ຄຳສັ່ງວ່າດ້ວຍ ການຫ້າມຈັບຈ່ອງ ແລະ ບຸກລຸກທີ່ດິນໂດຍບໍ່ໄດ້ຮັບການອະນຸຍາດ
禁止非法侵占土地令
Decree on Prohibition of Illegal Land Encroachment
ບົດສະຫຼຸບ
ກົດໝາຍນີ້ຫ້າມການຄອບຄອງ ຫຼື ຊື້ຂາຍທີ່ດິນໂດຍບໍ່ໄດ້ຮັບອະນຸຍາດ, ກຳນົດການກວດສອບ ແລະ ດຳເນີນຄະດີຕໍ່ການຄອບຄອງທີ່ດິນສະຫງວນ ແລະ ທີ່ດິນຂອງລັດ, ແລະ ກຳນົດໃຫ້ຜູ້ລະເມີດຖືກລົງໂທດ, ຍຶດທີ່ດິນ ແລະ ບໍ່ມີການຊົດເຊີຍ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງອັດຕະປື ເລກທີ.( 78 ....../ຈຂອປ
ອັດຕະປື, ວັນທີຜຜີ.1ຟ.ຫ.)..20 2 (|
ວ່າດ້ວຍການຫ້າມຈັບຈ່ອງ ແລະ ກທີ່ດິນໂດຍບໍ່ໄດ້ຮັບການອະນຸຍາດ
ເຖິງ: ບັນດາທ່ານ ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ບຸກຄົນ, ນິຕິບຸກຄົນ, ຕະຫຼອດຮອດພໍ່
ແມ່ປະຊາຊົນ ໃນຂອບເຂດທົ່ວແຂວງອັດຕະປື.
- ອີງຕາມ ກົດນນາຍວ່າດ້ວຍການປົກຄອງທ້ອງຖິ່ນ(ສະບັບປັບປຸງ) ສະບັບເລກທີ 68/ສພຊ, ລົງວັນທີ !4 ທັນວາ
2015. ໜວດທີ [/ ມາດຕາ 20 ວ່າດ້ວຍສິດ ແລະ ຫ້າທີ່ຂອງເຈົ້າແຂວງ.
ອີງຕາມ ກົດໝາຍວ່າດ້ວຍທີ່ດິນ(ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019.
ອີງຕາມ ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ
ໃນໄລຍະໃຫ່ ສະບັບເລກທີ 026/ຄບສພ, ລົງວັນທີ 03/08/2017.
ເຈົ້າແຂວງ ອອກຄຳສັ່ງ:
1. ມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນເຈົ້າການປະສານສົມທົບກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 5 ຕົວເມືອງ, ບັນດາອົງການຈັດຕັ້ງຂັ້ນເມືອງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຜັນຂະຫຍາຍ, ເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ແລະ ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ026/ຄບສພ,ລົງວັນທີ 03 ສິງຫາ 2017 ໃຫ້ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ບຸກຄົນ, ນິຕິບຸກຄົນ, ຕະຫຼອດຮອດພໍ-ແມ່ປະຊາຊົນ ພາຍໃນເມືອງທີ່ ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
2. ຫ້າມຈັບຈ່ອງທີ່ດິນ ຫຼື ບຸກລຸກທີ່ດິນ: ການຈັບຈ່ອງດິນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແມ່ນມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນເຈົ້າການປະສານສົມທົບກັບຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 5 ຕົວເມືອງ, ບ້ານ ແລະ ພະແນກການກ່ຽວຂ້ອງ ເພື່ອດຳເນີນການກວດກາ ແລະ ລົບລ້າງເອກະສານສິດທີ່ກ່ຽວກັບທີ່ດິນ ທີ່ບໍ່ສອດຄ່ອງກັບກົດໝາຍ; ໃນກໍລະນີຫາກພົບເຫັນການກໍ່ຄວາມເສຍຫາຍ ຕ້ອງດຳເນີນຄະດີຕາມຂະບວນການຍຸຕິທຳຢ່າງເຂັ້ມງວດ ແລະ ເດັດຂາດຕໍ່ບັນຫາລຸ່ມນີ້:
2.1 ການຈັບຈ່ອງດິນເຂດປ່າສະຫງວນ, ປ່າດົງດິບ, ປ່າຍອດນ້ຳ, ທີ່ດິນບໍລິເວນບໍ່ແຮ່, ເຂດວັດທະນະທຳບູຮານສະຖານ, ເຂດທ່ອງທ່ຽວທຳມະຊາດ, ເຂດປະຫວັດສາດ ແລະ ເຂດສະຫງວນຂອງລັດ;
2.2 ບຸກລຸກ ແລະ ຄອບຄອງດິນສຳນັກງານອົງການຂອງລັດ, ການຈັບຈ່ອງໂດຍບໍ່ໄດ້ຮັບອະນຸຍາດ ດ້ວຍຮູບການຂຸດດິນ
ເປັນຮ່ອງ, ປູກຕົ້ນໄມ້ໃສ່, ປັກຕາແລວ, ລ້ອມຮົ້ວໄວ້, ປຸກເຮືອນ ຫຼື ຮ້ານໃສ່ ເພື່ອບົ່ງບອກບ່ອນ, ບົ່ງບອກເຂດແດນ ຫຼື ແບ່ງເຂດແດນຕາມສາຍນ້ຳ ແລະ ຫ້ວຍນ້ຳຕາມທຳມະຊາດ ແລ້ວໃຊ້ສິດຫວງຫ້າມ, ສະຫງວນເປັນຂອງຕົນເອງ ຫຼື ສວຍໃຊ້ອຳນາດ, ຫາທີ່, ຕາແຫງບຸກລຸກເອົາດິນເຂດສະຫງວນຂອງລັດ, ດິນທີ່ລັດກຳລັງດຳເນີນການຈັດສັນ ແລະ ທີ່ດິນລັດຍັງບໍ່ທັນໄດ້ຈັດສັນ ຫຼື ອະນຸຍາດໃຫ້: ລັດບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງໃດໜຶ່ງຈັບຈ່ອງ ຫຼື ບຸກລຸກທີ່ດິນ ຫ້າມຂະແໜງການຄຸ້ມຄອງທີ່ດິນຂັ້ນແຂວງ, ເມືອງ, ອຳນາດການປົກຄອງທຸກຂັ້ນ ແຕ່ແຂວງລົງຮອດຂັ້ນບ້ານ ອອກອະນຸຍາດສິດນຳໃຊ້ທີ່ດິນໃຫ້ແກ່ບຸກຄົນ ຫຼື ການຈັດຕັ້ງ ກ່ອນ ຫຼື ຫຼັງປະກາດໃຊ້ກົດໝາຍທີ່ດິນ ປະກອບມີປະເພດທີ່
ດິນດັງນີ້: ທີ່ດິນປ່າປ້ອງກັນ, ປ່າສະຫງວນ, ປ່າດົງດິບ, ດິນບໍລິເວນອ່າງເກັບນ້ຳທຳມະຊາດ, ຍອດຫ້ວຍ, ຍອດແມ່ນ້ຳ, ລຳເຊ, ທີ່ດິນແຄມບຶງ, ແຄມບຶງທຳມະຊາດ ແລະ ທີ່ດິນທີ່ລັດສະຫງວນໄວ້, ທີ່ດິນເຂດສະຫງວນຫວງຫ້າມຂອງລັດ ແລະ ລວມທັງທີ່ດິນບໍລິເວນບໍ່ແຮ່, ເຂດວັດທະນະທຳ ແລະ ບູຮານສະຖານ, ເຂດທ່ອງທ່ຽວທຳມະຊາດ, ເຂດປະຫວັດສາດ ແລະ ເຂດສະຫງວນຂອງລັດ, ທີ່ດິນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ດິນຄົມມະນາຄົມສະຫງວນໄວ້ສ້າງທາງ ຫຼື ສ້າງສິ່ງສາທາລະນະປະໂຫຍດອື່ນໆ, ທີ່ດິນສະຫງວນໄວ້ສ້າງສາຍສົ່ງ ຫຼື ແລວສາຍໄຟຟ້າ, ທີ່ດິນທີ່ມີລະບຽບກົດໝາຍຫວງຫ້າມແລ້ວ. ລວມທັງຊຸກເຊື່ອງ, ເຊື່ອງອຳ (ທີ່ດິນ, ນຳໃຊ້ດິນບໍ່ມີເອກະສານຄອບຄອງ), ການຈັບຈ່ອງ ແລະ ບຸກລຸກທີ່ດິນ
ຖືກຕ້ອງ ຈະຖືກລົງໂທດຕາມກົດໝາຍ ແລະ ຈະຖືກຮິບຄືນ, ໃນກໍລະນີມີສິ່ງປຸກສ້າງ ຫຼື ດຳເນີນກິດຈະການໃດໜຶ່ງຢູ່ໃນຕອນດິນດັ່ງກ່າວ ຕ້ອງຮື້ຖອນສິ່ງປຸກສ້າງ ແລະ ຢຸດເຊົາການດຳເນີນກິດຈະການ ໂດຍລັດຈະບໍ່ທົດແທນຄືນແຕ່ຢ່າງໃດ.
ຫ້າມຊື້-ຂາຍດິນໃຫ້ບໍລິສັດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ, ຖ້າພົບເຫັນຖືວ່າສະຫຼະສິດ ແລະ ຈະໄດ້ປີດເອົາທີ່ດິນດັ່ງກ່າວມາເປັນຂອງລັດ ພ້ອມທັງດຳເນີນຄະດີຕາມຂະບວນການຍຸຕິທຳຢ່າງເຂັ້ມງວດຕໍ່ພວກທີ່ກ່ຽວ.
ທຸກໆເອກະສານທີ່ແຂວງ, ເມືອງ ແລະ ບ້ານໄດ້ອອກເອກະສານທີ່ຂັດກັບຄຳສັ່ງສະບັບນີ້ ທາງຄະນະຮັບຜິດຊອບຂັ້ນແຂວງ ຈະໄດ້ລົງໄປກວດກາຕົວຈິງ ແລະ ດຳເນີນຕາມລະບຽບກົດໝາຍ (ຍົກເວັ້ນແຕ່ກໍລະນີທີ່ທາງການຈັດຕັ້ງໄດ້).
ຕົກລົງສະເພາະ ).
ສະເພາະ ອມ ດ, ເນ
. ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັ່ນເປັນຕົ້ນໄປ. ຜູ .
ເຈົາແຂວງ
ບ່ອນນຳສົ່ງ:
- ພະແນກການອ້ອມຂ້າງແຂວງ ພາກສ່ວນລະ 1 ສະບັບ; ຂດ ມະ
- ອົງການທຽບເທົ່າ ພາກສ່ວນລະ 1 ສະບັບ; າ
- ຫ້ອງວ່າການແຂວງ 1 ສະບັບ; ເ
- ຫ້ອງວ່າການເມືອງໆລະ 1 ສະບັບ; ພ ກ
- ຫ້ອງການ ຊສ ເມືອງໆລະ 1 ສະບັບ: ສ
- ເກັບຮັກສາໄວ້ 1 ສະບັບ. 77
ວັນທອງ ກອງມະນີ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ