ຂໍ້ຕົກລົງວ່າດ້ວຍ ຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ
资产管理人及资产管理服务企业协议
Agreement on Asset Managers and Asset Management Service Enterprises
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດການຮັບຮອງຄຸນວຸດທິ ແລະ ໃບອະນຸຍາດສຳລັບຜູ້ຈັດການຊັບສິນ ແລະ ວິສາຫະກິດບໍລິການຈັດການຊັບສິນ, ເນື້ອໃນຫຼັກແມ່ນກຳນົດເງື່ອນໄຂການເຂົ້າຮ່ວມຂອງບຸກຄົນ ແລະ ນິຕິບຸກຄົນ, ຂໍ້ກຳນົດການຝຶກອົບຮົມ ແລະ ຂັ້ນຕອນການຍື່ນຄຳຮ້ອງ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ
ຜູ້ຄວບຄຸມຊັບສິນ ແມ່ນ ຜູ້ທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວວິຊາຊີບໃນການ ຄວບຄຸມ, ຄຸ້ມຄອງ ແລະ/ຫຼື ບໍລິຫານຊັບສິນຂອງວິສາຫະກິດລູກໜີ້ ແລະ ຊຳລະສະສາງ.
ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ ແມ່ນ ວິສາຫະກິດທີ່ມີເງື່ອນໄຂ ແລະ ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວໃຫ້ບໍລິການຄວບຄຸມຊັບສິນ.
ມາດຕາ ມາດຕາ 2
ມາດຕາ 2 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ຜູ້ຄວບຄຸມຊັບສິນ ແລະ ວິສາຫະກິດໃຫ້ບໍລິການຄວບຄຸມຊັບສິນ.
ມາດຕາ ມາດຕາ 3
ມາດຕາ 4 ມາດຕະຖານ ແລະ ເງື່ອນໄຂຂອງຜູ້ຄວບຄຸມຊັບສິນ
ບຸກຄົນ ທີ່ຈະເປັນຜູ້ຄວບຄຸມຊັບສິນ ຕ້ອງມີມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:
1. ມີລະດັບການສຶກສາດ້ານ ກົດໝາຍ, ການບັນຊີ, ການກວດສອບ ຫຼື ການບໍລິຫານທຸລະກິດ ຊັ້ນປະລິນຍາຕີຂຶ້ນໄປ ແລະ ໄດ້ຜ່ານວຽກງານໃນດ້ານດັ່ງກ່າວ ຢ່າງໜ້ອຍ ສາມປີ;
2. ໄດ້ຜ່ານການຝຶກອົບຮົມວິຊາຊີບການຄວບຄຸມຊັບສິນ;
3. ບໍ່ແມ່ນ ພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫຼວດ ທີ່ຍັງປະຕິບັດໜ້າທີ່ຢູ່;
4. ບໍ່ເຄີຍ ຖືກວິໄນໃຫ້ອອກຈາກລັດຖະການ ຫຼື ຖືກສານຕັດສິນ ລົງໂທດຕັດສິດສະລະພາບ ຍ້ອນການກະທຳຜິດ ໂດຍເຈດຕະນາ;
5. ມີສຸຂະພາບດີ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 27 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ