ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງພັດທະນາ ແລະ ບໍລິຫານຕົວເມືອງ
城市发展管理与行政协议
Agreement on Urban Development Management and Administration
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການຄຸ້ມຄອງ, ການພັດທະນາ ແລະ ການບໍລິຫານຂອງເມືອງ ແລະ ຕຳບົນໃນແຂວງໄຊສົມບູນ, ເນື້ອໃນຫຼັກແມ່ນກຳນົດຫຼັກການ ແລະ ມາດຕະການກ່ຽວກັບການວາງແຜນກໍ່ສ້າງ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອສົ່ງເສີມການພັດທະນາທີ່ເປັນລະບຽບ ແລະ ການເຕີບໂຕດ້ານເສດຖະກິດ ແລະ ການທ່ອງທ່ຽວ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ພັດທະນາ ແລະ ບໍລິຫານຕົວເມືອງ, ແນ່ໃສ່ເຮັດໃຫ້ການພັດທະນາຕົວເມືອງໃນຂອບເຂດເທດສະບານແຂວງ ແລະ ເມືອງມີປະສິດຕິຜົນສູງ, ມີສ່ວນຮ່ວມຂອງຊຸມຊົນໃນການປົກປັກຮັກສາ, ຄຸ້ມຄອງ, ນຳໃຊ້, ເພື່ອປະກອບສ່ວນໃຫ້ແກ່ການພັດທະນາມີຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້ສົ່ງເສີມການລົງທຶນ, ການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງໃຫ້ດີຂຶ້ນ ຕາມວິໄສທັດຂອງແຂວງທີ່ວ່າ: “ສັນແຂວງໄຊສົມບູນໃຫ້ມີຄວາມສະຫງົບ, ອົບອຸ່ນ ແລະ ຢູ່ດີ ເຊື່ອມຈອດກັບຫຼາຍທິດ ກາຍເປັນສູນກາງບໍລິການ ທາງດ້ານເສດຖະກິດການຄ້າ ແລະ ການທ່ອງທ່ຽວ”
ມາດຕາ ມາດຕາ 2
ມາດຕາ 2 ການຄຸ້ມຄອງ ແລະ ບໍລິຫານຕົວເມືອງ
ການຄຸ້ມຄອງພັດທະນາ ແລະ ບໍລິຫານຕົວເມືອງແມ່ນການສ້າງນະໂຍບາຍ, ລະບຽບການຕ່າງໆ ແລະ ເຄື່ອນໄຫວວຽກງານທາງດ້ານວິຊາສະເພາະທີ່ກ່ຽວຂ້ອງກ່ຽວກັບການຄຸ້ມຄອງການວາງແຜນ, ການສະຖາບັດ, ການຕົບແຕ່ງທັດສະນິຍະພາບ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງແວດລ້ອມ, ນະໂຍບາຍການພັດທະນາເສດຖະກິດ - ສັງຄົມ, ການຄຸ້ມຄອງໂຄງການກໍ່ສ້າງໃນຕົວເມືອງ ແລະ ອື່ນໆຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນຢູ່ໃນຕົວເມືອງເທດສະບານແຂວງ ແລະ ບ້ານເທດສະບານເມືອງ ຕາມບັນດາຫ້າວຽກທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 35 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ