进出口需卫生与植物卫生措施(SPS)合规认证商品清单协议

ຂໍ້ຕົກລົງວ່າດ້ວຍ ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ສຸຂານາໄມພຶດ (Sanitary and Phytosanitary-SPS) ກ່ອນການນຳເຂົ້າ ແລະ ການສົ່ງອອກ

Agreement on List of Goods Requiring Sanitary and Phytosanitary (SPS) Compliance Certification for Import and Export

简介

该法规规定进出口特定商品前必须申请卫生与植物卫生合规认证,并明确清单修订需经工业与贸易部批准及相关部门协调实施。

Summary

This regulation requires that before importing or exporting specific goods, a sanitary and phytosanitary compliance certificate must be obtained, and clearly states that amendments to the list require approval from the Ministry of Industry and Commerce and coordination with relevant departments for implementation.

ບົດສະຫຼຸບ

ກົດໝາຍນີ້ກຳນົດໃຫ້ຕ້ອງຂໍໃບຢັ້ງຢືນການປະຕິບັດຕາມມາດຕະຖານສຸຂານາໄມ ແລະ ສຸຂະພາບພືດ ກ່ອນການນຳເຂົ້າ ຫຼື ສົ່ງອອກສິນຄ້າສະເພາະ, ແລະ ກຳນົດວ່າການດັດແກ້ບັນຊີລາຍການຕ້ອງໄດ້ຮັບອະນຸມັດຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ.

条文

第ມາດຕາ 1条

第2条 在进出口前需要申请卫生和植物卫生法规符合性认证的商品清单 是指在进出口前需要申请卫生和植物卫生法规符合性认证的商品清单,是必须按照各行业规定进行质量认证、测试或检查以确保符合卫生要求的商品类型。

ພາສາລາວ (老挝语原文)

ມາດຕາ 2 ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ສຸຂານາໄມພືດ ກ່ອນການນຳເຂົ້າ ແລະ ການສົ່ງອອກ ແມ່ນປະເພດສິນຄ້າທີ່ຕ້ອງໄດ້ຮັບການຢັ້ງຢືນຄຸນນະພາບ ການທົດສອບ ຫຼື ການກວດກາໃຫ້ຖືກຕ້ອງຕາມລະບຽບການຂອງແຕ່ລະຂະແບນງການ ແລະ ໃຫ້ມີຄວາມສອດຄ່ອງທາງດ້ານສຸຂານາໄມ.

第ມາດຕາ 2条

第4条 出口前需要申请卫生与植物卫生法规符合性认证的产品清单,应按照目的地国的规定以及老挝人民民主共和国作为缔约方的公约执行。

ພາສາລາວ (老挝语原文)

ມາດຕາ 4 ລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ສຸຂານາໄມພືດ ກ່ອນການສົ່ງອອກ ໃຫ້ປະຕິບັດຕາມລະບຽບການຂອງປະເທດປາຍທາງ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.

第ມາດຕາ 3条

第5条 修订需在进口前申请卫生与植物卫生法规符合性认证的商品清单
修订需在进口前申请卫生与植物卫生法规符合性认证的商品清单,是指增加或减少本协议第3条规定的商品项目。
每次修订商品清单,必须经工业与贸易部部长根据相关部门的调研和建议批准。
商品清单修订完成后,工业与贸易部必须通知相关部门知悉并组织实施。

ພາສາລາວ (老挝语原文)

ມາດຕາ 5 ການປັບປຸງລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ການສຸຂານາໄມພືດ ກ່ອນການນຳເຂົ້າ
ການປັບປຸງລາຍການສິນຄ້າທີ່ຕ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ສຸຂານາໄມພືດ ກ່ອນການນຳເຂົ້າ ແມ່ນການເພີ່ມ ຫຼື ຫຼຸດລາຍການ ທີ່ກຳນົດໃນມາດຕາ 3 ຂອງຂໍ້ຕົກລົງສະບັບນີ້.
ການປັບປຸງລາຍການສິນຄ້າ ແຕ່ລະຄັ້ງ ຕ້ອງໄດ້ຮັບການອະນຸມັດຈາກ ລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ຕາມການຄົ້ນຄວ້າ ແລະ ສະເໜີຂອງຂະແໜງການກ່ຽວຂ້ອງ.
ພາຍຫຼັງທີ່ໄດ້ປັບປຸງລາຍການສິນຄ້າສຳເລັດແລ້ວ ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງໄດ້ແຈ້ງໃຫ້ ຂະແໜງການກ່ຽວຂ້ອງ ຮັບຊາບ ແລະ ຈັດຕັ້ງປະຕິບັດ.

第ມາດຕາ 4条

第4条 进口和出口前提交卫生与植物卫生法规符合性认证申请
进口商或出口商在每次进口或出口货物前,必须按照本协议附表所列货物清单,向相关部门提交申请,并按照相关部门的规定提供完整、正确的文件。

ພາສາລາວ (老挝语原文)

ມາດຕາ 4 ການຍື່ນຄຳຮ້ອງຂໍການຢັ້ງຢືນຄວາມສອດຄ່ອງທາງດ້ານລະບຽບການສຸຂານາໄມ ແລະ ການສຸຂານາໄມພືດ ກ່ອນການນຳເຂົ້າ ແລະ ການສົ່ງອອກ
ຜູ້ນຳເຂົ້າ ຫຼື ຜູ້ສົ່ງອອກ ຕ້ອງຍື່ນຄຳຮ້ອງຕໍ່ຂະແໜງການກ່ຽວຂ້ອງ ກ່ອນຈະນຳເຂົ້າ ຫຼື ສົ່ງອອກສິນຄ້າ ໃນແຕ່ລະຄັ້ງ ຕາມລາຍການສິນຄ້າທີ່ໄດ້ກຳນົດໃນຕາຕະລາງຂອງຂໍ້ຕົກລົງສະບັບນີ້ ໂດຍປະກອບເອກະສານໃຫ້ຄົບຖ້ວນ ແລະ ຖືກຕ້ອງ ຕາມລະບຽບການຂອງຂະແໜງການກ່ຽວຂ້ອງ.

第ມາດຕາ 5条

第5条 组织实施
委托对外贸易司、工业和贸易部作为牵头单位,协调相关部门,对本协议进行宣传、指导和组织实施,以确保取得良好效果。

ພາສາລາວ (老挝语原文)

ມາດຕາ 5 ການຈັດຕັ້ງປະຕິບັດ
ມອບໃຫ້ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອເຜີຍແຜ່ແນະນຳ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.

第ມາດຕາ 6条

第6条 效力
本协议自签署之日起生效,并已在官方公报上公布。

ພາສາລາວ (老挝语原文)

ມາດຕາ 6 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ໄດ້ລົງໃນຈົດໝາຍເຫດທາງລັດຖະການ.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译