ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງກອງທຶນສັງຄົມສົງເຄາະແຂວງ ສະຫວັນນະເຂດ (ສະບັບປັບປຸງ)
沙湾拿吉省社会救助基金管理协议(修订版)
Agreement on the Management of the Social Assistance Fund in Savannakhet Province (Amended)
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການດຳເນີນງານຂອງກອງທຶນຊ່ວຍເຫຼືອສັງຄົມແຂວງສະຫວັນນະເຂດ ໂດຍເນັ້ນໃສ່ການກຳນົດແຫຼ່ງທຶນ, ຫຼັກການຄຸ້ມຄອງ, ຂອບເຂດການນຳໃຊ້ ແລະ ການຮ່ວມມືກັບອົງການຈັດຕັ້ງສາກົນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການຄຸ້ມຄອງກອງທຶນສັງຄົມສົງເຄາະ
ການຄຸ້ມຄອງກອງທຶນສັງຄົມສົງເຄາະ ແມ່ນການຄຸ້ມຄອງກອງທຶນທີ່ໄດ້ຈາກງົບປະມານຂອງລັດ, ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງທາງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດ.
ມາດຕາ ມາດຕາ 2
ມາດຕາ 2 ອະທິບາຍສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ການຄຸ້ມຄອງ ໝາຍເຖິງ ການຄຸ້ມຄອງຊັບສິນ, ວັດຖຸອຸປະກອນ, ທຶນຮອນ ແລະ ອື່ນໆ ທີ່ໄດ້ຈາກການປະກອບສ່ວນຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຈັດສັນ ແລະ ນຳໃຊ້ຕາມວັດຖຸປະສົງ;
2. ກອງທຶນ ໝາຍເຖິງ ເງິນ ຫຼື ຊັບສິນທີ່ເອົາມາລວມກັນໃຫ້ເປັນກ້ອນອັນດຽວກັນ ເພື່ອຈຸດປະສົງໃນການຊ່ວຍເຫຼືອໃດໜຶ່ງ;
3. ການສົງເຄາະ ໝາຍເຖິງ ການໃຫ້ການຊ່ວຍເຫຼືອບັນເທົາທຸກ ແກ່ຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດ ເພື່ອເປັນການຟື້ນຟູເບື້ອງຕົ້ນ;
4. ໄພພິບັດ ໝາຍເຖິງ ໄພອັນຕະລາຍທີ່ເກີດຂຶ້ນຈາກທຳມະຊາດ ແລະ ການກະທຳຂອງມະນຸດ ເຊັ່ນ: ອັກຄິໄພ, ອຸທົກກະໄພ, ວາຕະໄພ, ໄພແຫ້ງແລ້ງ, ສັດຕູພືດ, ພະຍາດລະບາດ, ອາກາດໜາວ, ໝາກເຫັບຕົກ, ດິນເຈື່ອນ, ແຜ່ນດິນໄຫວ, ພູເຂົາໄຟລະເບີດ ເຊິ່ງໄດ້ເກີດຂຶ້ນ ແລະ ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ, ເສດຖະກິດ ແລະ ສິ່ງແວດລ້ອມ;
5. ເດັກທີ່ຕ້ອງການການປົກປ້ອງພິເສດ ໝາຍເຖິງ ເດັກກຳພ້າ, ກຳພອຍ, ເດັກພິການ, ເດັກຖືກປະຖິ້ມ, ເດັກທີ່ຖືກທຳຮ້າຍຮ່າງກາຍ, ເດັກທີ່ຖືກຂົ່ມຂືນທາງເພດ, ເດັກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ;
6. ຜູ້ດ້ອຍໂອກາດ ໝາຍເຖິງ ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ພິການ, ຜູ້ເຖົ້າແກ່ທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້, ຂາດຜູ້ດູແລ ຫຼື ອາໄສຢູ່ໃນຄອບຄົວທີ່ທຸກຍາກ;
7. ວັດຖຸທີ່ໃຊ້ໃນການສົງເຄາະ ໝາຍເຖິງ ເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ: ສະບຽງອາຫານ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ, ສິ່ງປຸກສ້າງ ແລະ ເຄື່ອງມືປະກອບອາຊີບ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 38 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ