违反国家预算法和法规行为的金钱报酬;
3. “有功人员”是指在跟踪、检查、审计、查找和提供有关违反法律及相关法规的信息方面做出贡献的个人、法人或组织,从而能够追回国家债务或资产;
4. “检查、审计机构”是指国家检查机构、国家审计机构、部门、机关和地方行政机关,对违反国家预算法和法规的行为进行检查和审计。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ເງິນບຳເນັດ ໝາຍເຖິງ ຄ່າຕອບແທນສຳລັບ ອົງການທີ່ດຳເນີນການກວດກາ, ກວດສອບ, ຄະນະກວດກາ, ຄະນະກວດສອບ ຫຼື ຄະນະສະເພາະກິດ ທີ່ມີຜົນງານ ໃນການເຄື່ອນໄຫວຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ;
2. ຄ່າແຮງງານພິເສດ ໝາຍເຖິງ ຄ່າຕອບແທນເປັນເງິນ ສຳລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ທີ່ມີຜົນງານ ໃນການສະໜອງຂໍ້ມູນຂ່າວສານ, ບອກຂ່າວ ທີ່ສາມາດແກ້ໄຂການລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ;
3. ຜູ້ທີ່ມີຜົນງານ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ປະກອບສ່ວນເຂົ້າໃນການຕິດຕາມ, ກວດກາ, ກວດສອບ, ຊອກຫາ ແລະ ສະໜອງຂໍ້ມູນຂ່າວສານຕ່າງໆ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຊຶ່ງສາມາດເກັບພັນທະ ຫຼື ຊັບສິນຂອງລັດກັບຄືນມາໄດ້;
4. ອົງການທີ່ດຳເນີນການກວດກາ, ກວດສອບ ໝາຍເຖິງ ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ຂະແໜງການ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ດຳເນີນການກວດກາ, ກວດສອບ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບ ງົບປະມານແຫ່ງລັດ.

第ມາດຕາ 3条

第3条 适用范围
本法令适用于在老挝人民民主共和国境内从事或涉及对有功人员实施打击和预防违反国家预算法法律法规行为的政策的人员、法人及组织。

ພາສາລາວ (老挝语原文)

ມາດຕາ 3 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ຫຼື ພົວພັນກັບ ການປະຕິບັດນະໂຍບາຍ ຕໍ່ຜູ້ມີຜົນງານ ຕ້ານ ແລະ ສະກັດກັນ ການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບ ງົບປະມານແຫ່ງລັດ ຢູ່ ສປປ ລາວ.

第ມາດຕາ 4条

第4条 政策目标对象

政策目标对象是指在履行职责和/或积极参与打击和预防违反国家预算法法律法规方面有功绩的个人、法人或组织。

政策目标对象如下:

1. 进行监察、审计的机关;
2. 监察委员会、审计委员会和专项委员会;
3. 提供信息、情报的个人、法人或组织,或举报人。

ພາສາລາວ (老挝语原文)

ມາດຕາ 4 ເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍ

ເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍ ແມ່ນ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານໃນການປະຕິບັດໜ້າທີ່ ແລະ/ຫຼື ປະກອບສ່ວນຢ່າງຫ້າວຫັນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ.

ເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍມີ ດັ່ງນີ້:

1. ອົງການທີ່ດຳເນີນການກວດກາ, ກວດສອບ;
2. ຄະນະກວດກາ, ຄະນະກວດສອບ ແລະ ຄະນະສະເພາະກິດ;
3. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ສະໜອງຂໍ້ມູນ ຂ່າວສານ ຫຼື ຜູ້ບອກຂ່າວ.

第ມາດຕາ 5条

第5条 可作为政策扣除的项目
可作为政策扣除的项目包括:
1. 对违反国家预算法及法规者处以罚款的收入;
2. 根据事先经过检查、审计的结果而追缴的额外收入;
3. 出售被没收为国家所有的财产的收入。

上述收入只有在具有生效的法院判决或裁定、经被检查审计单位的上级组织、国会或省级人民议会认可检查审计结果的情况下,方可作为政策扣除。

ພາສາລາວ (老挝语原文)

ມາດຕາ 5 ລາຍການທີ່ໃຫ້ຫັກເປັນເງິນນະໂຍບາຍ
ລາຍການທີ່ໃຫ້ຫັກເປັນເງິນນະໂຍບາຍ ປະກອບດ້ວຍ:
1. ລາຍຮັບຈາກການປັບໃໝ ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ;
2. ລາຍຮັບທີ່ເກັບກູ້ໄດ້ເພີ່ມ ຕາມຜົນການກວດກາ, ກວດສອບທີ່ໄດ້ຜ່ານການກວດກາ, ກວດສອບມາກ່ອນ;
3. ລາຍຮັບຈາກການຂາຍຊັບສິນທີ່ຖືກຮິບເປັນຂອງລັດ.

ລາຍຮັບ ທີ່ກ່າວມາຂ້າງເທິງນີ້ ຈະຫັກເປັນເງິນນະໂຍບາຍ ໄດ້ກໍຕໍ່ເມື່ອ ມີຄຳຕັດສິນ ຫຼື ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ມີການຮັບຮອງຜົນການກວດກາ, ກວດສອບ ຂອງອົງການຈັດຕັ້ງຂຶ້ນເທິງຂອງເບົ້າໝາຍທີ່ຖືກກວດກາ, ກວດສອບ, ສະພາແຫ່ງຊາດ ຫຼື ສະພາປະຊາຊົນຂັ້ນແຂວງ.

第ມາດຕາ 6条

第6条 扣除费用
可扣除的费用如下:
质量检测费;
专家、顾问和翻译费;
招标管理费;
运输、仓储、搬运、装卸、包装、转运费;
被查封或扣押财产的保管费;
其他必要费用。

ພາສາລາວ (老挝语原文)

ມາດຕາ 6 ການຫັກຄ່າສິ້ນເປືອງ
ຄ່າສິ້ນເປືອງ ທີ່ໃຫ້ຫັກ ມີ ດັ່ງນີ້:
ຄ່າທົດສອບຄຸນນະພາບ;
ຄ່າຈ້າງຊ່ຽວຊານ, ທີ່ປຶກສາ ແລະ ຄ່າແປພາສາ;
ຄ່າຈັດການປະມູນ;
ຄ່າຂົນສົ່ງ, ຄ່າຝາກສາງ, ຍົກຍ້າຍ, ແບກຫາບ, ຫຸ້ມຫໍ່, ຂົນຖ່າຍ;
ຄ່າປົກປັກຮັກສາຊັບສິນທີ່ຖືກອາຍັດ ຫຼື ຍຶດ;
ຄ່າໃຊ້ຈ່າຍອື່ນທີ່ຈຳເປັນ.

第ມາດຕາ 7条

第7条 政策资金的计算 给予有功绩者
政策资金的计算,以根据本法令第8条规定的扣除作为政策资金的百分之四十(40%)、百分之三十(30%)的金额,计算为百分之百(100%),然后分配如下:
1. 执行检查、审计的机关,百分之五十五(55%)用于完善组织机构;
2. 检查委员会、审计委员会或专项委员会,百分之三十五(35%);
3. 提供信息或举报的个人、法人及组织,百分之十(10%)。
在没有提供信息或举报的个人、法人及组织的情况下,将百分之十(10%)上缴国家预算。

ພາສາລາວ (老挝语原文)

ມາດຕາ 7 ການຄິດໄລ່ເງິນນະໂຍບາຍ ໃຫ້ຜູ້ທີ່ມີຜົນງານ
ການຄິດໄລ່ເງິນນະໂຍບາຍ ໃຫ້ເອົາຈຳນວນເງິນທີ່ຫັກເປັນເງິນນະໂຍບາຍ ຈຳນວນສີ່ສິບສ່ວນຮ້ອຍ (40%), ສາມສິບສ່ວນຮ້ອຍ (30%) ທີ່ໄດ້ກຳນົດໄວ້ໃນມາດຕາ 8 ຂອງດຳລັດສະບັບນີ້ ມາຄິດໄລ່ເປັນຮ້ອຍສ່ວນຮ້ອຍ (100%) ແລ້ວໃຫ້ແບ່ງປັນດັ່ງນີ້:
1. ອົງການທີ່ດຳເນີນການກວດກາ, ກວດສອບ ຫ້າສິບຫ້າສ່ວນຮ້ອຍ (55%) ເພື່ອບູລະນະກົງຈັກການຈັດຕັ້ງ;
2. ຄະນະກວດກາ, ຄະນະກວດສອບ ຫຼື ຄະນະສະເພາະກິດ ສາມສິບຫ້າສ່ວນຮ້ອຍ (35%);
3. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ສະໜອງຂໍ້ມູນຂ່າວສານ ຫຼື ຜູ້ບອກຂ່າວ ສິບສ່ວນຮ້ອຍ (10%).
ໃນກໍລະນີ ບໍ່ມີ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ສະໜອງຂໍ້ມູນຂ່າວສານ ຫຼື ຜູ້ບອກຂ່າວ ໃຫ້ເອົາ ສິບສ່ວນຮ້ອຍ (10%) ມອບເຂົ້າງົບປະມານແຫ່ງລັດ.

第ມາດຕາ 8条

第8条 组织完善资金的使用
本法令第10条规定的组织完善资金,应用于加强检查、审计工作,以开展打击和预防违反国家预算法律法规的行为。

ພາສາລາວ (老挝语原文)

ມາດຕາ 8 ການນຳໃຊ້ເງິນບູລະນະກົງຈັກການຈັດຕັ້ງ
ເງິນບູລະນະການຈັດຕັ່ງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 10 ຂອງດຳລັດສະບັບນີ້ ໃຫ້ນຳໃຊ້ເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານກວດກາ, ກວດສອບ ເພື່ອເຄື່ອນໄຫວຕ້ານ ແລະ ສະກັດກັນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ.

第ມາດຕາ 9条

第9条 负责执行政策的组织
负责执行政策的组织是进行检查、审查和相关部分的组织,按照法律的规定。

ພາສາລາວ (老挝语原文)

ມາດຕາ 9 ອົງການຈັດຕັ້ງທີ່ຮັບຜິດຊອບປະຕິບັດນະໂຍບາຍ
ອົງການຈັດຕັ້ງຮັບຜິດຊອບປະຕິບັດນະໂຍບາຍ ແມ່ນອົງການທີ່ດຳເນີນການ ກວດກາ, ກວດສອບ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

第ມາດຕາ 10条

第10条 政策资金的管理和使用
政策资金的管理和使用,应按照以下规定执行:
1. 开立存款账户;
2. 登记为收入;
3. 制定计划;
4. 申请拨款许可;
5. 拨款支出;
6. 总结报告。

ພາສາລາວ (老挝语原文)

ມາດຕາ 10 ການຄຸ້ມຄອງ ແລະ ການນຳໃຊ້ເງິນນະໂຍບາຍ
ການຄຸ້ມຄອງ ແລະ ການນຳໃຊ້ເງິນນະໂຍບາຍ ໃຫ້ປະຕິບັດ ດັ່ງນີ້:
1. ການເປີດບັນຊີເງິນຝາກ;
2. ການຈົດເປັນລາຍຮັບ;
3. ການສ້າງແຜນ;
4. ການຂໍອະນຸຍາດເບີກຈາຍ;
5. ການເບີກຈ່າຍ;
6. ການສະຫຼຸບລາຍງານ.

第ມາດຕາ 11条

第11条 开立存款账户
负责执行政策的组织必须在国库系统中按照法律和相关法规的规定开立政策资金存款账户。

ພາສາລາວ (老挝语原文)

ມາດຕາ 11 ການເປີດບັນຊີເງິນຝາກ
ອົງການຈັດຕັ້ງຮັບຜິດຊອບປະຕິບັດນະໂຍບາຍ ຕ້ອງເປີດບັນຊີເງິນຝາກສຳລັບເງິນນະໂຍບາຍ ຢູ່ໃນລະບົບຄັງເງິນແຫ່ງຊາດ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

第ມາດຕາ 12条

第12条 登记为收入
在开设政策资金存款账户后,负责机构应将其登记为收入,以便管理、监督和使用政策资金。

ພາສາລາວ (老挝语原文)

ມາດຕາ 12 ການຈົດເປັນລາຍຮັບ
ພາຍຫຼັງທີ່ໄດ້ເປີດບັນຊີເງິນຝາກສຳລັບເງິນນະໂຍບາຍ ໃຫ້ອົງການຈັດຕັ້ງຮັບຜິດຊອບຈົດເປັນລາຍຮັບ ເພື່ອຄຸ້ມຄອງ, ຕິດຕາມກວດກາ ແລະ ນຳໃຊ້ເງິນນະໂຍບາຍ.

本页展示前 12 条,全文共 25 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译