ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາ ສາຍນ້ຳຈັ້ງ ແລະ ຂອບເຂດບໍລິເວນປ້ອງກັນຕາຝັ່ງເຈື່ອນ ແຂວງ ໄຊສົມບູນ

赛宋奔省占河及河岸防护区管理与开发协议

Agreement on Management and Development of River and Riverbank Protection Zones in Xaisomboun Province

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດແຜນການ, ຫຼັກການ ແລະ ມາດຕະການຄຸ້ມຄອງ ແລະ ພັດທະນາເຂດປ່ອງຫາຍ ແລະ ເຂດປ້ອງກັນຕະຫຼອງແມ່ນ້ຳໃນແຂວງໄຊສົມບູນ ເພື່ອໃຊ້ປະໂຫຍດຢ່າງຍືນຍົງ, ປົກປ້ອງຕະຫຼອງ ແລະ ລະບົບນິເວດ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ

ຂໍຕົກລົງສະບັບນີ້ ກຳນົດແຜນຜັງ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາສາຍນ້ຳຈັ່ງ ແລະ ຂອບເຂດບໍລິເວນປ້ອງກັນຕາຝັ່ງເຈືອນ, ເພື່ອເຮັດໃຫ້ເຂດດັ່ງກ່າວກາຍເປັນເຂດພັດທະນາ ທີ່ມີຄຸນປະໂຫຍດສູງສຸດ ແລະ ຍືນຍົງ, ສອດຄ່ອງກັບພູມີທັດ, ປົກປັກຮັກສາຄູກັນນ້ຳ (ຕາຝັ່ງເຈືອນ) ຢ່າງຖາວອນ, ອະນຸລັກລະບົບນິເວດວິທະຍາຂອງສາຍນ້ຳຈັ່ງ ແລະ ສາມາດຮັບມືກັບການປ່ຽນແປງດິນຟ້າອາກາດໃນອະນາຄົດ.

ມາດຕາ ມາດຕາ 2

ມາດຕາ 2 ສາຍນໍ້າຈັງ ແລະ ຂອບເຂດບໍລິເວນປ້ອງກັນຕາຝັ່ງເຈື່ອນ
ສາຍນໍ້າຈັງ ແລະ ຂອບເຂດບໍລິເວນປ້ອງກັນຕາຝັ່ງເຈື່ອນແມ່ນພື້ນທີ່ຕາມສອງຝາກສາຍນໍ້າຈັງ ມີຄວາມຍາວ 9.914 ກິໂລແມັດ, ຊຶ່ງປະກອບດ້ວຍ: ສາຍນໍ້າຈັງ, ເຂດປ້ອງກັນຕາຝັ່ງເຈື່ອນ ຫຼື ເຂດຄ້ອຍຊັນ, ຄູກັນນໍ້າ, ຂອບເຂດທາງປູຢາງສອງຝາກ, ເຂດສວນສາທາລະນະ 3 ແຫ່ງ ແລະ ກິດຈະການຕ່າງໆ ອ້ອມຮອບໃນບໍລິເວນດັ່ງກ່າວ.

ເຂດບໍລິເວນປ້ອງກັນຕາຝັ່ງເຈື່ອນນໍ້າຈັງ ຍັງຈັດເປັນຈຸດເດັ່ນຂອງຕົວເມືອງ, ໂດຍຈະຖືກພັດທະນາ, ນຳໃຊ້ ແລະ ຄຸ້ມຄອງຕາມກົດລະບຽບຄຸ້ມຄອງຕົວເມືອງອະນຸວົງ ເທດສະບານແຂວງ (ຕາມຂໍ້ຕົກລົງຂອງທ່ານ ເຈົ້າແຂວງໄຊສົມບູນ ສະບັບເລກທີ 92/ຈຂ.ຊບ, ລົງວັນທີ 6 ກັນຍາ 2016 ວ່າດ້ວຍ ຮັບຮອງກົດລະບຽບການຄຸ້ມຄອງຕົວເມືອງອະນຸວົງ ເທດສະບານແຂວງ ໃຫ້ມີປະສິດທິຜົນ, ມີຄວາມຍືນຍົງ, ສອດຄ່ອງກັບທິວທັດທຳມະຊາດ ແລະ ວັດທະນະທຳຊາວແຂວງໄຊສົມບູນ ສະໄໝປະຍຸກ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 32 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ