沙湾拿吉省社会救助基金管理协议(修订版)
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງກອງທຶນສັງຄົມສົງເຄາະແຂວງ ສະຫວັນນະເຂດ (ສະບັບປັບປຸງ)
Agreement on the Management of the Social Assistance Fund in Savannakhet Province (Amended)
简介
该法规调整沙湾拿吉省社会救助基金的管理活动,核心内容为规范基金来源、管理原则、适用范围及与国际组织的合作。
Summary
This regulation adjusts management activities of the Social Assistance Fund in Savannakhet Province, specifying fund sources, management principles, scope of application, and cooperation with international organizations.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການດຳເນີນງານຂອງກອງທຶນຊ່ວຍເຫຼືອສັງຄົມແຂວງສະຫວັນນະເຂດ ໂດຍເນັ້ນໃສ່ການກຳນົດແຫຼ່ງທຶນ, ຫຼັກການຄຸ້ມຄອງ, ຂອບເຂດການນຳໃຊ້ ແລະ ການຮ່ວມມືກັບອົງການຈັດຕັ້ງສາກົນ.
条文
第ມາດຕາ 1条
第2条 社会救助基金管理
社会救助基金的管理是指对来自国家预算、个人、法人、国内外社会组织为帮助灾民和弱势群体而贡献的资金进行管理。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງກອງທຶນສັງຄົມສົງເຄາະ
ການຄຸ້ມຄອງກອງທຶນສັງຄົມສົງເຄາະ ແມ່ນການຄຸ້ມຄອງກອງທຶນທີ່ໄດ້ຈາກງົບປະມານຂອງລັດ, ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງທາງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. “管理”是指对来自国内外各方的资产、物资、资金及其他贡献进行管理,以便按照目的进行分配和使用;
2. “基金”是指为某一救助目的而汇集在一起的资金或资产;
3. “救助”是指向灾民和弱势群体提供救济援助,作为初步恢复;
4. “灾害”是指由自然和人为行为造成的危险,如:火灾、水灾、风灾、干旱、病虫害、流行病、霜冻、冰雹、滑坡、地震、火山爆发,这些灾害发生并对生命、财产、经济和环境造成损害;
5. “需要特殊保护的儿童”是指孤儿、弃儿、残疾儿童、被遗弃儿童、遭受身体虐待的儿童、遭受性虐待的儿童、沦为人口贩卖受害者的儿童;
6. “弱势群体”是指需要特殊保护的儿童、残疾人、无法自理且缺乏照顾或生活在贫困家庭中的老年人;
7. “救助物资”是指消费品,如:食品、家庭用品、衣物、建筑材料及职业工具。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍສັບ
ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
1. ການຄຸ້ມຄອງ ໝາຍເຖິງ ການຄຸ້ມຄອງຊັບສິນ, ວັດຖຸອຸປະກອນ, ທຶນຮອນ ແລະ ອື່ນໆ ທີ່ໄດ້ຈາກການປະກອບສ່ວນຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຈັດສັນ ແລະ ນຳໃຊ້ຕາມວັດຖຸປະສົງ;
2. ກອງທຶນ ໝາຍເຖິງ ເງິນ ຫຼື ຊັບສິນທີ່ເອົາມາລວມກັນໃຫ້ເປັນກ້ອນອັນດຽວກັນ ເພື່ອຈຸດປະສົງໃນການຊ່ວຍເຫຼືອໃດໜຶ່ງ;
3. ການສົງເຄາະ ໝາຍເຖິງ ການໃຫ້ການຊ່ວຍເຫຼືອບັນເທົາທຸກ ແກ່ຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດ ເພື່ອເປັນການຟື້ນຟູເບື້ອງຕົ້ນ;
4. ໄພພິບັດ ໝາຍເຖິງ ໄພອັນຕະລາຍທີ່ເກີດຂຶ້ນຈາກທຳມະຊາດ ແລະ ການກະທຳຂອງມະນຸດ ເຊັ່ນ: ອັກຄິໄພ, ອຸທົກກະໄພ, ວາຕະໄພ, ໄພແຫ້ງແລ້ງ, ສັດຕູພືດ, ພະຍາດລະບາດ, ອາກາດໜາວ, ໝາກເຫັບຕົກ, ດິນເຈື່ອນ, ແຜ່ນດິນໄຫວ, ພູເຂົາໄຟລະເບີດ ເຊິ່ງໄດ້ເກີດຂຶ້ນ ແລະ ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນ, ເສດຖະກິດ ແລະ ສິ່ງແວດລ້ອມ;
5. ເດັກທີ່ຕ້ອງການການປົກປ້ອງພິເສດ ໝາຍເຖິງ ເດັກກຳພ້າ, ກຳພອຍ, ເດັກພິການ, ເດັກຖືກປະຖິ້ມ, ເດັກທີ່ຖືກທຳຮ້າຍຮ່າງກາຍ, ເດັກທີ່ຖືກຂົ່ມຂືນທາງເພດ, ເດັກທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ;
6. ຜູ້ດ້ອຍໂອກາດ ໝາຍເຖິງ ເດັກທີ່ຕ້ອງການການປົກປ້ອງພິເສດ, ຜູ້ພິການ, ຜູ້ເຖົ້າແກ່ທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້, ຂາດຜູ້ດູແລ ຫຼື ອາໄສຢູ່ໃນຄອບຄົວທີ່ທຸກຍາກ;
7. ວັດຖຸທີ່ໃຊ້ໃນການສົງເຄາະ ໝາຍເຖິງ ເຄື່ອງອຸປະໂພກ-ບໍລິໂພກ ເຊັ່ນ: ສະບຽງອາຫານ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ, ສິ່ງປຸກສ້າງ ແລະ ເຄື່ອງມືປະກອບອາຊີບ.
第ມາດຕາ 3条
第4条 国家政策
省级、县级-市级行政机关根据能力提供人员、预算、车辆、服务设备,并提供必要信息进入社会促进基金管理工作中;
鼓励、促进个人、法人、国内外组织参与以资金、智力及自身一切力量贡献于社会促进基金。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດ
ອົງການປົກຄອງແຂວງ, ເມືອງ-ນະຄອນ ສະໜອງບຸກຄະລາກອນ, ງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ຕາມຄວາມສາມາດ ແລະ ສະໜອງຂໍ້ມູນຂ່າວສານທີ່ຈຳເປັນເຂົ້າໃນວຽກງານການຄຸ້ມຄອງກອງທຶນສັງຄົມສົ່ງເສີມ;
ຊຸກຍູ້, ສົ່ງເສີມບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ມີສ່ວນຮ່ວມໃນການປະກອບສ່ວນທາງດ້ານທຶນຮອນ, ສະຕິປັນຍາ ແລະ ທຸກກຳລັງແຮງຂອງຕົນເຂົ້າໃນກອງທຶນສັງຄົມສົ່ງເສີມ.
第ມາດຕາ 4条
第4条 社会基金管理工作的基本原则
1. 符合各时期制定的方针政策、法律和经济社会发展计划;
2. 保障保护目标群体的权利和合法权益;
3. 保障平等、透明、公开、公正和可核查性;
4. 所有部门均可参与,并与相关部门协调配合。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການພື້ນຖານຂອງການເຄື່ອນໄຫວວຽກງານການຄຸ້ມຄອງກອງທຶນສັງຄົມສົ່ງເສີມ
1. ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ວາງອອກໃນແຕ່ລະໄລຍະ;
2. ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຸ່ມເປົ້າໝາຍ;
3. ຮັບປະກັນຄວາມສະເໝີພາບ, ໂປ່ງໃສ, ເປີດເຜີຍ, ຍຸຕິທຳ ແລະ ສາມາດກວດສອບໄດ້;
4. ທຸກພາກສ່ວນມີສ່ວນຮ່ວມໄດ້ ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.
第ມາດຕາ 5条
第5条 适用范围
本协议适用于与沙湾拿吉省内的社会福利工作活动相关的个人、法人、家庭和组织。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດຂອງການນຳໃຊ້
ຂໍ້ຕົກລົງສະບັບນີ້ ແມ່ນນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ຄອບຄົວ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງກັບການເຄື່ອນໄຫວຂອງວຽກງານສັງຄົມສົງເຄາະ ພາຍໃນແຂວງສະຫວັນນະເຂດ.
第ມາດຕາ 6条
第6条 与国际组织的合作
省级行政机关创造条件,便利负责社会促进基金的委员会与国际组织开展合作,以争取援助和交流经验、必要信息,用于社会促进基金的工作。
ພາສາລາວ (老挝语原文)
ມາດຕາ 6 ການຮ່ວມມືກັບອົງການຈັດຕັ້ງສາກົນ
ອົງການປົກຄອງແຂວງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຄະນະຮັບຜິດຊອບກອງທຶນສັງຄົມສົ່ງເສີມ ມີການຮ່ວມມືກັບອົງການຈັດຕັ້ງສາກົນ ເພື່ອເປັນການຍາດແຍ່ງການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານທີ່ຈຳເປັນເຂົ້າໃນວຽກງານກອງທຶນສັງຄົມສົ່ງເສີມ.
第ມາດຕາ 7条
第7条 社会救助基金
社会救助基金是省一级设立的一项基金,用于组织实施社会救助政策,向本协议第3章第12、13、14和15条规定的目标群体提供救助。
ພາສາລາວ (老挝语原文)
ມາດຕາ 7 ກອງທຶນສັງຄົມສົງເຄາະ
ກອງທຶນສັງຄົມສົງເຄາະ ແມ່ນກອງທຶນໜຶ່ງທີ່ແຂວງໄດ້ສ້າງຂຶ້ນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ
ນະໂຍບາຍສັງຄົມສົງເຄາະໃຫ້ແກ່ກຸ່ມເປົ້າໝາຍຕາມທີ່ໄດ້ກຳນົດໄວ້ ໃນໝວດທີ 3 ມາດຕາ 12, 13, 14 ແລະ 15 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 8条
第8条 社会救助资金来源
1. 国家每年根据国家预算计划投入或配套的资金;
2. 来自沙湾拿吉省全省范围内的公务员、军官和士兵、警官和警察每人每月缴纳5,000基普或每人每年60,000基普的资金,包括从中央或本系统领取工资的人员;
3. 村内居民每户每年缴纳12,000基普,包括居住在该村的公务员、军人、警察家庭,以户籍为准;
4. 动员各生产经营单位及各类企业主捐款;
5. 来自个人、法人、社会组织及外国援助机构的捐助。
ພາສາລາວ (老挝语原文)
ມາດຕາ 8 ແຫຼ່ງທຶນສັງຄົມສົງເຄາະ
1. ແຫຼ່ງທຶນທີ່ລັດປະກອບສ່ວນ ຫຼື ສົມທົບໃນແຕ່ລະປີ ຕາມແຜນງົບປະມານຂອງລັດ;
2. ແຫຼ່ງທຶນຈາກການປະກອບສ່ວນຂອງພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ທີ່ມີໃນທົ່ວແຂວງສະຫວັນນະເຂດ ປະກອບສ່ວນຜູ້ລະ 5.000 ກີບ/ຄົນ/ເດືອນ ຫຼື 60.000 ກີບ/ຄົນ/ປີ ນັບທັງຜູ້ທີ່ຮັບເງິນເດືອນຈາກຂັ້ນສູນກາງ ຫຼື ສາຍຕັ້ງຂອງຕົນ;
3. ປະຊາຊົນພາຍໃນບ້ານປະກອບສ່ວນ ຄອບຄົວລະ 12.000 ກີບ/ປີ ນັບທັງຄອບຄົວພະນັກງານ, ທະຫານ, ຕຳຫຼວດ ທີ່ນອນໃນບ້ານນັ້ນ ໂດຍຖືເອົາສຳມະໂນຄົວເປັນຫຼັກ;
4. ການປຸກລະດົມການປະກອບສ່ວນຈາກບັນດາຫົວໜ່ວຍການຜະລິດທຸລະກິດ ແລະ ຜູ້ປະກອບກິດຈະການຕ່າງໆ;
5. ໄດ້ຈາກການຊ່ວຍເຫຼືອຂອງບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຊ່ວຍເຫຼືອຂອງຕ່າງປະເທດ.
第ມາດຕາ 9条
第9条 收集、管理收入与支出的方法
1. 收集方法:
- 来自公务员的收入,委托沙湾拿吉省国库从公务员每月工资账户中扣除,然后存入沙湾拿吉省国库的基金账户,账号47600000.00.213.1501(基普);
- 来自国防军、公安部队的收入,委托各单位收集并存入基金账户,账号47600000.00.213.1501(基普),每年分两次提交:第一次不迟于6月30日,第二次不迟于每年11月30日;
- 来自家庭的收入,委托县收集,然后提交至省级社会促进基金账户70%,并提交至县-市社会促进基金30%,须在每年6月30日前完成;
2. 收入管理:
甲、省级:沙湾拿吉省社会促进基金已在沙湾拿吉省国库开立账户,账号47600000.00.213.1501(基普),基金的所有收入可通过两种方式提交:
+ 通过省级社会促进基金管理委员会的秘书处提交,位于省劳动和社会福利厅(社会促进处);
+ 通过基金在省国库的账户提交,每次提交资金须遵守财务原则,提交后须通知基金秘书处,以便监督、检查和管理,并提出表扬。
乙、县-市级:县-市级基金收入的30%委托县-市级社会促进基金管理委员会按照会计法妥善保管。
3. 支出管理:
- 促进金的支付,按照本协议第3章第12、13、14条和第15条的规定支付给各目标对象,须经社会促进基金管理委员会研究并决定;
- 用于收集社会促进目标群体数据及与社会促进工作相关的必要事项,须经社会促进基金管理委员会同意。
ພາສາລາວ (老挝语原文)
ມາດຕາ 9 ວິທີການຈັດເກັບ, ຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ
1. ວິທີການຈັດເກັບ:
- ລາຍຮັບຈາກພະນັກງານລັດຖະກອນ ແມ່ນມອບໃຫ້ຄັງເງິນແຫ່ງຊາດປະຈຳແຂວງສະຫວັນນະເຂດ ເປັນຜູ້ຫັກເອົາຈາກບັນຊີເງິນເດືອນຂອງພະນັກງານລັດຖະກອນ ໃນແຕ່ລະເດືອນ ແລ້ວມອບເຂົ້າບັນຊີກອງທຶນຢູ່ຄັງເງິນແຫ່ງຊາດປະຈຳແຂວງສະຫວັນນະເຂດ ໝາຍເລກບັນຊີ 47600000.00.213.1501 (ກີບ);
- ລາຍຮັບຈາກກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມອບໃຫ້ກົມກອງເປັນຜູ້ທ້ອນໂຮມ ແລະ ມອບເຂົ້າບັນຊີກອງທຶນ ໝາຍເລກບັນຊີ 47600000.00.213.1501 (ກີບ) ໂດຍມອບປີລະ 2 ຄັ້ງຄື: ຄັ້ງທີ 1 ບໍ່ໃຫ້ກາຍວັນທີ 30 ມີຖຸນາ ແລະ ຄັ້ງທີ 2 ບໍ່ໃຫ້ກາຍວັນທີ 30 ພະຈິກ ຂອງທຸກໆປີ;
- ລາຍຮັບຈາກຄອບຄົວ ແມ່ນມອບໃຫ້ເມືອງເປັນຜູ້ທ້ອນໂຮມແລ້ວນຳມາມອບເຂົ້າບັນຊີກອງທຶນສັງຄົມສົ່ງເສີມ ຂັ້ນແຂວງ 70% ແລະ ມອບເຂົ້າກອງທຶນສັງຄົມສົ່ງເສີມ ຂັ້ນເມືອງ-ນະຄອນ 30% ຕ້ອງມອບໃຫ້ສຳເລັດກ່ອນວັນທີ 30 ມີຖຸນາ ຂອງທຸກໆປີ;
2. ການຄຸ້ມຄອງລາຍຮັບ:
ກ. ຂັ້ນແຂວງ: ກອງທຶນສັງຄົມສົ່ງເສີມ ແຂວງສະຫວັນນະເຂດ ໄດ້ເປີດບັນຊີຢູ່ຄັງເງິນແຫ່ງຊາດປະຈຳແຂວງສະຫວັນນະເຂດ ໝາຍເລກບັນຊີ 47600000.00.213.1501 (ກີບ), ທຸກແຫຼ່ງລາຍຮັບຂອງກອງທຶນ ສາມາດນຳໄປມອບໄດ້ສອງວິທີ:
+ ມອບຜ່ານກອງເລຂາຊ່ວຍວຽກຂອງຄະນະກຳມະການຄຸ້ມຄອງກອງທຶນສັງຄົມສົ່ງເສີມ ຂັ້ນແຂວງ ຢູ່ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ (ຂະແໜງສັງຄົມສົ່ງເສີມ);
+ ມອບຜ່ານບັນຊີຂອງກອງທຶນຢູ່ຄັງເງິນແຫ່ງຊາດປະຈຳແຂວງ, ການມອບເງິນທຸກໆຄັ້ງຕ້ອງປະຕິບັດຕາມຫຼັກການ-ການເງິນ ແລະ ພາຍຫຼັງມອບແລ້ວ ຕ້ອງແຈ້ງກອງເລຂາຂອງກອງທຶນ ເພື່ອຕິດຕາມກວດກາ, ຄຸ້ມຄອງ ແລະ ສະເໜີໃຫ້ການຍ້ອງຍໍຊົມເຊີຍ.
ຂ. ຂັ້ນເມືອງ-ນະຄອນ: ລາຍຮັບກອງທຶນຂັ້ນເມືອງ-ນະຄອນ 30% ແມ່ນມອບໃຫ້ຄະນະກຳມະການຄຸ້ມຄອງກອງທຶນສັງຄົມສົ່ງເສີມ ຂັ້ນເມືອງ-ນະຄອນ ເກັບຮັກສາໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການບັນຊີ.
3. ການຄຸ້ມຄອງລາຍຈ່າຍ:
- ການຈ່າຍເງິນສົ່ງເສີມ ແມ່ນຈ່າຍໃຫ້ບັນດາເປົ້າໝາຍຕາມທີ່ໄດ້ກຳນົດໄວ້ ໃນໝວດທີ 3 ມາດຕາ 12, 13, 14 ແລະ ມາດຕາ 15 ຂອງຂໍ້ຕົກລົງສະບັບນີ້ ໂດຍຜ່ານການຄົ້ນຄວ້າ ແລະ ຕົກລົງຈາກຄະນະກຳມະການຄຸ້ມຄອງກອງທຶນສັງຄົມສົ່ງເສີມ;
- ຈ່າຍເຂົ້າໃນການເກັບກຳຂໍ້ມູນກຸ່ມເປົ້າໝາຍສັງຄົມສົ່ງເສີມ ແລະ ສິ່ງຈຳເປັນທີ່ຕິດພັນກັບວຽກງານສັງຄົມສົ່ງເສີມ ຕາມການຕົກລົງເຫັນດີຂອງຄະນະກຳມະການຄຸ້ມຄອງກອງທຶນສັງຄົມສົ່ງເສີມ.
第ມາດຕາ 10条
第10条 救助
救助是指为受灾害影响的人和弱势群体提供救济援助的活动,以便按照本协议第15条的规定提供初步援助。
ພາສາລາວ (老挝语原文)
ມາດຕາ 10 ການສົງເຄາະ
ການສົງເຄາະແມ່ນການເຄື່ອນໄຫວຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ຜູ້ດ້ອຍໂອກາດ ເພື່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 15 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 11条
第11条 救助对象
1. 因各种灾害而受影响且贫困的个人或家庭;
2. 因人口贩卖而受害,导致感染严重危害健康的疾病且贫困的个人;
3. 孤儿、孤女,无依靠、无人照顾或生活在贫困家庭中的;
4. 60岁及以上老人,孤寡、贫困、无依靠、无人照顾或生活在贫困家庭中的;
5. 身体或精神残疾,无法自理、无人照顾或生活在贫困家庭中的。
ພາສາລາວ (老挝语原文)
ມາດຕາ 11 ເປົ້າໝາຍການສົງເຄາະ
1. ບຸກຄົນ ຫຼື ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດຕ່າງໆ ທີ່ທຸກຍາກ;
2. ບຸກຄົນທີ່ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ ພາໃຫ້ຕິດພະຍາດທີ່ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ ທີ່ທຸກຍາກ;
3. ເດັກກຳພ້າ ກຳພອຍ ຂາດທີ່ເພິ່ງພາອາໄສ, ຂາດຜູ້ດູແລ ຫຼື ອາໄສຢູ່ນຳຄອບຄົວທຸກຍາກ;
4. ຜູ້ອາຍຸສູງ 60 ປີຂຶ້ນໄປ, ທີ່ປ່ຽວພອຍ, ທຸກຍາກ, ຂາດທີ່ເພິ່ງພາອາໄສ, ຂາດຜູ້ດູແລ ຫຼື ອາໄສຢູ່ນຳຄອບຄົວທຸກຍາກ;
5. ຜູ້ພິການທາງຮ່າງກາຍ ຫຼື ຈິດໃຈ ທີ່ບໍ່ສາມາດຊ່ວຍຕົນເອງ, ຂາດຜູ້ດູແລ ຫຼື ອາໄສຢູ່ນຳຄອບຄົວທຸກຍາກ.
第ມາດຕາ 12条
第12条 救助方式
是对遭受各种灾害的受害者、18岁以下的孤儿、老年人、身心残疾人、无法自救的人口贩卖受害者、无依无靠且生活在贫困家庭中的人进行帮助,救助必须经过基金管理委员会的审查。
ພາສາລາວ (老挝语原文)
ມາດຕາ 12 ວິທີການສົງເຄາະ
ແມ່ນການຊ່ວຍເຫຼືອຕໍ່ຜູ້ທີ່ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ, ເດັກກຳພ້າ-ກຳພອຍ ທີ່ມີອາຍຸຕ່ຳກວ່າ 18 ປີ, ຜູ້ອາຍຸສູງ, ຄົນພິການທາງດ້ານຮ່າງກາຍ-ຈິດໃຈ, ຜູ້ທີ່ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້, ຂາດທີ່ພຶ່ງພາອາໄສ ແລະ ອາໄສຢູ່ນຳຄອບຄົວທຸກຍາກ ເຊິ່ງການສົງເຄາະຕ້ອງໄດ້ຜ່ານການຄົ້ນຄວ້າຂອງຄະນະກຳມະການຄຸ້ມຄອງກອງທຶນ.
本页展示前 12 条,全文共 38 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读