ຂໍ້ຕົກລົງວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ຮອດປີ 2030 ຂອງ ນະຄອນຫຼວງວຽງຈັນ

万象市土地分配、自然资源与环境综合管理实施责任分工协议(至2030年)

Agreement on the Division of Responsibilities for Integrated Land Allocation, Natural Resources, and Environmental Management in Vientiane (Until 2030)

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບສະເພາະຂອງອົງການປົກຄອງທຸກຂັ້ນ ແລະ ອົງການຈັດຕັ້ງມະຫາຊົນໃນນະຄອນຫຼວງວຽງຈັນ ກ່ຽວກັບການຈັດສັນທີ່ດິນ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຮຽກຮ້ອງໃຫ້ທຸກຝ່າຍປະສານງານ ແລະ ລາຍງານການຈັດຕັ້ງປະຕິບັດເປັນປະຈຳ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 3 ຄວາມຮັບຜິດຊອບຂອງອົງການປົກຄອງເມືອງ, ເທດສະບານ, ນະຄອນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງບ້ານ

1. ເຂົ້າຮ່ວມ ແລະ ໃຫ້ການຮ່ວມມື ກັບບັນດາພະແນກການຂອງ ນະຄອນຫຼວງວຽງຈັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 2 ຂອງຂໍ້ຕົກລົງສະບັບນີ້ ໃນການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ໃຫ້ສຳເລັດຕາມແຜນການ ແລະ ຄາດໝາຍ.

2. ສະໜອງຂໍ້ມູນທີ່ດິນ ທີ່ຢູ່ໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນຂອງຕົນ ໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເພື່ອສັງລວມເຂົ້າໃນການວາງແຜນນຳໃຊ້ທີ່ດິນແຕ່ລະປະເພດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

3. ປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມ ແລະ ປະຊາຊົນໃນທ້ອງຖິ່ນຂອງຕົນເຂົ້າໃຈ ທັງປະກອບສ່ວນ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງ ນະຄອນຫຼວງວຽງຈັນ.

4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ ມາດຕາ 2

ມາດຕາ 2 ການລາຍງານ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເປັນໃຈກາງ ແລະ ສົມທົບກັບບັນດາພະແນກການທີ່ກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ, ອົງການປົກຄອງເມືອງ ແລະ ບ້ານ ທີ່ມີໜ້າທີ່ຮັບຜິດຊອບໂດຍກົງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້, ດຳເນີນການປະເມີນຜົນ ແລະ ລາຍງານການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງນະຄອນຫຼວງວຽງຈັນ ໃຫ້ແກ່ອົງການປົກຄອງ ນະຄອນຫຼວງວຽງຈັນ, ສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນແຕ່ລະໄລຍະ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 4 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ