ຄຳສັ່ງກ່ຽວກັບ ການຕິດຕາມ, ກວດກາ ແລະ ໃຊ້ມາດຕະການຕໍ່ຜູ້ລະເມີດການຈຳໜ່າຍ, ຊື້-ຂາຍ ສິນຄ້າເກືອດຫ້າມປະເພດຕ່າງໆພາຍໃນແຂວງ ອັດຕະປື
阿速坡省关于监控、检查及对各类违禁品销售、买卖违规者采取措施的令
Order of Attapeu Province on Monitoring, Inspection, and Measures Against Violators of Sales and Trade of Prohibited Goods
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຂາຍສິນຄ້າຕ້ອງຫ້າມໃນແຂວງອັດຕະປື, ກຳນົດໃຫ້ມີການຕິດຕາມກວດກາຮ່ວມກັນຫຼາຍຂະແໜງການ, ລົງໂທດຜູ້ກະທຳຜິດຄັ້ງທຳອິດ, ຄັ້ງທີສອງ ແລະ ຜູ້ກະທຳຜິດຊ້ຳເປັນປະຈຳ ດ້ວຍການປັບໃໝ, ຍຶດສິນຄ້າ ແລະ ເຖິງຂັ້ນຍົກເລີກໃບອະນຸຍາດ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ແຂວງອັດຕະປື ເລກທີ.../ຈຂອປ
ອັດຕະປື, ວັນທີ 03 ພະຈິກ 2022
ຄຳສັ່ງ
ກ່ຽວກັບການຕິດຕາມ, ກວດກາ ແລະ ໃຊ້ມາດຕະການ
ຕໍ່ຜູ້ລະເມີດການຈຳໜາຍ, ຊື້-ຂາຍ ສິນຄ້າເກືອດຫ້າມປະເພດຕ່າງໆພາຍໃນແຂວງອັດຕະປື
ເຖິງ: - ພະແນກອຸດສາຫະກຳ ແລະ ການຄ້າແຂວງ,
- ກອງບັນຊາການ ປກສ ແຂວງ;
- ພະແນກພະລັງງານ ແລະ ບໍ່ແຮ່ແຂວງ:
- ພະແນກຊັບພະຍາກອນທຳຊາດ ແລະ ສິ່ງແວດລ້ອມແຂວງ;
- ພະແນກກະສິກຳ ແລະ ປ່າໄມ້ແຂວງ;
- ອົງການປົກຄອງ 05 ຕົວເມືອງ.
- ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015,
ໜວດທີ 4, ມາດຕາ 20 ວ່າດ້ວຍສິດ ແລະ ຫ້າທີ່ຂອງເຈົ້າແຂວງ, ເຈົ້າດອງນະຄອນຫຼວງ;
ອີງຕາມ ດຳລັດ ສະບັບເລກທີ 508/ລບ, ລົງວັນທີ 04 ທັນວາ 2012 ວ່າດ້ວຍການກວດກາການຄ້າ.
ເຈົ້າແຂວງ ອອກຄຳສັ່ງ:
1. ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອົງການປົກຄອງ 05 ຕົວເມືອງ ລົງເດື້ອນໄຫວໂຄສະນາເຜີຍແຜ່ດຳລັດສະບັບເລກທີ 508/ລບ, ລົງວັນທີ 04 ທັນວາ 2012. ບັນດານິຕິກຳທີ່ຕິດພັນກັບຂໍ້ຫ້າມ ແລະ ມາດຕະການຕ່າງໆ ຕໍ່ຜູ້ລະເມີດ, ການຈຳໜາຍຊື້-ຂາຍສິນຄ້າເກືອດຫ້າມປະເພດຕ່າງໆ ພາຍໃນແຂວງອັດຕະປື ເປັນຕົ້ນ: ປະເພດເຄື່ອງດັດແປງ, ເລົາປືນແກັບ, ຈັກສະຕິນ, ຫໍ້ຊ໋ອດປາ, ພໍ້ດູດປາ, ເຄື່ອງດູດແຮ່ທາດ, ຕະແກັງຮ່ອນຄຳຕົກຂ້ອນ, ນໍ້າບາ-ນ້ຳກົດ, ຫພາກກະໂພກ, ບນາກແຕກ-ທາດລະເບີດ, ຢາປາບສັດຕູພືດ, ສິນຄ້າເກືອດຫ້າມຕ່າງໆ ໃຫ້ປະຊາຊົນບັນດາເຜົ່າ, ຊາວຄ້າຂາຍ, ຜູ້ປະກອບການ.
ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດ ອາໄສຢູ່ພາຍໃນແຂວງອັດຕະປື, ເພື່ອສ້າງສະຕິ ແລະ ປູກຈິດສຳນຶກໃນການເຄົາລົບລະບຽບກົດໝາຍ ພ້ອມທັງສະກັດກັນການລະເມີດລະບຽບກົດໝາຍ ແນໃສ່ສົ່ງເສີມ ແລະ ປົກປ້ອງຫົວໜ່ວຍທຸລະກິດການຄ້າ ທີ່ເຄື່ອນໄຫວຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ແລະ ເປັນໄປຕາມກົນໄກເສດຖະກິດຕະຫຼາດທີ່ມີການດັດສົມຂອງລັດ:
2. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເປັນເຈົ້າການຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະເຈົ້າໜ້າທີ່ກວດກາການຄ້າຂັ້ນແຂວງ ໂດຍປະສານສົມທົບກັບເຈົ້າໜ້າທີ່ກວດກາການຄ້າຂັ້ນເມືອງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ; ລົງຕິດຕາມ, ກວດກາບັນດາຫ້າງຮ້ານຕາມຕະຫຼາດ ແລະ ນອກຕະຫຼາດ, ຫ້າງຊັບພະສິນຄ້າ, ຜູ້ປະກອບການ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ມາດຕະການຕໍ່ຜູ້ລະເມີດໃນການຈຳໜ່າຍ, ຊື້-ຂາຍສິນ
ຄ້າ, ປະເພດເຄື່ອງດັດແປງ, ເລົາປຶ໊ນແກັບ, ຈັກສະຕິນ, ຫໍ້ຊ໋ອດປາ, ພໍ່ດຸດປາ, ເຄື່ອງດູດແຮ່ທາດ, ຕະແກັງຮ່ອນຄຳ
ຕົກຂ້ອນ, ນ້ຳບາ-ນ້ຳກົດ, ຫຜນາກກະໂພກ, ບນາກແຕກ-ທາດລະເບີດ, ຢາປາບສັດຕູພືດ ແລະ ສິນຄ້າເກືອດຫ້າມ
ປະເພດຕ່າງໆ ຢູ່ພາຍໃນແຂວງອັດຕະປື ຢ່າງເຂັ້ມງວດ;
3. ກໍລະນີພົບເຫັນຜູ້ລະເມີດໃຫ້ປະຕິບັດຕໍ່ຜູ້ລະເມີດຕາມ ມາດຕາ 21 ວ່າດ້ວຍມາດຕະການປັບໄບ ແລະ
ມາດຕະການໂທດເພີ່ມຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1499/
ອຄ.ກຄພນ, ລົງວັນທີ 08 ກັນຍາ 2017 ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ດັ່ງນີ້:
3.1. ການລະເມີດຄັ້ງທີໜຶ່ງ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ເຮັດບົດບັນທຶກເປັນລາຍລັກອັກສອນ ພ້ອມທັງ
ປັບໄໝ 70% ຂອງມູນຄ່າສິນຄ້າ. ເຄື່ອງຂອງ ພ້ອມທັງຢຶດ, ອາຍັດສິນຄ້າດັ່ງກ່າວ ແລະ ຕ້ອງປະຕິບັດ
ພັນທະຕ່າງໆຢ່າງຄົບຖ້ວນຕາມລະບຽບກົດໝາຍ;
3.2. ເຈດຕະນາລະເມີດ ຫຼື ເປັນຄັ້ງທີສອງ ແມ່ນຈະຖືກປັບໄໝ 100% ຂອງມູນຄ່າສິນຄ້າ, ເຄື່ອງຂອງ ພ້ອມທັງຢຶດ, ອາຍັດສິນຄ້າດັ່ງກ່າວ ແລະ ຕ້ອງປະຕິບັດພັນທະຕ່າງໆຢ່າງຄົບຖ້ວນຕາມລະບຽບກົດໝາຍ;
3.3. ກໍລະນີລະເມີດຊ້ຳ (ການກະທຳເປັນອາຊີນ) ໃຫ້ປັບໄໝສອງເທົ່າຂອງມູນຄ່າປັບໄໝຄັ້ງສຸດທ້າຍ. ພ້ອມທັງໂຈະ ແລະ ຖອນໃບທະບຽນວິສາຫະກິດ (ສຳລັບບຸກຄົນ ຫຼື ນິຕິບຸກຄົນ ທີ່ກະທຳຜິດ ແມ່ນມອບໃຫ້ກຳລັງ ປກຊ ແຂວງ, ປກສ ແຂວງ ເປັນຜູ້ປະຕິບັດມາດຕະການຕາມລະບຽບກົດໝາຍວາງອອກຢ່າງເຂັ້ມງວດ).
4. ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ກອງບັນຊາການ ປກສ ແຂວງ, ປກຊ ແຂວງ, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກການເງິນແຂວງ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ກອງບັນຊາການ ປກສ ເມືອງ, ປກຊ ເມືອງ, ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການການເງິນເມືອງ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ຈົ່ງປະສານສົມທົບກັນ ເພື່ອຈັດຕັ້ງປະຕິບັດຕາມຂໍ້ກຳນົດດັ່ງກ່າວ ໃຫ້ມີປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບກົດໝາຍ.
ກຳແລະປ່າໄມ້ແຂວງ ແລະ ອົງການປົກຄອງ 05 ຕົວເມືອງ, ພາກສ່ວນທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ຂັ້ນເມືອງ (ເຈົ້າໜ້າທີ່ກວດກາການຄ້າ), ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ມີປະສິດທິຜົນສູງ, ແລ້ວສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໃຫ້ການນຳຂັ້ນແຂວງຮັບຊາບຢ່າງເປັນປົກກະຕິ.
5. ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ເຈົ້າແຂວງ
ບ່ອນນຳສົ່ງ:
- ພະແນກອຸດສາຫະກຳ ແລະ ການຄ້າແຂວງ 01 ສະບັບ;
- ຫ້ອງວ່າການແຂວງ 01 ສະບັບ;
- ກອງບັນຊາການ ປກສ ແຂວງ 01 ສະບັບ;
- ພະແນກພະລັງງານ ແລະ ບໍ່ແຮ່ແຂວງ 01 ສະບັບ;
- ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ 01 ສະບັບ;
- ພະແນກກະສິກຳ ແລະ ປ່າໄມ້ແຂວງ 01 ສະບັບ;
- ອົງການປົກຄອງ 05 ຕົວເມືອງ 01 ສະບັບ;
- ອົງການປົກຄອງບ້ານໃນທົ່ວແຂວງ ບ້ານລະ 01 ສະບັບ: ພັທ ວື່ນທອງ ກອງມະນີ
- ເກັບຮັກສາໄວ້ 01 ສະບັບ.
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ