节约反对浪费国家预算及资产使用协议

ຂໍ້ຕົກລົງວ່າດ້ວຍ ການປະຢັດ ແລະ ຕ້ານການຟູມເຟືອຍ ຕໍ່ການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ

Agreement on Use of State Budget and Assets for Thrift and Anti-Waste

简介

该法规调整农林部下属单位使用国家预算和财产的行为,核心是规定节约与反对浪费的原则、目标及具体使用要求。

Summary

This regulation governs the use of state budgets and property by units under the Ministry of Agriculture and Forestry, focusing on principles, objectives, and specific usage requirements for economy and anti-waste.

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດໂດຍຫົວໜ່ວຍພາຍໃຕ້ກະຊວງກະສິກຳ ແລະ ປ່າໄມ້, ເນື້ອໃນຫຼັກແມ່ນການກຳນົດຫຼັກການ, ເປົ້າໝາຍ ແລະ ຂໍ້ກຳນົດການນຳໃຊ້ແບບປະຢັດ ແລະ ຕ້ານການຟຸມເຟືອຍ.

条文

第ມາດຕາ 1条

第2条 节约和反对浪费
节约是指减少使用国家预算、资金、财产、劳动力、时间、自然资源、能源和其他有限资源中的开支,以提高效率,通过使用上述自然资源,以相同或更少的资金,获得更多和更好的回报,按照规定的费率、目标、单价、数量和水平,或根据需要,但仍能使工作按目标成功完成。
反对浪费是指培养在制定计划、执行国家预算支出、资金和财产、劳动力、时间、自然资源、能源和其他方面的意识,以避免无理由的支出,不为国家和社会创造回报利益。
节约和反对浪费是所有公务员的义务和责任,以积累资本用于农业、林业和农村发展工作。

ພາສາລາວ (老挝语原文)

ມາດຕາ 2 ການປະຢັດ ແລະ ຕ້ານການຟູມເຟືອຍ
ການປະຢັດແມ່ນ ການຫຼຸດຜ່ອນຄ່າສິນເປືອງໃນການນຳໃຊ້ງົບປະມານຂອງລັດ, ແຫຼ່ງທຶນ, ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ທີ່ມີຢູ່ຢ່າງຈຳກັດໃຫ້ມີປະສິດທິຜົນສູງ ໂດຍການນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດດັ່ງກ່າວ ດ້ວຍແຫຼ່ງທຶນທີ່ເທົ່າ ຫຼື ໜ້ອຍກວ່າເກົ່າ, ແຕ່ໄດ້ຮັບຜົນຕອບແທນຫຼາຍ ແລະ ດີກວ່າເກົ່າ, ຕາມອັດຕາ, ກຳນົດໝາຍ, ຫົວໜ່ວຍລາຄາ, ປະລິມານ ແລະ ລະດັບ ທີ່ໄດ້ກຳນົດໄວ້ ຫຼື ຕາມຄວາມຈຳເປັນ ແຕ່ຍັງສາມາດເຮັດໃຫ້ວຽກງານບັນລຸຜົນສຳເລັດໄດ້ຕາມເປົ້າໝາຍ.
ການຕ້ານການຟູມເຟືອຍ ແມ່ນການປູກຈິດສຳນຶກໃນການສ້າງແຜນ, ປະຕິບັດລາຍຈ່າຍງົບປະມານ ຂອງລັດ, ທຶນ ແລະ ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ເພື່ອຫຼີກລ່ຽງການໃຊ້ຈ່າຍໂດຍບໍ່ມີເຫດຜົນ, ບໍ່ສ້າງຜົນປະໂຫຍດຕອບແທນໃຫ້ລັດ ແລະ ສັງຄົມ.
ການປະຢັດ ແລະ ຕ້ານການຟູມເຟືອຍ ແມ່ນພັນທະ ແລະ ໜ້າທີ່ຂອງພະນັກງານ-ລັດຖະກອນ ທຸກຄົນ ເພື່ອເປັນທຶນຮອນສະສົມເຂົ້າໃນການພັດທະນາວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.

第ມາດຕາ 2条

第2条 词语解释
本协议中使用的词语含义如下:
1. 节约 指对有限的预算、资金和国家财产、劳动力、工作时间、自然资源、能源及其他资源的使用,以低于规定标准但能使工作达到目标的方式,实现最高效率。
2. 浪费 指对预算、资金和国家财产、劳动力、工作时间、自然资源、能源及其他资源的使用超过规定标准,无益且效率不高。
3. 国家财产 指自然产生或人为创造的、属于国家和全民所有的财产,包括有形和无形的不动产和动产,位于老挝人民民主共和国领土范围内的地面、地下、水面、水下和领空,以及老挝人民民主共和国在国外的国家财产。
4. 国有土地 指仍为自然状态的土地,必须列入国家财产清单。
5. 国有已开发土地 指已经开发的土地,必须列入国家财产清单。
6. 国家预算支出 指国家预算支出以及来自国家预算和援助资金(贷款和赠款)的投资支出,用于国家机构、老挝建国阵线和中央及地方群众组织,这些支出已列入国家预算计划,每年由国会批准。
7. 资金 指国家或个人的货币或物资,以及法人或社会组织的货币或物资,用于某项投资。
8. 国家资金 指来自国家预算的资金、发展援助赠款、国家担保的信贷资金、国有企业的资金、国家合资企业的资金以及国家管理的其他资金。
9. 时间 指执行公务的时间、在国家国有企业、私营公司、工厂、车间和劳动单位工作的时间,以及社会日常生活中的一般时间和进行其他活动的时间。
10. 自然资源 指土地、水资源、森林、矿产、林产品及其他资源。
11. 组织 指党-国家组织、行政技术单位、武装力量单位、群众组织、社会组织、专业协会、国有企业及其他经济组织。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ການປະຢັດ ໝາຍເຖິງ ການນຳໃຊ້ງົບປະມານ, ທຶນ ແລະ ຊັບສິນຂອງລັດ, ແຮງງານ, ເວລາລັດຖະການ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ທີ່ມີຢູ່ຢ່າງຈຳກັດ ໃຫ້ມີປະສິດທິຜົນສູງສຸດ ໂດຍການນຳໃຊ້ແຫຼ່ງຊັບພະຍາກອນດັ່ງກ່າວ ໃນອັດຕາທີ່ຕໍ່າກວ່າມາດຕະຖານທີ່ໄດ້ກຳນົດໄວ້ ແຕ່ກໍ່ຍັງສາມາດເຮັດໃຫ້ວຽກງານບັນລຸຜົນສຳເລັດໄດ້ຕາມເປົ້າໝາຍ.
2. ການຟຸມເຟືອຍ ໝາຍເຖິງ ການນຳໃຊ້ງົບປະມານ, ທຶນ ແລະ ຊັບສິນຂອງລັດ, ແຮງງານ, ເວລາລັດຖະການ, ຊັບພະຍາກອນທຳມະຊາດ, ພະລັງງານ ແລະ ອື່ນໆ ທີ່ເກີນກຳນົດມາດຕະຖານທີ່ກຳນົດໄວ້ ໂດຍບໍ່ເກີດປະໂຫຍດ ແລະ ບໍ່ມີປະສິດທິຜົນສູງ.
3. ຊັບສິນຂອງລັດ ໝາຍເຖິງ ຊັບສົມບັດທີ່ເກີດຂຶ້ນຕາມທຳມະຊາດ ຫຼື ການສ້າງຂຶ້ນຂອງຄົນທີ່ເປັນກຳມະສິດຂອງລັດ ແລະ ວົງຄະນະຍາດແຫ່ງຊາດ ຊຶ່ງປະກອບດ້ວຍ ສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ທີ່ມີຕົວຕົນ ແລະ ບໍ່ມີຕົວຕົນ ຢູ່ເທິງໜ້າດິນ, ໃຕ້ດິນ, ເທິງນໍ້າ, ໃຕ້ນໍ້າ ແລະ ນ່ານຟ້າ ໃນຂອບເຂດຜືນແຜ່ນດິນຂອງ ສປປ ລາວ ລວມທັງຊັບສິນຂອງລັດ ສປປ ລາວ ທີ່ມີຢູ່ຕ່າງປະເທດ.
4. ດິນລັດ ໝາຍເຖິງ ດິນທີ່ຍັງເປັນທຳມະຊາດ ຊຶ່ງຕ້ອງໄດ້ຂຶ້ນບັນຊີຊັບສິນຂອງລັດ.
5. ທີ່ດິນລັດ ໝາຍເຖິງ ທີ່ດິນໄດ້ຮັບການພັດທະນາແລ້ວ ຊຶ່ງຕ້ອງໄດ້ຂຶ້ນບັນຊີຊັບສິນຂອງລັດ.
6. ລາຍຈ່າຍງົບປະມານຂອງລັດ ໝາຍເຖິງ ລາຍຈ່າຍງົບປະມານຂອງລັດ ແລະ ລາຍຈ່າຍລົງທຶນຈາກງົບປະມານຂອງລັດ ແລະ ທຶນຊ່ວຍເຫຼືອ ເພື່ອການພັດທະນາ (ເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ) ຂອງອົງການຈັດຕັ້ງລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ທີ່ໄດ້ກຳນົດໄວ້ຢູ່ໃນແຜນງົບປະມານຂອງລັດ ຊຶ່ງສະພາແຫ່ງຊາດໄດ້ຮັບຮອງເອົາໃນແຕ່ລະປີ.
7. ທຶນ ໝາຍເຖິງ ເງິນ ຫຼື ວັດຖຸ ຂອງລັດ ແລະ ເງິນ ຫຼື ວັດຖຸຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທາງສັງຄົມ ທີ່ນຳໃຊ້ເຂົ້າໃນການລົງທຶນໃດໜຶ່ງ.
8. ທຶນຂອງລັດ ໝາຍເຖິງ ທຶນຈາກງົບປະມານຂອງລັດ, ທຶນຊ່ວຍເຫຼືອລ້າ ເພື່ອການພັດທະນາ, ທຶນສິນເຊື່ອທີ່ລັດຄ້າປະກັນ, ທຶນຂອງລັດວິສາຫະກິດ, ທຶນຂອງວິສາຫະກິດທີ່ລັດຮ່ວມທຶນ ແລະ ທຶນອື່ນທີ່ລັດຄຸ້ມຄອງ.
9. ເວລາ ໝາຍເຖິງ ເວລາປະຕິບັດວຽກງານທາງລັດຖະການ, ເວລາເຮັດວຽກງານຢູ່ລັດວິສາຫະກິດຂອງລັດ, ບໍລິສັດເອກະຊົນ, ໂຮງຈັກ, ໂຮງງານ ແລະ ຫົວໜ່ວຍແຮງງານ, ເວລາທົ່ວໄປທີ່ສັງຄົມນຳໃຊ້ຊີວິດປະຈຳວັນ ແລະ ການປະຕິບັດກິດຈະກຳອື່ນ.
10. ຊັບພະຍາກອນທຳມະຊາດ ໝາຍເຖິງ ທີ່ດິນ, ຊັບພະຍາກອນນໍ້າ, ປ່າໄມ້, ແຮ່ທາດ, ເຄື່ອງປ່າຂອງດົງ ແລະ ຊັບພະຍາກອນອື່ນໆ.
11. ອົງການຈັດຕັ້ງ ໝາຍເຖິງ ອົງການຈັດຕັ້ງຂອງພັກ-ລັດ, ຫົວໜ່ວຍບໍລິຫານວິຊາການ, ຫົວໜ່ວຍກຳລັງປະກອບອາວຸດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ສະມາຄົມວິຊາຊີບ-ວິຊາສະເພາະ, ລັດວິສາຫະກິດ ແລະ ບັນດາອົງການຈັດຕັ້ງເສດຖະກິດອື່ນໆ.

第ມາດຕາ 3条

第4条 节约和反对浪费的目标

节约和反对浪费的目标,针对使用属于办公厅、各司、研究院、中心以及隶属于农林部的二级技术单位的职责范围内的国家预算和财产,如下:

1. 国家预算支出、国家各种基金和国有企业;
2. 财产、自然资源和能源;
3. 劳动力、时间和各种仪式。

ພາສາລາວ (老挝语原文)

ມາດຕາ 4 ເປົ້າໝາຍຂອງການປະຢັດ ແລະ ຕ້ານການຟູມເຟືອຍ

ເປົ້າໝາຍຂອງການປະຢັດ ແລະ ຕ້ານການຟູມເຟືອຍຕໍ່ການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຫ້ອງການ, ບັນດາກົມ, ສະຖາບັນ, ສູນ ແລະ ຫົວໜ່ວຍວິຊາການລະດັບສອງ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ມີດັ່ງນີ້:

1. ລາຍຈ່າຍງົບປະມານຂອງລັດ, ກອງທຶນຕ່າງໆຂອງລັດ ແລະ ລັດວິສາຫະກິດ;
2. ຊັບສິນ, ຊັບພະຍາກອນທຳມະຊາດ ແລະ ພະລັງງານ;
3. ແຮງງານ, ເວລາ ແລະ ພິທີການຕ່າງໆ.

第ມາດຕາ 4条

第4条 节约和反对浪费工作的原则

国家预算和财产的使用必须遵循以下原则:

1. 符合每年批准的政策计划、战略计划、项目计划、法律以及各个时期的国家经济社会发展计划;

2. 以节约为主,以反对浪费为重要,但必须确保所分配任务的完成,并坚决不影响本组织机构的正常工作;

3. 确保节约的坚决性和严格性,提高国家工作人员和公务员的模范带头作用;

4. 确保所有国家工作人员和公务员以及各级组织的参与,包括培养关于节约和反对浪费工作的意识,并参与监督、检查和评估国家预算和财产在各种工作中的使用情况;

5. 确保国家预算支出节约、公开、透明和可审计。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການກ່ຽວກັບວຽກງານການປະຢັດ ແລະ ຕ້ານການຟູມເຟືອຍ

ການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

1. ສອດຄ່ອງກັບແຜນນະໂຍບາຍ, ແຜນຍຸດທະສາດ, ແຜນໂຄງການທີ່ໄດ້ຮັບອະນຸມັດແຕ່ລະປີ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຕ່ລະໄລຍະ;

2. ຖືເອົາການປະຢັດເປັນຕົ້ນຕໍ ແລະ ຖືເອົາການຕ້ານການຟູມເຟືອຍເປັນສຳຄັນ ແຕ່ຕ້ອງຮັບປະກັນຜົນສຳເລັດຂອງວຽກທີ່ໄດ້ຮັບມອບໝາຍ ແລະ ເດັດຂາດບໍ່ໃຫ້ມີຜົນກະທົບຕໍ່ກັບວຽກງານປົກກະຕິຂອງອົງການຈັດຕັ້ງຂອງຕົນ;

3. ຮັບປະກັນຄວາມເດັດຂາດ ແລະ ຄວາມເຂັ້ມງວດໃນການປະຢັດ, ຍົກສູງຄວາມເປັນແບບຢ່າງນຳພາຂອງພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ຂອງລັດ;

4. ຮັບປະກັນການມີສ່ວນຮ່ວມຂອງພະນັກງານ-ລັດຖະກອນທຸກຄົນ ແລະ ການຈັດຕັ້ງທຸກຂັ້ນ, ລວມທັງການປູກຈິດສຳນຶກ ກ່ຽວກັບວຽກງານການປະຢັດ ແລະ ຕ້ານການຟູມເຟືອຍໂດຍມີສ່ວນຮ່ວມໃນການຕິດຕາມ, ກວດກາ ແລະ ປະເມີນຜົນການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດເຂົ້າໃນວຽກງານຕ່າງໆ;

5. ຮັບປະກັນການໃຊ້ຈ່າຍງົບປະມານຂອງລັດ ໃຫ້ປະຢັດ, ເປີດເຜີຍ, ໂປ່ງໃສ ແລະ ກວດສອບໄດ້.

第ມາດຕາ 5条

第5条 适用范围
本协议适用于隶属于农林部的各办公室、各司、各研究院、各中心以及二级技术单位,涉及节约和反对浪费、国家预算和财产的使用。

ພາສາລາວ (老挝语原文)

ມາດຕາ 5 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ຫ້ອງການ, ບັນດາກົມ, ສະຖາບັນ, ສູນ ແລະ ຫົວໜ່ວຍວິຊາການ ລະດັບສອງ ທີ່ຂຶ້ນກັບກະຊວງ ກະສິກຳ ແລະ ປ່າໄມ້ ກ່ຽວກັບການປະຢັດ ແລະ ຕ້ານການຟູມເຟືອຍ, ຕໍ່ການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ.

第ມາດຕາ 6条

第6条 国家预算和财产的使用
国家预算和财产的使用是指使用电力、自来水、各种通信设备、各种服务设备以及车辆,如本协议第8条、第9条、第10条和第11条所规定。

ພາສາລາວ (老挝语原文)

ມາດຕາ 6 ການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ
ການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ ແມ່ນການນຳໃຊ້ພະລັງງານໄຟຟ້າ, ນ້ຳປະປາ, ອຸປະກອນສື່ສານຕ່າງໆ ແລະ ອຸປະກອນເຄື່ອງຮັບໃຊ້ຕ່າງໆ ແລະ ພາຫະນະ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 8, 9, 10 ແລະ 11 ຂອງຂໍຕົກລົງສະບັບນີ້.

第ມາດຕາ 7条

第7条 电力的使用
电力的使用应比上一年减少20%至25%,通过采取以下措施:
1. 提高警惕性和主动性,检查并跟踪每月的电费账单,以比较电流异常并查找电流偏差的原因,同时及时纠正,并安排预算支付,确保不产生逐年累积的债务;
2. 节假日、公休日和工作日,必须注意管理用电,例如:下午6:30至早上6:00,必须打开办公室内外周围的电灯开关,使其适当明亮。之后必须关闭办公室外周围的电灯开关;
3. 在工作日,中午12:00至下午1:00,如果离开办公室或办公场所一小时以上,必须关闭电灯开关,特别是空调、高耗电电器;
4. 在办公室、办公场所使用空调,必须将制冷温度控制在25摄氏度,离开办公室或下班前必须提前30分钟关闭空调,并定期清洁空气过滤网,天气条件允许时应减少空调使用;
5. 严禁在办公室内使用电力烹饪;
6. 必须对办公室、办公场所的电力系统安装进行重新检查和定期检查。如果发现使用的系统存在浪费,应进行整改和改进,通过使用节能灯或利用太阳能电力,以节省电费;
7. 对于新建的办公室、办公场所,应设计安装电力系统,包括电表、空调系统、照明灯安装点及其他电器设备,应为节能型,不奢华,并根据各办公室、办公场所的特点适当;
8. 安装或更换电力系统,应转向使用节能电力形式,对于走廊和卫生间区域的公共照明系统,应安装自动开关传感器设备,使灯仅在有人使用或光线不足时亮起,并避免使用单个开关控制多个灯;
9. 使用电脑、复印机及其他电器设备后,每次离开办公室前必须关闭机器、关灯,并按照各类电器的技术使用标准正确操作;
10. 应在适当位置张贴警示标志,以提醒用电的开关时间;
11. 在会议室用电方面,会议负责人应有意识地开关所有电器,例如:空调应在会议开始前15分钟开启,并在会议结束后关闭;照明灯和各类服务设备应在会议期间开启,会议结束后关闭所有电力;
12. 不得使用或从办公室、国家机关的电表接电用于家庭或个人利益,例如给电动汽车充电、洗车机、各类电器;
13. 对于在从事农业生产、加工和服务的中心和站点使用电力,例如烘干厂、选种厂、碾米厂等大量用电的,应单独安装电表,与总表分开;
14. 各部门应任命负责委员会,汇总各电表的使用电量和应付金额,根据每月账单,作为研究用电量和电费增加或减少的数据,向本部门领导报告,同时作为每年国家预算分配规划的数据,以确保充足。

ພາສາລາວ (老挝语原文)

ມາດຕາ 7 ການນຳໃຊ້ພະລັງງານໄຟຟ້າ
ການນຳໃຊ້ພະລັງງານໄຟຟ້າໃຫ້ຫຼຸດລົງຢ່າງໜ້ອຍ 20% ຫາ 25% ຂອງປະລິມານການນຳໃຊ້ພະລັງງານໄຟຟ້າ ໂດຍສົມທຽບໃສ່ປີຜ່ານມາ ດ້ວຍການນຳໃຊ້ມາດຕະການ ດັ່ງນີ້:
1. ຍົກສູງສະຕິຕື່ນຕົວ ແລະ ເປັນເຈົ້າການກວດກາ, ຕິດຕາມໃບບິນໄຟຟ້າຂອງແຕ່ລະເດືອນ ເພື່ອສົມທຽບຄວາມຜິດປົກກະຕິຂອງກະແສໄຟຟ້າ ແລະ ຊອກຫາສາເຫດຄວາມຜິດດ່ຽງຂອງກະແສໄຟຟ້າ, ພ້ອມທັງແກ້ໄຂໃຫ້ທັນເວລາ ແລະ ຈັດສັນງົບປະມານຊຳລະ, ຮັບປະກັນບໍ່ໃຫ້ເກີດເປັນໜີ້ສະສົມໄວ້ແຕ່ລະປີ;
2. ວັນພັກ, ວັນພັກລັດຖະການ ແລະ ວັນລັດຖະການ ຕ້ອງເອົາໃຈໃສ່ຄຸ້ມຄອງການນຳໃຊ້ໄຟຟ້າ ເຊັ່ນ: ເວລາ 18:30 ໂມງ (ຕອນແລງ) ຫາ 06:00 ໂມງ (ຕອນເຊົ້າ) ຕ້ອງເປີດສະວິດໄຟຟ້າອ້ອມໃນ ແລະ ນອກສະຖານທີ່ສຳນັກງານ, ຫ້ອງການ ໃຫ້ຮຸ່ງແຈ້ງຕາມຄວາມເໝາະສົມ. ຫຼັງຈາກນັ້ນ ຕ້ອງປິດສະວິດໄຟຟ້າອ້ອມນອກສະຖານທີ່ສຳນັກງານ, ຫ້ອງການ;
3. ໃນວັນລັດຖະການ, ສຳລັບຕອນທ່ຽງ ເວລາ 12:00 ໂມງ ຫາ 13:00 ໂມງ ຖ້າຫາກບໍ່ຢູ່ໃນຫ້ອງການ, ສຳນັກງານ ເປັນເວລາໜຶ່ງຊົ່ວໂມງຂຶ້ນໄປ ຕ້ອງປິດສະວິດໄຟຟ້າ ໂດຍສະເພາະ ແອເປັນ, ເຄື່ອງໃຊ້ໄຟຟ້າທີ່ນຳໃຊ້ກະແສໄຟຟ້າສູງ;
4. ການນຳໃຊ້ແອເຢັນ ໃນຫ້ອງການ, ສຳນັກງານ ຕ້ອງຄວບຄຸມອຸນຫະພູມຄວາມເຢັນໃນລະດັບ 25 ອົງສາເຊ, ກ່ອນອອກຈາກຫ້ອງການ ຫຼື ເລີກວຽກ ຕ້ອງປິດແອເປັນກ່ອນ 30 ນາທີ ແລະ ຕ້ອງມີການອະນາໄມແຜງກອງອາກາດ ເປັນປົກກະຕິ, ກໍລະນີສະພາບອາກາດເປັນ ຄວນຫຼຸດຜ່ອນການນຳໃຊ້ແອເປັນລົງ;
5. ບໍ່ອະນຸຍາດໃຫ້ນຳໃຊ້ກະແສໄຟຟ້າແຕ່ງກິນ ຢູ່ພາຍໃນຫ້ອງການຢ່າງເດັດຂາດ;
6. ໃຫ້ມີການກວດກາ ການຕິດຕັ້ງລະບົບກະແສໄຟຟ້າ ຂອງສຳນັກງານ, ຫ້ອງການ ຄືນໃໝ່ ແລະ ເປັນປົກກະຕິ. ຖ້າເຫັນວ່າ ລະບົບທີ່ນຳໃຊ້ຫາກມີຄວາມສິ້ນເປືອງ ແມ່ນໃຫ້ດຳເນີນການແກ້ໄຂ ແລະ ປັບປຸງ ໂດຍການນຳໃຊ້ດອກໄຟແບບປະຢັດ ຫຼື ນຳໃຊ້ພະລັງງານໄຟຟ້າຈາກແສງຕາເວັນ ເພື່ອປະຢັດຄ່າກະແສໄຟຟ້າ;
7. ສຳລັບການກໍ່ສ້າງສຳນັກງານ, ຫ້ອງການໃໝ່ ໃຫ້ອອກແບບຕິດຕັ້ງລະບົບກະແສໄຟຟ້າເປັນຕົ້ນ ກົງເຕີໄຟ, ລະບົບແອເປັນ, ຈຸດຕິດຕັ້ງຫຼອດໄຟແສງສະຫວ່າງ ແລະ ອຸປະກອນໄຟຟ້າອື່ນ ຄວນເປັນແບບປະຢັດ, ບໍ່ຟູມເຟືອຍ ແລະ ໃຫ້ເໝາະສົມ ຕາມຄຸນລັກສະນະຂອງແຕ່ລະສຳນັກງານ, ຫ້ອງການ;
8. ການຕິດຕັ້ງ ຫຼື ປ່ຽນຖ່າຍລະບົບໄຟຟ້າ ໃຫ້ຫັນໄປນຳໃຊ້ຮູບແບບປະຢັດພະລັງງານໄຟຟ້າ, ສຳລັບລະບົບດອກໄຟລວມ ຢູ່ທາງຍ່າງ ແລະ ບໍລິເວນຫ້ອງນ້ຳ ຄວນຕິດຕັ້ງອຸປະກອນລະບົບເຊັນເຊີປິດ-ເປີດອັດຕະໂນມັດ ເພື່ອໃຫ້ຫຼອດໄຟຮຸ່ງສະເພາະເວລາມີຄົນເຂົ້ານຳໃຊ້ ຫຼື ແສງສະຫວ່າງບໍ່ພຽງພໍ ແລະ ຫຼີກລ່ຽງການນຳໃຊ້ສະວິດປິດ-ເປີດອັນດຽວ ນຳໃຊ້ຫຼອດໄຟຫຼາຍຫຼອດ;
9. ການນຳໃຊ້ຄອມພິວເຕີ, ຈັກສຳເນົາເອກະສານ ແລະ ອຸປະກອນໄຟຟ້າອື່ນໆ ເມື່ອໃຊ້ແລ້ວໃຫ້ປິດເຄື່ອງ, ມອດໄຟ ກ່ອນອອກຈາກຫ້ອງການທຸກຄັ້ງ ແລະ ປະຕິບັດໃຫ້ຖືກຕ້ອງ ຕາມມາດຕະຖານເຕັກນິກການນຳໃຊ້ເຄື່ອງໄຟຟ້າແຕ່ລະຊະນິດ;
10. ໃຫ້ຕິດປ້າຍເຕືອນສະຕິໃສ່ບ່ອນເໝາະສົມ ເພື່ອເປັນການແຈ້ງເຕືອນເວລາເປີດ-ປິດ ການນຳໃຊ້ພະລັງງານໄຟຟ້າ;
11. ການນຳໃຊ້ໄຟຟ້າໃນຫ້ອງປະຊຸມ ຜູ້ຮັບຜິດຊອບກອງປະຊຸມ ຕ້ອງມີສະຕິ ເປີດ-ປິດ ເຄື່ອງໃຊ້ໄຟຟ້າທຸກຊະນິດ ເຊັ່ນ: ເວລາເປີດແອເປັນ ແມ່ນໃຫ້ເປີດກ່ອນການດຳເນີນກອງປະຊຸມ 15 ນາທີ ແລະ ປິດແອເຢັນ ພາຍຫຼັງສຳເລັດກອງປະຊຸມ, ສຳລັບໄຟຟ້າແສງສະຫວ່າງ ແລະ ອຸປະກອນຮັບໃຊ້ຕ່າງໆ ແມ່ນໃຫ້ເປີດໃຊ້ໃນເວລາດຳເນີນກອງປະຊຸມ, ພາຍຫຼັງສຳເລັດກອງປະຊຸມແມ່ນໃຫ້ປິດພະລັງງານໄຟຟ້າທັງໝົດ;
12. ບໍ່ໃຫ້ນຳໃຊ້ ຫຼື ຕໍ່ເອົາໄຟຟ້າຈາກກົງເຕີຂອງສຳນັກງານ, ອົງການຂອງລັດ ໄປນຳໃຊ້ເຂົ້າໃນຄອບຄົວ ຫຼື ຜົນປະໂຫຍດສ່ວນບຸກຄົນ ເປັນຕົ້ນ ສາກລົດໄຟຟ້າ, ປ່ຳອັດສີດລ້າງລົດ, ເຄື່ອງໃຊ້ໄຟຟ້າທຸກຊະນິດ;
13. ສຳລັບການນຳໃຊ້ກະແສໄຟຟ້າ ຢູ່ບັນດາສູນ ແລະ ສະຖານີ ທີ່ເຮັດໜ້າທີ່ໃນການຜະລິດ, ປຸງແຕ່ງ ແລະ ບໍລິການດ້ານກະສິກຳ ເປັນຕົ້ນ ໂຮງອົບ, ໂຮງຄັດເມັດ, ໂຮງສີເຂົ້າ ທີ່ນຳໃຊ້ພະລັງງານໄຟຟ້າຫຼາຍ ແມ່ນໃຫ້ຄົນຄວ້າແຍກເປັນກົງເຕີຕ່າງຫາກອອກຈາກອັນລວມ;
14. ໃຫ້ແຕ່ລະພາກສ່ວນ ແຕ່ງຕັ້ງຄະນະຮັບຜິດຊອບ ສັງລວມຂໍ້ມູນ ບໍລິມາດໄຟຟ້າທີ່ນຳໃຊ້ ແລະ ຈຳນວນທີ່ຈະຕ້ອງໄດ້ຈ່າຍ ເປັນແຕ່ລະກົງເຕີ ຕາມໃບບິນແຕ່ລະເດືອນ ເພື່ອເປັນຂໍ້ມູນວິໄຈ ການເພີ່ມຂຶ້ນ ຫຼື ຫຼຸດລົງ ຂອງບໍລິມາດ ແລະ ຄ່າໃຊ້ຈ່າຍໄຟຟ້າ ເພື່ອລາຍງານໃຫ້ຄະນະນຳຂອງຕົນຮັບຮູ້ ທັງເປັນຂໍ້ມູນໃນການຈັດສັນແຜນງົບປະມານຂອງລັດໃນແຕ່ລະປີໃຫ້ພຽງພໍ.

第ມາດຕາ 8条

第8条 自来水使用

在场所内部和办公楼、办公室范围内使用自来水,应比照上一年账单减少至少百分之五至百分之十的自来水使用量,通过采取以下措施:

1. 每个人应自觉监督并主动负责其责任场所的自来水使用,下班前必须检查并关紧水龙头。如发现水管破裂、漏水或水龙头损坏在其计量器范围内,应立即修理;如在计量器外,应通知负责部门及时修理;

2. 各部门应每月跟踪自来水账单,作为数据、研究用水量的增减并比较费用,如发现异常,必须查找原因并及时纠正,每年分配足够预算并确保不产生逐年累积的债务;

3. 对于新建办公楼、办公室,必须计算并安装现代化的节水自来水系统,例如公共卫生间的水龙头开关;

4. 严禁在政府机关、组织使用或接取自来水清洗个人使用的公车、私车或用于家庭用途;

5. 卫生间设计应设有男性专用小便器,以节约用水。

ພາສາລາວ (老挝语原文)

ມາດຕາ 8 ການນຳໃຊ້ນ້ຳປະປາ

ການນຳໃຊ້ນ້ຳປະປາ ໃນຂອບເຂດສະຖານທີ່ພາຍໃນ ແລະ ຕຶກອາຄານສຳນັກງານ, ຫ້ອງການ ໃຫ້ຫຼຸດລົງ ຢ່າງໜ້ອຍ ຫ້າ ສ່ວນຮ້ອຍ ຫາ ສິບ ສ່ວນຮ້ອຍ ຂອງປະລິມານການນຳໃຊ້ນ້ຳປະປາ ໂດຍສົມທຽບໃສ່ໃບບິນ ປີຜ່ານມາ ດ້ວຍການນຳໃຊ້ມາດຕະການ ດັ່ງນີ້:

1. ໃຫ້ທຸກຄົນ ມີສະຕິໃນການຕິດຕາມກວດກາ ແລະ ເປັນເຈົ້າການນຳໃຊ້ນ້ຳປະປາ ຢູ່ສະຖານທີ່ ຄວາມຮັບຜິດຊອບຂອງຕົນ, ກ່ອນເວລາເລີກການ ຕ້ອງກວດກາ ແລະ ປິດກ໊ອກນ້ຳໃຫ້ບົດ. ໃນກໍລະນີພົບເຫັນ ທໍ່ນ້ຳແຕກ, ນ້ຳຮົ່ວໄຫຼ ຫຼື ກ໊ອກນ້ຳເປ່ເພ ຢູ່ໃນຂອບເຂດກົງເຕີ້ຕົນແມ່ນໃຫ້ຮີບຮ້ອນສ້ອມແປງທັນທີ, ຖ້າຢູ່ ນອກກົງເຕີ້ ແມ່ນໃຫ້ແຈ້ງພາກສ່ວນຮັບຜິດຊອບ ເພື່ອສ້ອມແປງໃຫ້ທັນເວລາ;

2. ໃຫ້ແຕ່ລະພາກສ່ວນຕິດຕາມໃບບິນນ້ຳປະປາໃນແຕ່ລະເດືອນ ເພື່ອເປັນຂໍ້ມູນ, ວິໄຈ, ການເພີ່ມຂຶ້ນ ຫຼື ຫຼຸດລົງຂອງບໍລິມາດການນຳໃຊ້ນ້ຳ ແລະ ສົມທຽບລາຄາຄ່າໃຊ້ຈ່າຍ, ເມືອເຫັນວ່າມີຄວາມຜິດປົກກະຕິ ຕ້ອງຊອກຫາສາເຫດ ພ້ອມທັງແກ້ໄຂໃຫ້ທັນເວລາ, ຈັດສັນແຜນງົບປະມານໃນແຕ່ລະປີ ໃຫ້ພຽງພໍ ແລະ ຮັບປະກັນບໍ່ໃຫ້ເກີດເປັນຫີ້ສະສົມໄວ້ແຕ່ລະປີ;

3. ສຳລັບການກໍ່ສ້າງສຳນັກງານ, ຫ້ອງການໃຫ່ ຕ້ອງມີການຄິດໄລ່ ຕິດຕັ້ງລະບົບນ້ຳປະປາແບບທັນ ສະໄໜ ທີ່ມີການປະຢັດ ເປັນຕົ້ນ ກ໊ອກເປີດ-ປິດນ້ຳປະປາໃນຫ້ອງນໍຳລວມ;

4. ບໍ່ອະນຸຍາດໃຫ້ນຳໃຊ້ ຫຼື ຕໍ່ເອົານ້ຳປະປາ ຢູ່ສຳນັກງານ, ອົງການຂອງລັດ ລ້າງລົດລັດ ທີ່ບຸກຄົນ ນຳໃຊ້, ລົດສ່ວນຕົວ ຫຼື ນຳໃຊ້ເຂົ້າໃນຄອບຄົວຢ່າງເດັດຂາດ;

5. ການອອກແບບຫ້ອງນໍ້າ ໃຫ້ມີອັນສະເພາະຂອງຜູ້ຊາຍ ເພື່ອເປັນການປະຢັດນໍ້າ.

第ມາດຕາ 9条

第9条 各种通信设备和服务设备的使用
各种通信设备和服务设备的使用必须注意执行以下措施:

1. 在农业和林业领域的每个国家机关办公室使用通信设备,必须遵守节约和反对浪费的原则,针对国家预算和财产的使用以及相关规定;

2. 官方配备给国家机关办公室的通信设备,必须按照职责和工作任务正确使用,仅限用于公务,禁止用于个人事务,无论是在国内还是国外;如果有用于个人事务的情况,使用者必须自行承担全部费用;

3. 必须合理分配电话号码以适应工作任务,检查电话号码,对于未使用或无法使用的号码,必须及时处理,将电话号码与实际电话账单核对;如果某个号码连续三个月以上仅有固定费用,应通知公司停止使用;

4. 每月,负责部门必须检查国内和国际电话账单,如果发现异常增加,必须重新检查电话账单,调查、查找原因并及时处理,同时安排预算支付,避免每年产生累积债务;

5. 各种服务设备的使用,如桌子、椅子、柜子,必须充分利用,如果有损坏或使用寿命到期,必须向上级提出审议;如有更换新购的情况,必须严格按照关于使用国家资金采购和招标的法律执行。

ພາສາລາວ (老挝语原文)

ມາດຕາ 9 ການນຳໃຊ້ອຸປະກອນສື່ສານຕ່າງໆ ແລະ ອຸປະກອນເຄື່ອງຮັບໃຊ້ຕ່າງໆ
ການນຳໃຊ້ອຸປະກອນສື່ສານຕ່າງໆ ແລະ ອຸປະກອນເຄື່ອງຮັບໃຊ້ຕ່າງໆ ຕ້ອງໄດ້ເອົາໃຈໃສ່ປະຕິບັດບາງມາດຕະການ ດັ່ງນີ້:

1. ການນຳໃຊ້ອຸປະກອນສື່ສານ ຢູ່ແຕ່ລະສຳນັກງານອົງການຂອງລັດໃນຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງປະຕິບັດຕາມ ການປະຢັດ ແລະ ຕ້ານການຟູມເຟືອຍ ຕໍ່ການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ ແລະ ລະບຽບການທີ່ກ່ຽວຂ້ອງ;

2. ອຸປະກອນສື່ສານ ທີ່ທາງການຈັດຕັ້ງປະກອບໃຫ້ສຳນັກງານອົງການຂອງລັດ ຕ້ອງນຳໃຊ້ໃຫ້ຖືກຕ້ອງຕາມພາລະບົດບາດ ແລະ ໜ້າທີ່ວຽກງານລວມເທົ່ານັ້ນ, ຫ້າມນຳໃຊ້ໃນວຽກງານສ່ວນຕົວ ທັງພາຍໃນ ຫຼື ຕ່າງປະເທດ, ຖ້າມີການນຳໃຊ້ເຂົາໃນວຽກງານສ່ວນຕົວ, ຜູ້ທີ່ນຳໃຊ້ນັ້ນຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດດ້ວຍຕົນເອງ;

3. ຕ້ອງກຳນົດເບີໂທລະສັບໃຫ້ເໝາະສົມກັບໜ້າວຽກ, ກວດກາຄືນເບີໂທລະສັບ, ເບີໃດທີ່ບໍ່ໄດ້ນຳໃຊ້ ຫຼື ນຳໃຊ້ບໍ່ໄດ້, ຕ້ອງໄດ້ແກ້ໄຂໃຫ້ທັນເວລາ ໂດຍເອົາເລກໝາຍໂທລະສັບມາກວດໃສ່ໃບບິນໂທລະສັບຕົວຈິງ, ຖ້າເບີໃດມີສະເພາະລາຍຈ່າຍດ່າຊົວໃນໄລຍະສາມເດືອນຂຶ້ນໄປ ໃຫ້ແຈ້ງບໍລິສັດ ເພື່ອຢຸດເຊົາການນຳໃຊ້;

4. ໃນແຕ່ລະເດືອນ ພາກສ່ວນທີ່ຮັບຜິດຊອບ ຕ້ອງກວດກາໃບບິນຄ່າໂທລະສັບ ທັງພາຍໃນ ແລະ ຕ່າງປະເທດ ຖ້າເຫັນວ່າມີການເພີ່ມຂຶ້ນຜິດປົກກະຕິ ຕ້ອງກວດກາຄືນໃບບິນໂທລະສັບ, ວິໄຈ, ຊອກຫາສາເຫດ ແລະ ແກ້ໄຂໃຫ້ທັນເວລາ ພ້ອມທັງຈັດສັນງົບປະມານຊຳລະບໍ່ໃຫ້ເກີດເປັນໜີ້ສິນສະສົມໄວ້ແຕ່ລະປີ;

5. ການນຳໃຊ້ອຸປະກອນເຄື່ອງຮັບໃຊ້ຕ່າງໆ ເປັນຕົ້ນ ໂຕະ, ຕັ່ງ, ຕູ້ ຕ້ອງນຳໃຊ້ໃຫ້ຄຸ້ມຄ່າ, ຖ້າຫາກມີການເປ່ເພ ຫຼື ໝົດອາຍຸການນຳໃຊ້ ຕ້ອງສະເໜີຂັ້ນເທິງພິຈາລະນາ, ກໍລະນີມີການຈັດຊື້ປ່ຽນແທນໃໝ່ ຕ້ອງໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ຢ່າງເຂັມງວດ.

第ມາດຕາ 10条

第10条 车辆使用

车辆使用,除了遵守关于管理和使用国家车辆的具体规定外,还必须执行以下措施:

1. 按照工作目的和目标正确使用,真正主动地管理、使用、保养和维修,以节省国家预算支出;

2. 按照上级分配的工作职责正确使用,严禁用于私人业务;

3. 严格遵守各时期生效的法律法规;

4. 对于国家预算和资产的使用,各部门应指定负责委员会,定期进行监督、检查、整改和报告,每三个月、六个月、每年定期进行。

ພາສາລາວ (老挝语原文)

ມາດຕາ 10 ການນຳໃຊ້ພາຫະນະ

ການນຳໃຊ້ພາຫະນະ, ນອກຈາກປະຕິບັດຕາມລະບຽບການສະເພາະກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ພາຫະນະຂອງລັດແລ້ວ, ຍັງຕ້ອງປະຕິບັດມາດຕະການດັ່ງນີ້:

1. ນຳໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງ, ເປົ້າໝາຍຂອງວຽກງານຢ່າງແທ້ຈິງ, ເປັນເຈົ້າການໃນການຄຸ້ມຄອງ, ນຳໃຊ້, ບຳລຸງຮັກສາ ແລະ ສ້ອມແປງ ເພື່ອເປັນການປະຢັດລາຍຈ່າຍງົບປະມານຂອງລັດ;

2. ນຳໃຊ້ໃຫ້ຖືກຕ້ອງຕາມໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ແລະ ບໍ່ໃຫ້ເດືອນຮ້ອນຮັບໃຊ້ວຽກງານທຸລະກິດສ່ວນຕົວຢ່າງເດັດຂາດ;

3. ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ມີຜົນບັງຄັບໃຊ້ໃນແຕ່ລະໄລຍະຢ່າງເຂັ້ມງວດ;

4. ສຳລັບການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ ໃຫ້ແຕ່ລະພາກສ່ວນແຕ່ງຕັ້ງຄະນະຮັບຜິດຊອບໃນການຕິດຕາມ, ກວດກາ, ແກ້ໄຂ ແລະ ລາຍງານເປັນແຕ່ລະໄລຍະ ສາມເດືອນ, ຫົກເດືອນ, ປະຈຳປີ ຢ່າງເປັນປົກກະຕິ.

第ມາດຕາ 11条

第11条 国内公务活动
国内公务活动应执行以下措施:

1. 必须开展必要、有目标和重点的工作,通过制定每次工作计划,确定时间、人数和服务车辆,使其与实际工作期限相适应,确保工作效果,避免确定过多人员;

2. 不允许在中央或地方开展超出已批准计划、重复工作以及不按照自身组织职责正确开展的活动;

3. 乘车出行必须共用车辆,或在必要时可使用公共汽车、火车及其他更节约的交通工具,并应合理计算何种选择最佳且最节约;

4. 乘飞机出行仅允许在必要、紧急且时间有限的情况下,应与乘车出行进行比较,同时限制出行人数;

5. 对于老挝航空公司已到达国内外的航线或可与其他航空公司连接出行的航线,应购买老挝航空公司的机票;

6. 出差期间的差旅费、伙食费、住宿费,应严格执行财政部各时期颁布的关于国家预算支出规定、节约和反对浪费的协议;

7. 拟开展活动的预算计划必须属于已批准的计划,完成后必须向上级报告以获取下一步组织实施的指导,同时总结国家预算支出并持有确认的收据,如有结余或未按计划使用,必须返还国家预算,作为依法和按规定检查的依据;

8. 被指派开展活动但未到达工作地点、未履行所分配职责的个人,必须承担所有费用;如有伪造单据以套取资金的情况,将受到纪律处分并退还所收款项。

ພາສາລາວ (老挝语原文)

ມາດຕາ 11 ການເຄື່ອນໄຫວວຽກງານທາງລັດຖະການຢູ່ພາຍໃນປະເທດ
ການເຄື່ອນໄຫວວຽກງານທາງລັດຖະການຢູ່ພາຍໃນປະເທດ ໃຫ້ປະຕິບັດມາດຕະການ ດັ່ງນີ້:

1. ຕ້ອງເຄື່ອນໄຫວວຽກງານ ທີ່ມີຄວາມຈຳເປັນ, ມີເປົ້າໝາຍ ແລະ ຈຸດສຸມ ໂດຍການສ້າງແຜນການເຄື່ອນໄຫວວຽກງານແຕ່ລະຄັ້ງ ໃຫ້ກຳນົດເວລາ, ຈຳນວນຄົນ ແລະ ພາຫະນະຮັບໃຊ້ ໃຫ້ເໝາະສົມກັບໄລຍະການເຮັດວຽກຕົວຈິງ, ຮັບປະກັນປະສິດທິຜົນຂອງວຽກງານ, ຫຼີກລ່ຽງການກຳນົດຈຳນວນບຸກຄະລາກອນຫຼາຍເກີນໄປ;

2. ບໍ່ອະນຸຍາດໃຫ້ເຄື່ອນໄຫວວຽກງານ ຢູ່ສູນກາງ ຫຼື ທ້ອງຖິ່ນ ເກີນແຜນທີ່ໄດ້ອະນຸມັດ, ຊ້ຳຊ້ອນວຽກກັນ ແລະ ເຄື່ອນໄຫວວຽກງານບໍ່ຖືກຕ້ອງ ຕາມພາລະບົດບາດຂອງການຈັດຕັ້ງຕົນ;

3. ການເດີນທາງດ້ວຍລົດ ຕ້ອງໃຫ້ມີການນຳໃຊ້ລົດຮ່ວມກັນ ຫຼື ໃນກໍລະນີຈຳເປັນ ກໍ່ສາມາດນຳໃຊ້ລົດໂດຍສານ, ລົດໄຟ ແລະ ພາຫະນະອື່ນ ທີ່ເຫັນວ່າເປັນການປະຢັດກວ່າ ໂດຍໃຫ້ມີການຄິດໄລ່ຄວາມສົມເຫດສົມຜົນ ອັນໃດເປັນທາງເລືອກທີ່ດີ ແລະ ປະຢັດທີ່ສຸດ;

4. ການເດີນທາງດ້ວຍເຮືອບິນ ອະນຸຍາດສະເພາະກໍລະນີມີຄວາມຈຳເປັນ, ຮີບດ່ວນ ແລະ ມີເວລາຈຳກັດ ໂດຍໃຫ້ມີການສົມທຽບກັບການເດີນທາງດ້ວຍລົດ ພ້ອມນັ້ນ ໃຫ້ຈຳກັດຈຳນວນຄົນທີ່ເດີນທາງ;

5. ເສັ້ນທາງການບິນ ທີ່ມີສາຍການບິນຂອງລາວໄປຮອດທັງພາຍໃນ ແລະ ຕ່າງປະເທດ ຫຼື ສາມາດເຊື່ອມຕໍ່ເດີນທາງກັບສາຍການບິນອື່ນໄດ້ ໃຫ້ຊື້ປີ້ເຮືອບິນນຳສາຍການບິນຂອງລາວ;

6. ລາຍຈ່າຍຄ່າເດີນທາງ, ອັດຕາກິນ, ຄ່າພັກເຊົາ ໃນເວລາໄປເຄື່ອນໄຫວວຽກງານ ໃຫ້ປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍກຳນົດໜາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ ຂອງກະຊວງການເງິນວາງອອກແຕ່ລະໄລຍະ ຢ່າງເຂັ້ມງວດ;

7. ແຜນງົບປະມານທີ່ຈະເຄື່ອນໄຫວ ຕ້ອງຢູ່ໃນແຜນທີ່ໄດ້ຮັບການອະນຸມັດ, ພາຍຫຼັງສຳເລັດແລ້ວ ຕ້ອງລາຍງານໃຫ້ຂັ້ນເທິງຊາບ ເພື່ອຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດຄັ້ງຕໍ່ໄປ, ພ້ອມທັງສະຫຼຸບລາຍຈ່າຍງົບປະມານຂອງລັດ ແລະ ມີໃບບິນຮັບເງິນຢັ້ງຢືນ, ຖ້າມີສ່ວນເຫຼືອ ຫຼື ບໍ່ໄດ້ນຳໃຊ້ຕາມແຜນ ຕ້ອງສົ່ງຄືນເຂົ້າງົບປະມານຂອງລັດ ເພື່ອເປັນບ່ອນອີງໃນການກວດສອບຕາມກົດໝາຍ ແລະ ລະບຽບການ;

8. ກໍລະນີບຸກຄົນທີ່ຖືກແຕ່ງຕັ້ງລົງເຄື່ອນໄຫວວຽກງານ ແຕ່ບໍ່ໄປເຖິງສະຖານທີ່ເຮັດວຽກ, ບໍ່ປະຕິບັດຕາມໜ້າວຽກທີ່ຖືກມອບໝາຍໃຫ້ ຕ້ອງຮັບຜິດຊອບທຸກຄ່າໃຊ້ຈ່າຍທັງໝົດ, ໃນກໍລະນີມີການປອມແປງໃບບິນ ເພື່ອຊຳລະເອົາເງິນ ແມ່ນຈະຖືກປະຕິບັດວິໄນ ແລະ ໃຊ້ແທນຄືນຕາມຈຳນວນເງິນທີ່ໄດ້ຮັບໄປ.

第ມາດຕາ 12条

第12条 在国外进行公务活动
在国外进行公务活动,应执行以下措施:

1. 使用国家预算在国外进行公务活动,必须进行详细研究,仅选择必要的相关会议、研讨会、培训和履行职责的主题,限制参加人数以适应相关专业工作,确保参与的效果和成果;

2. 在使用国家预算的情况下,应根据财政部颁布的关于国家预算支出原则、节约和反对浪费的规定以及已批准的预算计划,正确计算差旅费、伙食费、住宿费和代表团津贴;完成后必须向上级报告以请示下一步组织实施的指导,同时总结国家行政预算支出并持有确认收据,如有结余或未按计划支出,必须返还国家预算;如有伪造单据以套取资金的情况,将受到纪律处分并按所收金额赔偿;

3. 如有来自东道国或资助方的支持,则按资助方根据法律和法规规定的条件执行。

ພາສາລາວ (老挝语原文)

ມາດຕາ 12 ການເຄື່ອນໄຫວວຽກງານທາງລັດຖະການຢູ່ຕ່າງປະເທດ
ການເຄື່ອນໄຫວວຽກງານທາງລັດຖະການຢູ່ຕ່າງປະເທດ ໃຫ້ປະຕິບັດມາດຕະການ ດັ່ງນີ້:

1. ການເຄື່ອນໄຫວວຽກງານທາງລັດຖະການຢູ່ຕ່າງປະເທດ ທີ່ນຳໃຊ້ງົບປະມານຂອງລັດ ຕ້ອງມີການຄົ້ນຄວ້າລະອຽດ ໂດຍເລືອກເຟັ້ນຫົວຂໍ້ກອງປະຊຸມ, ການສຳມະນາ, ການຝຶກອົບຮົມ ແລະ ການປະຕິບັດໜ້າທີ່ ກ່ຽວຂ້ອງ ແລະ ຈຳເປັນເທົ່ານັ້ນ ໂດຍຈຳກັດຈຳນວນຜູ້ເຂົ້າຮ່ວມໃຫ້ແທດເໝາະ ກັບວຽກງານວິຊາສະເພາະ ກ່ຽວຂ້ອງ, ຮັບປະກັນປະສິດທິຜົນ ແລະ ຜົນໄດ້ຮັບຂອງການເຂົ້າຮ່ວມ;

2. ໃນກໍລະນີນຳໃຊ້ງົບປະມານຂອງລັດ ແມ່ນໃຫ້ຄິດໄລ່ລາຍຈ່າຍຄ່າເດີນທາງ, ອັດຕາກິນ, ຄ່າພັກເຊົາ ແລະ ເງິນແຮຄະນະ ໃຫ້ຖືກຕ້ອງຕາມຂໍ້ຕົກລົງ ວ່າດ້ວຍກຳນົດຫຼັກການການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ ຂອງກະຊວງການເງິນວາງອອກ ແລະ ໃນແຜນງົບປະມານທີ່ໄດ້ຮັບອະນຸມັດ, ພາຍຫຼັງສຳເລັດແລ້ວ ຕ້ອງລາຍງານໃຫ້ຂັ້ນເທິງຊາບ ເພື່ອຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດຄັ້ງຕໍ່ໄປ, ພ້ອມທັງສະຫຼຸບລາຍຈ່າຍງົບປະມານບໍລິຫານຂອງລັດ ແລະ ມີໃບບິນຮັບເງິນຢືນຢັນ, ຖ້າມີສ່ວນເຫຼືອ ຫຼື ບໍ່ໄດ້ຈ່າຍຕາມແຜນ ຕ້ອງສົ່ງຄືນເຂົ້າງົບປະມານຂອງລັດ ໃນກໍລະນີມີການປອມແປງໃບບິນ ເພື່ອຊຳລະເອົາເງິນ ແມ່ນຈະຖືກປະຕິບັດວິໄນ ແລະ ໃຊ້ແທນຄືນ ຕາມຈຳນວນເງິນທີ່ໄດ້ຮັບໄປ;

3. ໃນກໍລະນີ ຫາກມີການສະໜັບສະໜູນ ຈາກປະເທດເຈົ້າພາບ ຫຼື ຜູ້ໃຫ້ທຶນ ແມ່ນປະຕິບັດຕາມເງື່ອນໄຂຂອງຜູ້ສະໜອງທຶນ ທີ່ກຳນົດໄວ້ ຕາມກົດໝາຍ ແລະ ລະບຽບການ.

本页展示前 12 条,全文共 24 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译