ຂໍ້ຕົກລົງວ່າດ້ວຍ ການກຳນົດລາຄາຫົວໜ່ວຍ ກິດຈະການກໍ່ສ້າງ ແລະ ສ້ອມແປງຂົວທາງ ຂອງໂຄງການລົງທຶນຂອງລັດ ພາຍໃນແຂວງ ໄຊສົມບູນ
赛宋奔省国有投资项目桥梁道路建设与维修单位定价协议
Agreement on Pricing of Bridge and Road Construction and Maintenance Units for State-Invested Projects in Xaisomboun Province
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການກຳນົດລາຄາການກໍ່ສ້າງ ແລະ ສ້ອມແປງຖະໜົນ ແລະ ຂົວທີ່ລັດລົງທຶນໃນແຂວງໄຊສົມບູນ ໂດຍກຳນົດໃຫ້ໃຊ້ສູດຄຳນວນລາຄາຕໍ່ໜ່ວຍຕາມສະບັບປີ 2023 ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມທັງກຳນົດໜ້າທີ່ ແລະ ຫຼັກການຂອງອົງການຄຸ້ມຄອງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ນິຍາມ
ລາຄາຫົວໜ່ວຍກິດຈະການກໍ່ສ້າງ ແລະ ສ້ອມແປງຂົວທາງ ຂອງ ໂຄງການລົງທຶນຂອງລັດ ພາຍໃນແຂວງໄຊສົມບູນ ແມ່ນ ລາຄາທີ່ໄດ້ມາຈາກການເອົາລາຄາວັດສະດຸກໍ່ສ້າງ ແລະ ຄ່າແຮງງານໄປປ້ອນໃສ່ໂຄງສ້າງສູດຄິດໄລ່ລາຄາຫົວໜ່ວຍ ກິດຈະການກໍ່ສ້າງ ແລະ ສ້ອມແປງ ຂົວທາງ ສະບັບຮຽບຮຽງ ປີ 2023 ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ເພື່ອມານຳໃຊ້ຄິດໄລ່ລາຄາ ແລະ ມູນຄ່າໂຄງການໃນວຽກງານກິດຈະການກໍ່ສ້າງ ແລະ ສ້ອມແປງ ຂົວທາງ ພາຍໃນແຂວງໄຊສົມບູນ.
ມາດຕາ ມາດຕາ 2
ມາດຕາ 2 ນະໂຍບາຍຂອງລັດ
- ລັດຊຸກຍູ້, ສົງເສີມບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ປະກອບສ່ວນສະຕິປັນຍາ, ກຳລັງແຮງ, ທຶນຮອນ ແລະ ເຕັກນິກວິຊາການເຂົ້າໃນວຽກງານກິດຈະການກໍ່ສ້າງ ແລະ ສ້ອມແປງຂົວທາງ ຢ່າງທົ່ວເຖິງເພື່ອຕອບສະໜອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ / ເມືອງ.
- ລັດປະກອບສ່ວນທາງດ້ານບຸກຄະລາກອນ, ງົບປະມານ ແລະ ພາຫະນະອຸປະກອນເຂົ້າໃນວຽກງານກິດຈະການກໍ່ສ້າງ ແລະ ສ້ອມແປງຂົວທາງ ຕາມຄວາມເໝາະສົມ.
ມາດຕາ ມາດຕາ 3
ມາດຕາ 4 ຫຼັກການ ກ່ຽວກັບ ການນຳໃຊ້ ລາຄາຫົວໜ່ວຍ ກິດຈະການກໍ່ສ້າງ ແລະ ສ້ອມແປງຂົວທາງ ຂອງ ໂຄງການລົງທຶນຂອງລັດ ພາຍໃນແຂວງໄຊສົມບູນ ມີດັ່ງນີ້:
1. ຮັບປະກັນຄວາມສອດຄ່ອງກັບແນວທາງນະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ/ເມືອງ ໃຫ້ຖືກຕ້ອງຕາມກົດໝາຍ;
2. ຮັບປະກັນໃຫ້ມີຜົນປະໂຫຍດຕໍ່ລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ຜູ້ປະກອບການ ພາຍໃນ ແລະ ຕ່າງປະເທດ;
3. ມີການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ແລະ ການມີສ່ວນຮ່ວມຂອງສັງຄົມຢ່າງກວ້າງຂວາງ;
4. ຮັບປະກັນຄວາມໂປ່ງໃສ, ເປີດເຜີຍ, ຍຸຕິທຳ ແລະ ສາມາດກວດສອບໄດ້.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 12 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ