工业烟草制品包装、标签及健康警示印制协议

ຂໍ້ຕົກລົງວ່າດ້ວຍ ການບັນຈຸ, ການຫຸ້ມຫໍ່, ການພິມຄຳເຕືອນສຸຂະພາບ ແລະ ສະຫຼາກ ຜະລິດຕະພັນຢາສູບແບບອຸດສາຫະກຳ

Agreement on Packaging, Labeling, and Health Warning Printing for Industrial Tobacco Products

简介

该协议规定老挝境内生产及进口工业烟草制品的包装、标签与健康警示标准,要求采用素色包装并印制图文健康警示,以细化烟草控制法实施。

Summary

This agreement sets standards for packaging, labeling, and health warnings of industrial tobacco products produced and imported in Laos, requiring plain packaging and graphic health warnings to implement the Tobacco Control Law.

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດມາດຕະຖານການຫຸ້ມຫໍ່, ປ້າຍກຳກັບ ແລະ ຄຳເຕືອນດ້ານສຸຂະພາບ ສຳລັບຜະລິດຕະພັນຢາສູບອຸດສາຫະກຳທີ່ຜະລິດ ແລະ ນຳເຂົ້າ ໃນ ສປປ ລາວ, ຮຽກຮ້ອງໃຫ້ໃຊ້ການຫຸ້ມຫໍ່ທີ່ມີສີສັນທຳມະດາ ແລະ ພິມຄຳເຕືອນດ້ານສຸຂະພາບທີ່ມີຮູບພາບ ແລະ ຂໍ້ຄວາມ, ເພື່ອລາຍລະອຽດການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ.

条文

第ມາດຕາ 1条

第1条 目的
本协议规定了关于工业烟草产品的管理、监测和检查、包装、包装、健康警告印刷和标签的规则,以使烟草控制法的内容更加详细,确保该法的实施便利、统一、高效和有效。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກໍານົດລະບຽບການກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາການບັນຈຸ, ການຫຸ້ມຫໍ່, ການພິມຄໍາເຕືອນສຸຂະພາບ ແລະ ສະຫຼາກຜະລິດຕະພັນຢາສູບ ແບບອຸດສາຫະກໍາ ເພື່ອເຮັດໃຫ້ເນື້ອໃນກົດຫນາຍວ່າດ້ວຍການຄວບຄຸມຢາສູບ ມີຄວາມລະອຽດ, ຮັບປະກັນການຈັດຕັ້ງປະຕິບັດກົດຫນາຍສະບັບດັ່ງກ່າວ ໃຫ້ມີຄວາມສະດວກ, ເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ.

第ມາດຕາ 2条

第2条 词语解释
在本协议中,下列词语具有以下含义:

1. 图片健康警示 指显示吸烟、二手烟暴露以及经济-社会和环境后果所导致的危害或疾病的图片;

2. 文字健康警示 指解释每张图片关于吸烟、二手烟暴露以及经济-社会和环境后果所导致的危害或疾病的警示文字;

3. 标签 指印在每个包装和容器外侧的文字,旨在让烟草产品使用者了解烟草对使用者健康和因烟草烟雾中的化学物质导致的二手烟暴露者的危害;

4. 滤嘴包装纸 指白色、软木色或其他类似颜色的纸,用于包裹烟草滤嘴,尺寸由卫生部规定;

5. 卷烟纸 指没有任何装饰的白色纸,包括除本协议规定以外的文字、图片、图形、符号、标记、商标、图案、压纹、样式、标签或其他物品;

6. 符号 指作为导向广告、劝诱和吸引使用烟草产品的渠道的电子扫描系统。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ໃນຂໍ້ຕົກລົງສະບັບນີ້, ຄຳສັບຕ່າງໆ ມີຄວາມໝາຍ ດັ່ງນີ້:

1. ຄຳເຕືອນສຸຂະພາບທີ່ເປັນຮູບພາບ ໝາຍເຖິງ ຮູບພາບທີ່ສະແດງເຖິງ ຜົນຮ້າຍ ຫຼື ພະຍາດ ທີ່ເກີດຈາກການຊົມໃຊ້ຢາສູບ, ການໄດ້ຮັບຄວັນຢາສູບມືສອງ ແລະ ຜົນສະທ້ອນທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ;

2. ຄຳເຕືອນສຸຂະພາບທີ່ເປັນຂໍ້ຄວາມ ໝາຍເຖິງ ຂໍ້ຄວາມຄຳເຕືອນທີ່ອະທິບາຍຄວາມໝາຍຂອງແຕ່ລະຮູບພາບ ກ່ຽວກັບຜົນຮ້າຍ ຫຼື ພະຍາດທີ່ເກີດຈາກການສູບຢາ, ການໄດ້ຮັບຄວັນຢາສູບມືສອງ ແລະ ຜົນສະທ້ອນທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ;

3. ສະຫຼາກ ໝາຍເຖິງ ຂໍ້ຄວາມທີ່ພິມໃສ່ດ້ານຂ້າງທາງນອກ ຂອງແຕ່ລະຊອງ ແລະ ຕຸດ ເພື່ອສະແດງໃຫ້ຜູ້ຊົມໃຊ້ຜະລິດຕະພັນຢາສູບຮັບຮູ້ ກ່ຽວກັບຜົນຮ້າຍຂອງຢາສູບຕໍ່ສຸຂະພາບຜູ້ຊົມໃຊ້ ແລະ ຜູ້ໄດ້ຮັບຄວັນຢາສູບມືສອງ ທີ່ເກີດຈາກ ສານເຄມີໃນຄວັນຢາສູບ;

4. ເຈ້ຍຫໍ່ກົ້ນກອງ ໝາຍເຖິງ ເຈ້ຍສີຂາວ, ສີໄມ້ກ໋ອກ ຫຼື ສີອື່ນທີ່ຄ້າຍຄືກັນ ຊຶ່ງນຳໃຊ້ຫຸ້ມທໍ່ກົ້ນກອງຢາສູບ ໂດຍມີຂະໜາດ ຕາມທີ່ກະຊວງສາທາລະນະສຸກ ກຳນົດ;

5. ເຈ້ຍພັນກອກຢາສູບ ໝາຍເຖິງ ເຈ້ຍສີຂາວໂດຍບໍ່ມີການຕົບແຕ່ງໃດໆ ລວມທັງ ຂໍ້ຄວາມ, ຮູບພາບ, ຮູບ, ສັນຍາລັກ, ເຄື່ອງໝາຍ, ເຄື່ອງໝາຍການຄ້າ, ລວດລາຍ, ລາຍສະຫຼັກ, ຮູບແບບ, ສະຫຼາກ ຫຼື ສິ່ງອື່ນໆ ນອກຈາກທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້;

6. ສັນຍາລັກ ໝາຍເຖິງ ລະບົບສະແກນເອເລັກໂຕຣນິກ ທີ່ເປັນຊ່ອງທາງນຳໄປສູ່ ການໂຄສະນາ, ຊັກຊວນ ແລະ ດຶງດູດໃຫ້ນຳໃຊ້ຜະລິດຕະພັນຢາສູບ.

第ມາດຕາ 3条

第3条 适用范围
本协议适用于在老挝境内生产和从国外进口的工业烟草制品,包括免税店。
本协议不适用于下列情况的烟草制品:
1. 为转运至第三国而进口的烟草制品,或为试验、分析或研究目的而进口的样品,且有明确的生产和进口证明文件;
2. 进入老挝人民民主共和国的旅客随身携带仅供个人使用或自吸的烟草制品,数量为每人十包或一条,符合法律和法规。

ພາສາລາວ (老挝语原文)

ມາດຕາ 3 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບຜະລິດຕະພັນຢາສູບແບບອຸດສາຫະກຳ ທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ລວມທັງໃນຮ້ານຄ້າປອດພາສີ.
ຂໍ້ຕົກລົງສະບັບນີ້ ບໍ່ນຳໃຊ້ສຳລັບຜະລິດຕະພັນຢາສູບ ໃນກໍລະນີ ດັ່ງນີ້:
1. ຜະລິດຕະພັນຢາສູບທີ່ນຳເຂົ້າມາ ເພື່ອສົ່ງຜ່ານໄປປະເທດທີສາມ ຫຼື ນຳເຂົ້າມາເພື່ອເປັນຕົວຢ່າງໃນການທົດລອງ, ວິເຄາະ ຫຼື ວິໄຈ ໂດຍມີຂໍ້ມູນຫຼັກຖານໃນການຜະລິດ ແລະ ນຳເຂົ້າມາ ຢ່າງຊັດເຈນ;
2. ຜະລິດຕະພັນຢາສູບທີ່ຜູ້ເດີນທາງເຂົ້າມາ ສປປ ລາວ ທີ່ໄດ້ນຳຕິດຕົວເຂົ້າມາສະເພາະ ເພື່ອຊົມໃຊ້ ຫຼື ສູບເອງໃນຈຳນວນສິບຊອງ ຫຼື ໜຶ່ງຕຸດຕໍ່ໜຶ່ງຄົນ ຕາມກົດໝາຍ ແລະ ລະບຽບການ.

第ມາດຕາ 4条

第4条 包装
在老挝人民民主共和国生产、进口、购买、销售和批发的工业烟草产品必须包装在烟包和烟条中。
烟草产品的包装应为每包二十支,每条十包,每箱或每盒五十条。

ພາສາລາວ (老挝语原文)

ມາດຕາ 4 ການບັນຈຸ
ຜະລິດຕະພັນຢາສູບແບບອຸດສາຫະກຳ ທີ່ຜະລິດ ແລະ ນຳເຂົ້າ, ຊື້, ຂາຍ ແລະ ຈຳໜ່າຍ ຢູ່ ສປປ ລາວ ຕ້ອງໄດ້ບັນຈຸໃສ່ຊອງ ແລະ ຕຸດຜະລິດຕະພັນຢາສູບ.
ການບັນຈຸຜະລິດຕະພັນຢາສູບ ໃຫ້ບັນຈຸ ຊາວກອກຕໍ່ໜຶ່ງຊອງ, ສິບຊອງຕໍ່ໜຶ່ງຕຸດ ແລະ ຫ້າສິບຕຸດຕໍ່ໜຶ່ງຫີບ ຫຼື ແກັດ.

第ມາດຕາ 4条

第4条 烟草产品包装标准
在老挝境内生产或从国外进口用于买卖和分销的烟支,包括在免税店内的,必须按以下规定包装:
1. 烟支包装纸必须使用白色纸张,不得有任何装饰,包括文字、图片、图形、符号、标记、商标、图案、浮雕、设计、标签或其他任何内容,除非本协议另有规定;
2. 烟支内衬纸必须使用白色或原木色(C68(10))或其他类似颜色;
3. 允许仅在一处印刷品牌名称或子品牌名称,且必须使用老挝语或英语,采用“Helvetica”常规字体,字号不超过6磅,颜色为浅灰色,色号为Pantone 428 C,并禁止在过滤嘴区域印刷。

ພາສາລາວ (老挝语原文)

ມາດຕາ 4 ມາດຕະຖານການຫຸ້ມຫໍ່ກອກຜະລິດຕະພັນຢາສູບ
ກອກຢາສູບທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ເພື່ອຊື້, ຂາຍ ແລະ ຈຳໜ່າຍ ຢູ່ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ ຕ້ອງກຳນົດໃຫ້ເປັນຮູບແບບ ດັ່ງນີ້:
1. ເຈ້ຍພັນກອກຢາສູບ ຕ້ອງເຮັດດ້ວຍເຈ້ຍສີຂາວ ໂດຍບໍ່ມີການຕົບແຕ່ງໃດໆ ລວມທັງຂໍ້ຄວາມ, ຮູບພາບ, ຮູບ, ສັນຍາລັກ, ເຄື່ອງໝາຍ, ເຄື່ອງໝາຍການຄ້າ, ລວດລາຍ, ລາຍສະຫຼັກ, ຮູບແບບ, ສະຫຼາກ ຫຼື ສິ່ງອື່ນໆ ນອກຈາກທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້;
2. ເຈ້ຍຫໍ່ກົນກອງ ຕ້ອງເຮັດດ້ວຍເຈ້ຍສີຂາວ ຫຼື ສີໄມ້ກ໋ອກ (C68(10)) ຫຼື ສີອື່ນທີ່ຄ້າຍຄືກັນ;
3. ອະນຸຍາດໃຫ້ພິມຊື່ຍີ່ຫໍ້ (Brand) ຫຼື ຊື່ຍ່ອຍຂອງຍີ່ຫໍ້ (Sub-brand) ໄດ້ພຽງບ່ອນດຽວເທົ່ານັ້ນ ແລະ ຕ້ອງພິມເປັນພາສາລາວ ຫຼື ພາສາອັງກິດ ໂດຍໃຊ້ຮູບແບບຕົວອັກສອນ “Helvetica” ແບບປົກກະຕິ ຊຶ່ງມີຂະໜາດບໍ່ເກີນ 6 ພ໋ອຍ (Point) ດ້ວຍສີເທົາອ່ອນ ທີ່ມີລະຫັດສີ Pantone 428 C ແລະ ຫ້າມພິມບໍລິເວນກົນກອງ.

第ມາດຕາ 5条

第5条 卷烟包装盒和条盒的包装标准

在老挝境内生产或从国外进口用于在老挝境内(包括免税店)购买、销售和分销的工业卷烟包装盒和条盒,必须按以下规定执行:

1. 包装盒和条盒的尺寸规定:
- 卷烟包装盒的正面和背面宽度为5.5至5.8厘米,长度为8.5至8.8厘米;
- 卷烟包装盒的侧面厚度为2.2厘米;
- 卷烟条盒的正面和背面宽度为27.5至29厘米,长度为8.5至8.8厘米;
- 卷烟条盒的侧面厚度为4.6厘米。

2. 卷烟包装盒和条盒的所有外表面必须为深橄榄绿色,哑光无光泽,颜色代码为Pantone 448 C,不得有任何装饰,不得有文字、图片、图形、符号、标记、商标、图案、纹理、形状、标签或其他任何内容,但印花税票和税收标记除外;

3. 境内生产或进口的工业卷烟产品的主品牌名称和子品牌名称的文字必须使用老挝语或英语印刷,字体为“Helvetica Neue”常规体,其中主品牌名称的字体大小不得超过20磅,如需显示子品牌名称,其字体大小不得超过15磅。若使用英语印刷,仅首字母大写,以浅灰色印刷,颜色代码为#CECECE,并印刷在深橄榄绿色哑光无光泽(Pantone 448 C)背景上,位于健康警示图片下方的中间位置,该位置不属于健康警示标签区域;

4. 卷烟产品的制造商或进口商名称必须使用老挝语或英语印刷,字体为“Helvetica Neue”常规体,字体大小不得超过10磅,以浅灰色印刷,颜色代码为#CECECE,并印刷在深橄榄绿色哑光无光泽(Pantone 448 C)背景上,位于上侧中间位置,该位置不属于健康警示标签印刷区域;

5. 卷烟包装盒和条盒的内表面必须为白色;

6. 如将卷烟包装在包装盒内或将包装盒集合包装在条盒内,所用包装材料必须为纸或与纸类似的材料,颜色仅为银色或白色,不得有任何装饰,不得有文字、图片、图形、符号、标记、商标、图案、纹理、形状、标签或其他任何内容;

7. 如对包装盒或条盒进行外包装,该外包装材料必须为无色透明材料,以便清晰看到文字、图片和健康警示标签。

ພາສາລາວ (老挝语原文)

ມາດຕາ 5 ມາດຕະຖານການຫຸ້ມຫໍ່ຊອງ ແລະ ຕຸດຜະລິດຕະພັນຢາສູບ

ຊອງ ແລະ ຕຸດຜະລິດຕະພັນຢາສູບແບບອຸດສາຫະກຳ ທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ເພື່ອຊື້, ຂາຍ ແລະ ຈຳໜ່າຍ ຢູ່ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ ຕ້ອງກຳນົດໃຫ້ເປັນຮູບແບບດັ່ງນີ້:

1. ຂະໜາດຂອງຊອງ ແລະ ຕຸດ ຕ້ອງກຳນົດ:
- ດ້ານໜ້າ ແລະ ຫຼັງຂອງຊອງຢາສູບ ຕ້ອງມີລວງກວ້າງ 5,5 ຫາ 5,8 ຊັງຕີແມັດ ແລະ ລວງຍາວ 8,5 ຫາ 8,8 ຊັງຕີແມັດ
- ດ້ານຂ້າງຂອງຊອງຢາສູບ ຕ້ອງມີຄວາມໜາ 2,2 ຊັງຕີແມັດ
- ດ້ານໜ້າ ແລະ ຫຼັງຂອງຕຸດຢາສູບ ຕ້ອງມີລວງກວ້າງ 27,5 ຫາ 29 ຊັງຕີແມັດ ແລະ ລວງຍາວ 8,5 ຫາ 8,8 ຊັງຕີແມັດ
- ດ້ານຂ້າງຂອງຕຸດຢາສູບ ຕ້ອງມີຄວາມໜາ 4,6 ຊັງຕີແມັດ

2. ດ້ານນອກທຸກດ້ານຂອງຊອງ ແລະ ຕຸດຜະລິດຕະພັນຢາສູບ ຕ້ອງເປັນສີນ້ຳຕານອົມຂຽວແກ່ ທີ່ເປັນສີດ້ານບໍ່ເຄືອບເງົາ ທີ່ມີລະຫັດສີ Pantone 448 C ໂດຍບໍ່ໃຫ້ມີການຕົບແຕ່ງໃດໆ ແລະ ບໍ່ໃຫ້ມີຂໍ້ຄວາມ, ຮູບພາບ, ຮູບ, ສັນຍາລັກ, ເຄື່ອງໝາຍ, ເຄື່ອງໝາຍການຄ້າ, ລວດລາຍ, ລາຍສະຫຼັກ, ຮູບແບບ, ສະຫຼາກ ຫຼື ສິ່ງອື່ນໆ ຍົກເວັ້ນ ສະແຕັມພາສີ ແລະ ອາກອນ ເທົ່ານັ້ນ;

3. ຕົວໜັງສືຂໍ້ຄວາມຂອງຊື່ຍີ່ຫໍ້ (Brand Name) ແລະ ຊື່ຍ່ອຍຂອງຍີ່ຫໍ້ (Sub-brand) ຂອງຜະລິດຕະພັນຢາສູບແບບອຸດສາຫະກຳທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ຕ້ອງພິມເປັນພາສາລາວ ຫຼື ພາສາອັງກິດ ໂດຍໃຊ້ຮູບແບບຕົວອັກສອນ “Helvetica Neue” ແບບປົກກະຕິ ຊຶ່ງຊື່ຂອງຍີ່ຫໍ້ (Brand Name) ຕ້ອງມີຂະໜາດບໍ່ເກີນ 20 ພ໋ອຍ (Point) ຫຼື ກໍລະນີທີ່ຕ້ອງການສະແດງ ຊື່ຍ່ອຍ ຂອງຍີ່ຫໍ້ (Sub-brand) ຕ້ອງມີຂະໜາດບໍ່ເກີນ 15 ພ໋ອຍ (Point). ໃນກໍລະນີຈັດພິມດ້ວຍພາສາອັງກິດ ສະເພາະອັກສອນໂຕທຳອິດ ໃຫ້ພິມເປັນຕົວອັກສອນພິມໃຫຍ່ ໂດຍພິມເປັນສີເທົາອ່ອນ ທີ່ມີລະຫັດສີ #CECECE ແລະ ໃຫ້ພິມຢູ່ເທິງພື້ນສີນ້ຳຕານອົມຂຽວແກ່ ທີ່ເປັນສີດ້ານບໍ່ເຄືອບເງົາ ທີ່ມີລະຫັດ Pantone 448 C, ພິມຢູ່ລະຫວ່າງກາງດ້ານລຸ່ມຂອງຮູບພາບຄຳເຕືອນ ຊຶ່ງບໍ່ແມ່ນພື້ນທີ່ສະຫຼາກຄຳເຕືອນສຸຂະພາບ;

4. ຊື່ຜູ້ຜະລິດ ຫຼື ຜູ້ນຳເຂົ້າຜະລິດຕະພັນຢາສູບ ຕ້ອງພິມເປັນພາສາລາວ ຫຼື ພາສາອັງກິດ ໂດຍໃຊ້ຮູບແບບຕົວອັກສອນ “Helvetica Neue” ແບບປົກກະຕິ ທີ່ມີຂະໜາດບໍ່ເກີນ 10 ພ໋ອຍ (Point) ດ້ວຍສີເທົາອ່ອນ ທີ່ມີລະຫັດສີ #CECECE ແລະ ໃຫ້ພິມຢູ່ເທິງພື້ນສີນ້ຳຕານອົມຂຽວແກ່ ທີ່ເປັນສີດ້ານບໍ່ເຄືອບເງົາ ທີ່ມີລະຫັດ Pantone 448 C, ພິມຢູ່ລະຫວ່າງກາງທາງດ້ານຂ້າງເບື້ອງເທິງ ຊຶ່ງບໍ່ແມ່ນພື້ນທີ່ທີ່ພິມສະຫຼາກຄຳເຕືອນສຸຂະພາບ;

5. ດ້ານໃນຂອງຊອງ ແລະ ຕຸດຜະລິດຕະພັນຢາສູບ ຕ້ອງເປັນສີຂາວເທົ່ານັ້ນ;

6. ກໍລະນີທີ່ມີການຫຸ້ມຫໍ່ກອກຢາສູບໃນຊອງ ຫຼື ຫຸ້ມຫໍ່ຊອງລວມກັນໃນຕຸດ, ສິ່ງທີ່ໃຊ້ຫຸ້ມຫໍ່ນັ້ນ ຕ້ອງເປັນເຈ້ຍ ຫຼື ວັດສະດຸອື່ນທີ່ດ້າຍກັບເຈ້ຍ ເປັນສີເງິນ ຫຼື ສີຂາວ ເທົ່ານັ້ນ ໂດຍປາສະຈາກການຕົບແຕ່ງໃດໆ ແລະ ບໍ່ໃຫ້ມີຂໍ້ຄວາມ, ຮູບພາບ, ຮູບ, ສັນຍາລັກ, ເຄື່ອງໝາຍ, ເຄື່ອງໝາຍການຄ້າ, ລວດລາຍ, ລາຍສະຫຼັກ, ຮູບແບບ, ສະຫຼາກ ຫຼື ສິ່ງອື່ນໆ;

7. ກໍລະນີມີການຫຸ້ມຫໍ່ຊອງ ຫຼື ຫຸ້ມຫໍ່ຕຸດ ວັດສະດຸຫຸ້ມຫໍ່ດັ່ງກ່າວ ຕ້ອງເປັນວັດສະດຸໃສທີ່ບໍ່ມີສີ ເທົ່ານັ້ນ ເພື່ອໃຫ້ສາມາດເບິ່ງເຫັນຂໍ້ຄວາມ, ຮູບພາບ ແລະ ສະຫຼາກຄຳເຕືອນສຸຂະພາບ ໄດ້ຢ່າງຊັດເຈນ.

第ມາດຕາ 6条

第6条 健康警示
烟草制品的健康警示包括图片健康警示和文字健康警示。
卫生与健康促进司、卫生部负责研究、确定图片和文字健康警示的格式和内容,并以老挝语提供给烟草制品生产商和进口商,以便上述各方按照原版格式正确印刷。
健康警示的格式和内容应定期根据国内、区域和国际的条件及技术研究成果进行更新。

ພາສາລາວ (老挝语原文)

ມາດຕາ 6 ຄຳເຕືອນສຸຂະພາບ
ຄຳເຕືອນສຸຂະພາບຜະລິດຕະພັນຢາສູບ ປະກອບດ້ວຍ ຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຄຳເຕືອນສຸຂະພາບທີ່ເປັນຂໍ້ຄວາມ.
ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ເປັນຜູ້ຄົ້ນຄວ້າ, ກຳນົດຮູບແບບ ແລະ ເນື້ອໃນຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຂໍ້ຄວາມ ເປັນພາສາລາວ ແລ້ວສະໜອງໃຫ້ແກ່ຜູ້ຜະລິດ ແລະ ນຳເຂົ້າຜະລິດຕະພັນຢາສູບ ເພື່ອໃຫ້ພາກສ່ວນດັ່ງກ່າວ ຈັດພິມໃຫ້ຖືກຕ້ອງຕາມຮູບແບບຂອງຕົ້ນສະບັບ.
ມີການປ່ຽນແປງຮູບແບບ ແລະ ເນື້ອໃນຄຳເຕືອນສຸຂະພາບ ໃນແຕ່ລະໄລຍະ ໂດຍອີງຕາມເງື່ອນໄຂ ແລະ ຜົນການຄົ້ນຄວ້າທາງດ້ານວິຊາການຢູ່ພາຍໃນ, ພາກພື້ນ ແລະ ສາກົນ.

第ມາດຕາ 7条

第7条 图片和文字形式的健康警示格式

在老挝人民民主共和国境内销售和分销的国产或进口工业烟草制品,包括免税店,必须印刷以下四色十种格式的图片和文字健康警示:

格式1:图片和文字警示“烟草杀死二分之一的吸烟者”

格式2:图片和文字警示“吸烟导致心脏病”

格式3:图片和文字警示“孕妇吸烟导致婴儿唇裂”

格式4:图片和文字警示“吸烟导致白内障”

格式5:图片和文字警示“吸烟导致喉癌”

格式6:图片和文字警示“吸烟导致肺结核”

格式7:图片和文字警示“吸烟导致肺癌”

格式8:图片和文字警示“吸烟导致牙齿变黑和口臭”

格式9:图片和文字警示“吸烟导致脑出血”

格式10:图片和文字警示“吸烟导致口腔癌”

健康警示格式的印刷必须轮换使用全部十种图片和文字格式,每五千包或五百条印刷一种格式,按照附件1中的原版执行。

ພາສາລາວ (老挝语原文)

ມາດຕາ 7 ຮູບແບບຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຂໍ້ຄວາມ

ຜະລິດຕະພັນຢາສູບແບບອຸດສາຫະກຳ ທີ່ຜະລິດຢູ່ພາຍໃນ ຫຼື ນຳເຂົ້າຈາກຕ່າງປະເທດ ເພື່ອຊື້, ຂາຍ ແລະ ຈຳໜ່າຍ ຢູ່ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ ຕ້ອງພິມຂໍ້ຄວາມ, ຄຳເຕືອນສຸຂະພາບເປັນຮູບພາບ ສິບ ຮູບແບບ ທີ່ເປັນ ສີ່ ສີ ດັ່ງນີ້:

ແບບທີ 1. ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ຢາສູບຂ້າຊີວິດ 1 ໃນ 2 ຂອງຄົນທີ່ບໍ່ອອກຢາສູບ

ແບບທີ 2. ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ສູບຢາພາໃຫ້ຫົວໃຈວາຍ

ແບບທີ 3. ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ແມ່ຖືພາສູບຢາລູກເກີດມາຈະປາກແວ່ງ

ແບບທີ 4. ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ສູບຢາພາໃຫ້ແກ່ນຕາຂຸ້ນ

ແບບທີ 5. ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ສູບຢາພາໃຫ້ເປັນມະເຮັງຄໍ

ແບບທີ 6. ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ສູບຢາພາໃຫ້ເປັນວັນນະໂລກ

ແບບທີ 7. ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ສູບຢາພາໃຫ້ເປັນມະເຮັງປອດ

ແບບທີ 8. ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ສູບຢາພາໃຫ້ແຂ້ວດຳປາກເຫັນ

ແບບທີ 9. ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ສູບຢາພາໃຫ້ເສັ້ນເລືອດສະໝອງແຕກ

ແບບທີ 10. ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ສູບຢາພາໃຫ້ເປັນມະເຮັງປາກ

ການຈັດພິມຮູບແບບຄຳເຕືອນສຸຂະພາບ ຕ້ອງໄດ້ສັບປ່ຽນໝູນວຽນຮູບພາບ ແລະ ຂໍ້ຄວາມຄຳເຕືອນ ທັງສິບ ຮູບແບບ ໂດຍພິມ ໜຶ່ງຮູບແບບຕໍ່ຫ້າພັນຊອງ ຫຼື ຫ້າຮ້ອຍຕຸດ ຕາມຕົ້ນສະບັບໃນເອກະສານຊ້ອນທ້າຍ 1.

第ມາດຕາ 8条

第8条 图形和文字健康警示的印刷

图形和文字健康警示的印刷应按以下方式进行:

1. 在香烟盒上印刷图形和文字健康警示:

1.1. 图形和文字警示的尺寸应为5.50至6.50厘米(宽),覆盖每面至少百分之七十五(75%),图形和文字警示应印刷在每盒正面和背面的外侧上方,清晰可见;

1.2. 印刷图形健康警示时,生产商或烟草产品进口商必须仅使用经卫生与健康促进司、卫生部批准的版本,其颜色强度、色重、尺寸和位置,包括图形和文字警示的清晰度,必须符合附件1中的原件;

1.3. 若香烟盒正面和背面的面积小于或大于46至50平方厘米(宽),所印刷的图形和文字警示可以缩小或放大尺寸,但必须保持宽度和高度的比例,包括图形的清晰度,以使文字警示覆盖该面积的至少百分之七十五(75%),若无法通过缩小或放大尺寸来保持宽度和高度的比例,包括图形和文字警示的清晰度,且缩小或放大导致图形和文字警示未能覆盖香烟盒正面和背面面积的百分之七十五(75%),则应在警示的上方或两侧的剩余部分添加哑光、无光泽的深棕绿色,颜色代码为Pantone 448 C,以使图形和文字警示覆盖香烟盒正面和背面面积的至少百分之七十五(75%);

2. 在香烟条盒上印刷图形和文字健康警示:

2.1. 对于面积在233至243平方厘米之间的条盒面(即面积最大的面),应印刷与香烟盒上相同尺寸的图形和文字警示,在条盒正面和背面的顶部边缘连续排列,每面五种样式,且必须印刷十种不重复的图形和文字警示样式;

2.2. 若条盒正面和背面的面积小于或大于233至243平方厘米(宽),必须印刷与香烟盒上相同尺寸的图形和文字警示,且数量应与条盒内所装盒数相同,在条盒的顶部边缘和左侧边缘连续排列;

2.3. 若按比例缩小或放大图形和文字警示的尺寸后,仍未覆盖规定面积的百分之七十五(75%),则应在警示的上方或两侧的剩余部分添加哑光、无光泽的深棕绿色,颜色代码为Pantone 448 C,以使图形和文字警示,包括哑光、无光泽的深棕绿色区域(颜色代码Pantone 448 C),覆盖条盒正面和背面每面至少百分之七十五(75%)。

ພາສາລາວ (老挝语原文)

ມາດຕາ 8 ການພິມຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຂໍ້ຄວາມ

ການພິມຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຂໍ້ຄວາມ ໃຫ້ພິມຕາມຮູບແບບ ດັ່ງນີ້:

1. ການພິມຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຂໍ້ຄວາມຄຳເຕືອນໃສ່ຊອງຢາສູບ:

1.1. ຮູບພາບ ແລະ ຂໍ້ຄວາມຄຳເຕືອນຕ້ອງມີຂະໜາດ 5,50 ຫາ 6,50 ຊັງຕີແມັດ (ກວ້າງ) ຊຶ່ງໃຫ້ກວມເອົາຢ່າງໜ້ອຍດ້ານລະ ເຈັດສິບຫ້າສ່ວນຮ້ອຍ (75%) ໂດຍໃຫ້ພິມຮູບພາບ ແລະ ຂໍ້ຄວາມຄຳເຕືອນໃສ່ທາງນອກເບື້ອງເທິງຂອງດ້ານໜ້າ ແລະ ຫຼັງຂອງແຕ່ລະຊອງ ໃຫ້ເຫັນໄດ້ຢ່າງຈະແຈ້ງ;

1.2. ການພິມຄຳເຕືອນສຸຂະພາບເປັນຮູບພາບ, ຜູ້ຜະລິດ ຫຼື ຜູ້ນຳເຂົ້າຜະລິດຕະພັນຢາສູບ ຕ້ອງພິມຕາມຕົ້ນສະບັບທີ່ໄດ້ຮັບອະນຸມັດຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ເທົ່ານັ້ນ ຊຶ່ງຄ່າຄວາມເຂັ້ມ, ນໍ້າໜັກສີ, ຂະໜາດ ແລະ ຕຳແໜ່ງຂອງຕົວອັກສອນ, ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ລວມທັງຄວາມຊັດເຈນຂອງຮູບຕ້ອງເປັນໄປຕາມຕົ້ນສະບັບ ໃນເອກະສານຊ້ອນທ້າຍ 1;

1.3. ໃນກໍລະນີຊອງຢາສູບດ້ານໜ້າ ແລະ ຫຼັງມີເນື້ອທີ່ນ້ອຍກວ່າ ຫຼື ຫຼາຍກວ່າ 46 ຫາ 50 ຕາລາງຊັງຕີແມັດ (ກວ້າງ), ຮູບພາບ ແລະ ຂໍ້ຄວາມຄຳເຕືອນທີ່ພິມນັ້ນ ສາມາດ ຫຍໍ້ ຫຼື ຂະຫຍາຍ ຂະໜາດໄດ້ ແຕ່ຕ້ອງຮັກສາສັດສ່ວນຂອງຄວາມກວ້າງ ແລະ ຄວາມສູງ ລວມທັງຄວາມຊັດເຈນ ຂອງຮູບພາບ ເພື່ອໃຫ້ຂໍ້ຄວາມຄຳເຕືອນກວມເອົາຢ່າງໜ້ອຍ ເຈັດສິບຫ້າສ່ວນຮ້ອຍ (75%) ຂອງເນື້ອທີ່ດັ່ງກ່າວ, ຖ້າບໍ່ສາມາດຫຍໍ້ ຫຼື ຂະຫຍາຍຂະໜາດເພື່ອຮັກສາສັດສ່ວນ ຄວາມກວ້າງ ແລະ ຄວາມສູງ ລວມທັງຄວາມຊັດເຈນຂອງຮູບພາບ ແລະ ຂໍ້ຄວາມຄຳເຕືອນ ແລະ ໃນກໍລະນີ ການຫຍໍ້ ຫຼື ຂະຫຍາຍ ເຮັດໃຫ້ຮູບພາບ ແລະ ຂໍ້ຄວາມຄຳເຕືອນບໍ່ກວມພື້ນທີ່ ເຈັດສິບຫ້າສ່ວນຮ້ອຍ (75%) ຂອງພື້ນທີ່ດ້ານໜ້າ ແລະ ຫຼັງຂອງຊອງຢາສູບ ໃຫ້ເພີ່ມເນື້ອທີ່ເປັນສີນໍ້າຕານອົມຂຽວແກ່ ທີ່ເປັນສີດ້ານ ບໍ່ເຄືອບເງົາ ທີ່ມີລະຫັດສີ Pantone 448 C ໃສ່ສ່ວນທີ່ເຫຼືອດ້ານເທິງສຸດ ຫຼື ສອງຂ້າງຂອງຄຳເຕືອນ ເພື່ອໃຫ້ຮູບພາບ ແລະ ຂໍ້ຄວາມຄຳເຕືອນກວມພື້ນທີ່ຢ່າງໜ້ອຍ ເຈັດສິບຫ້າສ່ວນຮ້ອຍ (75%) ຂອງພື້ນທີ່ ດ້ານໜ້າ ແລະ ຫຼັງຂອງຊອງຢາສູບ;

2. ການພິມຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຂໍ້ຄວາມຄຳເຕືອນໃສ່ຕຸດຢາສູບ:

2.1. ຕຸດຢາສູບດ້ານທີ່ມີເນື້ອທີ່ລະຫວ່າງ 233 ຫາ 243 ຕາລາງຊັງຕີແມັດ (ເຊິ່ງເປັນດ້ານທີ່ມີເນື້ອທີ່ຫຼາຍທີ່ສຸດ) ໃຫ້ພິມຮູບພາບ ແລະ ຂໍ້ຄວາມຄຳເຕືອນທີ່ມີຂະໜາດເທົ່າກັນກັບທີ່ພິມໃສ່ຊອງຢາສູບ ໂດຍໃຫ້ລຽນຕໍ່ກັນຕິດຂອບເທິງສຸດຂອງ ດ້ານໜ້າ ແລະ ດ້ານຫຼັງ ຕຸດຢາສູບ ດ້ານລະ ຫ້າຮູບແບບ ແລະ ຕ້ອງພິມຮູບພາບ ແລະ ຂໍ້ຄວາມຄຳເຕືອນ ສິບ ຮູບແບບ ບໍ່ຊໍ້າກັນ;

2.2. ໃນກໍລະນີດ້ານໜ້າ ແລະ ຫຼັງຂອງຕຸດຢາສູບມີເນື້ອທີ່ ນ້ອຍກວ່າ ຫຼື ຫຼາຍກວ່າ 233 ຫາ 243 ຕາລາງຊັງຕີແມັດ (ກວ້າງ) ຕ້ອງພິມຮູບພາບ ແລະ ຂໍ້ຄວາມຄຳເຕືອນທີ່ມີຂະໜາດເທົ່າກັນກັບທີ່ພິມໃສ່ຊອງຢາສູບ ແລະ ໃຫ້ມີຈຳນວນເທົ່າກັບຊອງທີ່ບັນຈຸໃນຕຸດຢາສູບ ໂດຍໃຫ້ລຽນຕິດຕໍ່ກັນຕິດຂອບດ້ານເທິງສຸດ ແລະ ຕິດຂອບດ້ານຊ້າຍຂອງຕຸດ;

2.3. ໃນກໍລະນີຫຍໍ້ ຫຼື ຂະຫຍາຍ ຂະໜາດຂອງຮູບພາບ ແລະ ຂໍ້ຄວາມຄຳເຕືອນ ຕາມສັດສ່ວນແລ້ວ ແຕ່ບໍ່ກວມຮອດ ເຈັດສິບຫ້າສ່ວນຮ້ອຍ (75%) ຂອງເນື້ອທີ່ກຳນົດ ໃຫ້ເພີ່ມເນື້ອທີ່ເປັນສີນໍ້າຕານອົມຂຽວແກ່ ທີ່ເປັນສີດ້ານ ບໍ່ເຄືອບເງົາ ທີ່ມີລະຫັດສີ Pantone 448 C ໃສ່ສ່ວນທີ່ເຫຼືອດ້ານເທິງສຸດ ຫຼື ສອງຂ້າງຂອງຄຳເຕືອນ ເພື່ອໃຫ້ຮູບພາບ ແລະ ຂໍ້ຄວາມຄຳເຕືອນ ລວມທັງເນື້ອທີ່ສີນໍ້າຕານອົມຂຽວແກ່ ທີ່ເປັນສີດ້ານ ບໍ່ເຄືອບເງົາ ທີ່ມີລະຫັດສີ Pantone 448 C ກວມຢ່າງໜ້ອຍ ດ້ານລະເຈັດສິບຫ້າສ່ວນຮ້ອຍ (75%) ຂອງດ້ານໜ້າ ແລະ ຫຼັງຕຸດຢາສູບ.

第ມາດຕາ 9条

第9条 烟草制品标签
烟草制品标签是印在每个包装和容器外表面的文字,旨在向烟草制品使用者展示烟草对使用者健康和二手烟吸入者健康的危害,这些危害由烟草烟雾中的化学物质引起。卫生与健康促进司、卫生部负责研究、确定老挝语标签的格式和内容,然后提供给烟草制品生产商和进口商,以便上述各方按照原版格式正确印刷,并定期更改标签的格式和内容,依据国内、区域和国际的技术条件和研究成果。

ພາສາລາວ (老挝语原文)

ມາດຕາ 9 ສະຫຼາກຜະລິດຕະພັນຢາສູບ
ສະຫຼາກຜະລິດຕະພັນຢາສູບ ແມ່ນ ຂໍ້ຄວາມທີ່ພິມໃສ່ດ້ານຂ້າງທາງນອກຂອງແຕ່ລະຊອງ ແລະ ຕຸດ ເພື່ອສະແດງໃຫ້ຜູ້ຊົມໃຊ້ຜະລິດຕະພັນຢາສູບຮັບຮູ້ ກ່ຽວກັບຜົນຮ້າຍຂອງຢາສູບຕໍ່ສຸຂະພາບຜູ້ຊົມໃຊ້ ແລະ ຜູ້ໄດ້ຮັບຄວັນຢາສູບມືສອງ ທີ່ເກີດຈາກສານເຄມີໃນຄວັນຢາສູບ.
ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ເປັນຜູ້ຄົ້ນຄວ້າ, ກຳນົດຮູບແບບ ແລະ ເນື້ອໃນຂອງສະຫຼາກທີ່ເປັນພາສາລາວ ແລ້ວສະໜອງໃຫ້ແກ່ຜູ້ຜະລິດ ແລະ ນຳເຂົ້າ ຜະລິດຕະພັນຢາສູບ ເພື່ອໃຫ້ພາກສ່ວນດັ່ງກ່າວ ຈັດພິມໃຫ້ຖືກຕ້ອງຕາມຮູບແບບຂອງຕົ້ນສະບັບ ໂດຍມີການປ່ຽນແປງຮູບແບບ ແລະ ເນື້ອໃນຂອງສະຫຼາກ ໃນແຕ່ລະໄລຍະ ໂດຍອີງຕາມເງືອນໄຂ ແລະ ຜົນການຄົ້ນຄວ້າທາງດ້ານວິຊາການຢູ່ ພາຍໃນ, ພາກພື້ນ ແລະ ສາກົນ.

第ມາດຕາ 10条

第10条 标签格式
在老挝人民民主共和国境内销售和分销的国产和进口工业烟草产品,包括在免税店销售的产品,必须有用老挝语书写的标签文字,显示烟草产品对健康的危害,必须使用老挝语印刷,采用“#%(16ໂຣອໄອໄາ 01”字体的常规样式,共十种格式,每种格式包含两条文字,如下:

格式1:甲. 向儿童出售烟草是伤害子孙
乙. 十分之七的吸烟儿童无法戒烟

格式2:甲. 吸烟导致血管堵塞
乙. 麻痹 停止

格式3:甲. 在家中吸烟使家人面临患病风险
乙. 在家中吸烟使孩子面临吸烟成瘾风险

格式4:甲. 吸烟导致血液中坏胆固醇增加
乙. 吸烟导致血管退化

格式5:甲. 高血压患者吸烟会更快导致瘫痪
乙. 糖尿病患者吸烟会更快导致并发症

格式6:甲. 吸烟导致肺结核
乙. 肺结核患者吸烟会导致死亡速度比正常快三倍

格式7:甲. 吸烟导致慢性肺炎
乙. 每吸一支烟都在损害肺部

格式8:甲. 吸烟导致肝癌
乙. 吸烟导致结肠癌

格式9:甲. 尼古丁是成瘾物质
乙. 尼古丁是有毒物质,损害大脑

格式10:甲. 吸烟导致癌症,痛苦死亡
乙. 吸烟导致二十种癌症

健康警示标签的印刷必须轮流更换全部十种格式(每种格式包含两条文字),每五千包或五百条印刷一种格式,按照附件2中的原件执行。

ພາສາລາວ (老挝语原文)

ມາດຕາ 10 ຮູບແບບສະຫຼາກ
ຜະລິດຕະພັນຢາສູບແບບອຸດສາຫະກຳ ທີ່ຜະລິດຢູ່ພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ເພື່ອຊື້, ຂາຍ ແລະ ຈຳໜ່າຍ ຢູ່ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ ຕ້ອງມີຂໍ້ຄວາມສະຫຼາກທີ່ເປັນພາສາລາວ ຊຶ່ງສະແດງໃຫ້ເຫັນ ກ່ຽວກັບຜົນຮ້າຍຂອງຜະລິດຕະພັນຢາສູບຕໍ່ສຸຂະພາບ ຊຶ່ງຕ້ອງພິມເປັນພາສາລາວ ໂດຍໃຊ້ຮູບແບບຕົວອັກສອນ “#%(16ໂຣອໄອໄາ 01” ແບບປົກກະຕິ ຈຳນວນ ສິບ ຮູບແບບ ຊຶ່ງໃນແຕ່ລະຫຶ່ງຮູບແບບມີສອງ ຂໍ້ຄວາມ ດັ່ງນີ້:

ແບບທີ 1: ກ. ຂາຍຢາສູບໃຫ້ເດັກເປັນການທຳຮ້າຍລູກຫຼານ
ຂ. ເຈັດສ່ວນສິບຂອງເດັກທີ່ຕິດຢາສູບເຊົາສູບຢາບໍ່ໄດ້

ແບບທີ 2: ກ. ສູບຢາພາໃຫ້ເສັ້ນເລືອດຕີບຕັ້ນ
ຂ. ພະມາ ຢຸ

ແບບທີ 3: ກ. ສູບຢາໃນເຮືອນພາໃຫ້ຄອບຄົວສ່ຽງເປັນພະຍາດ
ຂ. ສູບຢາໃນເຮືອນພາໃຫ້ລູກສ່ຽງຕິດຢາສູບ

ແບບທີ 4: ກ. ສູບຢາພາໃຫ້ໄຂມັນບໍ່ດີໃນເສັ້ນເລືອດເພີ່ມຂຶ້ນ
ຂ. ສູບຢາພາໃຫ້ຫຼອດເລືອດເສື່ອມ

ແບບທີ 5: ກ. ເປັນຄວາມດັນເລືອດສູງແລ້ວສູບຢາ ພາໃຫ້ເປັນອຳມະພາດໄວຂຶ້ນ
ຂ. ເປັນເບົາຫວານແລ້ວສູບຢາ ພາໃຫ້ເປັນພະຍາດແຊກຊ້ອນໄວຂຶ້ນ

ແບບທີ 6: ກ. ສູບຢາພາໃຫ້ເປັນວັນນະໂລກ
ຂ. ເປັນວັນນະໂລກແລ້ວສູບຢາ ພາໃຫ້ຕາຍໄວກວ່າປົກກະຕິສາມເທົ່າ

ແບບທີ 7: ກ. ສູບຢາພາໃຫ້ເປັນປອດອັກເສບຊຳເຮື້ອ
ຂ. ສູບຢາທຸກກອກທຳລາຍປອດ

ແບບທີ 8: ກ. ສູບຢາພາໃຫ້ເປັນມະເຮັງຕັບ
ຂ. ສູບຢາພາໃຫ້ເປັນມະເຮັງລຳໃສ້ໃຫຍ່

ແບບທີ 9: ກ. ນິໂກຕິນເປັນສານເສບຕິດ
ຂ. ນິໂກຕິນເປັນພິດທຳລາຍສະໝອງ

ແບບທີ 10: ກ. ສູບຢາພາໃຫ້ເປັນມະເຮັງຕາຍທໍລະມານ
ຂ. ສູບຢາພາໃຫ້ເປັນມະເຮັງຊາວຊະນິດ

ການຈັດພິມສະຫຼາກຄຳເຕືອນສຸຂະພາບ ຕ້ອງໄດ້ສັບປ່ຽນໝູນວຽນສະຫຼາກທັງ ສິບ ຮູບແບບ (ໜຶ່ງຮູບແບບ ມີສອງຂໍ້ຄວາມ) ໂດຍພິມໜຶ່ງຮູບແບບຕໍ່ຫ້າພັນຊອງ ຫຼື ຫ້າຮ້ອຍຕຸດ ຕາມຕົ້ນສະບັບໃນເອກະສານຊ້ອນທ້າຍ 2.

第ມາດຕາ 11条

第11条 标签印刷

烟草产品的标签印刷必须按以下规定执行:

1. 在老挝人民民主共和国境内生产、进口、购买、销售和分销的工业烟草产品,包括免税商店内的产品,必须按照卫生和健康促进司(卫生部)批准的版本印刷老挝语标签,标签中文字的浓度、颜色重量、尺寸和位置必须符合附件2中的原版;

2. 关于吸烟和二手烟(由烟草烟雾中的化学物质引起)危害的标签印刷,按照本协议第11条的规定,每包或每盒印刷一种图案,每一面必须印刷不同的标签;

3. 如果烟包侧面的面积在18至20平方厘米之间,必须印刷关于吸烟和二手烟危害的标签,尺寸为13.5至15平方厘米,覆盖每面至少75%,标签应印刷在烟包最下方的侧面,清晰可见;

4. 如果烟盒侧面的面积在121.5至138.65平方厘米之间,必须印刷关于吸烟和二手烟危害的标签,尺寸为91.19至104平方厘米,覆盖每面至少75%,标签应印刷在烟盒最左侧的侧面,清晰可见;

5. 如果烟包或烟盒侧面的面积小于或大于上述第3或第4款规定的面积,印刷的标签可以缩小或放大尺寸,但必须保持宽度和高度的比例,覆盖该面积至少75%,但如果按标签宽度和高度的比例缩小或放大后仍未覆盖烟包或烟盒侧面面积的75%,则应在标签剩余的最下方或两侧添加深棕绿色哑光颜色,颜色代码为...(原文乱码),以使标签覆盖烟包或烟盒侧面面积至少75%。

ພາສາລາວ (老挝语原文)

ມາດຕາ 11 ການພິມສະຫຼາກ

ການພິມສະຫຼາກຜະລິດຕະພັນຢາສູບ ຕ້ອງປະຕິບັດ ດັ່ງນີ້:

1. ຜະລິດຕະພັນຢາສູບແບບອຸດສາຫະກຳ ທີ່ຜະລິດ, ນຳເຂົ້າ, ຊື້, ຂາຍ ແລະ ຈຳໜ່າຍ ຢູ່ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ ຕ້ອງພິມສະຫຼາກເປັນພາສາລາວ ຕາມຕົ້ນສະບັບທີ່ໄດ້ຮັບອະນຸມັດ ຈາກກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ເທົ່ານັ້ນ ຊຶ່ງຄ່າຄວາມເຂັ້ມ, ນ້ຳໜັກສີ, ຂະໜາດ ແລະ ຕຳແໜ່ງຂອງຕົວອັກສອນໃນສະຫຼາກ ຕ້ອງເປັນໄປຕາມຕົ້ນສະບັບໃນເອກະສານຊ້ອນທ້າຍ 2;

2. ການພິມສະຫຼາກ ກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບມືສອງ ທີ່ເກີດຈາກສານເຄມີໃນຄວັນຢາສູບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂອງຂໍ້ຕົກລົງສະບັບນີ້ ໃຫ້ພິມຫຶ່ງຮູບແບບຕໍ່ຊອງ ຫຼື ຕຸດ ຊຶ່ງແຕ່ລະດ້ານ ຕ້ອງຈັດພິມສະຫຼາກທີ່ບໍ່ຊ້ຳກັນ;

3. ໃນກໍລະນີດ້ານຂ້າງຂອງຊອງຢາສູບມີເນື້ອທີ່ລະຫວ່າງ 18 ຫາ 20 ຕາຊັງຕີແມັດ (ຕຕາ) ຕ້ອງພິມສະຫຼາກ ກ່ຽວກັບຜົນຮ້າຍທີ່ເກີດຈາກຢາສູບ ແລະ ການໄດ້ຮັບຄວັນຢາສູບມືສອງ ໂດຍມີຂະໜາດ 13,5 ຫາ 15 ຕາຊັງຕີແມັດ (ຕຕາ) ຊຶ່ງກວມເອົາຢ່າງໜ້ອຍດ້ານລະ ເຈັດສິບຫ້າສ່ວນຮ້ອຍ (75%) ໂດຍໃຫ້ພິມສະຫຼາກໃສ່ດ້ານຂ້າງເບື້ອງລຸ່ມສຸດຂອງຊອງຢາສູບ ໃຫ້ເຫັນໄດ້ຢ່າງຈະແຈ້ງ;

4. ໃນກໍລະນີດ້ານຂ້າງຂອງຕຸດຢາສູບມີເນື້ອທີ່ລະຫວ່າງ 121,5 ຫາ 138,65 ຕາຊັງຕີແມັດ (ຕຕາ) ຕ້ອງພິມສະຫຼາກກ່ຽວກັບຜົນຮ້າຍທີ່ເກີດຈາກຢາສູບ ແລະ ການໄດ້ຮັບຄວັນຢາສູບມືສອງ ໂດຍມີຂະໜາດ 91,19 ຫາ 104 ຕາຊັງຕີແມັດ (ຕຕາ) ຊຶ່ງກວມເອົາຢ່າງໜ້ອຍດ້ານລະ ເຈັດສິບຫ້າສ່ວນຮ້ອຍ (75%) ໂດຍໃຫ້ພິມສະຫຼາກໃສ່ດ້ານຂ້າງເບື້ອງຊ້າຍສຸດຂອງຕຸດຢາສູບ ໃຫ້ເຫັນໄດ້ຢ່າງຈະແຈ້ງ;

5. ໃນກໍລະນີດ້ານຂ້າງຂອງຊອງ ຫຼື ຕຸດຢາສູບ ມີເນື້ອທີ່ນ້ອຍກວ່າ ຫຼື ຫຼາຍກວ່າ ທີ່ໄດ້ກຳນົດໄວ້ໃນຂໍ້ 3 ຫຼື 4 ຂ້າງເທິງນັ້ນ, ສະຫຼາກທີ່ພິມ ສາມາດຫຍໍ້ ຫຼື ຂະຫຍາຍຂະໜາດໄດ້ ແຕ່ຕ້ອງຮັກສາສັດສ່ວນຂອງຄວາມກວ້າງ ແລະ ຄວາມສູງ ໂດຍໃຫ້ກວມເອົາຢ່າງໜ້ອຍ ເຈັດສິບຫ້າສ່ວນຮ້ອຍ (75%) ຂອງເນື້ອທີ່ດັ່ງກ່າວ, ແຕ່ຖ້າຫຍໍ້ ຫຼື ຂະຫຍາຍຕາມສັດສ່ວນຄວາມກວ້າງ ແລະ ຄວາມສູງຂອງສະຫຼາກແລ້ວ ແຕ່ຍັງບໍ່ກວມພື້ນທີ່ຮອດ ເຈັດສິບຫ້າສ່ວນຮ້ອຍ (75%) ຂອງດ້ານຂ້າງຊອງ ຫຼື ຕຸດຢາສູບ ໃຫ້ເພີ່ມເນື້ອທີ່ ເປັນສີນ້ຳຕານົມຂຽວແກ່ ທີ່ເປັນສີດ້ານ ບໍ່ເດືອບເງົາ ທີ່ມີລະຫັດສີ ຂ໊ອດໄວຕຂ 008ຜບອ ຝ້ວເແຕາຣ -- ຕ໊ອຕໄດກ6 448 6 ໃສ່ສ່ວນທີ່ເຫຼືອດ້ານລຸ່ມສຸດ ຫຼື ສອງຂ້າງຂອງສະຫຼາກ ເພື່ອໃຫ້ສະຫຼາກ ກວມພື້ນທີ່ຢ່າງໜ້ອຍ ເຈັດສິບຫ້າສ່ວນຮ້ອຍ (75%) ຂອງພື້ນທີ່ດ້ານຂ້າງຊອງ ແລະ ຕຸດຢາສູບ.

本页展示前 12 条,全文共 23 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译