陆港政令
ດຳລັດວ່າດ້ວຍ ທ່າບົກ
Decree on Dry Ports
简介
该法规调整老挝境内陆港的开发、管理及运营活动,核心是规范货物运输、物流与国际贸易中的检查流程,并明确国家政策、原则及各方权利义务。
Summary
This regulation governs the development, management, and operation of dry ports in Laos, focusing on inspection procedures for cargo transport, logistics, and international trade, and clarifying national policies, principles, and rights and obligations of parties.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການພັດທະນາ, ການຄຸ້ມຄອງ ແລະ ການດຳເນີນງານທ່າບົກໃນ ສປປ ລາວ, ເນື້ອໃນຫຼັກແມ່ນການຄຸ້ມຄອງຂັ້ນຕອນການກວດກາການຂົນສົ່ງສິນຄ້າ, ການຂົນສົ່ງ ແລະ ການຄ້າລະຫວ່າງປະເທດ, ພ້ອມທັງກຳນົດນະໂຍບາຍແຫ່ງລັດ, ຫຼັກການ ແລະ ສິດ ແລະ ພັນທະຂອງທຸກພາກສ່ວນ.
条文
第ມາດຕາ 1条
第2条 货站
货站,国际用语称为“货站”,是一个多式联运中心,连接多种运输方式,用于接收、集散、储存、搬运、转运、分拨,并由海关官员和其他相关官员在符合法律、老挝人民民主共和国为缔约方的公约及相关国际协定的国际贸易过程中对货物移动进行检查。
ພາສາລາວ (老挝语原文)
ມາດຕາ 2 ທ່າບົກ
ທ່າບົກ ຊຶ່ງພາສາສາກົນເອີ້ນວ່າ "ທ່າບົກ" ແມ່ນສູນກາງຂົນສົ່ງຫຼາຍຮູບແບບ ທີ່ມີການເຊື່ອມຕໍ່ກັບຫຼາຍຮູບແບບການຂົນສົ່ງ ເພື່ອການຮັບ-ສົ່ງ, ເຕົ້າໂຮມ, ເກັບຮັກສາ, ຍົກຍ້າຍ, ຄ່ຽນຖ່າຍ, ແຈກຢາຍ ແລະ ມີການກວດກາການເຄື່ອນຍ້າຍສິນຄ້າ ໂດຍເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ ໃນຂະບວນການການຄ້າສາກົນ ໂດຍສອດຄ່ອງກັບ ກົດໝາຍ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.
第ມາດຕາ 2条
第2条 词语解释
本法令中使用的词语定义如下:
1. 物流(Logistics)是指对货物移动过程进行规划、控制、储存、包装、装卸、运输、服务及提供相关信息的高效且有效的管理系统,从起点到终点,根据客户需求形成链条;
2. 货物是指物品、东西、植物、动物、水产品、其他产品,以满足消费者的需求或必要,具有经济价值;
3. 国际贸易(International Trade)是指将货物进口或出口老挝人民民主共和国,包括临时进口、临时出口和过境;
4. 集装箱堆场(Container Yard)是指储存和修理集装箱的场所;
5. 开发商是指根据投资促进法及其他相关法律获得许可投资开发港口的法人;
6. 项目投资者是指根据投资促进法及其他相关法律获得许可在港口范围内投资某一项目的法人。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ໂລຊິດສະຕິກ (Logistics) ໝາຍເຖິງ ລະບົບການຄຸ້ມຄອງບໍລິຫານຂະບວນການເຄື່ອນຍ້າຍສິນຄ້າທີ່ມີການວາງແຜນ, ຄວບຄຸມ, ເກັບຮັກສາ, ຫຸ້ມຫໍ່, ຄ່ຽນຖ່າຍ, ຂົນສົ່ງ, ບໍລິການ ແລະ ສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງທີ່ມີປະສິດທິພາບ ແລະ ປະສິດທິຜົນ ຈາກຕົ້ນທາງໄປຍັງປາຍທາງ ຕາມຄວາມຕ້ອງການຂອງລູກຄ້າຢ່າງເປັນຕ່ອງໂສ້;
2. ສິນຄ້າ ໝາຍເຖິງ ວັດຖຸ, ສິ່ງຂອງ, ພືດ, ສັດ, ສັດນ້ຳ, ຜະລິດຕະພັນອື່ນ ເພື່ອຕອບສະໜອງຄວາມຕ້ອງການ ຫຼື ຄວາມຈຳເປັນຂອງຜູ້ຊົມໃຊ້ ຊຶ່ງມີຄຸນຄ່າທາງດ້ານເສດຖະກິດ;
3. ການຄ້າສາກົນ (International Trade) ໝາຍເຖິງ ການນຳເອົາສິນຄ້າ ເຂົ້າມາ ຫຼື ສົ່ງອອກ ຈາກ ສປປ ລາວ ລວມທັງການນຳເຂົ້າຊົ່ວຄາວ, ການສົ່ງອອກຊົ່ວຄາວ ແລະ ການຜ່ານແດນ;
4. ລານຕູ້ສິນຄ້າ (Container Yard) ໝາຍເຖິງ ສະຖານທີ່ເກັບຮັກສາ ແລະ ສ້ອມແປງຕູ້ສິນຄ້າ;
5. ຜູ້ພັດທະນາ ໝາຍເຖິງ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດລົງທຶນໃຫ້ພັດທະນາທ່າບົກຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;
6. ຜູ້ລົງທຶນກິດຈະການ ໝາຍເຖິງ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດລົງທຶນກິດຈະການໃດໜຶ່ງ ຢູ່ພື້ນທີ່ໃນຂອບເຂດຂອງທ່າບົກຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.
第ມາດຕາ 3条
第3条 国家关于陆港工作的政策
国家创造条件并便利开发商和投资者能够获得国内外资金,以投资于陆港及其范围内的区域开发,旨在加强货物运输和物流的发展,以与区域和国际连接和对接。
国家注重以国家投资的形式发展陆港工作,通过培养人才、建设基础设施、提供必要的预算和物资,同时创造条件并便利上述工作高效和有效地进行。
国家保护开发商和投资者的权利和利益,按照本法令和投资促进法的规定。
ພາສາລາວ (老挝语原文)
ມາດຕາ 3 ນະໂຍບາຍຂອງລັດກ່ຽວກັບວຽກງານທ່າບົກ
ລັດ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນກິດຈະການສາມາດເຂົ້າເຖິງແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລົງທຶນເຂົ້າໃນການພັດທະນາທ່າບົກ ແລະ ພື້ນທີ່ໃນຂອບເຂດຂອງທ່າບົກ ແນໃສ່ສ້າງຄວາມເຂັ້ມແຂງໃນການພັດທະນາການຂົນສົ່ງສິນຄ້າ ແລະ ໂລຊິດສະຕິກ ໃຫ້ເຊື່ອມໂຍງ ແລະ ເຊື່ອມຈອດກັບ ພາກພື້ນ ແລະ ສາກົນ.
ລັດ ເອົາໃຈໃສ່ພັດທະນາວຽກງານທ່າບົກ ໃນຮູບການ ລັດລົງທຶນ ດ້ວຍການສ້າງບຸກຄະລາກອນ, ສ້າງໂຄງລ່າງພື້ນຖານ, ສະໜອງງົບປະມານ ແລະ ວັດຖຸປະກອນທີ່ຈຳເປັນພ້ອມທັງສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ວຽກງານດັ່ງກ່າວດຳເນີນໄປ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ລັດ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ພັດທະນາ ແລະ ຜູ້ລົງທຶນກິດຈະການຕາມທີ່ກຳນົດໄວ້ໃນດຳລັດສະບັບນີ້ ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.
第ມາດຕາ 4条
第4条 关于港口工作的原则
港口工作的开展应遵循以下原则:
1. 符合法律、国家经济社会发展计划、老挝人民民主共和国物流运输发展战略、老挝人民民主共和国为缔约方的公约及相关国际条约;
2. 确保依法管理,旨在提供便捷、快速、安全、畅通、现代化、透明、可核查、达到国际标准且环境友好的服务;
3. 通过与相关部门、地方政府及发展伙伴协调配合来管理港口工作。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການກ່ຽວກັບວຽກງານທ່າບົກ
ການເຄື່ອນໄຫວວຽກງານທ່າບົກ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດການພັດທະນາໂລຈິດສະຕິກຂົນສົ່ງສິນຄ້າຂອງ ສປປ ລາວ, ສົນທິສັນຍາ ທີ່ ສປປ ລາວເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ;
2. ຮັບປະກັນການຄຸ້ມຄອງດ້ວຍກົດໝາຍເພື່ອແນໃສ່ການບໍລິການ ໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂລ່ງລ່ຽນ, ທັນສະໄໝ, ໂປ່ງໃສ, ກວດສອບໄດ້, ໄດ້ມາດຕະຖານສາກົນ ແລະ ເປັນມິດກັບສິ່ງແວດລ້ອມ;
3. ຄຸ້ມຄອງວຽກງານທ່າບົກ ດ້ວຍການປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ.
第ມາດຕາ 5条
第5条 适用范围
本令适用于在老挝人民民主共和国境内涉及和从事陆港工作的个人、法人和组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ດຳລັດສະບັບນີ້ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ພົວພັນ ແລະ ເຄື່ອນໄຫວກ່ຽວກັບ ວຽກງານທ່າບົກ ຢູ່ ສປປ ລາວ.
第ມາດຕາ 6条
第6条 国际合作
国家促进与外国、地区和国际在港口工作方面的关系与合作,通过交流经验、信息、科学、技术、工艺和管理港口的经验,符合老挝人民民主共和国作为缔约方的条约和相关国际协定。
ພາສາລາວ (老挝语原文)
ມາດຕາ 6 ການຮ່ວມມືສາກົນ
ລັດ ສົງເສີມການພົວພັນ, ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານທ່າບົກ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກນິກ, ເຕັກໂນໂລຊີ ແລະ ປະສົບການໃນການພັດທະນາ ແລະ ຄຸ້ມຄອງທ່າບົກໂດຍສອດຄ່ອງກັບ ສົນທິສັນຍາທີ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.
第ມາດຕາ 7条
第7条 旱港的选址
老挝人民民主共和国境内的旱港选址应依据联合国亚洲及太平洋经济社会委员会政府间关于旱港的协定。
旱港可设于靠近国际口岸、省级战略区域、首都、商业区、工业区、农业区、经济区及其他区域,能够连接公路、铁路、港口和国际机场,并依据公共工程与运输部对经济技术可行性和选址研究的批准,且必须严格遵守本法令规定的权利和义务。
公共工程与运输部负责研究旱港选址,协调相关部委和地方行政机构,然后提交政府审议。
ພາສາລາວ (老挝语原文)
ມາດຕາ 7 ຈຸດທີ່ຕັ້ງຂອງທ່າບົກ
ທີ່ຕັ້ງຂອງທ່າບົກ ຢູ່ ສປປ ລາວ ແມ່ນອີງຕາມສົນທິສັນຍາລະຫວ່າງລັດຖະບານວ່າດ້ວຍທ່າບົກ ຂອງຄະນະກຳມາທິການອົງການສະຫະປະຊາຊາດດ້ານເສດຖະກິດ ແລະ ສັງຄົມ ປະຈຳພາກພື້ນອາຊີ - ປາຊີຟີກ.
ທ່າບົກ ອາດຕັ້ງຢູ່ໃກ້ກັບ ດ່ານສາກົນ, ເຂດຍຸດທະສາດຂອງ ແຂວງ, ນະຄອນຫຼວງ, ເຂດການຄ້າ, ອຸດສາຫະກຳ, ກະສິກຳ, ເຂດເສດຖະກິດ ແລະ ອື່ນໆ ທີ່ສາມາດເຊື່ອມຈອດກັບ ທາງຫຼວງ, ທາງລົດໄຟ, ທ່າເຮືອ ແລະ ສະໜາມບິນສາກົນ ໂດຍອີງຕາມການຮັບຮອງຜົນການສຶກສາຄວາມເປັນໄປໄດ້ ດ້ານເສດຖະກິດ-ເຕັກນິກ ແລະ ທີ່ຕັ້ງ ຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຕ້ອງປະຕິບັດຕາມສິດ ແລະ ໜ້າທີ່ ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນ ດຳລັດສະບັບນີ້ ຢ່າງເຂັ້ມງວດ.
ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຄົ້ນຄວ້າຈຸດທີ່ຕັ້ງຂອງທ່າບົກ ໂດຍປະສານສົມທົບກັບ ກະຊວງ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລ້ວສະເໜີລັດຖະບານພິຈາລະນາ.
第ມາດຕາ 8条
第8条 码头的标准
码头必须具有以下标准:
面积从七公顷以上;
有技术基础设施;
有机械车辆和设备;
信息通信技术系统;
安全系统;
以及其他必要的便利设施。
ພາສາລາວ (老挝语原文)
ມາດຕາ 8 ມາດຕະຖານຂອງທ່າບົກ
ທ່າບົກ ຕ້ອງມີມາດຕະຖານ ດັ່ງນີ້:
ມີເນື້ອທີ່ ແຕ່ເຈັດເຮັກຕາຂຶ້ນໄປ;
ມີໂຄງລ່າງພື້ນຖານທາງດ້ານເຕັກນິກ;
ມີກົນຈັກພາຫະນະ ແລະ ອຸປະກອນ;
ລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ;
ລະບົບຄວາມປອດໄພ;
ແລະ ອຳນວຍຄວາມສະດວກອື່ນທີ່ຈຳເປັນ.
第ມາດຕາ 9条
第9条 陆港必要技术基础设施
陆港必要技术基础设施如下:
1. 出入口和围栏;
2. 能够连接多式联运的内部道路;
3. 射线扫描检查区;
4. 相关官员检查场地;
5. 服务办公楼,供必要官员、承运人、发货人、经纪人、银行、保险及其他相关部门使用;
6. 陆港管理办公室和服务处;
7. 急救室;
8. 货物分拣场所;
9. 露天仓库和室内仓库;
10. 货物集散和装箱区;
11. 卡车停车场;
12. 集装箱堆场;
13. 处理区;
14. 危险品储存区;
15. 称重站。
此外,还有其他必要的技术基础设施,取决于每个陆港的规模和特点。
ພາສາລາວ (老挝语原文)
ມາດຕາ 9 ໂຄງລ່າງພື້ນຖານທາງດ້ານເຕັກນິກທີ່ຈຳເປັນຂອງທ່າບົກ
ໂຄງລ່າງພື້ນຖານທາງດ້ານເຕັກນິກທີ່ຈຳເປັນຂອງທ່າບົກ ມີດັ່ງນີ້:
1. ປະຕູເຂົ້າ-ອອກ ແລະ ຮົ້ວອ້ອມຮອບ;
2. ເສັ້ນທາງພາຍໃນທີ່ສາມາດເຊື່ອມຕໍ່ກັບການຂົນສົ່ງຫຼາຍຮູບແບບ;
3. ເຂດກວດກາດ້ວຍເຄື່ອງສາຍລັງສີ;
4. ລານກວດກາສຳລັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ;
5. ອາຄານຫ້ອງການບໍລິການ ສຳລັບເຈົ້າໜ້າທີ່ທີ່ຈຳເປັນ, ຜູ້ຈັດສົ່ງ, ຜູ້ສົ່ງ, ນາຍໜ້າ, ທະນາຄານ, ປະກັນໄພ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ;
6. ຫ້ອງການຄຸ້ມຄອງ ແລະ ບໍລິການທ່າບົກ;
7. ຫ້ອງປະຖົມພະຍາບານເບື້ອງຕົ້ນ;
8. ສະຖານທີ່ຄັດແຍກສິນຄ້າ;
9. ສາງສິນຄ້າກາງແຈ້ງ ແລະ ສາງສິນຄ້າໃນຮົ່ມ;
10. ພື້ນທີ່ເຕົ້າໂຮມ ແລະ ບັນຈຸສິນຄ້າ;
11. ລານຈອດລົດບັນທຸກ;
12. ລານຕູ້ສິນຄ້າ;
13. ພື້ນທີ່ບຳບັດ;
14. ພື້ນທີ່ເກັບຮັກສາສິນຄ້າອັນຕະລາຍ;
15. ຈຸດຊັ່ງນໍ້າໜັກ.
ນອກຈາກນີ້, ຍັງມີໂຄງລ່າງພື້ນຖານທາງດ້ານເຕັກນິກອື່ນທີ່ຈຳເປັນ ຊຶ່ງຂຶ້ນກັບຂະໜາດ ແລະ ຈຸດພິເສດຂອງແຕ່ລະທ່າບົກ.
第ມາດຕາ 10条
第10条 陆港的机械车辆和设备
陆港的机械车辆和设备如下:
1. 叉车;
2. 集装箱运输车;
3. 大型集装箱起重机;
4. 大型货物承载平台;
5. 托盘;
6. X光货物检查机;
7. 集装箱;
8. 动植物及其产品检查、研究、处理设备。
此外,还有其他必要的机械车辆和设备,取决于每个陆港的规模和特点。
ພາສາລາວ (老挝语原文)
ມາດຕາ 10 ຍານພາຫະນະກົນຈັກ ແລະ ອຸປະກອນຢູ່ທ່າບົກ
ຍານພາຫະນະກົນຈັກ ແລະ ອຸປະກອນຢູ່ທ່າບົກ ມີດັ່ງນີ້:
1. ລົດຍົກຍໍ (Forklift);
2. ລົດຄີບຕູ້ສິນຄ້າ (Container Carrier);
3. ເຄື່ອງຍົກຕູ້ສິນຄ້າຂະໜາດໃຫຍ່ (Gantry Crane);
4. ຖ້ານຮອງຮັບສິນຄ້າຂະໜາດໃຫຍ່ (Heavy Duty Platform);
5. ຖ້ານຮອງສິນຄ້າ (Pallet);
6. ເຄື່ອງກວດກາສິນຄ້າດ້ວຍລະບົບ X-Ray (X-Ray Inspection Machine);
7. ຕູ້ສິນຄ້າ (Container);
8. ອຸປະກອນກວດກາ, ວິໄຈ, ບຳບັດພະຍາດສັດ-ພືດ ແລະ ຜະລິດຕະພັນສັດ.
ນອກຈາກນີ້, ຍັງມີພາຫະນະກົນຈັກ ແລະ ອຸປະກອນອື່ນທີ່ມີຄວາມຈຳເປັນ ຊຶ່ງຂຶ້ນກັບຂະໜາດ ແລະ ຈຸດພິເສດຂອງແຕ່ລະທ່າບົກ.
第ມາດຕາ 11条
第11条 信息通信技术系统
用于陆港的现代化信息通信技术系统如下:
1. 电子数据交换系统;
2. 车辆和集装箱跟踪系统;
3. 电子银行系统;
4. 计费和支付系统;
5. 在线会计系统;
6. 电子报税系统;
7. 信息技术基础设施;
8. 人事管理系统;
9. 货物转运、装箱和移动控制系统;
10. 自动化港口管理和报告系统;
11. 仓库管理系统;
12. 货物配送管理系统。
此外,还有根据每个陆港的规模和特点所必需的其他信息通信技术系统。
ພາສາລາວ (老挝语原文)
ມາດຕາ 11 ລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານທີ່ທັນສະໄໝສຳລັບທ່າບົກ ມີ ດັ່ງນີ້:
1. ລະບົບອ່ານຂໍ້ມູນດ້ວຍເອເລັກໂຕຣນິກ (Electronic Data Interchange);
2. ລະບົບຕິດຕາມພາຫະນະ ແລະ ຕູ້ສິນຄ້າ (Vehicle and Container Tracking System);
3. ລະບົບການເງິນຜ່ານທະນາຄານດ້ວຍເຄື່ອງເອເລັກໂຕຣນິກ (Electronic Banking System);
4. ລະບົບຄິດໄລ່ ແລະ ຈ່າຍຄ່າບໍລິການ (Billing and Payment System);
5. ລະບົບບັນຊີແບບອອນລາຍ (Online Accounting System);
6. ລະບົບແຈ້ງພາສີແບບເອເລັກໂຕຣນິກ (Electronic Tax Declaration System);
7. ໂຄງລ່າງພື້ນຖານທາງດ້ານຂ່າວສານເຕັກໂນໂລຊີ (Information Technology Infrastructure);
8. ລະບົບຄຸ້ມຄອງພະນັກງານ (Personnel Management System);
9. ລະບົບຄຸ້ມຄອງການຄ່ຽນຖ່າຍ, ບັນຈຸ ແລະ ຄວບຄຸມການເຄື່ອນຍ້າຍສິນຄ້າ (Cargo Transfer, Packing and Movement Control System);
10. ລະບົບຄຸ້ມຄອງບໍລິຫານທ່າບົກ ແລະ ສະຫຼຸບລາຍງານແບບອັດຕະໂນມັດ (Automated Port Administration and Reporting System);
11. ລະບົບຄຸ້ມຄອງສາງສິນຄ້າ (Warehouse Management System);
12. ລະບົບຄຸ້ມຄອງການແຈກຢາຍສິນຄ້າ (Distribution Management System).
ນອກຈາກນີ້, ຍັງມີລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ທີ່ມີຄວາມຈຳເປັນຊຶ່ງຂຶ້ນກັບຂະໜາດ ແລະ ຈຸດພິເສດຂອງແຕ່ລະທ່າບົກ.
第ມາດຕາ 12条
第12条 安全系统
陆港所需的安全系统如下:
1. 闭路电视系统;
2. 安全防护系统;
3. 消防系统;
4. 安保系统;
5. 防雷系统。
此外,还有其他必要的安全系统,取决于每个陆港的规模和特点。
ພາສາລາວ (老挝语原文)
ມາດຕາ 12 ລະບົບຄວາມປອດໄພ
ລະບົບຄວາມປອດໄພທີ່ຈຳເປັນສຳລັບທ່າບົກ ມີດັ່ງນີ້:
1. ລະບົບກ້ອງວົງຈອນປິດ;
2. ລະບົບປ້ອງກັນຄວາມປອດໄພ;
3. ລະບົບປ້ອງກັນອັກຄີໄພ;
4. ລະບົບຮັກສາຄວາມປອດໄພ;
5. ລະບົບກັນຟ້າຜ່າ.
ນອກຈາກນີ້, ຍັງມີລະບົບຄວາມປອດໄພອື່ນທີ່ມີຄວາມຈຳເປັນ ຊຶ່ງຂຶ້ນກັບຂະໜາດ ແລະ ຈຸດພິເສດຂອງແຕ່ລະທ່າບົກ.
本页展示前 12 条,全文共 64 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读