ຂໍ້ຕົກລົງວ່າດ້ວຍ ການຮັບຮອງເອົາບັນຊີ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I, ປະເພດຄຸ້ມຄອງ ຫຼື ບັນຊີ II, ແລະ ປະເພດທົ່ວໄປ ຫຼື ບັນຊີ III

关于批准野生动物禁猎名录(I类)、管控名录(II类)及普通名录(III类)的协议

Agreement on Approval of the Prohibited Wildlife List (Category I), Controlled List (Category II), and Common List (Category III)

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ຈັດແບ່ງສັດປ່າອອກເປັນ 3 ປະເພດ: ຫ້າມລ່າ, ຄຸ້ມຄອງ ແລະ ທົ່ວໄປ, ພ້ອມທັງລະບຸຊະນິດສະເພາະ ເພື່ອກຳນົດການປົກປັກຮັກສາ ແລະ ການນຳໃຊ້.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຮັບຮອງເອົາບັນຊີສັດປ່າປະເພດຫວງຫ້າມ ຫຼື ບັນຊີ 1, ປະເພດຄຸ້ມຄອງ ຫຼື ບັນຊີ 2 ແລະ ປະເພດທົ່ວໄປ ຫຼື ບັນຊີ 3 ດັ່ງນີ້:

1. ສັດປ່າປະເພດຫວງຫ້າມ ຫຼື ບັນຊີ 1 ປະກອບດ້ວຍ 142 ຊະນິດ, ໃນນີ້ ສັດລ້ຽງລູກດ້ວຍນໍ້ານົມ 72 ຊະນິດ, ສັດເລືອຄານ 22 ຊະນິດ, ສັດປີກ 56 ຊະນິດ ແລະ ສັດເຄິ່ງບົກ-ເຄິ່ງນໍ້າ 2 ຊະນິດ ຊຶ່ງມີຊື່ເປັນພາສາລາວ, ຊື່ພາສາອັງກິດ, ຊື່ວິທະຍາສາດ ແລະ ຮູບພາບ ດັ່ງນີ້:

(ຕາຕະລາງລາຍຊື່ສັດ 142 ຊະນິດ ພ້ອມຊື່ພາສາລາວ, ພາສາອັງກິດ, ຊື່ວິທະຍາສາດ ແລະ ຮູບພາບ)

2. ສັດປ່າປະເພດຄຸ້ມຄອງ ຫຼື ບັນຊີ 2 ປະກອບດ້ວຍ 61 ຊະນິດ, ໃນນີ້ ສັດລ້ຽງລູກດ້ວຍນໍ້ານົມ 21 ຊະນິດ, ສັດເລືອຄານ 7 ຊະນິດ, ສັດປີກ 24 ຊະນິດ, ສັດເຄິ່ງບົກ-ເຄິ່ງນໍ້າ 1 ຊະນິດ ແລະ ແມງໄມ້ 8 ຊະນິດ ຊຶ່ງມີຊື່ເປັນພາສາລາວ, ຊື່ພາສາຕ່າງປະເທດ, ຊື່ວິທະຍາສາດ ແລະ ຮູບພາບ ດັ່ງນີ້:

(ຕາຕະລາງລາຍຊື່ສັດ 61 ຊະນິດ ພ້ອມຊື່ພາສາລາວ, ພາສາຕ່າງປະເທດ, ຊື່ວິທະຍາສາດ ແລະ ຮູບພາບ)

3. ສັດປ່າປະເພດທົ່ວໄປ ຫຼື ບັນຊີ 3 ຊຶ່ງປະກອບມີ 21 ຊະນິດ, ໃນນີ້ ສັດລ້ຽງລູກດ້ວຍນໍ້ານົມ 4 ຊະນິດ, ສັດເລືອຄານ 4 ຊະນິດ, ສັດປີກ 3 ຊະນິດ, ສັດເຄິ່ງບົກ-ເຄິ່ງນໍ້າ 3 ຊະນິດ ແລະ ແມງໄມ້ 7 ຊະນິດ ໂດຍມີຊື່ເປັນພາສາລາວ, ຊື່ພາສາຕ່າງປະເທດ, ຊື່ວິທະຍາສາດ ແລະ ຮູບພາບ ດັ່ງນີ້:

(ຕາຕະລາງລາຍຊື່ສັດ 21 ຊະນິດ ພ້ອມຊື່ພາສາລາວ, ພາສາຕ່າງປະເທດ, ຊື່ວິທະຍາສາດ ແລະ ຮູບພາບ)

ໝາຍເຫດ: ສຳລັບຮູບພາບທີ່ນຳມາປະກອບໃນຂໍ້ຕົກລົງສະບັບນີ້ ແມ່ນເປັນຕົວຢ່າງເພື່ອໃຫ້ຜູ້ເບິ່ງເຂົ້າໃຈງ່າຍ ແຕ່ບໍ່ສາມາດນຳມາຈຳແນກ ແລະ ຢັ້ງຢືນໃນທາງວິທະຍາສາດໄດ້.

ມາດຕາ ມາດຕາ 2

ມາດຕາ 2 ການຈັດຕັ້ງປະຕິບັດ
ມອບໃຫ້ ກົມປ່າໄມ້ ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ
ໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 3 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ