ດຳລັດວ່າດ້ວຍ ທ່າບົກ

陆港政令

Decree on Dry Ports

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການພັດທະນາ, ການຄຸ້ມຄອງ ແລະ ການດຳເນີນງານທ່າບົກໃນ ສປປ ລາວ, ເນື້ອໃນຫຼັກແມ່ນການຄຸ້ມຄອງຂັ້ນຕອນການກວດກາການຂົນສົ່ງສິນຄ້າ, ການຂົນສົ່ງ ແລະ ການຄ້າລະຫວ່າງປະເທດ, ພ້ອມທັງກຳນົດນະໂຍບາຍແຫ່ງລັດ, ຫຼັກການ ແລະ ສິດ ແລະ ພັນທະຂອງທຸກພາກສ່ວນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ທ່າບົກ
ທ່າບົກ ຊຶ່ງພາສາສາກົນເອີ້ນວ່າ "ທ່າບົກ" ແມ່ນສູນກາງຂົນສົ່ງຫຼາຍຮູບແບບ ທີ່ມີການເຊື່ອມຕໍ່ກັບຫຼາຍຮູບແບບການຂົນສົ່ງ ເພື່ອການຮັບ-ສົ່ງ, ເຕົ້າໂຮມ, ເກັບຮັກສາ, ຍົກຍ້າຍ, ຄ່ຽນຖ່າຍ, ແຈກຢາຍ ແລະ ມີການກວດກາການເຄື່ອນຍ້າຍສິນຄ້າ ໂດຍເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ ໃນຂະບວນການການຄ້າສາກົນ ໂດຍສອດຄ່ອງກັບ ກົດໝາຍ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.

ມາດຕາ ມາດຕາ 2

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ໂລຊິດສະຕິກ (Logistics) ໝາຍເຖິງ ລະບົບການຄຸ້ມຄອງບໍລິຫານຂະບວນການເຄື່ອນຍ້າຍສິນຄ້າທີ່ມີການວາງແຜນ, ຄວບຄຸມ, ເກັບຮັກສາ, ຫຸ້ມຫໍ່, ຄ່ຽນຖ່າຍ, ຂົນສົ່ງ, ບໍລິການ ແລະ ສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງທີ່ມີປະສິດທິພາບ ແລະ ປະສິດທິຜົນ ຈາກຕົ້ນທາງໄປຍັງປາຍທາງ ຕາມຄວາມຕ້ອງການຂອງລູກຄ້າຢ່າງເປັນຕ່ອງໂສ້;
2. ສິນຄ້າ ໝາຍເຖິງ ວັດຖຸ, ສິ່ງຂອງ, ພືດ, ສັດ, ສັດນ້ຳ, ຜະລິດຕະພັນອື່ນ ເພື່ອຕອບສະໜອງຄວາມຕ້ອງການ ຫຼື ຄວາມຈຳເປັນຂອງຜູ້ຊົມໃຊ້ ຊຶ່ງມີຄຸນຄ່າທາງດ້ານເສດຖະກິດ;
3. ການຄ້າສາກົນ (International Trade) ໝາຍເຖິງ ການນຳເອົາສິນຄ້າ ເຂົ້າມາ ຫຼື ສົ່ງອອກ ຈາກ ສປປ ລາວ ລວມທັງການນຳເຂົ້າຊົ່ວຄາວ, ການສົ່ງອອກຊົ່ວຄາວ ແລະ ການຜ່ານແດນ;
4. ລານຕູ້ສິນຄ້າ (Container Yard) ໝາຍເຖິງ ສະຖານທີ່ເກັບຮັກສາ ແລະ ສ້ອມແປງຕູ້ສິນຄ້າ;
5. ຜູ້ພັດທະນາ ໝາຍເຖິງ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດລົງທຶນໃຫ້ພັດທະນາທ່າບົກຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;
6. ຜູ້ລົງທຶນກິດຈະການ ໝາຍເຖິງ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດລົງທຶນກິດຈະການໃດໜຶ່ງ ຢູ່ພື້ນທີ່ໃນຂອບເຂດຂອງທ່າບົກຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 64 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ