ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງການຈັດງານ ແລະ ບຸນປະເພນີພາຍໃນແຂວງ ຫຼວງນ້ຳທາ

琅南塔省活动及传统节庆管理协议

Agreement on Management of Activities and Traditional Festivals in Luang Namtha Province

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງກິດຈະກຳ ແລະ ງານບຸນປະເພນີ ໃນແຂວງຫຼວງນ້ຳທາ, ໂດຍມີຈຸດປະສົງເພື່ອສົ່ງເສີມມໍລະດົກວັດທະນະທຳ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ສົ່ງເສີມຄວາມປະຢັດ, ແລະ ນຳໃຊ້ກັບບຸກຄົນ ແລະ ອົງກອນທັງໝົດໃນແຂວງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການເພື່ອຄຸ້ມຄອງ, ຕິດຕາມກວດກາການຈັດງານຢູ່ພາຍໃນແຂວງຫຼວງນໍ້າທາ ແລະ ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ, ຂອງບັນດາເຜົ່າ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຫັນເຂົ້າສູ່ການປະຢັດມັດທະຢັດ, ຕ້ານການຟູມເຟືອຍ, ຫຼຸດຜ່ອນປະກົດການຫຍໍ້ທໍ້ໃນສັງຄົມ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມມີຄວາມຍືນຍົງ ແລະ ທັງເປັນການດັດປັບໃຫ້ສາຍພົວພັນສັງຄົມມີຄວາມເປັນເອກະພາບ ແລະ ເທົ່າທຽມກັນໃນການຈັດງານ ແລະ ປະເພນີຕ່າງໆ ໃຫ້ໄດ້ຮັບການພັດທະນາທີ່ດີຂຶ້ນ.

ມາດຕາ ມາດຕາ 2

ມາດຕາ 2 ການຄຸ້ມຄອງການຈັດງານ ແລະ ບຸນປະເພນີ
ແມ່ນການກຳນົດຮູບແບບ, ວິທີການ, ມາດຕະການໃນການຈັດງານ ແລະ ບຸນປະເພນີຕ່າງໆ ໃຫ້ປະຕິບັດຖືກຕ້ອງຕາມຮີດຄອງປະເພນີອັນດີງາມທີ່ສືບທອດກັນມາ ໃຫ້ມີລັກສະນະກ້າວໜ້າ, ວິທະຍາສາດ ສອດຄ້ອງກັບກົດໝາຍ ແລະ ລະບຽບການ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 48 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ