ຄຳສັ່ງວ່າດ້ວຍ ການເພີ້ມທະວີຄຸ້ມຄອງກິດຈະການແຮ່ທາດຢູ່ພາຍໃນແຂວງ ອັດຕະປື
阿速坡省加强矿产活动管理令
Decree on Strengthening Management of Mining Activities in Attapeu Province
ບົດສະຫຼຸບ
ກົດໝາຍນີ້ຮຽກຮ້ອງໃຫ້ບໍລິສັດຂຸດຄົ້ນບໍ່ແຮ່ໃນແຂວງອັດຕະປື ດຳເນີນການຕາມສັນຍາ ແລະ ກົດໝາຍວ່າດ້ວຍສິ່ງແວດລ້ອມຢ່າງເຂັ້ມງວດ, ຄຸ້ມຄອງການສຳຫຼວດ, ຂຸດຄົ້ນ, ຂົນສົ່ງ ແລະ ການຊຳລະພາສີ, ຜູ້ລະເມີດຈະຖືກລົງໂທດເຖິງຂັ້ນຍົກເລີກສັນຍາ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງອັດຕະປື ເລກທີ...../ ຈຂອປ
ອັດຕະປື, ວັນທີ 17 ກຸມພາ 2022
ຄຳສັ່ງ
ວ່າດ້ວຍການເພີ່ມທະວີຄຸ້ມຄອງກິດຈະການແຮ່ທາດ ຢູ່ພາຍໃນແຂວງອັດຕະປື
- ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015, ມາດຕາ 20 ວ່າດ້ວຍສິດ ແລະ ໜ້າທີ່ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ;
- ອີງຕາມ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012;
- ອີງຕາມ ກົດໝາຍວ່າດ້ວຍແຮ່ທາດ (ສະບັບປັບປຸງ) ເລກທີ 31/ສພຊ, ລົງວັນທີ 3 ພະຈິກ 2017;
- ອີງຕາມ ສະພາບການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງກິດຈະການແຮ່ທາດ ໃນປະຈຸບັນຢູ່ພາຍໃນແຂວງອັດຕະປື.
ເຈົາແຂວງ ອອກຄຳສັ່ງ:
1. ໃຫ້ບັນດາບໍລິສັດ, ໂຄງການລົງທຶນກິດຈະການດ້ານແຮ່ທາດ ແລະທຸລະກິດກ່ຽວກັບແຮ່ທາດ ທີ່ມີສັນຍາກັບລັດຖະບານ ແລະ ອົງການປົກຄອງແຂວງ ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກ່ຽວກັບແຮ່ທາດ ໄປຕາມຂັ້ນຕອນ, ລະບຽບກົດໝາຍ ແລະ ສັນຍາສຳປະທານທີ່ກ່ຽວຂ້ອງກຳນົດ. ນຳໃຊ້ຊັບພະຍາກອນແຮ່ທາດ ຢ່າງປະຢັດ, ມີປະສິດພາບ, ປະສິດທິຜົນ, ຮັບປະກັນຄວາມປອດໄພ, ພັດທະນາເຂດບໍ່ແຮ່ໃຫ້ຍືນຍົງ ແລະ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ເຊັນ:
- ວຽກງານຊອກຄົ້ນ, ສຳຫຼວດແຮ່ທາດ: ໃຫ້ບໍລິສັດເອົາໃຈໃສ່ສຶກສາ, ຊອກຄົ້ນ, ຢັ້ງສືບ, ສຳຫຼວດທາງດ້ານໂຄງສ້າງທໍລະນີວິທະຍາ, ຈຸດປະກົດແຮ່ທາດ, ວິໄຈແຮ່ທາດ, ປະເມີນປະລິມານຊັບພະຍາກອນແຮ່ທາດ ແລະ ຄິດໄລ່ປະລິມານສະສົມ ຂອງແຫຼ່ງແຮ່ທາດ ໃຫ້ໄປຕາມຂັ້ນຕອນ, ມາດຖານເຕັກນິກ, ແຜນດຳເນີນງານທີ່ກະຊວງພະລັງງານ
ແລະ ບໍ່ແຮ່ຮັບຮອງ ແລະ ລາຍງານຜົນການສຶກສາສຳຫຼວດ, ຄັດຈ້ອນເນື້ອທີ່ແຫຼງແຮ່ທີ່ເບັນເສດຖະກິດເພື່ອກ້າວເຂົ້າສູ່ຂັ້ນຕອນສຶກສາບົດວີພາກເສດຖະກິດ-ເຕັກນິກ ແລະ ເນື້ອທີ່ທີ່ບໍ່ເປັນເສດຖະກິດ ສົ່ງຄືນໃຫ້ລັດຕາມລະບຽບ ແລະ ຕາມກຳນົດເວລາ, ບໍ່ອະນຸຍາດໃຫ້ຈັບຈ່ອງ ຫຼື ໃຫ້ບຸກຄົນອື່ນສວຍໂອກາດເຂົ້າໄປຂຸດຄົ້ນ, ຖ້າພາກລັດພົບເຫັນຈະຖືກດຳເນີນຄະດີຕາມກົດບນາຍ; ສຳລັບສິນແຮ່ທີ່ໄດ້ຈາກການສຳຫຼວດທຸກໆໂຄງການ ຕ້ອງໄດ້ປະເມີນລະອຽດ ລວມທັງມູນຄ່າທັງຫົົດທີ່ໄດ້ຈາກສິນແຮ່ດັ່ງກ່າວ ຕ້ອງເອົາເຂົ້າເປັນຊັບສິນລວມຂອງແຂວງ ແລ້ວລາຍງານລັດຖະບານ ແລະ ຈະບໍ່ອະນຸຍາດໃຫ້ປຸງແຕ່ງ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຂັ້ນເທິງຢ່າງເດັດຂາດ.
- ວຽກງານຂຸດຄົ້ນ, ປຸງແຕ່ງ ແລະ ຫຼໍ່ຫຼອມແຮ່ທາດ: ໃຫ້ບໍລິສັດດຳເນີນການຂຸດຄົ້ນບໍ່ແຮ່ທັງບໍ່ເປີດ ແລະ ບໍ່ໄຕ້ດິນ
ໄປຕາມເຕັກນິກ, ການຂົນສົ່ງໃຫ້ຮັບປະກັນຄວາມປອດໄພ, ຫຼີກລ້ຽງອຸປະຕິເຫດທາງດ້ານແຮງງານ ໃນເຂດກິດຈະການບໍ່ແຮ່ເຊັ່ນ: ເຂດໂຮງງານປຸງແຕ່ງແຮ່ທາດ, ອ່າງບົມແຮ່, ອ່າງຫາງແຮ່ ແລະ ສະຖານທີ່ຖີ່ມດິນເຟືອຍ ຕ້ອງກຳນົດພື້ນທີ່ຢ່າງເໝາະສົມ, ປອດໄພ, ບໍ່ອະນຸຍາດໃຫ້ຖີ່ມດິນເຟືອຍຕາມເປັນພູ ແລະ ກໍ່ສ້າງກິດຈະການບໍ່ແຮ່ ຢູ່ຈຸດທີ່ມີຄວາມສ່ຽງດິນຄ້ອຍຊັນ, ເທິງສັນພູ, ເປັນພູ, ເຂດຍອດຫ້ວຍ, ແຄມຫ້ວຍ ທີ່ອາດກໍ່ໃຫ້ເກີດດິນເຈື່ອນ, ອ່າແຕກໃນຊ່ວງລະດູຝົນເຊິ່ງເປັນສາເຫດກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນ, ທຳລາຍປ່າໄມ້, ແຫຼ່ງນ້ຳ, ລະບົບນິເວດວິທະຍາສັດປ່າ, ສັດນ້ຳ ແລະ ກໍ່ໃຫ້ເກີດເປັນມົນລະພິດຕໍ່ສິ່ງແວດລ້ອມ-ສັງຄົມ.
- ບໍລິມາດແຮ່ທີ່ໄດ້ຈາກການຂຸດຄົ້ນ, ແຮ່ປ້ອນໂຮງງານ, ໂດຍສະເພາະການຫຼໍ່ຫຼອມແຮ່ທາດ ແຕ່ລະຄັ້ງຕ້ອງມີວິ
ຊາການພາກລັດເຂົ້າຮ່ວມຕິດຕາມກວດກາ, ຊັ່ງນ້ຳໜັກ, ທົດລອງກວດກາວິໄຈຄຸນນະພາບ, ຈົດບັນທຶກລົງລາຍເຊັນເປັນຫຼັກຖານ ແລະ ມີສາງເກັບມ້ຽນຢ່າງປອດໄພ.
- ການເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຕ້ອງມີການກວດກາ, ຕິດຊັງ ແລະ ເອກະສານ, ຈາງມີເຄພະແນກພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງທຸກຄັ້ງ, ບໍ່ອະນຸຍາດໃຫ້ໂຄງການເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ໂດຍບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ. ຖ້າເຈົ້າໜ້າທີ່ພົບເຫັນ ໃຫ້ຢຶດເປັນຂອງລັດ ໂດຍບໍ່ມີການຕໍ່ລອງ.
2. ທຸກໆໂຄງການທີ່ດຳເນີນກິດຈະການແຮ່ທາດ ຢູ່ໃນແຂວງອັດຕະປື ໃຫ້ຈັດຕັ້ງປະຕິບັດຕາມສັນຍາ, ຕາມຄຳສັ່ງຂອງຂັ້ນເທິງ ແລະ ຕ້ອງມີການຄຸ້ມຄອງ, ຕິດຕາມກວດກາຢ່າງຮັດກຸ່ມ ແຂວງຈະແຕ່ງຕັ້ງພະນັກງານເຂົ້າຮ່ວມເຮັດໜ້າທີ່.
ຄຸ້ມຄອງ, ຕິດຕາມປະຈຳຢູ່ພາກສະໜາມ ຕາມສິດ, ພາລະບົດບາດ, ຄວາມຮັບຜິດຊອບຂອງຂະແບນງການປະກອບມີ:
ພະແນກພະລັງງານ ແລະ ບໍ່ແຮ່; ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ພະແນກການເງິນແລະ ບາງ
ຂະແໜງການທີ່ຈຳເປັນ (ແຮງງານ ແລະ ສະຫວັດດີການສັງຄົມ; ປກສ; ກະສິກຳ ແລະ ປ່າໄມ້; ອຸດສາຫະກຳ ແລະ
ການຄ້າ) ຕາມແຕ່ລະກໍລະນີ. ບໍລິສັດຕ້ອງໃຫ້ການຮ່ວມມື, ອຳນວຍຄວາມສະດວກ, ລາຍງານແຜນການເຄື່ອນໄຫວ
ຕ່າງໆ ໃຫ້ພະນັກງານລັດເຂົ້າເຖິງຂໍ້ມູນທີ່ຖືກຕ້ອງ, ຊັດເຈນ ແລະ ໂປ່ງໃສ.
3. ບໍລິສັດ ຕ້ອງເອົາໃຈໃສ່ປະຕິບັດພັນທະຕ່າງໆຂອງຕົນ ຕາມສັນຍາສຳປະທານໃຫ້ຄົບຖ້ວນ ແລະ ຕາມກຳນົດ
ເວລາ. ສຳລັບແຮ່ທາດ, ຜະລິດຕະພັນແຮ່ທາດເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ກ່ອນການຈຳຫງ່າຍຕ້ອງໄດ້ຊຳລະຄ່າ
ຊັບພະຍາກອນແຮ່ທາດຕາມລັດຖະບັນຢັດຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 28 ກັນຍາ
2023 ແລະ ຄ່າພາສີ, ອາກອນຕ່າງໆຕາມລະບຽບກົດໝາຍຢ່າງເຂັ້ມງວດ.
4. ກໍລະນີໂຄງການໃດ ມີການລະເມີດລະບຽບກົດໝາຍ ແລະ ສັນຍາສຳປະທານ, ບໍ່ປະຕິບັດພັນທະ, ບໍ່ເຄື່ອນໄຫວວຽກງານ, ແກ່ຍາວເວລາ, ບໍ່ປະຕິບັດຕາມຂັ້ນຕອນ, ໂອນສິດ ຫຼື ເອົາຄູ່ຮ່ວມທຶນເຂົ້າຮັບເຫົາຕໍ່ກິດຈະການໃດໜຶ່ງ ທີ່ບໍ່ໄດ້ຮັບອະນຸຍາດຈາກແຂວງ, ບໍລິສັດດັ່ງກ່າວຈະຖືກດຳເນີນມາດຕະການຕາມດຳລັດ ສະບັບເລກທີ 373/ລບ, ລົງວັນທີ 1 ທັນວາ 2023. ບໍລິສັດທີ່ລະເມີດນັ້ນບໍ່ໃຫ້ການຮ່ວມມື, ເປັນການສ້າງຄວາມຫຍຸ້ງຍາກໃຫ້ແຂວງ ແລະ ສ້າງຄວາມເສຍຫາຍແກ່ປະເທດຊາດ ມອບໃຫ້ພະແນກພະລັງງານ ແລະ ບໍ່ແຮ່ແຂວງລາຍງານການນຳຂອງແຂວງດ່ວນ ເພື່ອຄົ້ນຄວ້າລາຍງານ ແລະ ສະເໜີລັດຖະບານຍົກເລີກສັນຍາ.
5. ບັນດາພະແນກການກ່ຽວຂ້ອງຂອງແຂວງ, ເມືອງ, ບ້ານກ່ຽວຂ້ອງ ແລະ ບັນດາບໍລິສັດທີ່ເຄື່ອນໄຫວກິດຈະການ
ແຮ່ທາດຢູ່ພາຍໃນແຂວງອັດຕະປື ຈົງຮັບຮູ້, ໃຫ້ການຮ່ວມມືຈັດຕັ້ງປະຕິບັດ ຄຳສັ່ງສະບັບນີ້ຢ່າງເຂັມງວດ.
6. ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີຄຳສັ່ງປ່ຽນແປງໃໝ່.
ເຈົ້າແຂວງ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ