ຂໍ້ຕົກລົງວ່າດ້ວຍ ການຍົກເລີກນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19)
关于取消应对新型冠状病毒(COVID-19)疫情影响信贷政策的协议
Agreement on the Cancellation of Credit Policies to Address the Impact of the COVID-19 Pandemic
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການຊ່ວຍເຫຼືອສິນເຊື່ອໃຫ້ຜູ້ກູ້ຢືມທີ່ໄດ້ຮັບຜົນກະທົບຈາກໂຄວິດ-19 ໂດຍອະນຸຍາດໃຫ້ທະນາຄານຈັດໂຄງສ້າງໜີ້ເພີ່ມເຕີມໃຫ້ຜູ້ກູ້ທີ່ໄດ້ຮັບຜົນກະທົບ ແລະ ກຳນົດຂໍ້ກຳນົດການຕິດຕາມ ແລະ ລາຍງານ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ການແກ້ໄຂລູກຫີ່ຜູ້ທີ່ຍັງສືບຕໍ່ໄດ້ຮັບຜົນກະທົບ
ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ສາມາດພິຈາລະນາຊ່ວຍເຫຼືອລູກຫີ່ ທີ່ຍັງຄ້າງຊຳລະຈາກບ້ວງນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (60110-19) ຕາມການສະເໜີຂອງລູກຫີ່ ດັ່ງນີ້:
1. ປັບປຸງໂຄງສ້າງເງິນກູ້ໃຫ້ລູກຫີ່ ໄດ້ອີກ ໜຶ່ງ ຄັ້ງ ໃນກໍລະນີທີ່ໄດ້ປັບປຸງໂຄງສ້າງເງິນກູ້ໃຫ້ລູກຫີ່ດັ່ງກ່າວມາແລ້ວ ເກີນ ສອງ ຄັ້ງ;
2. ປັບປຸງໂຄງສ້າງເງິນກູ້ໃຫ້ລູກຫີ່ ໄດ້ອີກ ສອງ ຄັ້ງ ໃນກໍລະນີທີ່ໄດ້ປັບປຸງໂຄງສ້າງເງິນກູ້ໃຫ້ລູກຫີ່ ດັ່ງກ່າວມາແລ້ວ ບໍ່ເກີນ ສອງ ຄັ້ງ.
ການປັບປຸງໂຄງສ້າງເງິນກູ້ດັ່ງກ່າວ ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ຕ້ອງຮັບປະກັນວ່າລູກຫີ່ ທີ່ສະເໜີຂໍນະໂຍບາຍນັ້ນ ຍັງສືບຕໍ່ໄດ້ຮັບຜົນກະທົບ ຈາກສະພາບການແຜ່ລະບາດຂອງ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (60110-19) ໂດຍມີບົດປະເມີນ ກ່ຽວກັບລູກຫີ່ດັ່ງກ່າວ ແລະ ເອກະສານທີ່ກ່ຽວຂ້ອງ ປະກອບໃສ່ສຳນວນເອກະສານການປັບປຸງໂຄງສ້າງເງິນກູ້.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 3 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ