辐射源管理协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງແຫຼ່ງກຳເນີດລັງສີ
Agreement on Management of Radiation Sources
简介
该协议调整老挝境内辐射源与核材料的管理活动,核心是规定许可、监督、安全措施及分类管理原则。
Summary
This agreement regulates the management of radiation sources and nuclear materials in Laos, focusing on licensing, supervision, safety measures, and classification principles.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງກິດຈະການທີ່ກ່ຽວຂ້ອງກັບແຫຼ່ງກຳມັນຕະພາບລັງສີ ແລະ ວັດສະດຸນິວເຄລຍ ໃນ ສປປ ລາວ, ໂດຍກຳນົດຫຼັກການການອະນຸຍາດ, ການຕິດຕາມກວດກາ, ມາດຕະການຄວາມປອດໄພ ແລະ ການຈັດປະເພດ.
条文
第ມາດຕາ 1条
第2条 辐射源管理
辐射源管理是指对辐射源和核材料的进口、出口、运输、过境、移动、占有、使用、维护、修理、更换、安装、拆除、储存、组装、废物收集、服务以及登记进行跟踪、检查、监督和许可,由辐射源管理机构向经营者以及通过老挝人民民主共和国过境至第三国提供。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງແຫຼ່ງກຳເນີດລັງສີ
ການຄຸ້ມຄອງແຫຼ່ງກຳເນີດລັງສີ ແມ່ນການຕິດຕາມ, ກວດກາ, ກວດສອບ ແລະ ອະນຸຍາດການນຳເຂົ້າ, ສົ່ງອອກ, ຂົນສົ່ງ, ສົ່ງຜ່ານ, ເຄືອນຍ້າຍ, ຄອບຄອງ, ນຳໃຊ້, ບຳລຸງຮັກສາ, ສ້ອມແປງ, ປ່ຽນຖ່າຍ, ຕິດຕັ້ງ, ຮື້ຖອນ, ເກັບຮັກສາ, ປະກອບ, ຈັດເກັບຂີ້ເຫຍື້ອ, ບໍລິການ, ແລະ ລົງທະບຽນ ຂອງແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຼຍ ຂອງອົງການຄຸ້ມຄອງແຫຼ່ງກຳເນີດລັງສີໃຫ້ແກ່ຜູ້ດຳເນີນກິດຈະການ ແລະ ສົ່ງຜ່ານ ສປປ ລາວ ໄປຍັງປະເທດທີສາມ.
第ມາດຕາ 2条
第2条 词语解释
本协议中使用的词语具有以下含义:
1. 辐射源 指原子结构不稳定、通过辐射衰变而释放辐射的物质,存在于自然界或通过生产过程产生,包括列于
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ແຫຼ່ງກຳເນີດລັງສີ ໝາຍເຖິງ ທາດທີ່ມີໂຄງສ້າງອາຕອມ ທີ່ບໍ່ມີຄວາມໝັ້ນຄົງ ແລະ ສະຫຼາຍຕົວໂດຍການແພ່ລັງສີອອກມາ ເຊິ່ງພົບຢູ່ໃນທຳມະຊາດ ຫຼື ຜ່ານຂະບວນການຜະລິດຂຶ້ນ ເປັນຕົ້ນ ທີ່ໄດ້ລະບຸໄວ້ໃນ
第ມາດຕາ 3条
第3条 定义
在本协议中,使用的术语定义如下:
1. 辐射源 指放射性物质、放射性装置、辐射源和放射性废物,如《辐射安全法》所规定;
2. 持有 指在《辐射安全法》颁布前后拥有辐射源和核材料的业主、持有人和运营者,包括目前和将来为销售或用于自身活动而持有;
3. 许可 指允许运营者进行辐射源和核材料的进口、出口、运输、过境、转移、持有、使用、维护、修理、更换、安装、拆除、储存、组装、废物收集、服务和登记,以及收集数据以记录在数据库系统中;
4. 转移 指将已获许可的辐射源和核材料从一个地点转移到另一个地点;
5. 辐射安全措施 指辐射安全的预防措施和规定,包括准备措施、应急响应措施以及实际发生的辐射扩散事件对辐射工作人员和公众的措施,依据国际原子能机构关于辐射剂量限值的规定;
6. 辐射紧急情况 指对生命、财产和环境具有危险风险或辐射扩散的异常事件,包括减轻已发生的危害影响;
7. 辐射应急响应计划 指由许可证申请人制定的计划,详细说明目的、方法、系统化的职责、有效的协调程序以及在发生紧急情况时认真参与响应的内容;
8. 辐射安全官员 指根据《辐射安全法》和《辐射源管理协议》被任命执行任务的公务员;
9. 运营者 指获得许可证的个人、法人和国内外组织;
10. 辐射操作人员 指为获得许可证的运营者从事辐射源和核材料工作的员工,经过培训、具备辐射安全防护专业知识并定期接受培训;
11. 控制区 指运营者必须划定控制区域范围,采取预防措施和安全规定以控制和防止辐射扩散和放射性污染,并严格防止和限制来自辐射源和核材料场所的辐射剂量扩散;
12. 监督区 指未划定为控制区但需要评估操作期间辐射扩散剂量的区域,无需特殊的预防措施和安全规定,但必须定期监测、检查并张贴辐射标志或说明以确保安全;
13. 核材料 指由铀、钚和钍矿物组成的物质,例如“钚-239”、“铀-233”、“铀-235”以及通过化学过程浓缩的铀,以金属、合金、化合物或其他材料形式存在,包含一种或多种上述物质,其浓度符合国际原子能机构的规定和要求;
14. 保障监督 指保护核材料不被用于非和平目的,例如用于制造核武器或用于实施犯罪、威胁导致社会不安;
15. 辐射工作人员 指在医疗、工业和农业领域从事辐射和核专业工作的专家或技术人员,已获得国内外正式认可的专家或技术人员证书,严格遵守安全措施并向使用辐射源和核材料的场所的辐射操作人员提供严格指导。
ພາສາລາວ (老挝语原文)
ມາດຕາ 3 ບົດນິຍາມ
ໃນຂໍ້ຕົກລົງສະບັບນີ້, ຄຳສັບທີ່ນຳໃຊ້ມີຄວາມໝາຍດັ່ງນີ້:
1. ແຫຼ່ງກຳເນີດລັງສີ ໝາຍເຖິງ ທາດກຳມັນຕະພາບລັງສີ, ເຄື່ອງກຳມັນຕະພາບລັງສີ, ແຫຼ່ງກຳເນີດລັງສີ ແລະ ສິ່ງເສດເຫຼືອກຳມັນຕະພາບລັງສີ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ;
2. ການຄອບຄອງ ໝາຍເຖິງ ຜູ້ເປັນເຈົ້າຂອງ, ຜູ້ຄອບຄອງ ແລະ ຜູ້ດຳເນີນກິດຈະການ ທີ່ມີແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ ໄວ້ໃນຄອບຄອງ ກ່ອນ ແລະ ຫຼັງ ການປະກາດໃຊ້ ກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ ລວມໄປເຖິງ ການຄອບຄອງເພື່ອຈຳໜ່າຍ ຫຼື ນຳໃຊ້ໃນກິດຈະການຂອງຕົນ ໃນປະຈຸບັນ ແລະ ອະນາຄົດ;
3. ອະນຸຍາດ ໝາຍເຖິງ ອະນຸຍາດໃຫ້ຜູ້ດຳເນີນກິດຈະການ ໃນການ ນຳເຂົ້າ, ສົ່ງອອກ, ຂົນສົ່ງ, ສົ່ງຜ່ານ, ເຄື່ອນຍ້າຍ, ຄອບຄອງ, ນຳໃຊ້, ບຳລຸງຮັກສາ, ສ້ອມແປງ, ປ່ຽນຖ່າຍ, ຕິດຕັ້ງ, ຮື້ຖອນ, ເກັບຮັກສາ, ປະກອບ, ຈັດເກັບຂີ້ເຫຍື້ອ, ບໍລິການ ແລະ ລົງທະບຽນຂອງແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ ພ້ອມທັງ ເກັບກຳຂໍ້ມູນ ເພື່ອບັນທຶກໃນລະບົບຖານຂໍ້ມູນ;
4. ການເຄື່ອນຍ້າຍ ໝາຍເຖິງ ການເຄື່ອນຍ້າຍແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ ທີ່ໄດ້ຮັບອະນຸຍາດໃຫ້ຜູ້ດຳເນີນກິດຈະການເຄື່ອນຍ້າຍ ຈາກສະຖານທີ່ໃດໜຶ່ງໄປສະຖານທີ່ໃໝ່;
5. ມາດຕະການຄວາມປອດໄພທາງລັງສີ ໝາຍເຖິງ ມາດຕະການປ້ອງກັນ ແລະ ຂໍ້ກຳນົດ ດ້ານຄວາມປອດໄພຈາກລັງສີ ເປັນຕົ້ນ ມາດຕະການແຜນກະກຽມ, ມາດຕະການຮັບມືກໍລະນີເກີດເຫດສຸກເສີນ ແລະ ມາດຕະການເຫດການທີ່ເກີດຂຶ້ນຕົວຈິງຂອງການແຜ່ກະຈາຍລັງສີໄປສູ່ພະນັກງານລັງສີ, ສາທາລະນະ ຕາມລະບຽບກ່ຽວກັບການຈຳກັດປະລິມານລັງສີທີ່ແຜ່ກະຈາຍໄດ້ກຳນົດໄວ້ຂອງອົງການພະລັງງານປະລຳມະນູສາກົນ;
6. ເຫດສຸກເສີນທາງລັງສີ ໝາຍເຖິງ ເຫດການທີ່ບໍ່ປົກກະຕິທີ່ມີຄວາມສ່ຽງອັນຕະລາຍ ຫຼື ມີການແຜ່ກະຈາຍລັງສີ ຕໍ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ລວມໄປເຖິງ ຫຼຸດຜ່ອນຜົນກະທົບທີ່ເກີດຂຶ້ນ ທີ່ເປັນອັນຕະລາຍ;
7. ແຜນຕອບໂຕ້ສຸກເສີນດ້ານລັງສີ ໝາຍເຖິງ ແຜນທີ່ສ້າງຂຶ້ນໂດຍຜູ້ຂໍຮັບໃບອະນຸຍາດ ທີ່ລະບຸລາຍລະອຽດກ່ຽວກັບຈຸດປະສົງ, ວິທີການ, ໜ້າທີ່ຮັບຜິດຊອບຢ່າງເປັນລະບົບ, ຂັ້ນຕອນການປະສານງານຢ່າງມີປະສິດທິຜົນ ແລະ ການມີສ່ວນຮ່ວມຕອບໂຕ້ຢ່າງເອົາຈິງເອົາຈັງ ເມື່ອມີເຫດສຸກເສີນເກີດຂຶ້ນ;
8. ເຈົ້າໜ້າທີ່ຄວາມປອດໄພລັງສີ ໝາຍເຖິງ ພະນັກງານລັດຖະກອນຜູ້ທີ່ມີການແຕ່ງຕັ້ງປະຕິບັດວຽກງານຕາມກົດໝາຍ ວ່າດ້ວຍຄວາມປອດໄພຈາກລັງສີ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງແຫຼ່ງກຳເນີດລັງສີ;
9. ຜູ້ດຳເນີນກິດຈະການ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ຮັບໃບອະນຸຍາດ;
10. ຜູ້ປະຕິບັດງານລັງສີ ໝາຍເຖິງ ພະນັກງານເຮັດວຽກກ່ຽວກັບແຫຼ່ງກຳເນີດລັງສີ ໃຫ້ກັບຜູ້ດຳເນີນກິດຈະການທີ່ໄດ້ຮັບໃບອະນຸຍາດຂອງແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ ທີ່ໄດ້ຮັບການຝຶກອົບຮົມ, ມີວິຊາສະເພາະ ດ້ານການປ້ອງກັນຄວາມປອດໄພລັງສີ ແລະ ໄດ້ຮັບການຝຶກອົບຮົມຢ່າງເປັນປະຈຳ;
11. ພື້ນທີ່ຄວບຄຸມ ໝາຍເຖິງ ຜູ້ດຳເນີນກິດຈະການຕ້ອງກຳນົດຂອບເຂດບໍລິເວນພື້ນທີ່ຄວບຄຸມທີ່ມີມາດຕະການປ້ອງກັນ ແລະ ຂໍ້ກຳນົດຕ້ານຄວາມປອດໄພ ເພື່ອຄວບຄຸມ ແລະ ປ້ອງກັນການແຜ່ກະຈາຍລັງສີ ແລະ ການປົນເປື້ອນລັງສີ ພ້ອມທັງປ້ອງກັນ ແລະ ຈຳກັດຢ່າງເຂັ້ມງວດ ຕໍ່ການແຜ່ກະຈາຍຂອງປະລິມານລັງສີທີ່ໄດ້ຮັບຈາກສະຖານທີ່ຂອງແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ;
12. ພື້ນທີ່ປ້ອງກັນ ໝາຍເຖິງ ຂອບເຂດບໍລິເວນພື້ນທີ່ທີ່ບໍ່ໄດ້ກຳນົດໃຫ້ເປັນພື້ນທີ່ຄວບຄຸມແຕ່ຈຳເປັນຕ້ອງມີການປະເມີນປະລິມານການແຜ່ກະຈາຍຂອງລັງສີໃນເວລາປະຕິບັດງານ ໂດຍບໍ່ຕ້ອງມີມາດຕະການປ້ອງກັນ ແລະ ຂໍ້ກຳນົດດ້ານຄວາມປອດໄພພິເສດ ແຕ່ຕ້ອງໄດ້ມີການຕິດຕາມ, ກວດສອບ ຢ່າງເປັນປົກກະຕິ ແລະ ຕິດປ້າຍສັນຍາລັກລັງສີ ຫຼື ຄຳແນະນຳ ເພື່ອຮັບປະກັນຄວາມປອດໄພ;
13. ວັດສະດຸນິວເຄຣຍ ໝາຍເຖິງ ວັດຖຸທີ່ປະກອບດ້ວຍແຮ່ທາດຢູເຣນຽມ, ພູໂຕນຽມ ແລະ ໂທຣຽມ ເປັນຕົ້ນ “ພູໂຕນຽມ-239”, “ຢູເຣນຽມ-233”, “ຢູເຣນຽມ-235” ແລະ ຢູເຣນຽມ ທີ່ເພີ່ມຄວາມເຂັ້ມຂຸ້ນຕາມຂະບວນການທາງເຄມີທີ່ຢູ່ໃນຮູບແບບເປັນໂລຫະ, ໂລຫະປະສົມ, ທາດປະສົມເຄມີ ຫຼື ວັດສະດຸອື່ນ ທີ່ປະກອບດ້ວຍໜຶ່ງ ຫຼື ຫຼາຍທາດທີ່ກ່າວມາຂ້າງເທິງໃນຄວາມເຂັ້ມຂຸ້ນທີ່ໄດ້ກຳນົດໄວ້ຕາມລະບຽບການ ແລະ ຂໍ້ກຳນົດຂອງອົງການພະລັງງານປະລຳມະນູສາກົນ;
14. ການຄ້ຳປະກັນ ໝາຍເຖິງ ການປົກປ້ອງວັດສະດຸນິວເຄຣຍບໍ່ໃຫ້ນຳໄປໃຊ້ປະໂຫຍດໃນທາງທີ່ບໍ່ສັນຕິ ເປັນຕົ້ນ ນຳໃຊ້ເພື່ອປະກອບເປັນອາວຸດນິວເຄຣຍ ຫຼື ນຳໃຊ້ເຂົ້າໃນການກໍ່ອາດຊະຍາກຳ, ຂົ່ມຂູ່ເຮັດໃຫ້ສັງຄົມມີຄວາມເກີດຄວາມບໍ່ສະຫງົບສຸກ;
15. ພະນັກງານລັງສີ ໝາຍເຖິງ ຜູ້ຊ່ຽວຊານ ຫຼື ຜູ້ຊຳນານງານ ທີ່ເຮັດວຽກສະເພາະດ້ານລັງສີ ແລະ ນິວເຄຣຍໃນຂົງເຂດການແພດ, ອຸດສາຫະກຳ ແລະ ກະສິກຳທີ່ໄດ້ຮັບການຮັບຮອງ ຫຼື ໃບຢັ້ງຢືນຜູ້ຊ່ຽວຊານ ຫຼື ຊຳນານງານຢ່າງເປັນທາງການຢູ່ພາຍໃນ ແລະ ຕ່າງປະເທດ ໂດຍປະຕິບັດຕາມມາດຕະການຄວາມປອດໄພ ແລະ ໃຫ້ຄຳແນະນຳແກ່ຜູ້ປະຕິບັດງານລັງສີຢູ່ສະຖານທີ່ ທີ່ໄດ້ນຳໃຊ້ແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ ຢ່າງເຄັ່ງຄັດ.
第ມາດຕາ 4条
第4条 关于辐射源管理工作的原则
辐射源管理工作的活动必须遵循以下原则:
1. 符合相关方针、政策和法律法规;
2. 保障国家安全和社会秩序;
3. 严格遵守第2条的规定;
4. 确保对辐射源和核材料的人员、动物、植物及环境的健康风险与影响的预防、管理和减少;
5. 确保技术上的符合性以及相关国际条约下的规定;
6. 确保统一性、透明度、公正性和可检查性;
7. 确保合理考虑、有效运用,以控制和确定辐射工作人员所受及向公众扩散的辐射剂量,并严格执行符合国内和国际规定的安全措施;
8. 确保并主动管理可能造成辐射源和核材料风险或事故的安全问题;
9. 遵守老挝人民民主共和国加入的公约和国际条约。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການ ກ່ຽວກັບວຽກງານຄຸ້ມຄອງແຫຼ່ງກຳເນີດລັງສີ
ການເຄື່ອນໄຫວວຽກງານຄຸ້ມຄອງແຫຼ່ງກຳເນີດລັງສີ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບແນວທາງ ນະໂຍບາຍ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
2. ຮັບປະກັນຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;
3. ຮັບປະກັນຄວາມຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ຢ່າງເຄັ່ງຄັດ;
4. ຮັບປະກັນການປ້ອງກັນ, ການຄຸ້ມຄອງ, ຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມຂອງແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ;
5. ຮັບປະກັນຄວາມສອດຄ່ອງດ້ານເຕັກນິກ ແລະ ຂໍ້ກຳນົດພາຍໃຕ້ສັນຍາສາກົນທີ່ກ່ຽວຂ້ອງ;
6. ຮັບປະກັນ ຄວາມເປັນເອກະພາບ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດກາໄດ້;
7. ຮັບປະກັນ ການພິຈາລະນາຢ່າງສົມເຫດສົມຜົນ, ນຳໃຊ້ຢ່າງມີປະສິດທິຜົນ ໃນການຄວບຄຸມ ແລະ ກຳນົດປະລິມານການແພ່ກະຈາຍລັງສີ ຂອງພະນັກງານລັງສີທີ່ໄດ້ຮັບ ແລະ ແຜ່ກະຈາຍອອກສູ່ສາທາລະນະ ແລະ ບັງຄັບໃຊ້ ລະບຽບມາດຕະການຄວາມປອດໄພ ທີ່ສອດຄ່ອງກັບລະບຽບການພາຍໃນ ແລະ ສາກົນ ຢ່າງເຄັ່ງຄັດ;
8. ຮັບປະກັນ ແລະ ເປັນເຈົ້າການໃນການຄຸ້ມຄອງຄວາມປອດໄພທີ່ອາດກໍ່ໃຫ້ເກີດຄວາມສ່ຽງ ຫຼື ອຸບັດຕິເຫດຂອງແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ ຢ່າງເຄັ່ງຄັດ;
9. ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເຂົ້າເປັນພາຄີ.
第ມາດຕາ 5条
第5条 适用范围
本协议适用于在老挝境内从事辐射源相关活动的个人、法人、国内及国外组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະກຳ ກ່ຽວກັບວຽກງານແຫຼ່ງກຳເນີດລັງສີ ໃນຂອບເຂດທົ່ວປະເທດ.
第ມາດຕາ 6条
第6条 辐射源类别
辐射源包括以下五类:
1. 极高危险辐射源为第1类;
2. 高危险辐射源为第2类;
3. 危险辐射源为第3类;
4. 低危险辐射源为第4类;
5. 无危险辐射源为第5类。
各类辐射源的详细规定见附件1。
ພາສາລາວ (老挝语原文)
ມາດຕາ 6 ປະເພດແຫຼ່ງກຳເນີດລັງສີ
ແຫຼ່ງກຳເນີດລັງສີ ປະກອບມີ ຫ້າ ປະເພດ ດັ່ງນີ້:
1. ແຫຼ່ງກຳເນີດລັງສີທີ່ມີຄວາມອັນຕະລາຍສູງທີ່ສຸດ ແມ່ນ ປະເພດທີ 1;
2. ແຫຼ່ງກຳເນີດລັງສີທີ່ມີຄວາມອັນຕະລາຍສູງ ແມ່ນ ປະເພດທີ 2;
3. ແຫຼ່ງກຳເນີດລັງສີທີ່ມີຄວາມອັນຕະລາຍ ແມ່ນ ປະເພດທີ 3;
4. ແຫຼ່ງກຳເນີດລັງສີທີ່ມີຄວາມອັນຕະລາຍຕ່ຳ ແມ່ນ ປະເພດທີ 4;
5. ແຫຼ່ງກຳເນີດລັງສີທີ່ບໍ່ມີຄວາມອັນຕະລາຍ ແມ່ນ ປະເພດທີ 5.
ສຳລັບແຫຼ່ງກຳເນີດລັງສີແຕ່ລະປະເພດ ໄດ້ກຳນົດລາຍລະອຽດໄວ້ໃນ ເອກະສານຊ້ອນທ້າຍ 1.
第ມາດຕາ 7条
第7条 申请许可
从事以进口、出口、过境、移动、占有、使用、维护、修理、更换、安装、拆除、储存、组装、废物收集、服务和登记为目的的1、2、3和4类辐射源和核材料活动的人员,必须向辐射源管理机构提交许可申请。对于第5类,无需向辐射源管理机构申请许可,但必须向辐射源管理机构通报辐射源,说明使用目的和范围,以便进行监测、记录数据或采取安全措施。
ພາສາລາວ (老挝语原文)
ມາດຕາ 7 ການຂໍອະນຸຍາດ
ຜູ້ດຳເນີນກິດຈະການທີ່ມີຈຸດປະສົງໃນການນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ເຄືອນຍ້າຍ, ຄອບຄອງ, ນຳໃຊ້, ບຳລຸງຮັກສາ, ສ້ອມແປງ, ປ່ຽນຖ່າຍ, ຕິດຕັ້ງ, ຮື້ຖອນ, ເກັບຮັກສາ, ປະກອບ, ຈັດເກັບຂີ້ເຫຍື້ອ, ບໍລິການ, ແລະ ລົງທະບຽນ ຂອງແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຼຍ ຕາມປະເພດ 1, 2, 3 ແລະ ປະເພດ 4 ຕ້ອງຍື່ນຄຳຮ້ອງຂໍອະນຸຍາດຕໍ່ອົງການຄຸ້ມຄອງແຫຼ່ງກຳເນີດລັງສີ. ສຳລັບປະເພດ 5 ແມ່ນບໍ່ຕ້ອງຂໍອະນຸຍາດຕໍ່ອົງການຄຸ້ມຄອງແຫຼ່ງກຳເນີດລັງສີ ແຕ່ຕ້ອງແຈ້ງແຫຼ່ງກຳເນີດລັງສີ ຕໍ່ອົງການຄຸ້ມຄອງແຫຼ່ງກຳເນີດລັງສີ ກ່ຽວກັບຈຸດປະສົງ ແລະ ຂອບເຂດ ຂອງການນຳໃຊ້ ເພື່ອດຳເນີນການຕິດຕາມ, ບັນທຶກຂໍ້ມູນ ຫຼື ນຳໃຊ້ ມາດຕະການຄວາມປອດໄພ.
第ມາດຕາ 8条
第8条 申请文件的提交
有意申请辐射源许可的经营者,必须提交以下文件:
1. 申请书或申请人提交的提议书;
2. 申请人公司的年度纳税申报表副本;
3. 授权委托书;
4. 年度进口计划;
5. 货物清单申报表;
6. 包装证明;
7. 辐射源证明;
8. 辐射安全评估报告;
9. 辐射防护和人员计划;
10. 辐射源返回证明;
11. 用于废物处置、辐射源和核材料使用寿命结束或辐射紧急情况的财务担保;
12. 辐射源和其他核材料文件的详细副本(如有),或根据科技管理司的建议。
ພາສາລາວ (老挝语原文)
ມາດຕາ 8 ການປະກອບເອກະສານຂໍອະນຸຍາດ
ຜູ້ດຳເນີນກິດຈະການທີ່ມີຈຸດປະສົງຂໍອະນຸຍາດແຫຼ່ງກຳເນີດລັງສີ ຕ້ອງປະກອບເອກະສານ ດັ່ງນີ້:
1. ຄຳຮ້ອງຂໍອະນຸຍາດ ຫຼື ໜັງສືສະເໜີຈາກຜູ້ຂໍອະນຸຍາດ;
2. ສຳເນົາອາກອນປະຈຳປີຂອງບໍລິສັດຜູ້ຂໍອະນຸຍາດ;
3. ໃບມອບສິດດຳເນີນເອກະສານ;
4. ແຜນນຳເຂົ້າປະຈຳປີ;
5. ໃບແຈ້ງລາຍການສິນຄ້າ;
6. ໃບຢັ້ງຢືນການຫຸ້ມຫໍ່;
7. ໃບຢັ້ງຢືນຂອງແຫຼ່ງກຳເນີດລັງສີ;
8. ບົດປະເມີນຄວາມປອດໄພລັງສີ;
9. ແຜນງານການປ້ອງກັນລັງສີ ແລະ ພະນັກງານ;
10. ໃບຢັ້ງຢືນການສົ່ງກັບຄືນແຫຼ່ງກຳເນີດລັງສີ;
11. ໃບຮັບປະກັນທາງດ້ານງົບປະມານ ເພື່ອນຳໃຊ້ໃນກໍລະນີຈັດເກັບຂີ້ເຫຍື້ອ, ຫົດອາຍຸການນຳໃຊ້ຂອງແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ ຫຼື ເກີດເຫດສຸກເສີນທາງລັງສີ;
12. ສຳເນົາລາຍລະອຽດເອກະສານແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍອື່ນ (ຖ້າມີ) ຫຼື ຕາມການສະເໜີຂອງກົມຄຸ້ມຄອງວິທະຍາສາດ.
第ມາດຕາ 9条
第9条 步骤和许可证签发
在收到申请后,科学管理司必须检查文件是否准确和完整,按照本协议第9条的规定。如果提交的文件不完整或不正确,官员必须通知申请人补充完整,并记录信息作为证据;
在科学管理司收到完整申请和文件后,必须在十五天内审议签发辐射源许可证,自收到文件之日起计算。
ພາສາລາວ (老挝语原文)
ມາດຕາ 9 ຂັ້ນຕອນ ແລະ ການອອກໃບອະນຸຍາດ
ພາຍຫຼັງທີ່ໄດ້ຮັບຄຳຮ້ອງ ຈາກນັ້ນກົມຄຸ້ມຄອງວິທະຍາສາດຕ້ອງກວດສອບເອກະສານໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມທີ່ກຳນົດໄວ້ໃນມາດຕາ 9 ຂອງຂໍ້ຕົກລົງສະບັບນີ້. ໃນກໍລະນີເອກະສານປະກອບບໍ່ຄົບຖ້ວນ ແລະ ບໍ່ຖືກຕ້ອງ ເຈົ້າໜ້າທີ່ຕ້ອງແຈ້ງຕໍ່ຜູ້ຍື່ນຄຳຮ້ອງເພື່ອປະກອບໃຫ້ຄົບຖ້ວນ ແລະ ບັນທຶກຂໍ້ມູນໄວ້ເປັນຫຼັກຖານ;
ຫຼັງຈາກກົມຄຸ້ມຄອງວິທະຍາສາດໄດ້ຮັບຄຳຮ້ອງ ແລະ ເອກະສານຄົບຖ້ວນແລ້ວຕ້ອງພິຈາລະນາອອກໃບອະນຸຍາດ ແຫຼ່ງກຳເນີດລັງສີ ພາຍໃນກຳນົດເວລາ ສິບຫ້າ ວັນ ນັບແຕ່ວັນທີ່ໄດ້ຮັບເອກະສານ.
第ມາດຕາ 10条
第10条 许可证内容的变更
已获得辐射源和核材料许可证的运营者,有意变更该许可证内容的,必须书面提交给科技管理司,例如:变更场所、变更所有者、调整活动、拆除、用于其他目的以及终止活动;
科技管理司必须审查变更文件,并在收到完整文件后的二十五个工作日内审议颁发替代许可证。
ພາສາລາວ (老挝语原文)
ມາດຕາ 10 ການປ່ຽນແປງເນື້ອໃນຂອງໃບອະນຸຍາດ
ຜູ້ດຳເນີນກິດຈະການທີ່ໄດ້ຮັບໃບອະນຸຍາດແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍແລ້ວ ມີຈຸດປະສົງປ່ຽນແປງເນື້ອໃນຂອງໃບອະນຸຍາດດັ່ງກ່າວ ຕ້ອງເຮັດໜັງສືສະເໜີຫາກົມຄຸ້ມຄອງວິທະຍາສາດ ເປັນຕົ້ນ ການຍົກຍ້າຍສະຖານທີ່ຕັ້ງ, ການປ່ຽນເຈົ້າຂອງ, ການປັບປຸງກິດຈະການ, ການຮື້ຖອນ, ການນຳໃຊ້ໃນຈຸດປະສົງອື່ນ ແລະ ການຍົກເລີກກິດຈະການ;
ກົມຄຸ້ມຄອງວິທະຍາສາດ ຕ້ອງທົບທວນເອກະສານການປ່ຽນແປງ ແລະ ພິຈາລະນາອອກໃບອະນຸຍາດປ່ຽນແທນພາຍໃນ ຊາວຫ້າ ວັນລັດຖະການ ພາຍຫຼັງທີ່ໄດ້ຮັບເອກະສານຄົບຖ້ວນ.
第ມາດຕາ 11条
第11条 许可证延期
有意申请许可证延期的个人、法人或组织必须在许可证到期前五十六十天向科学管理司提交申请,按照《辐射安全法》第37条的规定;
在许可证丢失、损坏的情况下,经营者必须在收到通知之日起十个工作日内提交申请新许可证。
ພາສາລາວ (老挝语原文)
ມາດຕາ 11 ການຕໍ່ອາຍຸໃບອະນຸຍາດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍຕໍ່ອາຍຸໃບອະນຸຍາດຕ້ອງຍື່ນຄຳຮ້ອງຕໍ່ກົມຄຸ້ມຄອງວິທະຍາສາດລ່ວງຫ້າສິບຫົກສິບວັນ ກ່ອນໃບອະນຸຍາດໝົດອາຍຸຕາມທີ່ກຳນົດໄວ້ ໃນມາດຕາ 37 ຂອງກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ;
ໃນກໍລະນີໃບອະນຸຍາດເສຍ, ເສຍຫາຍ ໃຫ້ຜູ້ດຳເນີນກິດຈະການຍື່ນຄຳຮ້ອງຂໍໃບອະນຸຍາດສະບັບໃໝ່ ພາຍໃນສິບວັນລັດຖະການ ນັບແຕ່ມື້ທີ່ໄດ້ຮັບແຈ້ງ.
第ມາດຕາ 12条
第12条 暂停和撤销许可证
科学管理司与相关部门和有关方面协调,根据《辐射安全法》第38条的规定,暂停和撤销辐射源和核材料的许可证。
ພາສາລາວ (老挝语原文)
ມາດຕາ 12 ການໂຈະ ແລະ ຖອນ ໃບອະນຸຍາດ
ກົມຄຸ້ມຄອງວິທະຍາສາດ ປະສານສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການໂຈະ ແລະ ຖອນໃບອະນຸຍາດແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄຣຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 38 ຂອງ ກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ.
本页展示前 12 条,全文共 27 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读