ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງເຂດສະຫງວນທາງຫຼວງ
公路保护区管理协议
Agreement on Management of Highway Protection Zones
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຄຸ້ມຄອງເຂດປົກປັກຮັກສາທາງຫຼວງໃນແຂວງຄຳມ່ວນ, ເນື້ອໃນຫຼັກແມ່ນການກຳນົດເຂດປົກປັກຮັກສາທາງຫຼວງ, ທີ່ດິນທາງຫຼວງ ແລະ ການຈັດປະເພດທາງ, ພ້ອມທັງກຳນົດຫຼັກການຄຸ້ມຄອງ, ຂອບເຂດການນຳໃຊ້ ແລະ ນະໂຍບາຍແຫ່ງລັດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຄຸ້ມຄອງເຂດສະຫງວນຂອງທາງຫຼວງ
ການຄຸ້ມຄອງເຂດສະຫງວນຂອງທາງຫຼວງ ແມ່ນການຄຸ້ມຄອງຂອບເຂດພື້ນທີ່ຂອງທາງຫຼວງແຕ່ລະປະເພດ ຕາມທີ່ກົດໝາຍວ່າດ້ວຍທາງຫຼວງໄດ້ກຳນົດໄວ້ ລວມທັງໂຄງປະກອບ, ສິ່ງປະກອບ, ສ່ວນປະກອບຂອງຂົວ-ທໍ່ ແລະ ສິ່ງປ້ອງກັນຄວາມປອດໄພຂອງທາງຫຼວງ;
ເຂດສະຫງວນຂອງທາງຫຼວງ ແມ່ນພື້ນທີ່ທັງໝົດຂອງທາງຫຼວງ ຢູ່ໜ້າດິນ, ເທິງໜ້າດິນ, ໃຕ້ດິນ, ເໜືອນ້ຳໄຫຼ, ໃຕ້ນ້ຳໄຫຼ ທີ່ສະຫງວນໄວ້ເພື່ອປ້ອງກັນ, ພັດທະນາ ແລະ ຂະຫຍາຍທາງຫຼວງ;
ທີ່ດິນທາງຫຼວງ ແມ່ນຂອບເຂດພື້ນທີ່ທາງຫຼວງແຕ່ລະປະເພດ ທີ່ສະຫງວນໄວ້ເພື່ອກິດຈະການທາງຫຼວງ ລວມທັງແຫຼ່ງວັດສະດຸກໍ່ສ້າງເປັນຕົ້ນ ບໍ່ດິນ, ບໍ່ຫີນ;
ການຄຸ້ມຄອງທີ່ດິນທາງຫຼວງ ແມ່ນການສຳຫຼວດ ປັກຫຼັກໝາຍຂອບເຂດຂອງທາງຫຼວງ, ແຫຼ່ງວັດສະດຸກໍ່ສ້າງ ທີ່ກຳນົດໂດຍອົງການປົກຄອງທີ່ກ່ຽວຂ້ອງ ເພື່ອຂຶ້ນທະບຽນ ແລະ ຈົດທະບຽນເປັນທີ່ດິນທາງຫຼວງ, ປົກປັກຮັກສາທີ່ດິນດັ່ງກ່າວໃຫ້ມີປະສິດທິພາບ, ຮັບປະກັນບໍ່ໃຫ້ມີການບຸກລຸກ ຫຼື ນຳໃຊ້ທີ່ດິນທາງຫຼວງ ໄປສູ່ຈຸດປະສົງອື່ນ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 36 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ