ກົດໝາຍວ່າດ້ວຍ ສານທະຫານ (ສະບັບປັບປຸງ)
军事法院法(修订版)
Law on the Military Court
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການຈັດຕັ້ງ, ໜ້າທີ່ ແລະ ຂັ້ນຕອນການພິຈາລະນາຄະດີຂອງສານທະຫານ, ເພື່ອແນໃສ່ຮັບປະກັນຄວາມຍຸຕິທຳໃນການຕຸລາການຂອງກອງທັບ. ຂອບເຂດການນຳໃຊ້ກວມເອົາການສ້າງຕັ້ງສານທະຫານ, ສິດອຳນາດໃນການພິຈາລະນາຄະດີ ແລະ ກົດລະບຽບການພິຈາລະນາຄະດີ, ຊີ້ແຈ້ງພາລະບົດບາດຂອງສານທະຫານໃນການຮັກສາວິໄນທະຫານ ແລະ ຄວາມເປັນລະບຽບຮຽບຮ້ອຍທາງກົດໝາຍ. ກົດໝາຍສະບັບປັບປຸງນີ້ປັບປຸງຄຳນິຍາມຂອງຄຳສັບທີ່ກ່ຽວຂ້ອງ, ຮັບປະກັນໃຫ້ກິດຈະກຳການຕຸລາການທະຫານດຳເນີນໄປຕາມກົດໝາຍຢ່າງມີລະບຽບຮຽບຮ້ອຍ.
ມາດຕາ
ມາດຕາ 1
ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ, ການເຄືອນ
ໄຫວ ແລະ ການຕິດຕາມ ກວດກາ ວຽກງານສານທະຫານ ເພືອຣັບປະກັນການປະຕິບັດໜ້າທີ່ຂອງສານທະຫານ
ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເຮັດໃຫ້ການພິຈາລະນາຕັດສີນ, ພິພາກສາຄະດີອາຍາ ມີຄວາມວ່ອງໄວ,
ໂປງໃສ, ພາວະວິໄສ, ຖືກຕ້ອງ ແລະ ຍຸຕິທຳ ແນໃສ່ປຶກປ້ອງຜົນປະໂຫຍດຂອງກອງທັບ, ສິດ ແລະ ຜົນປະ
ໂຫຍດອັນຊອບທຳ ຂອງ ນາຍ ແລະ ພົນທະຫານ, ກຳມະກອນ, ພາລະກອນ ແລະ ກຳລັງສຳຮອງ ໃນເວລາ
ປະຕິບັດໜ້າທີ່ປ້ອງກັນຊາດ, ເຮັດໃຫ້ກອງທັບ ມີ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມຫຼັກ
ແໜ້ນ, ເຂັມແຂງທາງດ້ານກົດໝາຍ ແລະ ມີແບບແຜນທັນສະໄຫ ປະກອບສ່ວນເຂົາໃນການປົກປັກຮັກສາ ແລະ
ພັດທະນາປະເທດຊາດ.
ມາດຕາ 2
ມາດຕາ 2 (ປັບປຸງ) ສານທະຫານ
ສານທະຫານ ແມ່ນ ອົງການຕຸລາການ ທີເຮັດໜ້າທີພິຈາລະນາຕັດສິນ, ພິພາກສາ ຄະດີອາຍາ ໃນກອງທັບ
ປະຊາຊົນລາວ ຕາມທີໄດ້ກຳນົດໄວ້ໃນມາດຕາ 5 ຂອງກົດໝາຍສະບັບນີ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 71 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ