进出口需技术性贸易壁垒(TBT)合规认证商品清单协议
ຂໍ້ຕົກລົງວ່າດ້ວຍ ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການເຕັກນິກຕໍ່ການຄ້າ (Technical Barriers to Trade-TBT) ກ່ອນການນຳເຂົ້າ ແລະ ການສົ່ງອອກ
Agreement on List of Goods Requiring Technical Barriers to Trade (TBT) Compliance Certification for Import and Export
简介
该协议规定进出口特定商品前必须获得技术法规合规认证,并明确认证清单的修订程序及申请要求。
Summary
This agreement requires obtaining technical regulation compliance certification before importing or exporting specific goods, and specifies the revision procedures for the certification list and application requirements.
ບົດສະຫຼຸບ
ຂໍ້ຕົກລົງນີ້ກຳນົດວ່າ ກ່ອນການນຳເຂົ້າ ຫຼື ສົ່ງອອກສິນຄ້າສະເພາະ ຕ້ອງໄດ້ຮັບການຮັບຮອງຕາມລະບຽບການດ້ານເຕັກນິກ, ພ້ອມທັງກຳນົດຂັ້ນຕອນການປັບປຸງບັນຊີລາຍຊື່ສິນຄ້າທີ່ຕ້ອງການຮັບຮອງ ແລະ ຂໍ້ກຳນົດການຍື່ນຄຳຮ້ອງ.
条文
第ມາດຕາ 1条
第2条 需申请技术法规贸易合规性认证(181)后方可进口和出口的商品目录。需申请技术法规贸易合规性认证(181)后方可进口和出口的商品目录是指必须经过认证、检验或检查是否符合强制性标准和技术法规的商品类别。
ພາສາລາວ (老挝语原文)
ມາດຕາ 2 ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການເຕັກນິກຕໍ່ການຄ້າ (181) ກ່ອນການນຳເຂົ້າ ແລະ ການສົ່ງອອກ. ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການເຕັກນິກຕໍ່ການຄ້າ (181) ກ່ອນການນຳເຂົ້າ ແລະ ການສົ່ງອອກ ແມ່ນປະເພດສິນຄ້າທີ່ຕ້ອງໄດ້ຮັບການຢັ້ງຢືນ, ການກວດສອບ ຫຼື ການກວດກາຄວາມສອດຄ່ອງກັບມາດຕະຖານບັງຄັບ ແລະ ລະບຽບການເຕັກນິກ.
第ມາດຕາ 2条
第2条 适用范围
本协议适用于在老挝人民民主共和国境内从事进出口货物的个人、法人、组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ ນິຕິບຸກຄົນ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກສິນຄ້າ ຢູ່ ສປປ ລາວ.
第ມາດຕາ 3条
第3条 需要申请技术法规符合性认证的货物清单(181)在出口前,应按照目的地国的规定以及老挝人民民主共和国作为缔约方的公约执行。
ພາສາລາວ (老挝语原文)
ມາດຕາ 3 ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການເຕັກນິກຕໍ່ການຄ້າ (181) ກ່ອນການສົ່ງອອກ ໃຫ້ປະຕິບັດຕາມລະບຽບການ ຂອງປະເທດປາຍທາງ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.
第ມາດຕາ 4条
第4条 修订需在进口和出口前申请技术法规符合性认证的商品清单
修订需在进口前申请技术法规符合性认证的商品清单,是指增加或减少本协议第4条规定的清单项目。
每次修订商品清单,必须获得工业与贸易部部长根据相关部门的调研和建议的批准。
商品清单修订完成后,工业与贸易部必须通知相关部门知悉并组织实施。
ພາສາລາວ (老挝语原文)
ມາດຕາ 4 ການປັບປຸງລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການເຕັກນິກຕໍ່ການຄ້າກ່ອນການນຳເຂົ້າ ແລະ ການສົ່ງອອກ
ການປັບປຸງລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການເຕັກນິກຕໍ່ການຄ້າກ່ອນການນຳເຂົ້າ ແມ່ນການເພີ່ມ ຫຼື ຫຼຸດລາຍການ ທີ່ກຳນົດໃນມາດຕາ 4 ຂອງຂໍ້ຕົກລົງສະບັບນີ້.
ການປັບປຸງລາຍການສິນຄ້າແຕ່ລະຄັ້ງ ຕ້ອງໄດ້ຮັບການອະນຸມັດຈາກ ລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ຕາມການຄົ້ນຄ້ວາ ແລະ ສະເຫຼີຂອງພາກສ່ວນທີ່ກ່ຽວຂ້ອງ.
ພາຍຫຼັງທີ່ໄດ້ປັບປຸງລາຍການສິນຄ້າສຳເລັດແລ້ວ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງໄດ້ແຈ້ງໃຫ້ຂະແໜງການກ່ຽວຂ້ອງ ຮັບຊາບ ແລະ ຈັດຕັ້ງປະຕິບັດ.
第ມາດຕາ 5条
第5条 申请贸易技术法规符合性认证
进口和出口前
进口商或出口商必须在每次进口或出口本协议附表所列商品前,向相关部门提交申请,并按照相关部门的规定提供完整、正确的文件。
ພາສາລາວ (老挝语原文)
ມາດຕາ 5 ການຍື່ນຄຳຮ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການເຕັກນິກຕໍ່ການຄ້າ
ກ່ອນການນຳເຂົ້າ ແລະ ການສົ່ງອອກ
ຜູ້ນຳເຂົ້າ ຫຼື ຜູ້ສົ່ງອອກ ຕ້ອງຍື່ນຄຳຮ້ອງຕໍ່ຂະແໜງການກ່ຽວຂ້ອງ ກ່ອນຈະນຳເຂົ້າ ຫຼື ສົ່ງອອກສິນຄ້າ ໃນແຕ່ລະຄັ້ງ ຕາມລາຍການສິນຄ້າທີ່ໄດ້ກຳນົດໃນຕາຕະລາງຂອງຂໍ້ຕົກລົງສະບັບນີ້ ໂດຍປະກອບເອກະສານໃຫ້ຄົບຖ້ວນ ແລະ ຖືກຕ້ອງ ຕາມລະບຽບການຂອງຂະແໜງການກ່ຽວຂ້ອງ.
第ມາດຕາ 6条
第6条 组织实施
交由对外贸易司、工业与贸易部作为牵头单位,与相关部门协调配合,以宣传、指导并组织实施本协议,确保取得良好效果。
ພາສາລາວ (老挝语原文)
ມາດຕາ 6 ການຈັດຕັ້ງປະຕິບັດ
ມອບໃຫ້ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອເຜີຍແຜ່ແນະນຳ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.
第ມາດຕາ 7条
第7条 效力
本协议自签署之日起生效,并已在官方公报上公布。
ພາສາລາວ (老挝语原文)
ມາດຕາ 7 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນເປັນຕົ້ນໄປ ແລະ ໄດ້ລົງໃນຈົດໝາຍເຫດທາງລັດຖະການ.