ຂໍ້ຕົກລົງວ່າດ້ວຍ ການມີສ່ວນຮ່ວມຂອງສັງຄົມຕໍ່ການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ທົ່ວແຂວງ ສະຫວັນນະເຂດ

沙湾拿吉省学前及普通教育社会参与协议

Agreement on Social Participation in Pre-school and General Education in Savannakhet Province

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການມີສ່ວນຮ່ວມຂອງສັງຄົມໃນການຄຸ້ມຄອງການສຶກສາກ່ອນໄວຮຽນ ແລະ ການສຶກສາທົ່ວໄປໃນແຂວງສະຫວັນນະເຂດ, ເນື້ອໃນຫຼັກແມ່ນການກຳນົດຂັ້ນຕອນການຄຸ້ມຄອງງົບປະມານ, ການນຳໃຊ້ ແລະ ສິດ ແລະ ພັນທະຂອງອົງການຄຸ້ມຄອງການສຶກສາໃນແຕ່ລະຂັ້ນ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 13 ການຄຸ້ມຄອງງົບປະມານ

1. ໂຮງຮຽນອະນຸບານ, ໂຮງຮຽນປະຖົມສຶກສາ ແລະ ໂຮງຮຽນມັດທະຍົມສຶກສາ ຕ້ອງມີຄະນະຮັບຜິດຊອບການເງິນສະເພາະ ເພື່ອຄຸ້ມຄອງງົບປະມານ ທີ່ໄດ້ມາຈາກການມີສ່ວນຮ່ວມຂອງສັງຄົມຕໍ່ການສຶກສາ;

2. ໂຄງປະກອບການຈັດຕັ້ງການຄຸ້ມຄອງເງິນຂອງໂຮງຮຽນ ໂດຍທົ່ວໄປປະກອບດ້ວຍ: ຜູ້ສັງການ, ນາຍບັນຊີ ແລະ ນາຍຄັງ;

ສຳລັບໂຮງຮຽນປະຖົມທີ່ມີຄູແຕ່ 03 ຄົນລົງມາ ໃຫ້ເອົາຄະນະພັດທະນາການສຶກສາຂັ້ນບ້ານ ເຂົ້າມາມີສ່ວນຮ່ວມໃນການຄຸ້ມຄອງງົບປະມານ.

ຫ້ອງກຽມປະຖົມ ແລະ ກຸ່ມຮຽນຜ່ານການຫຼີ້ນ ແມ່ນບໍ່ມີຄະນະຮັບຜິດຊອບການເງິນສະເພາະ ໃຫ້ຂຶ້ນກັບການເງິນໂຮງຮຽນປະຖົມສຶກສາ.

ສຳລັບການຄຸ້ມຄອງງົບປະມານ ຂອງສະຖານການສຶກກ່ອນໄວຮຽນ ແລະ ສາມັນສຶກສາ ພາກເອກະຊົນ ແມ່ນໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ.

ມາດຕາ ມາດຕາ 2

ມາດຕາ 14 ການນຳໃຊ້ງົບປະມານ
ການນຳໃຊ້ງົບປະມານທີ່ໄດ້ມາຈາກການມີສ່ວນຮ່ວມຂອງສັງຄົມ ໃຫ້ປະຕິບັດດັ່ງນີ້:
1. ໃຫ້ສອດຄ່ອງກັບແຜນພັດທະນາການສຶກສາຂອງໂຮງຮຽນ, ຖືກຕາມຈຸດປະສົງ ແລະ ເປົ້າໝາຍ ຕາມທີ່ໄດ້ຕົກລົງກັບຄະນະພັດທະນາການສຶກສາຂັ້ນບ້ານ;
2. ຕ້ອງໄດ້ຮັບການເຫັນດີຈາກຄະນະພັດທະນາການສຶກສາຂັ້ນບ້ານຈຶ່ງສາມາດເບີກຈ່າຍໄດ້.

ມາດຕາ ມາດຕາ 3

ມາດຕາ 15 ອົງການຄຸ້ມຄອງການມີສ່ວນຮ່ວມຂອງສັງຄົມ

ການຄຸ້ມຄອງການມີສ່ວນຮ່ວມຂອງສັງຄົມຕໍ່ການສຶກສາ ກ່ອນໄວຮຽນ ແລະ ສາມັນສຶກສາ ແມ່ນອົງການປົກຄອງແຂວງ ເປັນຜູ້ຄຸ້ມຄອງຢ່າງລວມສູງ ໃນຂອບເຂດທົ່ວແຂວງ, ໂດຍມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງການມີສ່ວນຮ່ວມຂອງສັງຄົມຕໍ່ການສຶກສາ ປະກອບດ້ວຍ:
1. ພະແນກສຶກສາທິການ ແລະ ກິລາແຂວງ;
2. ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ;
3. ສະຖານການສຶກສາ;
4. ຄະນະພັດທະນາການສຶກສາຂັ້ນບ້ານ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ