电信及数字化转型发展基金政令

ດຳລັດວ່າດວຍ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ

Decree on Fund for Development of Telecommunications and Digital Transformation

简介

该政令设立电信及数字化转型发展基金,规范其资金来源、管理原则与使用目标,以筹集资金支持老挝电信基础设施、数字化转型及数字技术应用。

Summary

This decree establishes the Telecommunications and Digital Transformation Development Fund, regulating its funding sources, management principles, and usage objectives to raise funds to support Laos' telecommunications infrastructure, digital transformation, and digital technology application.

ບົດສະຫຼຸບ

ດຳລັດນີ້ສ້າງຕັ້ງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ກຳນົດແຫຼ່ງທຶນ, ຫຼັກການຄຸ້ມຄອງ ແລະ ເປົ້າໝາຍການນຳໃຊ້ ເພື່ອລະດົມທຶນສະໜັບສະໜູນພື້ນຖານໂຄງລ່າງໂທລະຄົມມະນາຄົມ, ການຫັນເປັນດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນ ສປປ ລາວ.

条文

第ມາດຕາ 1条

第2条 电信和数字化转型发展基金
电信和数字化转型发展基金,缩写为“电信基金”,英文为“Telecommunication and Digital Transformation Development Fund”,是国家设立的基金,旨在筹集和调动国内外资金,用于数字化转型、扩大和发展电信基础设施至农村、偏远地区、人力资源开发、数字数据库系统、使用数字技术的安全以及促进数字技术的使用。

ພາສາລາວ (老挝语原文)

ມາດຕາ 2 ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ
ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ຂຽນຫຍໍ້ວ່າ “ກທດ” ເປັນພາສາອັງກິດວ່າ “Telecommunication and Digital Transformation Development Fund” ແມ່ນກອງທຶນຂອງລັດ ທີ່ສ້າງຕັ້ງຂຶ້ນເພື່ອສະສົມ ແລະ ລະດົມທຶນ ຈາກພາຍໃນ ແລະ ຕ່າງປະເທດ ນຳໃຊ້ເຂົ້າໃນການຫັນເປັນດິຈິຕອນ, ການຂະຫຍາຍ ແລະ ພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມ ໄປເຖິງຊົນນະບົດ, ເຂດຫ່າງໄກສອກຫຼີກ, ການພັດທະນາຊັບພະຍາກອນມະນຸດ, ລະບົບຖານດີຈີຕອນ, ຄວາມປອດໄພຂອງການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ສົ່ງເສີມການນຳໃຊ້ເຕັກໂນໂລຊີດີຈີຕອນ.

第ມາດຕາ 2条

第2条 词语解释

本法令中使用的词语具有以下含义:

1. 电信发展 指制定政策、人力资源开发和扩大电信基础设施,以确保城市地区的服务质量,覆盖偏远地区,并保障国家安全;

2. 数字化转型 指利用数字技术转变国家和社会经济活动的运作、生产、管理和服务;

3. 数字技术 指为支持数字化转型而开发的通信信息技术系统,包括云系统、平台系统、人工智能、大数据、区块链;

4. 数字政府 指在所有国家行政部门的管理和服务中应用数字技术;

5. 数字经济 指以数字技术为驱动工具的新型经济,提高公共和私营部门经济工作的效率和效益,为生产、贸易和服务创造附加值;

6. 数字社会 指以数字技术为工具推动、连接、服务和社会生活,使其更加便利、快捷、节约和高质量的社会;

7. 数字基础设施 指支持数字系统建设的信息通信技术基础设施,用于贸易、投资、管理、服务和社会交往;

8. 数字平台系统 指利用数字技术创建环境,连接服务提供者和使用者,使其能够共同使用服务或进行任何交易,包括政府在线服务平台、政府数据收集平台、结果展示平台;

9. 服务产品 指由技术和通信部利用数字技术创造的产出,为公共部门、私营部门和整个社会提供服务,包括电子文件管理系统、远程会议系统、在线讨论等;

10. 电信和互联网业务单位 指根据2020年11月16日第32/NA号电信法第26条和第27条规定提供服务的经营者;

11. 邮政业务单位 指根据2020年11月16日第33/NA号邮政法第26条和第27条规定提供服务的经营者。

ພາສາລາວ (老挝语原文)

ມາດຕາ 2 ການອະທິບາຍຄຳສັບ

ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ການພັດທະນາໂທລະຄົມມະນາຄົມ ໝາຍເຖິງ ການສ້າງນະໂຍບາຍ, ການພັດທະນາບຸກຄະລາກອນ ແລະ ການຂະຫຍາຍໂຄງລ່າງພື້ນຖານ ດ້ານໂທລະຄົມມະນາຄົມ ໃຫ້ຮັບປະກັນຄຸນນະພາບການບໍລິການ ໃນເຂດຕົວເມືອງ ໃຫ້ໄປເຖິງເຂດຫ່າງໄກສອກຫຼີກ ແລະ ຮັບປະກັນຄວາມໝັ້ນຄົງ ຂອງຊາດ;

2. ການຫັນເປັນດິຈີຕອນ ໝາຍເຖິງ ການນຳໃຊ້ເຕັກໂນໂລຊີດີຈີຕອນ ເພື່ອຫັນປ່ຽນການເຄື່ອນໄຫວ, ການຜະລິດ, ການບໍລິຫານ ແລະ ການບໍລິການ ຂອງລັດ ແລະ ການພັດທະນາເສດຖະກິດ-ສັງຄົມ;

3. ເຕັກໂນໂລຊີດີຈີຕອນ ໝາຍເຖິງ ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ທີ່ໄດ້ພັດທະນາໃຫ້ເປັນ ລະບົບທັນສະໄໝ ເພື່ອຮອງຮັບການຫັນເປັນດີຈີຕອນ ເປັນຕົ້ນ ລະບົບຄລາວ, ລະບົບແພລດຟອມ, ປັນຍາປະດິດ, ຖານຂໍ້ມູນມະຫາສານ, ກຸ່ມຂໍ້ມູນຜູກພັນ;

4. ລັດຖະບານດີຈີຕອນ ໝາຍເຖິງ ການນຳໃຊ້ເຕັກໂນໂລຊີດິຈີຕອນ ເຂົ້າໃນການບໍລິຫານ ແລະ ການບໍລິການ ໃນທຸກຂະແໜງການ ຂອງລັດ;

5. ເສດຖະກິດດີຈີຕອນ ໝາຍເຖິງ ເສດຖະກິດຮູບແບບໃໝ່ ທີ່ນຳໃຊ້ເຕັກໂນໂລຊີດີຈີຕອນ ເປັນເຄື່ອງມືໃນການຂັບເຄື່ອນ, ເພີ່ມປະສິດທິພາບ ແລະ ປະສິດທິຜົນ ຂອງວຽກງານເສດຖະກິດ ຂອງພາກລັດ ແລະ ເອກະຊົນ, ສ້າງມູນຄ່າເພີ່ມໃຫ້ແກ່ການຜະລິດ, ການຄ້າ ແລະ ການບໍລິການ;

6. ສັງຄົມດີຈີຕອນ ໝາຍເຖິງ ສັງຄົມ ທີ່ນຳໃຊ້ເຕັກໂນໂລຊີດີຈີຕອນ ເປັນເຄື່ອງມືໃນການຂັບເຄື່ອນ, ການເຊື່ອມໂຍງ, ການບໍລິການ ແລະ ການດຳເນີນຊີວິດຂອງສັງຄົມ ໃຫ້ມີຄວາມສະດວກ, ວ່ອງໄວ, ປະຢັດ ແລະ ມີຄຸນນະພາບ ຫຼາຍຂຶ້ນ;

7. ໂຄງລ່າງພື້ນຖານດິຈີຕອນ ໝາຍເຖິງ ໂຄງລ່າງພື້ນຖານເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ຮອງຮັບການສ້າງລະບົບດີຈີຕອນ ເພື່ອນຳໃຊ້ທາງດ້ານ ການຄ້າ, ການລົງທຶນ, ການບໍລິຫານ, ການບໍລິການ ແລະ ການພົວພັນ ໃນສັງຄົມ;

8. ລະບົບຖານດີຈີຕອນ ໝາຍເຖິງ ລະບົບພື້ນຖານໃດໜຶ່ງ ທີ່ນຳໃຊ້ເຕັກໂນໂລຊີດີຈີຕອນ ເພື່ອສ້າງສະພາບແວດລ້ອມ ໃນການເຊື່ອມໂຍງກັບ ຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ ສາມາດນຳໃຊ້ບໍລິການ ຫຼື ເຮັດທຸລະກຳໃດໜຶ່ງ ຮ່ວມກັນແບບທັນສະໄໝ ເປັນຕົ້ນ ແພລດຟອມໃຫ້ບໍລິການລັດຜ່ານອິນເຕີເນັດ, ແພລດຟອມເກັບຂໍ້ມູນພາກລັດ, ແພລດຟອມສະແດງຜົນ;

9. ຜະລິດຕະພັນການບໍລິການ ໝາຍເຖິງ ຜົນຜະລິດທີ່ສ້າງຂຶ້ນໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ດ້ວຍການນຳໃຊ້ ເຕັກໂນໂລຊີດີຈີຕອນ ເພື່ອໃຫ້ບໍລິການແກ່ ພາກລັດ, ພາກເອກະຊົນ ແລະ ສັງຄົມທົ່ວໄປ ເປັນຕົ້ນ ລະບົບບໍລິຫານເອກະສານເອເລັກໂຕຣນິກ, ລະບົບກອງປະຊຸມທາງໄກ, ການສົນທະນາອອນລາຍ ແລະ ອື່ນໆ;

10. ຫົວໜ່ວຍທຸລະກິດ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໝາຍເຖິງ ຜູ້ທີ່ດຳເນີນທຸລະກິດ ທີ່ໃຫ້ບໍລິການ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 26 ແລະ 27 ຂອງກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ ສະບັບເລກທີ 32/ສພຊ ວັນທີ 16 ພະຈິກ 2020;

11. ຫົວໜ່ວຍທຸລະກິດໄປສະນີ ໝາຍເຖິງ ຜູ້ທີ່ດຳເນີນທຸລະກິດ ທີ່ໃຫ້ບໍລິການ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 26 ແລະ 27 ຂອງກົດໝາຍວ່າດ້ວຍ ການໄປສະນີ ສະບັບເລກທີ 33/ສພຊ ວັນທີ 16 ພະຈິກ 2020.

第ມາດຕາ 3条

第3条 本法中的术语定义如下:

12. 数字企业单位 指根据2016年11月7日第02/国会号《信息技术、数据与新闻传播法》第38条和第39条以及2022年12月29日第31/国会号《电子交易法》第46条规定从事经营活动的实体;

13. 电信和互联网安全维护费 指因电信和互联网服务系统安全管理而产生的服务费,由技术和通信部在全国范围内直接负责。

ພາສາລາວ (老挝语原文)

ມາດຕາ 3 ຂອງກົດໝາຍວ່າດ້ວຍການໄປສະນີ ສະບັບເລກທີ 45/ສພຊ ວັນທີ 25 ທັນວາ 2013;

12. ຫົວໜ່ວຍທຸລະກິດດີຈີຕອນ ໝາຍເຖິງ ຜູ້ທີ່ດຳເນີນທຸລະກິດ ຕາມທີ່ກຳນົດໄວ້ໃນມາດຕາ 38 ແລະ ມາດຕາ 39 ຂອງກົດໝາຍວ່າດ້ວຍ ເຕັກໂນໂລຊີສື່ສານ ຂໍ້ມູນ ຂ່າວສານ ສະບັບເລກທີ 02/ສພຊ, ລົງວັນທີ 7 ພະຈິກ 2016 ແລະ ໃນມາດຕາ 46 ຂອງກົດໝາຍວ່າດ້ວຍ ທຸລະກຳທາງເອເລັກໂຕຣນິກ ສະບັບເລກທີ 31/ສພຊ, ລົງວັນທີ 29 ທັນວາ 2022;

13. ຄ່າຮັກສາຄວາມປອດໄພ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ໝາຍເຖິງ ຄ່າບໍລິການ ທີ່ເກີດຈາກການຄຸ້ມຄອງຄວາມປອດໄພ ຂອງລະບົບການບໍລິການ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ຊຶ່ງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຮັບຜິດຊອບໂດຍກົງ ໃນຂອບເຂດທົ່ວປະເທດ.

第ມາດຕາ 4条

第4条 基金管理和使用原则

电信发展和数字化转型基金的管理和使用应遵循以下原则:

1. 符合国家经济社会发展路线、政策、法律、国家经济社会发展规划以及技术和通信部门各时期的规划;

2. 按照中央集中统一的国家预算体系进行管理;

3. 确保高效、有效和可持续的运作;

4. 确保准确性、公正性、透明度和可核查性;

5. 确保定期进行监测、检查和评估。

ພາສາລາວ (老挝语原文)

ມາດຕາ 4 ຫຼັກການຄຸ້ມຄອງ ແລະ ນຳໃຊ້ກອງທຶນ

ການຄຸ້ມຄອງ ແລະ ນຳໃຊ້ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ໃຫ້ປະຕິບັດ ຕາມຫຼັກການ ດັ່ງນີ້:

1. ສອດຄອງກັບແນວທາງ ນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ;

2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ຕາມລະບົບງົບປະມານແຫ່ງລັດ;

3. ຮັບປະກັນການເຄື່ອນໄຫວ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ຍືນຍົງ;

4. ຮັບປະກັນຄວາມ ຖືກຕ້ອງ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້;

5. ຮັບປະກັນການ ຕິດຕາມ ກວດກາ ແລະ ປະເມີນຜົນ ຢ່າງເປັນປົກກະຕິ.

第ມາດຕາ 5条

第5条 资金来源

电信和数字化转型发展基金的资金来源如下:

1. 国家预算的拨款;
2. 电信、互联网、邮政和数字业务单位的营业收入(不包括间接税,如:消费税、增值税)的百分之一(1%);
3. 提供产品和服务收入的百分之五(5%);
4. 基金管理收入;
5. 违反有关技术和通信法律规章的罚款的百分之三十(30%);
6. 电信和互联网安全维护费收入;
7. 国内外个人、法人及组织的援助和捐款;
8. 其他合法收入来源。

ພາສາລາວ (老挝语原文)

ມາດຕາ 5 ແຫຼ່ງກອງທຶນ

ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ໄດ້ມາຈາກແຫຼ່ງທຶນ ດັ່ງນີ້:

1. ການປະກອບສ່ວນຂອງງົບປະມານແຫ່ງລັດ;
2. ໜຶ່ງສ່ວນຮ້ອຍ (1%) ຂອງລາຍຮັບທຸລະກິດ (ທີ່ບໍ່ລວມອາກອນທາງອ້ອມ ຄື: ອາກອນຊົມໃຊ້, ອາກອນມູນຄ່າເພີ່ມ) ຈາກຫົວໜ່ວຍທຸລະກິດ ໂທລະຄົມມະນາຄົມ ແລະ ອິນເຕີເນັດ, ຫົວໜ່ວຍທຸລະກິດ ໄປສະນີ ແລະ ຫົວໜ່ວຍທຸລະກິດດີຈີຕອນ;
3. ຫ້າສ່ວນຮ້ອຍ (5%) ຂອງລາຍຮັບ ຈາກການໃຫ້ບໍລິການຜະລິດຕະພັນການບໍລິການ;
4. ລາຍຮັບຈາກການບໍລິຫານກອງທຶນ;
5. ສາມສິບສ່ວນຮ້ອຍ (30%) ຈາກຄ່າປັບໃໝຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານ ເຕັກໂນໂລຊີ ແລະ ການສື່ສານ;
6. ລາຍຮັບຈາກຄ່າຮັກສາຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ;
7. ການຊ່ວຍເຫຼືອ ແລະ ປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;
8. ແຫຼ່ງລາຍຮັບອື່ນ ທີ່ຖືກຕ້ອງຕາມກົດໝາຍ.

第ມາດຕາ 6条

第6条 基金使用目标

电信和数字化转型发展基金的使用目标如下:

1. 建设、开发和维护必要的电信基础设施,以覆盖偏远地区、战略区域,保障国家安全,并与区域和国际互联互通;

2. 建设、开发和维护技术通信管理系统、应用程序、数字基础设施和数字数据库,确保安全、质量,保障国家安全,并与区域和国际互联互通;

3. 用于建设、开发、维护和管理电信和互联网系统,以保障国防和安全工作,根据政府的协议;

4. 研究、制定和修订法规,提供必要的设备和便利,用于电信和数字化转型发展,以支持数字政府、数字经济和数字社会的建设;

5. 培养电信和数字领域的高素质人才;

6. 支持电信和数字化转型工作的活动,包括会议、研讨会、培训、国内外公务活动,涉及电信和数字化转型发展;

7. 用于调整电信和数字服务的费率,特别是在教育、公共卫生、公共事业、灾害发生时的服务;

8. 监督、检查、项目评估、管理和基金运作;

9. 根据基金管理委员会的决定,其他相关目标。

ພາສາລາວ (老挝语原文)

ມາດຕາ 6 ເປົ້າໝາຍການນຳໃຊ້ກອງທຶນ

ເປົ້າໝາຍການນຳໃຊ້ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ມີ ດັ່ງນີ້:

1. ສ້າງ, ພັດທະນາ ແລະ ບຳລຸງຮັກສາ ໂຄງລ່າງພື້ນຖານໂທລະຄົມມະນາຄົມ ທີ່ຈຳເປັນ ເພື່ອໃຫ້ໄປເຖິງ ເຂດຫ່າງໄກສອກຫຼີກ, ເຂດຍຸດທະສາດ, ຮັບປະກັນຄວາມໝັ້ນຄົງ ຂອງຊາດ ແລະ ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ;

2. ສ້າງ, ພັດທະນາ ແລະ ບຳລຸງຮັກສາ ລະບົບຄຸ້ມຄອງເຕັກໂນໂລຊີ ແລະ ການສື່ສານ, ແອບພລິເຄຊັນ, ໂຄງລ່າງພື້ນຖານດີຈີຕອນ ແລະ ລະບົບຖານດີຈີຕອນ ໃຫ້ມີຄວາມປອດໄພ, ມີຄຸນນະພາບ, ຮັບປະກັນ ຄວາມໝັ້ນຄົງຂອງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ;

3. ນຳໃຊ້ເຂົ້າໃນການ ສ້າງ, ພັດທະນາ, ບຳລຸງຮັກສາ ແລະ ຄຸ້ມຄອງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມການຕົກລົງເຫັນດີ ຂອງລັດຖະບານ;

4. ຄົ້ນຄວ້າ ສ້າງ ແລະ ປັບປຸງນິຕິກຳ, ສະໜອງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ທີ່ຈຳເປັນ ເຂົ້າໃນການພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ເພື່ອຮອງຮັບໃນການສ້າງລັດຖະບານ ດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ;

5. ພັດທະນາບຸກຄະລາກອນ ທາງດ້ານໂທລະຄົມມະນາຄົມ ແລະ ດີຈີຕອນ ໃຫ້ໄດ້ຄຸນນະພາບສູງ;

6. ສະໜັບສະໜູນກິດຈະກຳການເຄື່ອນໄຫວວຽກງານໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ເປັນຕົ້ນ ປະຊຸມ, ສຳມະນາ, ຝຶກອົບຮົມ, ເຄື່ອນໄຫວວຽກທາງລັດຖະການ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ;

7. ນຳໃຊ້ເຂົ້າໃນການດັດສົມອັດຕາລາຄາການບໍລິການ ໂທລະຄົມມະນາຄົມ ແລະ ດີຈີຕອນ ເປັນຕົ້ນ ການບໍລິການທາງດ້ານ ການສຶກສາ, ສາທາລະນະສຸກ, ສາທາລະນະປະໂຫຍດ, ເວລາເກີດໄພພິບັດ;

8. ການຕິດຕາມ ກວດກາ, ການປະເມີນຜົນໂຄງການ, ການບໍລິຫານ ແລະ ການເຄື່ອນໄຫວວຽກງານ ກອງທຶນ;

9. ເປົ້າໝາຍອື່ນທີ່ກ່ຽວຂ້ອງ ຕາມການຕົກລົງ ຂອງສະພາບໍລິຫານກອງທຶນ.

第ມາດຕາ 7条

第7条 基金管理与支出

基金支出的管理应遵循以下规定:

1. 电信发展和数字化转型基金的支出必须纳入年度预算计划,并须经管理委员会批准;

2. 所有基金支出必须获得管理委员会主席或授权人的批准;

3. 基金支出必须遵守相关法律法规;

4. 所有基金支出目标不得与其他资金来源重复;

5. 基金的实施必须基于责任和效率。

ພາສາລາວ (老挝语原文)

ມາດຕາ 7 ການຄຸ້ມຄອງເບີກຈາຍເງິນກອງທຶນ

ການຄຸ້ມຄອງການເບີກຈາຍເງິນກອງທຶນ ຕ້ອງປະຕິບັດ ດັ່ງນີ້:

1. ການເບີກຈາຍ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ຕ້ອງນອນໃນແຜນງົບປະມານປະຈຳປີ ແລະ ຜ່ານການຮັບຮອງຈາກສະພາບໍລິຫານ ກທດ;

2. ທຸກການໃຊ້ຈ່າຍເງິນກອງທຶນ ຕ້ອງໄດ້ຮັບການອະນຸມັດ ຈາກປະທານສະພາບໍລິຫານ ຫຼື ຜູ້ຖືກມອບສິດ;

3. ການເບີກຈາຍເງິນກອງທຶນ ຕ້ອງປະຕິບັດຕາມ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;

4. ທຸກເປົ້າໝາຍໃນການເບີກຈາຍເງິນກອງທຶນ ບໍ່ໃຫ້ຊໍ້າຊ້ອນກັບແຫຼ່ງທຶນອື່ນ;

5. ການຈັດຕັ້ງປະຕິບັດເງິນກອງທຶນ ຕ້ອງບົນພື້ນຖານຄວາມຮັບຜິດຊອບ ແລະ ມີປະສິດທິຜົນ.

第ມາດຕາ 8条

第8条 基金提款
从存款账户中提款必须按照基金管理委员会批准的计划、方案、项目执行,并符合基金管理规定和财政部的规定。

从基金账户提款必须有基金管理委员会授权人的两个签名。从存款账户提款不得超过基金每年的总收入。基金提款不能全部提取,必须保留基金的百分之二十。

ພາສາລາວ (老挝语原文)

ມາດຕາ 8 ການຖອນເງິນກອງທຶນ
ການຖອນເງິນຈາກບັນຊີເງິນຝາກ ຕ້ອງປະຕິບັດຕາມແຜນການ, ແຜນງານ, ໂຄງການ ທີ່ຖືກຮັບຮອງ ໂດຍສະພາບໍລິຫານກອງທຶນ ແລະ ຖືກຕ້ອງ ຕາມລະບຽບການຄຸ້ມຄອງກອງທຶນ ແລະ ລະບຽບການ ຂອງກະຊວງການເງິນ.

ການຖອນເງິນຈາກບັນຊີ ກອງທຶນ ຕ້ອງມີສອງລາຍເຊັນຂອງຜູ້ທີ່ໄດ້ຮັບມອບສິດ ຈາກສະພາບໍລິຫານ ກອງທຶນ. ການຖອນເງິນຈາກບັນຊີເງິນຝາກ ບໍ່ໃຫ້ເກີນລາຍຮັບທັງໝົດ ຂອງກອງທຶນໃນແຕ່ລະປີ. ການຖອນເງິນ ກອງທຶນ ບໍ່ສາມາດຖອນໄດ້ທັງໝົດ ແລະ ຕ້ອງມີເງິນແຮໄວ້ ຊາວສ່ວນຮ້ອຍ ຂອງກອງທຶນ.

第ມາດຕາ 9条

第9条 基金的组织结构
基金的组织结构如下:
1. 基金管理委员会;
2. 基金秘书处。

ພາສາລາວ (老挝语原文)

ມາດຕາ 9 ໂຄງປະກອບການຈັດຕັ້ງຂອງກອງທຶນ
ໂຄງປະກອບການຈັດຕັ້ງ ກທດ ມີດັ່ງນີ້:
1. ສະພາບໍລິຫານ ກທດ;
2. ກອງເລຂາ ກທດ.

第ມາດຕາ 10条

第10条 基金管理委员会
基金管理委员会由主席、副主席和来自相关部门的若干委员组成,由总理根据科技通信部长的提名任命。
基金管理委员会的任期为五年。

ພາສາລາວ (老挝语原文)

ມາດຕາ 10 ສະພາບໍລິຫານກອງທຶນ
ສະພາບໍລິຫານ ກທດ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກຳມະການຈຳນວນໜຶ່ງ ທີ່ມາຈາກຂະແໜງການທີ່ກ່ຽວຂ້ອງ ຊຶ່ງຖືກແຕ່ງຕັ້ງໂດຍນາຍົກລັດຖະມົນຕີ ຕາມການສະເໜີ ຂອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.
ສະພາບໍລິຫານ ກທດ ມີວາລະການຄຸ້ມຄອງບໍລິຫານກອງທຶນ ຫ້າ ປີ.

第ມາດຕາ 11条

第11条 基金管理委员会的人员构成
基金管理委员会的人员构成如下:
1. 技术与通信部部长担任主席;
2. 财政部副部长担任副主席;
3. 技术与通信部副部长担任副主席,同时为常务委员;
4. 电信监管机构负责人担任委员;
5. 国家互联网中心负责人担任委员;
6. 数字技术司司长担任委员;
7. 技术推广与转让中心负责人担任委员;
8. 数字政务中心负责人担任委员;
9. 工业和贸易部中小企业促进办公室主任担任委员;
10. 教育体育部高等教育司司长担任委员;
11. 老挝信息技术与数字协会主席担任委员;
12. 基金管理委员会秘书处主任担任委员。

基金管理委员会的结构可根据需要由总理决定进行调整或变更。

如果基金管理委员会的任何成员调任其他职务或无法履行其职责,则应任命他人接替。

基金管理委员会成员在履行职责时不得领取工资和报酬,但可根据基金管理规定领取会议津贴。

ພາສາລາວ (老挝语原文)

ມາດຕາ 11 ໂຄງປະກອບບຸກຄະລາກອນຂອງສະພາບໍລິຫານກອງທຶນ
ສະພາບໍລິຫານ ກທດ ມີໂຄງປະກອບບຸກຄະລາກອນ ດັງນີ້:
1. ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນປະທານ;
2. ຮອງລັດຖະມົນຕີ ກະຊວງການເງິນ ເປັນຮອງ;
3. ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຮອງ, ທັງເປັນຜູ້ປະຈຳການ;
4. ຫົວໜ້າ ອົງການດັດສົມໂທລະຄົມມະນາຄົມ ເປັນຄະນະ;
5. ຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ ເປັນຄະນະ;
6. ຫົວໜ້າ ກົມເຕັກໂນໂລຊີ ດີຈີຕອນ ເປັນຄະນະ;
7. ຫົວໜ້າ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເປັນຄະນະ;
8. ຫົວໜ້າ ສູນບໍລິຫານລັດດີຈີຕອນ ເປັນຄະນະ;
9. ຫົວໜ້າ ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຄະນະ;
10. ຫົວໜ້າ ກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ເປັນຄະນະ;
11. ປະທານສະມາຄົມໄອຊີທີ ແລະ ດີຈີຕອນ ລາວ ເປັນຄະນະ;
12. ຫົວໜ້າກອງເລຂາ ກທດ ເປັນຄະນະ.

ໂຄງປະກອບ ຂອງສະພາບໍລິຫານ ກທດ ສາມາດປັບປຸງ ຫຼື ປ່ຽນແປງ ຕາມຄວາມຈຳເປັນ ໂດຍການຕົກລົງ ຂອງນາຍົກລັດຖະມົນຕີ.

ໃນກໍລະນີ ທີ່ສະມາຊິກສະພາບໍລິຫານກອງທຶນ ທ່ານໃດໜຶ່ງ ຫາກຍົກຍ້າຍໄປປະຕິບັດໜ້າທີ່ອື່ນ ຫຼື ບໍ່ສາມາດປະຕິບັດໜ້າທີ່ ຂອງຕົນ ໄດ້ນັ້ນ ໃຫ້ແຕ່ງຕັ້ງຜູ້ອື່ນແທນ.

ສະມາຊິກສະພາບໍລິຫານ ກທດ ຈະບໍ່ໄດ້ຮັບເງິນເດືອນ ແລະ ຄ່າແຮງງານ ໃນການປະຕິບັດໜ້າທີ່ ຂອງຕົນ ນອກຈາກເບັ້ຍປະຊຸມ ຕາມລະບຽບການຄຸ້ມຄອງກອງທຶນ.

第ມາດຕາ 12条

第12条 基金董事会的权利和义务
基金董事会享有以下权利和履行以下义务:
1. 管理电信和数字化转型发展基金,贯彻落实相关政策、战略、法律和相关法规;
2. 审议批准有关电信和数字化转型发展的计划、方案、项目和活动预算;
3. 颁布关于基金董事会的组织与运作、基金的管理和使用的规章和指南;
4. 召集基金董事会的常会和特别会议;
5. 任命基金秘书处和辅助工作人员;
6. 指导、监督、检查和评估基金秘书处的工作执行情况;
7. 任命各技术委员会以履行基金工作中的职责;
8. 从国内外筹集资金来源以促进基金的增长和扩大;
9. 监督、检查、管理基金的活动和使用,确保管理符合计划并与使用目标一致,透明且高效;
10. 总结并向政府报告基金的工作活动,每年至少两次;
11. 行使法律和法规规定的其他权利和履行其他义务。

ພາສາລາວ (老挝语原文)

ມາດຕາ 12 ສິດ ແລະ ຫ້າທີ ຂອງສະພາບໍລິຫານກອງທຶນ
ສະພາບໍລິຫານກອງທຶນ ມີສິດ ແລະ ຫ້າທີ ດັ່ງນີ້:
1. ຄຸ້ມຄອງບໍລິຫານ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
2. ພິຈາລະນາ ຮັບຮອງ ແຜນການ, ແຜນງານ, ໂຄງການ ແລະ ງົບປະມານ ການເຄື່ອນໄຫວ ກ່ຽວກັບການພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ;
3. ອອກ ລະບຽບການ, ຄຳແນະນຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະພາບໍລິຫານກອງທຶນ, ການຄຸ້ມຄອງ ແລະ ນຳໃຊ້ກອງທຶນ;
4. ເອີ້ນ ປະຊຸມສະໄໝສາມັນ ແລະ ວິສາມັນ ຂອງສະພາບໍລິຫານກອງທຶນ;
5. ແຕ່ງຕັ້ງກອງເລຂາກອງທຶນ ແລະ ພະນັກງານຊ່ວຍວຽກ;
6. ຊີ້ນຳ, ຕິດຕາມ ກວດກາ ແລະ ປະເມີນຜົນ ການປະຕິບັດວຽກງານ ຂອງກອງເລຂາກອງທຶນ;
7. ແຕ່ງຕັ້ງຄະນະວິຊາການດ້ານຕ່າງໆ ເພື່ອປະຕິບັດໜ້າທີ່ໃນວຽກງານ ຂອງກອງທຶນ;
8. ລະດົມແຫຼ່ງທຶນ ຈາກພາຍໃນ ແລະ ຕ່າງປະເທດ ເພື່ອປະກອບໃຫ້ກອງທຶນເຕີບໃຫຍ່ຂະຫຍາຍຕົວ;
9. ຕິດຕາມ ກວດກາ, ກວດສອບ ຄຸ້ມຄອງການເຄື່ອນໄຫວ ແລະ ນຳໃຊ້ກອງທຶນ ໃນການບໍລິຫານຈັດການ ໃຫ້ຖືກຕ້ອງກັບແຜນການ ແລະ ສອດຄ່ອງກັບເປົ້າໝາຍນຳໃຊ້, ມີຄວາມໂປ່ງໃສ ແລະ ມີປະສິດທິຜົນສູງ;
10. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານກອງທຶນ ໃຫ້ລັດຖະບານ ຢ່າງໜ້ອຍປີລະ ສອງຄັ້ງ;
11. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

本页展示前 12 条,全文共 22 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译