ຄຳແນະນຳວ່າດ້ວຍ ການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ

土地使用权活动登记与变更指导意见

Guidelines on Registration and Changes of Land Use Rights Activities

ບົດສະຫຼຸບ

ຄຳແນະນຳສະບັບນີ້ກຳນົດຂັ້ນຕອນການຈົດທະບຽນການໂອນສິດນຳໃຊ້ທີ່ດິນ ເຊັ່ນ ການໃຫ້ເຊົ່າ, ການຈຳນຳ, ການຊື້ຂາຍ, ການສືບມໍລະດົກ ແລະ ການບໍລິຈາກ ພາຍໃນປະເທດລາວ, ເພື່ອປົກປ້ອງສິດຂອງຜູ້ຖືສິດ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຢ່າງເປັນລະບຽບ.

ມາດຕາ

ມາດຕາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ດ 050 ເູ - “ງຫຼ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເລກທີ.........ມຼ.-.-/ກຊສ
ນະຄອນຫຼວງວຽງຈັນ, ວັນທີ: .ຮົ...ແ ານ ໃ. 4157.
ຄຳແນະນຳ
ວ່າດ້ວຍການຈົດທະບຽນ
[ຈ ພ 3. + ນ ເ ແ>
ການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ
-. ອີງຕາມກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ສະບັບເລກທີ 70/ສພຊ , ລົງວັນທີ 21 ມິຖຸນາ 2019;
-- ອີງຕາມປະມວນກົດໝາຍແພ່ງ ສະບັບເລກທີ 55/ສພຊ, ລົງວັນທີ 6 ທັນວາ 2018;
-- ອີງຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 202;
-. ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ສິ່ງແວດລ້ອມ ສະບັບເລກທີ 573/ນຍ, ລົງວັນທີ 20 ກັນຍາ 2023

ອີງຕາມຫັງສະເຫຼີຂອງກົມທີ່ດິນ ສະບັບເລກທີ 712/ກຊສ.ກທດ, ລົງວັນທີ 14 ມິຖຸນາ 2022

ລັດຖະມົນຕີ ອອກຄຳແນະນຳ:

ຫວດທີ 1
ຫຼັກການລວມ

1. ຈຸດປະສົງ
ຄຳແນະນຳສະບັບນີ້ ກຳນົດລະບຽບການ, ວິທີການ ແລະ ຂັ້ນຕອນ ກ່ຽວກັບການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ ເພື່ອຄຸ້ມຄອງ, ຕິດຕາມ ກວດກາວຽກງານດັ່ງກ່າວ ດ້ວຍການບັນທຶກ ແລະ ຢັ້ງຢືນສິດນຳໃຊ້ທີ່ດິນ ໃຫ້ຖືກຕ້ອງຕາມຄວາມເປັນຈິງ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ ແລະ ປະຊາຊົນບັນດາເຜົາ ຜູ້ທີ່ເປັນເຈົ້າຂອງສິດນຳໃຊ້ທີ່ດິນ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ.
2. ການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ

ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ແມ່ນ ການບັນທຶກ ແລະ ຢັ້ງຢືນສິດນຳໃຊ້ທີ່ດິນ ທີ່ເຈົ້າຂອງສິດນຳໃຊ້ທີ່ດິນ ໄດ້ເອົາສິດດັງກ່າວ ໃຫ້ເຊົ່າ, ເປັນຫຼັກຊັບຄ້າປະກັນ, ຂາຍຝາກ, ທາດສະພາບຕາມສັນຍາ, ສິດເຫືອທີ່ດິນ ແລະ ການເຄື່ອນໄຫວອື່ນ.

ການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ແມ່ນ ການບັນທຶກ ແລະ ຢັ້ງຢືນການປ່ຽນແປງສິດນຳໃຊ້ທີ່ດິນຈາກເຈົ້າຂອງສິດນຳໃຊ້ທີ່ດິນເດີມໄປໃຫ້ຜູ້ອື່ນ ດ້ວຍການອອກໃບຕາດິນໃໝ່ ຕາມການສືບທອດມູນມໍລະດົກ, ຊື້ ຂາຍ, ເອົາເຂົ້າເປັນຮຸ້ນ, ມອບ ຫຼື ຍົກສິດນຳໃຊ້ທີ່ດິນ, ແລກປ່ຽນ, ຖອນ ຫຼື ໂອນ ສິດນຳໃຊ້ທີ່ດິນຄືນ, ທາດສະພາບຕາມກົດໝາຍ, ຄຳຕັດສິນຂອງສານ.

3. ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຄຳແນະນຳສະບັບນີ້ ມີຄວາມໝາຍ ດັ່ງນີ້:
1) ໃບຢັ້ງຢືນຄວາມຖືກຕ້ອງຂອງໃບຕາດິນ ໝາຍເຖິງ ໃບຕາດິນທີ່ຖືກຕ້ອງຕາມກົດໝາຍ ເຊິ່ງໄດ້ຜ່ານການກວດສອບ ແລະ ຢັ້ງຢືນຈາກອົງການທີ່ກ່ຽວຂ້ອງຂອງລັດ ວ່າເປັນເອກະສານທີ່ຖືກຕ້ອງ ແລະ ມີຜົນສັກສິດຕາມກົດໝາຍ.

ຕອນດິນ ເປັນຕົ້ນ ໃບທະບຽນທີ່ດິນ, ປຶ້ມທະບຽນທີ່ດິນ, ປຶ້ມຈົດທະບຽນ, ກວດໃສ່ແຜນທີ່ຕາດິນ, ກວດເບີ່ງສຳນວນເອກະສານຕອນດິນ, ບໍ່ໄດ້ນຳໃຊ້ເຂົ້າໃນເປົ້າໜາຍອືນ, ບໍ່ມີການຄັດຄ້ານ, ບໍ່ມີຂໍ້ຂັດແຍ່ງ, ບໍ່ມີການອາຍັດຈາກອົງການທີ່ກ່ຽວຂ້ອງ ໃຫ້ແກ່ຜູ້ສະເໜີຂໍອອກໃບຢັ້ງຢືນຄວາມຖືກຕ້ອງຂອງໃບຕາດິນ;

2) ການປະລະສິດເຊົ່າ ຫຼື ສຳປະທານທີ່ດິນ ໝາຍເຖິງ ການເຊົ່າ ຫຼື ສຳປະທານທີ່ດິນ ເວລາ ແຕ່ຜູ້ເຊົ່າ ໄດ້ຫີຈາກທີ່ດິນ ຫຼື ບໍ່ມີການພັດທະນາທີ່ດິນ ໂດຍບໍ່ໄດ້ຄອບ ແລະ ບໍ່ໄດ້ແຈ້ງໃຫ້ເຊົ່າ ຫຼື ສຳປະທານທີ່ດິນຊາບ ຊຶ່ງເຮັດໃຫ້ເກີດຜົນເສຍຫາຍແກ່ຜູ້ໃຫ້ເຊົາ ຫຼື ສຳປະທານທີ່ດິນ ຢັ້ງຢືນເປັນລາຍລັກອັກສອນ ຈາກອົງການທີ່ກ່ຽວຂ້ອງຂອງລັດ;
3) ການສະຫຼະສິດເຊົ່າ ຫຼື ສຳປະທານທີ່ດິນ ໝາຍເຖິງ ການເຊົາ ຫຼື ສຳປະທານທີ່ດິນ ບໍ່ທັນໝົດກຳນົດ
ເວລາ ແຕ່ຜູ້ເຊົາ ຫຼື ສຳປະທານ ມີຈຸດປະສົງ ບໍ່ເຊົາ ຫຼື ສຳປະທານຕໍ່ຕາມກຳນົດເວລາ ແລະ ຜູ້ໃຫ້ເຊົ່າ ຫຼື ສຳປະທານ
ກໍເຫັນດີຕົກລົງ ໂດຍໄດ້ຮັບການຢັ້ງຢືນຈາກອົງການທີ່ກ່ຽວຂ້ອງຂອງລັດ;

4) ຜູ້ປົກຄອງຊັບ ໝາຍເຖິງ ບຸກຄົນທີ່ໄດ້ຮັບການແຕ່ງຕັ້ງໃຫ້ປົກຄອງຊັບແທນເດັກທີ່ບໍ່ທັນພົ້ນກະສຽນ
ອາຍຸ ຫຼື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ, ສິດຂອງຜູ້ປົກຄອງຊັບຈະສິ້ນສຸດລົງ ເມື່ອເດັກນັ້ນຫາກພົ້ນກະ
ສຽນອາຍຸ ຫຼື ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ ຫາກໄດ້ກັບຄືນສູ່ສະພາບປົກກະຕິແລ້ວ;

5) ໃບຢັ້ງຢືນສາຍຍາດ ໝາຍເຖິງ ເອກະສານຢັ້ງຢືນກ່ຽວກັບສາຍພົວພັນລະຫວ່າງຍາດສາຍຕັ້ງ ແລະ
ຍາດສາຍຂວາງ ທີ່ມີສາຍກ່ຽວພັນກັນ ຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍແພ່ງ.
ນ ບໍ່ທັນພົດກຳນົດ
ຫຼື ສົງຂ່າວໃຫ້ແກ່ຜູ້
ນ ແລະ ໄດ້ຮັບການ

ບໍ
ງ ຫຼືສສົ
ດິ

4. ຂອບເຂດການນຳໃຊ້
ຄຳແນະນຳສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນພົນລະເມືອງລາວ ລວມທັງ
ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ແລະ ການຈັດຕັ້ງຂອງບຸກຄົນ
ດັງກ່າວ ທີ່ດຳລົງຊີວິດ ແລະ ເຄືອນໄຫວ ຢູ່ໃນດິນແດນ ສປປ ລາວ.

ໜວດທີ 2
ປະເພດ ແລະ ຂັ້ນຕອນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ

1. ປະເພດ ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ

ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ປະກອບມີ ປະເພດ ດັ່ງນີ້:

] ) ການເຊົ່າ ຫຼື ສຳປະທານ;

2) ການເອົາໃບຕາດິນໄປເປັນຫຼັກຊັບຄ້າປະກັນ;

3) ການຂາຍຝາກສິດນຳໃຊ້ທີ່ດິນ;

4) ທາດສະພາບຕາມສັນຍາ;

5) ສິດເຫື່ອທີ່ດິນ;
6) ການຊື້ ຂາຍ ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ.

ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຫາກມີການສະເໜີຄັດຄ້ານ ແມ່ນໃຫ້ໂຈະການຈົດທະບຽນນັ້ນໄວ້ກ່ອນ ຈົນກວ່າໄດ້ຮັບການແກ້ໄຂຕາມກົດໝາຍ ຊຶ່ງຜູ້ຕັດຄ້ານນັ້ນ ແມ່ນຜູ້ທີ່ກ່ຽວຂ້ອງໂດຍກົງ ຫຼື ຜູ້ທີ່ໄດ້ຮັບສິດນຳໃຊ້ທີ່ດິນ. ຖ້າຫາກການສະເໜີຄັດຄ້ານນັ້ນ ບໍ່ໄດ້ດຳເນີນການໄກ່ເກ່ຍ ຫຼື ແກ້ໄຂຕາມກົດໝາຍ ຫຼື ບໍ່ມີການຮ້ອງຟ້ອງຕໍ່ສານ ພາຍໃນກຳນົດເວລາ ຊາວ ວັນລັດຖະການ ນັບແຕ່ວັນທີ່ຍື່ນຄຳສະເໜີເປັນຕົ້ນໄປ ໂດຍບໍ່ມີເອກະສານຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ໃຫ້ຖືວ່າຄຳສະເໜີຄັດຄ້ານນັ້ນ ແມ່ນບໍ່ມີເຫດຜົນຕໍ່ການສະເໜີຄັດຄ້ານດັ່ງກ່າວ. ໃນກໍລະນີມີຄຳຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດ ແລະ ມີຄຳສັ່ງປະຕິບັດຄຳຕັດສິນຂອງສານແລ້ວ ແມ່ນ
ໃຫ້ດຳເນີນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ເວັ້ນເສຍແຕ່ມີຄຳສັ່ງໃຫ້ມີການຮື້ພື້ນຄະດີ ຕາມກົດໝາຍ.

1. ການຈົດທະບຽນ ການເຊົ່າ ຫຼື ສຳປະທານທີ່ດິນ
1.1 ການຈົດທະບຽນການເຊົ່າທີ່ດິນຈາກພົນລະເມືອງລາວ
ການເຊົ່າທີ່ດິນ ລະຫວ່າງ ພົນລະເມືອງລາວດ້ວຍກັນ ລວມທັງນິຕິບຸກຄົນ ຫຼື ການຈັດຕັ້ງທີ່ເປັນພົນລະເມືອງລາວ ແມ່ນຂຶ້ນກັບການຕົກລົງຂອງສອງຝ່າຍ ໂດຍໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ, ອົງການທະບຽນສານ ແລະ ຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່ ຕາມການສະເໜີຂອງຄູ່ສັນຍາຝ່າຍໃດຝ່າຍໜຶ່ງ.

ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ທີ່ດຳລົງຊີວິດ ຢູ່
ສປປ ລາວ ຢ່າງຖືກຕ້ອງຕາມກົດໝາຍ ແລະ ການຈັດຕັ້ງຂອງບຸກຄົນດັ່ງກ່າວ ທີ່ສ້າງຕັ້ງຂຶ້ນຕາມການອະນຸຍາດຂອງລັດ ສາມາດເຊົ່າທີ່ດິນນຳພົນລະເມືອງລາວ ລວມທັງນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນພົນລະເມືອງລາວ ພາຍໃນເວລາບໍ່ເກີນ ສາມສິບ ປີ ແລະ ສາມາດຕໍ່ໄດ້ ແລ້ວແຕ່ກໍລະນີຕາມການຕົກລົງຂອງຄູ່ສັນຍາ ໂດຍໄດ້ຮັບການອະນຸຍາດຈາກອົງການປົກຄອງຂັ້ນແຂວງ ຕາມການສະເໜີຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ. ສັນຍາເຊົ່າທີ່ດິນດັ່ງກ່າວ ຕ້ອງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ, ອົງການທະບຽນສານ ແລະ ຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່.

ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນສັນຍາເຊົ່າທີ່ດິນ ຈາກພົນລະເມືອງລາວ ປະກອບມີ ດັ່ງນີ້:

- ຄຳຮ້ອງຂໍຈົດທະບຽນ;
- ສັນຍາເຊົ່າທີ່ດິນ;
ໃບຢັ້ງຢືນຄວາມຖືກຕ້ອງຂອງໃບຕາດິນ;
ໃບຕາດິນສະບັບຕົ້ນ;
ໃບແຈ້ງເສຍຄ່າທຳນຽມການນຳໃຊ້ທີ່ດິນ ຫຼື ໃບຮັບເງິນອາກອນທີ່ດິນ ປະຈຳປີຫຼ້າສຸດ;
ສຳເນົາສຳມະໂນຄົວ ແລະ ສຳເນົາບັດປະຈຳຕົວຂອງຜູ້ເຊົ່າ. ຖ້າເປັນຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ໃຫ້ສຳເນົາຫັງສືຜ່ານແດນ;

-. ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າຫາກມີ).

1

1.1.2 ການຈົດທະບຽນຈາກການເຊົ່າ ແລະ ສຳປະທານທີ່ດິນຂອງລັດ

ການເຊົ່າທີ່ດິນຂອງລັດ ແມ່ນ ການຕົກລົງລະຫວ່າງ ຜູ້ເຊົາກັບຜູ້ໃຫ້ເຊົ່າທີ່ດິນ (ອົງການຈັດຕັ້ງລັດ) ເພື່ອນຳໃຊ້ທີ່ດິນເຂົ້າໃນກິດຈະການໃດຫົຶ່ງ ຕາມສັນຍາ ແລະ ກົດໝາຍ ເປັນຕົ້ນ ການຄ້າ, ການບໍລິການ, ບ່ອນຢູ່ອາໄສ, ການທ່ອງທ່ຽວ, ການກິລາ, ການທຸດ ແລະ ການຈັດຕັ້ງສາກົນ.

ການສຳປະທານທີ່ດິນຂອງລັດ ແມ່ນ ການອະນຸຍາດຂອງລັດໃຫ້ຜູ້ຂໍອຳປະທານທີ່ດິນ ນຳໃຊ້ທີ່ດິນໃນພື້ນ
ທີ່ດິນທີ່ລັດໄດ້ຈັດສັນ ເພື່ອດຳເນີນກິດຈະການລົງທຶນສຳປະທານຕາມສັນຍາ ແລະ ກົດໝາຍ ເປັນຕົ້ນ ຂະແໜງກະສິກຳ, ປູກໄມ້, ແຫຼ່ງທ່ອງທ່ຽວ, ເຂດອຸດສາຫະກຳ ຫຼື ນິຄົມອຸດສາຫະກຳ, ເຂດເສດຖະກິດພິເສດ, ການພັດທະນາຕົວເມືອງໃໝ່, ການພັດທະນາແຫຼ່ງພະລັງງານໄຟຟ້າ, ການຂຸດຄົ້ນບໍ່ແຮ່.

ກໍລະນີເຂດສຳປະທານທີ່ດິນ ຫາກກວມເອົາເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບນັ້ນ ຈະສຳປະທານໄດ້ກໍ່ຕໍ່ເມື່ອໄດ້ຮັບການເຫັນດີຈາກຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ເທົ່ານັ້ນ.

ການເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ຕ້ອງຜ່ານການປະມູນ ແລະ ດຳເນີນໃນເຂດທີ່ດິນຂອງລັດ ທີ່ລັດໄດ້ຈັດສັນໄວ້. ຜູ້ເຊົ່າ ຫຼື ຜູ້ສຳປະທານດັ່ງກ່າວ ຕ້ອງດຳເນີນການສຶກສາຜົນກະທົບ ຫຼື ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ.
ລວມທັງສ້າງແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ຫຼັງຈາກລັດຖະບານ ຫຼື ອົງການປົກຄອງຂັ້ນແຂວງ ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ເຊົ່າ ຫຼື ສຳປະທານທີ່ດິນຂອງລັດແລ້ວ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນທີ່ດິນຕັ້ງຢູ່ ອອກໃບຕາດິນລັດ ພາຍໃນເວລາ ຫ້າວັນ ລັດຖະການ ໃຫ້ຜູ້ເຊົ່າ ຫຼື ສຳປະທານທີ່ດິນຂອງລັດນັ້ນ ຕາມກຳນົດເວລາການເຊົ່າ ຫຼື ສຳປະທານ.

ກຳນົດເວລາເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ໂດຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ອີງໃສ່ລັກສະນະ, ຂະໜາດ ແລະ ເງື່ອນໄຂຂອງກິດຈະການ ແຕ່ບໍ່ໃຫ້ເກີນ ຫ້າສິບ ປີ ແລະ ສາມາດ
ຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ຫຼື ສະພາແຫ່ງຊາດ ຫຼື ສະພາປະຊາຊົນຂັ້ນແຂວງ ໂດຍອີງຕາມການປະເມີນຜົນການເຄື່ອນໄຫວໂຄງການ ຫຼື ກິດຈະການ ແລະ ການຕົກລົງຂອງລັດຖະບານ ຫຼື ອົງການປົກຄອງຂັ້ນແຂວງ.

ສາລະບັນການເຊົ່າທີ່ດິນຂອງລັດ ໂດຍສະຖານທູດ ຫຼື ອົງການຈັດຕັ້ງສາກົນ ແມ່ນ ຂຶ້ນກັບການຕົກລົງລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບລັດຖະບານປະເທດ ຫຼື ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໂດຍມີກຳນົດເວລາບໍ່ເກີນ ເກົ້າສິບເກົ້າປີ ແລະ ສາມາດຕໍ່ໄດ້ ຕາມການສະເໜີຂອງກະຊວງການຕ່າງປະເທດ ບົນພື້ນຖານການປະສານສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງຂັ້ນແຂວງທີ່ກ່ຽວຂ້ອງ. ນອກຈາກການເຊົ່າທີ່ດິນຂອງລັດແລ້ວ ລັດຖະບານ ອະນຸຍາດໃຫ້ສະຖານທູດຂອງຕ່າງປະເທດນຳໃຊ້ທີ່ດິນຢູ່ ສປປ ລາວ
ດ້ວຍການແລກປ່ຽນ, ການໂອນ ຕາມການຕົກລົງລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບລັດຖະບານປະເທດທີ່ກ່ຽວຂ້ອງ.

ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນສັນຍາເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ປະກອບມີ ດັງນີ້:

-- ຄຳຮ້ອງ ຫຼື ໃບສະເຫີ ຂໍຈົດທະບຽນ;

-- ສັນຍາເຊົາ ຫຼື ສຳປະທານທີ່ດິນຂອງລັດ;

-- ໃບຕາດິນລັດ ສະບັບຕົ້ນ;

-- ບົດວິພາກເສດຖະກິດ-ເຕັກນິກ (ຖ້າຫາກມີ);

-- ໃບທະບຽນວິສາຫະກິດ (ຖ້າຫາກມີ);

-- ໃບອະນຸຍາດດຳເນີນທຸລະກິດ (ຖ້າຫາກມີ);

-- ສຳເນົາສຳມະໂນຄົວ ແລະ ສຳເນົາບັດປະຈຳຕົວຂອງຜູ້ເຊົ່າ ຫຼື ສຳປະທານ. ຖ້າເປັນຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ໃຫ້ສຳເນົາຫັງສືຜ່ານແດນ;

-. ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າຫາກມີ).

ສັນຍາເຊົາ ຫຼື ສຳປະທານທີ່ດິນຂອງລັດ ຖ້າຫາກວ່າອົງການປົກຄອງຂັ້ນແຂວງ ເປັນຜູ້ອະນຸຍາດໃຫ້ເຊົ່າ ຫຼື
ສຳປະທານທີ່ດິນຂອງລັດ ໃຫ້ດຳເນີນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ບ່ອນທີ່ດິນຕັ້ງຢູ່.

ສັນຍາເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ຖ້າຫາກວ່າລັດຖະບານ ເປັນຜູ້ອະນຸຍາດໃຫ້ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ໃຫ້ດຳເນີນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຢູ່ກົມທີດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

1.1.3 ການຈົດທະບຽນການປ່ຽນແປງສັນຍາ ເຊົ່າທີ່ດິນນຳພົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ

ສັນຍາ ເຊົ່າທີ່ດິນນຳພົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ສາມາດປ່ຽນແປງໄດ້ຕາມການຕົກລົງເຫັນດີຂອງຄູ່ສັນຍາ ເປັນຕົ້ນ ເພີ່ມ ຫຼື ຫຼຸດຄ່າເຊົາ ຫຼື ສຳປະທານທີ່ດິນ ທີ່ຕ້ອງຈ່າຍຕາມສັນຍາ; ເພີ່ມ ຫຼື ຫຼຸດ
ກຳນົດເວລາຂອງການເຊົ່າ ຫຼື ສຳປະທານ; ການປ່ຽນແປງ, ຕັດອອກ ຫຼື ເພີ່ມເງື່ອນໄຂຂອງສັນຍາເຊົາ ຫຼື ສຳປະທານ ຕ້ອງໄດ້ຮັບການຈົດທະບຽນຄືນໃໝ່ ຕາມຂອບເຂດຄວາມຮັບຜິດຊອບ ທີ່ກຳນົດໄວ້ໃນໝວດທີ 2 ຂອງຂໍ້ 2 ໃນຂໍ້ 2.1 ແລະ 2.2 ຂອງຄຳແນະນຳສະບັບນີ້.

1.1.4 ການຈົດທະບຽນການເອົາສິດ ເຊົ່າທີ່ດິນນຳພົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ໃຫ້ຜູ້ອື່ນເຊົ່າຕໍ່

ສັນຍາເຊົ່າທີ່ດິນນຳພົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ສາມາດເອົາສິດ ເຊົ່າ ຫຼື ສຳປະທານໃຫ້ຜູ້ອື່ນເຊົ່າຕໍ່ໄດ້ ແຕ່ກຳນົດເວລາໃນການເອົາໃຫ້ຜູ້ອື່ນເຊົ່າ ຫຼື ສຳປະທານຕໍ່ ແມ່ນບໍ່ໃຫ້ເກີນກຳນົດເວລາ ຂອງສັນຍາແມ່. ທຸກໆຄັ້ງ ທີ່ໃຫ້ຜູ້ອື່ນເຊົ່າ ຫຼື ສຳປະທານຕໍ່ນັ້ນ ຕ້ອງໄດ້ຮັບການເຫັນດີຈາກຜູ້ໃຫ້ເຊົ່າ ຫຼື ສຳປະທານ ເສບີ
ກ່ອນ. ຖ້າຫາກສັນຍາເຊົ່າ ຫຼື ສັນຍາສຳປະທານທີ່ດິນ ສະບັບແມ່ໄດ້ລະບຸເງື່ອນໄຂໃຫ້ຜູ້ອື່ນເຊົ່າຕໍ່ໄດ້ ຜູ້ເຊົ່າ ຫຼື ສຳປະທານທີ່ດິນ ກໍ່ສາມາດດຳເນີນການໄດ້ເລີຍ.

ການເອົາສິດ ເຊົາ ຫຼື ສຳປະທານທີດິນ ໃຫ້ຜູ້ອືນເທົ້າຕີ ຕ້ອງມີສັນຍາໃຫ້ຜູ້ອື່ນເຊົ່າ ຫຼື ສຳປະທານທີ່ດິນ ຕໍ່ ຢ່າງເປັນລາຍລັກອັກສອນ ລະຫວ່າງຜູ້ເຊົາ ຫຼື ຜູ້ສຳປະທານທີ່ດິນເດີມ ກັບຜູ້ເຊົາ ຫຼື ສຳປະທານທີ່ດິນຜູ້ໃໜ່. ຫຼັງຈາກນັ້ນ ຜູ້ເຊົ່າ ຫຼື ສຳປະທານທີ່ດິນຜູ້ໃໜ່ ໃຫ້ແຈ້ງຈົດທະບຽນສັນຍາດັງກ່າວ ຕາມຂອບເຂດຄວາມຮັບຜິດຊອບ ທີ່ກຳນົດໄວ້ໃນບນວດທີ 2 ຂອງຂໍ້ 2 ໃນຂໍ້ 2.1 ແລະ 2.2 ຂອງຄຳແນະນຳສະບັບນີ້.
1.1.5 ການຈົດທະບຽນໂອນສັນຍາເຊົ່າທີ່ດິນນຳພົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ

ສັນຍາເຊົ່າທີ່ດິນນຳພົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ສາມາດໂອນສັນຍາເຊົ່າ ຫຼື ສຳປະທານທີ່ດິນ ທີ່ຍັງບໍ່ທັນຫົດກຳນົດ ໃຫ້ຜູ້ອືນເຊົ່າ ຫຼື ສຳປະທານໄດ້ ແຕ່ຕ້ອງໄດ້ຕົກລົງເຫັນດີ ຈາກຜູ້ໃຫ້ເຊົາເສຍກ່ອນ. ຖ້າຫາກສັນຍາເຊົ່າ ຫຼື ສັນຍາສຳປະທານທີ່ດິນ ສະບັບແມ່ໄດ້ລະບຸເງື່ອນໄຂໃຫ້ໂອນສັນຍາເຊົ່າ ຫຼື ສຳປະທານທີ່ດິນ ກໍ່ສາມາດດຳເນີນການໄດ້ເລີຍ.

ການໂອນສັນຍາເຊົ່າ ຫຼື ສຳປະທານທີ່ດິນ ຕ້ອງມີສັນຍາໂອນສິດເຊົ່າ ຫຼື ສຳປະທານທີ່ດິນເປັນລາຍລັກອັກສອນ ລະຫວ່າງຜູ້ເຊົາ ຫຼື ຜູ້ສຳປະທານ ກັບຜູ້ເຊົ່າ ຫຼື ສຳປະທານຜູ້ໃໜ່. ຜູ້ເຊົ່າ ຫຼື ສຳປະທານຜູ້ໃໜ່ ຕ້ອງປະຕິບັດ
ສິດ, ພັນທະ ແລະ ເງື່ອນໄຂຕ່າງໆ ຂອງຜູ້ເຊົ່າ ຫຼື ສຳປະທານເດີມ ຕາມສັນຍາ, ກົດໝາຍ ແລະ ລະບຽບການ ຫຼັງຈາກນັ້ນໃຫ້ແຈ້ງຈົດທະບຽນສັນຍາດັ່ງກ່າວ ຕາມຂອບເຂດຄວາມຮັບຜິດຊອບ ທີ່ກຳນົດໄວ້ໃນໜວດທີ 2 ຂອງຂໍ້ 2 ໃນຂໍ້ 2.1 ແລະ 2.2 ຂອງຄຳແນະນຳສະບັບນີ້.

1.1.6 ການຈົດທະບຽນສືບທອດສັນຍາເຊົ່າ ຫຼື ສຳປະທານທີ່ດິນ

ຜູ້ເຊົ່າ ຫຼື ສຳປະທານທີ່ດິນ ຫາກໄດ້ເສຍຊີວິດ ຊັບສົມບັດ ລວມທັງສິດ ແລະ ພັນທະຕ່າງໆກ່ຽວກັບສັນຍາເຊົ່າ ຫຼື ສຳປະທານທີ່ດິນ ຈະຕົກທອດໄປຫາຜູ້ສືບທອດຕາມກົດໝາຍ ຫຼື ຕາມພິໄນກຳ. ແຕ່ຕ້ອງໄດ້ຮັບການຢັ້ງຢືນການສືບທອດມູນມໍລະດົກ. ຫຼັງຈາກນັ້ນ, ໃຫ້ແຈ້ງຈົດທະບຽນສັນຍາດັ່ງກ່າວ ຕາມຂອບເຂດຄວາມຮັບຜິດຊອບ ທີ່ກຳນົດໄວ້ໃນໜວດທີ 2 ຂອງຂໍ້ 2 ໃນຂໍ້ 2.1 ແລະ 2.2 ຂອງຄຳແນະນຳສະບັບນີ້.
1.1.7 ການຈົດທະບຽນສັນຍາເຊົ່າທີ່ດິນນຳພົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ທີ່ແຍກເປັນສ່ວນ

ສັນຍາເຊົາທີ່ດິນນຳພົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ທີ່ແຍກເປັນສ່ວນ ແມ່ນ ການເອົາທີ່ດິນຕອນດຽວ ແລະ ໃບຕາດິນດຽວ ແຕ່ແຍກເປັນສ່ວນໆ ໃຫ້ຫຼາຍຄົນເຊົາ ໂດຍແຕ້ມຮູບແຜນວາດທີ່ສະແດງໃຫ້ເຫັນແຕ່ລະສ່ວນ ທີ່ຈະໃຫ້ເຊົ່າ ຫຼື ສຳປະທານທີ່ດິນ ຢ່າງຈະແຈ້ງ ເພື່ອເຮັດສັນຍາເຊົາ ຫຼື ສຳປະທານທີ່ດິນ ໃນແຕ່ລະສ່ວນ ແລ້ວນຳເອົາແຕ່ລະສັນຍາມາແຈ້ງຈົດທະບຽນ ນຳກົມທີ່ດິນ ຫຼື ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຕາມຂອບເຂດຄວາມຮັບຜິດຊອບ ທີ່ກຳນົດໄວ້ໃນທນວດທີ 2 ຂອງຂໍ້ 2 ໃນຂໍ້ 2.1 ແລະ 2.2 ຂອງຄຳແນະນຳສະບັບນີ້.

1.1.8 ການຍົກເລີກ ຫຼື ລົບລ້າງການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນຈາກການເຊົ່າທີ່ດິນຂອງ
ພົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ

ສັນຍາເຊົາທີ່ດິນຈາກພົນລະເມືອງລາວ, ສັນຍາເຊົາ ຫຼື ສຳປະທານທີ່ດິນຂອງລັດ ຈະຖືກຍົກເລີກ ຫຼື ລົບລ້າງການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຕາມແຕ່ລະກໍລະນີ ດັ່ງນີ້:

1) ຫົດກຳນົດສັນຍາເຊົ່າ ຫຼື ສຳປະທານທີ່ດິນ;
2) ການຕົກລົງເຫັນດີຂອງຄູ່ສັນຍາ;
3) ການສະຫຼະສິດເຊົາ ຫຼື ສຳປະທານທີ່ດິນ;
4) ການປະລະສິດໃນການເຊົ່າ ຫຼື ສຳປະທານທີ່ດິນ;
5) ການລະເມີດກົດໝາຍ ຫຼື ເງື່ອນໄຂສັນຍາເຊົ່າ ຫຼື ສຳປະທານທີ່ດິນ;
6) ຄຳຕັດສິນຂອງສານ.

ການຍົກເລີກສັນຍາເຊົາທີ່ດິນ ຂອງພົນລະເມືອງລາວ, ເຊົາ ຫຼື ສຳປະທານທີ່ດິນຂອງລັດ ຕາມທີ່ໄດ້ກຳນົດໄວ້ຂ້າງເທິງນີ້ ຕ້ອງມີຫຼັກຖານຢັ້ງຢືນເປັນລາຍລັກອັກສອນ ຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈົດ
ທະບຽນຍົກເລີກ ຫຼື ລົບລ້າງສັນຍາດັ່ງກ່າວ ນຳພາກສ່ວນທີ່ຈົດທະບຽນ.

ການຈົດທະບຽນການຍົກເລີກ ຫຼື ລົບລ້າງສັນຍາເຊົ່າທີ່ດິນ ຂອງພົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດນັ້ນ ຕ້ອງດຳເນີນໃຫ້ສຳເລັດພາຍໃນກຳນົດເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບຫັງສືສະເຫຼີຂອງຄູ່ສັນຢາຝ່າຍໃດຝ່າຍໜຶ່ງ ຫຼື ອົງການທີ່ມີສິດຍົກເລີກ ຫຼື ລົບລ້າງ ຫຼື ຄຳສັ່ງປະຕິບັດຄຳຕັດສິນຂອງສານ ເປັນຕົ້ນໄປ ພ້ອມທັງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.

1.2 ການຈົດທະບຽນການເອົາໃບຕາດິນ ໄປເປັນຫຼັກຊັບຄ້າປະກັນ

1.2.1 ການເອົາໃບຕາດິນ ໄປເປັນຫຼັກຊັບຄ້າປະກັນ

ການເອົາໃບຕາດິນໄປເປັນຫຼັກຊັບຄ້າປະກັນ ແມ່ນ ການຕົກລົງເອົາໃບຕາດິນໄປເປັນຫຼັກຊັບຮັບປະກັນ ການໃຊ້ແທນໜີ້ສິນ ຫຼື ການປະຕິບັດພັນທະລະຫວ່າງເຈົ້າໜີ້ກັບລູກໜີ້ ຫຼື ການຕົກລົງການໃຊ້ແທນພ້ອມສິນ ຫຼື ການ
ປະຕິບັດພັນທະແທນລູກຫີ້ ໂດຍບຸກຄົນ ຫຼື ນິຕິບຸກຄົນໃດຫຶ່ງ ດ້ວຍຮູບແບບການຈຳນຳ ຫຼື ຈຳນອງ.

ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນການເອົາໃບຕາດິນ ໄປເປັນຫຼັກຊັບຄຳປະກັນ ປະກອບມີ ດັ່ງນີ້:

- ຊຸດຄຳຮ້ອງຂໍຈົດທະບຽນ;
- ສັນຍາຄຳປະກັນການຈຳນຳ ຫຼື ຈຳນອງ;
- ສັນຍາກູ້ຢືມ ລະຫ່ວາງຜູ້ໃຫ້ກູ້ຢືມ ແລະ ຜູ້ກູ້ຢືມ;
- ໃບຢັ້ງຢືນຄວາມຖືກຕ້ອງຂອງໃບຕາດິນ;
- ໃບຕາດິນ ສະບັບຕົ້ນ;
- ໃບແຈ້ງເສຍຄ່າທຳນຽມການນຳໃຊ້ທີ່ດິນ ຫຼື ໃບຮັບເງີນອາກອນທີ່ດິນ ປີຫຼ້າສຸດ;
- ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ ຂອງຄູ່ສັນຍາ;
- ຖ້າແມ່ນນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ ຕ້ອງມີສຳເນົາໃບອະນຸຍາດດຳເນີນທຸລະກິດ, ໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດສ້າງຕັ້ງອົງການຈັດຕັ້ງສັງຄົມ;
- ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າຫາກມີ).
ກ່ອນດຳເນີນການຈົດທະບຽນການເອົາໃບຕາດິນ ໄປເປັນຫຼັກຊັບຄ້າປະກັນ ຫາກມີການສະເໜີຄັດຄ້ານ ຈາກຜູ້ທີ່ກ່ຽວຂ້ອງໂດຍກົງ ຫຼື ຜູ້ທີ່ໄດ້ຮັບສິດນຳໃຊ້ທີ່ດິນ ຈາກການມອບຂອງລັດ, ການໂອນ, ການສືບທອດມູນມໍລະດົກ, ການໄດ້ສິດນຳໃຊ້ທີ່ດິນຕາມປະເພນີ ແລະ ການຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ແມ່ນໃຫ້ໂຈະ ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຕອນນັ້ນໄວ້ກ່ອນຈົນກວ່າໄດ້ຮັບການແກ້ໄຂ ຕາມກົດໝາຍ.

1.2.2 ການເອົາໃບຕາດິນ ໄປເປັນຫຼັກຊັບການຄ້າປະກັນການຈຳນຳ

ການເອົາໃບຕາດິນ ໄປເປັນຫຼັກຊັບການຄ້າປະກັນການຈຳນຳ ແມ່ນ ການຮັບປະກັນການໃຊ້ແທນໜີ້ສິນ ຫຼື ການປະຕິບັດພັນທະອື່ນ ໃຫ້ແກ່ຜູ້ຮັບຈຳນຳ ຫຼື ເຈົ້າໜີ້ ໂດຍການເອົາໃບຕາດິນທີ່ໄປເປັນຫຼັກຊັບຄ້າປະກັນນັ້ນ ໄປໄວ້ ນຳ ຫຼື ຢູ່ໃນການດູແລຄອງ ຂອງຜູ້ຮັບຈຳນຳ ຫຼື ບຸກຄົນອື່ນ ຕາມການຕົກລົງ.
ຜູ້ຮັບຈຳນຳ ມີສິດນຳໃຊ້ທີ່ດິນ ຫຼື ໄດ້ຮັບໜາກຜົນຈາກທີ່ດິນ ແຕ່ບໍ່ມີສິດຄິດໄລ່ດອກເບ້ຍຈາກຜູ້ຈຳນຳ ພ້ອມທັງຮັບຜິດຊອບໃນການຈ່າຍຄ່າຄຸ້ມຄອງ ແລະ ປົກປັກສາທີ່ດິນຕອນນັ້ນ. ເມື່ອລູກຫີ້ຫາກໄດ້ໃຊ້ແທນຫໍສິນ ຫຼື ປະຕິບັດພັນທະແລ້ວ ການຈຳນຳກໍຈະສິ້ນສຸດລົງ ແລະ ຫຼັງຈາກຈົດທະບຽນຍົກເລີກການເອົາໃບຕາດິນໄປເປັນຫຼັກຊັບຄ້າປະກັນແລ້ວ ສິດນຳໃຊ້ທີ່ດິນນັ້ນ ຕ້ອງສົ່ງຄືນໃຫ້ຜູ້ຈຳນຳ ຫຼື ເຈົາຂອງສິດນຳໃຊ້ທີ່ດິນ.

1.2.3 ການເອົາໃບຕາດິນ ໄປເປັນຫຼັກຊັບການຄ້າປະກັນການຈຳນອງ

ການເອົາໃບຕາດິນ ໄປເປັນຫຼັກຊັບການຄ້າປະກັນດ້ວຍການຈຳນອງ ແມ່ນ ການຮັບປະກັນການໃຊ້ແທນຫ້ສິນ ແລະ ການປະຕິບັດພັນທະອື່ນ ໃຫ້ແກ່ຜູ້ຮັບຈຳນອງ ຫຼື ເຈົ້າຫື້ ຕ້ວຍການຈົດທະບຽນເອົາໃບຕາດິນ ທີ່ນຳມາ
ຈຳນອງນັ້ນ ຊຶ່ງຫຼັງຈາກຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນແລ້ວ ຜູ້ຈຳນອງ ຫຼື ເຈົ້າຂອງສິດນຳໃຊ້ທີ່ດິນ ຫຼື ລູກພື້ ຕ້ອງມອບໃບຕາດິນສະບັບຕົ້ນ ໃຫ້ຜູ້ຮັບຈຳນອງ ຫຼື ເຈົ້າພີ່ເປັນຜູ້ຮັກສາໄວ້.

ຖ້າຜູ້ຈຳມອງ ຫຼື ເຈົ້າຂອງສິດນຳໃຊ້ທີ່ດິນ ຫຼື ລູກຫີ້ ຫາກບໍ່ໃຊ້ແທນຫີ້ສິນຕາມກຳນົດເວລາ, ຫຼື ເຈົ້າຫີ້ ຕ້ອງປຶກສາຫາລືເປັນເອກະພາບກັນລະຫວ່າງເຈົ້າຫີ້ ກັບລູກຫີ້ ກ່ຽວກັບການຊຳລະຫີສິນ ເປັນຕົນ ການຊຳລະດ້ວຍການມອບສິດນຳໃຊ້ທີ່ດິນ ຫຼື ຂາຍສິດນຳໃຊ້ທີ່ດິນ ຫຼື ປະມູນຂາຍສິດນຳໃຊ້ທີ່ດິນ. ໃນກໍລະນີຄູ່ສັນຍາບໍ່ສາມາດຕົກລົງກັນໄດ້ ແມ່ນໃຫ້ດຳເນີນການແກ້ໄຂ ຕາມຂະບວນການຍຸຕິທຳ.

1.2.4 ການເອົາໃບຕາດິນ ໄປເປັນຫຼັກຊັບຄຳປະກັນໃຫ້ບຸກດົນອື່ນເປັນຜູ້ກູ້ຢືມ
ການເອົາໃບຕາດິນ ໄປເປັນຫຼັກຊັບຄ້າປະກັນໃຫ້ບຸກຄົນອື່ນເປັນຜູ້ກູ້ຢືມ ຕ້ອງມີການມອບສິດເປັນລາຍລັກອັກສອນ ລະຫວ່າງເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ເປັນຜູ້ຄ້າປະກັນ ແລະ ຜູ້ໄດ້ຮັບມອບສິດ ທີ່ເປັນຜູ້ກູ້ຢືມ ໂດຍເຊັນຢັ້ງຢືນຈາກພະຍານຢ່າງໜ້ອຍ ສາມ ຄົນ, ອົງການປົກຄອງບ້ານ ບ່ອນທີ່ດິນຕັ້ງຢູ່ ແລະ ໄດ້ຮັບການຢັ້ງຢືນຈາກອົງການທະບຽນສານ ຕາມກົດໝາຍ ແລະ ລະບຽບການ.

ສັນຍາຄ້າປະກັນການຈຳນອງ ຕ້ອງໄດ້ລົງລາຍເຊັນ ເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ເປັນຜູ້ຄ້າປະກັນ, ຜູ້ໄດ້ຮັບມອບສິດ ທີ່ເປັນຜູ້ກູ້ຢືມ ແລະ ຜູ້ຮັບຈຳນອງ ຫຼື ເຈົ້າໜີ້ ໂດຍເຊັນຢັ້ງຢືນຈາກພະຍານຢ່າງໜ້ອຍ ສາມ ຄົນ, ອົງການປົກຄອງບ້ານ ບ່ອນທີ່ດິນຕັ້ງຢູ່ ແລະ ໄດ້ຮັບການຢັ້ງຢືນຈາກອົງການທະບຽນສານ ຕາມກົດໝາຍ ແລະ ລະບຽບການ.
ຖ້າຜູ້ກູ້ຢືມ ຫຼື ລູກຫີ້ ບໍ່ສາມາດໃຊ້ແທນຫີ້ສິນນຳຜູ້ຮັບຈຳນອງ ຫຼື ເຈົ້າຫີ້ ຕາມກຳນົດເວລາ, ເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ເປັນຜູ້ຄ້ຳປະກັນ ຕ້ອງມີພັນທະປະຕິບັດການໃຊ້ແທນຫີ້ສິນດັ່ງກ່າວ ດ້ວຍການປຶກສາຫາລືເປັນເອກະພາບກັນ ລະຫວ່າງເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ເປັນຜູ້ຄ້ຳປະກັນ, ຜູ້ກູ້ຢືມ ຫຼື ລູກຫີ້ ແລະ ຜູ້ຮັບຈຳນອງ ຫຼື ເຈົ້າຫີ້ ກ່ຽວກັບການຊຳລະຫີ້ສິນ ເປັນຕົ້ນ ການຊຳລະດ້ວຍການມອບສິດນຳໃຊ້ທີ່ດິນ ຫຼື ຂາຍສິດນຳໃຊ້ທີ່ດິນ ຫຼື ປະມູນຂາຍສິດນຳໃຊ້ທີ່ດິນ. ໃນກໍລະນີຄູ່ສັນຍາບໍ່ສາມາດຕົກລົງກັນໄດ້ ແມ່ນໃຫ້ດຳເນີນການແກ້ໄຂ ຕາມຂະບວນການຍຸຕິທຳ.

1.2.5 ການເອົາໃບຕາດິນດຽວ ໄປເປັນຫຼັກຊັບຄ້ຳປະກັນກັບຫຼາຍເຈົ້າຫີ້

ໃນກໍລະນີການເອົາໃບຕາດິນດຽວ ໄປຄ້ຳປະກັນນຳເຈົ້າຫີ້ຫຼາຍຄົນ ຫຼັງຈາກຈົດທະບຽນການເຄື່ອນໄຫວ
ສິດນຳໃຊ້ທີ່ດິນ ໃນແຕ່ລະຄັ້ງແລ້ວ ໃບຕາດິນສະບັບຕົ້ນນັ້ນ ຈະໃຫ້ເຈົ້າໜີ້ຜູ້ໃດເປັນຜູ້ຮັກສາໄວ້ ແມ່ນຂຶ້ນກັບການຕົກລົງກັນລະຫວ່າງເຈົ້າໜີ້ດ້ວຍກັນ.

ການເອົາໃບຕາດິນດຽວ ໄປເປັນຫຼັກຊັບຄ້ຳປະກັນກັບຫຼາຍເຈົ້າໜີ້ ຕ້ອງເຮັດສັນຍາຄ້ຳປະກັນການຈຳນຳ ຫຼື ຈຳນອງ ລະຫວ່າງລູກໜີ້ກັບເຈົ້າໜີ້ແຕ່ລະຄົນ ແລ້ວນຳແຕ່ລະສັນຍາມາຈົດທະບຽນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່. ການຈົດທະບຽນສັນຍາດັ່ງກ່າວ ໃຫ້ຈົດຕາມມູນຄ່າກູ້ຢືມ ຕາມທີ່ກຳນົດໄວ້ໃນແຕ່ລະສັນຍາ.

ການນຳເອົາໃບຕາດິນດຽວ ໄປຄ້ຳປະກັນກັບຫຼາຍເຈົ້າໜີ້ ມີເງື່ອນໄຂ ດັ່ງນີ້:

- ໃບຕາດິນທີ່ນຳໄປຄ້ຳປະກັນ ຕ້ອງແມ່ນສິດນຳໃຊ້ທີ່ດິນຂອງລູກໜີ້ ຫຼື ໃນກໍລະນີທີ່ເປັນຂອງບຸກຄົນອື່ນ
ກໍຕ້ອງມີການເຫັນດີ ຢ່າງເປັນລາຍລັກອັກສອນ ໂດຍຖືກຕ້ອງຕາມກົດໝາຍໃຫ້ໄປຄໍ້າປະກັນ, ເວັ້ນເສຍແຕ່ກົດໝາຍທີ່ກ່ຽວຂ້ອງໄດ້ກຳນົດໄວ້ເປັນຢ່າງອື່ນ;

-- ໃບຕາດິນທີ່ນຳໄປຄໍ້າປະກັນ ຕ້ອງມີມູນຄ່າເກີນໜີ້ສິນໃນເວລາຄໍ້າປະກັນ ລວມທັງການຄໍ້າປະກັນຜ່ານມາ ຕາມການຕົກລົງກັນລະຫວ່າງເຈົ້າໜີ້ ແລະ ລູກໜີ້ ຫຼື ຕາມການຕີມູນຄ່າທີ່ດິນ ໃນເວລານັ້ນ;

-- ຕ້ອງມີການກຳນົດ ຫຼື ລະບຸມູນຄ່າທີ່ຍັງເຫຼືອຂອງໃບຕາດິນດຽວ ທີ່ນຳໄປຄໍ້າປະກັນຢ່າງຈະແຈ້ງໄວ້ໃນສັນຍາຄໍ້າປະກັນກັບເຈົ້າໜີ້ຜູ້ທຳອິດ ແລະ ເຈົ້າໜີ້ຜູ້ຖັດໄປ, ເວັ້ນເສຍແຕ່ໄດ້ມີການຕົກລົງກັນເປັນຢ່າງອື່ນໄວ້ໃນສັນຍາຄໍ້າປະກັນ;

- ລູກໜີ້ ທີ່ໄດ້ນຳໃບຕາດິນດຽວ ໄປຄໍ້າປະກັນ ຕ້ອງແຈ້ງໃຫ້ເຈົ້າໜີ້ຜູ້ທຳອິດຊາບ ກ່ຽວກັບການຄໍ້າປະກັນເພີ່ມ ແລະ ເຈົ້າໜີ້ຜູ້ໃໝ່ ກ່ຽວກັບການຄໍ້າປະກັນຜ່ານມາ ເປັນລາຍລັກອັກສອນລ່ວງໜ້າຢ່າງໜ້ອຍສິບຫ້າວັນ
ເພື່ອໃຫ້ເຈົ້າໜີ້ຜູ້ໃໝ່ ໄດ້ພິຈາລະນາກ່ຽວກັບການຄ້າປະກັນເພີ່ມກັບຕົນ.

1.2.6 ບູລິມະສິດສັນຍາຄຳປະກັນ ການຈຳນຳ ຫຼື ຈຳນອງ

ເຈົ້າໜີ້ທີ່ໄດ້ເຮັດສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍໃບຕາດິນໃບດຽວ ຈະໄດ້ຮັບການໃຊ້ແທນ
ຫີສິນ ຫຼື ປະຕິບັດພັນທະກ່ອນເຈົ້າໜີ້ອື່ນ ຕາມກໍລະນີ ດັ່ງນີ້.

7

141

1) ບັນດາເຈົ້າໜີ້ຜູ້ທີ່ໄດ້ຈົດທະບຽນສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ, ໄດ້ຄອບຄອງຊັບ ຫຼື ໄດ້
ຄວບຄຸມສິດຄ້າປະກັນກ່ອນເຈົ້າໜີ້ຜູ້ອື່ນ ທີ່ຖຶກຕ້ອງຕາມກົດໝາຍ ຜູ້ນັ້ນຈະມີບູລິມະສິດກ່ອນ;

2) ໃນບັນດາເຈົ້າໜີ້ທີ່ມີການຈົດທະບຽນສັນຍາຄຳປະກັນ ການຈຳນຳ ຫຼື ຈຳນອງ, ຜູ້ທີ່ໄດ້ຈົດທະບຽນ
ການຄ້າປະກັນກ່ອນເຈົ້າໜີ້ອື່ນ ຜູ້ນັ້ນຈະມີບູລິມະສິດກ່ອນ.
3) ບັນດາເຈົ້າໜີ້ທີ່ມີສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ ທີ່ບໍ່ໄດ້ຈົດທະບຽນ ຜູ້ທີ່ຄອບຄອງຊັບ ຫຼື ຄວບຄຸມສິດຄ້າປະກັນກ່ອນເຈົ້າໜີ້ອື່ນ ຜູ້ນັ້ນຈະໄດ້ບູລິມະສິດ.

1.3.7 ການຈົດທະບຽນການເພີ່ມ ຫຼື ຖອນ ການເອົາໃບຕາດິນໄປເປັນຫຼັກຊັບຄ້າປະກັນ

ໃນກໍລະນີເຈົ້າໜີ້ ແລະ ລູກໜີ້ ຫາກໄດ້ມີການຕົກລົງເພີ່ມ ຫຼື ຖອນ ການເອົາໃບຕາດິນ ໄປເປັນຫຼັກຊັບຄ້າປະກັນ ຕ້ອງມີສັນຍາເພີ່ມເຕີມກ່ຽວກັບເງື່ອນໄຂຂອງການເພີ່ມ ຫຼື ຖອນ ໃບຕາດິນ ທີ່ໃຊ້ເປັນຫຼັກຊັບຄ້າປະກັນນັ້ນ.

ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່ ເປັນຜູ້ພິຈາລະນາ ແລະ ດຳເນີນການຈົດທະບຽນການເພີ່ມ ຫຼື ຖອນ ການເອົາໃບຕາດິນ ໄປເປັນຫຼັກຊັບຄ້າປະກັນ ຕາມການສະເໜີຂອງຄູ່ສັນຍາຝ່າຍໃດຝ່າຍໜຶ່ງ ໃຫ້ສຳເລັດພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳສະເໜີເປັນຕົ້ນໄປ.
ໂດຍຕ້ອງດຳເນີນການຊ້ອງຫ້າກັນລະຫວ່າງຄູ່ສັນຍາກັບເຈົ້າຂອງທີ່ດິນ ແລະ ເຮັດບົດບັນທຶກຊ້ອງຫ້າກັນ ຕາມແບບພິມທີ່ກຳນົດໄວ້.

ການຈົດທະບຽນເພີ່ມໃບຕາດິນ ເພື່ອເພີ່ມວົງເງິນ ຫຼື ເພີ່ມວົງເງິນໃນໃບຕາດິນດຽວ ແລະ ການຖອນ ການເອົາໃບຕາດິນ ໄປເປັນຫຼັກຊັບຄ້າປະກັນ ໃຫ້ປະຕິບັດ ດັ່ງນີ້:

1) ໃນກໍລະນີເພີ່ມໃບຕາດິນ ເອົາເຂົ້າເປັນຫຼັກຊັບຄ້າປະກັນ ເພື່ອເພີ່ມວົງເງິນ ຫຼື ການເພີ່ມວົງເງິນຂອງຫຼັກຊັບເດີມທີ່ເປັນໃບຕາດິນດຽວ ແມ່ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ສຳລັບວົງເງິນທີ່ເພີ່ມນັ້ນ ຕາມລະບຽບການ;

2) ໃນກໍລະນີມີການຖອນໃບຕາດິນ ສ່ວນໃດສ່ວນໜຶ່ງທີ່ເປັນຫຼັກຊັບຄ້າປະກັນນັ້ນ ໃຫ້ຈົດທະບຽນຍົກເລີກລ້າງການຄ້າປະກັນໃບຕາດິນ ໃນສ່ວນທີ່ຖອນນັ້ນ ແລະ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມລະບຽບການ.

1.2.8 ການຈົດທະບຽນການສະລະບຸລິມະສິດ ແລະ ການໂອນການຄ້າປະກັນ
ສັນຍາຄໍ້າປະກັນ ການຈຳນຳ ຫຼື ຈຳນອງ ສາມາດໂອນໃຫ້ບຸກຄົນອື່ນ ແຕ່ຕ້ອງໄດ້ຮັບການຈົດທະບຽນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່.

ຜູ້ຮັບຈຳນຳ ຫຼື ຜູ້ຮັບຈຳນອງ ທີ່ມີບູລິມະສິດ ສາມາດສະລະບຸລິມະສິດຂອງຕົນ ໃຫ້ເຈົ້າຫີ່ຜູ້ອື່ນ ທີ່ມີການຈຳນຳ ຫຼື ຈຳນອງ ແຕ່ບໍ່ໃຫ້ເກີນມູນຄ່າຫີ່ສິນຂອງຕົນ.

ຜູ້ຮັບຈຳນຳ ຫຼື ຜູ້ຮັບຈຳນອງ ມີສິດໂອນການຄໍ້າປະກັນຂອງຕົນໃຫ້ເຈົ້າຫີ່ຜູ້ອື່ນ ທີ່ບໍ່ມີການຄໍ້າປະກັນ ກັບລູກທີ່ຜູ້ດຽວກັນ ແຕ່ບໍ່ໃຫ້ເກີນມູນຄ່າຫີ້ຕາມການຄໍ້າປະກັນ.

ຜູ້ຮັບຈຳນຳ ຫຼື ຜູ້ຮັບຈຳນອງ ສາມາດໂອນການຄໍ້າປະກັນ ລວມທັງຜົນປະໂຫຍດ, ບູລິມະສິດທີ່ຕິດພັນ
ກັບການຄ້າປະກັນຂອງຕົນໃຫ້ບຸກຄົນອື່ນ ແຕ່ບໍ່ໃຫ້ເກີນມູນຄ່າຫຼັກຊັບຕາມການຄ້າປະກັນ.

1.2.9 ສັນຍາຄ້າປະກັນດ້ວຍຫຼັກຊັບ ພົວພັນກັບຕອນດິນຕັ້ງຢູ່ຫຼາຍເມືອງ ແລະ ຫຼາຍແຂວງ

ຖ້າສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ ຫາກພົວພັນເຖິງທີ່ດິນຫຼາຍກວ່າ ໜຶ່ງ ຕອນ ທີ່ຕັ້ງຢູ່ຫຼາຍເມືອງ, ຫຼາຍແຂວງ ສາມາດນຳໄປເປັນຫຼັກຊັບຄ້າປະກັນການກູ້ຢືມ ນຳທະນາຄານ, ສະຖາບັນການເງິນ ຫຼື ເຈົ້າໜີ້ຜູ້ໃດຜູ້ໜຶ່ງ ກໍ່ໄດ້ ແຕ່ຕ້ອງໄດ້ແຍກສັນຍາຄ້າປະກັນການຈຳນຳ ຫຼື ຈຳນອງ ເພື່ອນຳໄປຢັ້ງຢືນຄວາມຖືກຕ້ອງຂອງໃບຕາດິນ ແລະ ຈົດທະບຽນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່.

ການຈົດທະບຽນສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ ໃຫ້ແຍກມູນຄ່າກູ້ຢືມຂອງທີ່ດິນແຕ່ລະຕອນ ຢູ່ໃນ
ສັນຍາຢ່າງຈະແຈ້ງ ເພື່ອເປັນພື້ນຖານການຕິດໄລ່ຄ່າທຳນຽມ ແລະ ຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ແຕ່ລະໄລຍະ 3

1.2.10 ການຈົດທະບຽນການປ່ຽນແປງສັນຍາຄ້ຳປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍສິດນຳໃຊ້ທີ່ດິນ

ສັນຍາຄໍ້າປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍສິດນຳໃຊ້ທີ່ດິນ ສາມາດປ່ຽນແປງໄດ້ ຕາມການຕົກລົງເຫັນດີເປັນເອກະພາບກັນຂອງຄູ່ສັນຍາ ເປັນຕົ້ນ ການເພີ່ມ ຫຼື ຫຼຸດອັດຕາດອກເບັຍ; ເພີ່ມ ຫຼື ຫຼຸດວົງເງິນກູ້ຢືມ; ເພີ່ມ, ຫຼຸດ ຫຼື ປ່ຽນແປງໄລຍະເວລາການຊຳລະພີ່ສິນ; ການປ່ຽນແປງ, ຕັດອອກ ຫຼື ເພີ່ມເຕີມເນື້ອໃນຂອງສັນຍາຄຳປະກັນ ການຈຳນຳ ຫຼື ຈຳນອງ ຫຼື ສັນຍາກູ້ຢືມ ຕ້ອງໄດ້ຮັບການຈົດທະບຽນຄືນໃນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່.
1.2.1 ການຈົດທະບຽນຄ້າປະກັນ ສັນຍາເຊົ່າທີ່ດິນນຳນົນລະເມືອງລາວ, ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ

ສັນຍາເຊົາທີ່ດິນຈາກພົນລະເມືອງລາວ ສາມາດນຳໄປຄ້າປະກັນນຳທະນາຄານ, ສະຖາບັນການເງິນໄດ້ຕາມ
ການຕົກລົງເຫັນດີ ລະຫວ່າງຜູ້ເຊົ່າ ແລະ ຜູ້ໃຫ້ເຊົ່າ ແລ້ວນຳມາຈົດທະບຽນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່.

ສັນຍາເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ສາມາດນຳເອົາໄປຄ້າປະກັນທະນາຄານ, ສະຖາບັນການເງິນ ທັງ
ພາຍໃນ ແລະ ຕ່າງປະເທດໄດ້. ສຳລັບການຈົດທະບຽນ ໃຫ້ປະຕິບັດ ດັງນີ້:

1) ສັນຍາເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ທີ່ຂັ້ນສູນກາງອະນຸຍາດ ໃຫ້ຈົດທະບຽນຢູ່ກົມທີ່ດິນ ກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;

2) ສັນຍາເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ທີ່ຂັ້ນແຂວງອະນຸຍາດ ໃຫ້ຈົດທະບຽນຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ.
ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ.

1.2.12 ການຈົດທະບຽນການຍົກເລີກ ຫຼື ລົບລ້າງ ສັນຍາຄໍ້າປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍສິດນຳໃຊ້ທີ່ດິນ

ສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍສິດນຳໃຊ້ທີ່ດິນ ຈະຖືກຈົດທະບຽນການຍົກເລີກ ຫຼື ລົບລ້າງ ໃນກໍລະນີໃດຫຶ່ງ ດັ່ງນີ້:

1. ຜູ້ຮັບຈຳນອງ ຫຼື ຜູ້ຮັບຈຳນຳ ສະເຫີໃຫ້ຍົກເລີກ ຫຼື ລົບລ້າງການຈົດທະບຽນ;

2. ມີຄຳຕັດສີນຂອງສານໃຫ້ລົບລ້າງການຄ້າປະກັນ.

ການຍົກເລີກ ຫຼື ລົບລ້າງ ສັນຍາຄ້າປະກັນ ການຈຳນຳ ຫຼື ຈຳນອງ ດ້ວຍສິດນຳໃຊ້ທີ່ດິນ ໃຫ້ດຳເນີນການຈົດທະບຽນຍົກເລີກ ຫຼື ລົບລ້າງ ຢູ່ບ່ອນຈົດທະບຽນສັນຍາດັ່ງກ່າວ. ພາຍຫຼັງຈົດທະບຽນ ຍົກເລີກ ຫຼື ລົບລ້າງແລ້ວ ໃບຕາດິນ ທີ່ນຳໄປຄ້າປະກັນນັ້ນຈະສິ້ນສຸດສິດ ແລະ ພັນທະຕ່າງໆ ຕາມສັນຍາ ແລະ ສົ່ງໃບຕາດິນຄືນ ໃຫ້ແກ່ເຈົ້າຂອງ
ສິດນຳໃຊ້ທີ່ດິນ ຫຼື ຜູ້ທີ່ໄດ້ຮັບມອບສິດໃຫ້ຕາງໜ້າ.

1.3 ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນຈາກການຂາຍຝາກ

1.3.1 ການຈົດທະບຽນສັນຍາຈາກການຂາຍຝາກ

ສັນຍາຂາຍຝາກ ແມ່ນ ການຕົກລົງຂອງຄູ່ສັນຍາ ເພື່ອຊື້ ຂາຍສິດນຳໃຊ້ທີ່ດິນ ຊຶ່ງຜູ້ຂາຍຍັງມີສິດຊື້ສິດນຳໃຊ້ທີ່ດິນທີ່ຂາຍນັ້ນຄືນ ພາຍໃນເວລາ ຫ້າ ປີ ສຳລັບອະສັງຫາລິມະຊັບ ຕາມລາຄາທີ່ຕົນໄດ້ຂາຍໄປແລ້ວນັ້ນ ແລ້ວນຳໄປຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ໃສ່ດ້ານຫຼັງຂອງໃບທະບຽນທີ່ດິນ ແລະ ໃບຕາດິນ ທີ່ກ່ຽວຂ້ອງ.

ຖ້າໝົດກຳນົດເວລາສັນຍາຂາຍຝາກແລ້ວ ຜູ້ຂາຍມີສິດຕໍ່ກຳນົດເວລາຂາຍຝາກອອກໄປອີກ ຖ້າຫາກໄດ້ມີການຕົກລົງກັນກ່ອນໃນເວລາເຮັດສັນຍາ ແຕ່ບໍ່ໃຫ້ເກີນ ຫ້າ ປີ. ເມື່ອຮອດກຳນົດເວລາແລ້ວ ຖ້າຜູ້ຂາຍບໍ່ຊື້ເອົາສິດນຳ
ໃຊ້ທີ່ດິນນັ້ນດືນ, ຜູ້ຊື້ກໍ່ຈະເປັນເຈົ້າຂອງສິດນຳໃຊ້ທີ່ດິນນັ້ນ ໂດຍຂາດໂຕ ແລະ ນຳໄປຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ໂດຍອອກໃບຕາດິນໃໜ່ໃຫ້ຜູ້ຊື້ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ສັນຍາຂາຍຝາກສິດນຳໃຊ້ທີ່ດິນ ລະຫວ່າງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນພົນລະເມືອງລາວດ້ວຍກັນ ຕ້ອງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ, ອົງການທະບຽນສານ ແລະ ຕ້ອງເອົາສັນຍາດັງກ່າວ ໄປຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່ ຕາມການສະເຫີຂອງຄູ່ສັນຍາຝ່າຍໃດຝ່າຍຫຶ່ງ.

ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ດຳເນີນການຈົດທະບຽນຈາກການຂາຍຝາກ ໃຫ້ສຳເລັດພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ ໂດຍຊ້ອງຫ້າກັນລະຫວ່າງ
ຄູ່ສັນຍາກັບເຈົ້າຫ້າທີ່ທີ່ດິນ ແລະ ເຮັດບົດບັນທຶກຊ້ອງຫ້າກັນ ຕາມແບບພິມທີ່ກຳນົດໄວ້ ແລະ ຜູ້ທີ່ສະເຫີນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.
ກ່ອນການດຳເນີນການຈົດທະບຽນຈາກການຂາຍຝາກ ຫາກມີການສະເຫີດັດຄ້ານຈາກຜູ້ທີ່ກ່ຽວຂ້ອງໂດຍກົງ ຫຼື ຜູ້ທີ່ໄດ້ຮັບສິດນຳໃຊ້ທີ່ດິນ ແມ່ນໃຫ້ໂຈະໄວ້ກ່ອນ ຈົນກວ່າຈະໄດ້ຮັບການແກ້ໄຂ.
ເອກະສານປະກອບຊຸດຄຳຮ້ອງ ການຈົດທະບຽນຈາກການຂາຍຝາກ ປະກອບມີ ດັ່ງນີ້:
> ຄຳຮ້ອງຂໍຈົດທະບຽນ;
ສັນຍາຂາຍຝາກ;
-- ໃບຕາດິນ ສະບັບຕົ້ນ;
ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ;
ເອກະສານອື່ນ ທີ່ກ່ຽວຂ້ອງ (ຖ້າຫາກມີ).

1.3.2 ການສືບທອດຈົດທະບຽນຈາກການຂາຍຝາກ

ໃນກໍລະນີຄູ່ສັນຍາຂາຍຝາກ ຝ່າຍໃດຝ່າຍຫຶງຫາກເສຍຊີວິດ, ຜູ້ທີ່ມີສິດສືບທອດມຸນມໍຣະດົກ ມີສິດສືບ
ທອດ ສິດ ແລະ ພັນທະ ຕາມທີ່ໄດ້ກຳນົດໄວ້ໃນສັນຍາຂາຍຝາກ.

ການສືບທອດສັນຍາຂາຍຝາກ ຕ້ອງນຳໃຊ້ແບບພິມ (ຫັງສີຢັ້ງຢືນການສືບທອດມູນມໍຣະດົກ) ເພື່ອນຳສະເຫີຢັ້ງຢືນຮັບຮູ້ ຈາກພາກສ່ວນທີ່ກ່ຽວຂ້ອງ ຫຼັງຈາກນັ້ນ, ໃຫ້ແຈ້ງຈົດທະບຽນສັນຍາດັ່ງກ່າວ ນຳພາກສ່ວນທີ່ກ່ຽວຂ້ອງ ຕາມຂອບເຂດຄວາມຮັບຜິດຊອບ ທີ່ກຳນົດໄວ້ໃນບນວດທີ 2 ຂອງຂໍ້ 2 ໃນຂໍ້ 2. ແລະ 2.2 ຂອງຄຳແນະນຳສະບັບ

1.3.3 ການຍົກເລີກ ຫຼື ລົບລ້າງ ການຈົດທະບຽນຈາກການຂາຍຝາກ

ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເປັນຜູ້ດຳເນີນການຍົກເລີກ ຫຼື ລົບລ້າງ ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນຈາກການຂາຍຝາກ ຕາມການສະເຫຼີຂອງຜູ້ຊື້ ພາຍຫຼັງຜູ້ຂາຍ ໄດ້ຊື້ສິດນຳໃຊ້ທີ່ດິນ ຕາມກຳນົດເວລາຂອງການຂາຍຝາກຈາກຜູ້ຊື້ ຫຼື ມີຄຳຕັດສິນຂອງສານທີ່ໃຊ້ ໄດ້ຢ່າງເດັດຂາດ ໃຫ້ລົບລ້າງສັນຍາຂາຍຝາກນັ້ນ.
ໃນກໍລະນີມີຄຳຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ລົບລ້າງສັນຍາຂາຍຝາກສິດນຳໃຊ້ທີ່ດິນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່ ເປັນຜູ້ດຳເນີນການຈົດທະບຽນລົບລ້າງສັນຍາຂາຍຝາກນັ້ນ.

ການຈົດທະບຽນການຍົກເລີກ ຫຼື ລົບລ້າງສັນຍາຂາຍຝາກສິດນຳໃຊ້ທີ່ດິນນັ້ນ ຕ້ອງດຳເນີນໃຫ້ສຳເລັດພາຍໃນກຳນົດເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບຫັງສືສະເຫີຂອງຜູ້ຊື້ ຫຼື ຫ້ອງການ ຫຼື ໜ່ວຍງານຈັດຕັ່ງປະຕິບັດຄຳຕັດສີນຂອງສານ ເປັນຕົນໄປ ແລະ ຜູ້ສະເຫີຂໍຈົດທະບຽນລົບລ້າງສັນຍາຂາຍຝາກນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.

1.4 ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນຈາກທາດສະພາບຕາມສັນຍາ

1.4.1 ການຈົດທະບຽນຈາກທາດສະພາບຕາມສັນຍາ
ທາດສະພາບຕາມສັນຍາ ແມ່ນ ການນຳໃຊ້ ຫຼື ການໃຊ້ທີ່ດິນຂອງບຸກຄົນອື່ນ ເພື່ອເພີ່ມຜົນປະໂຫຍດໃຫ້ແກ່ທີ່ດິນຂອງຕົນ ໃນການຂໍອະນຸຍາດໃຫ້ມີທາງຜ່ານ, ການເນັງ ຫຼື ວາງທໍ່ສາຍໄຟຟ້າຜ່ານ ແລະ ໃຫ້ນ້ຳຮ່ອງໄຫຼຜ່ານ ໃນຊົ່ວໄລຍະເວລາໃດໜຶ່ງ ຕາມຈຸດປະສົງທີ່ໄດ້ກຳນົດໄວ້ໃນສັນຍາ. ທາດສະພາບດັງກ່າວ ໄດ້ມານັບແຕ່ເວລາທີ່ໄດ້ຈົດທະບຽນທາດສະພາບຢ່າງຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍແພ່ງ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ. ສັນຍາກ່ຽວກັບທາດສະພາບນັ້ນ ຕ້ອງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ, ອົງການທະບຽນສານ ແລະ ຕ້ອງໄດ້ເອົາສັນຍາດັງກ່າວ ໄປຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່ ຕາມການສະເໜີຂອງຄູ່ສັນຍາຝ່າຍໃດຝ່າຍໜຶ່ງ.
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່ ດຳເນີນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຈາກທາດສະພາບຕາມສັນຍາ ໃຫ້ສຳເລັດພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ ໂດຍຊອງຫ້າກັນລະຫວ່າງຄູ່ສັນຍາກັບເຈົ້າຫ້າທີ່ທີ່ດິນ ແລະ ເຮັດບົດບັນທຶກຊອງຫ້າກັນ ຕາມແບບພິມທີ່ກຳນົດໄວ້ ແລະ ຜູ້ທີ່ສະເໜີນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.

ກ່ອນການດຳເນີນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຈາກທາດສະພາບຕາມສັນຍາ ຫາກມີການສະເໜີຄັດຄ້ານຈາກຜູ້ທີ່ກ່ຽວຂ້ອງໂດຍກົງ ຫຼື ຜູ້ທີ່ໄດ້ຮັບສິດນຳໃຊ້ທີ່ດິນ ແມ່ນໃຫ້ໂຈະໄວ້ກ່ອນ ຈົນກວ່າຈະໄດ້ຮັບການແກ້ໄຂ.

ສຳລັບການຈົດທະບຽນທາດສະພາບຕາມສັນຍາ ທີ່ມີລັກສະນະຊົ່ວຄາວ ໂດຍມີກຳນົດເວລາທີ່ກຳນົດໃນ
ສັນຍາ ໂດຍບໍ່ມີການດັດແກ້ໃບຕາດິນ ແຕ່ໃຫ້ຈົດບັນທຶກໃສ່ ທາງດ້ານຫຼັງຂອງໃບທະບຽນທີ່ດິນ ແລະ ໃບຕາດິນ ທີ່ກ່ຽວຂ້ອງ ຕາມຂອບເຂດຄວາມຮັບຜິດຊອບ ທີ່ກຳນົດໄວ້ໃນພາກທີ 2 ຂອງຂໍ້ 2 ໃນຂໍ້ 2. ແລະ 2.2 ຂອງຄຳແນະນຳສະບັບນີ້.

1.4.2 ການຍົກເລີກ ຫຼື ລົບລ້າງ ການຈົດທະບຽນຈາກທາດສະພາບຕາມສັນຍາ

ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເປັນຜູ້ດຳເນີນການຈົດທະບຽນການຍົກເລີກ ຫຼື ລົບລ້າງ ການເຄື່ອນໄຫວສິດນຳໃຊ້ທີ່ດິນ ຈາກທາດສະພາບຕາມສັນຍາ ຕາມການສະເໜີຂອງຄູ່ສັນຍາ ພາຍຫຼັງທາດສະພາບຕາມສັນຍາໄດ້ສິ້ນສຸດ ຫຼື ມີຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ລົບລ້າງທາດສະພາບຕາມສັນຍານັ້ນ.

ໃນກໍລະນີມີຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໂດຍມີຫັງສືຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ
ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໃຫ້ດຳເນີນການຈົດທະບຽນລົບລ້າງທາດສະພາບຕາມສັນຍານັ້ນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່.

ການຈົດທະບຽນລົບລ້າງຈາກທາດສະພາບຕາມສັນຍານັ້ນ ຕ້ອງດຳເນີນໃຫ້ສຳເລັດພາຍໃນເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບໜັງສືສະເຫີຂອງຄູ່ສັນຍາຝ່າຍໃດຝ່າຍໜຶ່ງ ຫຼື ເອກະສານຢັ້ງຢືນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເປັນຕົ້ນໄປ ແລະ ຜູ້ສະເຫີຂໍຈົດທະບຽນລົບລ້າງນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.

ເອກະສານປະກອບຊຸດຄຳຮ້ອງ ການຍົກເລີກ ຫຼື ລົບລ້າງການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຈາກທາດສະພາບຕາມສັນຍາ ປະກອບມີ ດັ່ງນີ້:

> ຄຳຮ້ອງຂໍຈົດທະບຽນ;
> ສັນຍາທາດສະພາບຕາມສັນຍາ;
> ໃບຕາດິນ ສະບັບແທ້;
ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ;
ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).

1.5 ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນຈາກສິດເຫຼືອທີ່ດິນ

1.5.1 ການຈົດທະບຽນຈາກສິດເຫຼືອທີ່ດິນ

ສິດເຫຼືອທີ່ດິນ ແມ່ນ ສິດຂອງບຸກຄົນໃດໜຶ່ງໃນການນຳໃຊ້ທີ່ດິນຂອງບຸກຄົນອື່ນ ຕາມຂອບເຂດສິດນຳໃຊ້ຂອງດິນຕອນນັ້ນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ຕົນເອງ ດ້ວຍການກໍ່ສ້າງສິ່ງໃດໜຶ່ງ, ປູກຕົ້ນໄມ້ ແລະ ສິ່ງອື່ນໃສ່ທີ່ດິນຕອນດັ່ງກ່າວ ຕາມສັນຍາ ຫຼື ນິຕິກຳອື່ນ.

ຜູ້ນຳໃຊ້ສິດເຫຼືອທີ່ດິນ ສາມາດນຳໃຊ້ສິດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນສັນຍາ ຫຼື ນິຕິກຳອື່ນ ແຕ່ບໍ່ໃຫ້ກໍຄວາມເສຍຫາຍ ຫຼື ຂັດກັບສິດ ແລະ ຜົນປະໂຫຍດຂອງລັດ, ຂອງສັງຄົມ ຫຼື ຂອງບຸກຄົນອື່ນ.

ຜູ້ໃຫ້ສິດເຫຼືອທີ່ດິນ ຕ້ອງຮັບປະກັນໃຫ້ຜູ້ນຳໃຊ້ສິດເຫຼືອທີ່ດິນ ນຳໃຊ້ທີ່ດິນຂອງຕົນຢ່າງເຕັມສ່ວນ ຕາມ
ທີ່ໄດ້ກຳນົດໄວ້ໃນສັນຍາ ຫຼື ນິຕິກຳອື່ນ.

ການໄດ້ສິດເຫືອທີ່ດິນ ແມ່ນ ນັບແຕ່ເວລາທີ່ຈົດທະບຽນສິດເຫືອທີ່ດິນ ຢ່າງຖືກຕ້ອງຕາມກົດໝາຍເປັນຕົ້ນໄປ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່ ດຳເນີນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຈາກສິດເຫຼືອທີ່ດິນ ຕາມການສະເໜີຂອງຜູ້ນຳໃຊ້ສິດເຫືອທີ່ດິນ ຫຼື ຜູ້ໃຫ້ສິດເຫືອທີ່ດິນ ໃຫ້ສຳເລັດພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ ໂດຍຊຳລະຫ້າກັນ ລະຫວ່າງຄູ່ສັນຍາກັບເຈົ້າຫ້າທີ່ທີ່ດິນ ແລະ ເຮັດບົດບັນທຶກຊຳລະຫ້າກັນ ຕາມແບບພິມທີ່ໄດ້ກຳນົດໄວ້ ແລະ ຜູ້ທີ່ສະເໜີນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.

ກ່ອນການດຳເນີນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຈາກສິດເຫືອທີ່ດິນ ຫາກມີການສະເໜີ
ຄັດຄ້ານຈາກຜູ້ທີ່ກ່ຽວຂ້ອງໂດຍກົງ ຫຼື ຜູ້ທີ່ໄດ້ຮັບສິດນຳໃຊ້ທີ່ດິນ ແມ່ນໃຫ້ໂຈະໄວ້ກ່ອນ ຈົນກວ່າໄດ້ຮັບການແກ້ໄຂ.

1.5.2 ການໂອນສັນຍາສິດເໜືອທີ່ດິນ

ຜູ້ນຳໃຊ້ສິດເໜືອທີ່ດິນ ສາມາດໂອນສິດເໜືອທີ່ດິນຂອງຕົນໃຫ້ບຸກຄົນອື່ນ ຕາມກຳນົດເວລາທີ່ຍັງເຫຼືອ. ໃນກໍລະນີສັນຍາສິດເໜືອທີ່ດິນ ຫາກບໍ່ໄດ້ກຳນົດເວລາ ແມ່ນດຳເນີນຕາມທີ່ກຳນົດໄວ້ໃນໝວດທີ 2 ຂອງຂໍ້ 1.5.4 ຂອງຄຳແນະນຳສະບັບນີ້.

ການຈົດທະບຽນໂອນສັນຍາສິດເໜືອທີ່ດິນນັ້ນ ຕ້ອງດຳເນີນໃຫ້ສຳເລັດພາຍໃນເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບໜັງສືສະເໜີຂອງຜູ້ໂອນສັນຍາສິດເໜືອທີ່ດິນ ຫຼື ໄດ້ຮັບໜັງສືຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເປັນຕົ້ນໄປ ແລະ ຜູ້ສະເໜີຂໍໂອນສັນຍາສິດເໜືອທີ່ດິນນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.
1.5.3 ການສືບທອດສັນຍາສິດເຊົ່າທີ່ດິນ

ຜູ້ມີສິດສືບທອດສັນຍາສິດເຊົ່າທີ່ດິນ ສາມາດສືບທອດໄດ້ ຕາມທີ່ໄດ້ກຳນົດໄວ້ໃນສັນຍາສິດເຊົ່າທີ່ດິນ.
ເວັ້ນເສຍແຕ່ສັນຍາ ຫຼື ນິຕິກຳອື່ນ ຫາກໄດ້ກຳນົດໄວ້ເປັນຢ່າງອື່ນ.

ການຈົດທະບຽນການສືບທອດສັນຍາສິດເຊົ່າທີ່ດິນນັ້ນ ຕ້ອງດຳເນີນໃຫ້ສຳເລັດພາຍໃນເວລາ ສອງ ວັນ
ລັດຖະການ ນັບແຕ່ວັນທີ່ໄດ້ຮັບໜັງສືສະເໜີຂອງຜູ້ມີສິດສືບທອດສັນຍາສິດເຊົ່າທີ່ດິນ ຫຼື ໄດ້ຮັບໜັງສືຢັ້ງຢືນຈາກ
ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເປັນຕົ້ນໄປ ແລະ ຜູ້ສະເໜີຂໍສືບທອດສັນຍາສິດ
ເຊົ່າທີ່ດິນນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.

1.5.4 ການຍົກເລີກ ຫຼື ລົບລ້າງການຈົດທະບຽນສິດເຊົ່າທີ່ດິນ

ສິດເຊົ່າທີ່ດິນຈະສິ້ນສຸດລົງ ໃນກໍລະນີໃດໜຶ່ງ ດັ່ງນີ້:
ຄົບກຳນົດເວລາ ຕາມທີ່ໄດ້ກຳນົດໄວ້ໃນສັນຍາ ຫຼື ນິຕິກຳອື່ນ ກ່ຽວກັບສິດເຫືອທີ່ດິນ;
2) ຜູ້ນຳໃຊ້ສິດເຫືອທີ່ດິນ ໄດ້ສະລະສິດຂອງຕົນ, ຖ້າສັນຍາ ຫຼື ນິຕິກຳອື່ນ ຫາກບໍ່ໄດ້ກຳນົດເວລາໄວ້
ໂດຍໄດ້ແຈ້ງໃຫ້ຜູ້ໃຫ້ສິດເຫືອທີ່ດິນຊາບລ່ວງໜ້າ ຫ້າ ຫຼື ຫົກເດືອນ ຫຼື ຈ່າຍຄ່ານຳໃຊ້ສິດເຫຼືອທີ່ດິນອີກ ຫົກ ເດືອນ ຫຼື ໜຶ່ງປີ ຊຶ່ງການແຈ້ງ ຫຼື ການຈ່າຍ ທັງສອງຝ່າຍຕ້ອງໄດ້ມີຫັງສືຢັ້ງຢືນເປັນລາຍລັກອັກສອນ;
3) ພາຍໃນເວລາ ຊາວ ຫາ ສາມສິບ ປີ ໂດຍອີງຕາມປະເພດ ແລະ ສະພາບການຂອງເປົ້າໝາຍຂອງການນຳໃຊ້ ແລະ ເງື່ອນໄຂໃນເວລາຕົກລົງກັນກ່ຽວກັບສິດເຫືອທີ່ດິນ ຖ້າສັນຍາ ຫຼື ນິຕິກຳອື່ນ ຫາກບໍ່ໄດ້ກຳນົດເວລາໄວ້.
ເມື່ອສິດເຫືອທີ່ດິນ ຫາກສິ້ນສຸດລົງ ຜູ້ນຳໃຊ້ສິດເໜືອທີ່ດິນ ມີຄວາມຮັບຜິດຊອບພື້ນຟູທີ່ດິນ ໃຫ້ຄືນສູ່ສະພາບເດີມ, ເວັ້ນເສຍແຕ່ສັນຍາ ຫຼື ນິຕິກຳອື່ນ ຫາກໄດ້ກຳນົດໄວ້ເປັນຢ່າງອື່ນ.
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ດຳເນີນການຈົດທະບຽນຍົກເລີກ ຫຼື ລົບລ້າງ ການເຄື່ອນໄຫວສິດນຳໃຊ້ທີ່ດິນ ຈາກສິດເຫືອທີ່ດິນ ຕາມການສະເຫີຂອງຜູ້ນຳໃຊ້ສິດເຫືອທີ່ດິນ ຫຼື ຜູ້ໃຫ້ສິດເຫືອທີ່ດິນ ພາຍຫຼັງສິດເຫືອທີ່ດິນສິ້ນສຸດລົງ ຫຼື ມີຄຳຕັດສິນຂອງສານທີ່ນຳໃຊ້ໄດ້ຢ່າງເດັດຂາດ ໃຫ້ລົບລ້າງສິດເຫືອທີ່ດິນນັ້ນ.

ໃນກໍລະນີມີຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໂດຍມີຫັງສືຢັ້ງຢືນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຈາກພາກສ່ວນທີ່ກ່ຽວຂ້ອງ ໃຫ້ດຳເນີນການຈົດທະບຽນລົບລ້າງສັນຍາສິດເຫືອທີ່ດິນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງປຸ່ນ
ດຳເນີນໃຫ້ສຳເລັດພາຍໃນເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບຫັງສືສະເຫີຂອງຜູ້ນຳໃຊ້ສິດເຫືອທີ່ດິນ ຫຼື ຜູ້ໃຫ້ສິດເພນືອທີ່ດິນ ຫຼື ໄດ້ຮັບຫັງສີຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ເປັນຕົ້ນໄປ ແລະ ຜູ້ສະເຫີຂໍຈົດທະບຽນລົບລ້າງນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.

ເອກະສານປະກອບຊຸດຄຳຮ້ອງ ການຍົກເລີກ ຫຼື ລົບລ້າງການຈົດທະບຽນການເຄື່ອນໄຫວສີດນຳໃຊ້ທີ່ດິນ ຈາກສິດເຫືອທີ່ດິນ ປະກອບມີ ດັງນີ້:

- ຄຳຣ້ອງຂໍຈົດທະບຽນ;
- ສັນຍາຈາກສິດເຫືອທີ່ດິນ;
- ໃບຕາດິນ ສະບັບຕົ້ນ;
- ສຳເນົາສຳບັດປະຈຳຕົວ ຫຼື ໃບປັ້ງຢືນທີ່ຢູ່ ແລະ ສຳມະໂນຄົວ;
- ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).
1.6 ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຈາກການຊື້ຂາຍສິດນຳໃຊ້ທີ່ດິນຈັດສັນ ຂອງລັດແບບມີກຳນົດ
1.6.1 ການຈົດທະບຽນການເຄື່ອນໄຫວຈາກການຊື້ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ
ຖ້າເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ໄດ້ຈາກການຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ໄດ້ເອົາສິດນຳໃຊ້ທີ່ດິນນັ້ນ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດ ເຊົ່າ ຫຼື ເອົາສິດນຳໃຊ້ທີ່ດິນດັ່ງກ່າວໄປເປັນຫຼັກຊັບຄຳປະກັນການກູ້ຢືມ, ຂາຍຝາກ ຕາມກຳນົດເວລາທີ່ຍັງເຫຼືອ ຕ້ອງໄດ້ແຈ້ງຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ບ່ອນທີ່ດິນຕັ້ງຢູ່.
ສັນຍາເຊົ່າ ຫຼື ສັນຍາຄໍ້າປະກັນ ຫຼື ສັນຍາຂາຍຝາກນັ້ນ ຕ້ອງມີການຢັ້ງຢືນຈາກອົງການທະບຽນສານ
ນຳເອົາສັນຍາດັ່ງກ່າວໄປຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ບ່ອນທີ່ດິນຕັ້ງຢູ່ ຕາມການສະເໜີຂອງເຈົ້າຂອງສິດນຳໃຊ້ທີ່ດິນດັ່ງກ່າວ.
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ບ່ອນທີ່ດິນຕັ້ງຢູ່ ເປັນຜູ້ຮັບຜິດຊອບ ຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ທີ່ໄດ້ຈາກການຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ຕາມການສະເໜີຂອງຄູ່ສັນຍາຝ່າຍໃດຝ່າຍໜຶ່ງ ໃຫ້ສຳເລັດພາຍໃນເວລາ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ ໂດຍຕ້ອງດຳເນີນການຊ້ອງຫ້າກັນລະຫວ່າງຄູ່ສັນຍາກັບເຈົ້າໜ້າທີ່ທີ່ດິນ ແລະ ເຮັດບົດບັນທຶກຊ້ອງຫ້າກັນ ຕາມແບບພິມທີ່ກຳນົດໄວ້ ແລະ ຜູ້ທີ່ສະເໜີນັ້ນ ຕ້ອງເສຍອາກອນລາຍໄດ້ຈາກການເຊົ່າສິດນຳໃຊ້ທີ່ດິນ, ຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.
1.6.2 ການຍົກເລີກ ຫຼື ລົບລ້າງ ການຈົດທະບຽນຈາກການຊື້ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ດຳເນີນການຈົດທະບຽນການຍົກເລີກ ຫຼື ລົບລ້າງການເຄື່ອນໄຫວສິດນຳໃຊ້ທີ່ດິນ ທີ່ໄດ້ຈາກການຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ຕາມການສະເໜີຂອງຄູ່ສັນຍາຝ່າຍໃດຝ່າຍໜຶ່ງ ພາຍຫຼັງສັນຍາໄດ້ສິ້ນສຸດ ຫຼື ມີຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ລົບລ້າງສັນຍານັ້ນ.

ໃນກໍລະນີມີຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໂດຍມີໜັງສືຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃຫ້ດຳເນີນການຈົດທະບຽນລົບລ້າງສັນຍາ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ບ່ອນທີ່ດິນຕັ້ງຢູ່.
ການຈົດທະບຽນລົບລ້າງການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ທີ່ໄດ້ຈາກການຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ຕ້ອງດຳເນີນໃຫ້ສຳເລັດພາຍໃນເວລາ ສອງ ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບຫັງສືສະເຫີຂອງຄູ່ສັນຍາຝ່າຍໃດຝ່າຍຫຶ໋ງ ຫຼື ໄດ້ຮັບຫັງສີຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ແລະ ບັດຄຳຕັດສິນຂອງສານ ເປັນຕົ້ນໄປ ແລະ ຜູ້ສະເຫີຂໍຈົດທະບຽນລົບລ້າງນັ້ນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍ ແລະ ລະບຽບການ.

ເອກະສານປະກອບຊຸດຄຳຮ້ອງ ການຍົກເລີກ ຫຼື ລົບລ້າງການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນຈາກການຊື້ ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ປະກອບມີ ດັງນີ້:

- ຄຳຮ້ອງຂໍຈົດທະບຽນ;
- ສັນຍາຊື້ ຂາຍ ສິດນຳໃຊ້ທີ່ດິນຈັດສັນຂອງລັດ ແບບມີກຳນົດ;
- ໃບຕາດິນສະບັບຕົ້ນ;
-- ໃບຢັ້ງຢືນທີ່ຢູ່ ຫຼື ສຳເນົາສຳບັດປະ

-. ຖ້າແມ່ນນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ ຕ້ອງມີສຳເນົາໃບອະນຸຍາດດຳເນີນທຸລະກິດ, ໃບທະບຽນ
ວິສາຫະກິດ ຫຼື ໃບອະນຸຍາດສ້າງຕັ້ງອົງການຈັດຕັ້ງສັງຄົມ;

-. ຖ້າແມ່ນຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ແລະ ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ
ແລະການຈັດຕັ້ງຂອງບຸກຄົນດັ່ງກ່າວ ທີ່ສ້າງຕັ້ງຂຶ້ນຕາມການອະນຸຍາດຂອງລັດ ຕ້ອງມີຫັງສືຜ່ານແດນ, ສຳເນົາໃບ
ອະນຸຍາດດຳເນີນທຸລະກິດ, ໃບທະບຽນວິສາຫະກິດ;

-- ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).

ຈຳຕົວ ແລະ ສຳມະໂນດົວ;

2. ຂັ້ນຕອນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ

ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ປະກອບມີຂັ້ນຕອນ ດັ່ງນີ້:

2.1 ຂັ້ນຕອນທີ ໜຶ່ງ:

ເຈົ້າຂອງສິດນຳໃຊ້ທີ່ດິນ ຫຼື ຜູ້ໄດ້ຮັບມອບສິດໃຫ້ຕາງໜ້າ ຍື່ນຄຳຮ້ອງ ຫຼື ໃບສະເໜີ ຕາມແບບພິມທີ່ກຳນົດ
ນົດໄວ້ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ໃນແຕ່ລະກໍລະນີ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່ ເພື່ອດຳເນີນການກວດກາຄວາມຖືກຕ້ອງຂອງໃບຕາດິນ ພາຍໃນເວລາ ຫ້າ ວັນລັດຖະການ ນັບແຕ່ມື້ຮັບຄຳຮ້ອງເປັນຕົ້ນໄປ ໂດຍສົມທຽບໃສ່ໃບທະບຽນທີ່ດິນ, ປຶ້ມທະບຽນທີ່ດິນ ແລະ ປຶ້ມຈົດທະບຽນ, ກວດໃສ່ແຜນທີ່ຕາດິນ, ກວດເບິ່ງສຳນວນເອກະສານທີ່ດິນທີ່ກ່ຽວຂ້ອງ ຖ້າເຫັນວ່າຖືກຕ້ອງແມ່ນຂອງຜູ້ກ່ຽວແທ້ ແລະ ບໍ່ໄດ້ນຳໃຊ້ເຂົ້າໃນເປົ້າໝາຍອື່ນ, ບໍ່ມີການຄັດຄ້ານ, ບໍ່ມີຂໍ້ຂັດແຍ່ງ, ບໍ່ມີການອາຍັດຈາກອົງການທີ່ກ່ຽວຂ້ອງແລ້ວ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຈຶ່ງອອກໃບຢັ້ງຢືນຄວາມຖືກຕ້ອງຂອງໃບຕາດິນ ພ້ອມທັງເກັບຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ແຕ່ລະໄລຍະ.
ສຳລັບການຈົດທະບຽນການເຄື່ອນໄຫວກ່ຽວກັບສັນຍາເຊົ່າ ຫຼື ສຳປະທານ ທີ່ດິນຂອງລັດ ໃຫ້ຍື່ນຄຳຮ້ອງ ຫຼື ໃບສະເຫຼີ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຫຼື ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມຂອບເຂດຄວາມຮັບຜິດຊອບ ໃນການອະນຸຍາດໃຫ້ເຊົາ ແລະ ສຳປະທານ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

2.2 ຂັ້ນຕອນທີ ສອງ:

ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ພາຍຫຼັງກວດກາຄວາມຖືກຕ້ອງຂອງ ໃບຕາດິນໃຫ້ແກ່ເຈົ້າຂອງສິດນຳໃຊ້ທີ່ດິນ ຫຼື ຜູ້ໄດ້ຮັບມອບສິດໃຫ້ຕາງຫ້າ ນຳເອົາເອກະສານດັງກ່າວໄປສະເຫີຕໍ່ ອົງການທະບຽນສານ ບ່ອນທີ່ດິນຕັ້ງຢູ່ ເພື່ອຢັ້ງຢືນຄວາມຖືກຕ້ອງເນື້ອໃນຂອງສັນຍາຕາມກົດໝາຍ. ສັນຍາ ແລະ ເອກະສານຕ່າງໆ ທີ່ໄດ້ຮັບການຢັ້ງຢືນຄວາມຖືກຕ້ອງເນື້ອໃນຂອງສັນຍາ ຈາກອົງການທະບຽນສານແລ້ວ ຕ້ອງນຳມາ
ຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ
ເພື່ອຕິດຕາມການເຄື່ອນໄຫວສິດນຳໃຊ້ທີ່ດິນດັງກ່າວ ຕາມກົດໝາຍ.

ສຳລັບການຈົດທະບຽນການເຄື່ອນໄຫວກ່ຽວກັບສັນຍາເຊົາ ຫຼື ສຳປະທານ ທີ່ດິນຂອງລັດ ນຳມາຈົດທະບຽນດັ່ງກ່າວ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຫຼື ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມຂອບເຂດຄວາມຮັບຜິດຊອບ ໃນການອະນຸຍາດໃຫ້ເຊົ່າ ແລະ ສຳປະທານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ໂດຍບໍ່ຈຳເປັນຕ້ອງຊໍ້າກັບເຈົ້າໜ້າທີ່ທີ່ດິນ.

2.3 ຂັ້ນຕອນທີ ສາມ:

ພາຍຫຼັງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ໄດ້ຮັບສັນຍາ ແລະ ບັນດາເອກະສານທີ່ຢັ້ງຢືນຈາກອົງການທະບຽນສານແລ້ວ ໃຫ້ຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການກ່ຽວກັບທີ່ດິນ ຕາມທີ່
ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ. ຫຼັງຈາກນັ້ນ, ໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນ ໄປມອບເງິນເຂົ້າບັນຊີປະມານແຫ່ງລັດ ຕາມກົດໝາຍ ແລະ ລະບຽບການ.

ຫຼັງຈາກນັ້ນ ດຳເນີນການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ໂດຍຊ້ອງຫ້າກັນລະຫວ່າງຄູ່ສັນຍາກັບເຈົ້າໜ້າທີ່ທີ່ດິນ ພ້ອມທັງເຊັນບົດບັນທຶກຮ່ວມກັນ, ຈາກນັ້ນໃຫ້ຈຳກາຈົດທະບຽນໃສ່ສັນຍາ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ພ້ອມທັງລົງລາຍເຊັນຂອງຄະນະໜ່ວຍງານວິຊາການ ຜູ້ທີ່ຮັບຜິດຊອບວຽກງານທີ່ດິນ ແລ້ວບັນທຶກເຂົ້າໃນປຶ້ມຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນໃສ່ດ້ານຫຼັງຂອງໃບທະບຽນທີ່ດິນ ແລະ ໃບຕາດິນ ຈາກນັ້ນໃຫ້ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ລົງລາຍເຊັນ ພາຍໃນເວລາ ສອງ ວັນ
ລັດຖະການ ນັບແຕ່ມື້ໄດ້ເຊັນບົດບັນທຶກຊ້ອງຫ້າລະຫວ່າງ ຄູ່ສັນຍາກັບເຈົ້າຫ້າທີ່ທີ່ດິນ ຮ່ວມກັນເປັນຕົ້ນໄປ. ໃນກໍລະນີຍົກເລີກ ຫຼື ລົບລ້າງ ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ໃຫ້ຈົດທະບຽນຍົກເລີກ ຫຼື ລົບລ້າງ ໃສ່ດ້ານຫຼັງໃບທະບຽນທີ່ດິນ ແລະ ໃບຕາດິນ ຕາມທີ່ກຳນົດໄວ້.

ໃນກໍລະນີແບບພິມຕາຕະລາງດ້ານຫຼັງໃບທະບຽນທີ່ດິນ ແລະ ໃບຕາດິນ ຫາກຖືກຈົດທະບຽນການເຄືອນໄຫວສິດນຳໃຊ້ທີ່ດິນ ເຕັມຫົດແລ້ວ ໃຫ້ນຳແບບພິມຕາຕະລາງເອກະສານຊ້ອນທ້າຍ ສຳລັບການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນຕິດໃສ່ດ້ານຫຼັງໃບທະບຽນທີ່ດິນ ແລະ ໃບຕາດິນ.

ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນແຕ່ລະປະເພດ ພາຍຫຼັງຈົດທະບຽນສຳເລັດແລ້ວ ໃຫ້ນຳເອົາສັນຍາ ຫຼື ເອກະສານກ່ຽວກັບທີ່ດິນດັງກ່າວ ເກັບມ້ຽນໄວ້ໃນສຳນວນເອກະສານທີ່ດິນທີ່ກ່ຽວຂ້ອງ ເພື່ອເປັນຫຼັກຖານຢ່າງຍາວນານ.

ໜວດທີ 3
ປະເພດ ແລະ ຂັ້ນຕອນການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ

1. ປະເພດການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ
ປະເພດການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ປະກອບມີ ດັ່ງນີ້:

1) ການສືບທອດມູນມໍລະດົກ;
2) ການຊື້ຂາຍສິດນຳໃຊ້ທີ່ດິນ;
3) ການເອົາສິດນຳໃຊ້ທີ່ດິນ ເຂົ້າເປັນຮຸ້ນ;
4) ການມອບ ຫຼື ຍົກສິດນຳໃຊ້ທີ່ດິນ;
5) ການແລກປ່ຽນສິດນຳໃຊ້ທີ່ດິນ;
6) ຖອນສິດນຳໃຊ້ທີ່ດິນ;
7) ການໂອນສິດນຳໃຊ້ທີ່ດິນ;
8) ທາດສະພາບຕາມທຳມະຊາດ ແລະ ກົດໝາຍ;
9) ການຕັດສິນຂອງສານ.

ຖ້າມີການສະເໜີຄັດຄ້ານແລ້ວ ແຕ່ຜູ້ກ່ຽວບໍ່ໄດ້ສະເໜີເປັນທາງການ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການໄກ່ເກ່ຍ ຫຼື ແກ້ໄຂຕາມກົດໝາຍ ຫຼື ບໍ່ໄດ້ມີການຮ້ອງຟ້ອງຕໍ່ສານ ພາຍໃນກຳນົດເວລາ ຊາວ ວັນລັດຖະການ ນັບ
ແຕ່ວັນທີ່ຍືນຄຳສະເຫີເປັນຕົ້ນໄປ ໃຫ້ຖືວ່າຄຳສະເຫີຄັດຄ້ານນັ້ນ ແມ່ນບໍ່ມີເຫດຜົນຕໍ່ການສະເຫີຄັດຄ້ານຕັ່ງກ່າວ.

ໃນກໍລະນີມີຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ຜູ້ທີ່ກ່ຽວຂ້ອງໃນຄະດີນັ້ນ ໄດ້ມີການສະເຫີຄັດຄ້ານ ຫຼື ການສະເຫີຄັດຄ້ານໂດຍບຸກຄົນອື່ນ ທີ່ບໍ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນວັກ ຫຶງ ຂອງຫົວຂໍ້ນີ້ ແມ່ນ,

ບໍ່ໃຫ້ນຳມາຄົ້ນຄວ້າພິຈາລະນາ.

1.1 ການຈົດທະບຽນການສຶືບທອດມຸນມໍຣະດົກ

ການສືບທອດມູນມໍຣະດົກ ແມ່ນ ການຕົກທອດມູນມໍຣະດົກຂອງຜູ້ເສຍຊີວິດ ໃຫ້ແກ່ຜູ້ສືບທອດມູນມໍຣະດົກ ຕາມກົດໝາຍ ຫຼື ຕາມພິໄນກຳ. ການສືບທອດສິດນຳໃຊ້ທີ່ດິນ ແມ່ນ ສິດໄດ້ຮັບສິດນຳໃຊ້ທີ່ດິນ ຂອງເຈົ້າມູນມໍຣະດົກທີ່ໄດ້ເສຍຊີວິດ ຊຶ່ງຕົກທອດມາຍັງຜູ້ມີສິດສືບທອດ ຕາມກົດໝາຍ ຫຼື ພິໄນກຳ.
ມູນມໍຣະດົກ ແມ່ນ ຊັບທີ່ເປັນກຳມະສິດຂອງຜູ້ເສຍຊີວິດ ລວມທັງສິດ ແລະ ພັນທະຂອງຜູ້ກ່ຽວ, ເວັນເສຍແຕ່ສິດ ແລະ ພັນທະ ຊຶ່ງກົດໝາຍ ຫຼື ສັນຍາ ໄດ້ກຳນົດໄວ້ໃຫ້ຜູ້ເສຍຊີວິດ ຕ້ອງໄດ້ປະຕິບັດດ້ວຍຕົນເອງໃນເວລາທີ່ຜູ້ກ່ຽວຍັງມີຊີວິດຢູ່ນັ້ນ.

ການສືບທອດສິດນຳໃຊ້ທີ່ດິນ ຕາມກົດໝາຍ ໄດ້ຈັດລຳດັບໃນການຮັບມູນມໍຣະດົກ ຕາມປະມວນກົດບນາຍແພ່ງ ດັ່ງນີ້:

- ລູກຄີງ, ລູກລ້ຽງ, ລູກນ້ຳ ຂອງເຈົ້າມູນມໍຣະດົກ ລວມທັງເດັກຢູ່ໃນທ້ອງຂອງຜູ້ເປັນແມ່ກໍມີສິດສືບທອດມູນມໍຣະດົກເຊັນດຽວກັນ ແມ່ເປັນຜູ້ຄຸ້ມຄອງພຸດຂອງຜູ້ກ່ຽວໄວ້;
- ຜົວ ຫຼື ເມຍ ຂອງເຈົ້າມຸນມໍຣະດົກທີ່ຍັງມີຊີວິດຢູ່;
- ພໍ່, ແມ່, ປູ່, ຍ່າ, ພໍ່ເຖົ້າ, ແມ່ເຖົ້າ, ທວດ ຂອງເຈົ້າມູນມໍຣະດົກ;
- ອ້າຍ, ເອື້ອຍ, ນ້ອງ, ລຸງ, ປ້າ, ອາວ, ອາ, ນ້ຳບ່າວ, ນ້ຳສາວ, ຫຼານ, ເຫຼນ ຂອງເຈົ້າມູນມໍຣະດົກ.
ລັດ ຫຼື ນິຕິບຸກຄົນ ຫຼື ບຸກຄົນອື່ນ ຕາມກົດໝາຍກຳນົດໄວ້.

ການແບ່ງປັນມູນມໍລະດົກທີ່ເປັນສິດນຳໃຊ້ທີ່ດິນ ໃຫ້ປະຕິບັດຕາມມາດຕາ 576 ຫາ 585 ຂອງປະມວນກົດໝາຍແພ່ງ ສະບັບເລກທີ 55/ສພຊ, ລົງວັນທີ 06 ທັນວາ 2018.

ການສືບທອດສິດນຳໃຊ້ທີ່ດິນຕາມພິໄນກຳ ແມ່ນການສະແດງເຈດຈຳນົງຂອງເຈົ້າຂອງສິດນຳໃຊ້ທີ່ດິນ ໃນການເອົາສິດນຳໃຊ້ທີ່ດິນຂອງຕົນ ໃຫ້ບຸກຄົນ ຫຼື ນິຕິບຸກຄົນ ຫຼື ການຈັດຕັ້ງ ດ້ວຍການເຮັດເປັນລາຍລັກອັກສອນ ຫຼື ທາງປາກເປົ່າ. ພິໄນກຳມີຜົນບັງຄັບທາງດ້ານກົດໝາຍ ນັບແຕ່ມື້ເຈົ້າຂອງຊັບເສຍຊີວິດເປັນຕົ້ນໄປ. ການສືບທອດຕາມພິໄນກຳ ໄດ້ກຳນົດໄວ້ໃນມາດຕາ 590 ຫາ 615 ຂອງປະມວນກົດໝາຍແພ່ງ ສະບັບເລກທີ 55/ສພຊ, ລົງວັນທີ 06 ທັນວາ 2018.

ເອກະສານປະກອບຊຸດຄຳຮ້ອງ ຂໍຈົດທະບຽນການສືບທອດມູນມໍລະດົກສິດນຳໃຊ້ທີ່ດິນ ປະກອບມີ ດັ່ງນີ້

- ຄຳຮ້ອງຂໍຈົດທະບຽນ;
-- ຫັງສືຢັ້ງຢືນການສືບທອດມູນມໍຣະດົກຕາມກົດໝາຍ ຫຼື ຕາມພິໄນກຳ (ຖ້າມີການແບ່ງປັນມູນມໍຣະດົກ ກໍ່ໃຫ້ມີບົດບັນທຶກການແບ່ງປັນມູນມໍຣະດົກຄັດຕິດມາພ້ອມ);
-- ໃບສະເຫຼື (ຢັ້ງຢຶນຄວາມຖືກຕ້ອງຂອງໃບຕາດິນ);
-. ໃບຢັ້ງຢືນສາຍຍາດ (ຜູ້ມອບ ແລະ ຜູ້ຮັບ);
-- ໃບຕາດິນ ສະບັບຕົ້ນ;
-- ສຳເນົາໃບແຈ້ງ ຫຼື ໃບຮັບເງີນອາກອນທີ່ດິນ ປະຈຳປີຫຼ້າສຸດ;
- ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ ຂອງຜູ້ສືບທອດມູນມໍຣະດົກ;
-. ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).

1.2 ການຈົດທະບຽນການຊື້ ຂາຍສິດນຳໃຊ້ທີ່ດິນ

ການຊື້ ຂາຍສິດນຳໃຊ້ທີ່ດິນ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ຂາຍ ມີພັນທະມອບສິດນຳໃຊ້ທີ່ດິນຂອງຕົນໃຫ້ເປັນສິດນຳໃຊ້ທີ່ດິນຂອງຜູ້ຊື້ ແລະ ຜູ້ຊື້ຕ້ອງຮັບເອົາສິດນຳໃຊ້ທີ່ດິນ ແລະ ມີພັນທະຈ່າຍເງິນຕາມລາຄາທີ່ໄດ້ຕົກລົງກັນ.
ກລົງກັນ. ຜູ້ຂາຍ ຕ້ອງເປັນເຈົ້າຂອງສິດນຳໃຊ້ທີ່ດິນໃນທີ່ດິນທີ່ຂາຍນັ້ນ, ຖ້າສິດນຳໃຊ້ທີ່ດິນທີ່ຂາຍໃຫ້ຜູ້ຊື້ນັ້ນ ຫາກຖືກຮິບຕາມຄຳຕັດສີນຂອງສານ ຜູ້ຂາຍຕ້ອງທົດແທນຄ່າເສຍຫາຍໃຫ້ແກ່ຜູ້ຊື້.

ສັນຍາຊື້ ຂາຍສິດນຳໃຊ້ທີ່ດິນ ຕ້ອງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ, ອົງການທະບຽນສານ ແລະ ຕ້ອງນຳມາຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ຈາກການຊື້ ຂາຍ ແລະ ຜູ້ຊື້ ຈະເປັນເຈົ້າຂອງສິດນຳໃຊ້ທີ່ດິນ.

ນັບແຕ່ວັນຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ເປັນຕົ້ນໄປ ດ້ວຍການອອກໃບຕາດິນໃຫ້ແກ່ຜູ້ຊື້.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການ ຊື້ ຂາຍ ສິດນຳໃຊ້ທີ່ດິນ ເປັນຕົ້ນ ການຈັດສັນທີ່ດິນ
ແບ່ງຂາຍເປັນຕອນ ທີ່ມີລັກສະນະທຸລະກິດ ທີ່ຍັງບໍ່ທັນໄດ້ຮັບໃບອະນຸຍາດດຳເນີນທຸລະກິດກ່ຽວກັບທີດິນ ຈາກຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍທຸລະກິດກ່ຽວກັບທີ່ດິນ ແມ່ນບໍ່ໃຫ້ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ຫຼື ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ດຳເນີນການອອກໃບຕາດິນໃໜ ໃຫ້ຜູ້ຊື້ ຢ່າງເດັດຂາດ.

ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນການຊື້ ຂາຍສິດນຳໃຊ້ທີ່ດິນ ປະກອບມີ ດັ່ງນີ້:

> ຄຳຮ້ອງຂໍຈົດທະບຽນ;

- ສັນຍາຊື້ ຂາຍສິດນຳໃຊ້ທີ່ດິນ (ນຳໃຊ້ແບບພິມສັນຍາມອບໂອນສິດນຳໃຊ້ທີ່ດິນ);

-- ໃບຢັ້ງຢືນການຊຳລະເງິນຜ່ານລະບົບທະນາຄານ;

.. ໃບຢັ້ງຢືນສາຍຍາດ (ຜູ້ມອບ ແລະ ຜູ້ຮັບ);

-- ໃບຕາດິນ ສະບັບຕົ້ນ;

-. ສຳເນົາໃບແຈ້ງ ຫຼື ໃບຮັບເງິນອາກອນທີ່ດິນ ປະຈຳປີຫຼ້າສຸດ;
ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນດົວ ຂອງຜູ້ຊື້ສິດນຳໃຊ້ທີ່ດິນ;

-. ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).

1.3 ການຈົດທະບຽນການເອົາສິດນຳໃຊ້ທີ່ດິນເຂົ້າເປັນຮຸ້ນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນພົນລະເມືອງລາວ ສາມາດເອົາສິດນຳໃຊ້ທີ່ດິນຂອງຕົນ ເຂົ້າເປັນຮຸ້ນຮ່ວມທຶນກັບວິສາຫະກິດ ຂອງຄົນລາວ ຫຼື ຄົນຕ່າງປະເທດ ທີ່ຈົດທະບຽນຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ດ້ວຍການປະເມີນມູນຄ່າທີ່ດິນ ແລະ ຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 105 ຂອງກົດໝາຍວ່າດ້ວຍທີ່ດິນ. ສ່ວນສິດນຳໃຊ້ທີ່ດິນ ທີ່ໄດ້ມາຈາກການຊື້ ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດນັ້ນ ສາມາດເອົາເຂົ້າເປັນຮຸ້ນຮ່ວມທຶນກັບວິສາຫະກິດຂອງຄົນລາວ ຫຼື ຄົນຕ່າງປະເທດ ໄດ້ເຫືອນກັນ.
ການເອົາສິດນຳໃຊ້ທີ່ດິນ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນພົນລະເມືອງລາວ ທີ່ເອົາເຂົ້າຮ່ວມທຶນກັບວິສາຫະກິດຂອງຄົນລາວ ແມ່ນ ໃຫ້ຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ດ້ວຍການປ່ຽນຊື່ໃນໃບຕາດິນ ອອກໃຫ້ແກ່: ຊື່ຂອງວິສາຫະກິດທີ່ເອົາສິດນຳໃຊ້ທີ່ດິນເຂົ້າເປັນຮຸ້ນນັ້ນ. ສຳລັບການໄດ້ມາຂອງສິດນຳໃຊ້ທີ່ດິນ ໃຫ້ຂຽນຄຳວ່າ: "ເອົາເຂົ້າເປັນຮຸ້ນຕາມສັນຍາ ສະບັບເລກທີ, ລົງວັນທີ" ຂອງການເອົາສິດນຳໃຊ້ທີ່ດິນເຂົ້າເປັນຮຸ້ນນັ້ນ ແລະ ຖານະຄວາມເປັນເຈົ້າຂອງສິດນຳໃຊ້ທີ່ດິນໃຫ້ຂຽນຄຳວ່າ: "ເອົາເຂົ້າເປັນຮຸ້ນ" ໂດຍລະບຸເປີເຊັນຂອງການເອົາເຂົ້າເປັນຮຸ້ນໃສ່ນຳ.

ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນ ການເອົາສິດນຳໃຊ້ທີ່ດິນເຂົ້າເປັນຮຸ້ນ ປະກອບມີ ດັ່ງນີ້:

- ຄຳຮ້ອງຂໍຈົດທະບຽນ;
- ສັນຍາການເອົາສິດນຳໃຊ້ທີ່ດິນເຂົ້າເປັນຮຸ້ນ;
- ໃບຕາດິນ ສະບັບຕົ້ນ;
ສຳເນົາໃບແຈ້ງ ຫຼື ໃບຮັບເງິນອາກອນທີ່ດິນ ປະຈຳປີຫຼ້າສຸດ;

-- ສຳເນົາໃບທະບຽນວິສາຫະກິດ;

-- ບົດວິພາກເສດຖະກິດ-ເຕັກນິກ;

-. ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).

ສຳລັບຂັ້ນຕອນ, ວິທີການ ແລະ ການແກ້ໄຂບັນຫາການເອົາສິດນຳໃຊ້ທີ່ດິນ ເຂົ້າເປັນຮຸ້ນຮ່ວມທຶນກັບວິສາຫະກິດຂອງຄົນຕ່າງປະເທດ ແລະ ການເອົາສິດນຳໃຊ້ທີ່ດິນຂອງລັດເຂົ້າໄປເປັນຮຸ້ນ ຫຼື ເປັນຫຼັກຊັບການຄຳປະກັນ ແມ່ນກຳນົດໄວ້ໃນລະບຽບການສະເພາະ.

1.4 ການຈົດທະບຽນການມອບ ຫຼື ຍົກ ສິດນຳໃຊ້ທີ່ດິນ
ການມອບສິດນຳໃຊ້ທີ່ດິນ ແມ່ນ ການຕົກລົງຂອງເຈົ້າຂອງສິດນຳໃຊ້ທີ່ດິນ ຊຶ່ງເຮົາສິດນຳໃຊ້ທີ່ດິນຂອງຕົນ ໃຫ້ຜູ້ໃດພຶ່ງ ດຕ້ວຍຄວາມສະໜັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ ແລະ ຜູ້ຮັບກໍເຫັນດີຮັບເອົາສິດນຳໃຊ້ທີ່ດິນນັ້ນ.
ການຍົກສິດນຳໃຊ້ທີ່ດິນ ແມ່ນ ການຕົກລົງຂອງເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ເອົາສິດນຳໃຊ້ທີ່ດິນຂອງຕົນໃຫ້ຜູ້ໃດໜຶ່ງ ຊຶ່ງຜູ້ຮັບຈະຕ້ອງປະຕິບັດພັນທະໃດໜຶ່ງ ຕາມການຕົກລົງກ່ອນ ຫຼື ຫຼັງການຮັບສິດນຳໃຊ້ທີ່ດິນນັ້ນ. ຜູ້ຮັບສິດນຳໃຊ້ທີ່ດິນ ຈະກາຍເປັນເຈົ້າຂອງສິດນຳໃຊ້ທີ່ດິນ ກໍຕໍ່ເມື່ອຫາກໄດ້ປະຕິບັດພັນທະດັງກ່າວຢ່າງຄົບຖ້ວນແລ້ວ. ໃນກໍລະນີປະຕິບັດບໍ່ຄົບຖ້ວນ ຫຼື ບໍ່ສາມາດປະຕິບັດໄດ້ ຜູ້ຍົກສິດນຳໃຊ້ທີ່ດິນມີສິດຍົກເລີກສັນຍາດັ່ງກ່າວ.

ເອກະສານປະກອບຊຸດຄຳຮ້ອງ ຂໍຈົດທະບຽນ ການມອບ ຫຼື ຍົກ ສິດນຳໃຊ້ທີ່ດິນ ປະກອບມີ ດັ່ງນີ້:

- ຄຳຮ້ອງຂໍຈົດທະບຽນ;
- ໃບຢັ້ງຢືນການມອບສິດນຳໃຊ້ທີ່ດິນ ຫຼື ໃບຢັ້ງຢືນການຍົກສິດນຳໃຊ້ທີ່ດິນ;
- ໃບຕາດິນ ສະບັບຕົ້ນ;
- ສຳເນົາໃບແຈ້ງ ຫຼື ໃບຮັບເງິນອາກອນທີ່ດິນ ປະຈຳປີຫຼ້າສຸດ;
- ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ ຂອງຜູ້ຮັບສິດນຳໃຊ້ທີ່ດິນ;
- ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).

1.5 ການຈົດທະບຽນການແລກປ່ຽນສິດນຳໃຊ້ທີ່ດິນ

ການແລກປ່ຽນສິດນຳໃຊ້ທີ່ດິນ ແມ່ນ ການຕົກລົງຂອງຄູ່ສັນຍາ ຊຶ່ງຝ່າຍໜຶ່ງໄດ້ເອົາສິດນຳໃຊ້ທີ່ດິນຂອງຕົນ ມອບໃຫ້ອີກຝ່າຍໜຶ່ງ ແລະ ຝ່າຍນີ້ກໍໄດ້ເອົາສິດນຳໃຊ້ທີ່ດິນຂອງຕົນ ຫຼື ຊັບສິນຂອງອັນອື່ນ ທີ່ເປັນກຳມະສິດຂອງຕົນຕອບແທນໃຫ້.

ສັນຍາແລກປ່ຽນສິດນຳໃຊ້ທີ່ດິນ ໃຫ້ປະຕິບັດຄືກັນກັບລະບຽບການຂອງສັນຍາຊື້-ຂາຍ ສິດນຳໃຊ້ທີ່ດິນ. ສັນຍາແລກປ່ຽນຈະມີຜົນສັກສິດ ໃນເມື່ອຄູ່ສັນຍານັ້ນ ໄດ້ມອບສິດນຳໃຊ້ທີ່ດິນ ຫຼື ຊັບສິນຂອງອັນອື່ນ ໃຫ້ແກ່ກັນແລ້ວ.
ເວລາຈົດທະບຽນສັນຍາແລກປ່ຽນສິດນຳໃຊ້ທີ່ດິນ ໃຫ້ເອົາມູນຄ່າຕອນດິນທີ່ສູງກວ່າ ເປັນພື້ນຖານການຄິດໄລ່ຄ່າທຳນຽມຈົດທະບຽນ ແລະ ອາກອນລາຍໄດ້ ຈາກການໂອນສິດນຳໃຊ້ທີ່ດິນ ຕາມສັນຍາແລກປ່ຽນ ຊຶ່ງການເສຍຄ່າທຳນຽມນັ້ນບໍ່ໃຫ້ເສຍເປັນຕອນໃຜຕອນມັນ ໂດຍໃຫ້ເສຍບາດດຽວຕາມການຄິດໄລ່ຄ່າທຳນຽມການຈົດທະບຽນນັ້ນ ແລ້ວຈຶ່ງບັນທຶກການຈົດທະບຽນໃສ່ສັນຍາ ແລະ ເອກະສານທີ່ກ່ຽວຂ້ອງ ຂອງແຕ່ລະສຳນວນເອກະສານຕອນດິນ ພ້ອມທັງອອກໃບຕາດິນໃບນ່ໃຫ້ຄູ່ສັນຍາ. ຖ້າເອົາສິດນຳໃຊ້ທີ່ດິນແລກປ່ຽນກັບຊັບສິ່ງຂອງອັນອື່ນ ໃຫ້ເອົາມູນຄ່າທີ່ດິນເປັນພື້ນຖານການຄິດໄລ່ຄ່າທຳນຽມຈົດທະບຽນ ແລະ ອາກອນລາຍໄດ້ ຈາກການໂອນສິດນຳໃຊ້ທີ່ດິນ.

ເອກະສານປະກອບຊູດຄຳຮ້ອງຂໍຈົດທະບຽນການແລກປ່ຽນສິດນຳໃຊ້ທີ່ດິນ ປະກອບມີ ດັ່ງນີ້:

> ຄຳຮ້ອງຂໍຈົດທະບຽນ;

-. ສັນຍາແລກປ່ຽນສິດນຳໃຊ້ທີ່ດິນ;

-. ໃບຕາດິນ ສະບັບຕົ້ນ;
- ສຳເນົາໃບແຈ້ງ ຫຼື ໃບຮັບເງິນອາກອນທີ່ດິນ ປະຈຳປີຫຼ້າສຸດ;

- ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ ຂອງຄູ່ສັນຍາ;

- ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).

1.6 ການຈົດທະບຽນການຖອນສິດນຳໃຊ້ທີ່ດິນ

ລັດຖະບານ ຕົກລົງຖອນສິດນຳໃຊ້ທີ່ດິນຂອງລັດຄືນ ຈາກອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ລວມທັງການຈັດຕັ້ງລວມໜູ່ ແລະ ລັດວິສາຫະກິດຂັ້ນສູນກາງ ຕາມການສະເຫຼີຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຕົກລົງຖອນສິດນຳໃຊ້ທີ່ດິນຂອງລັດຄືນ ຈາກອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ລວມທັງການຈັດຕັ້ງລວມໜູ່ ແລະ ລັດວິສາຫະກິດຂັ້ນທ້ອງຖິ່ນ ຕາມການສະເຫຼີຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຫຼື ນະຄອນຫຼວງ.
ສາຫະກິດຂັ້ນທ້ອງຖິ່ນ ຕາມການສະເໜີຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ.

ສຳລັບການຖອນສິດນຳໃຊ້ທີ່ດິນຂອງລັດ ຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ມີການນຳໃຊ້ຕົວຈິງ ຫຼື ນຳໃຊ້ບໍ່ຖືກຕ້ອງຕາມກົດໝາຍ ຫຼື ສັນຍາ, ບໍ່ເສຍຄ່າທຳນຽມການນຳໃຊ້ທີ່ດິນ ເປັນຕົ້ນ ການຂາຍສິດນຳໃຊ້ທີ່ດິນ ໃຫ້ຜູ້ເຊົ່າ ຫຼື ສຳປະທານ ໂດຍບໍ່ໄດ້ຮັບອະນຸຍາດ ໃຫ້ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຄົ້ນຄວ້າພິຈາລະນາສະເໜີລັດຖະບານ ຫຼື ອົງການປົກຄອງຂັ້ນແຂວງ ພິຈາລະນາຖອນ ບົນພື້ນຖານການເປັນເອກະພາບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນການຖອນສິດນຳໃຊ້ທີ່ດິນ ປະກອບມີ ດັ່ງນີ້:

- ຄຳຮ້ອງຂໍຈົດທະບຽນ;
- ຂໍ້ຕົກລົງຂອງລັດຖະບານ ວ່າດ້ວຍການຖອນສິດນຳໃຊ້ທີ່ດິນຂອງລັດຄືນ ຫຼື ຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ວ່າດ້ວຍການຖອນສິດນຳໃຊ້ທີ່ດິນຂອງລັດຄືນ;

- ໃບຕາດິນ ສະບັບຕົ້ນ;

- ຂໍ້ຕົກລົງວ່າດ້ວຍການອະນຸຍາດສິດນຳໃຊ້ທີ່ດິນຂອງລັດ;

- ໃບອະນຸຍາດສິດນຳໃຊ້ທີ່ດິນຂອງລັດ;

- ສັນຍາເຊົາ ຫຼື ສຳປະທານ ທີ່ດິນຂອງລັດ (ໃນກໍລະນີແມ່ນການເຊົາ ຫຼື ສຳປະທານທີ່ດິນຂອງລັດ);

- ສຳເນົາໃບແຈ້ງ ຫຼື ໃບຮັບເງິນອາກອນທີ່ດິນ ປະຈຳປີຫຼ້າສຸດ (ໃນກໍລະນີບໍ່ແມ່ນການເຊົ່າ ຫຼື ສຳປະທານທີ່ດິນຂອງລັດ);

- ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).

1.7 ການຈົດທະບຽນການໂອນສິດນຳໃຊ້ທີ່ດິນຄືນ

ເມື່ອມີຄວາມຈຳເປັນ ຕ້ອງໄດ້ນຳໃຊ້ທີ່ດິນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ເຂົ້າໃນກິດຈະ
ການສາທາລະນະປະໂຫຍດ ລັດຈະໂອນເອົາສິດນຳໃຊ້ທີ່ດິນນັ້ນຄືນ ໂດຍລັດຕ້ອງໃຊ້ແທນຄ່າເສຍຫາຍໃຫ້ຜູ້ກ່ຽວ ເປັນຕົ້ນ ການກໍ່ສ້າງຖະຫົນຫົນທາງ, ໂຮງຮຽນ, ໂຮງໜໍ, ສວນສາທາລະນະ, ສະໜາມບິນ, ແລວສາຍສົ່ງໄຟຟ້າ, ຮ່ອງລະບາຍນຳ, ຊົນລະປະທານ, ນ້ຳປະປາ, ສະໜາມຂີ້ເຫຍື້ອ, ບ່ອນບຳບັດຂີ້ເຫຍື້ອ.

ໃນການທົດແທນຄ່າເສຍຫາຍດັ່ງກ່າວ ຕ້ອງໂດຍແຕ່ງຕັ້ງຄະນະກຳມະການປະເມີນຄວາມເສຍຫາຍຊັບສິນເທິງຫ້າດິນ ແລະ ລາຄາທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 109 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019 ໂດຍການມີສ່ວນຮ່ວມຂອງເຈົ້າຂອງສິດນຳໃຊ້ທີ່ດິນ.

ເມືອມີຄວາມຈຳເປັນ ຕ້ອງໄດ້ນຳໃຊ້ທີ່ດິນ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດຫຶ່ງ ເຂົ້າໃນກິດຈະການລົງທຶນ, ການເຊົ່າ ຫຼື ສຳປະທານທີ່ດິນ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ລັດຈະໂອນເອົາສິດ
ນຳໃຊ້ທີ່ດິນນັ້ນຄືນ ໂດຍລັດຕ້ອງໃຊ້ແທນຄ່າເສຍຫາຍໃຫ້ຜູ້ກ່ຽວ ເປັນຕົ້ນ ໂຄງການກະສິກຳ, ປູກໄມ້, ການຂຸດຄົ້ນບໍ່ແຮ່, ການພັດທະນາແຫຼ່ງພະລັງງານໄຟຟ້າ, ຖະນົນຫົນທາງ, ເຂດອຸດສາຫະກຳ ຫຼື ນິຄົມອຸດສາຫະກຳ, ເຂດເສດຖະກິດພິເສດ.

ໃນການທົດແທນຄ່າເສຍຫາຍດັ່ງກ່າວ ຕ້ອງແຕ່ງຕັ້ງກະນະກຳມະການປະເມີນຄວາມເສຍຫາຍຊັບສິນເທິງຫ້າດິນ ແລະ ລາຄາທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 109 ຂອງກົດບນາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2019 ຊຶ່ງປະກອບດ້ວຍຂະແຫງການທີ່ກ່ຽວຂ້ອງ, ຂະແບງການທີ່ຮັບຜິດຊອບໂຄງການ, ເຈົ້າຂອງໂຄງການ, ເຈົ້າຂອງສິດນຳໃຊ້ທີ່ດິນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນການໂອນເອົາສິດນຳໃຊ້ທີ່ດິນດືນ ປະກອບມີ ດັ່ງນີ້:

-- ຄຳຣ້ອງຂໍຈົດທະບຽນ;

-. ຂໍ້ຕົກລົງວ່າດ້ວຍການໂອນເອົາສິດນຳໃຊ້ທີ່ດິນຄືນ;

-- ໃບຕາດິນ ສະບັບຕົ້ນ;
-- ຂໍ້ຕົກລົງການມອບສິດນຳໃຊ້ທີ່ດິນ (ໃນກໍລະນີທົດແທນທີ່ດິນບ່ອນໃບນ່);
-. ໃບຢັ້ງຢືນກຳມະສິດຕໍ່ຊັບສິນ (ໃນກໍລະນີທົດແທນດ້ວຍວັດຖຸງ);
-. ໃບຢັ້ງຢືນການມອບ ຮັບເງິນ (ໃນກໍລະນີທົດແທນຕ້ວຍເງິນ);
-- ສຳເນົາໃບແຈ້ງ ຫຼື ໃບຮັບເງິນອາກອນທີ່ດິນ ປະຈຳປີຫຼ້າສຸດ (ສຳລັບຕອນດິນທີ່ໂອນເອົາສິດນຳໃຊ້ທີ່,

ດິນຄືນ);
-- ເອກະສານອືນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).

1.8 ການຈົດທະບຽນການປ່ຽນແປງຈາກການຊື້ ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ

ເຈົ້າຂອງໂຄງການພັດທະນາ ຫາກໄດ້ຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດແລ້ວ ແຕ່ຜູ້ກ່ຽວມີຈຸດ
ປະສົງມອບໂອນໂຄງການພັດທະນານັ້ນ ໃຫ້ແກ່ຜູ້ພັດທະນາໃຫ່່ ພາຍໃນ ຫຼື ຕ່າງປະເທດ ຕ້ອງແຈ້ງໃຫ້ລັດຖະບານ
ຫຼື ອົງການປົກຄອງຂັ້ນແຂວງ ທີ່ໄດ້ຕົກຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ຕາມຂອບຂອບເຂດສິດ
ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 125 ຂອງກົດໝາຍວ່າດ້ວຍທີ່ດິນ.

ຖ້າເຈົ້າຂອງສິດນຳໃຊ້ທີ່ດິນ ທີ່ໄດ້ຈາກການຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ແຕ່ລະຕອນ ຈາກເຈົ້າຂອງຜູ້ພັດທະນາໂຄງການແລ້ວ ແຕ່ມີຈຸດປະສົງໂອນ (ຊື້ ຂາຍ, ແລກປ່ຽນ, ມອບ ຫຼື ຍົກສິດນຳໃຊ້ທີ່ດິນ ແລະ ເຂົ້າເປັນຮຸ້ນ), ສືບທອດສິດນຳໃຊ້ທີ່ດິນ, ຂາຍຝາກ ຕາມກຳນົດເວລາທີ່ຍັງເຫຼືອ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ຫຼື ຕ່າງປະເທດ ຕ້ອງແຈ້ງຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ບ່ອນທີ່ດິນຕັ້ງຢູ່ ຕາມການສະເໜີຂອງເຈົ້າຂອງສິດນຳໃຊ້ທີ່ດິນດັ່ງກ່າວ.

1.9 ການຈົດທະບຽນຈຳນອງ ຕາມທຳມະຊາດ ແລະ ກົດໝາຍ

ຈຳນອງ ຕາມທຳມະຊາດ ແລະ ກົດໝາຍ ແມ່ນ ການນຳໃຊ້ ຫຼື ການໃຊ້ທີ່ດິນຂອງບຸກຄົນອື່ນ ເພື່ອ
ເພີ່ມປະໂຫຍດໃຫ້ແກ່ທີ່ດິນຂອງຕົນ ໃນການຂໍອະນຸຍາດໃຫ້ມີທາງຜ່ານ, ການເນັງ ຫຼື ວາງທໍ່ສາຍໄຟຟ້າຜ່ານ ແລະ ໃຫ້ນໍ້າຮ່ອງໄຫຼຜ່ານ.

ບຸກຄົນໃດທີ່ມີເຮືອນ ຊຶ່ງຖືກປິດລ້ອມດ້ວຍເຮືອນ ຫຼື ທີ່ດິນ ຊຶ່ງຜູ້ອື່ນມີສິດນຳໃຊ້ ໂດຍບໍ່ມີທາງຜ່ານອອກ ໄປສູ່ຫົນທາງໄດ້ ບຸກຄົນນັ້ນ ກໍມີສິດຮ້ອງຂໍທາງຜ່ານຈາກຜູ້ທີ່ມີສິດນຳໃຊ້ທີ່ດິນ ທີ່ຢູ່ໃກ້ຫົນທາງກວ່າຫຸ່. ຜູ້ມີສິດນຳໃຊ້ທີ່ດິນທີ່ຖືກຮ້ອງຂໍນັ້ນ ຕ້ອງອະນຸຍາດໃຫ້ທາງຜ່ານ ແຕ່ມີສິດຮ້ອງຂໍເອົາການໃຊ້ແທນຄ່າເສຍຫາຍແກ່ຜົນລະປູກ ຫຼື ສິ່ງທີ່ກໍ່ສ້າງ ຈາກການນຳໃຊ້ທີ່ດິນເປັນທາງຜ່ານນັ້ນ ຕາມຄວາມເບນາະສົມ.

ໃນກໍລະນີທີ່ມີການເນັງ ຫຼື ວາງທໍ່, ສາຍໄຟຟ້າ, ສາຍໂທລະສັບ, ຂຸດຮ່ອງ ຫຼື ວາງທໍ່ລະບາຍນ້ຳ, ທໍ່ນຳປະປາຜ່ານທີ່ດິນຂອງຜູ້ມີສິດນຳໃຊ້ ຊຶ່ງພາໃຫ້ຕົ້ນໄມ້ ຫຼື ຜົນລະປູກຂອງຜູ້ກ່ຽວ ຖືກທຳລາຍ ຫຼື ພາໃຫ້ມີຄວາມເສຍຫາຍ
ແລ້ວ ບຸກຄົນນັ້ນກໍອາດຂໍເອົາຄ່າເສຍຫາຍທີ່ເນື່ອງມາຈາກການກະທຳນັ້ນໄດ້. ຖ້າວ່າຜູ້ມີສິດນຳໃຊ້ທີ່ດິນຫາກໄດ້ຮັບຜົນປະໂຫຍດນຳແລ້ວ ກໍ່ບໍ່ໃຫ້ຄິດໄລ່ຄ່າເສຍຫາຍນັ້ນອີກ.

ບຸກຄົນໃດທີ່ມີຄວາມຈຳເປັນໃນການເປັງນໍ້າອອກຈາກທີ່ດິນບ່ອນຕົນຢູ່ ກໍມີສິດຮ້ອງຂໍຂຸດຮ່ອງເປັງນ້ຳຜ່ານທີ່ດິນຂອງຜູ້ຢູ່ລຸ່ມຖັດຕົນ ຫຼື ຜູ້ຢູ່ໃກ້ຄອງນ້ຳ. ຜູ້ຖືກຮ້ອງຂໍກໍຕ້ອງອະນຸຍາດໃຫ້ຂຸດຮ່ອງເປັງນ້ຳ ແຕ່ມີສິດຮ້ອງຂໍເອົາຄ່າເສຍຫາຍແກ່ຜົນລະປູກ ຫຼື ສິ່ງປຸກສ້າງຈາກການຂຸດຮ່ອງເປັງນຳນັ້ນ. ຜູ້ຮ້ອງຂໍຂຸດຮ່ອງເປັງນ້ຳຕ້ອງຮັກສາອະນາໄມ ແລະ ສະພາບຂອງຮ່ອງນໍ້າໃຫ້ເບນາະສົມ.

ເອກະສານປະກອບຂຸດຄຳຮ້ອງຂໍຈົດທະບຽນທາດສະພາບຕາມທຳມະຊາດ ແລະ ກົດໝາຍ ປະກອບມີ

--5

ດັງນີ້:
າຮ້ອງຂໍຈົດທະບຽນ;
-. ບົດບັນທຶກການແກ້ໄຂກ່ຽວກັບທາງຜ່ານ, ການເນັງ ຫຼື ວາງທໍ່, ສາຍໄຟຟ້າ, ສາຍໂທລະສັບ, ຂຸດຮ່ອງ
ຫຼື ວາງທໍ່ລະບາຍນ້ຳ, ທໍ່ນຳປະປາຜ່ານທີ່ດິນຂອງຜູ້ມີສິດນຳໃຊ້;
ໃບຕາດິນ ສະບັບຕົ້ນ;
ໃບຢັ້ງຢືນການມອບ ຮັບເງິນ (ໃນກໍລະນີທົດແທນດ້ວຍເງິນ);
ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ ຂອງເຈົ້າຂອງສິດນຳໃຊ້ທີ່ດິນ;
ສຳເນົາໃບແຈ້ງ ຫຼື ໃບຮັບເງິນອາກອນທີ່ດິນ ປະຈຳປີຫຼ້າສຸດ;
ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).
ສຳລັບການຈົດທະບຽນທາດສະພາບຕາມທຳມະຊາດ ແລະ ກົດໝາຍ ທີ່ມີລັກສະນະຖາວອນ ໂດຍມີ
ການດັດແກ້ໃບຕາດິນ ພ້ອມເສຍດ່າທຳນຽມ ແລະ ຄ່າບໍລິການ ຕາມລະບຽບການ.

3.

ງ ກ:

20

1.10 ການຈົດທະບຽນຕາມການຕັດສີນຂອງສານ

ໃນເມື່ອຄຳຕັດສີນ ຫຼື ຄຳພິພາກສາຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ, ມີຄຳສັງປະຕິບັດຄຳຕັດສີນຂອງ
ສານ ຫຼື ມີຄຳສັງປິດຄະດີ ໃຫ້ນຳມາຈົດທະບຽນການປ່ຽນແປງສິດນຳໃຊ້ທີດິນ ແລະ ອອກໃບຕາດິນໃໜ່ ໃຫ້ແກ່ຜູ້
ໄດ້ຮັບສິດນຳໃຊ້ທີ່ດິນ ຕາມຄຳຕັດສີນ ຫຼື ຄຳພິພາກສາຂອງສານ.

ໃນກໍລະນີມີການປອມແປງເອກະສານ ເພື່ອໂອນສິດນຳໃຊ້ທີ່ດິນ ທີ່ບໍ່ຖືກຕ້ອງຕາມກົດໝາຍ ໃນເມື່ອສານຕັດສີນຮັບຮູ້ສິດນຳໃຊ້ທີ່ດິນໃຫ້ເຈົ້າຂອງເດີມ ໃນເວລາດຳເນີນການຈົດທະບຽນໂອນສິດນຳໃຊ້ທີ່ດິນຄືນ ແມ່ນບໍ່ໃຫ້ດິດໄລ່ຄ່າອາກອນລາຍໄດ້ຈາກທີ່ດິນ.

ເອກະສານປະກອບຊຸດຄຳຮ້ອງຂໍຈົດທະບຽນຕາມການຕັດສີນຂອງສານ ປະກອບມີ ດັ່ງນີ້:

- ຄຳຮ້ອງຂໍຈົດທະບຽນ;
- ຄຳຕັດສີນ ຫຼື ຄຳພິພາກສາຂອງສານ;
- ຄຳສັ່ງປະຕິບັດຄຳຕັດສີນຂອງສານ;
- ບົດບັນທຶກການປະຕິບັດຄຳຕັດສີນຂອງສານ;
- ຄຳສັ່ງປິດຄະດີ (ຖ້າຫາກມີ);
- ໃບຕາດິນ ສະບັບຕົ້ນ;
- ສຳເນົາບັດປະຈຳຕົວ ຫຼື ໃບຢັ້ງຢືນທີ່ຢູ່ ແລະ ສຳເນົາສຳມະໂນຄົວ ຂອງເຈົ້າຂອງສິດນຳໃຊ້ທີ່ດິນ;
- ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າຫາກມີ).
ສຳລັບການຈົດທະບຽນ ຈາກການແບ່ງແຍກ ແລະ ໂຮມຕອນດິນເຂົ້າກັນ ແມ່ນ ກຳນົດໄວ້ໃນລະບຽບການສະເພາະ.

2. ຂັ້ນຕອນການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ

ການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ປະກອບມີຂັ້ນຕອນ ດັງນີ້:

2.1 ຂັ້ນຕອນທີ ໜຶ່ງ:

ເຈົ້າຂອງສິດນຳໃຊ້ທີ່ດິນ ຫຼື ຜູ້ໄດ້ຮັບມອບສິດໃຫ້ຕາງໜ້າ ຍື່ນຄຳຮ້ອງ ຫຼື ໃບສະເໜີຕາມແບບພິມທີ່ກຳນົດໄວ້ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ໃນແຕ່ລະກໍລະນີ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່ ເພື່ອດຳເນີນການກວດກາຄວາມຖືກຕ້ອງຂອງໃບຕາດິນ ພາຍໃນເວລາ ໜຶ່ງ ວັນລັດຖະການ ນັບແຕ່ມື້ຮັບຄຳຮ້ອງເປັນຕົ້ນໄປ ໂດຍສົມທຽບໃສ່ໃບທະບຽນທີ່ດິນ, ປຶ້ມທະບຽນທີ່ດິນ ແລະ ປຶ້ມຈົດທະບຽນ, ກວດໃສ່ແຜນທີ່ຕາດິນ, ກວດເບິ່ງສຳນວນເອກະສານທີ່ດິນທີ່ກ່ຽວຂ້ອງ ຖ້າເຫັນວ່າຖືກຕ້ອງແມ່ນຂອງຜູ້ກ່ຽວແທ້
ແລະ ບໍ່ໄດ້ນຳໃຊ້ເຂົ້າໃນເປົ້າໝາຍອື່ນ, ບໍ່ມີການຄັດຄ້ານ, ບໍ່ມີຂໍ້ຂັດແຍ່ງ, ບໍ່ມີການອາຍັດຈາກອົງການທີ່ກ່ຽວຂ້ອງ
ແລ້ວຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຈຶ່ງອອກໃບຢັ້ງຢືນຄວາມຖືກຕ້ອງຂອງໃບຕາ
ດິນ ພ້ອມທັງເກັບຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າ
ບໍລິການ.

ສຳລັບການຈົດທະບຽນການປ່ຽນແປງກ່ຽວກັບການຊື້ ຂາຍ ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ
ໃຫ້ຍື່ນຄຳຮ້ອງ ຫຼື ໃບສະເໜີ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຕາມທີ່ໄດ້ກຳນົດ
ໄວ້ໃນກົດໝາຍ ແລະ ລະບຽບການ.

2.2 ຂັ້ນຕອນທີ ສອງ:

ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ພາຍຫຼັງກວດກາຖືກຕ້ອງຂອງໃບຕາ
ດິນ ໃຫ້ແກ່ເຈົ້າຂອງສິດນຳໃຊ້ທີ່ດິນ ຫຼື ຜູ້ໄດ້ຮັບມອບສິດໃຫ້ຕາງຫ້າ ນຳເອົາເອກະສານຕັ້ງກ່າວໄປສະເໜີຕໍ່ອົງການທະບຽນສານ ບ່ອນທີ່ດິນຕັ້ງຢູ່ ເພື່ອຢັ້ງຢືນຄວາມຖືກຕ້ອງເນື້ອໃນຂອງສັນຍາຕາມກົດບນາຍ. ສັນຍາ ແລະ ເອກະສານຕ່າງໆ ທີ່ໄດ້ຮັບການຢັ້ງຢືນຄວາມຖືກຕ້ອງເນື້ອໃນຂອງສັນຍາຈາກອົງການທະບຽນສານແລ້ວ ຕ້ອງນຳມາຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເພື່ອຕິດ, ຕາມການປ່ຽນແປງສິດນຳໃຊ້ທີ່ດິນດັງກ່າວ ຕາມກົດໝາຍ. ສຳລັບການຈົດທະບຽນການປ່ຽນແປງກ່ຽວກັບການຊື້ ຂາຍ ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ນຳມາຈົດທະບຽນ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. 2.3 ຂັ້ນຕອນທີ ສາມ:
ພາຍຫຼັງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ໄດ້ຮັບສັນຍາ ແລະ ບັນດາເອກະສານ ທີ່ຢັ້ງຢືນຈາກອົງການທະບຽນສານແລ້ວ ໃຫ້ຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການກ່ຽວກັບທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ຫຼັງຈາກນັ້ນ, ໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນ ໄປມອບເງີນເຂົ້າງາບປະມານແຫ່ງລັດ ຕາມກົດໝາຍ ແລະ ລະບຽບການ.

ຫຼັງຈາກນັ້ນ, ດຳເນີນການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ໂດຍຊ້ອງຫ້າກັນລະຫ່ວາງຄູ່ສັນຍາກັບເຈົ້າຫ້າທີ່ທີ່ດິນ ພ້ອມທັງເຊັນບົດບັນທຶກຮ່ວມກັນ, ຈາກນັ້ນ, ໃຫ້ຈຳກາຈົດທະບຽນໃສ່ສັນຍາ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ພ້ອມທັງລົງລາຍເຊັນຂອງຄະນະໜ່ວຍງານວິຊາການ ຜູ້ທີ່ຮັບຜິດຊອບວຽກງານທີ່ດີນ ແລ້ວບັນທຶກ
ເຂົ້າໃນປື້ມຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ເພື່ອອອກໃບຕາດິນໃໝ່ ໃຫ້ແກ່ຜູ້ທີ່ເປັນເຈົ້າຂອງສິດນຳໃຊ້ທີ່ດິນຄົນໃໝ່ ໃຫ້ສຳເລັດພາຍໃນເວລາ ສີ່ ວັນລັດຖະການ ນັບແຕ່ມື້ໄດ້ເຊັນບົດບັນທຶກຊ້ອງຫ້າລະຫວ່າງຄູ່ສັນຍາ ກັບເຈົ້າໜ້າທີ່ທີ່ດິນຮ່ວມກັນ ເປັນຕົ້ນໄປ.

ສຳລັບການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ຈາກການຖອນ ຫຼື ໂອນ ສິດນຳໃຊ້ທີ່ດິນຄືນ, ທາງສະພາບຕາມທຳມະຊາດ ແລະ ກົດໝາຍ ແລະ ຄຳຕັດສິນຂອງສານ ແມ່ນບໍ່ຈຳເປັນຊ້ອງຫ້າກັບເຈົ້າໜ້າທີ່ທີ່ດິນ.

ສຳລັບການແບ່ງແຍກ ແລະ ໂຮມຕອນດິນເຂົ້າກັນ ໃຫ້ດຳເນີນການຈົດທະບຽນສຳເລັດພາຍໃນ ສິບຫ້າວັນລັດຖະການ ນັບແຕ່ມື້ໄດ້ເຊັນບົດບັນທຶກຊ້ອງຫ້າລະຫວ່າງຄູ່ສັນຍາ ກັບເຈົ້າໜ້າທີ່ທີ່ດິນ ຮ່ວມກັນ ເປັນຕົ້ນໄປ.

ໝວດທີ 4

ການຄຸ້ມຄອງ, ການປົກປັກຮັກສາ,
ວິທີການເກັບມ້ຽນ, ການສຳເນົາ ແລະ ການສ້າງສຳນວນເອກະສານຕອນດິນ
1. ການຄຸ້ມຄອງສຳນວນເອກະສານຕອນດິນ

ການຄຸ້ມຄອງສຳນວນເອກະສານຕອນດິນ ແມ່ນ ການເກັບຮັກສາສຳນວນເອກະສານຕອນດິນ ໄວ້ໃນລະບົບຖານຂໍ້ມູນ ໃຫ້ມີຄວາມປອດໄພ ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຫຼື ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ດ້ວຍການຈັດລຽງລຳດັບຕາມລະຫັດຂອງແຕ່ລະບ້ານ, ການຈັດລຽງລຳດັບການອອກໃບທະບຽນທີ່ດິນ ແລະ ໃບຕາດິນ ແຕ່ລະຕອນພາຍໃນບ້ານ ໃຫ້ເລີ່ມຈາກເລກທີ ໜຶ່ງ ຫາ ເລກສຸດທ້າຍ. ໃນກ່ອງເກັບຮັກສາສຳນວນເອກະສານຕອນດິນກ່ອງໜຶ່ງ ປະກອບມີ ຊາວຫ້າ ສຳນວນຕອນດິນ ໂດຍຈັດລຳດັບຕາມເລກທີໃບຕາດິນ.

ການຄຸ້ມຄອງສຳນວນເອກະສານຕອນດິນ ເປັນວຽກງານຫຼັກ ທີ່ມີຄວາມສຳຄັນທີ່ສຸດ ເພາະມັນເປັນບ່ອນສັງລວມຂໍ້ມູນ, ຫຼັກຖານສຳຄັນຂອງຕອນດິນ ແຕ່ລະຕອນ ເຊັ່ນ: ເອກະສານກ່ຽວກັບຄົນ, ເອກະສານກ່ຽວກັບການໄດ້ມາ
ຂອງສິດນຳໃຊ້ທີ່ດິນ ແລະ ເອກະສານທາງດ້ານວິຊາການຕ່າງໆ ທີ່ພະນັກງານໄດ້ສ້າງຂຶ້ນ ເພື່ອເປັນບ່ອນອີງໃນການຂຶ້ນທະບຽນອອກໃບຕາດິນ ໃຫ້ຜູ້ທີ່ເປັນເຈົ້າຂອງສິດນຳໃຊ້ທີ່ດິນ.

ທຸກຄັ້ງທີ່ມີການຈົດທະບຽນການເຄື່ອນໄຫວ ຫຼື ການປ່ຽນແປງ ສິດນຳໃຊ້ທີ່ດິນ ຕ້ອງມີການບັນທຶກເຂົ້າປຶ້ມຕິດຕາມການມອບຮັບສຳນວນເອກະສານຕອນດິນ ລະຫວ່າງເຈົ້າໜ້າທີ່ທີ່ດິນ ທີ່ຮັບຜິດຊອບຄຸ້ມຄອງລະບົບສຳນວນເອກະສານຕອນດິນກັບເຈົ້າໜ້າທີ່ທີ່ດິນ ທີ່ຮັບຜິດຊອບການຈົດທະບຽນການເຄື່ອນໄຫວ ຫຼື ການປ່ຽນແປງ ສິດນຳໃຊ້ທີ່ດິນ ທີ່ປະຈຳຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ.

ບໍ່ວ່າໃນກໍລະນີໃດກໍ່ຕາມ ຂໍ້ມູນໃນສຳນວນເອກະສານຕອນດິນ ແມ່ນຫ້າມບໍ່ໃຫ້ມີການປ່ຽນແປງ ຫຼື ດັດແກ້ ຢ່າງເດັດຂາດ ຖ້າບໍ່ໄດ້ຮັບອະນຸຍາດ.
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເປັນຜູ້ຄຸ້ມກອງສຳນວນເອກະສານຕອນດິນ. ໃນກໍລະນີ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຍັງບໍ່ທັນມີສາງເກັບມ້ຽນສຳນວນທີ່ໄດ້ມາດຕະຖານນັ້ນ ໃຫ້ເກັບຮັກສາໄວ້ໃນສາງເກັບມ້ຽນສຳນວນ ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ໄປກ່ອນຈົນກວ່າມີສາງເກັບມ້ຽນສຳນວນເປັນຂອງຕົນເອງ.

ສຳລັບການຄຸ້ມຄອງສຳນວນເອກະສານຕອນດິນ ທີ່ຂຶ້ນທະບຽນອອກໃບຕາດິນໃຫ້ຜູ້ເຊົ່າ ຫຼື ສຳປະທານ ທີ່ດິນຂອງລັດ, ການຊື້ ຂາຍ ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ແລະ ການຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມ ລວມທັງການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນດັງກ່າວ ໃຫ້ເກັບຮັກສາໄວ້ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ.
ສຳນວນເອກະສານຕອນດິນ ທີ່ຂຶ້ນທະບຽນອອກໃບຕາດິນ ໃຫ້ຜູ້ເຊົ່າ ຫຼື ສຳປະທານ ທີ່ດິນຂອງລັດ ແລະ ຜູ້ຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ໃຫ້ເກັບຮັກສາໄວ້ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ.

2. ການປົກປັກຮັກສາສຳນວນເອກະສານຕອນດິນ

ສຳນວນເອກະສານຕອນດິນ ຕ້ອງຮັກສາໄວ້ຢູ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຫຼື ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ໂດຍປົກປັກຮັກສາໃຫ້ມີຄວາມປອດໄພ ດ້ວຍການນຳໃຊ້ລະບົບຄວບຄຸມອຸນຫະພູມ, ຄວາມຊຸ່ມ, ປ້ອງກັນອັກຄີໄພ, ປ້ອງກັນແມງໄມ້, ອຸປະກອນ ແລະ ບູລະນະຮັກສາເອກະສານ ໂດຍຮັບປະກັນບໍ່ໃຫ້ເສື່ອມຄຸນນະພາບຕົກໂບນກ ແລະ ຕົກເຮ່ຍເສຍຫາຍ, ຂາດຊ້ອຍ ເພື່ອນຳໃຊ້ເປັນຂໍ້ມູນຫຼັກຖານຍາວນານ. ສຳລັບສຳນວນເອກະສານຕອນດິນ ທີ່ໄດ້ຂຶ້ນທະບຽນອອກໃບຕາດິນ ໃຫ້ຜູ້ເຊົ່າ ຫຼື ສຳປະທານ ທີ່ດິນຂອງລັດ ແລະ ຜູ້ຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ໃຫ້ເກັບຮັກສາໄວ້ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ.
ທານທີ່ດິນຂອງລັດ ແລະ ຜູ້ຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ໃຫ້ເກັບຮັກສາໄວ້ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ.

ສຳນວນເອກະສານຕອນດິນ ໃຫ້ຮັກສາໃນລະບົບເຈັ້ຍ ແລະ ລະບົບເອກະສານເອເລັກໂຕຣນິກ.

3. ວິທີການເກັບມ້ຽນສຳນວນເອກະສານຕອນດິນ
ວິທີການເກັບມ້ຽນສຳນວນເອກະສານຕອນດິນ ແມ່ນ ການເກັບມ້ຽນບັນດາສັນຍາ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງ ກັບການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ ໃນເວລາຈົດທະບຽນສຳເລັດແລ້ວ.

ໃນກໍລະນີມີການຈົດທະບຽນການແບ່ງແຍກຕອນດິນ ຫຼື ໂຮມຕອນດິນເຂົ້າກັນ ຊຶ່ງຈະຕ້ອງໄດ້ສ້າງສຳນວນໃໝ່ ແລະ ປິດສຳນວນເອກະສານຕອນດິນເກົາ ແລ້ວໃຫ້ສຳເນົາຖ່າຍສຳນວນເອກະສານຕອນດິນທັງໝົດ ທີ່ສ້າງຂຶ້ນໃໝ່ ຈາກລະບົບເຈັຍເປັນເອກະສານເອເລັກໂຕຣນິກ ຫຼັງຈາກນັ້ນ, ຈຶ່ງນຳເອົາບັນດາສຳນວນເອກະສານຕອນດິນດັ່ງກ່າວ
ເຂົ້າໃນລະບົບສາງ ເພື່ອຕິດຕາມ ກວດກາ ການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ. ສຳລັບການຈົດທະບຽນການແບ່ງແຍກຕອນດິນ ຫຼື ໂຮມຕອນດິນເຂົ້າກັນ ແມ່ນໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ການເກັບມ້ຽນສຳນວນເອກະສານຕອນດິນ ໃຫ້ປະຕິບັດຕາມວິທີການ ແລະ ແບ່ງຄວາມຮັບຜິດຊອບ ດັ່ງນີ້:

3.1 ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ

-- ພາຍຫຼັງໄດ້ຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນແລ້ວ ໃຫ້ສຳເນົາຖ່າຍບັນດາສັນຍາ ແລະ ເອກະສານດັ່ງກ່າວ ຈາກລະບົບເຈັ້ຍເປັນເອກະສານເອເລັກໂຕຣນິກ ຫຼັງຈາກນັ້ນ, ຈຶ່ງນຳເອົາບັນດາສັນຍາ ແລະ ເອກະສານດັ່ງກ່າວ ເຂົ້າໃນສຳນວນເອກະສານຕອນດິນທີ່ກ່ຽວຂ້ອງ ຕາມລະບົບການຈັດເກັບມ້ຽນສຳນວນເອກະສານ ໃນລະບົບສາງ ພ້ອມທັງສົງເອກະສານເອເລັກໂຕຣນິກ ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ
ແວດລ້ອມ ຂັ້ນແຂວງ ເພື່ອຕິດຕາມ ກວດກາ ການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ. ຂໍ້ມູນດັງກ່າວຈະເຊື່ອມຕໍ່ກັບຖານເກັບຂໍ້ມູນ ຂອງກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

-. ຖ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ບໍ່ມີສາງເກັບມ້ຽນສຳນວນເອກະສານຕອນດິນ ເມື່ອດຳເນີນການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນແລ້ວ ໃຫ້ສຳເນົາຖ່າຍບັນດາສັນຍາ ແລະ ເອກະສານດັ່ງກ່າວ ຈາກລະບົບເຈັຍເປັນເອກະສານເອເລັກໂຕຣນິກ ຫຼັງຈາກນັ້ນ, ຈຶ່ງນຳເອົາບັນດາສັນຍາ ແລະ ເອກະສານດັ່ງກ່າວ ພ້ອມທັງຂໍ້ມູນທີ່ເປັນເອເລັກໂຕຣນິກ ສົ່ງໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ພາຍໃນເວລາບໍ່ເກີນ ສິບຫ້າ ວັນລັດຖະການ ເພື່ອເອົາເຂົ້າໃນສຳນວນເອກະສານຕອນດິນ ທີ່
ກ່ຽວຂ້ອງ ຕາມລະບົບການຈັດເກັບມ້ຽນສຳນວນເອກະສານຕອນດິນ ໃນລະບົບສາງ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ | ເພື່ອຕິດຕາມ ກວດກາ ການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ.
ຂໍ້ມູນດັ່ງກ່າວຈະເຊື່ອມຕໍ່ກັບຖານເກັບຂໍ້ມູນຂອງກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

3.2 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ

ພາຍຫຼັງຈົດທະບຽນສັນຍາ ເຊົາ ຫຼື ສຳປະທານ ທີ່ດິນຂອງລັດ, ການຊື້ ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດ ແບບມີກຳນົດ ແລະ ການຂຶ້ນທະບຽນທີ່ດິນປູກສ້າງຄອນໂດມີນຽມແລ້ວ ໃຫ້ສຳເນົາຖ່າຍບັນດາສັນຍາ ແລະ ເອກະສານ ດັງກ່າວ ຈາກລະບົບເຈ້ຍເປັນເອກະສານເອເລັກໂຕຣນິກ ຫຼັງຈາກນັ້ນ, ຈຶ່ງນຳເອົາບັນດາສັນຍາ ແລະ ເອກະສານດັ່ງກ່າວ
ເຂົ້າໃນສຳນວນເອກະສານຕອນດິນ ທີ່ກ່ຽວຂ້ອງ ຕາມລະບົບການຈັດເກັບມ້ຽນສຳນວນເອກະສານ ໃນລະບົບສາງ ເພື່ອຕິດຕາມ ກວດກາ ການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ. ຂໍ້ມູນດັງກ່າວຈະເຊື່ອມຕໍ່ກັບຖານເກັບຂໍ້ມູນຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ແລະ ກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

4. ວິທີການເກັບຮັກສາສຳນວນເອກະສານຕອນດິນ.

ການເກັບຮັກສາສຳນວນເອກະສານຕອນດິນ ໃຫ້ປະຕິບັດຕາມວິທີການ ດັງນີ້:

-- ການຈັດລຽງສຳນວນເອກະສານຕອນດິນໃນກ່ອງ ແມ່ນ ໃຫ້ລຽງຕາມລຳດັບຂອງເລກທີໃບຕາດິນ, ຈາກນັ້ນ, ແມ່ນລຽງລຳດັບເປັນບ້ານ ແຕ່ນ້ອຍຫາໃຫຍ່ ຊຶ່ງຕ້ອງນຳໃຊ້ລະຫັດບ້ານ ທີ່ສູນສະຖິຕິແຫ່ງຊາດ ເປັນຜູ້ອອກໃຫ້ ເພື່ອສະດວກໃນການຊອກຫາບ່ອນເກັບມ້ຽນ;
ໃນກໍລະນີຕ້ອງການນຳໃຊ້ສຳນວນເອກະສານຕອນດິນໃດໜຶ່ງ ແມ່ນໃຫ້ເບິ່ງບັນຊີລາຍຊື່ບັນດາບ້ານຂອງເມືອງ ຊຶ່ງຕິດໄວ້ຢູ່ຂ້າງນອກຂອງຕູ້ລາງເລື່ອນ ຫຼື ຕູ້ເກັບມ້ຽນສຳນວນເອກະສານຕອນດິນ. ຕູ້ລາງເລື່ອນ ຫຼື ຕູ້ເກັບມ້ຽນສຳນວນເອກະສານຕອນດິນແຕ່ລະບ່ວຍ ຈະມີປ້າຍບອກຊື່ບ້ານ ທີ່ບັນຈຸໄວ້ຢູ່ໃນຕູ້ທີ່ຈັດລຽງໄວ້ຕາມລຳດັບເລກທີໃບຕາດິນ;

ໃນການເກັບມ້ຽນສຳນວນເອກະສານຕອນດິນຂອງແຕ່ລະບ້ານ ໄດ້ຈອງບ່ອນຫວ່າງໄວ້ປະມານ ສິບ ກ່ອງ ເພື່ອຮອງຮັບສຳນວນເອກະສານຕອນດິນ ທີ່ຈະສ້າງຂຶ້ນໃໝ່ ຈາກການແບ່ງແຍກຕອນດິນ ຫຼື ໂຮມຕອນດິນເຂົ້າກັນ;

ເວລາຈັດສຳນວນເອກະສານຕອນດິນ ມ້ຽນໃນກ່ອງໃສ່ສຳນວນ ຍາມໃດກໍ່ຕ້ອງເອົາເບື້ອງທີ່ຕິດປ້າຍສຳນວນປິ່ນຂຶ້ນເບື້ອງເທິງສະເໝີ ເພື່ອໃຫ້ງ່າຍໃນການຄົ້ນຫາເລກທີຕາດິນ;
- ການມ້ຽນກ່ອງສຳນວນເອກະສານຕອນດິນ ໄວ້ໃນຕູ້ລາງເລື່ອນ ຫຼື ຕູ້ເກັບມ້ຽນສຳນວນເອກະສານຕອນດິນ ແມ່ນໃຫ້ວາງໄວ້ທາງຕັ້ງ ເພື່ອວ່າກ່ອງຈະມີບ່ອນຈັບດຶງອອກມາເມື່ອຕ້ອງການ ແລະ ສົ້ນຖານຂອງຕູ້ລາງເລື່ອນ ຈະມີບ່ອນຫວ່າງສຳລັບຕັ້ງກ່ອງເອກະສານ ເວລາຊອກຫາສຳນວນ;

-- ກ່ອງສຳນວນເອກະສານຕອນດິນ ຈະຄ່ອຍໆເພີ່ມບັນຕາເອກະສານຂຶ້ນເລື້ອຍໆ ໃນກໍລະນີມີການຈົດທະບຽນເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ ເນື່ອງຈາກວ່າຈະນຳເອກະສານທີ່ໄດ້ຮັບຈົດທະບຽນນັ້ນ ເຂົ້າໃນສຳນວນທີ່ກ່ຽວຂ້ອງ. ກ່ອງສຳນວນເອກະສານຕອນດິນໜຶ່ງ ມີຈຳນວນ ຊາວຫ້າ ສຳນວນຕອນດິນ ຖ້າຫາກເຫັນວ່າມີສຳນວນເອກະສານຫຼາຍເກີນໄປຢູ່ໃນກ່ອງໜຶ່ງ ແມ່ນສາມາດສ້າງກ່ອງໃໝ່ໄດ້. ໃນກໍລະນີໄດ້ມີການເກັບມ້ຽນແລ້ວໃນໄລຍະຜ່ານມາໃນກ່ອງ ໜຶ່ງ ມີຈຳນວນ ຫ້າສິບ ສຳນວນຕອນດິນ ກໍໃຫ້ປະຕິບັດໄປຕາມນັ້ນ ຖ້າເຕັມ
ແລ້ວ ກໍສາມາດສ້າງເປັນກ່ອງໃໝ່ໄດ້ຄືກັນ;

- ຖ້າເຫັນມີກ່ອງແຕກ, ເພ ແລະ ບໍ່ສາມາດສ້ອມແປງແກ້ໄຂຄືນໄດ້ ແມ່ນໃຫ້ປ່ຽນກ່ອງໃໝ່;

- ຖ້າເຫັນສຳນວນເອກະສານຕອນດິນໃດ ບໍ່ໄດ້ຢູ່ຕາມລຳດັບ ຕ້ອງໄດ້ຈັດລຽງເກັບມ້ຽນໃຫ້ຖືກບ່ອນ ຕາມລຳດັບ;

- ຖ້າຫາກເຫັນກ່ອງສຳນວນເອກະສານຕອນດິນ ບໍ່ຢູ່ຕາມລຳດັບ ກໍຕ້ອງຈັດລຽງໃຫ້ຖືກບ່ອນຕາມລຳດັບ;

- ເມື່ອມີສຳນວນເອກະສານຕອນດິນ ສົ່ງມາຈາກຫົວໜ່ວຍງານຂຶ້ນທະບຽນອອກໃບຕາດິນ ທີ່ຍັງບໍ່ໄດ້ເຊັນໃບຕາດິນ ບໍ່ໃຫ້ເອົາເຂົ້າເກັບມ້ຽນໃນລະບົບສາງເທື່ອ ແຕ່ຕ້ອງມີການເກັບຮັກສາໄວ້ບ່ອນທີ່ເໝາະສົມ ແລະ ປອດໄພ ເພື່ອລໍຖ້າເຊັນ;

- ຖ້າຫາກພະນັກງານທີ່ດິນ ມີການຄົ້ນຄວ້າກ່ຽວກັບການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊ້ທີ່ດິນ; ການແບ່ງແຍກ ແລະ ໂຮມຕອນດິນເຂົ້າກັນ; ການອອກສຳເນົາໃບຕາດິນ; ການປັບປຸງຄວາມຖືກຕ້ອງ
ຕ້ອງຂອງໃບຕາດິນ; ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ ແລະ ກໍລະນີອື່ນ ໃຫ້ພົວພັນເອົາສຳນວນເອກະສານຕອນດິນ ນຳພະນັກງານທີ່ຄຸ້ມຄອງສາງເກັບມ້ຽນສຳນວນເອກະສານຕອນດິນ. ພະນັກງານທີ່ຄຸ້ມຄອງສາງດັງກ່າວ ຈະບັນທຶກໄວ້ໃນປຶ້ມບັນທຶກຕິດຕາມສຳນວນເອກະສານຕອນດິນ ໂດຍບັນທຶກເລກທີ, ລົງວັນຂອງໃບຕາດິນ, ກຳນົດເວລາສົ່ງສຳນວນ ແລະ ລາຍຊື່ຜູ້ທີ່ຮັບສຳນວນເອກະສານຕອນດິນອອກໄປ ພ້ອມລົງລາຍເຊັນ. ເມື່ອມີການນຳເອົາສຳນວນເອກະສານຕອນດິນມາສົ່ງຄືນ ກໍຕ້ອງບັນທຶກ ແລະ ລົງລາຍເຊັນໄວ້ເຊັນກັນ;

-- ພະນັກງານຮັບຜິດຊອບສາງເກັບມ້ຽນສຳນວນເອກະສານ ຕ້ອງຕິດຕາມ ແລະ ທວງເອົາສຳນວນເອກະສານ ນຳພະນັກງານຂະແບນງທີ່ດິນ ທີ່ມາເຊັນຮັບເອົາສຳນວນເອກະສານຕອນດິນ ຕາມກຳນົດເວລາໃນປຶ້ມບັນທຶກຕິດຕາມສຳນວນ. ໃນກໍລະນີຫາກບໍ່ມາສົ່ງຕາມກຳນົດເວລາກໍໃຫ້ມີການຊື້ແຈງຕ້ວຍເຫດ ແລະ ຜົນ ພ້ອມທັງບັນທຶກກຳນົດ
ເວລາໃສ່ປື້ມຕິດຕາມສຳນວນຄືນໃໝ່. ພະນັກງານໃນຂະແໜງທີ່ດິນ ຜູ້ທີ່ເອົາສຳນວນເອກະສານຕອນດິນ ນຳພະນັກງານເກັບມ້ຽນສຳນວນເອກະສານ ຕ້ອງມີຄວາມຮັບຜິດຊອບ ໃນການຮັກສາສຳນວນດັ່ງກ່າວ ໃຫ້ຢູ່ໃນສະພາບເດີມ ແລະ ຄົບຖ້ວນ. ໃນກໍລະນີຫາກເຮັດສຳນວນ ຫຼື ເອກະສານໃດໜຶ່ງໃນສຳນວນເສຍຫາຍ ຫຼື ຖືກທຳລາຍ ຜູ້ກ່ຽວຕ້ອງຮັບຜິດຊອບຕໍ່ຫ້າກົດໝາຍ;

-. ຖ້າຫາກມີພາກສ່ວນອື່ນຕ້ອງການຂໍ້ມູນໃນສຳນວນເອກະສານຕອນດິນ ຕ້ອງໄດ້ຮັບອະນຸຍາດ ຈາກຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຫຼື ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ຈາກນັ້ນ, ຈຶ່ງພົວພັນເພື່ອສຳເນົາເອົາສຳນວນ ຫຼື ເອກະສານໃດໜຶ່ງໃນສຳນວນຕອນດິນ ນຳພະນັກງານທີ່ຄຸ້ມຄອງສາງເກັບມ້ຽນສຳນວນເອກະສານຕອນດິນ. ພະນັກງານທີ່ຄຸ້ມຄອງສາງດັ່ງກ່າວຕ້ອງສຳເນົາເອົາ
ສຳນວນ ຫຼື ເອກະສານໃດໜຶ່ງໃນສຳນວນຕອນດິນ ຕາມການສະເຫຼີ ພ້ອມທັງບັນທຶກໄວ້ໃນປຶ້ມບັນທຶກຕິດຕາມ
ສຳນວນເອກະສານຕອນດິນ;

-. ການເກັບມ້ຽນ ແລະ ການຊອກຄົ້ນຫາເອກະສານຕອນດິນ ແມ່ນ ໜ້າທີ່ຮັບຜິດຊອບຂອງພະນັກງານ
ທີ່ຄຸ້ມຄອງສາງເກັບມ້ຽນເອກະສານຕອນດິນ ເທົ່ານັ້ນ. ຫ້າມພາກສ່ວນອື່ນທີ່ບໍ່ມີສ່ວນກ່ຽວຂ້ອງເຂົ້າໃນຫ້ອງເກັບ
ມ້ຽນສຳນວນເອກະສານຕອນດິນ ໂດຍບໍ່ໄດ້ຮັບອະນຸຍາດເດັດຂາດ;

-- ຕ້ອງຮັກສາສາງເກັບມ້ຽນສຳນວນເອກະສານຕອນດິນ ໃຫ້ສະອາດ ຢູ່ສະເຫຼີ.

5. ການສຳເນົາສຳນວນເອກະສານຕອນດິນ
ການສຳເນົາສຳນວນເອກະສານຕອນດິນ ແມ່ນ ການສຳເນົາເອກະສານໃນສຳນວນເອກະສານຕອນດິນ ເພື່ອ
ນຳໃຊ້ເປັນຫຼັກຖານ ຫຼື ຂໍ້ມູນອ້າງອີງທາງກົດໝາຍ ຕາມການສະເຫີຂອງເຈົ້າຂອງສິດນຳໃຊ້ທີ່ດິນ ແລະ ການຈັດຕັ້ງຂອງ
ລັດທີ່ກ່ຽວຂ້ອງ ເປັນຕົ້ນ ສານປະຊາຊົນ, ອົງການໄອຍະການປະຊາຊົນ, ເຈົ້າໜ້າທີ່ສືບສວນ ສອບສວນ, ອົງການກວດກາລັດທຸກຂັ້ນ, ກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ.
ການສຳເນົາສຳນວນເອກະສານຕອນດິນ ສາມາດດຳເນີນຕາມເງື່ອນໄຂໃດໜຶ່ງ ດັ່ງນີ້:

- ໃນກໍລະນີມີການສະເໜີເປັນລາຍລັກອັກສອນຈາກເຈົ້າຂອງສິດນຳໃຊ້ທີ່ດິນ ເຈົ້າໜ້າທີ່ທີ່ດິນທີ່ຮັກສາສຳນວນເອກະສານຕອນດິນ ເປັນຜູ້ສຳເນົາເອກະສານທີ່ມີໃນສຳນວນ ໃຫ້ຜູ້ສະເໜີ ໂດຍບໍ່ໃຫ້ເກີນ ສາມ ວັນລັດຖະການ ແລະ ຜູ້ສະເໜີ ຕ້ອງເສຍຄ່າບໍລິການສຳເນົາສຳນວນເອກະສານຕອນດິນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ;

- ໃນກໍລະນີມີການສະເໜີເປັນລາຍລັກອັກສອນ ຈາກການຈັດຕັ້ງຂອງລັດທີ່ກ່ຽວຂ້ອງ ເຈົ້າໜ້າທີ່ທີ່ດິນ
ທີ່ຮັກສາສຳນວນເອກະສານຕອນດິນ ເປັນຜູ້ສຳເນົາເອກະສານທີ່ມີໃນສຳນວນ ໂດຍບໍ່ໃຫ້ເກີນ ຫ້າ ວັນລັດຖະການ ແລ້ວໃຫ້ເຮັດຫັງສີ່ນຳສົ່ງເປັນທາງການໃຫ້ອົງການດັງກ່າວ ໂດຍຍົກເວັ້ນຄ່າບໍລິການສຳເນົາສຳນວນເອກະສານຕອນດິນນັ້ນ.

25

ເຈດຈ

, ແ ຈຸ່ ະ ພ ະ ຈ ເດນ ແູ້, ນ ຫາ່ ຈນງ ເ່ ະ ກ ະ ະ, ກຈ
ຮສ້ວນການສະເໜ່ຂອງສານປະຊາຊົນທີ່ກ່ຽວຂ້ອງ ກັບການດຳເນນຄະດີແພ່ງ ທີ່ພົວພັນກັບທີດິນນັ້ນ ແມ່ນໃຫ້ເກັບຄ່າບໍ່
ຂ ຫະ > ແນນ ະກ ນ ະດູ ລ່ນ ແແ
ລິການສຳເນົາສຳນວນເອກະສານຕອນດິນ ຕາມທີ່ໄດ້ກຳນົດໄວ້ໃນຂີດຫໍ້າ 1 ເທງນ.

6. ການສ້າງສຳນວນເອກະສານຕອນດິນຄືນໃໜ່

ຖ້າສຳນວນເອກະສານຕອນດິນ ເສຍຫາຍໃຫ້ສ້າງສຳນວນດືນໃບນ່ ຕາມກໍລະນີ ດັ່ງນີ້:

-- ນ້າສຳນວນເອກະສານຕອນດິນ ທີ່ຍັງບໍ່ທັນສຳເນົາຖ່າຍທຸກເອກະສານທີ່ມີໃນສຳນວນໃນລະບົບເຈ້ຍເຂົ້າ
ໃນລະບົບເອກະສານເອເລັກໂຕຣນິກ ເປັນຕົ້ນ ຂໍ້ມູນການໄດ້ມາສິດນຳໃຊ້ທີ່ດິນ, ຂໍ້ມູນການສຳຫຼວດ ວັດແທກທີ່ດິນ ແລະ ການສ້າງແຜນທີ່ດິນສະເພາະຕອນ ຖືກເສຍຫາຍທັງໝົດ ຫຼື ເອກະສານໃນສຳນວນເສຍຫາຍສ່ວນໃດສ່ວນໜຶ່ງ ເຈົ້າໜ້າທີ່ທີ່ດິນ ຕ້ອງລາຍງານເຫດຜົນການເສຍ ໃຫ້ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເພື່ອຕົກລົງໃນການສ້າງສຳນວນຄືນໃໝ່ ຫຼັງຈາກນັ້ນ, ໄດ້ຮັບການເຫັນດີແລ້ວ ເຈົ້າໜ້າທີ່ທີ່ດິນ ຕ້ອງປະກອບເອກະສານ ຕາມແບບພິມທີ່ໄດ້ກຳນົດໄວ້ ແລ້ວສົມທົບກັບອົງການປົກຄອງບ້ານ ບ່ອນທີ່ດິນຕັ້ງຢູ່ ເພື່ອເຊັນເອກະສານນັ້ນ ຄືນໃໝ່ ຊຶ່ງເຈົ້າຂອງສິດນຳໃຊ້ທີ່ດິນ ຈະບໍ່ໄດ້ເສຍຄ່າທຳນຽມ ແລະ ຄ່າບໍລິການ ແຕ່ໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນ ເປັນຜູ້ສຳເນົາສຳມະໂນຄົວ ຫຼື ບັດປະຈຳຕົວ, ໃບຢັ້ງຢືນທີ່ຢູ່, ໃບທະບຽນວິສາຫະກິດ ໃຫ້ແກ່ເຈົ້າໜ້າທີ່ທີ່ດິນ. ກຳນົດເວລາ
ສ້າງສຳນວນເອກະສານຕອນດິນຄືນໃໝ່ ໃຫ້ສຳເລັດພາຍໃນກຳນົດເວລາ ຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບຊາບການເສຍຫາຍຂອງສຳນວນດັ່ງກ່າວ ເປັນຕົ້ນໄປ;

ໃນກໍລະນີສຳນວນເອກະສານຕອນດິນ ທີ່ຂຶ້ນທະບຽນອອກໃບຕາດິນ ໃຫ້ຜູ້ເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ແລະ ຜູ້ຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ຫາກເສຍຫາຍ ແມ່ນຄວາມຮັບຜິດຊອບຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ເປັນຜູ້ດຳເນີນການສ້າງສຳນວນເອກະສານຕອນດິນຄືນໃໝ່ ໃຫ້ສຳເລັດພາຍໃນເວລາ ຫ້າ ວັນລັດຖະການ ນັບແຕ່ວັນໄດ້ຮັບຊາບການເສຍຫາຍຂອງສຳນວນດັ່ງກ່າວ ເປັນຕົ້ນໄປ.

-- ຖ້າສຳນວນເອກະສານຕອນດິນ ທີ່ເປັນລະບົບເຈ້ຍເສຍຫາຍ ແລະ ໄດ້ສຳເນົາຖ່າຍທຸກເອກະສານທີ່ມີໃນສຳນວນເອກະສານຕອນດິນ ໃນລະບົບເຈ້ຍເຂົ້າໃນລະບົບເອກະສານເອເລັກໂຕຣນິກ ແລະ ເກັບຮັກສາໄວ້ໃນຖານ
ເກັບຂໍ້ມູນທີ່ດິນ ແລະ ອຸປະກອນເກັບມ້ຽນ ແລ້ວເຈົ້າໜ້າທີ່ທີ່ດິນ ຕ້ອງລາຍງານເຫດຜົນການເສຍ ໃຫ້ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເພື່ອຕົກລົງໃນການສ້າງສຳນວນນັ້ນຄືນໃໝ່ ຫຼັງຈາກໄດ້ຮັບການເຫັນດີແລ້ວ ເຈົ້າໜ້າທີ່ທີ່ດິນ ຕ້ອງສ້າງສຳນວນເອກະສານຕອນດິນເປັນລະບົບເຈ້ຍຄືນໃໝ່ ດ້ວຍການພິມທຸກເອກະສານອອກຈາກສຳນວນເອກະສານຕອນດິນ ທີ່ມີຢູ່ໃນລະບົບເອກະສານເອເລັກໂຕຣນິກ ໂດຍມີການເຊັນຢັ້ງຢືນກ່ຽວກັບການສ້າງສຳນວນຄືນໃໝ່ ຈາກຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ.

ໃນກໍລະນີສຳນວນເອກະສານຕອນດິນ ທີ່ຂຶ້ນທະບຽນອອກໃບຕາດິນ ໃຫ້ແກ່ຜູ້ເຊົາ ຫຼື ສຳປະທານທີ່ດິນຂອງລັດ ແລະ ຜູ້ຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດຫາກເສຍຫາຍ ແມ່ນ ຄວາມຮັບຜິດຊອບຂອງພະ
ແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ໂດຍມີການເຊັນຢັ້ງຢືນກ່ຽວກັບການສ້າງສຳນວນດິນ
ໃຫ້ ຈາກຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ.

7. ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ທີ່ດິນ ທີ່ຮັກສາສຳເນົາສຳນວນເອກະສານຕອນດິນ
ເຈົ້າໜ້າທີ່ທີ່ດິນ ທີ່ຮັບຜິດຊອບທີ່ຮັກສາສຳນວນຕອນດິນ ຫາກເຮັດໃຫ້ສຳນວນເອກະສານຕອນດິນ ຫຼື ບາງເອກະສານໃນສຳນວນດັ່ງກ່າວ ຕົກເຮ່ຍເສຍຫາຍ, ເສື່ອມຄຸນນະພາບຕົກໂບນກ, ຂາດຊ້ອຍ ໂດຍເຈດຕະນາ, ປອມແປງ, ທຳລາຍສຳນວນ ຫຼື ເອກະສານໃນສຳນວນ ລວມທັງສ້າງເອກະສານໃບໃໝ່ ເຂົ້າໃນສຳນວນເອກະສານຕອນດິນ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປະຕິບັດວິໄນ ຫຼື ຖືກລົງໂທດທາງອາຍາ ຕາມກົດໝາຍ.

ໝວດທີ 5
ຄ່າທຳນຽມ, ຄ່າບໍລິການ
ແລະ ການຊຳລະເງິນຊື່ ຂາຍ ສິດນຳໃຊ້ທີ່ດິນ
1. ການເສຍຄ່າທຳນຽມ ແລະ ຄ່າບໍລິການ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນພົນລະເມືອງລາວ ແລະ ຜູ້ຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດ ແບບມີກຳນົດ ທີ່ໄດ້ສະເຫີຈົດທະບຽນການເຄືອນໄຫວ ແລະ ການປ່ຽນແປງ ສິດນຳໃຊທີ່ດິນ ຕ້ອງເສຍຄ່າທຳນຽມ ແລະ ຄ່າບໍລິການ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ.

2. ການເກັບຄ່າທຳນຽມ ແລະ ຄ່າບໍລິການ
ຂະແບນງງກການການຜີນ ເກັບຄ່າທຳນຽມຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງ ສິດນຳໃຊ້ທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ແລະ ອາກອນລາຍໄດ້ຈາກທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ລະບຽບການທີ່ກ່ຽວຂ້ອງ.
ຂະແບນງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເກັບຄ່າບໍລິການກ່ຽວກັບທີ່ດິນ ຕາມກົດ
ບພາຍວ່າດ້ວຍທີ່ດິນ, ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ແລະ ລະບຽບການທີ່ກ່ຽວຂ້ອງ.
3. ການຊຳລະເງີນຊື້ ຂາຍສິດນຳໃຊ້ທີ່ດິນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ເປັນພົນລະເມືອງລາວ ທີ່ມີການຊື້ ຂາຍສິດນຳໃຊ້ທີ່ດິນ ລວມທັງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື່ອຊາດລາວ ແລະ ການຈັດຕັ້ງຂອງບຸກຄົນດັ່ງກ່າວ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວຢ່າງຖືກຕ້ອງຕາມກົດບນາຍ ຂອງ ສປປ ລາວ ທີ່ມີການຊື້ ຂາຍ ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ຕ້ອງໄດ້ຊຳລະເງິນຊື້ ຂາຍສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ ເປັນຕົ້ນ ທະນາຄານທຸລະກິດ ຫຼື ສະຖາບັນການເງິນຈຸລະພາກ ຫຼື ນິຕິບຸກຄົນ ທີ່ເປັນຜູ້ໃຫ້ບໍລິການຊຳລະ ທີ່ໄດ້ຮັບອະນຸຍາດຈາກ
ທະນາຄານແຫ່ງ ສປປ ລາວ ແລ້ວຈຶ່ງນຳເອົາຫຼັກຖານຢັ້ງຢືນການຊຳລະຄັດຕິດໃສ່ສຳນວນເອກະສານຕອນດິນ ກ່ອນດຳເນິນການຈົດທະບຽນການປ່ຽນແປງສິດນຳໃຊ້ທີ່ດິນ ແລະ ອອກໃບຕາດິນໃບນ່ໃຫ້ຜູ້ຊື້. ຖ້າຫາກບໍ່ຊຳລະເງິນຜ່ານລະບົບທະນາຄານ ຈະບໍ່ດຳເນີນການຈົດທະບຽນໂອນສິດນຳໃຊ້ທີ່ດິນໃຫ້ຜູ້ຊື້.
ການຊຳລະເງິນ ຊື້ ຂາຍ ສິດນຳໃຊ້ທີ່ດິນ ຜ່ານລະບົບທະນາຄານ ມີ ສອງ ຊ່ອງທາງ ຄື:
1) ຜ່ານປ່ອງບໍລິການ ຢູ່ສຳນັກງານ, ຕົວແທນ ຫຼື ຈຸດໃຫ້ບໍລິການຂອງຜູ້ໃຫ້ບໍລິການຊຳລະ;
2) ຜ່ານທາງເອເລັກໂຕຣນິກ ເຊັ່ນ: ອິນເຕີເນັດແບັງກິ້ງ, ໂມບາຍແບັງກິ້ງ, ຕູ້ອັດຕະໂນມັດຕ່າງໆ.
ສຳລັບການຊື້ ຂາຍ ສິດນຳໃຊ້ທີ່ດິນຂອງບຸກຄົນ ຫຼື ຄອບຄົວທຸກຍາກ ທີ່ດຳລົງຊີວິດ ແລະ ມີທີ່ດິນຕັ້ງຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ, ມີໄລຍະທາງຫ່າງໄກຈາກຕົວເມືອງ ຊື່ງບໍ່ສາມາດເຂົ້າເຖິງການບໍລິການຂອງທະນາຄານ
ນາຄານ ໃຫ້ຍົກເວັ້ນການຊຳລະເງີນຜ່ານລະບົບທະນາຄານ ແຕ່ຕ້ອງໄດ້ຮັບການຢັ້ງຢືນຈາກຂະແບນງການທີ່ກ່ຽວຂ້ອງ.
ໝວດທີ 6
ການຈັດຕັ້ງປະຕິບັດ
1. ການຈັດຕັ້ງປະຕິບັດ
ກົມທີ່ດິນ ເປັນເຈົ້າການປະສານສົມທົບກັບບັນດາກົມກອງພາຍໃນກະຊວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເປັນຜູ້ຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ຢ່າງເຂັ້ມງວດ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້.

2. ຜົນສັກສິດ

ຄຳແນະນຳສະບັບນີ້ ປ່ຽນແທນລະບຽບຫຼັກການວ່າດ້ວຍການຈົດທະບຽນນິຕິກຳກ່ຽວກັບທີ່ດິນ ສະບັບເລກທີ 500/ສນຍ.ອດດຊ, ລົງວັນທີ 09 ພຶດສະພາ 2008.
ຄຳແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 28 ກັນຍາ 2017 ເປັນຕົ້ນໄປ.

ນ.ບຸນຄຳ ວໍລະຈິດ

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ