体育发展基金协议

ຂໍ້ຕົກລົງວ່າດ້ວຍ ກອງທຶນພັດທະນາກິລາ - ກາຍຍະກຳ

Agreement on the Sports Development Fund

简介

该协议调整老挝万象市体育发展基金的筹集、管理与使用,核心是规范资金来源(如预算结余、捐款等)及用途(如培养运动员、改善设施)。

Summary

This agreement adjusts the raising, management, and use of the Sports Development Fund in Vientiane Capital, regulating sources (e.g., budget surplus, donations) and uses (e.g., training athletes, improving facilities).

ບົດສະຫຼຸບ

ຂໍ້ຕົກລົງສະບັບນີ້ກຳນົດການລະດົມ, ການຄຸ້ມຄອງ ແລະ ການນຳໃຊ້ກອງທຶນກິລາຂອງນະຄອນຫຼວງວຽງຈັນ, ເນື້ອໃນຫຼັກແມ່ນກຳນົດແຫຼ່ງທຶນ (ເຊັ່ນ: ເງິນສົດງົບປະມານ, ເງິນບໍລິຈາກ ແລະ ອື່ນໆ) ແລະ ການນຳໃຊ້ (ເຊັ່ນ: ການຝຶກອົບຮົມນັກກິລາ, ການປັບປຸງສິ່ງອຳນວຍຄວາມສະດວກ).

条文

第ມາດຕາ 1条

第2条 定义
体育发展基金是首都行政机关设立的基金,旨在从各种来源筹集资金和物资,以充足服务于体育发展,使其具有效率和效果。

ພາສາລາວ (老挝语原文)

ມາດຕາ 2 ນິຍາມ
ກອງທຶນພັດທະນາກິລາ - ກາຍຍະກຳ ແມ່ນກອງທຶນຂອງອົງການປົກຄອງນະຄອນຫຼວງ ທີ່ສ້າງຕັ້ງຂຶ້ນເພື່ອການປະກອບສ່ວນສະສົມທຶນ ແລະ ວັດຖຸອຸປະກອນ ຈາກແຫຼງຕ່າງໆໃຫ້ພຽງພໍ ຮັບໃຊ້ເຂົ້າໃນການພັດທະນາ ກິລາ-ກາຍຍະກຳ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

第ມາດຕາ 2条

第5条
术语解释
本协议中使用的术语定义如下:
体育-运动发展是指:发展身体和大脑运动过程,运动员和体育人员的学习、练习、训练、表演、交流经验,以及体育-运动的准备和竞赛;
运动员发展是指:在不同年龄段选拔、培养、练习、训练、测试运动员,包括大众体育-运动员,使其熟练、健康、爱国、坚韧、勤奋、守纪、机智,以有效参与体育活动和竞赛;
体育-运动人员发展是指:对体育-运动人员进行培训、培养、提升相关学科理论和实践知识,以有效服务于体育-运动工作;
基金管理是指:管理、筹集资金、建立资金来源和使用资金,以最大化效益,按照法律规定的权限和职责正确执行;
运动员是指:从事一项或多项体育运动的练习、训练和竞赛的人;
体育-运动人员是指:体育管理者、教练、裁判员和体育科学家;
体育科学是指:运用促进训练技能、营养、心理学、体育技术的学科原理,应用于锻炼和运动员训练,使其健康、熟练、灵活,为参加竞赛做准备。

ພາສາລາວ (老挝语原文)

ມາດຕາ 5
ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
ການພັດທະນາກິລາ-ກາຍຍະກຳ ໝາຍເຖິງ: ການພັດທະນາຂະບວນການເຄື່ອນໄຫວທາງດ້ານຮ່າງກາຍ ແລະ ມັນສະໝອງ, ການຮຽນ, ການຝຶກແອບ, ການຝຶກຊ້ອມ, ການສະແດງ, ການແລກປ່ຽນບົດຮຽນຂອງນັກກິລາ, ບຸກຄະລາກອນກິລາ, ການກະກຽມ ແລະ ການແຂ່ງຂັນກິລາ-ກາຍຍະກຳ;
ການພັດທະນານັກກິລາ ໝາຍເຖິງ: ການເລືອກເຟັ້ນ, ສ້າງ, ຝຶກແອບ, ຝຶກຊ້ອມ, ທົດສອບນັກກິລາ ໃນລະດັບຮຸ່ນອາຍຸຕ່າງໆ ລວມທັງນັກກິລາ-ກາຍຍະກຳມວນຊົນ ໃຫ້ມີຄວາມຊຳນານ, ສຸຂະພາບແຂງແຮງ, ມີນໍ້າໃຈຮັກຊາດ, ອົດທົນ, ດຸໝັ່ນ, ມີວິໄນ, ມີໄຫວພິບ ເພື່ອເຂົ້າຮ່ວມການຫຼິ້ນກິລາ ແລະ ການແຂ່ງຂັນໃຫ້ມີປະສິດທິຜົນ;
ການພັດທະນາບຸກຄະລາກອນກິລາ-ກາຍຍະກຳ ໝາຍເຖິງ: ການຝຶກອົບຮົມ, ບຳລຸງ, ຍົກລະດັບຄວາມຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງກ່ຽວກັບວິຊາການທີ່ກ່ຽວຂ້ອງ ໃຫ້ແກ່ບຸກຄະລາກອນກິລາ-ກາຍຍະກຳ ເພື່ອຮັບໃຊ້ວຽກງານກິລາ-ກາຍຍະກຳ ໃຫ້ມີປະສິດທິພາບ;
ການຄຸ້ມຄອງບໍລິຫານກອງທຶນ ໝາຍເຖິງ: ການຄຸ້ມຄອງ, ການລະດົມທຶນ, ການສ້າງແຫຼ່ງທຶນ ແລະ ນຳໃຊ້ແຫຼ່ງທຶນ ໃຫ້ເກີດປະໂຫຍດສູງສຸດ ປະຕິບັດຕາມຂອບເຂດສິດ ແລະ ໜ້າທີ່ໃຫ້ຖືກຕ້ອງຕາມລະບຽບກົດໝາຍ;
ນັກກິລາ ໝາຍເຖິງ: ຜູ້ທີ່ຫຼິ້ນກິລາ, ເຂົ້າຮ່ວມຝຶກແອບ, ຝຶກຊ້ອມ ແລະ ແຂ່ງຂັນກິລາປະເພດໃດໜຶ່ງ ຫຼື ຫຼາຍປະເພດ;
ບຸກຄະລາກອນກິລາ-ກາຍຍະກຳ ໝາຍເຖິງ: ຜູ້ບໍລິຫານການກິລາ, ຄູຝຶກ, ກຳມະການຕັດສິນ ແລະ ນັກວິທະຍາສາດການກິລາ;
ວິທະຍາສາດການກິລາ ໝາຍເຖິງ: ການນຳຫຼັກວິຊາການຊຸກຍູ້ສົ່ງເສີມເພີ່ມທັກສະການຝຶກຊ້ອມ, ໂພຊະນາການ, ຈິດຕະວິທະຍາ, ເຕັກໂນໂລຊີທາງການກິລາ ມາປະຍຸກໃຊ້ໃນການອອກກຳລັງກາຍ, ການຝຶກຊ້ອມນັກກິລາ ໃຫ້ມີສຸຂະພາບແຂງແຮງ, ມີຄວາມຊຳນານ ຄ່ອງແຄ້ວ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນ.

第ມາດຕາ 3条

第6条 适用范围
本协议适用于在老挝万象市活动的个人、法人以及公共和私营组织,包括国内和国外的。

ພາສາລາວ (老挝语原文)

ມາດຕາ 6 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາກລັດ ແລະ ເອກະຊົນ ພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ.

第ມາດຕາ 4条

第4条 国际合作
万象市促进与国内外组织在体育-运动发展、争取资助资金、交流运动员和体育人员的经验方面的合作,使之强大、广泛,并按照法律法规正确接受外国援助。

ພາສາລາວ (老挝语原文)

ມາດຕາ 4 ການຮ່ວມມືສາກົນ
ນະຄອນຫຼວງວຽງຈັນ ສົ່ງເສີມໃຫ້ມີການຮ່ວມມືກັບການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການຮ່ວມມືພັດທະນາກິລາ - ກາຍຍະກຳ, ການຍາດແຍ່ງທຶນສະໜັບສະໜູນ, ການແລກປ່ຽນບົດຮຽນຂອງນັກກິລາ ແລະ ບຸກຄະລາກອນກິລາ ໃຫ້ມີຄວາມເຂັ້ມແຂງ, ເບີກບານຮັບເອົາການຊ່ວຍເຫຼືອຈາກຕ່າງປະເທດ ໂດຍຖືກຕ້ອງຕາມລະບຽບກົດໝາຍ.

第ມາດຕາ 5条

第5条 资金来源
万象首都发展基金的资金来源如下:
1. 根据万象市市长决定,超出计划的资金、万象首都联合发展预算收入;
2. 位于万象首都的各类体育企业单位及一般经营者每年缴纳的与自然、社会和环境相关的义务;
3. 万象首都的体育单位、俱乐部及体育协会举办体育-健身比赛活动的捐款;
4. 个人、法人、国有和私营组织、国内外商业部门自愿捐款;
5. 其他符合法律法规的收入。

ພາສາລາວ (老挝语原文)

ມາດຕາ 5 ແຫຼ່ງລາຍຮັບ
ກອງທຶນພັດທະນານະຄອນຫຼວງວຽງຈັນ ມີແຫຼ່ງລາຍຮັບ ດັ່ງນີ້:

1. ເງິນເກີນແຜນ, ລາຍຮັບງົບປະມານ ຮ່ວມພັດທະນານະຄອນຫຼວງວຽງຈັນ ຕາມການຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ;
2. ການປະກອບພັນທະໃນແຕ່ລະປີ ຂອງຫົວໜ່ວຍທຸລະກິດທຸກປະເພດກິລາ ແລະ ຜູ້ປະກອບການທົ່ວໄປ ທີ່ຕິດພັນກັບສັງຄົມ, ທຳມະຊາດ ແລະ ສິ່ງແວດລ້ອມ ທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ;
3. ການປະກອບສ່ວນຈາກ ການຈັດກິດຈະກຳແຂ່ງຂັນກິລາ-ກາຍຍະກຳ ຂອງໜ່ວຍກິລາ, ສະໂມສອນ ແລະ ສະຫະພັນກິລາ-ກາຍຍະກຳ ຢູ່ນະຄອນຫຼວງວຽງຈັນ;
4. ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາກລັດ ແລະ ເອກະຊົນ, ພາກສ່ວນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍຄວາມສະໝັກໃຈ;
5. ລາຍຮັບອື່ນໆທີ່ຖືກຕ້ອງຕາມລະບຽບກົດໝາຍ.

第ມາດຕາ 6条

第6条 体育基金的使用
体育基金的使用如下:
1. 用于培养运动员和体育-健身人员;
2. 改善必要的基础设施;
3. 按照规章对运动员和体育-健身人员执行政策;
4. 召开体育基金管理委员会会议。

ພາສາລາວ (老挝语原文)

ມາດຕາ 6 ການນຳໃຊ້ ກທພກ
ການນຳໃຊ້ ກທພກ ມີດັ່ງນີ້:
1. ນຳໃຊ້ເຂົ້າໃນການພັດທະນານັກກິລາ ແລະ ບຸກຄະລາກອນກິລາ-ກາຍຍະກຳ;
2. ການປັບປຸງພື້ນຖານໂຄງລ່າງ ທີ່ມີຄວາມຈຳເປັນ;
3. ການປະຕິບັດນະໂຍບາຍແກ່ ນັກກິລາ ແລະ ບຸກຄະລາກອນກິລາ-ກາຍຍະກຳ ຕາມລະບຽບການ;
4. ຈັດກອງປະຊຸມ ຂອງຄະນະຄຸ້ມຄອງບໍລິຫານ ກທພກ.

第ມາດຕາ 7条

第7条 体育发展基金支出管理
体育发展基金的支出必须遵守以下规定:
1. 所有与体育发展相关的活动必须纳入年度计划,并得到体育发展基金管理委员会的批准;
2. 所有已批准的活动必须获得体育发展基金主席的许可;
3. 体育发展基金的支出必须遵守相关法律和法规;
4. 体育发展基金的所有使用不得与其他资金来源重复。
体育发展基金的提款
从体育发展基金账户提款必须有两位有权从账户提款人的签名,每次提款必须获得体育发展基金主席的同意。提款不得全部提空,账户中必须至少保留体育发展基金总额的20%。

ພາສາລາວ (老挝语原文)

ມາດຕາ 7 ການຄຸ້ມຄອງເບີກຈ່າຍເງິນ ກທພກ
ການເບີກຈ່າຍ ກທພກ ຕ້ອງປະຕິບັດ ດັ່ງນີ້:
1. ທຸກກິດຈະກຳກ່ຽວກັບການພັດທະນາກິລາ - ກາຍຍະກຳ ຕ້ອງນອນໃນແຜນການປະຈຳປີ ແລະ ຜ່ານການຮັບຮອງຈາກ ຄະນະຄຸ້ມຄອງບໍລິຫານ ກທພກ;
2. ທຸກກິດຈະກຳທີ່ຖືກຮັບຮອງແລ້ວ ຕ້ອງໄດ້ຮັບການອະນຸມັດຈາກ ປະທານ ກທພກ;
3. ການເບີກຈ່າຍເງິນ ກທພກ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
4. ທຸກການນຳໃຊ້ເງິນ ກທພກ ແມ່ນບໍ່ໃຫ້ຊ້ຳຊ້ອນກັບແຫຼ່ງທຶນອື່ນໆ.
ການຖອນເງິນ ກທພກ
ການຖອນເງິນຈາກບັນຊີ ກທພກ ໃຫ້ມີສອງລາຍເຊັນຂອງຜູ້ທີ່ໄດ້ຮັບສິດ ໃນການຖອນເງິນຈາກບັນຊີ ແລະ ການຖອນເງິນແຕ່ລະຄັ້ງ ຕ້ອງໄດ້ຮັບການຕົກລົງເຫັນດີຈາກປະທານ ກທພກ. ການຖອນເງິນບໍ່ສາມາດຖອນໄດ້ຈົບ ແລະ ຕ້ອງມີເງິນແຮໄວ້ໃນບັນຊີຢ່າງໜ້ອຍ 20 ສ່ວນຮ້ອຍ ຂອງຈຳນວນເງິນທັງໝົດໃນ ກທພກ.

第ມາດຕາ 8条

第8条 秘书处的权利和义务

秘书处有以下权利和义务:
1. 为管理委员会提供咨询;
2. 制定、汇总并向管理委员会提交使用计划以供审议和批准;
3. 研究从国内外筹集资金和物资的方法和形式,并制定有关管理委员会组织和活动的规章和指南;
4. 宣传的作用和活动计划;
5. 定期总结和报告的活动情况;
6. 根据管理委员会的授权行使其他权利和履行其他义务。

ພາສາລາວ (老挝语原文)

ມາດຕາ 8 ສິດ ແລະ ໜ້າທີ່ ຂອງ ກອງເລຂາ ກທພກ

ກອງເລຂາ ກທພກ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ເປັນເສນາທິການໃຫ້ແກ່ ຄະນະຄຸ້ມຄອງບໍລິຫານ ກທພກ;
2. ສ້າງ, ສັງລວມ ແລະ ນຳສະເໜີແຜນການເຄື່ອນໄຫວ ນຳໃຊ້ ກທພກ ຕໍ່ຄະນະຄຸ້ມຄອງບໍລິຫານ ເພື່ອພິຈາລະນາ ແລະ ຮັບຮອງ;
3. ຄົ້ນຄວ້າວິທີການ, ຮູບແບບ ການລະດົມທຶນ ແລະ ວັດຖຸອຸປະກອນ ຈາກພາຍໃນ ແລະ ຕ່າງປະເທດ, ພ້ອມທັງສ້າງລະບຽບການ, ຄຳແນະນຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະຄຸ້ມຄອງບໍລິຫານ ກທພກ;
4. ໂຄສະນາກ່ຽວກັບພາລະບົດບາດ ແລະ ແຜນການເຄື່ອນໄຫວຂອງ ກທພກ;
5. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງ ກທພກ ໃນແຕ່ລະໄລຍະ;
6. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງ ຄະນະຄຸ້ມຄອງບໍລິຫານ ກທພກ.

第ມາດຕາ 9条

第9条 行政管理委员会会议

行政管理委员会会议每年举行两次,并可根据工作需要召开会议。会议只有在行政管理委员会成员超过全体成员半数出席时方可召开。会议预算应按照财务规定执行。

ພາສາລາວ (老挝语原文)

ມາດຕາ 9 ກອງປະຊຸມຄະນະຄຸ້ມຄອງບໍລິຫານ ກທພກ

ກອງປະຊຸມຂອງຄະນະຄຸ້ມຄອງບໍລິຫານ ກທພກ ຈັດຂຶ້ນສອງຄັ້ງຕໍ່ປີ ແລະ ສາມາດຈັດປະຊຸມຕາມຄວາມຈຳເປັນຂອງວຽກງານ. ກອງປະຊຸມຈະເປີດຂຶ້ນໄດ້ ກໍ່ຕໍ່ເມື່ອມີຄະນະຄຸ້ມຄອງບໍລິຫານ ກທພກ ເຂົ້າຮ່ວມເກີນກວ່າເຄິ່ງໜຶ່ງ ຂອງຄະນະທັງໝົດ. ສຳລັບງົບປະມານໃນການຈັດກອງປະຊຸມ ໃຫ້ປະຕິບັດຕາມລະບຽບການເງິນ.

第ມາດຕາ 10条

第10条 体育发展基金账户的开立
万象市体育发展基金的账户系统(体育发展基金的所有收入-支出)应在万象市国库开立存款账户。

ພາສາລາວ (老挝语原文)

ມາດຕາ 10 ການເປີດບັນຊີຂອງ ກທພກ
ລະບົບບັນຊີກອງທຶນພັດທະນາກິລາ - ກາຍຍະກຳຂອງນະຄອນຫຼວງວຽງຈັນ (ທຸກລາຍຮັບ-ລາຍຈ່າຍຂອງ ກທພກ) ແມ່ນໃຫ້ເປີດບັນຊີເງິນຝາກຢູ່ຄັງເງິນແຫ່ງຊາດ ປະຈຳນະຄອນຫຼວງວຽງຈັນ.

第ມາດຕາ 11条

第11条 账目审计
银行的账目必须每年接受审计,由内部审计和中央审计机构进行审计,并在发现违规行为时执行纪律处分,违规者必须依法受到纪律处分。

ພາສາລາວ (老挝语原文)

ມາດຕາ 11 ການກວດສອບບັນຊີ
ບັນຊີຂອງທະນາຄານ ຕ້ອງໄດ້ຮັບການກວດສອບທຸກໆປີ, ໂດຍການກວດສອບພາຍໃນ ແລະ ອົງການກວດສອບປະຈຳພາກກາງ ແລະ ປະຕິບັດວິໄນ ໃນກໍລະນີຫາກພົບເຫັນວ່າມີການກະທຳຜິດ, ຜູ້ກະທຳຜິດຕ້ອງຖືກປະຕິບັດວິໄນຕາມລະບຽບກົດໝາຍ.

第ມາດຕາ 12条

第12条 检查
GKPK的检查包括:
1. 内部检查,即与GKPK管理委员会相同的机构;
2. 外部检查,即万象人民议会、中央审计机关、万象建国阵线、群众组织、社会组织、媒体和公民,根据其职责。

ພາສາລາວ (老挝语原文)

ມາດຕາ 12 ການກວດກາ
ການກວດກາ ກທພກ ປະກອບດ້ວຍ:
1. ການກວດກາພາຍໃນ ແມ່ນອົງການດຽວກັບຄະນະຄຸ້ມຄອງບໍລິຫານ ກທພກ;
2. ການກວດກາພາຍນອກ ແມ່ນສະພາປະຊາຊົນນະຄອນຫຼວງວຽງຈັນ, ອົງການກວດສອບ ປະຈຳພາກກາງ, ອົງການແນວລາວສ້າງຊາດນະຄອນຫຼວງວຽງຈັນ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງທາງສັງຄົມ, ສື່ມວນຊົນ ແລະ ພົນລະເມືອງ ຕາມພາລະບົດບາດ.

本页展示前 12 条,全文共 21 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译