ຂໍ້ຕົກລົງວ່າດ້ວຍ ການປະຢັດ ແລະ ຕ້ານການຟູມເຟືອຍ ຕໍ່ການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ
节约反对浪费国家预算及资产使用协议
Agreement on Use of State Budget and Assets for Thrift and Anti-Waste
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດໂດຍຫົວໜ່ວຍພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້, ເນື້ອໃນຫຼັກແມ່ນການກຳນົດຫຼັກການ, ເປົ້າໝາຍ ແລະ ຂໍ້ກຳນົດການນຳໃຊ້ແບບປະຢັດ ແລະ ຕ້ານການຟຸມເຟືອຍ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການປະຢັດ ແລະ ຕ້ານການຟູມເຟືອຍ
ການປະຢັດແມ່ນ ການຫຼຸດຜ່ອນຄ່າສິນເປືອງໃນການນຳໃຊ້ງົບປະມານຂອງລັດ, ແຫຼ່ງທຶນ, ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ທີ່ມີຢູ່ຢ່າງຈຳກັດໃຫ້ມີປະສິດທິຜົນສູງ ໂດຍການນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດດັ່ງກ່າວ ດ້ວຍແຫຼ່ງທຶນທີ່ເທົ່າ ຫຼື ໜ້ອຍກວ່າເກົ່າ, ແຕ່ໄດ້ຮັບຜົນຕອບແທນຫຼາຍ ແລະ ດີກວ່າເກົ່າ, ຕາມອັດຕາ, ກຳນົດໝາຍ, ຫົວໜ່ວຍລາຄາ, ປະລິມານ ແລະ ລະດັບ ທີ່ໄດ້ກຳນົດໄວ້ ຫຼື ຕາມຄວາມຈຳເປັນ ແຕ່ຍັງສາມາດເຮັດໃຫ້ວຽກງານບັນລຸຜົນສຳເລັດໄດ້ຕາມເປົ້າໝາຍ.
ການຕ້ານການຟູມເຟືອຍ ແມ່ນການປູກຈິດສຳນຶກໃນການສ້າງແຜນ, ປະຕິບັດລາຍຈ່າຍງົບປະມານ ຂອງລັດ, ທຶນ ແລະ ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ເພື່ອຫຼີກລ່ຽງການໃຊ້ຈ່າຍໂດຍບໍ່ມີເຫດຜົນ, ບໍ່ສ້າງຜົນປະໂຫຍດຕອບແທນໃຫ້ລັດ ແລະ ສັງຄົມ.
ການປະຢັດ ແລະ ຕ້ານການຟູມເຟືອຍ ແມ່ນພັນທະ ແລະ ໜ້າທີ່ຂອງພະນັກງານ-ລັດຖະກອນ ທຸກຄົນ ເພື່ອເປັນທຶນຮອນສະສົມເຂົ້າໃນການພັດທະນາວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 24 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ