ຂໍ້ຕົກລົງວ່າດ້ວຍ ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ສຸຂານາໄມພຶດ (Sanitary and Phytosanitary-SPS) ກ່ອນການນຳເຂົ້າ ແລະ ການສົ່ງອອກ
进出口需卫生与植物卫生措施(SPS)合规认证商品清单协议
Agreement on List of Goods Requiring Sanitary and Phytosanitary (SPS) Compliance Certification for Import and Export
ບົດສະຫຼຸບ
ກົດໝາຍນີ້ກຳນົດໃຫ້ຕ້ອງຂໍໃບຢັ້ງຢືນການປະຕິບັດຕາມມາດຕະຖານສຸຂານາໄມ ແລະ ສຸຂະພາບພືດ ກ່ອນການນຳເຂົ້າ ຫຼື ສົ່ງອອກສິນຄ້າສະເພາະ, ແລະ ກຳນົດວ່າການດັດແກ້ບັນຊີລາຍການຕ້ອງໄດ້ຮັບອະນຸມັດຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ສຸຂານາໄມພືດ ກ່ອນການນຳເຂົ້າ ແລະ ການສົ່ງອອກ ແມ່ນປະເພດສິນຄ້າທີ່ຕ້ອງໄດ້ຮັບການຢັ້ງຢືນຄຸນນະພາບ ການທົດສອບ ຫຼື ການກວດກາໃຫ້ຖືກຕ້ອງຕາມລະບຽບການຂອງແຕ່ລະຂະແບນງການ ແລະ ໃຫ້ມີຄວາມສອດຄ່ອງທາງດ້ານສຸຂານາໄມ.
ມາດຕາ ມາດຕາ 2
ມາດຕາ 4 ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ສຸຂານາໄມພືດ ກ່ອນການສົ່ງອອກ ໃຫ້ປະຕິບັດຕາມລະບຽບການຂອງປະເທດປາຍທາງ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.
ມາດຕາ ມາດຕາ 3
ມາດຕາ 5 ການປັບປຸງລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ການສຸຂານາໄມພືດ ກ່ອນການນຳເຂົ້າ
ການປັບປຸງລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ສຸຂານາໄມພືດ ກ່ອນການນຳເຂົ້າ ແມ່ນການເພີ່ມ ຫຼື ຫຼຸດລາຍການ ທີ່ກຳນົດໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້.
ການປັບປຸງລາຍການສິນຄ້າ ແຕ່ລະຄັ້ງ ຕ້ອງໄດ້ຮັບການອະນຸມັດຈາກ ລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ຕາມການຄົ້ນຄວ້າ ແລະ ສະເໜີຂອງຂະແໜງການກ່ຽວຂ້ອງ.
ພາຍຫຼັງທີ່ໄດ້ປັບປຸງລາຍການສິນຄ້າສຳເລັດແລ້ວ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງໄດ້ແຈ້ງໃຫ້ ຂະແໜງການກ່ຽວຂ້ອງ ຮັບຊາບ ແລະ ຈັດຕັ້ງປະຕິບັດ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 6 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ